02/01/2026 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ມວນຊົນຮ່ວມສະຫລອງ...ົ່ ສຳເລັດກອງປະຊຸມ...ັຸ ອີດີແອວທີ...ີີີ ຂປລ. ກອງປະຊຸມສະໄໝສາ ມັນເທື່ອທີ 10 ຂອງສະພາປະຊາ ຊົນແຂວງ (ສພຂ) ໄຊຍະບູລີ ຊຸດທີ IV ຈັດຂຶ້ນໃນວັນທີ 2930 ທັນວາ 2025 ໂດຍການ ເປັນປະທານຂອງທ່ານ ເພັງນິລັນ ຄໍາພັນເພັງ ເລຂາພັກແຂວງ, ປະ ທານສະພາປະຊາຊົນແຂວງ ໂດຍມີ ທ່ານ ພົທ ສຸວອນ ເລືອງບຸນມີ ກໍາມະ ການສູນກາງພັກ, ຮອງປະທານ ສະພາແຫ່ງຊາດ, ສະມາຊິກສະພາ ແຫ່ງຊາດ (ສສຊ) ປະຈໍາເຂດ ເລືອກຕັ້ງທີ 7, ທ່ານ ດວງຕາ ໄຊວຸດ ປະທານຄະນະກໍາມະການປົກຄອງ ແຂວງໄຊຍະບູລີ, ມີອະດີດເຈົ້າ ແຂວງໄຊຍະບູລີ, ຄະນະປະຈໍາພັກ ແຂວງ, ສສຊ ປະຈໍາເຂດເລືອກຕັ້ງ ທີ 7, ຄະນະປະຈໍາສະພາປະຊາຊົນ ແຂວງ, ສະມາຊິກສະພາປະຊາຊົນ ແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໄດ້ຄົ້ນຄວ້າ, ພິຈາ ລະນາ ແລະ ຮັບຮອງເອົາບັນຫາ ສໍາຄັນພື້ນຖານຂອງແຂວງຄື: ບົດ ລາຍງານຂອງອົງການປົກຄອງ ແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ຄັ້ງທີ VII (20212025), ປະຈໍາປີ 2025; ແຜນ ງົບປະມານແຫ່ງລັດຂອງແຂວງ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນພັດທະນາເສດ ຖະກິດ-ສັງຄົມຂອງແຂວງ ປະຈໍາ ປີ 2026, ແຜນງົບປະມານແຫ່ງ ລັດຂອງແຂວງ ປະຈໍາປີ 2026; ບົດລາຍງານການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຄວາມຫຍຸ້ງຍາກດ້ານ ແລະ ສະເຫລີມສະຫລອງການ ດຳເນີນງານ ຄົບຮອບ 2 ປີ ຂອງ ບໍລິສັດສາຍສົ່ງໄຟຟ້າແຫ່ງຊາດ ລາວ ຈຳກັດ (EDL-T) ຈັດຂຶ້ນ ໃນວັນທີ 29 ທັນວາ 2025 ຢູ່ ນະຄອນຫລວງວຽງຈັນ ໃຫ້ກຽດ ເຂົ້າຮ່ວມໂດຍທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງລັດຖະມົນຕີ, ບັນດາຜູ້ຕາງໜ້າຈາກພາກລັດ, ຄະ ນະກຳມະການຮ່ວມມື ລາວ-ຈີນ, ແຂວງທີ່ກ່ຽວຂ້ອງ, ວິສາຫະກິດຈີນ ປະຈຳລາວ, ສະພາການຄ້າ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ຈັນທະບູນ ສຸກອາລຸນ ຮອງລັດຖະມົນຕີ ກະ ຊວງອຸດສາຫະກຳ ແລະ ການຄ້າ ກ່າວວ່າ: EDL-T ແມ່ນໂຄງການ ຕົວແບບໃນການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ ຮ່ວມຊາຕາກຳ ລາວ-ຈີນ, ທັງເປັນ ການເລັ່ງສ້າງແລວທາງເສດຖະກິດ ລາວ-ຈີນ ແລະ ຮັດແໜ້ນການ ຮ່ວມມືດ້ານພະລັງງານໄຟຟ້າ. ໃນ ໄລຍະ 2 ປີ ແຫ່ງການດຳເນີນ ງານ EDL-T ໄດ້ຍຶດໝັ້ນພາລະກິດ ໃນການຊ່ວຍ ສປປ ລາວ ແກ້ໄຂ ບັນຫາຄວາມຫຍຸ້ງຍາກດ້ານການ ພັດທະນາພະລັງງານໄຟຟ້າ, ຊຸກຍູ້ ການຮ່ວມມືໃຫ້ມີຜົນສຳເລັດຢ່າງ ເດັ່ນຊັດ ແລະ ເພີ່ມທະວີຄວາມ ເຊື່ອໝັ້ນໃນການຮ່ວມມືກັນຜ່ານ ຜ່າອຸປະສັກ ເພື່ອແບ່ງປັນກາລະໂອ ກາດໃນການພັດທະນາ. ທ່ານ ຫລີ ສີເຈີນ ທີ່ປຶກສາ ເສດຖະກິດ-ການຄ້າ ສະຖານທູດ ຈີນ ປະຈຳ ສປປ ລາວ ໃຫ້ຮູ້ວ່າ: ພາຍໃຕ້ການຊີ້ນຳທາງດ້ານຍຸດທະ ສາດຂອງຜູ້ນຳທັງສອງປະເທດ, ການຮ່ວມມືດ້ານໄຟຟ້າລາວ-ຈີນ ໄດ້ພັດທະນາຢ່າງກ້າວກະໂດດ. EDL-T ໃນນາມເປັນເວທີສຳຄັນ ຂອງການຮ່ວມມືດ້ານພະລັງງານ, ໄດ້ວາງຮາກຖານອັນໜັກແໜ້ນໃຫ້ ແກ່ການວາງແຜນກໍ່ສ້າງຕາຂ່າຍ ໄຟຟ້າເອກະພາບແຫ່ງຊາດ, ທັງ ເປັນການຊຸກຍູ້ລະດັບຄວາມປອດ ໄພ ແລະ ປະສິດທິພາບການດຳ ເນີນງານຂອງບັນດາຂະແໜງອຸດ ສາຫະກຳທີ່ສຳຄັນໃນລາວໃຫ້ກ້າວ ສູ່ລະດັບໃໝ່. ທ່ານ ຫລີ ຈ້ຽນເສີ ຫົວໜ້າວິສະ ວະກອນໃຫຍ່ບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ຈີນ (CSG) ກ່າວວ່າ: ໃນໄລຍະ 2 ປີ ຜ່ານມາ EDL-T ໄດ້ດຳເນີນງານຢ່າງມີສະຖຽນລະ ພາບ, ສ້າງຄວາມເຂັ້ມແຂງໃຫ້ແກ່ ການດຳເນີນງານຂອງຕາຂ່າຍ ໄຟຟ້າຫລັກຂອງລາວ. ບັນດາໂຄງ ການທີ່ເປັນຮູບປະທຳໄດ້ຮັບການ ຊຸກຍູ້ຢ່າງຈິງຈັງເປັນຕົ້ນການເລີ່ມ ຕົ້ນໂຄງການເຊື່ອມຕໍ່ຕາຂ່າຍໄຟຟ້າ 500 ກິໂລໂວນ ລາວ-ຈີນ, ການສະ ໜອງໄຟຟ້າໃຫ້ແກ່ລົດໄຟ ລາວ-ຈີນ ຢ່າງມີສະຖຽນລະພາບ ແລະ ປອດ ໄພ ຊຶ່ງໄດ້ກາຍເປັນແບບຢ່າງການ ຮ່ວມມືດ້ານໄຟຟ້າໃນພາກພື້ນ ແລະ ເຮັດໃຫ້ມິດຕະພາບ ລາວ-ຈີນ ນັບມື້ ນັບແໜ້ນແຟ້ນຍິ່ງຂຶ້ນ. ທ່ານ ສຸກສະຫວາດ ໂສສຸພັນ ຮອງຜູ້ອຳນວຍການລັດວິສາຫະກິດ ໄຟຟ້າລາວ (EDL) ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ການ ຮ່ວມມືຢ່າງໃກ້ຊິດລະຫວ່າງສອງ ຝ່າຍ ລາວ-ຈີນ ຊຶ່ງການຮ່ວມມື ໃນຂະແໜງການພະລັງງານໄຟຟ້າ ລາວ-ຈີນ ໄດ້ກາຍເປັນເສົາຄ້ຳທີ່ ສຳຄັນຂອງການຮ່ວມມືດ້ານເສດ ຖະກິດ ແລະ ເຕັກນິກລະຫວ່າງສອງ ປະເທດ ຊຶ່ງໄດ້ປະກອບສ່ວນຢ່າງ ສຳຄັນເຂົ້າໃນການຊຸກຍູ້ການສ້າງ “ຄູ່ຮ່ວມຊາຕາກຳ ລາວ-ຈີນ” ໃຫ້ ມີຄວາມໝັ້ນຄົງ ແລະ ທົນທານຍິ່ງ ຂຶ້ນ. ບັນດາຜົນສຳເລັດອັນພົ້ນເດັ່ນ ທີ່ບໍລິສັດ EDL-T ຍາດມາໄດ້ນັບ ຕັ້ງແຕ່ເລີ່ມດຳເນີນງານເປັນຕົ້ນ ມາຖືເປັນໝາກຜົນອັນຈົບງາມທີ່ ເກີດຈາກການຮ່ວມມືທາງດ້ານ ຍຸດທະສາດລະຫວ່າງສອງຊາດ ລາວ-ຈີນ. ຢ່າງໃດກໍຕາມໃນໄລຍະ 2 ປີ ຂອງການດໍາເນີນງານຕົວຈິງ EDL-T ໄດ້ສ້າງຜົນງານທີ່ພົ້ນເດັ່ນ ໃນຫລາຍດ້ານເປັນຕົ້ນໄດ້ສຳເລັດ ການຈັດຕັ້ງປະຕິບັດບັນດາໂຄງ ການສາຍສົ່ງທັງໝົດໃນໄລຍະ ການຄຸ້ມຄອງທຳອິດ; ໄດ້ເຂົ້າຮ່ວມ ຢ່າງເລິກເຊິ່ງ ໃນການສ້າງແຜນ ພັດທະນາພະລັງງານໄຟຟ້າແບບຍືນ ຍົງໄລຍະຍາວຂອງລາວ ຊຶ່ງໄດ້ຮັບ ການຮັບຮອງ ແລະ ອະນຸມັດຈາກ ກະຊວງອຸດສາຫະກຳ ແລະ ການ ຄ້າ; ສຸມໃສ່ຊຸກຍູ້ໂຄງການເຊື່ອມ ຕໍ່ຕາຂ່າຍໄຟຟ້າ 500 ກິໂລໂວນ ລາວ-ຈີນ, ປັດຈຸບັນມີຄວາມຄືບໜ້າ ແລ້ວ 86%. ດ້ານຄວາມສະຖຽນ ລະພາບຂອງຕາຂ່າຍໄຟຟ້າຫລັກໄດ້ ມີການພັດທະນາແບບກ້າວກະໂດດ ຢ່າງເປັນປະຫວັດສາດ ຊຶ່ງໃນປີ 2025 ສາມາດຫລຸດຜ່ອນເຫດການ ໄຟຟ້າຕົກຢູ່ສະຖານີໄຟຟ້າລົດໄຟ ລາວ-ຈີນ ໄດ້ເຖິງ 83%, ຫລຸດ ຜ່ອນອັດຕາໄຟຟ້າດັບຂອງສາຍສົ່ງ ລົງ 63% ແລະ ສ້າງລະບົບການ ຄຸ້ມຄອງຄວາມສ່ຽງດ້ານຄວາມ ປອດໄພໃຫ້ເປັນຮູບປະທຳ. ດ້ານ ການສ້າງຕາຂ່າຍໄຟຟ້າອັດສະລິ ຍະ ແລະ ການກຳນົດມາດຕະຖານ ໄດ້ມີບາດກ້າວທີ່ສຳຄັນ ໂດຍໄດ້ນຳ ໃຊ້ “ໂດຣນ ແລະ ລະບົບຕິດຕາມ ອອນລາຍ” ເຂົ້າໃນການຄຸ້ມຄອງ ສາຍສົ່ງຢ່າງກວ້າງຂວາງ, ສາມາດ ສ້າງແບບຈຳລອງ 3 ມິຕິ ແລະ ກວດກາລະອຽດໄດ້ທົ່ວເຖິງ, ນຳ ໃຊ້ AI ເພື່ອຈຳແນກຂໍ້ບົກພ່ອງ ແລະ ຈຸດສ່ຽງໄດ້ 15 ປະເພດເປັນ ຕົ້ນໄຟໄໝ້ລາມປ່າ ແລະ ການແຕກ ຂອງຈອກກັນໄຟ (Insulator). ນອກຈາກນີ້, ຍັງເປັນຄັ້ງທຳອິດທີ່ ໄດ້ນຳໃຊ້ເຕັກໂນໂລຊີໃໝ່ໃນຕ່າງ ປະເທດເຊັ່ນ: ການກວດກາດ້ວຍ ເສດຖະກິດ-ການເງິນ ແລະ ການ ແກ້ໄຂບັນຫາຢາເສບຕິດ ໄລຍະ 5 ປີ (2021-2025) ແລະ ທິດທາງ ແຜນການໃນຕໍ່ໜ້າ; ບົດລາຍງານ ຂອງອົງການກວດສອບປະຈໍາພາກ ເໜືອ1ກ່ຽວກັບການຈັດຕັ້ງປະຕິບັດ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປະຈໍາປີ 2025, ບົດລາຍງານຜົນການກວດສອບ ບົດສະຫລຸບຂາດຕົວການຈັດຕັ້ງ ປະຕິບັດແຜນງົບປະມານແຫ່ງລັດ ຂອງແຂວງ ປະຈໍາປີ 2024; ບົດ ລາຍງານຂອງອົງການກວດກາລັດ ແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ປະຈໍາປີ 2025, ບົດລາຍງານຜົນການກວດກາຕາມ ຜົນການກວດສອບປີ 2024; ບົດ ລາຍງານຂອງສານປະຊາຊົນ ແຂວງກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ 5 ປີ(2021-2025), ປະຈໍາ ປີ 2025 ແລະ ແຜນການເຄື່ອນໄຫວ ວຽກງານປະຈໍາປີ 2026; ບົດ ລາຍງານຂອງອົງການໄອຍະການ ປະຊາຊົນແຂວງກ່ຽວກັບການຈັດ ຕັັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານ 5 ປີ(2021-2025), ປະຈໍາປີ 2025 ແລະ ແຜນການ ເຄື່ອນໄຫວວຽກງານປະຈໍາປີ 2026; ບົດລາຍງານກ່ຽວກັບການ ຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ 5 ປີ (20212025), ປະຈໍາປີ 2025 ຂອງ ສະພາປະຊາຊົນແຂວງ ຊຸດທີ IV ແລະ ວຽກງານຈຸດສຸມຮອດກອງ ປະຊຸມຄັ້ງປະຖົມມະລືກຂອງ ສພຂ ຊຸດທີ V. ພ້ອມນັ້ນ, ຍັງໄດ້ຮັບຟັງການ ປະກອບຄໍາເຫັນຈາກຄະນະ ສສຊ ປະຈໍາເຂດເລືອກຕັ້ງທີ 7, ຕາງໜ້າ ແນວລາວສ້າງຊາດແຂວງ, ຄະນະ ປະຈໍາສະພາປະຊາຊົນແຂວງຕໍ່ ບັນດາບົດລາຍງານທີ່ອົງການປົກ ຄອງແຂວງ ກໍຄື ພະແນກການ, ກົມ ກອງທີ່ໄດ້ນໍາມາຜ່ານກອງປະຊຸມ ດ້ວຍຄວາມຮັບຜິດຊອບສູງ ແລະ ໃຫ້ການຕີລາຄາຢ່າງພາວະວິໄສ, ກົງໄປກົງມາຕໍ່ບັນຫາສໍາຄັນທີ່ສັງ ຄົມສົນໃຈ ແລະ ໄດ້ຕີລາຄາຢ່າງ ພາວະວິໄສ, ຖືກຕ້ອງ, ສອດຄ່ອງ ກັບສະພາບຄວາມຈິງ. ນອກນີ້, ຍັງ ໄດ້ຈັດຕັ້ງພິທີມອບຫລຽນກາລະ ນຶກ 50 ປີ ສະພາແຫ່ງຊາດ ໃຫ້ ແກ່ການນໍາ, ອະດີດການນຳຂອງ ສະພາ ແລະ ອົງການປົກຄອງ ແຂວງອີກດ້ວຍ. ຂ່າວ: ສພຊ ລັງສີຜ່ານໂດຣນ ແລະ ການກຳຈັດ ສິ່ງກີດຂວາງທາງໄກ. ດ້ານການ ພັດທະນາບຸກຄະລາກອນ ແລະ ການຮ່ວມມືໄດ້ສ້າງຮູບແບບການ ຮ່ວມມືໃໝ່ ໂດຍຜ່ານການຖ່າຍ ທອດຄວາມຮູ້ແບບ “ອາຈານສອນ ສິດ” ຊຶ່ງສາມາດສ້າງພະນັກງານ ເຕັກນິກຫລັກແຫລ່ງຂອງລາວໄດ້ 161 ທ່ານ. ນອກນີ້, ຍັງໄດ້ຈັດການ ແຂ່ງຂັນທັກສະສີມືແຮງງານ ແລະ ມອບທຶນການສຶກສາໃຫ້ແກ່ນັກສຶກ ສາລາວ ຊຶ່ງລວມແລ້ວສາມາດສ້າງ ບຸກຄະລາກອນດ້ານໄຟຟ້າໃຫ້ລາວ ໄດ້ຫລາຍກວ່າ 2.000 ເທື່ອຄົນ. ໃນໂອກາດດຽວກັນນີ້, ຜູ້ເຂົ້າ ຮ່ວມ ແລະ ຜູ້ຕາງໜ້າຈາກພາກ ສ່ວນຕ່າງໆໄດ້ຮ່ວມກັນກົດປຸ່ມ ເພື່ອ ເປີດການກໍ່ສ້າງໂຄງການສາຍສົ່ງ ແລະ ສະຖານີໄຟຟ້າ 230 ກິໂລໂວນ ແຕ່ທ່າວຽງ ແຂວງຊຽງຂວາງມະຫາໄຊ ແຂວງຄໍາມ່ວນ ຢ່າງ ເປັນທາງການ ຊຶ່ງໂຄງການດັ່ງ ກ່າວ, ແມ່ນໂຄງການທີ່ສຳຄັນໃນ ແຜນພັດທະນາຕາຂ່າຍໄຟຟ້າໃນ ໄລຍະການຄຸ້ມຄອງທຳອິດຂອງ ບໍລິສັດ EDL-T, ທັງເປັນໂຄງການ ຫລັກໃນການເຊື່ອມຕໍ່ລະບົບຕາຂ່າຍ ໄຟຟ້າໃນທົ່ວປະເທດແຕ່ເໜືອຮອດ ໃຕ້. ການກໍ່ສ້າງໃນໄລຍະນີ້ປະກອບ ມີ 2 ໂຄງການຍ່ອຍ ຊຶ່ງມີມູນຄ່າ ການລົງທຶນລວມທັງໝົດປະມານ 89,52 ລ້ານໂດລາສະຫະລັດ. ແຜນ ການກໍ່ສ້າງລວມມີ: ການສ້າງສະ ຖານີໄຟຟ້າ 230 ກິໂລໂວນ ມະຫາ ໄຊໃໝ່ 1 ແຫ່ງ, ກໍ່ສ້າງສາຍສົ່ງ ລະບົບວົງຈອນດ່ຽວ 230 ກິໂລ ໂວນ ສະຖານີປ້ອມປີກຫລັກ 20 ແຂວງບໍລິຄໍາໄຊ-ມະຫາໄຊ ຍາວ 91 ກິໂລແມັດ ແລະ ສາຍສົ່ງລະບົບ ວົງຈອນຄູ່ 230 ກິໂລໂວນ ນາເພຍ ແຂວງໄຊສົມບູນ-ທ່າວຽງ ປຂວງ ຊຽງຂວາງ ຍາວ 44 ກິໂລແມັດ. ພາຍຫລັງໂຄງການດັ່ງກ່າວ ສຳ ເລັດສົມບູນຈະຊ່ວຍເພີ່ມທະວີຄວາມ ເຂັ້ມແຂງໃຫ້ແກ່ໂຄງສ້າງຕາຂ່າຍ ໄຟຟ້າລະຫວ່າງພາກເໜືອ ແລະ ພາກກາງຂອງລາວຢ່າງຫລວງ ຫລາຍ, ທັງສາມາດຕອບສະໜອງ ຄວາມຕ້ອງການດ້ານພະລັງງານ ໄຟຟ້າ ເພື່ອຮັບໃຊ້ໃຫ້ແກ່ການພັດ ທະນາເສດຖະກິດ-ສັງຄົມພາຍໃນ ປະເທດ. ຂປລ. ໃນຕອນຄໍ່າວັນທີ 31 ທັນວາ 2025 ນີ້, ມວນຊົນລາວ ບັນດາເຜົ່າໃນຂອບເຂດທົ່ວປະເທດ ໄດ້ຮ່ວມກັນສະເຫລີມສະຫລອງສົ່ງ ທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຢູ່ຕາມເຮືອນຊານບ້ານ ຊ່ອງ, ສຳນັກງານ-ອົງການ ແລະ ສະຖານທີ່ສຳຄັນຕ່າງໆຢ່າງຄຶກຄື້ນ ມ່ວນຊີື່ນຮັກສາໄດ້ວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ຄວາມສະຫງົບປອດໄພ. ສະເພາະ ຢູ່ນະຄອນຫລວງວຽງຈັນ (ນວ) ອົງການປົກຄອງ ນວ ໄດ້ຈັດງານ ພົບປະອວຍພອນສົ່ງທ້າຍປີເກົ່າ 2025 ແລະ ຕ້ອນຮັບປີໃໝ່ສາກົນ 2026 ຢູ່ຫ້ອງວ່າການ ນວ ໂດຍ ການ ເ ປັນປະທານຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງ ນວ, ມີທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ, ປະທານ ສະພາປະຊາຊົນ ນວ, ບັນດາທູດ ຕານຸທູດ, ພ້ອມດ້ວຍການນຳ ຂັ້ນສູນກາງ, ການນຳ ນວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມສະ ຫລອງສົ່ງທ້າຍປີເກົ່າດ້ວຍຄວາມ ເບີກບານມ່ວນຊື່ນ. ທ່ານອາດສະພັງທອງສີພັນດອນ ໃຫ້ຮູ້ວ່າ: ການຈັດງານສະເຫລີມ ສະຫລອງສົ່ງທ້າຍປີເກົ່າຕ້ອນຮັບ ປີໃໝ່ໃນຄັ້ງນີ້, ເປັນການຊົມເຊີຍ ຜົນສຳເລັດການປະຕິບັດໜ້າທີ່ ວຽກງານຂອງແຕ່ລະພາກສ່ວນ ຕະຫລອດ ໄລຍະ 1 ປີຜ່ານມາ ຊຶ່ງຕະຫລອດໄລຍະຜ່ານມາການ ນຳຂອງ ນວ ພ້ອມດ້ວຍມວນຊົນ ຊາວນະຄອນຫລວງວຽງຈັນ ໄດ້ມີ ຄວາມພາກພູມໃຈ, ກະຕືລືລົ້ນໄດ້ ຮ່ວມເປັນຈິດໜຶ່ງໃຈດຽວກັນ ພ້ອມ ພຽງກັນເຮັດວຽກຢ່າງຫ້າວຫັນສຸມ ໃສ່ບັນດາວຽກງານທີ່ສຳຄັນຂອງ ພັກ, ລັດ ຂັ້ນເທິງມອບໝາຍໃຫ້ ຢ່າງມີຜົນສຳເລັດ. ພ້ອມນີ້, ທ່ານ ຍັງໄດ້ຕາງໜ້າອົງການປົກຄອງ ນວ ກໍຄື ໃນນາມສ່ວນຕົວອວຍພອນ ໄຊອັນປະເສີດໃຫ້ແກ່ບັນດາທ່ານ ຈົ່ງມີສຸຂະພາບເຂັ້ມແຂງ, ມີພາລະ ລາໄມສົມບູນ, ຫ້າວຫັນເບີກບານຕໍ່ ໜ້າທີ່ວຽກງານທຸກປະການ, ຂໍໃຫ້ ທຸກທ່ານມີແຕ່ໂຊກໄຊຕະຫລອດປີ, ໂຊກດີຕະຫລອດໄປ. ພ້ອມນີ້, ຍັງໄດ້ ຮັບຊົມວິດີໂອອວຍພອນປີໃໝ່ຂອງ ທ່ານ ທອງລຸນ ສີສຸລິດ ເລຂາທິການ ໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຕື່ມອີກ. ໃນໂອກາດດຽວກັນນີ້, ມວນ ຊົນຊາວນະຄອນຫລວງວຽງຈັນ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ນະຄອນຫລວງວຽງຈັນ ກໍໄດ້ ຮ່ວມກັນສະເຫລີມສະຫລອງສົ່ງ ທ້າຍປີເກົ່າ 2025 ຕ້ອນຮັບປີໃໝ່ 2026 ຢູ່ສວນປະຕູໄຊ ນະຄອນ ຫລວງວຽງຈັນ ຢ່າງຄຶກຄື້ນ, ມ່ວນ ຊື່ນ, ພາຍໃນງານໄດ້ຈັັດໃຫ້ມີຫລາກ ຫລາຍກິດຈະກຳເປັນຕົ້ນສະແດງ ສິລະປະ, ຊົມການສະແດງເສບດົນຕີ ພື້ນເມືອງປະສົມພື້ນບ້ານ, ຟ້ອນ, ຮ້ອງເພງ, ສະແດງກາຍຍະສິນ, ພ້ອມທັງມອບລາງວັນໃຫ້ມວນຊົນ ຜູ້ທີ່ເຂົ້າຮ່ວມງານ. ພ້ອມນີ້, ຍັງໄດ້ ວາງສະແດງຮູບພາບ ແລະ ສາຍວິດີ ໂອເຫດການສຳຄັນຕ່າງໆຂອງພັກ, ຂອງຊາດໃນປີ 2025 ຕື່ມອີກ ແລະ ກ່ອນຈະມີການນັບຖ້ອຍຫລັງເພື່ອ ກ້າວເຂົ້າສູ່ປີໃໝ່ 2026 ຍັງໄດ້ຮັບ ຊົມວິດີໂອອວຍພອນປີໃໝ່ຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ຄສ 2025 ຕ້ອນຮັບປີໃໝ່ສາກົົນ ຄສ 2026. ຈຸດເດັ່ນຂອງງານໃນຄັ້ງນີ້, ຢູ່ສວນປະຕູໄຊໄດ້ມີການນັບຖອຍ ຫລັງຮ່ວມກັນເພື່ອກ້າວເຂົ້າສູ່ປີໃໝ່ 2026 ແລະ ຊົມການສາຍພາບ ຕ່າງໆທີ່ມີຄວາມໝາຍສຳຄັນໃສ່ ປະຕູໄຊ ແລະ ຈູດພຸດອກໄມ້ໄຟຢ່າງ ຄຶກຄື້ນສວຍງາມ. ນອກນີ້, ພາຍໃນ ງານຍັງມີການຈັດງານຂາຍອາ ຫານ, ເຄື່ອງດື່ມ ແລະ ຕົບແຕ່ງ ສະຖານທີ່ຮ້ານອາຫານ, ບ່ອນນັ່ງ ຊົມທິວທັດ, ມູມຖ່າຍຮູບ, ບ່ອນນັ່ງ ຮັບປະທານອາຫານ, ມີການວາງ ສະແດງ ແລະ ຂາຍສິນຄ້າໂອດັອບ, ເຄື່ອງທີ່ລະນຶກຈຳນວນໜຶ່ງ ແລະ ມີເວທີເປີດເພງ ລາວ-ສາກົນ ເພື່ອ ສ້າງບັນຍາກາດໃຫ້ນັກທ່ອງທ່ຽວ ໄດ້ເຂົ້າມາຊົມ, ມາຊື້, ມາຊິມ ແລະ ສຳຜັດກັບບັນຍາກາດປະຕູໄຊໃນ ຍາມກາງເວັນ ແລະ ກາງຄືນ. ການຈັດງານໃນຄັ້ງນີ້, ນອກ ຈາກເປັນການສະເຫລີມສະຫລອງ ສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2026 ແລ້ວ ຍັງເປັນການສະເຫລີມສະ ຫລອງ 3 ວັນປະຫວັດສາດຂອງ ພັກ, ຂອງຊາດເປັນຕົ້ນວັນສ້າງຕັ້ງ ພັກ ປປ ລາວ ຄົບຮອບ 70 ປີ, ວັນຊາດ ທີ 2 ທັນວາ ຄົບຮອບ 50 ປິ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ. ຂ່າວ: ທະນູທອງ ພາບ: ບັນລັງທອງ+ວຽງມາ
RkJQdWJsaXNoZXIy MTc3MTYxMQ==