gsfdko{dkora fmtok xtgmf]k; ( 31/12/2025 c0;'va f8txn g0A ,';f75 h ,7v']k7kly o7h k w]ptlts]v'lq j 'mh kpxu gdq j k c]t 8h voIa [xu .\j lkdq o ,v[{Ia [ 37'dkod= j lh k'sh v'dko rtcodv5 flkstde c]t dko7h k c0;';P'9a o ຂປລ. ແຫລ່ງຂ່າວຈາກແຂວງ ວຽງຈັນ ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງຫ້ອງການ, ໂຄງ ການປູເດີ່ນເບຕົງເສີມເຫລັກ ແລະ ຮ່ອງລະບາຍນໍ້າອ້ອມຮອບອາຄານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ລະຫວ່າງ ບໍລິສັດ ດວງປະເສີດກໍ່ສ້າງຄົບວົງຈອນ ແລະ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ຈັດຂຶ້ນໃນ ວັນທີ 29 ທັນວາ 2025 ທີ່ພະແນກ ດັ່ງກ່າວ ຕາງໜ້າມອບໂດຍທ່ານ ຂັນທອງ ດວງປະເສີດ ຜູ້ອໍານວຍ ການບໍລິສັດ ດວງປະເສີດກໍ່ສ້າງ ຄົບວົງຈອນ ແລະ ຕາງໜ້າຮັບໂດຍ ທ່ານ ໄພວັນ ປະຖໍາມະວົງ ຫົວໜ້າ ພະແນກອຸດສາຫະກຳ ແລະ ການ ຄ້າແຂວງວຽງຈັນ, ມີ ທ່ານ ພູວົງ ບຸນຊູ ປະທານຄະນະກຳມະການ ປົກຄອງແຂວງວຽງຈັນ, ທ່ານ ບຸນ ສອນ ເພັດລາວັນ ປະທານສະພາ ປະຊາຊົນແຂວງ, ທ່ານ ບົວວັນ ວິລະວົງ ຫົວໜ້າຫ້ອງການກະ ຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍພະນັກງານຂອງສອງ ພາກສ່ວນເຂົ້າຮ່ວມ. ທ່ານ ຂັນທອງ ດວງປະເສີດ ກ່າວວ່າ: ບໍລິສັດຂອງຕົນໄດ້ຮັບ ການຈັດຕັ້ງປະຕິບັດໂຄງການ 2 ໂຄງການຄື: ໂຄງການກໍ່ສ້າງ ຫ້ອງການ ແລະ ໂຄງການປູເດີ່ນ ເບຕົງເສີມເຫລັກ ແລະ ຮ່ອງ ລະບາຍນໍ້າອ້ອມຮອບອາຄານ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ໃນ ນີ້, ໂຄງການກໍ່ສ້າງຫ້ອງການ ພະແນກອຸດສາຫະກຳ ແລະ ການ ຄ້າ ແຂວງວຽງຈັນ ມີຂະໜາດ ຄວາມກວ້າງ 17,50 ແມັດ, ຄວາມຍາວ 38 ແມັດ, ເປັນອາຄານ 2 ຊັ້ນ ໂຄງສ້າງເປັນເບຕົງເສີມ ເຫລັກ, ກໍ່ດ້ວຍດິນຈີ່, ມີທັງໝົດ 19 ຫ້ອງ ຊຶ່ງປະກອບມີຕິດຕັ້ງແອ 55 ໜ່ວຍ, ດອກໄຟ 117 ດອກ, ພັດລົມດູດອາກາດ 26 ໜ່ວຍ, ພັດລົມແຂວນເພດານ 44 ໜ່ວຍ ແລະ ຫ້ອງນໍ້າພ້ອມອຸປະກອນຄົບ ຊຸດ 14 ຫ້ອງ, ລວມມູນຄ່າການ ກໍ່ສ້າງທັງໝົດ 13,38 ຕື້ກວ່າກີບ. ໂຄງການໄດ້ເລີ່ມຈັດຕັ້ງປະຕິບັດແຕ່ ວັນທີ 26 ມັງກອນ 2024 ແລະ ກໍ່ ສ້າງສໍາເລັດ ໃນວັນທີ 28 ພະຈິກ 2025. ສ່ວນໂຄງການປູເດີ່ນເບ ຕົງເສີມເຫລັກ ແລະ ຮ່ອງລະບາຍ ນໍ້າອ້ອມຮອບອາຄານພະແນກອຸດ ສາຫະກຳ ແລະ ການຄ້າແຂວງ ວຽງຈັນ ມີມູນຄ່າ 2,78 ຕື້ກວ່າກີບ, ໂຄງການເລີ່ມຈັດຕັ້ງປະຕິບັດມາແຕ່ ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໄລຍະເທສະການ ສະເຫລີມສະຫລອງ ສົ່ງທ້າຍປີເກົ່າ ຄສ2025ແລະຕ້ອນຮັບປີໃໝ່ສາກົນ ຄສ 2026 ເພື່ອເຮັດໃຫ້ລາຄາສິນຄ້າ ແລະ ຄ່າບໍລິການໃນທ້ອງຕະຫລາດ ພາຍໃນແຂວງ ແລະ 5 ເມືອງ ມີສະ ຖຽນລະພາບ, ປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງຜູ້ ຊົມໃຊ້ ພ້ອມທັງຫລີກເວັ້ນການສວຍ ໂອກາດຂຶ້ນລາຄາສິນຄ້າຕາມລໍາພັງ ໃຈ ຂອງຜູ້ປະກອບການ ຊຶ່ງພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ ອັດຕະປືໄດ້ອອກແຈ້ງການໃຫ້ບັນດາ ວັນທີ 20 ຕຸລາ 2025 ແລະ ກໍ່ສ້າງ ສໍາເລັດ ວັນທີ 28 ພະຈິກ 2025. ລວມມູນຄ່າກໍ່ສ້າງ 2 ໂຄງການ 16,17 ຕື້ກີບ ປັດຈຸບັນແມ່ນຈັດຕັ້ງ ປະຕິບັດສໍາເລັດ 100%. ໂອກາດນີ້, ທ່ານ ໄພວັນ ປະ ຖໍາມະວົງ ໄດ້ກ່າວສະແດງຄວາມ ຂອບໃຈ ແລະ ຮູ້ບຸນຄຸນຢ່າງສູງ ຕໍ່ການນໍາ ພັກ-ລັດຂັ້ນເທິງ ກໍຄື ການຈັດຕັ້ງທີ່ກ່ຽວຂ້ອງ ຂອງ ແຂວງວຽງຈັນ ແລະ ສູນກາງ, ທີ່ ໄດ້ເຫັນຄວາມສໍາຄັນ ຊ່ວຍແບ່ງ ພິຈາລະນາຈັດໂຄງການນີ້ ເຂົ້າແຜນ ແລະ ຖືເປັນໂຄງການບຸລິມະສິດ ຂອງແຂວງ ຈົນເຮັດໃຫ້ສະພາ ແຫ່ງຊາດຮັບຮອງເອົາ ແລະ ລັດ ຖະບານ ກໍຄືການນໍາ ຂອງແຂວງ ວຽງຈັນ ໄດ້ອະນຸມັດໃຫ້ຈັດຕັ້ງ ປະຕິບັດໂຄງການດັ່ງກ່າວ ໃນສົກ ປີ 2023-2024 ຜ່ານມາ, ໂດຍ ອະນຸມັດໃຫ້ນໍາໃຊ້ເງິນບ້ວງຊົດເຊີຍ ທີ່ດິນ ແລະ ອາຄານ ພະແນກອຸດ ສາຫະກຳ ແລະ ການຄ້າ ແຂວງ ວຽງຈັນ ຫລັງເກົ່າ ແລະ ຮວງເງິນ ເກີນແຜນ ຂອງແຂວງ ເພື່ອຈັດຕັ້ງ ປະຕິບັດໂຄງການກໍ່ສ້າງຫ້ອງການ ພະແນກ ອຸດສາຫະກຳ ແລະ ການ ຄ້າແຂວງວຽງຈັນ ຫລັງໃໝ່ ແລະ ໂຄງການປູເດີ່ນດ້ວຍເບຕົງເສີມ ເຫລັກ ພ້ອມດ້ວຍ ຮອງລະບາຍ ນໍ້າອ້ອມອາຄານ ຊຶ່ງມອບໃຫ້ພະ ແນກອຸດສາຫະກຳ ແລະ ການຄ້າ ແຂວງວຽງຈັນ ເປັນອົງການຄຸ້ມ ຄອງຈັດຕັ້ງປະຕິບັດໂຄງການດັ່ງ ກ່າວ. ສ່ວນຄະນະນຳ ແລະ ພະນັກ ງານພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈະປົກປັກຮັກສາ ແລະ ຄຸ້ມຄອງນໍາໃຊ້ເຂົ້າໃນການ ເຄື່ອນໄຫວໜ້າທີ່ການເມືອງຂອງ ຂະແໜງການຕໍ່ໄປ. 7totoec0;'sq ;ra o 8h voIa [ 7totz6 h cmo0A ol6 ' c0;'d;k'oy ' ຂປລ. ແຫລ່ງຂ່າວຈາກແຂວງ ຫົວພັນ ໃຫ້ຮູ້ວ່າ: ໃນວັນທີ 28 ທັນວາ 2025 ຢູ່ດ່ານສາກົນປ່າ ຮ່າງ, ສະຫາຍ ນາງ ລ້ອງຄຳ ພອນ ມີໄຊ ຄະນະປະຈຳພັກແຂວງ, ຮອງ ປະທານຄະນະກຳມະການປົກຄອງ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ແຂວງກວາງນິງ ສສ ຫວຽດນາມ ຊຶ່ງນຳໂດຍ ສະຫາຍ ກວານ ມິງ ເກື່ອງ ເລຂາພັກແຂວງ, ຫົວໜ້າ ຄະນະສະມາຊິກສະພາແຫ່ງຊາດ ແຂວງກວາງນິງ, ເນື່ອງໃນໂອກາດ ທີ່ຄະນະດັ່ງກ່າວເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງ ຫົວພັນ. ການມາຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງຫົວພັນ ຂອງຄະນະ ຜູ້ແທນຂັ້ນສູງແຂວງກວາງນິງ ຄັ້ງ ນີ້, ເພື່ອເປັນການສືບຕໍ່ເສີມຂະຫຍາຍ ສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ເວົ້າ ລວມ, ເວົ້າສະເພາະ ສອງແຂວງ ຫົວພັນ-ກວາງນິງ ທີ່ມີສາຍພົວພັນ ມິດຕະພາບມາແຕ່ດົນນານ ຊຶ່ງ ຄະນະດັ່ງກ່າວ ຈະເຂົ້າຮ່ວມເຮັດ ວຽກນຳຄະນະນຳແຂວງຫົວພັນ ໃນນັ້ນ, ຈະໄດ້ເຂົ້າຮ່ວມພົບປະ ສອງຝ່າຍ, ເຂົ້າຮ່ວມພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນ ມສ ພັນ ຊຳ ເມືອງຊຳເໜືອ ທີ່ແຂວງກວາງ ນິງ ໃຫ້ທຶນສະໜັບສະໜູນກໍ່ສ້າງ. ພ້ອມນັ້ນ, ທັງສອງຄະນະຈະໄດ້ ເດີນທາງໄປທ່ຽວຊົມເຂດອະນຸສອນ ສະຖານວຽງໄຊ ໂດຍສະເພາະ ບັນດາຖ້ຳທ່ານຜູ້ນຳປະຕິວັດລາວ ເພື່ອທັດສະນະສຶກສາ, ຮຽນຮູ້ຄຸນ ສົມບັດສິນທຳປະຕິວັດຂອງບັນດາ ທ່ານຜູ້ນຳຂອງລາວ ແລະ ທ່ຽວ ຊົມສວນສາທາລະນະມິດຕະພາບ ຫົວພັນ-ກວາງນິງ ແລະ ສະຖານທີ່ ທ່ອງທ່ຽວສຳຄັນອື່ນໆຕື່ມອີກ. ສາຍພົວພັນມິດຕະພາບ ລະ ຫວ່າງ ແຂວງຫົວພັນ ແລະ ແຂວງ ກວາງນິງ ເປັນແບບຢ່າງທີ່ດີຂອງ ມິດຕະພາບລາວ-ຫວຽດນາມ ໃນ ລະດັບທ້ອງຖິ່ນ. ສອງແຂວງມີມູນ ເຊື້ອປະຫວັດສາດພົວພັນຮ່ວມມືກັນ ເລິກເຊິ່ງ ແລະ ມີທ່າແຮງໃນການ ພັດທະນາຮ່ວມກັນໃນອະນາຄົດ. ການຮັກສາ ແລະ ເສີມສ້າງສາຍ ພົວພັນນີ້ ຈະສົ່ງເສີມການພັດທະນາ ເສດຖະກິດ-ສັງຄົມ ຂອງທັງສອງ ແຂວງ ກໍຄືຂອງສອງປະເທດລາວຫວຽດນາມຕື່ມອີກ. ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນການຍົກ ລະດັບ ແລະ ສ້ອມແປງເສັ້ນທາງ ເຂົ້າບ້ານແຊ (ບ້ານທຸກຍາກ) ເມືອງສຸຂຸມາ ແຂວງຈຳປາສັກ ໃຫ້ ສາມາດທຽວໄດ້ທັງ 2 ລະດູ ແມ່ນ ມີຄວາມສໍາຄັນ ເພື່ອພັດທະນາໃຫ້ ບ້ານແຊ ກາຍເປັນບ້ານພັດທະນາ ປະຊາຊົນຢູ່ດີກິນດີ ຄົບຖ້ວນຕາມ ມາດຖານທີ່ກໍານົດໄວ້. ທ່ານ ຄໍາໄຕ ແກ້ວປະເສີດ ເລຂາ ຄະນະບໍລິຫານງານພັກເມືອງສຸຂຸມາ ໃຫ້ຮູ້ວ່າ: ໃນໄລຍະຜ່ານມາ ບ້ານ ແຊ ແມ່ນບ້ານໜຶ່ງທີ່ຍັງບໍ່ມີເສັ້ນທາງ ທຽວໄດ້ສອງລະດູ ແລະ ອີງຕາມ ການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ຕາມ ດໍາລັດ 348/ລບ ປີ 2024 ແມ່ນ ຖືວ່າຍັງເປັນບ້ານທຸກຍາກ 1 ບ້ານ ຂອງເມືອງສຸຂຸມາ ເນື່ອງຈາກວ່າ ບ້ານແຊ ບັນລຸໄດ້ແຕ່ 6 ມາດຖານ ເທົ່າກັບ 75%, ບໍ່ບັນລຸ 2 ມາດຖານ ເທົ່າກັບ 25% ຄືມາດຖານທີ 4: ມີ ເສັ້ນທາງຄົມມະນາຄົມ ແລະ ຂົນສົ່ງ ທີ່ສາມາດທຽວໄດ້ຕະຫລອດປີ ແລະ ມາດຖານທີ 6 ການເຂົ້າເຖິງການ ຊື້-ຂາຍ ແລກປ່ຽນສິນຄ້າຢ່າງເປັນ ປົກກະຕິ. ຕະຫລອດໄລຍະຜ່ານ ມາ, ຄະນະພັກ-ຄະນະນໍາເມືອງ ສຸຂຸມາ ໄດ້ຖືເອົາວຽກງານກໍ່ສ້າງ ຮາກຖານການເມືອງ, ວຽກງານ ພັດທະນາຊົນນະບົດ-ແກ້ໄຂຄວາມ ທຸກຍາກ ແລະ ວຽກງານ 3 ສ້າງ ເປັນວຽກງານຍຸດທະສາດ, ເຮັດ ຢ່າງມີຈຸດສຸມ ແລະ ຕໍ່ເນື່ອງ ຊຶ່ງໄດ້ ກຳນົດອອກໃນມະຕິ ກອງປະຊຸມ ໃຫຍ່ ຂອງອົງຄະນະພັກເມືອງ ຄັ້ງ ທີ *9 ຢ່າງຈະແຈ້ງ ຮອດປີ 2029 ເມືອງສຸຂຸມາ ຈະສູ້ຊົນລຶບລ້າງບ້ານ ທຸກຍາກ, ຄອບຄົວທຸກຍາກ ໃຫ້ໄດ້ 100%. ປັດຈຸບັນພາຍໃນເມືອງ ມີ ບ້ານທຸກຍາກຍັງເຫລືອ 1 ບ້ານ ຄື ບ້ານແຊ ແລະ ຄອບຄົວທຸກຍາກ ທົ່ວເມືອງ ມີ 988 ຄອບຄົວ ເທົ່າກັບ 10,37%. ໃນການຍົກລະດັບ ແລະ ສ້ອມ ແປງເສັ້ນທາງເຂົ້າບ້ານ ແມ່ນນໍາໃຊ້ ງົບປະມານຂອງແຂວງ, ໂຄງການ ກໍ່ສ້າງເສັ້ນທາງດັ່ງກ່າວ ໄດ້ເລີ່ມ ຈັດຕັ້ງປະຕິບັດ ມາແຕ່ວັນທີ 28 ມິຖຸນາ 2025 ໂດຍແມ່ນບໍລິສັດ ເອສເອເຄ ສໍາຫລວດອອກແບບ ກໍ່ສ້າງຄົບວົງຈອນ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາ ມູນຄ່າ 4,99 ຕື້ ກວ່າກີບ, ເສັ້ນທາງມີຄວາມຍາວ 6 ກິໂລແມັດ ແລະ ຄວາມກວ້າງ 6 ແມັດ. ຈັດຕັ້ງປະຕິບັດສຳເລັດ ປະມານ 44,6%, ຄາດໝາຍສູ້ ຊົນໃຫ້ສໍາເລັດ 100% ພາຍໃນຕົ້ນ ເດືອນ ກຸມພາ 2026 ທີ່ຈະມາເຖິງ ນີ້. ທ່ານ ບີ້ ບຸນຈະເລີນ ນາຍບ້ານໆ ແຊ ກ່າວວ່າ: ການທີ່ບ້ານໄດ້ຮັບ ການຊ່ວຍເຫລືອຈາກພັກ-ລັດ ຂັ້ນ ເທິງ ແມ່ນສຸດທີ່ມີຄວາມພາກພູມໃຈ ແລະ ດີໃຈທີ່ມີເສັ້ນທາງດີ ເປັນໃບ ໜ້າໃໝ່ຂອງບ້ານ, ທັງສະໜອງຂໍ ສະດວກຫລາຍຢ່າງ ເປັນຕົ້ນ ຄວາມ ສະດວກໃນການໄປ-ມາ, ຄວາມ ສະດວກໃນການຊື້-ຂາຍ, ສະດວກ ດ້ານສາທາລະນະສຸກ, ດ້ານການ ສຶກສາ ແລະ ທັງເປັນການລົບລ້າງ ຫ້ອງການອຸດສາຫະກຳ ແລະ ການ ຄ້າ 5 ຕົວເມືອງພາຍໃນແຂວງ ເປັນ ເຈົ້າການປະສານສົມທົບກັບຂະແໜງ ການທີ່ກ່ຽວຂ້ອງ ພາຍໃນເມືອງຂອງ ຕົນເອົາໃຈໃສ່ຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ໂດຍສະເພາະ ສິນຄ້າທີ່ກະທົບໄວຕໍ່ຊີວິດການເປັນ ຢູ່ຂອງປະຊາຊົນ ເປັນຕົ້ນ ເຂົ້າກິນ, ຊີ້ນງົວ-ຄວາຍ, ຊີ້ນໝູ, ປານິນ- ປາດຸກ, ໄກ່ພັນສາມສາຍເລືອດ ແລະ ປະເພດພືດຜັກຕ່າງໆລວມທັງສິນຄ້າ ອຸປະໂພກ-ບໍລິໂພກ ແລະ ສິນຄ້າ ທົ່ວໄປ ໃຫ້ມີຄວາມສະຫງົບ, ພ້ອມ ທັງຕິດຕາມ, ກວດກາລາຄາສິນຄ້າ ແລະ ຄ່າບໍລິການ ໃຫ້ເປັນປົກກະຕິ ບໍ່ໃຫ້ມີການສວຍໂອກາດຂຶ້ນລາຄາ ສິນຄ້າຕາມລໍາພັງໃຈ. ທ່ານ ຂັນວີ ສີສຸວົງ ຫົວໜ້າຂະ ແໜງການຄ້າພາຍໃນ ພະແນກອຸດ ສາຫະກຳ ແລະ ການຄ້າ ແຂວງອັດ ຕະປືໄດ້ໃຫ້ສໍາພາດຕໍ່ສື່ມວນຊົນຂອງ ແຂວງ ໃນວັນທີ 29 ທັນວາ 2025 ນີ້ວ່າ: ພະແນກອຸດສາຫະກໍາ ແລະ ການຄ້າແຂວງ ຍັງໄດ້ເປັນເຈົ້າການ ເຜີຍແຜ່ແນະນໍາໃຫ້ຜູ້ປະກອບການ ໃຫ້ເຂົ້າໃຈຕໍ່ລະບຽບການທີ່ລັດ ວາງອອກ ໃນແຕ່ລະໄລຍະເປັນຕົ້ນ ການກຳນົດໂຄງປະກອບລາຄາ ສິນຄ້າ ເຊັ່ນ: ການແຈ້ງຕົ້ນທຶນການ ຜະລິດ, ຕົ້ນທຶນການນໍາເຂົ້າ ແລະ ລາຄາຂາຍຍົກ-ຂາຍຍ່ອຍ, ການຕິດ ສະຫລາກເປັນພາສາລາວ, ການຕິດ ລາຄາສິນຄ້າ, ຕິດປະກາດ ຫລື ການ ໂຄສະນາລາຄາສິນຄ້າ ແລະ ຄ່າ ບໍລິການເປັນເງິນກີບ, ພ້ອມທັງຊຸກຍູ້ ໃຫ້ຜູ້ປະກອບການສະໜອງສິນຄ້າ ໃຫ້ພຽງພໍກັບຄວາມຕ້ອງການ ເພື່ອ ຫລີກເວັ້ນບໍ່ໃຫ້ມີການສວຍໂອກາດ ຂຶ້ນລາຄາສິນຄ້າ ທີ່ບໍ່ສົມເຫດສົມຜົນ ໃນໄລຍະສະເຫລີມສະຫລອງປີໃໝ່ ສາກົນນີ້. ທ່ານ ຂັນວີ ສີສຸວົງ ກ່າວຕື່ມວ່າ: ໃນກໍລະນີບຸກຄົນໃດທີ່ລະເມີດ ຈະໄດ້ ມີການສຶກສາອົບຮົມ ແລະ ສ້າງບົດ ບັນທຶກຕັກເຕືອນແນະນຳໃຫ້ຜູ້ກ່ຽວ ໃນຂັ້ນຕົ້ນຢ່າງທັນເວລາ ຖ້າຫາກ ຍັງບໍ່ມີການປ່ຽນແປງ ຈະຖືກປັບ ໃໝ ຕາມດຳລັດເລກທີ 474/ນຍ, ລົງວັນທີ18 ສິງຫາ 2010 ວ່າດ້ວຍ ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າ ບໍລິການ ໃນມາດຕາ 26, ມາດຕະ ການປັບໃໝຕໍ່ຜູ້ດຳເນີນທຸລະກິດທີ່ໄດ້ ລະເມີດດຳລັດສະບັບນີ້ເປັນຕົ້ນ ການ ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ທີ່ລະບຸວ່າ: ບຸກຄົນໃດ ຫາກສວຍໂອກາດຂຶ້ນລາຄາສິນຄ້າ ຄ່າບໍລິການ ຫລື ໄດ້ຂາຍສິນຄ້າແພງ ເກີນຂອບເຂດໃນເວລາເກີດໄພແຫ້ງ ແລ້ວ, ໄພນໍ້າຖ້ວມ ຫລື ໃນເວລາທີ່ ມີສະພາບການຫຍຸ້ງຍາກເກີດຂຶ້ນ ໃນທ້ອງຖິ່ນໜຶ່ງ ຈະຖືກລົງໂທດຕັດ ອິດສະລະພາບ ແຕ່ຫົກເດືອນ ຫາ ສອງປີ ແລະ ຈະຖືກປັບໃໝແຕ່ 3 ລ້ານກີບ ຫາ 10 ລ້ານກີບ. ໂອກາດນີ້, ທ່ານຂັນວີສີສຸວົງ ຍັງ ໄດ້ຮຽກຮ້ອງມາຍັງຜູ້ປະກອບການ ຄ້າຂາຍ ໃຫ້ເປັນເຈົ້າການປະຕິບັດ ຕາມລະບຽບການທີ່ລັດວາງອອກ ຢ່າງເຂັ້ມງວດ ແລະ ຫລີກເວັ້ນ ການສວຍໂອກາດກັກຕຸນ ແລະ ຂຶ້ນ ລາຄາສິນຄ້າຕາມລຳພັງ ພ້ອມທັງ ຮຽກຮ້ອງມາຍັງທົ່ວສັງຄົມ ຫາກ ພົບເຫັນການລະເມີດໃຫ້ໂທສາຍດ່ວນ 1510 ໄດ້ຕະຫລອດ 24 ຊົ່ວໂມງ. ຂ່າວ: ວັດທະນາ pq d]tfa [glA omk'g0Q k[h koc- 8y fra oda [dkora fmtok ບ້ານທຸກຍາກຕາມມາດຖານກ້າວ ໄປສູ່ການພັດທະນາບ້ານ ພັດທະນາ ປະຊາຊົນຢູ່ດີກິນດີ. ບ້ານແຊ ຂຶ້ນກັບ ກຸ່ມບ້ານທີ 2 ຂອງເມືອງສຸຂຸມາ ຫ່າງຈາກເທສະ ບານເມືອງໄປທາງທິດຕາເວັນຕົກ ປະມານ 21 ກິໂລແມັດ, ເປັນເຂດ ທົ່ງພຽງ ເໝາະສົມແກ່ການປູກ ເຂົ້າ, ພືດລະດູແລ້ງ, ລ້ຽງສັດ ແລະ ອື່ນໆ, ມີເນື້ອທີ່ທັງໝົດ 5.500 ເຮັກຕາ ໃນນັ້ນ, ເນື້ອທີ່ນາ 601,68 ເຮັກຕາ, ມີພົນລະເມືອງ 668 ຄົນ ຍິງ 311 ຄົນ, ມີ 180 ຫລັງຄາ ເຮືອນ, 143 ຄອບຄົວ, ຄອບຄົວ ພົ້ນທຸກ 135 ຄອບຄົວ ເທົ່າກັບ 94,41%, ຄອບຄົວທຸກຍາກ 8 ຄອບຄົວ 5,59% ຊຶ່ງສ່ວນຫລາຍ ແມ່ນ ຊົນເຜົ່າລາວ ເຊື່ອຖືສາສະໜາ ພຸດ ປະຊາຊົນມີມູນເຊື້ອດຸໝັ່ນ ຫ້າວ ຫັນໃນການອອກແຮງງານ ຖືອາຊີບ ປູກຝັງ-ລ້ຽງສັດເປັນຕົ້ນຕໍ ແລະ ຄ້າຂາຍເປັນອາຊີບສໍາຮອງ. ພ້ອມນີ້, ພໍ່ແມ່ປະຊາຊົນ ບ້ານແຊ ກໍມີຄວາມດີໃຈທີ່ຄະນະພັກ-ຄະນະ ນໍາຂອງແຂວງ ແລະ ເມືອງໄດ້ເປັນ ຫ່ວງເປັນໄຍ ຕໍ່ຊີວິດການເປັນຢູ່ ໃຫ້ ການຊ່ວຍເຫລືອ ອໍານວຍຄວາມ ສະດວກໃນແຕ່ລະດ້ານ ເປັນຕົ້ນ ແມ່ນເສັ້ນທາງ ຊຶ່ງມີຄວາມສໍາຄັນ ຫລາຍ ແລະ ສັນຍາວ່າຈະປົກປັກ ຮັກສາ ແລະ ນໍາໃຊ້ເສັ້ນທາງໃຫ້ເກີດ ປະໂຫຍດຕໍ່ການພັດທະນາຊີວິດ ການເປັນຢູ່ ໃຫ້ຫລຸດພົ້ນອອກຈາກ ຄວາມທຸກຍາກ ກ້າວໄປສູ່ຄວາມ ຮັ່ງມີຜາສຸກ. ຂ່າວ-ພາບ: ຈັນທະວີສັກ
RkJQdWJsaXNoZXIy MTc3MTYxMQ==