7187.1

gsfdko{dkora fmtok a xtgmf]k; ( 02/01/2026 5 xu c0;'g-dv' cdh 7tfu 1kglf8y fwfh 322 g]n j v' 7totoedv'rq omu 2 lh k'0t[;odkoda [ rtoa d'kocrf\= ຂປລ. ໃນວັນທີ 30 ທັນວາ 2025 ນີ້, ຄະນະນໍາກອງພົນທີ 2 ໄດ້ສ້າງຂະບວນເຕະບານ ກັບ ພະນັກງານແພດໝໍ ຂອງກອງພົນ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ແລະ ຂໍ່ານັບຮັບຕ້ອນວັນສ້າງຕັ້ງກອງທັບ ປະຊາຊົນລາວ ຄົບຮອບ 77 ປີ ທີ່ໃກ້ ຈະມາເຖິງນີ້ໃຫ້ມີບັນຍາກາດຟົດຟື້ນ ຢ່າງຕໍ່ເນຶ່ອງ ທັງເປັນການຮັດແໜ້ນ ຄວາມສາມັກຄີ ລະຫວ່າງ ການ ນໍາກອງພົນ ກັບບັນດາກົມກອງ ກໍຄືພະນັກງານແພດໝໍໃຫ້ມີຄວາມ ແໜ້ນແຟ້ນ. ໂດຍ: ຄໍາຮັກ ໄຊວັນທອນ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໄລຍະ 5 ປີ (2021-2025) ຜ່ານມາ, ກອງ ບັນຊາການປ້ອງກັນຄວາມສະຫງົບ (ປກສ) ແຂວງເຊກອງ ໄດ້ຍົກສູງ ປະສິດທິພາບດ້ານການຄຸ້ມຄອງ, ນໍາພາ-ບັນຊາການຈັດຕັ້ງປະຕິບັດ ຮອບດ້ານ ໃນການປະຕິບັດວາລະ ແຫ່ງຊາດ ວ່າດ້ວຍການແກ້ໄຂ ບັນຫາຢາເສບຕິດ ໂດຍຍຶດໝັ້ນ 3 ຫລັກການ ຄື: ເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ຊຶ່ງສາມາດເລີກ xu 2025 va f8txn ,u z6 h glp-u ;y f 26 7q o ph vov5 [a f8y gsf8k,mh v'4t|q o ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2025 ທົ່ວ ແຂວງອັດຕະປື ມີອຸບັດເຫດເກີດຂຶ້ນ ຕາມທ້ອງຖະໜົນ 459 ລາຍ, ທຽບ ໃສ່ປີ 2024 ເພີ່ມຂຶ້ນ 81 ລາຍ, ມີ ຜູ້ເສຍຊີວິດ 26 ຄົນ ຍິງ 4 ຄົນ, ຖ້າ ທຽບໃສ່ປີ 2024 ຈໍານວນຜູ້ເສຍ ຊີວິດຫລຸດລົງ 13 ຄົນ, ລວມມູນຄ່າ ເສຍຫາຍຈາກການເກີດອຸບັດເຫດ 3,7 ຕື້ກວ່າກີບ. ທ່ານ ຮ້ອຍເອກ ອະທິສັກ ສິມ ມະລາດ ຮອງຫົວໝ້າພະແນກຈະ ລາຈອນ ກອງບັນຊາການປ້ອງກັນ ຄວາມສະຫງົບ ແຂວງອັດຕະປື ໄດ້ ໃຫ້ສໍາພາດ ໃນວັນທີ 30 ທັນວາ 2025 ນີ້ວ່າ: ສາເຫດຕົ້ນຕໍທີ່ພາ ໃຫ້ເກີດອຸບັດເຫດຕາມທ້ອງທະໜົນ ພາຍໃນແຂວງອັດຕະປື ຍ້ອນຜູ້ຂັບ ຂີ່ຍັງຖືເບົາ ໃນການປະຕິບັດກົດ ລະບຽບການສັນຈອນ ເປັນຕົ້ນ ດື່ມ ສິ່ງມຶນເມົາແລ້ວຂັບຂີ່ ສູງເຖິງ 147 ລາຍ, ຮອງມາແມ່ນຂັບຂີ່ໄວເກີນ ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ກອງ ປະຊຸມສະຫລຸບ ການຈັດຕັ້ງປະຕິບັດ ວຽກງານສາທາລະນະສຸກ ປະຈຳປີ 2025ແລະ ທິດທາງແຜນການ ປະຈຳປີ 2026 ຫ້ອງການ ສາທາລະນະສຸກ ເມືອງວຽງພູຄາ ແຂວງຫລວງນໍ້າທາ ຈັດຂຶ້ນໃນ ວັນທີ 30 ທັນວາ 2025 ທີ່ຫ້ອງ ການສາທາລະນະສຸກເມືອງ ໂດຍ ການເປັນປະທານຂອງ ທ່ານ ບຸນ ປັນ ວັນນະພົມ ຫົວໜ້າຫ້ອງການ ສາທາລະນະສຸກເມືອງ, ມີ ທ່ານ ພູມອນ ຄຸນສີລິເຮືອງ ຮອງເລຂາ ພັກເມືອງ, ທ່ານ ຕຽງສະໝອນ ພອນປະເສີດ ຫົວໜ້າພະແນກ ສາທາລະນະສຸກ ແຂວງຫລວງ ນ້ຳທາ ພ້ອມດ້ວຍໜ່ວຍງານ, ພະ ນັກງານແພດໝໍ ແລະ ຫ້ອງການທີ່ ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ບຸນປັນ ວັນນະພົມ ໃຫ້ຮູ້ ວ່າ: ໃນໄລຍະ 1 ປີຜ່ານມາ, ຫ້ອງ ການສາທາລະນະສຸກ ເມືອງວຽງ ພູຄາ ໄດ້ມີຜົນສໍາເລັດບາງດ້ານ ອັນພົ້ນເດັ່ນແມ່ນການຈັດຕັ້ງປະ ຕິບັດເປົ້າໝາຍ 11 ຕົວຊີ້ບອກ ໄດ້ພະຍາຍາມສູ້ຊົນມີຄວາມຄືບ ໜ້າຫລາຍ ເຖິງວ່າບໍ່ບັນລຸທັງໝົດ ກໍຕາມ. ສຳລັບການຈັດຕັ້ງປະຕິບັດ ວຽກງານວິຊາສະເພາະຂອງ 7 ແຜນງານສາທາລະນະສຸກ, ບັນດາ ໂຄງການ ແລະ ກິດຈະກໍາຕ່າງໆ ມີ ຮື້ແກ້ໄຂມ້າງລາຍຄະດີຢາເສບຕິດໄດ້ 322 ເລື່ອງ, ຈັບຜູ້ຖືກຫາໄດ້ 322 ຄົນ ແລະ ຢຶດຂອງກາງປະເພດຢາ ບ້າໄດ້ 151.051 ເມັດ. ທ່ານ ພົຈວ ຄໍາບານ ພົມມະນີ ວົງ ຫົວໜ້າກອງບັນຊາການ ປກສ ແຂວງເຊກອງ ລາຍງານຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ10ຂອງ ສະພາປະຊາຊົນ ແຂວງເຊກອງ ຊຸດ ທີ IV ໃນວັນທີ 29 ທັນວາ 2025 ຜ່ານມາ ໂດຍຍົກໃຫ້ເຫັນການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ຊຶ່ງສາມາດ ແກ້ໄຂໄດ້ຫລາຍຄະດີ ເປັນການປະ ກອບສ່ວນອັນສໍາຄັນ ເຂົ້າໃນການ ແກ້ໄຂສະພາບຄວາມບໍ່ສະຫງົບ, ຄວາມບໍ່ເປັນລະບຽບຮຽບຮ້ອຍໃນ ສັງຄົມ, ສ້າງສະພາບແວດລ້ອມ ແລະ ເງື່ອນໄຂເອື້ອອໍານວຍໃຫ້ແກ່ ການສ້າງສາພັດທະນາເສດຖະກິດສັງຄົມ. ພ້ອມນີ້, ສ້າງບ້ານປອດຢາ ເສບຕິດໄດ້ 165 ບ້ານ 20.793 ຄອບຄົວ; ປະເມີນກົມກອງຂະແໜງ ການປອດຢາເສບຕິດແລ້ວ 42 ກົມ ກອງ ແລະ ສາມາດຢັ້ງຢືນຮັບຮອງ ແລ້ວ 2 ກົມກອງ. ນອກນັ້ນ, ຍັງ ໄດ້ເຄື່ອນໄຫວເກັບກໍາຂໍ້ມູນ, ຂຶ້ນ ບັນຊີເປົ້າໝາຍຄ້າ-ຂາຍຢາເສບຕິດ, ເຄື່ອນໄຫວເຜີຍແຜ່ກົດໝາຍ ແລະ ຜົນຮ້າຍຂອງຢາເສບຕິດຕາມສະ ຖານການສຶກສາ, ຈຸດສຸມກຸ່ມບ້ານ ແລະ ຮ່ວມມືກັບປະເທດເພື່ອນມິດ ຍຸດທະສາດ ສສ ຫວຽດນາມ ໂດຍ ສະເພາະບັນດາແຂວງ ທີ່ມີຊາຍແດນ ຕິດຈອດ ແລະ ນໍາເອົາກໍາລັງ ປກສ ແຂວງ-ປກສ ເມືອງ ໄປປະຈໍາຢູ່ຈຸດ ຫລໍ່ແຫລມຕ່າງໆຂອງແຂວງ. ທ່ານ ພົຈວ ຄໍາບານ ພົມມະນີວົງ ໃຫ້ຮູ້ອີກວ່າ: ເພື່ອເຮັດໃຫ້ການ ແກ້ໄຂບັນຫາຢາເສບຕິດ ໃນຕໍ່ໜ້າ ມີປະສິດທິພາບ ແລະ ປະສິດທິຜົນ. ປກສ ແຂວງ ຈະເອົາໃຈໃສ່ປັບປຸງ ກົງຈັກການຈັດຕັ້ງກຳລັງ ປກສ ແຕ່ລະຂັ້ນໃຫ້ມີຄວາມເຂັ້ມແຂງ ຕິດພັນກັບການສຶກສາອົບຮົມການ ເມືອງ-ແນວຄິດ, ມີຈັນຍາບັນຈັນຍາທຳ ເຮັດໜ້າທີ່ດ້ວຍຄວາມ ເສຍສະລະ ເພື່ອຊາດ-ເພື່ອປະຊາຊົນ; ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍ ຂອງຢາເສບຕິດໃຫ້ທົ່ວສັງຄົມໄດ້ ຮັບຮູ້-ເຂົ້າໃຈ ແລະ ເຫັນໄດ້ຄວາມ ເປັນອັນຕະລາຍຮ້າຍແຮງຂອງຢາ ເສບຕິດ; ປຸກລະດົມອົງການປົກຄອງ ທ້ອງຖິ່ນ ກໍຄື ປະຊາຊົນບັນດາເຜົ່າ, ສ້າງຄວາມເຂັ້ມແຂງໃຫ້ສະຖາບັນ ຄອບຄົວ ເປັນເຈົ້າການເຂົ້າຮ່ວມໃນ ການແກ້ໄຂບັນຫາຢາເສບຕິດ, ສ້າງ ບ້ານປອດຄະດີ, ບ້ານ ແລະ ສ້າງ ຄອບຄົວປອດຢາເສບຕິດ ໃຫ້ໄດ້ຕາມ ມາດຖານເງື່ອນໄຂ ແລະ ເປົ້າໝາຍ ແຜນການທີ່ວາງໄວ້. ຂ່າວ: ສັນຍາ xu 2025 sh v'dkolkmk]totl5 d g,n v';P'r6 7k ,u zq oleg]a fs]kpfh ko ຄວາມຄືບໜ້າທີ່ດີ, ແຕ່ຍັງມີຫລາຍ ບັນຫາສິ່ງທ້າທາຍເຮັດໃຫ້ການ ປະຕິບັດບາງກິດຈະກຳບໍ່ສາມາດ ບັນລຸໄດ້ຕາມຄາດໝາຍ, ຫ້ອງການ ສາທາລະນະສຸກເມືອງ ເຮັດວຽກ 2 ຍຸດທະສາດໃຫຍ່ຄື: ຍຸດທະສາດ ປ້ອງກັນພະຍາດ ແລະ ສົ່ງເສີມ ສຸຂະພາບ, ຍຸດທະສາດປິ່ນປົວ ແລະ ຟື້ນຟູໜ້າທີ່ການ. ໃນ 1 ປີຜ່ານມາ ມີແມ່ຍິງຖືພາມາກວດທ້ອງ 388 ຄົນ ປະຕິບັດໄດ້ 58,69%, ສັກຢາ ກັນພະຍາດຮອບປົກກະຕິ 46 ບ້ານ 60 ຈຸດ, ສໍາຫລວດ ແລະ ອອກແບບ ການກໍ່ສ້າງນໍ້າລິນ 10 ບ້ານ, ສ້າງ ບ້ານສາທາລະນະສຸກແບບຢາງ (ຊຈສ) ທັງໝົດ 46 ບ້ານ, ຄົນເຈັບ ວັນນະໂລກ 57 ກໍລະນີ, ຄົນຕິດເຊື້ອ ເອດສະສົມ 25 ຄົນ, ຕິດເຊື້ອເອດ ໃໝ່ 6 ຄົນ ຍິງ 3 ຄົນ, ເສຍຊີວິດ 5 ຄົນ, ການບໍລິການຄົນເຈັບກວດເຂດ ນອກ 14.589 ຄົນ, ຄົນເຈັບນອນ ປິ່ນປົວ 565 ຄົນ, ການປະຕິບັດ ວຽກງານ 5 ດີ 1 ພໍໃຈ ໃນນີ້, ຕ້ອນຮັບດີ ປະຕິບັດໄດ້ 82,76%, ສະອາດ 79,62%, ສະດວກດີ 82,87%, ບົງມະຕິດີ 82,5%, ປິ່ນປົວດີ 85% ແລະ ວຽກງານ ອື່ນໆໄດ້ຮັບຜົນສໍາເລັດຫລາຍດ້ານ. ກອງປະຊຸມຄັ້ງນີ້, ໄດ້ສຸມໃສ່ ປຶກສາຫາລືບັນດາວຽກງານທີ່ສໍາ ຄັນ ແລະ ສະຫລຸບຕີລາຄາຜົນ ສໍາເລັດ, ສິ່ງທີ່ຄົງຄ້າງ ແລະ ສິ່ງ ທ້າທາຍ ໃນການຈັດຕັ້ງປະຕິບັດ ແຜນພັດທະນາສາທາລະນະສຸກ ປະຈໍາປີ 2025 ແລະ ທິດທາງ ແຜນການປີ 2026 ເພື່ອໃຫ້ບັນລຸ 11 ຕົວຊີ້ບອກ ທີ່ສະພາແຫ່ງຊາດໄດ້ ຮັບຮອງ ໂດຍສຸມໃສ່ຈັດຕັ້ງປະຕິບັດ ປັບປຸງຄຸນນະພາບຂອງການບໍລິ ການສາທາລະນະສຸກ ໃຫ້ທົ່ວເຖິງ ແລະ ມີີຄຸນນະພາບດີຂຶ້ນກວ່າເກົ່າ; ຄົ້ນຄວ້າປຶກສາຫາລືບັນຫາທີ່ພົ້ນ ເດັ່ນ ເປັນຕົ້ນ ການຈັດຕັັ້ງປະຕິບັດ ວຽກງານການເງິນ, ການຈັດສັນງົບ ປະມານປີ 2025 ແລະ ແຜນການປີ 2026, ວຽກງານກອງທຶນປະກັນ ສຸຂະພາບ ແລະ ທິດທາງ ເພື່ອບັນລຸ ສຸຂະພາບທົ່ວປວງຊົນ, ການສ້າງ ກົນໄກການປະສານງານເພື່ອບັນລຸ 11 ຕົວຊີ້ບອກ, ວຽກງານ 5 ດີ 1 ພໍໃຈ, ການຍົກລະດັບຄຸນນະພາບ ຂອງສະຖານທີ່ບໍລິການ, ການ ກໍ່ສ້າງ-ບັນຈຸ, ສັບຊ້ອນ ບຸກຄະ ກອນສາທາລະນະສຸກ, ການສົ່ງ ເສີມກົນໄກການສະໜອງຢາ ແລະ ອຸປະກອນການແພດ. ໃນກອງ ປະຊຸມບັນດາຜູ້ເຂົ້າຮ່ວມ ຍັງໄດ້ ປະກອບຄຳຄິດເຫັນແລກປ່ຽນບົດ ຮຽນ ແລະ ຕີລາຄາບາງບັນຫາທີ່ ຍັງຄົງຄ້າງ ເພື່ອຊອກວິທີແກ້ໄຂ ໃຫ້ວຽກງານສາທາລະນະສຸກ ຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ບັນລຸ ຕາມຄາດໝາຍ. ຂ່າວ-ພາບ: ຄໍາປິງ ກຳນົດມີ 124 ລາຍ, ບໍ່ປ່ອຍສິດ ທາງນ້ອຍ ບໍ່ໃຫ້ກຽດທາງໃຫຍ່ ມີ 106 ລາຍ, ລ່ວງປ້າຍ 88 ລາຍ, ປ່ຽນທິດທາງ 53 ລາຍ ແລະ ອື່ນໆ. ຈຸດທີ່ມັກເກີດອຸບັດເຫດຫລາຍກວ່າ ໝູ່ແມ່ນເຂດຊຸມຊົນ ເທສະບານ ເມືອງ, ແຂວງ, ບັນດາ 3 ແຍກ, 4 ແຍກ. ໃນຂະນະດຽວກັນ ຕະຫລອດ ໄລຍະ 1 ປີຜ່ານມາ ທາງພະແນກຈະ ລາຈອນ ປກສ ແຂວງ ແລະ ເມືອງ ກໍໄດ້ເຄື່ອນໄຫວວຽກງານວິຊາສະ ເພາະ ໂດຍໄດ້ລົງເຄື່ອນໄຫວໂຄສະ ນາຕາມເທສະບານແຂວງ ແລະ ເມືອງ, ນຳໃຊ້ລົດສະຫລາມໂຄສະ ນາຕາມເສັ້ນທາງຂອບເຂດທາງ 3 ແຍກ, 4 ແຍກ, ເຂດແອອັດຊຸມ ຊົນ, ຕະຫລາດ. ນອກນັ້ນ, ຍັງໄດ້ ສົມທົບກັບພະແນກສຶກສາທິການ ແລະ ກິລາແຂວງ ລົງເຄື່ອນໄຫວ ໂຄສະນາຕາມໂຮງຮຽນໃນຂອບ ເຂດທົ່ວແຂວງ, ພ້ອມທັງໄດ້ຕັ້ງ ຈຸດກວດກາບັງຄັບໃຊ້ກົດໝາຍ ຕາມເສັ້ນທາງຫລວງແຫ່ງຊາດ, ກວດທາດເຫລົ້າ, ຈັບຄວາມໄວ ແລະ ສຶກສາອົບຮົມຜູ້ຂັບຂີ່ທີ່ລ່ວງ ລະເມີດລະບຽບການສັນຈອນ ເພື່ອ ເຮັດໃຫ້ສະພາບການເກີດອຸບັດເຫດ ຫລຸດລົງ. ທ່ານ ຮ້ອຍເອກ ອະທິສັກ ສິມ ມະລາດ ໃຫ້ຮູ້ຕື່ມວ່າ: ໃນປີ 2026 ນີ້, ເພື່ອເຮັດໃຫ້ສະພາບອຸບັດເຫດ ຫລຸດຜ່ອນລົງທາງພະແນກຈະລາ ຈອນ ປກສ ແຂວງ ຈະໄດ້ລົງສືບຕໍ່ ເຄື່ອນໄຫວວຽກງານວິຊາສະເພາະ ໂດຍຈະໄດ້ລົງເຄື່ອນໄຫວສືບຕໍ່ ໂຄສະນາກົດລະບຽບ ການສັນ ຈອນຕາມທ້ອງຖະໜົນຫລວງ, ສໍານັກງານອົງການ, ບ້ານ ແລະ ໂຮງຮຽນ, ກວດກາບັງຄັບໃຊ້ກົດ ໝາຍ, ຈັບຄວາມໄວ, ກວດທາດ ເຫລົ້າ ແລະ ສຶກສາອົບຮົມຜູ້ຂັບຂີ່ທີ່ ລະເມີດກົດລະບຽບການສັນຈອນ, ປະສານສົມທົບກັບພະແນກການ ທີ່ກ່ຽວຂ້ອງກ່ຽວກັບບັນດາປ້າຍ, ປ້າຍເຕືອນ, ປ້າຍຫ້າມ, ປ້າຍບອກ ສິດ ແລະ ດອກໄຟເຍືອງທາງທີ່ມີ ການເປ່ເພ ແລະ ບໍ່ທັນພຽງພໍຕາມ ເສັ້ນທາງຈຸດ 3 ແຍກ, 4 ແຍກ ທີ່ມີ ຄວາມສ່ຽງທີ່ພາໃຫ້ເກີດອຸບັດເຫດ. ພ້ອມນີ້, ຮຽກຮ້ອງເຖິງນັກຂັບ ຂີ່ຜູ້ໃຊ້ລົດໃຊ້ຖະໜົນໃຫ້ເອົາໃຈໃສ່ ປະຕິບັດກົດລະບຽບການສັນຈອນ ຢ່າງເຂັ້ມງວດ ໂດຍສະເພາະ ຖ້າ ດື່ມສິ່ງມຶນເມົາແລ້ວຫ້າມຂັບຂີ່ຍານ ພະຫະນະທຸກປະເພດ, ເວລາຂັບຂີ່ ຕ້ອງໃຫ້ກຽດເຊິ່ງກັນ ແລະ ກັນ, ໝັ່ນກວດເຊັກສະພາບເຕັກນິກລົດ ໃຫ້ຢູ່ໃນສະພາບພ້ອມໃຊ້ງານ ທັງນີ້ ກໍເພື່ອຫລີກລ້ຽງການສູນເສຍທາງ ດ້ານຊີວິດ ແລະ ຊັບສິນຈາກການ ເກີດອຸບັດເຫດຕາມທ້ອງຖະໜົນ. ຂ່າວ: ວັດທະນາ

RkJQdWJsaXNoZXIy MTc3MTYxMQ==