7187.1

05 xtgmf]k; 37ltok c]t [= ]y = dy ko 02/01/2026 ວັນທີ 30 ທັນວາ 2025, ກຸ່ມ ບໍລິສັດ CCCG ບໍລິສັດ CWE ໄດ້ ຈັດງານເປີດກວ້າງ ແລະ ແລກປ່ຽນ ບົດຮຽນຂອງຊາວໜຸ່ມ ໂດຍເຂົ້າ ຮ່ວມງານໃນຄັ້ງນີ້ມີ ທ່ານ ໄຊຊະນະ ສິດທິພອນ ຮອງລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ສານ, ປະທານສະມາຄົມນັກສຶກສາລາວ ຮຽນຈາກ ສປ ຈີນ ເພື່ອການພັດທະ ນາເສດຖະກິດ-ສັງຄົມ ພ້ອມດ້ວຍ ອາຈານ, ນັກສຶກສາ ຈາກວິທະຍາ ໄລເຕັກນິກຊັບພະວິຊາ ແລະ ຄະນະ ວິສະວະກຳສາດ ມະຫາວິທະຍາໄລ ແຫ່ງຊາດ, ສື່ມວນຊົນຫລັກ ແລະ ພະນັກງານຂອງບໍລິສັດ ລວມທັງ ໝົດເກືອບ 40 ຄົນ. ທ່ານ ຫວັງຈື້ຫົງ ຮອງຜູ້ອຳນວຍ ການໃຫຍ່ບໍລິສັດ CWE ສາຂາ ປະເທດລາວ ໄດ້ກ່າວວ່າ: ບໍລິສັດ ໄດ້ເຂົ້າມາດຳເນີນທຸລະກິດໃນ ສປປ ລາວ ເກືອບ30ປີ, ຍຶດຫລັກປະຕິບັດ ຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ”, ເຂົ້າຮ່ວມຢ່າງເລິກຊຶ້ງໃນ ແຜນຍຸດທະສາດ ການພັດທະນາ “ແບັດເຕີຣີແຫ່ງອາຊີຕາເວັນອອກ ສ່ຽງໃຕ້” ຂອງລາວ, ຍຶດຫລັກການ “ຮ່ວມປຶກສາ, ຮ່ວມກໍ່ສ້າງ, ຮ່ວມ ແບ່ງປັນ”, ໃນຂະນະທີ່ສ້າງໂຄງ ການທີ່ມີຄຸນນະພາບນັ້ນ ກໍ່ໄດ້ປະ ຕິບັດຄວາມຮັບຜິດຊອບຕໍ່ສັງຄົມ, ເພື່ອຜັກດັນໃຫ້ການກໍ່ສ້າງໂຄງການ ແລະ ການພັດທະນາເສດຖະກິດ-ສັງ ຄົມທ້ອງຖິ່ນ ເດີນໜ້າໄປພ້ອມກັນ. ທ່ານ ໄຊຊະນະ ສິດທິພອນ ໄດ້ຕີລາຄາສູງຕໍ່ຜົນສຳເລັດຂອງ ບໍລິສັດ ແລະ ສະໜັບສະໜູນ ສປປ ລາວມາເປັນເວລາດົນນານ,ສົ່ງເສີມ ການເຕີບໂຕຂອງຊາວໜຸ່ມ ແລະ ຜົນງານໃນການຜັກດັນການແລກ ປ່ຽນດ້ານວັດທະນະທໍາ ລາວ-ຈີນ. ທ່ານກ່າວວ່າ: ບໍລິສັດ CWE ເປັນໜຶ່ງໃນລັດວິສາຫະກິດຈີນ ກຸ່ມບໍລິສັດCCCGບໍລິສັດCWEຈັດງານເປີດກວ້າງແລະແລກປ່ຽນບົດຮຽນຂອງຊາວໜຸ່ມ ທີ່ໄດ້ເຂົ້າມາດຳເນີນທຸລະກິດໃນ ລາວ ແລະ ໄດ້ພັດທະນາຢູ່ໃນລາວ ຢ່າງຕໍ່ເນື່ອງເກືອບ 30 ປີແລ້ວ, ບໍລິ ສັດໄດ້ຍຶດໝັ້ນນະໂຍບາຍການພັດ ທະນາທ້ອງຖິ່ນ, ທີ່ຜ່ານມາໄດ້ລົງ ທຶນ ແລະ ຮັບເໝົາ, ຮັບຜິດຊອບຕໍ່ ສັງຄົມ ກໍ່ສ້າງພື້ນຖານໂຄງລ່າງເປັນ ຕົ້ນ ໄດ້ພັດທະນາເຂື່ອນໄຟຟ້າຫລາຍ ແຫ່ງ ແຕ່ລະໂຄງການລ້ວນແຕ່ໄດ້ ປະກອບສ່ວນພັດທະນາເສດຖະກິດ, ສ້າງວຽກເຮັດງານທຳໃຫ້ແກ່ຄົນ ລາວ ແລະ ປັບປຸງຊີວິດການເປັນຢູ່ ຂອງປະຊາຊົນລາວໃຫ້ດີຂຶ້ນໄດ້ເປັນ ຢ່າງດີ; ສິ່ງທີ່ຄວນຍ້ອງຍໍຊົມເຊີຍ ເປັນພິເສດນັ້ນແມ່ນ ໄປພ້ອມໆກັບ ການພັດທະນາທຸລະກິດຂອງ ບໍ ລິສັດ CWE ນັ້ນເອງ. ພ້ອມນີ້, ບໍລິສັດ ຍັງໄດ້ເອົາໃຈໃສ່ ແລະ ໃຫ້ ການສະໜັບສະໜູນ ການພັດທະນາ ຊັບພະຍາກອນມະນຸດຂອງລາວ ໃຫ້ ເຕີບໃຫຍ່ຢ່າງຕໍ່ເນື່ອງ. ບໍລິສັດໄດ້ ສ້າງນາຍຊ່າງເຕັກນິກຊໍານານງານ ດ້ານຕ່າງໆ ດ້ວຍການຝຶກອົບຮົມ ເຕັກນິກທັງທາງດ້ານທິດສະດີ ແລະ ຜ່ານການຝຶກຊ້ອມຕົວຈິງ ຫລື ຜ່ານ ການແລກປ່ຽນບົດຮຽນຄວາມຮູ້ ດ້ວຍຫລາຍວິທີ ເພື່ອເຮັດໃຫ້ຄົນ ລາວເຮົາໄດ້ຮຽນຮູ້ ແລະ ມີທັກສະ ທີ່ນັບມື້ນັບເຂັ້ມແຂງຂຶ້ນ. ທີ່ຜ່ານມາ ບັນດາຊັບພະຍາກອນມະນຸດເຫລົ່າ ນີ້ ບໍ່ສະເພາະແຕ່ໄດ້ປະກອບສ່ວນ ເຂົ້າໃນວຽກງານຂອງບໍລິສັດເອງ ນອກນັ້ນ, ຍັງໄດ້ປະກອບສ່ວນໃຫ້ ແກ່ວິສາຫະກິດອື່ນໆ ທີ່ຕ້ອງການ ຄົນມີສີມືນໍາອີກ ເວົ້າໄດ້ວ່າ ບໍລິສັດ ໄດ້ກາຍເປັນກຳລັງແຮງໜຶ່ງ ທີ່ ເຂັ້ມແຂງ ໃນການປະກອບສ່ວນ ພັດທະນາຊັບພະຍາກອນມະນຸດ ຂອງລາວ. ໃນພິທີຄັ້ງນີ້, ຍັງໄດ້ມີເຜີຍແຜ່(ບົດ ລາຍງານການພັດທະນາ ແບບຍືນ ຍົງຂອງກຸ່ມ CCCG ໃນປະເທດ ລາວ ປະຈໍາປີ 2024)ແລະ(ບົດ ລາຍງານການຮ່ວມມືດ້ານການກັກ ເກັບພະລັງງານ ຈີນ-ລາວ), ພ້ອມ ທັງໄດ້ລົງນາມຕໍ່ອາຍຸສັນຍາຮ່ວມມື ສ້າງສູນຝຶກງານ ກັບວິທະຍາໄລ ເຕັກນິກຊັບພະວິຊາ. ພ້ອມກັນນັ້ນ, ຕາງໜ້າພະນັກງານລາວ ໄດ້ແບ່ງ ປັນປະສົບການການໄປຝຶກອົບຮົມ ແລະສຶກສາຄົ້ນຄວ້າຢູ່ສປຈີນພ້ອມ ທັງໄດ້ດຳເນີນການແລກປ່ຽນບົດ ຮຽນ ແລະ ປະສົບການຢ່າງມີບັນຍາ ກາດຟົດຟື້ນ. ໃນງານຄັ້ງນີ້ ໄດ້ຊ່ວຍເພີ່ມພູນ ຄວາມເຂົ້າໃຈຂອງກຸ່ມຊາວໜຸ່ມ ຕໍ່ ການປະຕິບັດງານ ແລະ ຜົນງານ ການພັດທະນາຂອງກຸ່ມບໍລິສັດ CCCG ບໍລິສັດ CWE ໃນ ສປປ ລາວ, ພ້ອມທັງໄດ້ສ້າງເວທີສຳຄັນ ສຳລັບການແລກປ່ຽນບົດຮຽນ ຂອງຊາວໜຸ່ມ, ການຮ່ວມມືລະ ຫວ່າງສະຖາບັນການສຶກສາ ແລະ ວິສາຫະກິດ, ພ້ອມທັງການພັດທະ ນາບຸກຄະລາກອນທ້ອງຖິ່ນ. ໃນຕໍ່ ໜ້າ, ບໍລິສັດ CWE ສາຂາ ປະເທດ ລາວ ຈະສືບຕໍ່ປັບປຸງກົນໄກການພັດ ທະນາຊາວໜຸ່ມ, ລວມພະລັງຊາວ ໜຸ່ມ ເພື່ອຮັບໃຊ້ການຮ່ວມມືມິດຕະ ພາບລາວ-ຈີນ ແລະ ການພັດທະນາ ແບບຍືນຍົງຂອງບໍລິສັດ. ຖ່າຍທອດສົດ ທາງໂທລະພາບລາວແຫ່ງຊາດ (ຊ່ອງ1), ວິທະຍຸກະຈາຍສຽງແຫ່ງຊາດ FM103.7 Mhz Laolottery Live ຂອງທຸກ ວັນຈັນ, ວັນພຸດ ແລະ ວັນສຸກ ເລີ່ມແຕ່ເວລາ 20:00 ເປັນຕົ້ນໄປ zq odkovvd]k';a os;pra fmtok ';fmu 153 vvd7A ';a omu 31 ma o;k 2025 ເລກ 1 ໂຕ, 2 ໂຕ, 3 ໂຕ, 4 ໂຕ, 5 ໂຕ, 6 ໂຕທ້້າຍ 9 7 4 5 4 1 ຜົົນອອກເລກສະຫຼຼາກພັັດທະນາແຮັັບປີີ5/45 ມີີ ເລກສ່່ຽງທັັ ງໝົົດ 45 ໂຕເລກ (01-45), ໃນ 1 ແຖວມີີ 5 ໂຕເລກ, ມູູນຄ່່ າ 1,000 ກີີບ 12 44 20 15 40

RkJQdWJsaXNoZXIy MTc3MTYxMQ==