7188

05/01/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ກອງປະຊຸມໃຫຍ່ຜູ້ແທນ...ຸູ່້ ທ່ານ ພັທ ວິລັດ ລາສີຈັນ ຫົວໜ້າ ຫ້ອງການ ປກສ ເມືອງໄຊທານີ ລາຍງານໃຫ້ຮູ້ໃນກອງປະຊຸມເຜີຍ ແຜ່ແຜນປ້ອງກັນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງ ພັກ ແລະ ແຜນປ້ອງກັນພິທີປະກາດ ສ້າງຕັ້ງຕາແສງຊ້າງມີໄຊ ເມືອງ ໄຊທານີ ນະຄອນຫລວງວຽງຈັນ ໃນວັນທີ 30 ທັນວາ 2025 ນີ້ວ່າ: ເພື່ອເຮັດໃຫ້ບັ້ນດຳເນີນກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກ ທີ່ຈະຈັດຂຶ້ນດຳເນີນໄປ ດ້ວຍຜົນສຳເລັດກອງບັນຊາການ ປ້ອງກັນຄວາມສະຫງົບ ເມືອງໄຊ ທານີ ໄດ້ສ້າງແຜນປ້ອງກັນ, ກໍານົດ ຈຸດປ້ອງກັນ ເພື່ອບັນຈຸ, ສັບຊ້ອນ ນາຍ ແລະ ພົນຕໍາຫລວດ ເຂົ້າປະຕິ ບັດໜ້າທີ່ເປັນຕົ້ນສະຖານທີ່ປະຊຸມ, ສະຖານທີ່ຄະນະຜູ້ແທນກອງປະຊຸມ ພັກເຊົາ, ດ່ານເຂົ້າ-ອອກເມືອງໄຊ ທານີ ແລະ ບັນດາຈຸດຫລໍ່ແຫລມ ທີ່ອາດຈະເກີດຄວາມບໍ່ສະຫງົບ. ນອກນີ້, ບັນດາຫ້ອງການ ປກສ ບໍລິການປະຊາຊົນໄດ້ສົມທົບກັບ ອໍານາດການປົກຄອງບ້ານ ລົງເຮັດ ບົດບັນທຶກສັນຍາປ້ອງກັນຄວາມ ສະຫງົບຄອບຄົວ, ບັນດາຫົວໜ່ວຍ ທຸລະກິດ, ໂຮງຈັກ-ໂຮງງານ, ເຮືອນພັກ ພ້ອມທັງອອກກວດກາ ສາລະເວ, ເກັບກໍາສະພາບການ ຕ່າງໆຕາມຂອບເຂດຄວາມຮັບຜິດ ຊອບຂອງຕົນ ເພື່ອຮັບປະກັນຄວາມ ເປັນລະບຽບຮຽບຮ້ອງຍໍ, ຄວາມສະ ຫງົບ-ປອດໄພ. ທ່ານ ພັທ ວຽງຄໍາ ຈັນທະວົງສາ ຫົວໜ້າກອງບັນຊາການປກສເມືອງ ໄຊທານີ ໄດ້ຮຽກຮ້ອງໃຫ້ບັນດາ ຫົວໜ້າຈຸດປ້ອງກັນ, ນາຍ ແລະ ພົນ ຕໍາຫລວດທີ່ຖືກບັນຈຸ, ສັບຊ້ອນເຂົ້າ ໃນການປ້ອງກັນຄັ້ງນີ້ໃຫ້ສຸມທຸກ ເຫື່ອແຮງ, ສະຕິປັນຍາ ແລະ ຍົກ ສູງຄວາມຮັບຜິດຊອບ, ຍົກສູງສະ ຕິລະວັງຕົວ, ມີຄວາມອົດຜ່ານຜ່າ ທຸກໆອຸປະສັກ, ປຸກລະດົມຂົນຂວາຍ ອໍານາດການປົກຄອງ ໂດຍຜ່ານໂທ ລະໂຄ່ງຂອງແຕ່ລະບ້ານ ຮັບປະກັນ ບໍ່ໃຫ້ມີເຫດການ ແລະ ສຽງແຕກ ທີ່ຮ້າຍແຮງເກີດຂຶ້ນທັງຮັບປະກັນ ການເຂົ້າ-ອອກເມືອງໄຊທານີ ໃຫ້ ມີຄວາມສະຫງົບ-ປອດໄພ 100%. ຂໍ້ມູນ-ພາບ: ຈັນດີ ສຳເລັດການຝຶກອົບຮົມ...ັຶົົ ສະຫລຸບການຈັດຕັ້ງປະຕິບັດ...ຸັັ້ິັ ຂປລ. ກອງບັນຊາການ ປກສ ເມືອງໄຊທານີ ຈະສຸມໃສ່ຈັດຕັ້ງ ປະຕິບັດວຽກງານວິຊາສະເພາະ ເພື່ອປ້ອງກັນບັ້ນດໍາເນີນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ໃຫ້ມີຄວາມສະຫງົບ, ເປັນ ລະບຽບຮຽບຮ້ອຍ ແລະ ມີຄວາມ ປອດໄພ. ປັດຈຸບັນໄດ້ສ້າງແຜນ ປ້ອງກັນ, ກໍານົດຈຸດປ້ອງກັນ ເພື່ອ ບັນຈຸ, ສັບຊ້ອນນາຍ ແລະ ພົນຕໍາ ຫລວດເຂົ້າປະຕິບັດໜ້າທີ່ຢູ່ແຕ່ລະ ຈຸດ ເພື່ອເຮັດໃຫ້ບັນດຳເນີນກອງ ປະຊຸມໃຫຍ່ ຄັ້ງທີ XII ຂອງພັກທີ່ ຈະຈັດຂຶ້ນໃນມໍ່ໆມານີ້ ໃຫ້ບັນລຸຕາມ ຈຸດປະສົງ ແລະ ລະດັບຄາດໝາຍທີ່ ວາງໄວ້. ຢູ່ນະຄອນຫລວງວຽງຈັນ ໂດຍ ມີ ທ່ານ ອຸທິດ ທິບມະນີ ຮອງຜູ້ ອໍານວຍການສະຖາບັນຄົ້ນຄວ້າ ວິທະຍາສາດການສຶກສາກະຊວງ ສຶກສາທິການ ແລະ ກິລາ, ທ່ານ ເຈິ່ນ ຮຸຍ ຮ່ວາງ ຮອງຜູ້ອໍານວຍການ ສະຖາບັນຄົ້ນຄວ້າວິທະຍາສາດ ການສຶກສາຫວຽດນາມ, ທ່ານ ໄມ ແລະ ສິ່ງແວດລ້ອມແຂວງທີ່ນອນ ຢູ່ໃນເປົ້າໝາຍຂອງໂຄງການຄື: ແຂວງຜົ້ງສາລີ, ອຸດົມໄຊ, ຫລວງ ພະບາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ວິລະສັກ ຈູນດາຣາ ໄດ້ ໃຫ້ຮູ້ວ່າ: ໂຄງການດັ່ງກ່າວ, ໄດ້ ລິເລີ່ມໃນປີ 2017 ເປັນຕົ້ນມາ, ເປັນໂຄງການໜຶ່ງທີ່ໄດ້ຮັບເງິນ ກູ້ຢືມຈາກທະນາຄານໂລກ 10 ລ້ານໂດລາສະຫະລັດ ແລະ ຈັດຕັ້ງ ປະຕິບັດຢູ່ບັນດາເມືອງພາຍໃນ ແຂວງຜົ້ງສາລີ, ອຸດົມໄຊ ແລະ ແຂວງຫລວງພະບາງ ໂດຍມີຈຸດ ປະສົງເພື່ອປ້ອງກັນ ແລະ ຫລຸດ ຜ່ອນຜົນເສຍຫາຍທີ່ຈະເກີດຂຶ້ນຈາກ ໄພພິບັດທາງທຳມະຊາດ. ໂຄງການ ນີ້, ຍັງໄດ້ເອົາໃຈໃສ່ໃນການຍົກລະ ດັບ, ພັດທະນາໃຫ້ວຽກງານອຸຕຸນິ ຍົມ ແລະ ອຸທົກກະສາດມີໃບໜ້າໃໝ່ ແລະ ຕອບສະໜອງຂໍ້ມູນໃຫ້ແກ່ ສັງຄົມໄດ້ຢ່າງທັນການເປັນຕົ້ນໄດ້ ຕິດຕັ້ງອຸປະກອນອຸຕຸນິຍົມ ແລະ ອຸ ທົກກະສາດຢູ່ແຂວງຜົ້ງສາລີ, ອຸດົມ ໄຊ ແລະ ແຂວງຫລວງພະບາງ 35 xdl g,n v'w-mkou 9tl5 ,.lj xh v'da odv'xt-5 ,.spj 7A 'mu XII 0v'ra d .sh ,u 7;k,lts'[q {xvfwr ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຈະຈັດຂຶ້ນ ໃນລະຫວ່າງວັນທີ 