7188

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 05/01/2026 xtgmf]k; dv'xt-5 ,.spj z6h cmomqj ;xtgmf 7A 'mu XII 9twfh Ia [Iv'gvq k37'dkodkog,n v'lt[a [mu 3 0v'ra d ມອບ-ຮັບໜ້າທີ່...ັ້ີ່ ສານສະແດງຄວາມຊົມເຊີຍ...ົີ ສານຊົມເຊີຍວັນປະກາດ...ົີັ ຄວາມໝາຍຄວາມສຳຄັນ...ັ ກະຊວງການເງິນ...ິ ຂປລ. ພິທີມອບ-ຮັບໜ້າທີ່ ແລະ ປະກາດການແຕ່ງຕັ້ງຄະນະກໍາມະ ການປົກຄອງແຂວງຄໍາມ່ວນ ຈັດ ຂຶ້ນໃນວັນທີ 31 ທັນວາ 2025 ຜ່ານມາ ໂດຍການໃຫ້ກຽດເປັນ ປະທານຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ ສູນກາງພັກ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ຮອງປະ ທານປະເທດແຫ່ງ ສປປ ລາວ, ເຂົ້າ ຮ່ວມມີສະຫາຍ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ, ເລຂາພັກ ແຂວງຄໍາມ່ວນ, ມີບັນດາສະຫາຍ ຮອງຫົວໜ້າຫ້ອງວ່າການສູນກາງ ພັກ, ຮອງຫົວໜ້າຫ້ອງວ່າການສໍາ ນັກງານນາຍົກລັດຖະມົນຕີ, ຮອງ ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີ ບັນດາພະນັກງານຫລັກແຫລ່ງຂອງ ແຂວງ ແລະ ເມືອງເຂົ້າຮ່ວມ. ສະຫາຍ ວັນໄຊ ພອງສະຫວັນ ໄດ້ຕາງໜ້າໃຫ້ແກ່ຄະນະປະຈໍາພັກ ແຂວງ ລາຍງານຫຍໍ້ກ່ຽວກັບການ ຂປລ. ກອງປະຊຸມໃຫຍ່ຜູ້ແທນ ທົ່ວປະເທດຂອງພັກປະຊາຊົນປະຕິ ວັດລາວ ແຕ່ລະຄັ້ງເບິ່ງລວມແລ້ວກໍ ມີລັກສະນະຄ້າຍໆຄືຜ່ານໆມາ, ແຕ່ ພິເສດໃນຄັ້ງນີ້ ແມ່ນຈະໄດ້ຮັບຮອງ ເອົາໂຄງການການເມືອງສະບັບທີ 3 ຂອງພັກ ພາຍຫລັງ 50 ກວ່າປີ ທີ່ພັກບໍ່ໄດ້ມີໂຄງການການເມືອງ ແຕ່ນຳພາດ້ວຍການວາງແນວທາງ ໃນແຕ່ລະສະໄໝກອງປະຊຸມ. ໃນ ໂຄງການການເມືອງເທື່ອນີ້ ໄດ້ ກຳນົດແຈ້ງທິດທາງ, ຈຸດໝາຍ ແລະ 11 ນະໂຍບາຍໃຫຍ່. ພິເສດ ໄດ້ກໍານົດແຈ້ງໄລຍະການພັດທະນາ ປະເທດຊາດ ຮອດປີ 2055 ເມື່ອວັນ ສ້າງຕັ້ງພັກ ຄົບຮອບ 100 ປີ ແມ່ນ ສູ້ຊົນສ້າງປະເທດເຮົາເປັນປະເທດ ພັດທະນາມີລາຍຮັບປານກາງສູງ ຫຍັບເຂົ້າໃກ້ປະເທດມີລາຍຮັບສູງ. ຄວາມຄາດຫວັງກອງປະຊຸມ ໃຫຍ່ຄັ້ງນີ້ ແມ່ນສະແດງອອກກວມ ລວມຫລາຍດ້ານເປັນຕົ້ນດ້ານ ການເມືອງແມ່ນເຮັດໃຫ້ມະຕິຂອງ ພັກ ໄດ້ຮັບການຈັດຕັ້ງປະຕິບັດມີ ຜົນສຳເລັດເປັນຮູບປະທຳ, ເຮັດ ໃຫ້ບົດບາດການນຳພາມີຄວາມ ເຂັ້ມແຂງ, ການຄຸ້ມຄອງບໍລິຫານ ລັດມີຄວາມສັກສິດ, ປະຊາຊົນ ພົນລະເມືອງໄດ້ຮັບການຍົກສູງ ລະດັບຊີວິດການເປັນຢູ່ດີຂຶ້ນເປັນ ກ້າວໆ; ດ້ານເສດຖະກິດແມ່ນຍົກສູງ ຈິດໃຈຄວາມມຸ່ງໝັ້ນພັດທະນາຢ່າງ ແຮງກ້າ, ຕັ້ງໜ້າສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ, ນຳ ໃຊ້ທຸກທ່າແຮງຢ່າງມີປະສິດທິຜົນ, ພັດທະນາເສດຖະກິດ-ສັງຄົມຕາມ ທິດວ່ອງໄວ, ສີຂຽວ ແລະ ຍືນຍົງ. ຢາກບັນລຸໄດ້ຄືແນວນັ້ນໃນແຜນ ພັດທະນາຈິງໄດ້ວາງ 6 ເປົ້າໝາຍ ສຳຄັນ. ໃນນີ້, ເປົ້າໝາຍທີ່ໜຶ່ງແມ່ນ ສຸມໃສ່ພັດທະນາເສດຖະກິດເຮັດໃຫ້ ເສດຖະກິດຂະຫຍາຍຕົວຕໍ່ເນື່ອງ, ມີ ຄຸນນະພາບ, ດ້ວຍການຊຸກຍູ້ການ ເຕີບໂຕເສດຖະກິດທີ່ມີຄຸນນະພາບ ແລະ ຍືນຍົງ, ສ້າງເສດຖະກິດມະ ຫາພາກມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ, ຍົກສູງປະສິດທິພາບ ການລົງທຶນ, ການພັດທະນາຈຸນລະ ວິສາຫະກິດ, ວິສາຫະກິດຂະໜາດ ນ້ອຍຂະໜາດກາງ ໄປສູ່ຄຸນນະພາບ ໃໝ່ຢ່າງແຂງແຮງ, ພັດທະນາ ວິສາຫະກິດຂອງລັດ, ເສດຖະກິດ ລວມໝູ່ຂອງປະຊາຊົນໃຫ້ມີປະສິດທິ ຜົນສູງ. ນອກຈາກນັ້ນ, ຈະໄດ້ສຸມໃສ່ ຈຳນວນໜຶ່ງຕື່ມອີກຄື: ພັດທະນາ ຊັບພະຍາກອນມະນຸດໃຫ້ມີຄຸນນະ ພາບສູງ, ຮູ້ນຳໃຊ້ເຕັກໂນໂລຊີທີ່ ທັນສະໄໝ; ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ດີຂຶ້ນ, ຕົວ ເມືອງ ແລະ ຊົນນະບົດໄດ້ຮັບການ ພັດທະນາຢ່າງສົມຄູ່ແລະ ຄວາມທຸກ ຂອງປະຊາຊົນໃຫ້ຫລຸດລົງເທື່ອລະ ກ້າວ; ປົກປັກຮັກສາຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໃຫ້ ຍືນຍົງ ແລະ ສາມາດກຽມພ້ອມ ຮັບມືກັບການປ່ຽນແປງດິນຟ້າອາ ກາດ ແລະ ໄພພິບັດຕ່າງໆ; ເຊື່ອມ ໂຍງເຊື່ອມຈອດກັບພາກພື້ນ ແລະ ສາກົນຢ່າງກວ້າງຂວາງ ແລະ ມີ ປະສິດທິຜົນ; ຄຸ້ມຄອງບໍລິຫານລັດ ໃຫ້ມີປະສິດທິພາບ. ຄວາມມຸ່ງຫວັງທັງໝົດນີ້, ສະ ແດງອອກເຖິງມານະຈິດປະຕິວັດ, ຄວາມຫວັງ, ຄວາມຄອງຄອຍຂອງ ທົ່ວພັກ, ໃນການພັດທະນາປະເທດ ຊາດໃຫ້ເປັນຮູບປະທຳ, ສ້າງພື້ນ ຖານອັນໜັກແໜ້ນໃຫ້ແກ່ການສ້າງ ປະຖົມປັດໄຈກ້າວຂຶ້ນສູ່ສັງຄົມນິຍົມ ຢູ່ປະເທດເຮົາ. ຂປລ. ເມື່ອບໍ່ດົນມານີ້, ກະຊວງ ການເງິນຈັດພິທີປະດັບຫລຽນ ກາລະນຶກ 50 ປີວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ (2 ທັນວາ 1975 ຫາ 2 ທັນວາ 2025) ໃຫ້ບັນດາ ການນໍາ ແລະ ອະດີດການນໍາໂດຍ ການເຂົ້າຮ່ວມຂອງທ່ານ ສັນຕິພາບ ພົມວິຫານ ກຳມະການສູນກາງ ພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີກະຊວງການເງິນ, ມີ ບັນດາຮອງລັດຖະມົນຕີ, ອະດີດ ການນຳ ແລະ ພະນັກງານຫລັກ ແຫລ່ງເຂົ້າຮ່ວມ. ທ່ານ ພູວົງ ກິດຕະວົງ ຮອງ ລັດຖະມົນຕີກະຊວງການເງິນ ໄດ້ ຜ່ານລັດຖະດໍາລັດຂອງປະທານ ປະເທດ ວ່າດ້ວຍການປະດັບຫລຽນ ສາທາລະນະລັດ ສະຫະພາບ ມຽນ ມາ ໄດ້ຮັບການພັດທະນາຢ່າງຕໍ່ ເນື່ອງບົນພື້ນຖານບ້ານໃກ້ເຮືອນ ຄຽງທີ່ເຄົາລົບນັບຖື ແລະ ໄວ້ເນື້ອ ເຊື່ອໃຈເຊິ່ງກັນ ແລະ ກັນ ແລະ ເຊື່ອ ໝັ້ນວ່າສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອ ແລະ ການຮ່ວມມືອັນດີ ງາມດັ່ງກ່າວ ຈະສືບຕໍ່ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດຕົວຈິງມາສູ່ປະ ຊາຊົນສອງຊາດພວກເຮົາ ກໍຄື ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມືເພື່ອການພັດທະນາຢູ່ ໃນພາກພື້ນ ແລະ ໃນໂລກ. ເນື່ອງໃນໂອກາດປີໃໝ່ ຄສ 2026, ຂ້າພະເຈົ້າຂໍອວຍພອນ ໃຫ້ທ່ານຈົ່ງມີພະລານາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນ ສຳເລັດໃນໜ້າທີ່ອັນມີກຽດສູງ ສົ່ງຂອງທ່ານ ແລະ ປະຊາຊົນ ມຽນມາ ເພື່ອນມິດຈົ່ງມີຄວາມ ຈະເລີນກ້າວໜ້າ ແລະ ວັດທະນະ ຖາວອນ. ໃນວັນດຽວກັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍ ເຖິງທ່ານ ໂຢຊໍ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ແລະ ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ກໍໄດ້ສົ່ງສານຊົມເຊີຍເຖິງທ່ານ ທັນ ສະເວ ລັດຖະມົນຕີກະຊວງການ ຕ່າງປະເທດ ແຫ່ງ ສາທາລະນະລັດ ສະຫະພາບມຽນມາ ເນື່ອງໃນໂອ ກາດວັນປະກາດເອກະລາດຄົບຮອບ 78 ປີ ແຫ່ງ ສາທາລະນະລັດ ສະຫະ ພາບມຽນມາ ເຊັ່ນດຽວກັນ. ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາແບບຍືນຍົງໃນ ພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້, ອວຍ ພອນໄຊອັນປະເສີດມາຍັງທ່ານຈົ່ງ ມີສຸຂະພາບເຂັ້ມແຂງ, ມີຄວາມຜາ ສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ ອັນສູງສົ່ງຂອງທ່ານ. ຝຶກອົບຮົມວຽກງານເລືອກຕັ້ງ...ຶົົືັ້ ມີຄະນະປະຈຳ ແລະ ກຳມະການພັກ ນວ, ຮອງປະທານ, ກໍາມະການ ແລະ ອະນຸກຳມະການຊ່ວຍວຽກ ຄນວ, ຄະນະກໍາມະການເລືອກຕັ້ງ ຂັ້ນເມືອງ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ທ່ານ ອານຸພາບ ຕຸນາລົມ ໄດ້ ກ່າວວ່າ: ການຝຶກອົບຮົມຄັ້ງນີ້, ເພື່ອເຮັດໃຫ້ການກະກຽມ ແລະ ດໍາ ເນີນການເລືອກຕັ້ງຖືກຕ້ອງຕາມ ເນື້ອໃນຈິດໃຈຊີ້ນຳຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ເພີ່ມທະວີການຊີ້ນຳຂອງພັກ ຕໍ່ການ ສະມາຊິກສະພາແຫ່ງຊາດ ຊຸດທີ X ປະຈຳເຂດເລືອກຕັ້ງທີ 1 ແລະ ສະພາປະຊາຊົນນະຄອນຫລວງ ວຽງຈັນ ຊຸດທີ V ຕາມມະຕິສະບັບ ເລກທີ 26/ກມສພ, ລົງວັນທີ 12 ກັນຍາ 2025; ເພື່ອເຊື່ອມຊຶມ ບັນດາເອກະສານສຳຄັນກ່ຽວກັບ ການເລືອກຕັ້ງ, ແນະນຳການກະ ກຽມ ແລະ ດໍາເນີນການເລືອກຕັ້ງ ໃຫ້ຖືກຕ້ອງຕາມກົດໝາຍ, ແລະ ມີຄວາມເປັນເອກະພາບແຕ່ຂັ້ນ ສູນກາງຮອດຂັ້ນທ້ອງຖິ່ນ; ເພື່ອ ສຶກສາອົບຮົມການເມືອງ-ແນວ ຄິດ ແລະ ປຸກລະດົມການເສີມຂະ ຫຍາຍຈິດໃຈຮັກຊາດ, ການໃຊ້ສິດ ປະຊາທິປະໄຕໃນການເລືອກຕັ້ງ, ຍົກສູງສະຕິຊາດ, ມີຄວາມເປັນ ເອກະພາບ ແລະ ຄວາມສາມັກຄີ ປອງດອງ, ມີສະຕິລະວັງຕົວ, ເປັນ ເຈົ້າການຕອບຕ້ານກົນອຸບາຍ ແລະ ການທຳລາຍຂອງພວກປໍລະປັກທີ່ ຫວັງມ້າງເພທຳລາຍລະບອບໃໝ່ ຂອງພວກເຮົາ. ກອງປະຊຸມໄດ້ຮັບຟັງການເຜີຍ ພິຈາລະນາ ແລະ ຮັບຮອງເອົາ ເອກະສານສໍາຄັນຄື: ຮ່າງໂຄງການ ການເມືອງ ສະບັບທີ 3 ຂອງພັກ, ຮ່າງລາຍງານການເມືອງຂອງຄະ ນະບໍລິຫານງານສູນກາງພັກສະ ໄໝທີ XI, ຮ່າງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030); ຮ່າງ ກົດລະບຽບພັກປະຊາຊົນປະຕິວັດ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ, ແຜນງົບປະມານແຫ່ງລັດ ແລະ ການຈັດຕັ້ງປະຕິບັດບັນດາ ຄາດໝາຍວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມ ທຸກຍາກຂອງແຂວງໄລຍະ 5 ປີ (2021-2025), ປະຈໍາປີ 2025 ແລະ ສະເໜີທິດທາງແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ 5 ປີ ຄັ້ງທີ X (2026-2030) ແລະ ແຜນປີ 2026 ຊຶ່ງສາມາດ ເຮັດໃຫ້ທິດທາງ, ແຜນການ, ບັນ ດາຄາດໝາຍສູ້ຊົນທີ່ວາງອອກໄດ້ ຮັບການຈັດຕັ້ງປະຕິບັດສາມາດ ຍາດໄດ້ຜົນສໍາເລັດທີ່ສໍາຄັນ ແລະ ພົ້ນເດັ່ນໃນຫລາຍດ້ານເຊັ່ນ: ຂົງ ເຂດປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໄດ້ສຸມໃສ່ຈັດຕັ້ງປະຕິບັດ ແນວທາງປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບທົ່ວປວງຊົນຮອບ ດ້ານຢ່າງຕັ້ງໜ້າເປັນຕົ້ນສຸມໃສ່ ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງກໍາລັງ ປກຊ , 4 ແຜນ ງານ 10 ໂຄງການຂອງກໍາລັງ ປກສ ແລະ ສໍາເລັດຕາມຄາດໝາຍ ທີ່ວາງໄວ້; ຂົງເຂດເສດຖະກິດໃນ ໄລຍະ 5 ປີຜ່ານມາ (20212025) ລວມຍອດຜະລິດຕະ ພັນພາຍໃນທັງໝົດ 5 ປີ ມູນຄ່າ 96.119 ຕື້ກີບ. ປີ 2025 ເຫັນວ່າ ເສດຖະກິດຂອງແຂວງໄດ້ມີການ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນໄລຍະ ທ້າຍປີຂອງແຜນແມ່ນຢູ່ໃນລະດັບ 6,2% (ແຜນການ 6% ຂຶ້ນໄປ, ລວມຍອດຜະລິດຕະພັນພາຍໃນ ບັນລຸ 26.772 ຕື້ກີບ, ລາຍຮັບ ສະເລ່ຍຕໍ່ຫົວຄົນບັນລຸໄດ້ 58,1 ລ້ານກີບ ຫລື ເທົ່າກັບ 2.701 ໂດລາສະຫະລັດ/ຄົນ/ປີ, ອັດຕາ ເງິນເຟີ້ສະເລ່ຍ 5 ປີ ຜ່ານມາແມ່ນ 20,39%, ປັດໄຈຕົ້ນຕໍທີ່ຊຸກຍູ້ ການເຕີບໂຕແມ່ນມາຈາກການຜະ ລິດສະບຽງອາຫານເພື່ອບໍລິໂພກ ພາຍໃນ ແລະ ສົ່ງອອກຈໍານວນໜຶ່ງ, ການຜະລິດຂະແໜງໄຟຟ້າ ແລະ ບໍ່ ແຮ່, ອຸດສາຫະກໍາປຸງແຕ່ງ, ການ ຂົນສົ່ງ ແລະ ການທ່ອງທ່ຽວ; ຂົງ ເຂດວັດທະນະທໍາ-ສັງຄົມ, ຂົງເຂດ ການປົກຄອງ, ບໍລິຫານລັດ ແລະ ຍຸຕິທໍາ, ຂົງເຂດການຕ່າງປະເທດ ໄດ້ມີການພັດທະນາຢ່າງຕໍ່ເນື່ອງ, ພ້ອມກັນນັ້ນຍັງໄດ້ຍົກໃຫ້ເຫັນ ບັນຫາທີ່ຍັງຄົງຄ້າງຈໍານວນໜຶ່ງ, ວິໄສທັດການພັດທະນາເສດຖະກິດ ຮອດ ປີ 2055, ຍຸດທະສາດການ ພັດທະນາຮອດປີ 2035 ແລະ ບາງ ຕົວເລກຄາດໝາຍການພັດທະນາ ເສດຖະກິດ-ສັງຄົມຮອດປີ 2035. ໃນພິທີໄດ້ມີການເຊັນບົດບັນທຶກ ມອບ-ຮັບໜ້າທີ່ລະຫວ່າງສະຫາຍ ວັນໄຊ ພອງສະຫວັນ ເຈົ້າແຂວງ ຄໍາມ່ວນ ແລະ ສະຫາຍ ສົມສະອາດ ອຸ່ນສີດາ ປະທານຄະນະກໍາມະການ ປົກຄອງແຂວງຄໍາມ່ວນ, ປະກາດ ການແຕ່ງຕັ້ງຮອງປະທານຄະນະ ກໍາມະການປົກຄອງແຂວງຈໍານວນ 2 ສະຫາຍຄື: ແຕ່ງຕັ້ງສະຫາຍ ໝັ້ນຍືນ ຄິນສະໝອນ ຄະນະປະ ຈໍາພັກແຂວງ, ຮອງປະທານຄະ ນະກໍາມະການປົກຄອງແຂວງ (ລົງເລິກຊີ້ນໍາຂົງເຂດວຽກງານ ເສດຖະກິດ); ສະຫາຍ ເດດສັກດາ ມະນີຄໍາ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກໍາມະການປົກ ຄອງແຂວງ (ລົງເລິກຊີ້ນໍາຂົງເຂດ ວຽກງານວັດທະນະທໍາ-ສັງຄົມ). ນອກຈາກນັ້ນຍັງໄດ້ຜ່ານມະຕິຕົກ ລົງຂອງຄະນະເລຂາທິການສູນ ກາງພັກວ່າດ້ວຍການອະນຸມັດໃຫ້ ພະນັກງານການນໍາຂອງແຂວງ ອອກພັກການ-ຮັບອຸດໜູນເຂົ້າບໍາ ນານ 6 ສະຫາຍຄື: ສະຫາຍ ວົງເພັດ ຈິດປັນຍາ ຮອງເລຂາພັກແຂວງ, ສະຫາຍ ຄໍາສອນ ອ້ວນທະວີ ຄະນະ ປະຈໍາພັກແຂວງປະທານຄະນະກວດ ກາພັກແຂວງ, ສະຫາຍ ພິດສະໄໝ ກອງຊາເດດ ຄະນະປະຈໍາພັກແຂວງ ປະທານແນວລາວສ້າງຊາດແຂວງ, ສະຫາຍ ບຸນທັນ ສຸວັນນະລາດ ກໍາ ມະການພັກແຂວງ ຫົວໜ້າຄະນະ ໂຄສະນາອົບຮົມແຂວງ, ສະຫາຍ ບຸນກວ້າງ ແກ້ວບຸນຍົງ ກໍາມະ ການພັກແຂວງ ຮອງປະທານແນວ ລາວສ້າງຊາດແຂວງ, ສະຫາຍ ໄຊສົມບູນ ສຸວັນດາລາ ກໍາມະການ ພັກແຂວງ, ຫົວໜ້າພະແນກວັດທະ ນະທໍາ ແລະ ການທ່ອງທ່ຽວແຂວງ. ໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ມີຄໍາຄິດເຫັນໂອ້ລົມ ໂດຍສະຫາຍໄດ້ເນັ້ນໃຫ້ຄະນະກໍາ ມະການປົກຄອງແຂວງຊຸດໃໝ່ ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດໃຫ້ຖັນແຖວພະ ນັກງານ-ສະມາຊິກພັກເປັນປົກ ກະຕິ, ການສັບປ່ຽນໜ້າທີ່ ກໍຄື ການສັບຊ້ອນຈັດວາງຕຳແໜ່ງ ງານຕ່າງໆ ແລະ ການຮັບອຸດໜູນ ບໍານານຂອງພະນັກງານການນຳ ແຕ່ລະຂັ້ນແມ່ນວຽກງານປົກກະຕິ ທີ່ພວກເຮົາເຄີຍປະຕິບັດມາ, ແມ່ນ ການປະຕິບັດນະໂຍບາຍຕໍ່ພະນັກ ງານທຸກປະເພດ, ການຈັດວາງພະ ນັກງານຕ້ອງໄປຕາມຄວາມຮຽກ ຮ້ອງຕ້ອງການຂອງໜ້າທີ່ການ ເມືອງຂອງພັກ, ທັງເປັນຫລັກການ ແລະ ລະບຽບການຂອງພັກ; ໃຫ້ ສືບຕໍ່ເສີມຂະຫຍາຍມູນເຊື້ອຄວາມ ສາມັກຄີພາຍໃນຄະນະປະຈຳພັກ ແຂວງ, ຄະນະບໍລິຫານງານພັກ ແລະ ຄະນະພັກແຕ່ລະຂັ້ນໃຫ້ມີ ຄວາມໜັກແໜ້ນ, ມີຄວາມເປັນ ເອກະພາບສູງ, ສືບຕໍ່ເປັນຫລັກ ແຫລ່ງ, ເປັນຄັນທຸງ ແລະ ເປັນແກນ ນຳໃນການນຳພາເຕົ້າໂຮມຄວາມ ສາມັກຄີເປັນປຶກແຜ່ນໃນຖັນແຖວ ສະມາຊິກພັກ, ພະນັກງານ; ສືບ ຕໍ່ເອົາໃຈໃສ່ຜັນຂະຫຍາຍຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງອົງຄະນະພັກແຂວງ ແລະ ກຽມພ້ອມປະຕິບັດມະຕິກອງ ປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງ ທີ XII ຂອງພັກ, ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີແຫ່ງຊາດ ຄັ້ງທີ 10 ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມຂອງແຂວງ ແລະ ສອງວາລະແຫ່ງຊາດ ໃຫ້ ເກີດຜົນເປັນຈິງ; ສືບຕໍ່ຫັນລົງກໍ່ສ້າງ ຮາກຖານການເມືອງຕິດພັນກັບ ວຽກງານພັດທະນາຊົນນະບົດຮອບ ດ້ານ-ແກ້ໄຂຄວາມທຸກຍາກຂອງ ປະຊາຊົນ ແລະ ວຽກງານ 3 ສ້າງ; ສຸມໃສ່ນໍາພາກະກຽມຄວາມພ້ອມ ທຸກຢ່າງ ໃນການສ້າງຕັ້ງຕາແສງ ເຊັ່ນ: ບ່ອນສະຖານທີ່ເຮັດວຽກ ຂອງຕາແສງ, ບຸກຄະລາກອນ ແລະ ກົງຈັກການຈັດຕັ້ງ ກໍຄື ໜ່ວຍ ງານຕ່າງໆຂອງຕາແສງ, ກະກຽມ ກົນໄກ, ລະບອບ-ລະບຽບການເຮັດ ວຽກຂອງຕາແສງ ແລະ ວຽກອື່ນໆ; ຍົກສູງຄຸນນະພາບການປະຕິບັດໜ້າ ທີ່ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ທົ່ວປວງຊົນຮອບດ້ານ ໃຫ້ເຂັ້ມແຂງ ແລະ ຖືວຽກງານນີ້ ເປັນໜ້າທີ່ພື້ນຖານທີ່ຕ້ອງໄດ້ເຮັດ ເປັນປະຈໍາຢ່າງບໍ່ລົດລະ ເພື່ອຮັບ ປະກັນຄວາມໝັ້ນຄົງຂອງປະເທດ ຊາດ ກໍຄື ຂອງລະບອບການເມືອງ ຂອງພວກເຮົາດ້ວຍການສ້າງທ່າ ສະໜາມສາມຂັ້ນ, ສ້າງບ້ານປ້ອມ ໝັ້ນ, ກຸ່ມບ້ານສູ້ຮົບຕິດລຽນ, ບ້ານ ປ້ອງກັນຊາດເຂັ້ມແຂງ, ບ້ານປ້ອງ ກັນຄວາມສະຫງົບດີ, ບ້ານປອດ ຢາເສບຕິດ ແລະ ເອົາໃຈໃສ່ສະກັດ ກັ້ນ ແລະ ແກ້ໄຂແຕ່ຫົວທີບັນດາໜໍ່ ແໜງຄວາມບໍ່ສະຫງົບ ແລະ ປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດຢ່າງເດັດ ຂາດ; ສືບຕໍ່ປັບປຸງລະບົບການເມືອງ ແຕ່ລະຂັ້ນຢ່າງຕໍ່ເນື່ອງໃຫ້ໜັກ ແໜ້ນ, ເຂັ້ມແຂງເປັນຕົ້ນຢູ່ຂັ້ນຮາກ ຖານ ເພື່ອຮັບປະກັນໃຫ້ແກ່ການຈັດ ຕັ້ງເຜີຍແຜ່ ແລະ ນໍາພາປະຕິບັດ ແນວທາງແຜນນະໂຍບາຍ, ມະຕິ- ຄໍາສັ່ງຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ໂດຍ ສຸມໃສ່ກໍ່ສ້າງປັບປຸງໜ່ວຍພັກໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ; ປັບປຸງຍົກສູງບົດບາດຄວາມສັກ ສິດຂອງອົງການອໍານາດລັດທຸກ ຂັ້ນໃຫ້ເຂັ້ມແຂງ; ສືບຕໍ່ເອົາໃຈໃສ່ ຫລາຍຂຶ້ນຕໍ່ວຽກງານສຶກສາອົບ ຮົມການເມືອງ-ນໍາພາແນວຄິດ ຂອງສະມາຊິກພັກ, ພະນັກງານ, ທະຫານ-ຕໍາຫລວດ ແລະ ປະຊາຊົນ ບັນດາເຜົ່າໃຫ້ເຊື່ອມຊຶມ, ຮັບຮູ້- ເຂົ້າໃຈແນວທາງນະໂຍບາຍ ແລະ ມະຕິ-ຄໍາສັ່ງຂອງພັກ-ລັດ ແລະ ລະ ບຽບ-ກົດໝາຍຂອງລັດ. ແຜ່ເອກະສານສຳຄັນຄື: ເຊື່ອມ ຊຶມ ແລະ ຜັນຂະຫຍາຍມະຕິຂອງ ກົມການເມືອງສູນກາງພັກ ວ່າ ດ້ວຍການເພີ່ມທະວີການນໍາພາ-ຊີ້ ນໍາຂອງອົງຄະນະພັກທຸກຂັ້ນຕໍ່ການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນ ແຂວງ ຊຸດທີ V; ເພີ່ມທະວີນໍາພາ ແນວຄິດ ແລະ ເສີມຂະຫຍາຍສິດ ປະຊາທິປະໄຕຂອງປະຊາຊົນລາວ ບັນດາເຜົ່າ ເພື່ອການເລືອກຕັ້ງສະ ມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດ ທີ V; ເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍການເລືອກຕັ້ງສະມາຊິກ ສະພາແຫ່ງຊາດ ແລະ ສະພາປະ ຊາຊົນຂັ້ນແຂວງ; ເຊື່ອມຊຶມແຜນ ດໍາເນີນງານຂອງຄະນະກໍາມະການ ເລືອກຕັ້ງນະຄອນຫລວງວຽງຈັນ ເພື່ອກະກຽມ ແລະ ດໍາເນີນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ V. ພາບ: ສພຊ ລາວ ສະໄໝທີ XII ແລະ ເອກະສານ ສຳຄັນອື່ນໆ. ບັນດາເອກະສານ ສຳຄັນດັ່ງກ່າວ ແມ່ນເປັນກຳນົດ ແນວທາງການເມືອງ ແລະ ແນວ ທາງການຈັດຕັ້ງປະຕິບັດຂອງພັກ ໃນຊຸມປີຕໍ່ໜ້າຢ່າງມີວິທະຍາສາດ ແລະ ແທດກັບສະພາບຄວາມເປັນ ຈິງຂອງ ສປປ ລາວ ໃນປັດຈຸບັນ ແລະ ອະນາຄົດ. ກອງປະຊຸມຍັງຈະ ໄດ້ດໍາເນີນການເລືອກຕັ້ງເອົາຄະ ນະບໍລິຫານງານສູນກາງພັກ ສະໄໝ ທີ XII ທີ່ເປັນອົງການນໍາພາສູງສຸດ ຂອງພັກ ເພື່ອແບກຫາບພາລະໜ້າທີ່ ອັນໜັກໜ່ວງທີ່ພັກ ກໍຄື ປະຊາຊົນໄດ້ ມອບໝາຍໃຫ້ໃນ 5 ປີຕໍ່ໜ້າ. ກາລະນຶກ 50 ປີວັນສະຖາປະນາ ສປປ ລາວ ສະບັບເລກທີ 282/ ປປທ, ລົງວັນທີ 20 ພະຈິກ 2025 ຊຶ່ງປະທານປະເທດໄດ້ອອກລັດຖະ ດໍາລັດປະດັບຫລຽນກາລະນຶກ 50 ປີ ໃຫ້ພະນັກງານ-ລັດຖະກອນ ປະຈໍາການ ແລະ ພະນັກງານບໍາ ນານກະຊວງການເງິນທັງໝົດ 1.044 ທ່ານ, ຍິງ 302 ທ່ານ. ໃນນີ້, ພະນັກງານ-ລັດຖະກອນ ປະຈໍາການ 540 ທ່ານ, ຍິງ 192 ທ່ານ, ພະນັກງານບໍານານ 504 ທ່ານ, ຍິງ 110 ທ່ານ. ພ້ອມນັ້ນ, ຍັງໄດ້ຜ່ານໃບມອບສິດໃຫ້ທ່ານ ລັດຖະມົນຕີກະຊວງການເງິນ ຕາງ ໜ້າລັດຖະບານໃຫ້ກຽດປະດັບ ຫລຽນກາລະນຶກດັ່ງກ່າວ ສະບັບ ເລກທີ 239/ນຍ, ລົງວັນທີ 20 ພະຈິກ 2025. ການປະດັບຫລຽນຄັ້ງນີ້, ເພື່ອ ຫວນຄືນເຖິງວັນມະຫາໄຊຊະນະ ແຫ່ງການປະຕິວັດຊາດ ປະຊາທິ ປະໄຕ, ລະນຶກເຖິງຜົນງານ ແລະ ການເສຍສະລະອັນຍິ່ງໃຫຍ່ຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ, ບັນດາຜູ້ນຳ, ນັກປະຕິວັດ, ວິລະຊົນ, ສະມາຊິກ ພັກ-ພະນັກງານຕະຫລອດຮອດ ປະຊາຊົນລາວບັນດາເຜົ່າທີ່ໄດ້ອຸ ທິດໃນພາລະກິດຕໍ່ສູ້ກູ້ຊາດຢ່າງ ພິລະອາດຫານຈົນສາມາດຍາດໄດ້ ເອກະລາດແຫ່ງຊາດ; ປົດປ່ອຍ ປະເທດຊາດໄດ້ຢ່າງສົມບູນ ແລະ ສະຖາປະນາເປັນປະເທດສປປລາວ ໃນວັນທີ 2 ທັນວາ 1975. ຂ່າວ: ກະຊວງການເງິນ

RkJQdWJsaXNoZXIy MTc3MTYxMQ==