7188

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 05/01/2026 glf4tdy f{la '7q , ໂດຍ: ແດງສະຫວັດ ແສນພານິດັິ 7e,j ;o 9a fdy f9tde 4k,{8v[ ;y mtpklkf 0v'oa dIPo-A o,a fmtpq ,lb dlk ໂດຍ ລູກດອນກະເດັນູັ 7;k,Ia [zy f-v[8+ 7j kmeoP,lkomk'crj ' ຂປລ. ການຂໍອຸທອນຄໍາຕັດສິນ ໃນມາດຕາ 40 (ປັບປຸງ) ຂອງ ກົດໝາຍສະບັບນີ້ໄດ້ລະບຸວ່າ: ການ ຂໍລົບລ້າງ ແລະ ການຂໍຮື້ຟື້ນຄະດີ ແພ່ງ ແລະ ການຮ້ອງຟ້ອງ ເພື່ອຂໍ ປ່ຽນແປງ ຫລື ຍົກເລີກສັນຍາ ຕາມ ທີ່ໄດ້ກຳນົດໄວ້ໃນມາດຕາ 37 ຂໍ້ 4 ຂອງກົດໝາຍສະບັບນີ້ ໃຫ້ປະຕິບັດ ດັ່ງນີ້:1. ຄ່າຂໍອຸທອນຄໍາຕັດສິນ ໃຫ້ ເກັບ 50.000 ກີບ; 2. ຄ່າຂໍລົບ ລ້າງ ໃຫ້ເກັບ 80.000 ກີບ; 3. ດາຂໍຮື້ຟື້ນຄະດີ ໃຫ້ເກັບ 100.000 ກີບ. ສໍາລັບການຂໍອຸທອນຄໍາຕັດ ສິນ, ການຂໍລົບລ້າງ ແລະ ການ ຂໍໍຮື້ຟື້ນຄະດີກ່ຽວກັບຄະດີຜົວເມຍ, ການຮ້ອງຟ້ອງ ເພື່ອຂໍຢ່າຮ້າງກັບ ບຸກຄົນທີ່ຖືກຮັບຮູ້ວ່າເປັນຜູ້ຫາຍ ສາບສູນ ຫລື ບຸກຄົນທີ່ບໍ່ມີຄວາມ ສາມາດທາງດ້ານການປະພຶດ ຫລື ບຸກຄົນທີ່ຖືກສານຕັດສິນລົງໂທດ ຕັດອິດສະລະພາບແຕ່ ຫ້າປີ ຂຶ້ນໄປ ຕາມທີ່ໄດ້ກໍານົດໄວ້ໃນມາດຕາ 37 ຂໍ້ 2 ແລະ ຂໍ້ 3 ໃຫ້ປະຕິບັດ ດັ່ງນີ້: 1. ຄ່າຂໍອຸທອນຄໍາຕັດສິນ ໃຫ້ ເກັບ 20.000 ກີບ; 2. ຄ່າຂໍລົບລ້າງ ໃຫ້ເກັບ 30.000 ກີບ; 3. ຄ່າຂໍຮື້ຟື້ນຄະດີ ໃຫ້ເກັບ 50.000 ກີບ. ມາດຕາ 41 (ປັບປຸງ) ການຍົກ ຂປລ. ກິດຈະກໍາແຂ່ງຂັນຖາມ- ຕອບ ວິທະຍາສາດ ຂອງນັກຮຽນ ຊັ້ນມັດທະຍົມສຶກສາ ທົ່ວເມືອງ ທ່າແຂກ ແຂວງຄຳມ່ວນ ກ່ຽວກັບ ຄວາມຮູ້ທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ທີ່ສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມ ການ ພັດທະນາປະເທດຊາດ ໃນຍຸກສະ ໄໝໃໝ່,ຈັດຂຶ້ນທີ່ໂຮງຮຽນ ມ ປາຍ ທ່າແຂກ ໂດຍການເປັນປະທານ ຂອງທ່ານ ສັກປະດິດ ແກ້ວມະນີ ອຳນວຍການໂຮງຮຽນ ມ ປາຍ ທ່າແຂກ, ມີຄະນະກຳມະການສອບ ເສັງ, ພາກສ່ວນຕ່າງໆທີ່ກ່ຽວຂ້ອງ, ອໍານວຍການໂຮງຮຽນ, ພະນັກ ງານ ຄູ-ອາຈານ ແລະ ນ້ອງນັກ ຮຽນເຂົ້າຮ່ວມ. ກິດຈະກຳດັ່ງກ່າວເພື່ອແນໃສ່ ສົ່ງເສີມທັກສະການຮຽນຮູ້ ແລະ ປຸກລະດົມຫົວຄິດປະດິດສ້າງ, ກະ ຕຸ້ນໃຫ້ນັກຮຽນມີຄວາມສົນໃຈ ແລະ ມັກຮັກໃນການຄົ້ນຄວ້າ ວິຊາ ວິທະຍາສາດ ທຳມະຊາດ-ສັງຄົມ ແລະ ເຕັກໂນໂລຊີ ຫລາຍຂຶ້ນ, ສ້າງ ເວທີໃຫ້ນັກຮຽນໄດ້ສະແດງອອກ ທາງດ້ານຄວາມຮູ້, ຄວາມສາ ມາດ, ສະຕິປັນຍາ, ໄຫວພິບ, ຝຶກ ທັກສະການຄິດ ເພື່ອໃຫ້ນັກຮຽນ ໄດ້ຝຶກການຄິດ-ວິເຄາະ, ການແກ້ ໄຂບັນຫາ, ການເຮັດວຽກເປັນທີມ ແລະ ສ້າງຄວາມກ້າຫານໃນການ ສະແດງອອກທາງດ້ານສະຕິປັນ ຍາ, ສ້າງຄວາມສາມັກຄີ, ເປັນ ເວທີແລກປ່ຽນປະສົບການ ແລະ ບົດຮຽນ ລະຫວ່າງ ໂຮງຮຽນມັດ ທະຍົມສຶກສາ ພາຍໃນກຸ່ມໂຮງຮຽນ ທັງພາກລັດ ແລະ ເອກະຊົນ ພ້ອມ ທັງຍົກລະດັບຄຸນນະພາບການສຶກ ສາພາຍໃນແຂວງ ໃຫ້ທຽບເທົ່າກັບ ມາດຕະຖານສາກົນໃນຍຸກດີຈິຕອນ ຊຶ່ງການແຂ່ງຂັນຄັ້ງນີ້ ມີນັກຮຽນ ມາຈາກ 16 ໂຮງຮຽນ ຂອງພາກ ລັດ ແລະ ເອກະຊົນ ອ້ອມຂ້າງເທ ສະບານເມືອງທ່າແຂກເຂົ້າຮ່ວມ ທັງໝົດ 96 ຄົນ ແລະ ດຳເນີນໄປ ດ້ວຍບັນຍາກາດອັນຟົດຟື້ນເບີກ ບານມ່ວນຊື່ນ ໃນທ່າມກາງຂອງ ຜູ້ຊົມ ແລະ ກອງເຊີຍຈາກໂຮງ ຮຽນຕ່າງໆ. ຜ່ານການແຂ່ງຂັນ ໂຮງຮຽນທີ່ໄດ້ອັນດັບທີ 1 ແມ່ນ ໂຮງຮຽນສາມັນ ມິດຕະພາບ ຄໍາ ມ່ວນ-ກວາງບິ່ງ ໄດ້ຮັບລາງວັນເງິນ ສົດ 3 ລ້ານກີບ, ອັນດັບທີ 2 ແມ່ນ ໂຮງຮຽນກິນນອນສາມັນຊົນເຜົ່າ ໄດ້ຮັບລາງວັນເງິນສົດ 2 ລ້ານກີບ, ອັນດັບທີ 3 ໂຮງຮຽນ ມ ປາຍ ທ່າແຂກ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ອັນດັບທີ 4 ແມ່ນ ໂຮງຮຽນ ມຕ ຈອມແຈ້ງ ໄດ້ຮັບ ລາງວັນເງິນສົດ 500.000 ກີບ. ທ່ານ ສັກປະດິດ ແກ້ວມະນີ ໄດ້ ກ່າວວ່າ: ງານແຂ່ງຂັນຄັ້ງນີ້ ບໍ່ ພຽງແຕ່ຊອກຫາຜູ້ຊະນະເລີດເທົ່າ ນັ້ນ, ແຕ່ເປົ້າໝາຍຫລັກໆແມ່ນ ເພື່ອໃຫ້ລູກຫລານ ກາຍເປັນນັກຄິດ ແລະ ນັກພັດທະນາໃນອະນາຄົດ ເນື່ອງຈາກວ່າວິທະຍາສາດ ສອນ ໃຫ້ພວກເຮົາຮູ້ຈັກສັງເກດ, ວິເຄາະ ແລະ ແກ້ໄຂບັນຫາຢ່າງມີເຫດ-ຜົນ ພ້ອມທັງໃຫ້ລູກຫລານນັກຮຽນ ໄດ້ແລກປ່ຽນບົດຮຽນ, ສ້າງມິດ ຕະພາບ ແລະ ກະຕຸ້ນຄວາມຄິດ ສ້າງສັນ ເພື່ອກາຍເປັນບຸກຄະລາ ກອນທີ່ມີຄຸນນະພາບຂອງຊາດໃນ ອະນາຄົດ, ຄືຕົວແທນທີ່ເກັ່ງກ້າ ແລະ ເປັນຄວາມຫວັງຂອງໂຮງ ຮຽນ ໃຫ້ນັກຮຽນຖືເອົາການແຂ່ງ ຂັນຄັ້ງນີ້ເປັນບົດຮຽນອັນລໍ້າຄ່າ, ໃຊ້ໄຫວພິບ ແລະ ສະຕິປັນຍາຢ່າງ ເຕັມສ່ວນ ພາຍໃຕ້ກົດລະບຽບ ແລະ ຄວາມມີນໍ້າໃຈນັກກິລາ ດັ່ງ ຄຳຂວັນທີ່ວ່າ “ການຮຽນຮູ້ບໍ່ມີມື້ ສິ້ນສຸດ”, ຜົນການແຂ່ງຂັນຈະເປັນ ແນວໃດກໍຕາມ, ຄວາມຮູ້ ທີ່ໄດ້ຮັບ ໃນມື້ນີ້ ຈະເປັນພື້ນຖານທີ່ດີໃຫ້ແກ່ ອະນາຄົດ. ເວັ້ນຄ່າທໍານຽມຂອງຜູ້ເສຍຄະດີ ຕາມຄໍາຕັດສີນຂອງສານທີ່ໃຊ້ໄດ້ ຢ່າງເດັດຂາດ ແລະ ຄ່າຂໍອຸທອນ ໃນຄະດີແພ່ງການຮ້ອງຟ້ອງທາງ ເເພ່ງ ຕາມທີ່ໄດ້ກໍານົດໄວ້ໃນມາດ ຕາ 42 ຂອງກົດໝາຍສະບັບນີ້ ຈະ ໄດ້ຮັບການຍົກເວັ້ນການຈ່າຍຄ່າ ທໍານຽມຂອງຜູ້ເສຍຄະດີ ຕາມຄໍາ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດ ແລະ ຄໍາຂໍອຸທອນສະເພາະ ແຕ່ຜູ້ຮ້ອງຟ້ອງ, ອົງການຈັດຕັ້ງລັດ ທີ່ຖືກຮ້ອງຟ້ອງໃນຄະດີປົກຄອງ ທີ່ເສຍຄະດີເທົ່ານັ້ນ. ສໍາລັບ ຜູ້ຖືກ ຮ້ອງຟ້ອງທີ່ເສຍຄະດີ ຈະບໍ່ໄດ້ຮັບ ການຍົກເວັ້ນ ແລະ ຕ້ອງໄດ້ປະຕິບັດ ຕາມມາດຕາ 37 ຂໍ້ 1 ແລະ ມາດຕາ 40 ວັກທີໜຶ່ງ ຂອງກົດໝາຍສະບັບ ນີ້ ໃນກໍລະນີທີ່ຜູ້ກ່ຽວຫາກຮ້ອງຂໍ ອຸທອນຄະດີນັ້ນ. ມາດຕາ 42 ການຍົກເວັ້ນຄ່າ ທໍານຽມສານທາງແພ່ງ: ການຮ້ອງ ຟ້ອງ ທີ່ຍົກເວັ້ນຄ່າທໍານຽມສານ ທາງແພ່ງ ຄືຄ່າທໍານຽມຂອງຜູ້ເສຍ ຄະດີ ຕາມຄໍາຕັດສີນຂອງສານທີ່ ໃຊ້ໄດ້ຢ່າງເດັດຂາດ ແລະ ຄ່າຂໍອຸ ທອນໃນຄະດີແພ່ງ ມີດັ່ງນີ້: 1. ການຮ້ອງຟ້ອງເອົາຄ່າແຮງ ງານ ຫລື ການຮ້ອງຂໍອື່ນ ທີ່ເນື່ອງ ມາຈາກສາຍພົວພັນແຮງງານ; 2. ການຮ້ອງຟ້ອງເອົາຄ່າ ລ້ຽງດູ; 3. ການຮ້ອງຟ້ອງເອົາການໃຊ້ ແທນຄ່າເສຍຫາຍ ທີ່ເນື່ອງມາຈາກ ການເສຍອົງຄະ ຫລື ສຸຂະພາບ ຫລື ການເສຍຊີວິດ; 4. ການຮ້ອງຟ້ອງເອົາການໃຊ້ ແທນຄ່າເສຍຫາຍ ທີ່ເນື່ອງມາຈາກ ການກະທໍາຜິດທາງອາຍາ; 5. ການຮ້ອງຟ້ອງເອົາເງິນ ອຸດໜູນ ຫລື ເງິນບໍານານ ທີ່ຈ່າຍ ບໍ່ຖືກຕ້ອງ; 6. ການຮ້ອງຟ້ອງຂອງອົງການ ໄອຍະການປະຊາຊົນ, ອົງການບໍລິ ຫານລັດ, ແນວລາວສ້າງຊາດ, ສະ ຫະພັນນັກຮົບເກົ່າ, ອົງການຈັດຕັ້ງ ມະຫາຊົນ, ອົງການຈັດຕັ້ງສັງຄົມ ເພື່ອປົກປ້ອງສິດແລະ ຜົນປະໂຫຍດ ອັນຊອບທໍາຂອງບຸກຄົນອື່ນ; 7. ການຮ້ອງຟ້ອງຂອງອົງການ ການເງິນຂອງລັດ; 8. ການຮ້ອງຟ້ອງຂອງອົງການ ບໍລິຫານລັດ, ພະນັກງານ ຫລື ບຸກ ຄົນ ທີ່ເນື່ອງມາຈາກສາຍພົວພັນ ທາງດ້ານບໍລິຫານ. ການຍົກເວັ້ນດັ່ງກ່າວ ໃຫ້ປະຕິ ບັດຕໍ່ຜູ້ຮ້ອງຟ້ອງທີ່ເສຍຄະດີ ຫລື ອົງການລັດທີ່ຖືກຮ້ອງຟ້ອງໃນຄະ ດີ ປົກຄອງ ທີ່ເສຍຄະດີເທົ່ານັ້ນ. ສໍາ ລັບຜູ້ຖືກຮ້ອງຟ້ອງທີ່ເສຍຄະດີນັ້ນ ຈະບໍ່ໄດ້ຮັບການຍົກເວັ້ນ. ມາດຕາ 43 (ປັບປຸງ) ພັນທະ ໃນການໃຊ້ແທນຄ່າທໍານຽມສານ ທາງແພ່ງ: ຝ່າຍທີ່ເສຍຄະດີຕ້ອງ ໃຊ້ແທນຄ່າໃຊ້ຈ່າຍຕ່າງໆ ໃນການ ດໍາເນີນຄະດີ ໃຫ້ແກ່ຝ່າຍທີ່ຊະນະ ຄະດີ ເເລະ ຈ່າຍຄ່າທໍານຽມຂອງຜູ້ ເສຍຄະດີ ຕາມຄໍາຕັດສິນຂອງສານ ທີ່ໃຊ້ໄດ້ຢ່າງເດັດຂາດ. ຖ້າການຮ້ອງຟ້ອງ ຫາກຖືກ ສານຕັດສີນໃຫ້ໂຈດໄດ້ສ່ວນໃດ ສ່ວນໜຶ່ງ, ຈໍາເລີຍຕ້ອງຈ່າຍຄ່າ ທໍານຽມຂອງຜູ້ເສຍຄະດີ ຕາມຄໍາ ຕັດສິນຂອງສານທີ່ໃຊ້ໄດ້ຢ່າງເດັດ ຂາດ ຕາມສ່ວນທີ່ສານໄດ້ຕັດສີນ ໃຫ້ໂຈດນັ້ນ. ສ່ວນຄ່າທໍານຽມຂອງ ຜູ້ເສຍຄະດີ ຕາມຄໍາຕັດສິນຂອງ ສານທີ່ໃຊ້ໄດ້ຢ່າງເດັດຂາດທີ່ເຫລືອ ນັ້ນໃຫ້ໂຈດເປັນຜູ້ຈ່າຍ. ຖ້າການ ຟ້ອງແຍ່ງ ຫາກຖືກສານຕັດສີນໃຫ້ ຈໍາເລີຍໄດ້ສ່ວນໃດສ່ວນໜຶ່ງ ຕາມ ການຟ້ອງແຍ່ງ, ໂຈດຕ້ອງຈ່າຍ ຄ່າທໍານຽມຂອງຜູ້ເສຍຄະດີ ຕາມ ຄໍາຕັດສີນຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດ ຕາມສ່ວນທີ່ສານຕັດສີນ ໃຫ້ຈໍາເລີຍນັ້ນ. ສ່ວນຄ່າທໍານຽມ ຂອງຜູ້ເສຍຄະດີຕາມຄໍາຕັດສີນ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ທີ່ເຫລືອນັ້ນ ໃຫ້ຈໍາເລີຍເປັນຜູ້ຈ່າຍ. ໃນກໍລະນີທີ່ອົງການໄອຍະການ ປະຊາຊົນ, ອົງການບໍລິຫານລັດ, ແນວລາວສ້າງຊາດ, ສະຫະພັນ ນັກຮົບເກົ່າ, ອົງການຈັດຕັ້ງມະຫາ ຊົນ, ອົງການຈັດຕັ້ງສັງຄົມ ເປັນຜູ້ ຮ້ອງຟ້ອງ ເພື່ອປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທໍາຂອງບຸກ ຄົນອື່ນ ເມື່ອສານຫາກຕັດສິນຍົກ ເລີກຄໍາຮ້ອງຟ້ອງທັງໝົດ, ຈໍາ ເລີຍຈະໄດ້ຮັບການໃຊ້ແທນຄືນ ລາຍຈ່າຍ ຊຶ່ງຜູ້ກ່ຽວໄດ້ຈ່າຍໃນ ການດໍາເນີນຄະດີ ໂດຍຄິດໄລ່ເອົາ ຈາກພາກສ່ວນທີ່ຮ້ອງຟ້ອງນັ້ນ. ມາດຕາ 44 (ປັບປຸງ) ຜູ້ຮັບ ຜິດຊອບເກັບຄ່າທໍານຽມສານທາງ ແພ່ງ: ພະນັກງານຂອງສານແຕ່ລະ ຂັ້ນ ເປັນຜູ້ຮັບຜິດຊອບເກັບຄ່າທໍາ ນຽມສານ ຕາມທີ່ໄດ້ກໍານົດໄວ້ໃນ ມາດຕາ 9, ມາດຕາ 10, ມາດຕາ 11, ມາດຕາ 12 ແລະ ມາດຕາ 13 ຂອງກົດໝາຍສະບັບນີ້. ພະນັກ ງານປະຕິບັດຄໍາຕັດສິນຂອງສານ ເປັນຜູ້ຮັບຜິດຊອບເກັບຄ່າທໍານຽມ ຂອງຜູ້ເສຍຄະດີ ຕາມຄຳຕັດສິນ ຂອງສານທີ່ໃຊ້ໄດ້ຢ່າງເດັດຂາດ ແລະ ຄ່າໃຊ້ຈ່າຍອື່ນໆ ຕາມການ ຕົກລົງຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດ. ພາຍຫລັງ ເກັບຄ່າທຳນຽມ ສານທີ່ຕ້ອງມອບເຂົ້າງົບປະມານ ແຫ່ງລັດສຳເລັດແລ້ວ ຕ້ອງມອບ ເຂົ້າງົບປະມານແຫ່ງລັດຢ່າງຖືກ ຕ້ອງ, ຄົບຖ້ວນ ແລະ ທັນຕາມກຳ ນົດເວລາ ຊຶ່ງຕ້ອງມີໃບເກັບເງິນ ອາກອນສາມສະບັບ; ໃນນີ້ ໜຶ່ງ ສະບັບມອບໃຫ້ຜູ້ມອບເງິນ, ໜຶ່ງ ສະບັບເອົາໄວ້ນຳຜູ້ຮັບເງິນ ແລະ ອີກໜຶ່ງສະບັບສຳເນົາໄວ້. (ພໍ້ກັນໃໝ່ໃນສະບັບໜ້າ) * ສັງກາດໄຂເກື່ອນກ້ອງ ສິດທິໂຊກຊົງໄຊ ພວງມາໄລຍໍຍົກ ຍື່ນຖວາຍຖະຫວາຍນ້ອມ ພັກປະຊາຊົນກ້າ ມີເດຊາບົດບາດໃໝ່ ເຮືອງສົດໃສຮຸ່ງເຫລື້ອມ ເມືອງບ້ານພັດທະນາ ມີບັນຫາຍາກຫຍຸ້ງ ຄຸງເຄີກຄາຕິດ ຄິດແກ້ໄຂທັນການ ວ່ອງໄວວາຟ້າວ ຄວາມສະຖາພອນໝັ້ນ ຈະເລີນສີເຮືອງຮຸ່ງ ຕາມທິດຕາມພັກມຸ້ງ ໝາຍໝັ້ນບ່ອນວິໄລ ເສດຖະກິດກໍແມ່ນໄດ້ ເຕີບໃຫຍ່ຂະຫຍາຍຕົວ ວັດທະນະທຳ-ສັງຄົມ ຄ່ອງຄວນຈະເລີນກ້າວ ສັນຕິສຸກ-ສັນຕິສ້າງ ຕາມທາງທີ່ຖືກປ່ອງ ລ່ອງຕາມແນວເພິ່ນວ່າໄວ້ ໄຊກ້າຈັ່ງແລ່ນມາ ຊາວປະຊາພີ່ນ້ອງ ປອງດອງຄ່ອງສາມັກຄີ ມີມະໂນສຳນຶກ ຮັກແດນດິນບ້ານ ສ້າງສະຖານແຖວເຫງົ້າ ພູມລຳເນົາງາມສະຫງ່າ ສະດວກຈັບຈ່າຍຄ້າ ການໄປມາແມ່ນຟ້າວ ຫັນຫ້າວເມື່ອຍບໍ່ເປັນ ຕາມທິດທາງເພິ່ນເນັ້ນ ສອດຄ່ອງແລເຫັນ ເວັນ ແລະ ຄືນສັນຕິສຸກ ມ່ວນສະໜຸກສະໜານແມ້ງ ແຍງລູກຫລານເຫລັນນ້ອຍ ພອຍຮຽນຮອນຮໍ່າ ນຳຕາມຮອຍພັກຊີ້ ມີຊີວິີດີເທື່ອກ້າວ ລາວຊິໂປ້ບາດເມື່ອປາຍ ແທ້ນາ. “ cfj ra dxt-k-q o xt8y ;a f]k;” (ຂ່ໍານັບຊົມເຊີຍກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ)່ໍ າັ ບົ ມີ ຍຸ ມ່ ັ້ງີ ັ ກ

RkJQdWJsaXNoZXIy MTc3MTYxMQ==