6-8 ມັງກອນ 2026, ຢູ່ນະຄອນຫລວງວຽງຈັນ ພາຍໃຕ້ຄໍາຂວັນ: “ຍົກສູງບົດບາດ ການນຳພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ, ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນໃຫ້ ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະໄດ້ພ້ອມກັນຄົ້ນຄວ້າພິຈາ ລະນາ, ຮັບຮອງເອົາຫລາຍບັນຫາ ສຳຄັນ ໂດຍສະເພາະຈະໄດ້ດໍາເນີນ ການເລືອກຕັ້ງເອົາຄະນະບໍລິຫານ ງານສູນກາງພັກ ຊຸດໃໝ່ ໂດຍຈະ ມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ເປັນ ຕົວແທນໃຫ້ແກ່ສະມາຊິກພັກທົ່ວ ປະເທດ 421.865 ສະຫາຍ. ສະຫາຍ ກິແກ້ວ ໄຂຄຳພິທູນ ກໍາມະການກົມການເມືອງສູນກາງ ພັກ, ຫົວໜ້າກອງເລຂາກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນປະຕິວັດລາວ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນ ກ່ຽວກັບການຈັດກອງປະຊຸມດັ່ງ ກ່າວ, ໃນວັນທີ 4 ມັງກອນ 2026 ນີ້ວ່າ: ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນປະຕິວັດລາວ ຈະໄດ້ໄຂ ຂຶ້ນຢ່າງເປັນທາງການໃນວັນທີ 6 ມັງກອນ 2026 ແລະ ຈະດໍາ ເນີນໄປຈົນເຖິງວັນທີ 8 ມັງກອນ 2026 ຢູ່ນະຄອນຫລວງວຽງຈັນ ໂດຍມີຜູ້ແທນເຂົ້າຮ່ວມທັງໝົດ 834 ສະຫາຍ, ຍິງ 123 ສະຫາຍ ທີ່ ເປັນຕົວແທນໃຫ້ແກ່ສະມາຊິກພັກ ທົ່ວປະເທດ 421.865 ສະຫາຍ, ຜູ້ແທນກອງປະຊຸມໃຫຍ່ ແມ່ນ ຮັບປະກັນທາງດ້ານໂຄງປະກອບ, ມີຄຸນນະພາບ, ມີມາດຕະຖານ ແລະ ເງື່ອນໄຂຖືກຕ້ອງຄົບຖ້ວນ, ເປັນຕົວແທນຂອງບັນດາຊັ້ນຄົນ, ຊົນເຜົ່າ, ເພດ-ໄວ ແລະ ໄດ້ຜ່ານ ການເລືອກຕັ້ງຈາກກອງປະຊຸມ ໃຫຍ່ອົງຄະນະພັກກະຊວງ, ອົງ ການທຽບເທົ່າກະຊວງ ແລະ ທ້ອງ ຖິ່ນໃນຂອບເຂດທົ່ວປະເທດ. ກອງປະຊຸມໃຫຍ່ຜູ້ແທນທົ່ວ ປະເທດ ຄັ້ງທີ XII ຂອງພັກ ແມ່ນ ກອງປະຊຸມສຸດທີ່ມີຄວາມໝາຍສໍາ ຄັນ ແລະ ຈະກາຍເປັນເຫດການ ການເມືອງ ແລະ ປະຫວັດສາດອັນ ໃຫຍ່ຫລວງຂອງພັກ ແລະ ຂອງ ຊາດ ໂດຍຈະດໍາເນີນຂຶ້ນພາຍໃຕ້ ຄໍາຂວັນ “ຍົກສູງບົດບາດການນຳ ພາທີ່ເຂັ້ມແຂງຂອງພັກ, ຕັ້ງໜ້າ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ, ສືບຕໍ່ບູລະນະລະບອບ ປະຊາທິປະໄຕປະຊາຊົນໃຫ້ໜັກ ແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ແລະ ຈະໄດ້ພ້ອມກັນ ຄົ້ນຄວ້າພິຈາລະນາ, ຮັບຮອງເອົາ 4 ເອກະສານສໍາຄັນ ຄື: ຮ່າງໂຄງການການເມືອງ ສະບັບ ທີ 3 ຂອງພັກ; ຮ່າງລາຍງານ ການເມືອງຂອງຄະນະບໍລິຫານ ງານສູນກາງພັກ ສະໄໝທີ XI; ຮ່າງແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ແລະ ຮ່າງກົດ ລະບຽບພັກປະຊາຊົນປະຕິວັດລາວ ສະໄໝທີ XII ຊຶ່ງເອກະສານເຫລົ່າ ນັ້ນຈະໄດ້ກໍານົດຍຸດທະສາດ, ແນວ ທາງການເມືອງ ແລະ ແນວທາງ ການຈັດຕັ້ງຂອງພັກ, ແນວ ທາງ ພັດທະນາເສດຖະກິດ-ສັງຄົມຂອງ ລັດ ໃນຊຸມປີຕໍ່ໜ້າຢ່າງມີວິທະຍາ ສາດ ແລະ ແທດກັບສະພາບຄວາມ ເປັນຈິງຂອງ ສປປ ລາວ. ເພື່ອຮັບປະກັນໃຫ້ການກະກຽມ ບັນດາເອກະສານສໍາຄັນຂອງກອງ ປະຊຸມໃຫຍ່ມີເນື້ອໃນທີ່ອຸດົມສົມ ບູນ, ເລິກເຊິ່ງ, ໜັກແໜ້ນ, ມີປະ ຊາທິປະໄຕ, ອະນຸກໍາມະການທີ່ ກ່ຽວຂ້ອງໄດ້ສຸມໃສ່ຄົ້ນຄວ້າ, ກັ່ນ ກອງ, ປຶກສາຫາລື ແລະ ນໍາເອົາ ເນື້ອໃນເອກະສານດັ່ງກ່າວ ລົງ ທາບທາມ, ລະດົມຄວາມເຫັນຢ່າງ ກວ້າງຂວາງ ດ້ວຍຫລາກຫລາຍ ຮູບແບບທັງຢູ່ສູນກາງ, ທ້ອງຖິ່ນ ແລະ ທັງໄດ້ໄປແລກປ່ຽນນໍາປະ ເທດເພື່ອນມິດຍຸດທະສາດແລ້ວ ປັບປຸງຫລາຍຫລົບຫລາຍຕ່າວ ເພື່ອ ເຮັດໃຫ້ເອກະສານຂອງກອງປະຊຸມ ໃຫຍ່ກາຍເປັນຄັງສາງແຫ່ງສະຕິ ປັນຍາຂອງທົ່ວປວງຊົນລາວທັງ ຊາດ ຢ່າງແທ້ຈິງ. ພ້ອມນີ້, ກອງປະຊຸມຍັງຈະໄດ້ ດໍາເນີນການເລືອກຕັ້ງເອົາຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ XII ທີ່ເປັນອົງການນໍາພາສູງສຸດ ຂອງພັກ ຕະຫລອດສະໄໝທີ XII ເພື່ອແບກຫາບພາລະໜ້າທີ່ອັນ ໜັກໜ່ວງທີ່ພັກ ກໍຄື ປະຊາຊົນໄດ້ ມອບໝາຍໃຫ້. ບົນຈິດໃຈທີ່ຕ້ອງ ຮັບປະກັນການກະກຽມດ້ານບຸກຄະ ລາກອນ ກອງປະຊຸມໃຫຍ່ດໍາເນີນ ໄປຢ່າງຖືກຕ້ອງ ຕາມກົດລະບຽບ ຂອງພັກ ແລະ ມີປະຊາທິປະໄຕ, ອະນຸກໍາມະການຮັບຜິດຊອບໄດ້ ເປັນເຈົ້າການຄົ້ນຄວ້າ, ອອກນິຕິ ກໍາທີ່ກ່ຽວຂ້ອງ ແລະ ນໍາພາການ ທາບທາມບຸກຄະກອນຢ່າງເປັນ ລະບົບຕໍ່ເນື່ອງແຕ່ຮາກຖານຂຶ້ນ ມາດ້ວຍວິທີການ ແລະ ຮູບແບບທີ່ ເໝາະສົມ ເພື່ອຮັບປະກັນໃຫ້ຄະນະ ບໍລິຫານງານສູນກາງພັກ ສະໄໝ ທີ XII ເປັນຜູ້ທີ່ມີມາດຕະຖານ ແລະ ເງື່ອນໄຂຄົບຖ້ວນ, ປ່ຽມລົ້ນໄປດ້ວຍ ສະຕິປັນຍາ, ຊື່ສັດບໍລິສຸດຜຸດຜ່ອງ, ຈົງຮັກພັກດີ, ນໍາພາທົ່ວພັກ ຈັດຕັ້ງ ປະຕິບັດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ. ໂດຍລວມແລ້ວຜ່ານຂະບວນການ ຫ້າງຫາກະກຽມຢ່າງເປັນລະບົບ ແຕ່ປີ 2023 ເປັນຕົ້ນມາ ແລະ ພາຍໃຕ້ການນໍາພາ-ຊີ້ນໍາຢ່າງຈົດຈໍ່ ຂອງກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສາມາດເວົ້າໄດ້ວ່າການກະກຽມ ກອງປະຊຸມໃຫຍ່ຂອງພັກເຮົາແມ່ນ ຂະບວນການອັນກວ້າງຂວາງຂອງ ມະຫາຊົນ ຊຶ່ງເປັນໝາກຜົນ ແລະ ເປັນການປະກອບສ່ວນອັນສໍາຄັນ ໃນການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ສະໄໝທີ XI ຂອງພັກ ທີ່ໄດ້ດໍາເນີນໄປຢ່າງເລິກເຊິ່ງ, ຮອບ ດ້ານ ແລະ ມີຜົນສໍາເລັດສໍາຄັນໃຫຍ່ ຫລວງຫລາຍດ້ານຜ່ານມາ, ສ້າງ ພື້ນຖານທີ່ໜັກແໜ້ນໃຫ້ກັບບາດ ກ້າວ ກໍຄື ຍ່ານທາງສືບຕໍ່ຈັດຕັ້ງປະ ຕິບັດໃນສະໄໝທີ XII ຂອງພັກ. ສະຫາຍ ກິແກ້ວ ໄຂຄຳພິທູນ ຍັງໄດ້ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈົ່ງພ້ອມກັນອອກແຮງແຂ່ງຂັນກັນ ສ້າງຜົນງານຂໍ່ານັບຮັບຕ້ອນກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກປະຊາຊົນປະຕິວັດ ລາວ ດ້ວຍຄວາມພາກພູມໃຈ ແລະ ເປັນຂະບວນຟົດຟື້ນ. ຂ່າວ:ທະນູທອງ; ພາບ: ເກດສະໜາ ສະຖານີ ແລະ ບັນດາແຂວງອື່ນໆ ເຂດພາກເໜືອ, ພາກກາງ ແລະ ພາກໃຕ້ 35 ສະຖານີ ລວມທັງໝົດ 70 ສະຖານີ (ເປັນລະບົບທັນສະໄໝ ທັງໝົດ) ແລະ ໄດ້ກໍ່ສ້າງຫ້ອງການ 2 ຫລັງ. ວຽກງານອຸຕຸນິຍົມ ແລະ ອຸທົກ ກະສາດເປັນຂະແໜງການໜຶ່ງທີ່ ສຳຄັນມີບົດບາດປິ່ນອ້ອມບັນດາ ຂະແໜງການເສດຖະກິດ-ສັງຄົມ ຂອງລັດ ມີໜ້າທີ່ໃນການຕິດຕາມ, ເກັບກຳ, ສັງລວມ ແລະ ສະໜອງ ຂໍ້ມູນທີ່ສໍາຄັນ ແລະ ຈໍາເປັນກ່ຽວ ກັບສະພາບດິນຟ້າອາກາດໃຫ້ແກ່ ການພັດທະນາ ແລະ ການກໍ່ສ້າງ ພື້ນຖານໂຄງລ່າງ ແລະ ປັດໄຈທີ່ ຈຳເປັນອື່ນໆສຳລັບວຽກງານການ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ ໃນແຕ່ລະໄລຍະໃຫ້ທັນກັບ ສະພາບການ ເພື່ອຫລຸດຜ່ອນຜົນ ເສຍຫາຍທີ່ຈະເກີດຂຶ້ນຈາກໄພທຳ ມະຊາດ, ໃນປັດຈຸບັນ ສະພາບອາ ກາດໄດ້ມີການປ່ຽນແປງເປັນຕົ້ນ ໄພນໍ້າຖ້ວມ, ໄພແຫ້ງແລ້ງ, ລົມພາ ຍຸ, ໄພໜາວ ແລະ ອື່ນໆ ນັບມື້ນັບ ມີຮຸນແຮງ ແລະ ຖີ່ຂຶ້ນເລື້ອຍໆ ຊຶ່ງ ປະເທດເຮົາ ແລະ ບັນດາປະເທດ ຢູ່ໃນໂລກພວມຜະເຊີນໜ້າກັບໄພ ຂົ່ມຂູ່ດັ່ງກ່າວ ຊຶ່ງບັນຫາເລົ່ານັ້ນ, ອາດເປັນໄພນາບຂູ່ໃນປັດຈຸບັນ ແລະ ຕໍ່ໜ້າ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ວັນ ຈິ່ງ ຮອງຜູ້ອໍານວຍການສະ ຖາບັນວິທະຍາສາດການສຶກສາ ຫວຽດນາມ, ພ້ອມດ້ວຍຜູ້ຕ່າງໜ້າ ສະຖານທູດຫວຽດນາມປະຈໍາ ສປປ ລາວ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ອຸທິດ ທິບມະນີ ໄດ້ກ່າວ ວ່າ: ການຈັດຝຶກອົບຮົມຄັ້ງນີ້, ເປັນ ກິດຈະກໍາທີ່ມີຄວາມສໍາຄັນຫລາຍ ໃນການພັດທະນາຄຸນນະພາບ ການສຶກສາ, ການສົ່ງເສີມຄວາມ ຮ່ວມມືທາງການສຶກສາລະຫວ່າງ ສອງປະເທດ ແລະ ເປັນແຫລ່ງ ຮຽນຮູ້ໃນການພັດທະນາຫລັກສູດ ພາສາຫວຽດນາມໃນ ສປປ ລາວ, ພວກເຮົາໄດ້ຮັບຟັງການນໍາສະເໜີ ກ່ຽວກັບໂຄງການ, ຫລັກສູດ ແລະ ຊຸດປື້ມແບບຮຽນພາສາຫວຽດ ສໍາ ລັບນັກຮຽນລາວ, ພ້ອມທັງການ ແລກປ່ຽນປະສົບການດ້ານການ ຈັດການຮຽນການສອນ ແລະ ການ ປະຕິບັດໃນສະພາບຄວາມເປັນຈິງ. ສິ່ງເຫລົ່ານີ້, ລ້ວນແຕ່ເປັນພື້ນຖານ ທີ່ສໍາຄັນໃນການປັບປຸງຄຸນນະພາບ ການສຶກສາ ແລະ ການພັດທະນາ ຄູ ແລະ ຜູ້ບໍລິຫານການສຶກສາໃນ ອະນາຄົດ. ໃນນາມສະຖາບັນຄົ້ນ ຄວ້າວິທະຍາສາດການສຶກສາລາວ ຈະຍັງມຸ່ງໝັ້ນສົ່ງເສີມການຄົ້ນຄວ້າ, ການປັບປຸງພັດທະນາທາງດ້ານ ວິຊາການ ແລະ ການຮ່ວມມືຢ່າງ ໃກ້ຊິດກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອໃຫ້ຜົນຂອງການຝຶກອົບຮົມ ແລະ ກອງປະຊຸມໃນຄັ້ງນີ້ ສາມາດ ນໍາໄປປະຕິບັດໄດ້ຢ່າງເປັນຮູບປະ ທໍາ ແລະ ເກີດຜົນປະໂຫຍດຢ່າງ ແທ້ຈິງຕໍ່ການພັດທະນາການສຶກສາ. ຂ່າວ-ພາບ: ໜັງສືພິມສຶກສາ

RkJQdWJsaXNoZXIy MTc3MTYxMQ==