gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 06/01/2026 xtgmf]k; ຄະນະບໍລິຫານງານສູນກາງ...ໍິູ ຄະນະກຳມະການສູນກາງພັກ...ູັ ຄະນະບໍລິຫານງານສູນກາງພັກ...ໍິູັ ການນຳຂັ້ນສູງຂອງພັກ...ັູ້ັ ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່...ໍ່ັົີຸ່ ຂປລ. ໃນວັນທີ 5 ມັງກອນ 2026 ນີ້, ການນໍາຂັ້ນສູງຂອງ ພັກປະຊາຊົນປະຕິວັດລາວ, ນໍາ ໂດຍສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານ ງານສູນກາງພັກປະຊາຊົນປະຕິວັດ ລາວ ພ້ອມດ້ວຍຄະນະໄດ້ເຂົ້າວາງ ພວງມາລາຢູ່ອະນຸສາວະລີນັກຮົບ ນິລະນາມ (ດາວແດງ) ແລະ ວາງກະຕ່າດອກໄມ້ຢູ່ຫໍພິພິທະພັນ ໄກສອນ ພົມວິຫານ ໃນໂອກາດ ຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ທີ່ຈະຈັດ ຂຶ້ນລະຫວ່າງວັນທີ 6-8 ມັງກອນ 2026 ນີ້. ການວາງພວງມາລາໃນຄັ້ງນີ້, ເປັນການສະແດງເຖິງຄວາມເຄົາ ລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ ເຖິງຄຸນງາມຄວາມດີ, ນ້ຳໃຈຕໍ່ສູ້ ຢ່າງພິລະອາດຫານ ແລະ ບໍ່ຍອມ ຈຳນົນຂອງບັນພະບູລຸດລາວ ກໍຄື ບັນດານັກຮົບປະຕິວັດຂອງລາວທີ່ ເສຍສະລະຊີວິດ, ເລືອດເນື້ອເພື່ອ ພາລະກິດປະຕິວັດຢ່າງອົງອາດ ກ້າຫານພາຍໃຕ້ການນຳພາ-ຊີ້ນຳ ຂອງພັກປະຊາຊົນປະຕິວັດລາວ ເພື່ອຍາດເອົາເອກະລາດມາໃຫ້ ປະເທດຊາດ, ຍາດໄດ້ໄຊຊະນະ ແລະ ປະກາດເອກະລາດ, ສະຖາ ປະນາເປັນສາທາລະນະລັດ ປະຊາ ທິປະໄຕປະຊາຊົນລາວ ຂຶ້ນຢ່າງ ສະຫງ່າຜ່າເຜີຍ. ການວາງກະຕ່າດອກໄມ້ຕໍ່ໜ້າ ຮູບຫລໍ່ຂອງປະທານ ໄກສອນ ພົມວິຫານຂອງການນໍາຂັ້ນສູງຂອງ ພັກປະຊາຊົນປະຕິວັດລາວໃນຄັ້ງ ນີ້, ກໍເພື່ອເປັນການລະນຶກເຖິງຄຸນ ງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ເຄົາລົບຮັກດ້ວຍ ຄວາມກະຕັນຍູຮູ້ບຸນຄຸນ ແລະ ຂໍສະ ດຸດີຕໍ່ຊື່ສຽງຮຽງນາມ, ຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ອຸທິດຕະຫລອດຊີວິດ ເພື່ອພາລະກິດຕໍ່ສູ້ຍາດເອົາເອກະ ລາດແຫ່ງຊາດ, ອິດສະລະພາບ ມາໃຫ້ປະຊາຊົນ, ນໍາພາປະຕິບັດ 2 ໜ້າທີ່ຍຸດທະສາດຄື: ປົກປັກຮັກ ສາ ແລະ ສ້າງສາພັດທະນາປະເທດ ຊາດ ກໍຄື ພາລະກິດປ່ຽນແປງໃໝ່ ຮອບດ້ານມີຫລັກການຂອງພັກ ຢ່າງມີໄຊ. ຂ່າວ: ກິດຕາ; ພາບ: ຂັນໄຊ-ອ່າຍຄຳ ຂປລ. ສປປ ລາວ ສະແດງຄວາມເປັນຫ່ວງຢ່າງຍິ່ງຕໍ່ຂໍ້ມູນຂ່າວສານ ກ່ຽວກັບສະພາບການທີ່ກໍາລັງເກີດຂຶ້ນຢູ່ເວເນຊູເອລາ. ສປປ ລາວ ຮຽກຮ້ອງໃຫ້ທຸກຝ່າຍທີ່ກ່ຽວຂ້ອງຍຶດໝັ້ນຢ່າງເຂັ້ມງວດຕໍ່ກົດໝາຍ ສາກົນ ແລະ ກົດບັດສະຫະປະຊາຊາດ, ລວມທັງຫລັກການເຄົາລົບອໍາ ນາດອະທິປະໄຕແຫ່ງຊາດ ແລະ ຫລີກລ່ຽງການນໍາໃຊ້ກໍາລັງ ຫລື ໃຊ້ ກໍາລັງຂົ່ມຂູ່ໃນການພົວພັນສາກົນ. ສປປ ລາວ ຊຸກຍູ້ໃຫ້ທຸກຝ່າຍໃຊ້ຄວາມອົດກັ້ນ, ແກ້ໄຂບັນຫາຂັດ ແຍ່ງດ້ວຍການເຈລະຈາ ໂດຍສອດຄ່ອງກັບກົດໝາຍສາກົນ ເພື່ອເປັນ ການປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ, ສະຖຽນ ລະພາບ ແລະ ການຮ່ວມມືໃນພາກພື້ນ ແລະ ໃນໂລກ. 4tcs]'dko0v'37lq ddt-;'dko8j k'xtgmf 8lt4kotdko.og;go-6 gv]k + ມີຄວາມໝາຍປະຫວັດສາດທີ່ພັກ, ລັດ ແລະ ປະຊາຊົນລາວອ້າຍນ້ອງ ຍາດມາໄດ້ຕະຫລອດໄລຍະ 50 ປີ ແຫ່ງການສ້າງຕັ້ງປະເທດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ໂດຍສະເພາະຕະຫລອດໄລ ຍະ 40 ປີ ຈັດຕັ້ງປະຕິບັດແນວ ທາງປ່ຽນແປງໃໝ່ຢ່າງຮອບດ້ານ, ໄລຍະ 5 ປີ ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີXI ແລະ ແຜນພັດທະນາເສດຖະກິດ-ສັງຄົມ ໄລຍະ 5 ປີ ຄັ້ງທີ IX, ພາຍໃຕ້ການ ນໍາພາອັນສະຫລາດສ່ອງໃສຂອງ ຄັ້ງທີ X (2026-2030) ແລະ ຮ່າງກົດລະບຽບພັກປະຊາຊົນ ປະຕິວັດລາວ ສະໄໝທີ XII ຊຶ່ງເອກະສານເຫລົ່ານັ້ນ ຈະໄດ້ກໍານົດ ຍຸດທະສາດ, ແນວທາງການເມືອງ ແລະ ແນວທາງການຈັດຕັ້ງຂອງ ພັກ, ແນວທາງພັດທະນາເສດຖະກິດ-ສັງຄົມຂອງລັດ ໃນຊຸມປີຕໍ່ໜ້າ ຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນຈິງຂອງ ສປປ ລາວ. ພ້ອມນີ້, ກອງປະຊຸມຍັງຈະໄດ້ດໍາເນີນການເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງພັກ ສະໄໝທີ XII ທີ່ເປັນອົງການນໍາພາສູງສຸດ ຂອງພັກຕະຫລອດສະໄໝທີ XII ເພື່ອແບກຫາບພາລະໜ້າທີ່ອັນໜັກ ໜ່ວງທີ່ພັກ ກໍຄື ປະຊາຊົນໄດ້ມອບໝາຍໃຫ້. ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແມ່ນກອງປະຊຸມທີ່ມີຄວາມໝາຍສໍາຄັນປະຫວັດສາດ, ເປັນບາດລ້ຽວອັນສໍາຄັນໃນການສືບຕໍ່ຍູ້ແຮງການຜັນຂະຫຍາຍ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກສູ່ລວງເລິກ ສ້າງການຫັນປ່ຽນທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານໃນການນໍາ ຂອງພັກປະຊາຊົນປະຕິວັດລາວ ແລະ ຖືເປັນບັ້ນສະຫລຸບຖອດຖອນ ບົດຮຽນຈາກພຶດຕິກໍາຕົວຈິງ ແລະ ເປັນຂີດໝາຍທາງການເມືອງ ແນໃສ່ຍົກສູງບົດບາດການນໍາພາທີ່ເຂັ້ມແຂງຂອງພັກ ເພື່ອສືບຕໍ່ນໍາ ພາພາລະກິດປະຕິວັດ, ບູລະນະລະບອບປະຊາທິປະໄຕປະຊາຊົນກ້າວ ຂຶ້ນສູ່ສັງຄົມນິຍົມ. ກອງປະຊຸມໄດ້ໄຂຂຶ້ນໃນທ່າມກາງບັນຍາກາດແຫ່ງ ຄວາມເບີກບານມ່ວນຊື່ນທີ່ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າຫາກໍສຳເລັດການສະເຫລີມສະຫລອງ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ເຄົາລົບຮັກຂອງປະຊາຊົນເຮົາ ຄົບຮອບ 105 ປີ. ໄລຍະຜ່ານ ມາເຖິງວ່າປະເທດເຮົາຜະເຊີນກັບຄວາມຫຍຸ້ງຍາກຫລາຍດ້ານເປັນ ຕົ້ນການລະບາດຂອງພະຍາດໂຄວິດ-19, ການພັດທະນາເສດຖະກິດສັງຄົມ, ບັນຫາເງິນເຟີ້, ໄພພິບັດທາງທໍາມະຊາດ ແລະ ອື່ນໆ ກໍຕາມແຕ່ພາຍໃຕ້ການນຳພາ-ຊີ້ນຳຂອງພັກ ຈຶ່ງສາມາດນຳພາປະ ເທດຊາດຂອງພວກເຮົາຜ່ານຜ່າຄວາມຫຍຸ້ງຍາກຄັ້ງນີ້ໄປໄດ້ດ້ວຍດີ ແລະ ອັນພົ້ນເດັ່ນໃນຂະບວນກະກຽມແກ່ກອງປະຊຸມຄັ້ງນີ້ ແມ່ນຕິດ ພັນກັບການປັບປຸງປົວແປງພັກ ໂດຍຜ່ານບັ້ນດຳເນີນຊີວິດການເມືອງ ແລະ ດຳເນີນກອງປະຊຸມໃຫຍ່ 3 ຂັ້ນຢ່າງທົ່ວເຖິງ. ຜ່ານຂະບວນການ ເຫລົ່ານັ້ນເຮັດໃຫ້ພັກມີການປັບປຸງບູລະນະທາງດ້ານການເມືອງ-ແນວ ຄິດ ແລະ ການຈັດຕັ້ງຕື່ມອີກກ້າວໜຶ່ງ, ສະມາຊິກພັກກໍໄດ້ຮັບການ ບຳລຸງຍົກລະດັບທາງດ້ານຄວາມຮູ້, ທັດສະນະຫລັກໝັ້ນ ແລະ ມີການ ປ່ຽນແປງຕົນເອງໃຫ້ກ້າວໜ້າກວ່າເກົ່າ. ທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວປວງຊົນລາວ ທັງຊາດພວມອວ່າຍໜ້າເຂົ້າຫາກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ ປປ ລາວ ດ້ວຍຄວາມເປັນເຈົ້າການຕິດຕາມຜົນການ ເຄື່ອນໄຫວຂອງກອງປະຊຸມໃຫຍ່ຢ່າງຈົດຈໍ່ ແລະ ສຸດກົກສຸດປາຍ, ພ້ອມທັງສະແດງຄວາມຂໍ່ານັບຊົມເຊີຍ ແລະ ອວຍພອນໃຫ້ກອງປະຊຸມ ໃຫຍ່ຄັ້ງທີXII ຂອງພັກ ຈົ່ງດຳເນີນໄປດ້ວຍຜົນສຳເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້ທຸກປະການແນໃສ່ເຮັດໃຫ້ປະຊາຊົນ ຮັ່ງມີຜາສຸກ, ປະເທດຊາດມັ່ງຄັ່ງເຂັ້ມແຂງ, ສັງຄົມສາມັກຄີປອງດອງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ຂໍ່ານັບຊົມເຊີຍກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ສປປ ລາວ ຢ່າງສຸດໃຈ ! ຂປລ. ໃນວັນທີ 5 ມັງກອນ 2026 ນີ້, ຄະນະບໍລິຫານງານ ສູນກາງພັກ ໄດ້ດໍາເນີນກອງປະ ຊຸມຄົບຄະນະ ຄັ້ງທີ 13 ສະໄໝ ທີ XI ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານ ສູນກາງພັກ, ປະທານປະເທດ, ມີ ບັນດາສະຫາຍຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ເປັນກອງປະ ຊຸມທີ່ມີຄວາມໝາຍສຳຄັນ ແລະ ຖື ເປັນກອງປະຊຸມສູນກາງ ຄັ້ງສຸດ ທ້າຍໃນສະໄໝທີ XI ເພື່ອຮັບຟັງ ການລາຍງານ, ປຶກສາຫາລື ແລະ ໃຫ້ທິດຊີ້ນຳຕໍ່ການກະກຽມຄວາມ ພ້ອມຮອບດ້ານ ເພື່ອກ້າວເຂົ້າສູ່ ການດຳເນີນກອງປະຊຸມໃຫຍ່ຜູ້ ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ຊຶ່ງຈະຈັດຂຶ້ນໃນໄລຍະວັນທີ 6-8 ມັງກອນ 2026 ຢູ່ຫໍປະຊຸມ ແຫ່ງຊາດ ນະຄອນຫລວງວຽງຈັນ. ໃນກອງປະຊຸມຄະນະບໍລິຫານ ງານສູນກາງພັກ ໄດ້ພ້ອມກັນຕີລາ ຄາວ່າ: ຜ່ານການຫ້າງຫາກະກຽມ ວຽກງານຕ່າງໆທີ່ອະນຸກໍາມະການ ກ່ຽວຂ້ອງໄດ້ດຳເນີນການມາຢ່າງ ເປັນລະບົບ ແລະ ເປັນຂະບວນ ກວ້າງຂວາງຢ່າງຕໍ່ເນື່ອງ, ມາຮອດ ເວລານີ້ ຖືໄດ້ວ່າມີຄວາມພ້ອມທີ່ສຸດ ແລ້ວ, ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດຄັ້ງທີXII ຂອງພັກປະຊາຊົນ ປະຕິວັດລາວ ຈະໄດ້ດຳເນີນພາຍໃຕ້ ຄຳຂວັນ “ຍົກສູງບົດບາດການນຳ ພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ຊຶ່ງຈະມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ ທີ່ເປັນຕົວແທນໃຫ້ ແກ່ສະມາຊິກພັກພັກ ທົ່ວປະເທດ ຈຳນວນ 421.865 ສະຫາຍ, ຖື ເປັນກອງປະຊຸມທີ່ມີຄວາມໝາຍສໍາ ຄັນປະຫວັດສາດ, ເປັນບາດລ້ຽວ ສໍາຄັນໃນການສືບຕໍ່ຍູ້ແຮງການ ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກສູ່ລວງເລິກ, ສ້າງການຫັນປ່ຽນ ທີ່ແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາຂອງພັກປະຊາຊົນ ປະຕິວັດລາວ ແລະ ເປັນບັ້ນສະຫລຸບ ຖອດຖອນບົດຮຽນຈາກພຶດຕິກໍາຕົວ ຈິງ ແລະ ເປັນຂີດໝາຍທາງການ ເມືອງແນໃສ່ຍົກສູງບົດບາດການນໍາ ພາທີ່ເຂັ້ມແຂງຂອງພັກ ເພື່ອບູລະນະ ລະບອບປະຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ. ໃນໂອກາດນີ້, ສະຫາຍທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ແລະ ຕີລາຄາສູງຕໍ່ການ ກະກຽມຢ່າງເປັນລະບົບຄົບຊຸດໃນ ໄລຍະຜ່ານມາ ຊຶ່ງເປັນຂະບວນ ການກະກຽມຢ່າງກວ້າງຂວາງຟົດ ຟື້ນຂອງກຳລັງມະຫາສາມັກຄີ ທົ່ວປວງຊົນ, ພ້ອມທັງເປັນການ ສະແດງໃຫ້ເຫັນເຖິງຜົນສຳເລັດ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ສະໄໝທີ XI ຂອງພັກ ໄດ້ ຢ່າງຮອບດ້ານ ເພື່ອປະກອບສ່ວນ ແລະ ສ້າງພື້ນຖານທີ່ໜັກແໜ້ນກ້າວ ເຂົ້າສູ່ການດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວໃຫ້ໄດ້ ຮັບຜົນສໍາເລັດຕາມຄາດໝາຍທີ່ ວ່າງໄວ້. ພາບ: ເກດສະໜາ ພັກປະຊາຊົນປະຕິວັດລາວ, ຄວາມ ໄວ້ວາງໃຈ ແລະ ບົດບາດຂອງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນັບມື້ໄດ້ຮັບການ ຍົກສູງໃນເວທີສາກົນ. ບັນດາຜົນ ສໍາເລັດດັ່ງກ່າວ, ສືບຕໍ່ຢືນຢັນຕໍ່ ແນວທາງອັນຖືກຕ້ອງ ແລະ ປະດິດ ສ້າງຂອງພັກປະຊາຊົນປະຕິວັດ ລາວ, ສະແດງໃຫ້ເຫັນເຖິງຄຸນ ທາດປະຕິວັດອັນກ້າແກ່ນ, ໝັ້ນ ຄົງຕໍ່ໜ້າທຸກຄວາມຫຍຸ້ງຍາກ, ສິ່ງ ທ້າທາຍ, ບຸກບືນຢ່າງບໍ່ຢຸດຢັ້ງ ເພື່ອ ເປົ້າໝາຍເອກະລາດແຫ່ງຊາດ, ສ້າງສາປະເທດຊາດໃຫ້ຮັ່ງມີເຂັ້ມ ແຂງ, ນໍາເອົາຄວາມຜາສຸກມາສູ່ ປະຊາຊົນ, ພ້ອມກັນນັ້ນ ກໍປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນພາລະກິດ ສັນຕິພາບ, ເອກະລາດແຫ່ງຊາດ, ປະຊາທິປະໄຕ ແລະ ກ້າວໜ້າທາງ ສັງຄົມຢູ່ໃນໂລກ. ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກປະຊາ ຊົນປະຕິວັດລາວ, ເປັນຂີດໝາຍ ແຫ່ງໄລຍະພັດທະນາໃໝ່ຂອງການ ປະຕິວັດລາວດ້ວຍການກໍານົດທິດ ບັນດາຍຸດທະສາດສໍາຄັນ, ຍູ້ແຮງ ຢ່າງຮອບດ້ານ, ພ້ອມພຽງຄົບຊຸດ ພາລະກິດປ່ຽນແປງໃໝ່, ເພີ່ມທະ ວີມະຫາສາມັກຄີທົ່ວປວງຊົນທັງ ຊາດ, ຮັບປະກັນສະຖຽນລະພາບ ການເມືອງ-ສັງຄົມ, ຊຸກຍູ້ແຮງການ ພັດທະນາເສດຖະກິດ-ສັງຄົມ, ຍົກ ສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນ, ກ້າວ ຂຶ້ນຢ່າງໜັກແໜ້ນຕາມເສັ້ນທາງ ສັງຄົມນິຍົມ. ໃນຖານະເປັນເພື່ອນມິດ, ເປັນ ສະຫາຍອ້າຍນ້ອງທີ່ສະໜິດສະໜົມ ຮ່ວມອຸດົມການປະຕິວັດ, ພັກ, ລັດ ແລະ ປະຊາຊົນຫວຽດນາມຍາມ ໃດກໍຄຽງບ່າຄຽງໄຫລ່ກັບພັກ, ລັດ ແລະ ປະຊາຊົນລາວໃນທຸກໆໄລຍະ ປະຫວັດສາດ. ພວກຂ້າພະເຈົ້າ ເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ ການນໍາພາອັນສະຫລາດສ່ອງໃສ ຂອງພັກປະຊາຊົນປະຕິວັດລາວ, ປະຊາຊົນລາວອ້າຍນ້ອງຈະສືບ ຕໍ່ຍາດໄດ້ບັນດາຜົນສໍາເລັດໃໝ່, ໃຫຍ່ຫລວງກວ່າເກົ່າ, ຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ໄດ້ຢ່າງມີໄຊ; ສ້າງສໍາເລັດຜົນປະ ເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ ແລະ ນັບມື້ນັບວັດທະນາຖາວອນ. ສາຍພົວພັນສາມັກຄີພິເສດ ຫວຽດນາມ-ລາວ ເປັນມໍລະດົກທີ່ ສັກກາລະບູຊາອັນລໍ້າຄ່າໂດຍແມ່ນ ປະທານ ໂຮ່ຈີ່ມິງ, ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ທີ່ ແສນເຄົາລົບຮັກ ແລະ ບັນດາຮຸ່ນ ການນໍາບັນພະບູລຸດຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ໄດ້ອອກແຮງເພີ່ມພູນຄູນສ້າງ, ປົກ ປັກຮັກສາ, ປະໄວ້ໃຫ້ຄົນຮຸ່ນປັດຈຸ ບັນ ແລະ ອະນາຄົດ. ສາຍພົວພັນ ດັ່ງກ່າວນີ້, ໄດ້ຮັບການຝຶກຝົນຫລໍ່ ຫລອມຜ່ານໄລຍະແຫ່ງສົງຄາມ ແລະ ສັນຕິພາບ, ເປັນຊັບສົມບັດ ລວມສັກສິດທີ່ສຸດຂອງສອງຊາດ, ມີລັກສະນະເປັນຕາຍຕໍ່ພາລະກິດ ປະຕິວັດຂອງແຕ່ລະປະເທດ. ການ ພົວພັນລະຫວ່າງສອງພັກ, ສອງ ລັດ ແລະ ປະຊາຊົນ ຫວຽດນາມລາວ ມີບົດບາດຍຸດທະສາດສໍາຄັນ, ຕັດສິນຕໍ່ພາລະກິດປົກປັກຮັກສາ ເອກະລາດແຫ່ງຊາດ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ, ສະ ຖຽນສະພາບທາງດ້ານການເມືອງ, ພັດທະນາເສດຖະກິດ-ສັງຄົມ ແລະ ກໍ່ສ້າງສັງຄົມນິຍົມຢູ່ແຕ່ລະປະເທດ. ພ້ອມດຽວກັນນັ້ນ, ປະກອບສ່ວນ ຢ່າງຕັ້ງໜ້າ, ມີຄວາມໝາຍເຂົ້າໃນ ການຮັກສາສັນຕິພາບ, ຄວາມໝັ້ນ ຄົງ, ຊຸກຍູ້ການຮ່ວມມືແລະ ການພັດ ທະນາຢູ່ໃນພາກພື້ນ ແລະ ໃນໂລກ. ປີ 2025 ເປັນຂີດໝາຍບາດ ກ້າວໜຶ່ງຂອງການພັດທະນາທີ່ມີ ລັກສະນະປະຫວັດສາດໃນການພົວ ພັນຂອງສອງປະເທດ, ເມື່ອສອງ ຝ່າຍເປັນເອກະພາບຍົກລະດັບ ແລະ ເຮັດໃຫ້ການພົວພັນ ຫວຽດນາມລາວ ເລິກເຊິ່ງຂຶ້ນສູ່ລະດັບສູງໃໝ່, ກາຍເປັນ “ມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ, ການ ຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນ ຍຸດທະສາດ”. ສິ່ງດັ່ງກ່າວສະແດງ ໃຫ້ເຫັນເຖິງຄວາມໄວ້ວາງໃຈທາງ ດ້ານການເມືອງຢ່າງເລິກເຊິ່ງ, ໝັ້ນ ຄົງລະຫວ່າງສອງພັກ, ສອງລັດ, ພ້ອມທັງຢືນຢັນເຖິງຄວາມຕັດສິນ ໃຈທາງດ້ານການເມືອງໃນລະດັບ ສູງສຸດຂອງການນໍາຂັ້ນສູງສອງ ປະເທດໃນການຍົກລະດັບການພົວ ພັນຫວຽດນາມ-ລາວ ຂຶ້ນສູ່ລະດັບ ສູງໃໝ່, ແທດເໝາະກັບສະຖານະ ການປະຫວັດສາດໃໝ່, ຕອບສະ ໜອງຄວາມປາຖະໜາອັນຍາວ ນານຂອງປະຊາຊົນສອງປະເທດ ແລະ ຄວາມຮຽກຮ້ອງຕ້ອງການ ຂອງຍຸດທະສາດໃນໄລຍະການ ພັດທະນາໃໝ່. ພັກ, ລັດ ແລະ ປະຊາຊົນຫວຽດນາມຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ຮ່ວມກັບພັກ, ລັດ ແລະ ປະຊາຊົນ ລາວປົກປັກຮັກສາ, ເສີມຂະຫຍາຍ ແລະ ຖ່າຍຖອດໃຫ້ບັນດາຄົນຮຸ່ນຕໍ່ໆ ໄປກ່ຽວກັບສາຍພົວພັນສາມັກຄີ ພິເສດ ຫວຽດນາມ-ລາວ, ລາວຫວຽດນາມ ຕະຫລອດໄປ. ເນື່ອງໃນໂອກາດອັນສະຫງ່າ ລາສີນີ້, ພວກຂ້າພະເຈົ້າຂໍສະແດງ ຄວາມຂອບໃຈຢ່າງຈິງໃຈ ແລະ ເລິກເຊິ່ງທີ່ສຸດຕໍ່ການສະໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ຫລວງ, ລໍ້າຄ່າ, ໝົດຈິດໝົດໃຈ ແລະ ມີປະສິດທິ ຜົນທີ່ພັກ, ລັດ ແລະ ປະຊາຊົນລາວ ອ້າຍນ້ອງໃຫ້ແກ່ພັກ, ລັດ ແລະ ປະຊາຊົນຫວຽດນາມ ໃນພາລະກິດ ຕໍ່ສູ້ປົດປ່ອຍຊາດ, ທ້ອນໂຮມປະ ເທດຊາດເປັນໜຶ່ງດຽວໃນເມື່ອ ກ່ອນ ກໍຄື ຮ່ວມຂະບວນການກັບ ຫວຽດນາມ ໃນການກ້າວເຂົ້າສູ່ສັງ ກາດໃໝ່, ສັງກາດແຫ່ງການບືນຕົວ ພັດທະນາຢ່າງເຂັ້ມແຂງ. ອວຍພອນ ໃຫ້ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວຈົ່ງປະສົບສໍາເລັດຜົນ ຢ່າງຈົບງາມ. ອວຍພອນໃຫ້ສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ຫວຽດນາມ-ລາວ ຈົ່ງ ຂຽວສົດງົດງາມ ແລະ ໝັ້ນຄົງຂະ ໜົງແກ່ນຊົ່ວກາລະນານ. ຂອງປະເທດລາວ. ນັບແຕ່ກອງ ປະຊຸມໃຫຍ່ ຄັ້ງທີ XI ເປັນຕົ້ນ ມາ, ສູນກາງພັກ ປປ ລາວ ໂດຍ ມີສະຫາຍ ທອງລຸນ ສີສຸລິດ ເປັນ ເລຂາທິການໃຫຍ່ ນັ້ນໄດ້ເພີ່ມທະວີ ການກໍ່ສ້າງພັກແລະ ປັບປຸງບົດບາດ ການນໍາພາຂອງພັກ, ນໍາພາ ແລະ ສາມັກຄີກັບປະຊາຊົນລາວບັນດາ ເຜົ່າຕັ້ງໜ້າສະແຫວງຫາເສັ້ນທາງ ການພັດທະນາສັງຄົມນິຍົມທີ່ສອດ ຄ່ອງກັບສະພາບຕົວຈິງຂອງປະ ເທດຕົນເອງ, ຊຸກຍູ້ການພັດທະນາ ພາລະກິດຂອງພັກ ແລະ ລັດ ໄດ້ ຮັບຜົນສໍາເລັດສໍາຄັນຈໍານວນ ຫລວງຫລາຍ, ຝ່າຍຈີນ ຕີລາຄາ ສູງ ແລະ ຮູ້ສຶກປິຕິຊົມຊື່ນນໍາຢ່າງ ຈິງໃຈ. ກອງປະຊຸມໃຫຍ່ຜູ້ແທນທົ່ວປະ ເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແມ່ນກອງປະຊຸມ ສຸດທີ່ມີຄວາມໝາຍສໍາຄັນ ແລະ ເປັນຂີດໝາຍໃຫ້ແກ່ຂະບວນການ ພັດທະນາພາລະກິດສັງຄົມນິຍົມ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ຈະພິຈາລະນາ ແລະ ຮັບຮອງເອົາ ໂຄງການການເມືອງ ສະບັບທີ III ຂອງພັກ ແລະ ເອກະສານສໍາຄັນ ຫລາຍສະບັບ ຊຶ່ງຈະວາງແຜນ ຍຸດທະສາດ ແລະ ປະກາດໃຊ້ມາດ ຕະການຕ່າງໆ ເພື່ອຊຸກຍູ້ການພັດ ທະນາພາລະກິດພັກ ແລະ ລັດ ໃນ ໄລຍະຕໍ່ໜ້າ, ຝ່າຍຈີນ ເຊື່ອໝັ້ນວ່າ ພາຍໃຕ້ການນຳພາອັນໜັກແໜ້ນ ຂອງພັກ ປປ ລາວ, ປະຊາຊົນ ລາວ ຈະບັນລຸເປົ້າໝາຍຕ່າງໆທີ່ ກອງປະຊຸມໃຫຍ່ຄັ້ງນີ້ວາງອອກ ຢ່າງແນ່ນອນ ເພື່ອຊຸກຍູ້ພາລະກິດ ສັງຄົມນິຍົມຂອງ ສປປ ລາວ ກ້າວ ເຂົ້າສູ່ໄລຍະການພັດທະນາໃໝ່. ປະເທດຈີນ ແລະ ປະເທດລາວ ລ້ວນແລ້ວແຕ່ເປັນປະເທດສັງຄົມ ນິຍົມທີ່ນໍາພາໂດຍພັກກອມມູນິດ. ພັກ ແລະ ລັດຖະບານຈີນ ຍາມໃດ ກໍຖືສໍາຄັນຕໍ່ສາຍພົວພັນລະຫວ່າງ ສອງພັກ, ສອງລັດ ຈີນ-ລາວ ຈາກ ມູມມອງຍຸດທະສາດໃນລະດັບສູງ ແລະ ຍາວໄກ. ໃນສະພາບການໃໝ່ ນີ້, ຝ່າຍຈີນ ຍິນດີຮ່ວມກັນກັບຝ່າຍ ລາວ ຖືເອົາຄວາມຮັບຮູ້ອັນສໍາຄັນ ທີ່ເປັນເອກະພາບກັນຂອງການນໍາ ສູງສຸດສອງພັກ, ສອງລັດ ເປັນທິດ ຊີ້ນໍາ, ເພີ່ມທະວີການປຶກສາຫາລື ທາງດ້ານຍຸດທະສາດ, ລົງເລິກ ການແລກປ່ຽນ ແລະ ການຮ່ວມມື ເຊິ່ງກັນ ແລະ ກັນ, ຊຸກຍູ້ການສ້າງ ຄູ່ຮ່ວມຊາຕາກຳ ຈີນ-ລາວ ຢ່າງ ຕັ້ງໜ້າ, ຊຸກຍູ້ສາຍພົວພັນຄູ່ຮ່ວມມື ຍຸດທະສາດຮອບດ້ານລະຫວ່າງ ຈີນ-ລາວ ໃຫ້ມີການພັດທະນາ ຢ່າງຕໍ່ເນື່ອງ ແລະ ໝັ້ນທ່ຽງ, ສ້າງ ຄວາມຜາສຸກໃຫ້ແກ່ປະຊາຊົນສອງ ຊາດ ແລະ ປະກອບສ່ວນຢ່າງຕັ້ງ ໜ້າອັນໃໝ່ ໃຫ້ແກ່ພາລະກິດສັນຕິ ພາບ, ການພັດທະນາ ແລະ ຄວາມ ກ້າວໜ້າຂອງໂລກ. ຂໍອວຍພອນໃຫ້ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກປະຊາຊົນປະຕິວັດລາວ ຈົ່ງປະ ສົບຜົນສໍາເລັດຢ່າງຈົບງາມ.
RkJQdWJsaXNoZXIy MTc3MTYxMQ==