0U gspN vlkmk]tot 02/01/2026 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ ໂດຍ: ຢ່າຕົ່ງ່ າົ່ ງ ໂດຍ: ບຸນມາ ແກ້ວບຸດດາຸ ນ້ ວຸ ດ w]pt 1 xu zj ko,k glf4tdy f g,n v'-tot7k, 0tspkp8q ;1j k'8+ gon j v' ຂປລ. ໃນໄລຍະ 1 ປີຜ່ານມາ ພາຍໃຕ້ການນຳພາ-ຊີ້ນຳ ຂອງຄະ ນະບໍລິຫານງານພັກເມືອງ, ຄະນະ ພັກແຕ່ລະຂັ້ນ ໄດ້ເຮັດໃຫ້ການຈັດ ຕັ້ງຜັນຂະຫຍາຍແນວທາງແຜນ ນະໂຍບາຍຂອງພັກ-ລັດ ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ເຮັດໃຫ້ເມືອງສືບຕໍ່ມີສະຖຽນລະ ພາບທາງດ້ານການເມືອງ ໂດຍພື້ນ ຖານ, ສັງຄົມມີຄວາມສະຫງົບ, ເສດຖະກິດ-ສັງຄົມ ໄດ້ຂະຫຍາຍ ຢ່າງຕໍ່ເນື່ອງ ແລະ ບັນດາພື້ນຖານ ໂຄງລ່າງດ້ານຕ່າງໆໄດ້ຮັບການປັບ ປຸງ, ກໍ່ສ້າງ ແລະ ພັດທະນາດີຂຶ້ນ. ສະຫາຍ ດອນ ລາດຊະວົງ ຮອງ ເລຂາພັກເມືອງ, ປະທານຄະນະ ກຳມະການປົກຄອງເມືອງຊະນະ ຄາມ ໄດ້ລາຍງານຕໍ່ກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຊະນະຄາມ ຄັ້ງທີ 3 ສະໄໝທີ VIII ເມື່ອບໍ່ດົນມານີ້ວ່າ: ໃນໄລຍະ 1 ປີຜ່ານມາ ຄະນະພັກເມືອງໄດ້ເອົາ ໃຈໃສ່ນໍາພາ-ຊີ້ນຳ ຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຢ່າງຕັ້ງໜ້າເຮັດໃຫ້ເສດຖະກິດ ຂອງເມືອງຂະຫຍາຍຕົວຢ່າງຕໍ່ ເນື່ອງ ແລະ ໝັ້ນທ່ຽງ, ອັດຕາການ ຂະຫຍາຍຕົວສະເລ່ຍ 5,89% ຕໍ່ ປີ, ລວມຍອດລາຍຮັບພາຍໃນ ເມືອງ 1.513,62 ຕື້ກີບ, ສະເລ່ຍ ລາຍຮັບຕໍ່ຫົວຄົນ 34,74 ລ້ານ ກີບ ຫລື ເທົ່າກັບ 1.584 ໂດລາ ສະຫະລັດ/ຄົນ/ປີ (ພົນລະເມືອງ 43.906 ຄົນ), (ອັດຕາແລກປ່ຽນ 20.546 ກີບ/ໜຶ່ງໂດລາ); ໄດ້ນຳ ພາ-ຊີ້ນຳການຄຸ້ມຄອງ, ການນຳ ໃຊ້ງົບປະມານຢ່າງຖືກຕ້ອງ ແລະ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ບັນດາຫົວ ໜ່ວຍທຸລະກິດໃຫ້ເຂົ້າສູ່ລະບົບອາ ກອນມູນຄ່າເພີ່ມ, ພ້ອມທັງເປັນ ເຈົ້າການມອບພັນທະອາກອນດ້ວຍ ຕົນເອງໂດຍຜ່ານລະບົບທັນສະໄໝ. ມາຮອດປັດຈຸບັນ(ວັນທີ24ທັນວາ ນີ້) ສາມາດຈັດເກັບລາຍຮັບເຂົ້າ ງົບປະມານໄດ້ 35,58 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດໄດ້ 131%, ໃນນີ້ ລາຍຮັບຈາກອາກອນ 35,32 ຕື້ກວ່າກີບ ທຽບໃສ່ແຜນປະຕິບັດ ໄດ້ 131,03%, ລາຍຮັບຊັບສິນ ຂອງລັດ 247,4 ລ້ານກວ່າກີບ ແລະ ປະຕິບັດລາຍຈ່າຍງົບປະມານ ທັງໝົດ 3,3 ຕື້ກວ່າກີບ; ບັນດາ ໜ່ວຍບໍລິການທະນາຄານປະຈຳຢູ່ ເມືອງຊະນະຄາມ ໄດ້ເອົາໃຈໃສ່ປັບ ປຸງຂອດການບໍລິການ, ການຄຸ້ມ ຄອງເງິນຕາ, ການຝາກ-ຖອນທາງ ດ້ານການເງິນທີ່ທັນສະໄໝ; ຕິດ ຕາມ, ສະຫລຸບລາຍງານການສ້າງ ກິດຈະກຳແຜນງານພັດທະນາທ້ອງ ຖິ່ນລາວ338ໃນ10ບ້ານເປົ້າໝາຍ ເພື່ອລາຍງານແຂວງ ແລະ ດຳເນີນ ສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສ ຄັ້ງທີ 5 ປີ 2025 ປັດຈຸບັນ ທົ່ວເມືອງສຳເລັດແລ້ວ 100%. ຂປລ. ຂີ້ເຫຍື້ອສາທາລະນະ ຫລື ຂີ້ເຫຍື້ອທີ່ບໍ່ມີເຈົ້າຂອງ ໝາຍເຖິງ ສິ່ງເສດເຫລືອຕ່າງໆ ທີ່ຖິ້ມຢ່າງຊະ ຊາຍຢູ່ຕາມແຄມຖະໜົນຫົນທາງ, ດິນເປົ່າຫວ່າງ ແລະ ສະຖານທີ່ສາ ທາລະນະອື່ນໆ ທີ່ບໍ່ມີພາກສ່ວນໃດ ຮັບຜິດຊອບໃນການເກັບມ້ຽນ ຊຶ່ງ ປັດຈຸບັນຂີ້ເຫຍື້ອສາທາລະນະນີ້ ຍັງ ມີປະກົດໃຫ້ເຫັນຢູ່ບາງບ່ອນ ອັນໄດ້ ສ້າງຄວາມເປິເປື້ອນ ບໍ່ງາມຕາໃຫ້ ກັບຕົວເມືອງ ແລະ ສ້າງພາບພົດ ອັນບໍ່ດີໃຫ້ກັບປະເທດເຮົາ. ບັນຫາຂີ້ເຫຍື້ອສາທາລະນະນີ້ ຂປລ. ໃນວາລະດໍາເນີນກອງ ປະຊຸມ ສະໄໝສາມັນເທື່ອທີ 10 ຂອງສະພາປະຊາຊົນແຂວງເຊ ກອງ ຊຸດທີ IV ໃນວັນທີ 29 ທັນວາ 2025 , ທ່ານ ແກ້ວປະເສີດ ແກ້ວ ມະນີວົງ ຫົວໜ້າພະແນກໂຍທາ ທິການ ແລະ ຂົນສົ່ງ (ຍທຂ) ແຂວງເຊກອງ ໄດ້ຂຶ້ນຊີ້ແຈງບາງ ບັນຫາທີ່ສະມາຊິກສະພາປະຊາຊົນ ແຂວງໃຫ້ຄວາມສົນໃຈ ແລະ ຊັກ ຖາມ ໂດຍສະເພາະ ການນໍາໃຊ້ ງົບປະມານກອງທຶນທາງ ປະຈໍາ ປີ 2025 ແລະ ຂອດການຕິດຕາມ ກວດກາໃນການຈັດຕັ້ງປະຕິບັດ ລວມທັງການຄວບຄຸມນໍ້າໜັກລົດ ບັນທຸກຂົນສົ່ງສິນຄ້າທີ່ເປັນຕົ້ນ ເຫດຂອງເສັ້ນທາງເປ່ເພ ວ່າ: ການ ຈັດຕັ້ງປະຕິບັດງົບປະມານກອງ ທຶນທາງໃນໄລຍະຜ່ານມາ ຂະແໜງ ໂຍທາທິການ ແລະ ຂົນສົ່ງ ແມ່ນອີງ ໃສ່ແຈ້ງການ ແລະ ຄໍາແນະນໍາຈາກ ກະຊວງ ຍທຂ ຊຶ່ງງົບປະມານກອງ ທຶນທາງສາມາດນໍາໃຊ້ສະເພາະ ເຂົ້າໃນວຽກງານສ້ອມແປງທາງ ຫລວງທ້ອງຖິ່ນ ແລະ ທາງຫລວງ ແຫ່ງຊາດ. ຜ່ານການຈັດຕັ້ງປະຕິ ບັດຕົວຈິງ ຂະແໜງ ຍທຂ ແຂວງ ເປັນຜູ້ຈັດສັນບັນຊີໂຄງການລະ ອຽດ ໂດຍແນໃສ່ໂຄງການທີ່ຈໍາ ເປັນ ແລະ ບຸລິມະສິດຂອງແຂວງ ເຊັ່ນ: ໂຄງການຊໍາລະໜີ້, ໂຄງການ ສືບຕໍ່ທີ່ນອນໃນສາລະບານງົບປະ ມານ ຂອງປີຜ່ານມາ ແລະ ໂຄງ ການສະເໜີໃໝ່ (ເປັນໂຄງການທີ່ມີ ຄວາມຈໍາເປັນ ເພື່ອແກ້ໄຂສະພາບ ເສັ້ນທາງໃນເທສະບານເມືອງ ແລະ ທາງເສັ້ນທາງໃນເຂດຊົນນະບົດ) ສະເໜີຫາອົງການປົກຄອງແຂວງ ເພື່ອພິຈາລະນາຢັ້ງຢືນເອົາບັນຊີດັ່ງ ກ່າວ ໂດຍຜ່ານພະແນກແຜນການ ແລະ ການລົງທຶນແຂວງ (ໃນເມື່ອ ກ່ອນ) ແລ້ວສະເໜີຕໍ່ສະພາປະຊົນ ແຂວງ ເພື່ອອອກມະຕິຢັ້ງຢືນຮັບ ຮອງເອົາ, ພາຍຫລັງໄດ້ຜ່ານການ ຮັບຮອງຈາກສະພາແລ້ວ ພະແນກ ຍທຂ ແຂວງ ກໍໄດ້ນໍາສະເໜີຫາ ກະຊວງ ຍທຂ ເພື່ອຂໍອະນຸມັດເບີກ ຈ່າຍບ້ວງເງິນດັ່ງກ່າວຕາມຂັ້ນ ຕອນ ແລະ ຖືກຕ້ອງຕາມກົດໝາຍ ການລົງທຶນຂອງລັດ ຄືກັບໂຄງ ການລົງທຶນຂອງລັດບ້ວງອື່ນໆ (ມີການປະມູນຈັດຊື້-ຈັດຈ້າງຕາມ ຂັ້ນຕອນ). ພ້ອມນັ້ນ, ໃນປີ 2025 ໄດ້ຮັບ g-dv' gvq k.9.lj 75h ,7v'oe.-h '[xt,kodv'mb omk' c]t 7;[75 ,oE|a d]q f[a om5 d0q olq j 'ly o7h k q ງົບປະມານທັງໝົດ 2 ບ້ວງ ຈຳ ນວນ 9,8 ຕື້ກີບ ໃນນີ້, ບ້ວງເງິນ (20%) ຈໍານວນ 4,6 ຕື້ກີບ ໄດ້ ຈັດສັນໃສ່ແຕ່ລະໜ້າວຽກ ຄື: ໂຄງ ການຊໍາລະໜີ້ 6 ໂຄງການ, ມູນຄ່າ 18,02 ຕື້ກີບ ແລະ ໂຄງການສະ ເໜີໃໝ່ 1 ໂຄງການ, ມູນຄ່າ 4.24 ຕື້ກີບ ລວມທັງໝົດ 7 ໂຄງການ, ມູນຄ່າ 22,26 ຕື້ກີບ, ຈ່າຍຜ່ານມາ 13,05 ຕື້ກີບ, ຍັງຄ້າງຈ່າຍ 9,21 ຕື້ກີບ ແລະ ບ້ວງເງິນ (80%) ຈໍາ ນວນ 5,2 ຕື້ກີບ ໄດ້ຈັດສັນເຂົ້າ ໂຄງການສ້ອມແປງທາງຫລວງ ແຫ່ງຊາດ 3 ສັນຍາ (3 ໂຄງ ການ), ມູນຄ່າ 19,56 ຕື້ກີບ, ຈ່າຍ ຜ່ານມາ 5,2 ຕື້ກີບ, ຍັງຄ້າງຈ່າຍ 14,36 ຕື້ກີບ ຊຶ່ງຈະໄດ້ສືບຕໍ່ຊໍາລະ ໜີ້ໃນປີຕໍ່ໄປ. ສໍາລັບວຽກການຄວບຄຸມນໍ້າ ໜັກລົດບັນທຸກຂົນສົ່ງ, ພະແນກ ຍທຂ ແຂວງ ໄດ້ປະຕິບັດຕາມແຈ້ງ ການ ແລະ ຂໍ້ຕົກລົງ ຂອງລັດຖະ ມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 14861 ລົງ ວັນທີ 19 ມິຖຸນາ 2023 ວ່າດ້ວຍ ການຈັດຕັ້ງປະຕິບັດວຽກຄຸ້ມຄອງ ນໍ້າໜັກລົດບັນທຸກ ແລະ ສະບັບ ເລກທີ 9393 ລົງວັນທີ 13 ເມສາ 2023 ວ່າດ້ວຍການອະນຸຍາດນໍ້າ ໜັກລວມສູງສຸດ ຂອງລົດບັນທຸກ. ປັດຈຸບັນນີ້ ພະແນກ ຍທຂ ແຂວງ ໄດ້ແຕ່ງຕັ້ງຄະນະສະເພາະກິດ ເພື່ອ ລົງຕິດຕາມກວດການໍ້າໜັກ ຂອງ ລົດບັນທຸກທີ່ແລ່ນຜ່ານເສັ້ນທາງ ຫລວງແຫ່ງຊາດ ເລກທີ 16 ຢູ່ກິໂລ ແມັດ 137+000 (ເຂດບ້ານຮ່ອງ ໄລ່) ເພື່ອຕິດຕາມກວດກາລົດບັນ ທຸກທີ່ແລ່ນຜ່ານມາຈາກເສັ້ນທາງ ເລກທີ 1H, 1I ແລະ 16B. ຜ່ານ ການລົງຕິດຕາມກວດກາ ເຫັນວ່າ ລົດບັນທຸກ (6 ເພົາ 22 ລໍ້) ສ່ວນ ຫລາຍແມ່ນບັນທຸກໃນ45-50ໂຕນ, ປະຕິບັດຕາມມາດຕະຖານ ຂອງ ເສັ້ນທາງທີ່ຮັບນໍ້າໜັກ11ໂຕນ/ເພົາ ສາມາດບັນທຸກໄດ້ 49.500 Kg ແມ່ນບໍ່ເກີນ, ແຕ່ຖ້າປະຕິບັດຕາມ ມາດຕະຖານ ຂອງເສັ້ນທາງທີ່ຮັບ ນໍ້າໜັກ 9,1 