05/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກ່ິີັ ຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ັູິັູ້ີັ ແຫ່ງ ສສ ຫວຽດນາມ ປະຈຳ ສປປ ລາວ່ ໂດຍ: ຈັນນີທະວີສັສັກັກ g,n v',6 o]txk3,d gvq k.9.lj .odkocdh w0 [h kom5 dpkd dh k;0B ol6 j [h kora fmtok ra dxt-k-q oxt8y ;a f]k; oerkm5 drk]tdy fxt8y ;a fl6j zq oleg]a f ຂປລ. ໃນໄລຍະຜ່ານມາ, ຄະ ນະພັກ-ອົງການປົກຄອງເມືອງມູນ ລະປາໂມກ ແຂວງຈໍາປາສັກ ໄດ້ ເອົາໃຈໃສ່ໃນການກຳນົດຍຸດທະ ສາດ ແລະ ແຜນການພັດທະນາ ສ້າງບັນດາບ້ານທຸກຍາກພາຍໃນ ເມືອງຖືເປັນບຸລິມະສິດອັນດັບຕົ້ນ ຕໍ ໂດຍສະເພາະບ້ານຫ້ວຍຊາຍ ໃຫ້ຫລຸດພົ້ນອອກຈາກຄວາມທຸກ ຍາກ ກ້າວຂຶ້ນສູ່ບ້ານພັດທະນາປະ ຊາຊົນຢູ່ດີກິນດີ ຕາມມະຕິ 056/ ຄບສພ, ມະຕິ 25/ກມສພ, ມະຕິ 097/ ຄມສພ, ຄໍາແນະນໍາ ເລກທີ 03/ກມສພ ແລະ ດໍາລັດ 348/ລບ ຕິດພັນກັບການຫັນເອົາພະນັກງານ ແລະ ກົມກອງຫ້ອງການລົງຊຸກຍູ້ ວຽກງານກໍ່ສ້າງຮາກຖານການ ເມືອງ ປະຈຳຢູ່ບັນດາບ້ານຕ່າງໆ ໂດຍສະເພາະບ້ານທຸກຍາກ ຄື ບ້ານ ຫ້ວຍຊາຍ ເພື່ອເປັນການນໍາພາຈັດ ຕັ້ງປະຕິບັດຜັນຂະຫຍາຍວຽກງານ ດັ່ງກ່າວ ເຂົ້າສູ່ລວງເລິກຄຽງຄູ່ກັບ ການສໍາຫລວດເກັບກຳຂໍ້ມູນພື້ນ ຖານ ອັນເປັນທ່າແຮງທີ່ບົ່ມຊ້ອນ ພາຍໃນບ້ານ ເພື່ອເປັນການສ້າງປະ ຖົມປັດໄຈໃຫ້ແກ່ການພັດທະນາບ້ານ ດັ່ງກ່າວ ໃຫ້ຫລຸດພົ້ນຈາກຄວາມ ທຸກຍາກ ໃນນັ້ນ, ກໍໄດ້ມີຫລາຍປັດ ໄຈ ທີ່ເປັນບັນຫາ ແລະ ສິ່ງທ້າທາຍ ໃນການພັດທະນາ ເປັນຕົ້ນ ບັນດາ ພື້ນຖານໂຄງລ່າງ (ຖະໜົນຫົນ ທາງ), ການດຳລົງຊີວິດແລະການ ຜະລິດຍັງມີລັກສະນະບໍ່ລວມສູນ, ອາໄສທຳມະຊາດເປັນຫລັກ ຊຶ່ງ ເຮັດໃຫ້ມີຂໍ້ຈຳກັດທາງດ້ານການ ຜະລິດ, ການເຂົ້າເຖິງແຫລ່ງທຶນ ມີໜ້ອຍ, ຕົ້ນທຶນການຜະລິດສູງ, ຕະຫລາດຈໍາໜ່າຍສິນຄ້າຍັງບໍ່ທັນ ຜູກມັດທັງສອງສົ້ນ, ເຕັກນິກວິຊາ ການຍັງຕໍ່າ ແລະ ຂາດທັກສະວິຊາ ຊີບ ຕິດພັນກັບການເຂົ້າເຖິງສະ ຫວັດດີການຕ່າງໆ ໂດຍສະເພາະ ດ້ານສາທາລະນະສຸກຍັງບໍ່ທັນທົ່ວ ເຖິງ ແລະ ມີຄ່າໃຊ້ຈ່າຍທີ່ສູງສົມ ຄວນ ໃນການປິ່ນປົວສຸຂະພາບ ປະ ກອບກັບຄ່າຄອງຊີບ ໃນການດໍາ ລົງຊີວິດນັບມື້ສູງຂຶ້ນ. ທ່ານ ສົມຈັນ ສີຈັນແດງ ຮອງ ເລຂາຄະນະບໍລິຫານງານພັກເມືອງ ຜູ້ຊີ້ນໍາວຽກງານກໍ່ສ້າງຮາກຖານ ການເມືອງ ໄດ້ໃຫ້ສໍາພາດຕໍ່ສື່ ມວນຊົນກ່ຽວກັບບາງບັນຫາໃນ ການແກ້ໄຂຄວາມທຸກຍາກຂອງ ບັນດາບ້ານທຸກຍາກພາຍໃນເມືອງ ມູນລະປາໂມກ ໂດຍສະເພາະແມ່ນ ບ້ານຫ້ວຍຊາຍເມື່ອບໍ່ດົນມານີ້ວ່າ: ບ້ານຫ້ວຍຊາຍ ຂຶ້ນກັບກຸ່ມໜອງງາ ເມືອງມູນລະປາໂມກ ຕັ້ງຢູ່ຫ່າງໄກ ສອກຫລີກ ໃນຊົນນະບົດ ຊຶ່ງມີປະ ຊາກອນທັງໝົດ 1.026 ຄົນ ຍິງ 607 ຄົນ, ມີ 244 ຄອບຄົວ, ມີ 183 ຫລັງຄາເຮືອນ, ມີຄອບຄົວ ທຸກຍາກ 14 ຄອບຄົວ, ມີເນື້ອທີ່ ທັງໝົດ 14.320 ເຮັກຕາ, ເນື້ອ ທີ່ປ່າໄມ້ 5.320 ເຮັກຕາ, ເນື້ອທີ່ ສວນ 2.300 ເຮັກຕາ ແລະ ເນື້ອ ທີ່ນາ 6.700 ເຮັກຕາ ອາຊີບຕົ້ນຕໍ ຂອງປະຊາຊົນ ແມ່ນທໍາການຜະ ລິດກະສິກຳ. ເພື່ອເປັນການຍົກລະ ດັບຄຸນນະພາບຊີວິດການເປັນຢູ່ ຂອງປະຊາຊົນ ໃຫ້ດີຂຶ້ນ ຕິດພັນກັບ ການແກ້ໄຂບັນຫາທີ່ມີຜົນກະທົບ ໄວຕໍ່ການດຳລົງຊີວິດ ແລະ ສ້າງ ເງື່ອນໄຂທີ່ເປັນພື້ນຖານຕົ້ນຕໍຂອງ ການພັດທະນາແບບຍືນຍົງ ໃຫ້ແກ່ ຄອບຄົວທຸກຍາກແລະບ້ານທຸກຍາກ ໃຫ້ຫລຸດພົ້ນຈາກຄວາມທຸກຍາກ ກ້າວເຂົ້າສູ່ບ້ານພັດທະນາ ປະຊາ ຊົນຢູ່ດີກິນດີ ຈຶ່ງໄດ້ມີມາດຕະການ ແລະ ແນວທາງໃນການແກ້ໄຂ ເປັນ ຕົ້ນຍົກສູງບົດບາດການນໍາພາຂອງ ຄະນະພັກ-ອົງການປົກຄອງບ້ານ ໃນການຈັດຕັ້ງຜັນຂະຫຍາຍແນວ ທາງນະໂຍບາຍຂອງພັກ, ເຕົ້າໂຮມ ຄວາມສາມັກຄີ, ສ້າງແຜນພັດທະ ນາເສດຖະກິດ-ສັງຄົມ ຂອງບ້ານ ໃຫ້ມີຄວາມລະອຽດຊັດເຈນ ໂດຍ ອີງໃສ່ປັດໄຈພື້ນຖານທີ່ເປັນທ່າ ແຮງຂອງບ້ານ; ຊຸກຍູ້ສົ່ງເສີມການ ຜະລິດຂອງປະຊາຊົນ ໃຫ້ເຂົ້າເຖິງ ແຫລ່ງທຶນ ແລະ ເຕັກນິກວິຊາການ ເພື່ອເປັນກໍາລັງແຮງຍູ້ການຜະລິດ ຕິດພັນກັບການຄຸ້ມຄອງລາຄາສິນ ຄ້າ, ຊອກຫາຕະຫລາດຮອງຮັບ ໃຫ້ແກ່ການຜະລິດ ພ້ອມທັງຊອກ ເງື່ອນໄຂໃນການສ້າງຕັ້ງເປັນກຸ່ມ ສະຫະກອນ ການຜະລິດໜຶ່ງ ໂດຍ ສະເພາະ ເພື່ອເປັນສ້າງຄວາມເຂັ້ມ ແຂງ, ສ້າງວຽກເຮັດງານທໍາໃຫ້ ແກ່ປະຊາຊົນຢ່າງໝັ້ນຄົງ; ບູລະນະ ປັບປຸງບັນດາພື້ນຖານໂຄງລ່າງ ເພື່ອອໍານວຍຄວາມສະດວກຮອບ ດ້ານ ໃຫ້ແກ່ປະຊາຊົນ ເປັນຕົ້ນ ບັນ ດາເສັ້ນທາງໃຫ້ສາມາດທຽວໄດ້ ສະດວກ, ລະບົບຕາຂ່າຍໄຟຟ້າ, ລະ ບົບຊົນລະປະທານ ເພື່ອເປັນເງື່ອນ ໄຂ ໃນການທໍາການຜະລິດ ໃຫ້ສາ ມາດຜະລິດໄດ້ຫລາຍກວ່າເກົ່າ. ພ້ອມນີ້, ໄດ້ເອົາໃຈໃສ່ຍົກລະດັບ ວຽກງານການສຶກສາ ໃຫ້ມີຄຸນນະ ພາບສູງຂຶ້ນ ຕິດພັນກັບການຈັດຕັ້ງ ຝຶກອົບຮົມທາງດ້ານວິຊາຊີບ, ວິຊາ ການໄລຍະສັ້ນ-ໄລຍະຍາວ ໃຫ້ແກ່ ປະຊາຊົນ ແລະ ກຸ່ມເປົ້າໝາຍ ໂດຍ ສະເພາະສ້າງຕັ້ງກອງທຶນໝູນວຽນ ຫລື ກອງທຶນພັດທະນາໝູ່ບ້ານ ເພື່ອ ເປັນການແກ້ໄຂຊີວິດການເປັນຢູ່ ເມື່ອຍາມສຸກເສີນ ໃຫ້ແກ່ປະຊາຊົນ, ມີບຸລິມະສິດ ແລະ ສິດທິພິເສດໃນ ການເຂົ້າເຖິງການບໍລິການດ້ານ ສາທາລະນະສຸກ ເພື່ອຮັບປະກັນ ທາງດ້ານສຸຂະພາບໃນເບື້ອງຕົ້ນ ແລະ ຫລຸດຜ່ອນລາຍຈ່າຍໃຫ້ແກ່ ປະຊາຊົນ. ຕໍ່ກັບມາດຕະການໃນ ການແກ້ໄຂບັນຫາດັ່ງກ່າວນີ້ ຮຽກ ຮ້ອງໃຫ້ຄະນະພັກທຸກຂັ້ນ ຈົ່ງໄດ້ ຊ່ວຍເຊີດຊູຄວາມເປັນເຈົ້າການ ໃນການຈັດຕັ້ງປະຕິບັດ, ອຳນວຍ ຄວາມສະດວກ ແລະ ສ້າງເງື່ອນໄຂ ອັນຈຳເປັນໃຫ້ແກ່ການພັດທະນາ ຊີວິດການເປັນຢູ່ຂອງປະຊາຊົນໃຫ້ ດີຂຶ້ນ ແລະ ຫລຸດພົ້ນຈາກຄວາມ ທຸກຍາກເທື່ອລະກ້າວ. ທ່ານ ສົມຈັນ ສີຈັນແດງ ໃຫ້ຮູ້ ຕື່ມວ່າ: ການພັດທະນາພື້ນຖານ ໂຄງລ່າງໃຫ້ເທສະບານເມືອງ ແລະ ບັນດາບ້ານ ໄດ້ມີຖະໜົນຫົນທາງ ສັນຈອນໄປ-ມາສະດວກ ເປັນປັດ ໄຈພື້ນຖານໃນການພັດທະນາເສດ ຖະກິດ-ສັງຄົມ. ສະນັ້ນ, ຄະນະພັກອົງການປົກຄອງເມືອງມູນລະປາ ໂມກ ໄດ້ມີຄວາມເຫັນດີເປັນເອກະ ພາບກັນ ດ້ວຍຈຸດປະສົງ: ສະເໜີຂໍ ອວ່າຍທຶນໂຄງການກໍ່ສ້າງເສັ້ນທາງ ເຂົ້າບ້ານຫ້ວຍຊາຍ ມາກໍ່ສ້າງສ້ອມແປງເສັ້ນທາງຕາຜ້າຜັງ ເມືອງ ໃນຈໍານວນ 2 ເສັ້ນ ມີຄວາມ ຍາວ 3.200 ແມັດ ແລະ ສ້ອມແປງ ໃນມູນຄ່າ 4,4 ຕື້ກີບ ເນື່ອງຈາກ ວ່າ ເສັ້ນທາງເຂົ້າບ້ານຫ້ວຍຊາຍ (ແມ່ນເສັ້ນທາງສາມາດທຽວໄດ້ 2 ລະດູ) ແລະ ເປັນເສັ້ນທາງຍຸດ ທະສາດ ຂອງກະຊວງປ້ອງປະເທດ ໂດຍໄດ້ຮັບການກໍ່ສ້າງສໍາເລັດ 100%; ສ່ວນເສັ້ນທາງຕາຜ້າຜັງ ເມືອງ ໃນຈໍານວນ 4 ເສັ້ນ ແມ່ນພົບ ຄວາມຫຍຸ້ງຍາກ ເປ່ເພຊຸດໂຊມ. ສະນັ້ນ, ເພື່ອເປັນການສືບຕໍ່ຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ໃຫ້ປະ ສົບຜົນສໍາເລັດແນໃສ່ຕອບສະໜອງ ພື້ນຖານໂຄງລ່າງດ້ານຄົມມະນາ ຄົມ, ອໍານວຍຄວາມສະດວກ ໃນ ການສັນຈອນໄປ-ມາ, ຈໍລະຈອນ ສິນຄ້າ ແລະ ຍົກລະດັບຊີວິດການ ເປັນຢູ່ຂອງປະຊາຊົນຢູ່ເຂດພື້ນທີ່ ດັ່ງກ່າວ ທັງເປັນການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງ ຄົມຂອງເມືອງ, ທັງເປັນການສ້າງ ສີສັນ ເພື່ອຕ້ອນຮັບກອງປະຊຸມໃຫຍ່ 3 ຂັ້ນຂອງພັກ ໂດຍສະເພາະສ້າງ ຂະບວນການ ເພື່ອຕ້ອນຮັບກອງປະ ຊຸມໃຫຍ່ ຄັ້ງທີ XII ຂອງສູນກາງ ພັກ ຊຶ່ງຈະໄດ້ໄຂຂຶ້ນໃນມໍ່ໆນີ້. ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດ ຄັ້ງທີ XII ຂອງພັກ ປະຊາຊົນ ປະຕິວັດລາວ ຈະຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ ໃນລະ ຫວ່າງວັນທີ 6-8 ມັງກອນ 2026 ເຊິ່ງຖືເປັນເຫດການການເມືອງທີ່ ຍິ່ງໃຫຍ່ ແລະ ມີຄວາມສຳຄັນຢ່າງ ຍິ່ງຂອງພັກ, ລັດ ແລະ ປະຊາຊົນ ລາວ, ເປັນຂີດໝາຍສຳຄັນທີ່ສະ ທ້ອນໃຫ້ເຫັນເຖິງການກ້າວເຂົ້າສູ່ ໄລຍະໃໝ່ແຫ່ງການພັດທະນາຂອງ ການປະຕິວັດລາວ. ໃນໂອກາດນີ້, ທ່ານ ຫງວຽນ ມິງ ເຕີມ ເອກອັກ ຄະລັດຖະທູດວິສາມັນ ຜູ້ມີອຳນາດ ເຕັມ ແຫ່ງ ສາທາລະນະລັດ ສັງຄົມ ນິຍົມ ຫວຽດນາມ ປະຈຳ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ມີບົດຄວາມ: “ພັກປະຊາ ຊົນ ປະຕິວັດລາວ ນຳພາທຸກພາລະ ກິດປະຕິວັດສູ່ຜົນສໍາເລັດ” ໂດຍມີ ເນື້ອໃນສຳຄັນດັ່ງຕໍ່ໄປນີ້: ຜູ້ອອກແຮງງານບັນດາເຜົ່າ ແລະ ປະຊາຊົນລາວທົ່ວປະເທດ. ພັກປະ ຊາຊົນປະຕິວັດລາວ ຍຶດໝັ້ນລັດທິ ມາກ-ເລນິນ, ແນວຄິດ ໄກສອນ ພົມວິຫານ ແລະ ມູນເຊື້ອອັນດີງາມ ຂອງພັກ ເປັນພື້ນຖານທາງດ້ານ ແນວຄິດ ແລະ ທິດສະດີ, ເປັນເຂັມຊີ້ ທິດເຍືອງທາງໃນການຈັດຕັ້ງ ແລະ ເຄື່ອນໄຫວຂອງພັກ. ພັກປະຊາຊົນປະຕິວັດລາວ ໄດ້ ຈັດຕັ້ງກອງປະຊຸມໃຫຍ່ຂອງພັກ ມາແລ້ວ 11 ຄັ້ງ. ໃນໄລຍະເວລາ 70 ກວ່າ ປີທີ່ຜ່ານມາ, ພັກໄດ້ເຕີບ ໃຫຍ່ ແລະ ເຂັ້ມແຂງຂຶ້ນທ່າມກາງ ແປວໄຟແຫ່ງການປະຕິວັດອັນດຸ ເດືອດ, ເຕັມໄປດ້ວຍຄວາມຫຍຸ້ງ ຍາກ ແລະ ການເສຍສະລະຢ່າງ ຫລວງຫລາຍ ເພື່ອເອກະລາດຂອງ ຊາດ ແລະ ອິດສະລະພາບຂອງ ປະຊາຊົນລາວບັນດາເຜົ່າ. ພັກໄດ້ ຢືນຢັນບົດບາດໃນຖານະເປັນແກນ ກາງຂອງລະບົບການເມືອງລາວ, ນຳພາການປະຕິວັດລາວຈາກໄຊ ຊະນະນີ້ໄປສູ່ໄຊຊະນະໃໝ່ ຈົນປະ ສົບຜົນສຳເລັດໃນການປົດປ່ອຍ ຊາດ ແລະ ສະຖາປະນາ ສາທາລະ ນະລັດ ປະຊາທິປະໄຕ ປະຊາຊົນ ລາວ ຂຶ້ນໃນປີ 1975. ພາຍຫລັງການສ້າງຕັ້ງປະເທດ, ພັກປະຊາຊົນປະຕິວັດລາວ ໄດ້ກຳ ນົດແນວທາງ ແລະ ພາລະກິດຂອງ ການປະຕິວັດໃນໄລຍະໃໝ່ເຊັ່ນ: ການປົກປັກຮັກສາລະບອບໃໝ່, ການຟື້ນຟູເສດຖະກິດຂອງຊາດ, ການປິ່ນປົວບາດແຜສົງຄາມ, ການ ຍົກສູງຊີວິດການເປັນຢູ່ຂອງປະຊາ ຊົນ ແລະ ການດຳເນີນສ້າງສາສັງ ຄົມນິຍົມ. ພັກໄດ້ພັດທະນາຢ່າງຕໍ່ ເນື່ອງ ແລະ ໄດ້ຮັບຄວາມໄວ້ເນື້ອ ເຊື່ອໃຈຢ່າງເລິກເຊິ່ງຈາກປະຊາ ຊົນ, ໂດຍໄດ້ເປັນຜູ້ນຳພາກຳລັງປະ ກອບອາວຸດ ແລະ ປະຊາຊົນລາວ ທັງໝົດ ໃນການປົກປັກຮັກສາເອ ກະລາດ, ອຳນາດອະທິປະໄຕແລະ ຜືນແຜ່ນດິນອັນຄົບຖ້ວນໄວ້ຢ່າງ ໝັ້ນຄົງ. ຄວາມສະຫງົບຮຽບຮ້ອຍ ແລະ ຄວາມປອດໄພຂອງສັງຄົມ ໄດ້ຮັບການຄຸ້ມຄອງໃນລະດັບພື້ນ ຖານ, ເສດຖະກິດມີການພັດທະນາ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ ຮັບການປັບປຸງ, ວັດທະນະທຳ ແລະ ການສຶກສາມີຄວາມກ້າວໜ້າ ແລະ ລະບົບການປົກຄອງຕັ້ງແຕ່ສູນ ກາງລົງຮອດທ້ອງຖິ່ນໄດ້ຮັບການ ປັບປຸງໃຫ້ເຂັ້ມແຂງຂຶ້ນເລື້ອຍໆ. ເມື່ອກ້າວເຂົ້າສູ່ໄລຍະໃໝ່ແຫ່ງ ການປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດ, ພັກປະຊາຊົນ ປະຕິວັດລາວ ຍັງຄົງເປັນຜູ້ນຳພາ ປະຊາຊົນລາວບັນລຸຜົນສຳເລັດ ອັນຍິ່ງໃຫຍ່ ແລະ ຮອບດ້ານ ເຊິ່ງມີ ຄວາມໝາຍທາງປະຫວັດສາດໃນ ຂະບວນການປ່ຽນແປງໃໝ່ ແລະ ປັບປຸງປະເທດຊາດ. ໂດຍສຸມໃສ່ ການປັບປຸງແນວຄິດເປັນອັນດັບ ທຳອິດ, ເລີ່ມຈາກການຫັນປ່ຽນ ຈາກລະບົບເສດຖະກິດແບບລວມ ສູນເກື້ອກູນ ໄປສູ່ລະບົບເສດຖະກິດ ກົນໄກຕະຫລາດ ພາຍໃຕ້ການຄຸ້ມ ຄອງຂອງລັດ, ໂດຍຖືເອົາການພັດ ທະນາເສດຖະກິດເປັນພາລະກິດ ໃຈກາງ, ສົ່ງເສີມທ່າແຮງຂອງທຸກ ພາກສ່ວນເສດຖະກິດຢ່າງສະເໝີ ພາບພາຍໃຕ້ກົດໝາຍ, ຄວບຄູ່ໄປ ກັບການຂະຫຍາຍການຮ່ວມມືກັບ ສາກົນ. ພັກໄດ້ໃຫ້ຄວາມສຳຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາ ດ້ານວັດທະນະທຳ-ສັງຄົມ, ສຸມໃສ່ ການພັດທະນາຊັບພະຍາກອນມະ ນຸດຢ່າງຮອບດ້ານ, ສົ່ງເສີມປະເພ ນີ, ຄຸນຄ່າອັນໂດດເດັ່ນທາງດ້ານ ຮີດຄອງວັດທະນະທຳແລະ ມູນເຊື້ອ ອັນດີງາມຂອງຊາດ, ປັບປຸງສະ ຫວັດດີການສັງຄົມ ແລະ ຍົກສູງຄຸນ ນະພາບຊີວິດຂອງປະຊາຊົນ. ກຳ ລັງປະກອບອາວຸດປະຊາຊົນ, ພາຍ ໃຕ້ການຍຶດໝັ້ນ ແລະ ປະຕິບັດຕາມ ແນວທາງການປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ແລະ ຮອບດ້ານ ພາຍໃຕ້ການນຳພາ ຂອງພັກ, ແມ່ນມີຄວາມເຂັ້ມແຂງ ຂຶ້ນຢ່າງຕໍ່ເນື່ອງ. ແນວທາງການ ຕ່າງປະເທດຂອງພັກແມ່ນມີຄວາມ ສອດຄ່ອງກັບການປ່ຽນແປງຂອງ ໂລກ ແລະ ພາກພື້ນ, ມີສ່ວນສຳຄັນ ໃນການຍົກສູງບົດບາດແລະ ຖານະ ຂອງພັກ ແລະ ລັດ ໃນເວທີພາກພື້ນ ແລະ ສາກົນ. ຄຽງຄູ່ໄປກັບການປັບ ປຸງ ແລະ ຈັດຕັ້ງການເຄື່ອນໄຫວ ຂອງພັກທຸກຂັ້ນ, ການພັດທະນາ ວິທີການນຳພາ ແລະ ແບບແຜນວິທີ ເຮັດວຽກຂອງພັກ, ຕະຫລອດຮອດ ການປະສານງານຢ່າງໃກ້ຊິດລະ ຫວ່າງການນຳພາຂອງພັກ ກັບ ການເຄື່ອນໄຫວຂອງອົງການຈັດ ຕັ້ງລັດ, ແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ເພື່ອເສີມ ຂະຫຍາຍຂີດຄວາມສາມາດ ແລະ ບົດບາດການນຳພາຂອງພັກໃນ ລະບົບການເມືອງ ໃຫ້ສອດຄ່ອງ ກັບພາລະກິດປະຕິວັດໃນໄລຍະ ໃໝ່. ພ້ອມກັນນັ້ນ, ກໍເພື່ອສົ່ງເສີມ ພະລັງແຫ່ງຄວາມສາມັກຄີອັນຍິ່ງ ໃຫຍ່ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນຕ່າງໆຂອງລາວ ໃຫ້ ກາຍເປັນພະລັງລວມຂອງຊາດ ແລະ ເຮັດໃຫ້ລະບອບປະຊາທິປະໄຕ ປະຊາຊົນໄດ້ຮັບການພັດທະນາໃຫ້ ສົມບູນຍິ່ງໆຂຶ້ນ. ພັກປະຊາຊົນປະຕິວັດລາວ (ກ່ອນໜ້ານີ້ມີຊື່ວ່າ ພັກປະຊາຊົນ ລາວ) ສ້າງຕັ້ງຂຶ້ນໃນວັນທີ 22 ມີນາ 1955, ເປັນກຳລັງສືບທອດ ພາລະກິດອັນມີກຽດສະຫງ່າຂອງ ພັກກອມມູນິດອິນດູຈີນ ແລະ ສືບ ທອດມູນເຊື້ອວິລະຊົນການປະຕິ ວັດ. ພັກແມ່ນກຳລັງນໍາໜ້າທີ່ມີ ການຈັດຕັ້ງ, ເປັນອົງການຈັດຕັ້ງ ການເມືອງສູງສຸດຂອງຊົນຊັ້ນກຳ ມະກອນ ແລະ ລະບອບປະຊາທິປະ ໄຕປະຊາຊົນລາວ, ເປັນຜູ້ແທນທີ່ຊື່ ສັດ ແລະ ເດັດດ່ຽວຕໍ່ສິດ ແລະ ຜົນ ປະໂຫຍດຂອງຊົນຊັ້ນກຳມະກອນ,
RkJQdWJsaXNoZXIy MTc3MTYxMQ==