glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 02/01/2026 glf4tdy f{la '7q , ໂດຍ: ລູກສາວຫລ້າູ ກ້ າ .-h 1kovos]a [gxa oxt9e lqj 'zq odtmq [co;.f8+ l5 0trk[ *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ Ia [Iv'rtmv'lk,lu gxa o,= ]tfq dcsj '-kf lq ,[a f,yj 'g,n v']tfa [mh v'4yj o (ຂໍ້ມູນຈາກ ແຂວງວຽງຈັນ )ໍ້ ມູນັ ນ -u ;y f{;a fmtotme u y a ອັນໜຶ່ງຫລາຍສິ່ງສ້າງ ມວນມິ່ງມໍລະດົກ ວັດທະນະທຳດີງາມ ກໍເດັ່ນດັງໄກກ້ອງ ຖືກຮັບຮອງຢືນຢັ້ງ ເປັນມູນມັງລະດັບໂລກ ອຸຍແນ້ສໂກປະກາດກ້ອງ ໃຫ້ຄົນຮູ້ຊ່າແຊວ ເຮັດໃຫ້ຄົນຕ່າງບ້ານ ທຽວທ່ອງມາເຖິງ ມາເບິ່ງຄວາມສວຍງາມ ຮຸ່ງເຮືອງຈະເລີນກ້າວ ທ່ອງທ່ຽວລາວມີໄວ້ ບໍລິການສະຖານທີ່ ມິດໄມຕີຕອບຕ້ອນ ສະອອນຍິ້ມຍ່າວໃສ່ກັນ ມາເຮົາມາຮ່ວມສ້າງ ສັງຄົມໃໝ່ໃສສີ 50 ປີກາຍມາ ຖອດຖອນບົດຮຽນຮູ້ ຢ່າເຊື່ອຄຳປອງປີ້ນ ມວນມານກະຈາຍຂ່າວ ສຽດສີ ທັງໃສ່ຮ້າຍ ເຮົາໃຫ້ແຍກກັນ ສາມັກຄີເທົ່ານັ້ນ ພາຊາດສີວິໄລ ຍ້ອນຮ່ວມແຮງກາຍໃຈ ຈຶ່ງເກີດຜົນພາກ້າວ ລາວເອີຍລາວສະໄໝນີ້ ຄືສັງຄົມລາວໃໝ່ ລາວສົດໃສຮຸ່ງກ້າວ ລາວສ້າງຊາດຈະເລີນ ແທ້ແລ້ວ. dkooerk ]k;.\j lu ;y w] ໂດຍ: ໂອທອງ ຄຳອິນຊູິູ ຂປລ. ພະທອງສາມສີ ພະມິ່ງ ຂວັນຄູ່ ຊາວເມືອງທຸລະຄົມ ແຂວງ ວຽງຈັນ ປະດິດສະຖານ ທີ່ວັດບ້ານ ລິ່ງຊັນ (ໃຕ້) ກົ່ງກັນຂ້າມກັບວັດ ນາຄອງ ທີ່ພະທາດມາຫລ້າ ປະ ດິດສະຖານຢູ່ ບ້ານລິ່ງຊັນ ເປັນຊຸມ ຊົນເກົ່າແກ່ ຄູ່ກັບລ້ອງນ້ຳງື່ມມາ ຫລາຍຮ້ອຍປີ ມີປະຫວັດຄວາມ ເປັນມາຍາວນານ ແລະ ເປັນແຫລ່ງ ທ່ອງທ່ຽວທາງວັດທະນະທຳ ທີ່ມີຊື່ ສຽງຂອງເມືອງທຸລະຄົມອີກດ້ວຍ. ຕາມການໃຫ້ຮູ້ຂອງທ່ານ ໄພແກ້ວ ຫລວງອາໄພ ປະທານແນວລາວ ສ້າງຊາດ ບ້ານລິ່ງຊັນ ໄດ້ຍົກໃຫ້ ເຫັນປະຫວັດຄວາມເປັນມາຂອງ ພະທອງສາມສີ ຕິດພັນກັບປະຫວັດ ບ້ານລິ່ງຊັນ ວ່າ: ບ້ານລິ່ງຊັນ ມີ 301 ຫລັງຄາເຮືອນ, ມີ 310 ຄອບ ຄົວ, ມີພົນລະເມືອງທັງໝົດ 1.588 