ໂຕນ/ເພົາ ສາມາດ ບັນທຸກໄດ້ 43.200 Kg ແມ່ນເກີນ ໄປຢູ່ 5-6 ໂຕນ ແລະ ລົດບັນທຸກ ປະເພດອື່ນໆ ແມ່ນບັນທຸກຢູ່ໃນ ມາດຕະຖານທີ່ໄດ້ກຳນົດໄວ້. ແນວ ໃດກໍດີ, ຖ້າຫາກວ່າພົບລົດບັນທຸກ ທີ່ມີນໍ້າໜັກເກີນ ທາງເຈົ້າໜ້າທີ່ຈະ ໄດ້ມີການປັບໃໝ ໂດຍຄິດໄລ່ຕາມ ຕາຕະລາງແຈ້ງການ ຂອງກະຊວງ ຄົມມະນາຄົມຂົນສົ່ງ ສະບັບເລກທີ 2157 ລົງວັນທີ 4 ກໍລະກົດ 2000 ແລະ ຕ້ອງໄດ້ຄ່ຽນຖ່າຍສິນຄ້າທີ່ ເກີນລົງ ຈຶ່ງສາມາດເດີນທາງໄປ ຕໍ່ໄດ້ ແລະ ເງິນທີ່ໄດ້ປັບໃໝ ແມ່ນ ມອບໂອນເຂົ້າບັນຊີ ຂອງກອງທຶນ ທາງຢູ່ກົມຂົວທາງທຸກຄັ້ງ ແລະ ແຕ່ລະເດືອນຕ້ອງໄດ້ສົ່ງບົດລາຍ ງານໃຫ້ກົມຂົວທາງທຸກເດືອນ. ຖືເປັນບັນຫາ ແລະ ສິ່ງທ້າທາຍຕໍ່ ການຈັດຕັ້ງປະຕິບັດໂຄງການວຽງ ຈັນສະອາດ ເນື່ອງຈາກວ່າ ປະຊາ ຊົນຈຳນວນໜຶ່ງ ທີ່ອາໄສຢູ່ໃນນະ ຄອນຫລວງວຽງຈັນ ຍັງບໍ່ໄດ້ເຮັດ ສັນຍາເກັບມ້ຽນຂີ້ເຫຍື້ອ, ປະຊາ ຊົນສ່ວນຫລາຍຍັງມີແນວຄິດມັກ ງ່າຍໃນການເກັບມ້ຽນຂີ້ເຫຍື້ອ ຈຶ່ງເກີດມີປາກົດການຖິ້ມຂີ້ເຫຍື້ອ ຊະຊາຍ ເຮົາຈະສັງເກດເຫັນ ພາຍ ຫລັງສິ້ນສຸດງານບຸນປະເພນີຕ່າງໆ ປະຈຳຊາດ ຫລື ບຸນປະຈຳຊົນເຜົ່າ ສິ່ງທີ່ຕາມມາກໍແມ່ນຂີ້ເຫຍື້ອ ຈໍາ ນວນຫລວງຫລາຍທີ່ຖືກຖິ້ມຢ່າງ ຊະຊາຍ ແລະ ຕ້ອງໃຊ້ເວລາຫລາຍ ວັນ ຈຶ່ງເກັບມ້ຽນສຳເລັດ, ສິ່ງທີ່ ຮ້າຍແຮງໄປກວ່ານັ້ນ ແມ່ນປະຊາ ຊົນທີ່ອາໄສຢູ່ແຄມທາງຈຳນວນ ໜຶ່ງ ຍັງບໍ່ສົນໃຈໃນການເກັບມ້ຽນ ຂີ້ເຫຍື້ອດັ່ງກ່າວ ປ່ອຍໃຫ້ແຕ່ພາກ ສ່ວນຮັບຜິດຊອບເປັນຜູ້ເກັບມ້ຽນ ພຽງຝ່າຍດຽວ ຊຶ່ງກໍມີຈຳນວນຄົນ ໜ້ອຍຢູ່ແລ້ວ ແລະ ຕ້ອງໃຊ້ເວລາ ຫລາຍວັນຈຶ່ງເກັບມ້ຽນສຳເລັດ. ຕາມຂໍ້ມູນຂອງອົງການພັດທະ ນາ ແລະ ບໍລິຫານຕົວເມືອງວຽງ ຈັນ (ອພບ) ໄດ້ໃຫ້ຮູ້ວ່າ: ການຈັດ ເກັບຂີ້ເຫຍື້ອຂອງ ອພບ ທີ່ຍັງແກ້ ໄຂບໍ່ຕົກແມ່ນບັນຫາຂີ້ເຫຍື້ອສາທາ ລະນະ ຊຶ່ງມີຜູ້ນໍາມາກອງໄວ້ຢູ່ແຄມ ທາງຢ່າງຊະຊາຍ ໂດຍສ່ວນໃຫຍ່ກໍ ແມ່ນຂີ້ເຫຍື້ອມືຖືຂອງຜູ້ມັກງ່າຍ ທີ່ມັກເອົາມາວາງແອ້ມແປະໃກ້ ກັບຈຸດວາງຂີ້ເຫຍື້ອຂອງຜູ້ເຮັດ ສັນຍາເກັບມ້ຽນກັບ ອພບ. ນອກ ນັ້ນ, ກໍມີຂີ້ເຫຍື້ອຂອງຫົວໜ່ວຍ ທຸລະກິດ ຂອງພໍ່ຄ້າ ແມ່ຂາຍ ແລະ ອື່ນໆ ຊຶ່ງຈະນໍາໃສ່ລົດໄປຖິ້ມຢູ່ຈຸດ ດິນວ່າງ ຫລື ທີ່ດິນຮົກເຮື້ອແຄມ ທາງຕ່າງໆ ຊຶ່ງນັບມື້ມີປະລິມານ ເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍບັນຫາ ນີ້ ຫລາຍພາກສ່ວນຕ້ອງມີສ່ວນ ຮ່ວມເປັນເຈົ້າການໃນການແກ້ໄຂ ຢ່າງຈິງຈັງ ຈຶ່ງຈະເຮັດໃຫ້ນະຄອນ ຫລວງວຽງຈັນມີຄວາມສະອາດ ຈົບງາມ. ຢ່າງໃດກໍດີ, ພາຍຫລັງທີ່ ມີມະຕິຕົກລົງ ກ່ຽວກັບການຈັດຕັ້ງ ປະຕິບັດໂຄງການວຽງຈັນສະອາດ ກໍຖືເປັນອີກໜຶ່ງບ່ອນອີງ ໃນການປະ ຕິບັດງານໂຕຈິງ ແລະ ເຊື່ອແນ່ວ່າ ບັນຫາຂີ້ເຫຍື້ອຈະໄດ້ຮັບການແກ້ ໄຂໃຫ້ດີຂຶ້ນໃນອະນາຄົດອັນໃກ້ນີ້. ແນວໃດກໍຕາມ, ວັນທີ 31 ທັນ ວາ ປີ 2025 ກໍແມ່ນມື້ສົ່ງທ້າຍ ປີເກົ່າຕ້ອນຮັບປີໃໝ່ 2026 ຊຶ່ງ ຫລາຍພາກສ່ວນລວມທັງປະຊາ ຊົນລາວບັນດາເຜົ່າໃນຂອບເຂດ ທົ່ວປະເທດ ແມ່ນພ້ອມກັນສະເຫລີມ ສະຫລອງຢ່າງມີບັນຍາກາດຟົດ ຟື້ນ. ອອຍພອນເຊິ່ງກັນ ແລະ ກັນ, ແຕ່ບັນຫາສຳຄັນແມ່ນພວກເຮົາ ຕ້ອງໄດ້ເອົາໃຈໃສ່ເກັບມ້ຽນຂີ້ເຫຍື້ອ ໃຫ້ເປັນລະບຽບ ເພື່ອສ້າງຄວາມ ສະດວກໃຫ້ແກ່ພາກສ່ວນກ່ຽວ ຂ້ອງເກັບຂົນສົ່ງໄປຈຳກັດຢູ່ສະ ໜາມຂີ້ເຫຍື້ອ. ຂະນະທີ່ພວກເຮົາ ສະເຫລີມສະຫລອງສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່ສຳເລັດ ໃຫ້ທຸກສະ ຖານທີ່ມີຄວາມປອດຂີ້ເຫຍື້ອ, ມີ ຄວາມສະອາດງາມຕາທຸກສະຖານ ທີ່ສຳນັກງານ, ອົງການລວມທັງ ຄອບຄົວຂອງພວກເຮົາ. ພາບປະກອບ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==