ຄົນ, ມີຊົນເຜົ່າລາວລຸ່ມເປັນສ່ວນ ຫລາຍຖືສາສະໜາພຸດ ແລະ ສາສະ ໜາຜີເປັນຫລັກ. ປະຊາຊົນປະກອບ ອາຊີບປູກຝັງ-ລ້ຽງສັດເປັນຕົ້ນຕໍ; ເປັນບ້ານອະນຸລັກ ແຫລ່ງວັດທະນະ ທຳອັນເກົ່າແກ່ ຢຶດຖືຮີດຄອງປະເພ ນີລ້ອງງື່ມຢ່າງໜຽວແໜ້ນ. ພະພຸດ ທະຮູບທອງສາມສີ ຫລື ພະທອງ ສາມສີ ເປັນພະຄູ່ບ້ານຄູ່ເມືອງມາ ຍາວນານ ມີຮູບຊົງເປັນເອກະລັກ ສະເພາະມີຂະໜາດ ສູງ 56 ຊັງຕີ ແມັດ, ໜ້າຕັກກວາງ37ຊັງຕີແມັດ, ບ່າໄຫລ່ກວ້າງ 21 ຊັງຕີແມັດ, ແທ່ນສູງ 23,5 ຊັງຕີແມັດ ແລະ ກວ້າງ 51 ຊັງຕີແມັດ ຊຶ່ງປະສົມ ໂລຫະເຂົ້າກັນ ມີ: ທອງສໍາລິດ, ທອງເຫລືອງ, ເງິນ-ຄຳ ແລະ ແກ້ວ ປະເສີດທີ່ຫາຍາກ ເປັ່ງປະກາຍສີ ແວວວາວສະດຸດຕາ ຜູ້ໃດເຫັນແລ້ວ ມີຄວາມສຸກໃຈ, ເປັນສິລະປະລາວ ແທ້ ຊຶ່ງຜູ້ສ້າງໄດ້ຖວາຍຈິດໃຈອັນ ບໍລິສຸດ ຈາກສີມືນາຍຊ່າງທີ່ມີຊື່ ສຽງໂດງດັ່ງ ໃນຍຸກອານາຈັກລາວ ລ້ານຊ້າງຮຸ່ງເຮືອງ ແລະ ຍິ່ງໃຫຍ່. ເຖິງແນວໃດກໍດີ, ເມື່ອມໍ່ໆມາ ນີ້, ທີ່ວັດບ້ານລິ່ງຊັນ ເມືອງທຸລະ ຄົມ ແຂວງວຽງຈັນ ໄດ້ຈັດພິທີປະ ກາດຮັບຮອງພະທອງສາມສີ ເປັນ ມໍລະດົກແຫ່ງຊາດ ສົມບັດມິ່ງ ເມືອງລະດັບທ້ອງຖິ່ນ ໂດຍມີ ທ່ານ ສົມປະສົງ ສຸວົງຄຳຈັນ ຮອງປະ ທານຄະນະກຳມະການປົກຄອງ ແຂວງວຽງຈັນ, ມີບັນດາຫ້ອງ ການທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນ ເມືອງ, ພະສົງ-ສາມະເນນ, ພ້ອມ ດ້ວຍອຳນາດການປົກຄອງບ້ານ, ພໍ່ແມ່ປະຊາຊົນ ແລະ ນ້ອງນ້ອຍ ນັກຮຽນເຂົ້າຮ່ວມ ຊຶ່ງການຈັດພິທີ ປະກາດຮັບຮອງພະທອງສາມສີ ເປັນມໍລະດົກແຫ່ງຊາດສົມບັດມິ່ງ ເມືອງລະດັບທ້ອງຖິ່ນ ຂຶ້ນໃນຄັ້ງນີ້ ເປັນຄວາມພາກພູມໃຈ ແລະ ເອກ ອ້າງຂອງປະຊາຊົນບ້ານລິ່ງຊັນ, ເມືອງທຸລະຄົມ ແລະ ຊາວແຂວງ ວຽງຈັນ, ທັງເປັນການໂຄສະນາ, ສົ່ງເສີມ, ດຶງດູດນັກທ່ອງທ່ຽວ, ສົ່ງເສີມວຽກງານທ່ອງທ່ຽວວັດ ທະນະທຳຕິດພັນກັບທຳມະຊາດ ສາຍນ້ຳງື່ມ. ພ້ອມນັ້ນ, ໃນພິທີໄດ້ ມີຂະບວນການແຫ່ພະທອງສາມສີ ເຂົ້າສູ່ວັດ ແລະ ແຫ່ອ້ອມພັດທະສິມ ມາ ພ້ອມທັງຮັບຊົມການສະແດງ ສິລະປະ ບົດຟ້ອນລວມໝູ່ ຂອງນັກ ຮຽນໂຮງຮຽນ ມ ຕົ້ນ ບ້ານລິ່ງຊັນ ແລະ ໂຮງຮຽນ ມສ ບ້ານຖິ່ນຄຳ. ຂປລ. ຢານອນຫລັບ ຫາກໃຊ້ ຕາມຄວາມເໝາະສົມກໍມີປະໂຫຍດ ຊ່ວຍແກ້ໄຂອາການນອນບໍ່ຫລັບໄດ້ ແລະ ໃນບາງຄົນກໍສາມາດຊ່ວຍ ຫລຸດອາການ ແລະ ຄາຍຄວາມ ເຄັ່ງຄຽດໄດ້ດີ, ແຕ່ກໍມັກມີຄົນເອົາ ໄປໃຊ້ແບບບໍ່ຖືກວິທີ ພໍແຕ່ນອນບໍ່ ຫລັບ ຫລື ເຄັ່ງຄຽດກໍມັກຈະກິນ ຢານອນຫລັບເປັນປະຈຳ ເຊິ່ງຫາກ ໃຊ້ໄປດົນໆອາດມີຜົນຮ້າຍທີ່ບໍ່ຄາດ ຄິດໄດ້. ດັ່ງນັ້ນ ທ່ານຈຶ່ງຄວນຄຳ ນຶງເຖິງຜົນເສຍທີ່ຈະຕາມມາດັ່ງ ຕໍ່ໄປນີ້ : ຕິດຢານອນຫລັບ : ເມື່ອໃຊ້ຢາ ໄປຈັກໄລຍະໜຶ່ງຕິດຕໍ່ກັນແລ້ວຢຸດ ໃນໄລຍະທຳອິດ ອາການນອນບໍ່ ຫລັບອາດກັບມາອີກຄັ້ງ ຈົນຕ້ອງ ກັບໄປໃຊ້ຢານອນຫລັບເປັນປະຈຳ ທຸກມື້ ເພື່ອຊ່ວຍໃຫ້ນອນຫລັບໄດ້. ເກີດອາການດື້ຢາ : ການໃຊ້ຢາ ນອນຫລັບຂະໜາດເກົ່າໄປໄດ້ຈັກ ໄລຍະໜຶ່ງ ແລ້ວພົບວ່າການອອກ ລິດຂອງຢາຫລຸດລົງ ຈົນຕ້ອງເພີ່ມ ຂະໜາດຂອງຢານອນຫລັບເພີ່ມ ຂຶ້ນເລື້ອຍໆຈົນອາດເກີດບັນຫາກິນ ຢາເກີນຂະໜາດ ແລະ ເປັນອັນຕະ ລາຍຕໍ່ຮ່າງກາຍຕາມມາໄດ້. ຄວາມຈື່ຈຳເສື່ອມ: ຢານອນ ຫລັບອາດສົ່ງຜົນຕໍ່ລະບົບຄວາມ ຈື່ຈຳໃນໄລຍະຍາວໄດ້ ເຮັດໃຫ້ບໍ່ ສາມາດຈື່ເຫດການ ຫລື ເລື່ອງລາວ ຕ່າງໆໄດ້ຍາວນານຄືຄົນປົກກະຕິ ທົ່ວໄປ. ສະມັດຕະພາບທາງເພດເສື່ອມ: ມີລາຍງານວ່າຜູ້ທີ່ໄດ້ຮັບຢານອນ ຫລັບບາງຊະນິດເປັນໄລຍະເວລາ ດົນ ອາດເຮັດໃຫ້ເສື່ອມສະມັດຕະ ພາບທາງເພດໃນຜູ້ຊາຍໄດ້. ຢາຕົກຄ້າງ: ການໃຊ້ຢານອນ ຫລັບບາງຊະນິດທີ່ອອກລິດເປັນໄລ ຍະເວລາດົນ ຫລື ໃນຜູ້ເຖົ້າທີ່ຮ່າງ ກາຍມີຄວາມສາມາດໃນການກຳ ຈັດຢາຫລຸດລົງ ອາດເຮັດໃຫ້ຍັງມີ ຢາສະສົມຢູ່ໃນຮ່າງກາຍ ເມື່ອຕື່ນ ນອນແລ້ວ ບາງຄົນຈຶ່ງຮູ້ສຶກງ່ວງ ນອນ, ອ່ອນເພຍ ຫລື ມຶນງົງ ຊຶ່ງ ອາດເປັນອັນຕະລາຍໄດ້ໃນຄົນ ທີ່ ຕ້ອງຂັບລົດ ຫລື ເຮັດວຽກກ່ຽວ ກັບເຄື່ອງຈັກ ຊຶ່ງສາມາດເກີດຂຶ້ນ ໄດ້ເຖິງວ່າຈະເປັນການກິນຢາເປັນ ເທື່ອທຳອິດກໍຕາມ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==