31/12/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ແສງສະຫວັນ g,n v'g,y ' leg]a fdkoles];frq o]tg,n v' c]t muj 16j vkwl mqj ;xtgmf ຂປລ. ຫວ່າງບໍ່ດົນມານີ້, ຢູ່ເມືອງ ເມິງ ແຂວງບໍ່ແກ້ວ ໄດ້ຈັດພິທີປິດ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດຄັ້ງທີ 5 ປີ 2025 ໂດຍການເປັນປະທານຂອງ ທ່ານວັນນາຄໍາສີປະເສີດຮອງເລຂາ ຄະນະບໍລິຫານງານພັກເມືອງ, ປະທານຄະນະກໍາມະການປົກຄອງ ເມືອງເມິງ, ມີບັນດາຄະນະປະຈໍາ ພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຄະນະຮັບຜິດຊອບການເດີນສໍາ ຫລວດ, ນັກກວດກາ ແລະ ນັກເດີນ ສໍາຫລວດເຂົ້າຮ່ວມ. ທ່ານ ນິຍົມ ຄໍາພາ ຫົວໜ້າຫ້ອງ ວ່າການເມືອງເມິງ ໄດ້ສະຫລຸບ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025 ຊຶ່ງໄດ້ຍົກໃຫ້ເຫັນຈຸດດີ, ຈຸດ ຂປລ. ສວນອາເມຊີ້ງ ຕຳ ແຊບ ອີກໜຶ່ງສະຖານທີ່ທ່ອງທ່ຽວ ທີ່ກຳລັງໄດ້ຮັບຄວາມສົນໃຈຫລາຍ ຈາກສັງຄົມ ຕັ້ງຢູ່ບ້ານໜອງສອງ ຫ້ອງ ເມືອງໄຊທານີນະຄອນຫລວງ ວຽງຈັນ, ສຳລັບເສັ້ນທາງແມ່ນໄປ ທາງເລກທີ 13 ໃຕ້ ເຂົ້າຮ່ອມ ໂຮງຮຽນກະເສດນາບົງໄປ ເຊິ່ງ ສວນດັ່ງກ່າວບໍ່ໄກຈາກຕົວເມືອງ ໃຫຍ່ເໝາະແກ່ການພາລູກຫລານ, ຄອບຄົວ, ໝູ່ຄູ່ໄປຜັກຜ່ອນຢ່ອນ ອາລົມທ່ຽມຊົມດອກໄມ້ທີ່ກຳລັງ ເບັ່ງບານເຕັມສວນຢ່າງສວຍສົດ ງົດງາມ ອັນດຶງດູດຈິດໃຈແຂກຄົນ ເຂົ້າໄປທ່ຽວຊົມໃນແຕ່ລະມື້ຢ່າງ ຫລວງຫລາຍ ແລະ ທີ່ສຳຄັນຍັງມີ ຮ້ານອາຫານແຊບໆ, ມີບ່ອນຫລິ້ນ, ມີຈຸດຖ່າຍຮູບ ໄວ້ຄອຍບໍລິການນັກ ທ່ອງທ່ຽວຕື່ມອີກ. ທ່ານ ເຄນ ໄກຫາລາດ ເຈົ້າ ຂອງສວນ ອາເມຊີ້ງຕໍາແຊບ ໃຫ້ ສຳພາດຕໍ່ນັກຂ່າວໜັງສືພິມປະເທດ ລາວວ່າ: ເມື່ອກ່ອນຕົນເອງເຄີຍເຮັດ ທຸລະກິດດ້ານອ່ືນມາກ່ອນແລ້ວ,ແຕ່ ກໍບໍ່ປະສົມຜົນສຳເລັດ ລົ້ມລຸກຄຸກ ຄານມາຫລາຍເທື່ອຫລາຍທີ ຈົນ ມີແນວຄິດທໍ້ຖອຍ, ແຕ່ຍ້ອນຄິດ ເຫັນຄົນໃນຄອບຄົວຈຶ່ງມີກໍາລັງ ໃຈລຸກຂຶ້ນສູ້ອີກຄັ້ງໜຶ່ງ ແລະ ໄດ້ ຕັດສິນໃຈມາບຸກເບີກເນື້ອທີ່ດິນ 1,5 ເຮັກຕາ, ໃນນັ້ນໄດ້ແບ່ງປູກ ດອກໄມ້ ເພື່ອເຮັດເປັນສວນດອກໄມ້ ໄວ້ໃຫ້ແຂກຄົນທີ່ມາໄດ້ມີຈຸດຖ່າຍ ຮູບງາມໆ ເຊິ່ງແຮງບັນດານໃຈ ມາເຮັດສວນດອກໄມ້ນີ້ ກໍຍ້ອນໄດ້ ໄປທ່ຽວຊົມສວນດອກໄມ້ຢູ່ປະເທດ ເພື່ອນບ້ານ ເລີຍມີແນວຄິດຢາກ ມາເຮັດຢູ່ບ້ານຕົນເອງກໍເລີຍສຶກສາ ຮຽນຮູ້ ແລະ ລົງມືເຮັດຕົວຈິງ ເຫັນ ວ່າໄດ້ຮັບຜົນຕອບຮັບຈາກສັງຄົມ ເປັນຢ່າງດີ ເນື່ອງຈາກວ່າເປັນສະ ຖານທີ່ທ່ອງທ່ຽວທີ່ຄວາມປະສົມ ປະສານກັນໝາຍຄວາມວ່າມາບ່ອນ ດຽວມີທັງບ່ອນທ່ຽວຊົມຄວາມ ງົດງາມຂອງດອກໄມ້, ບ່ອນຫລິ້ນ, ບ່ອນນັ່ງກິນເຂົ້າກິນນ້ຳ ຖືວ່າເປັນ ບ່ອນພັກຜ່ອນທີ່ຄຸ້ມຄ່າທີ່ສຸດ. ສ່ວນ ດອກໄມ້ທີ່ນຳມາປູກກໍຈະສະລັບ ສັບປ່ຽນໄປແຕ່ລະປີ; ໃນປີນີ້ແມ່ນ ປູກດອກກະຈາຍ ແລະ ດອກດາວ ເຮືອງ ເຊິ່ງແນວພັນນຳເຂົ້າຈາກ ປະເທດເພື່ອນບ້ານມາປູກ ຈະໃຊ້ ເວລາປູກຢູ່ຫລາຍເດືອນເຕີບ, ແຕ່ ດອກໄມ້ເບັ່ງບານພຽງແຕ່ 2 ເດືອນ ເຄິ່ງຫາ 3 ເດືອນເທົ່ານັ້ນ ເຊິ່ງ ໄລຍະນີ້ແມ່ນດອກໄມ້ກຳລັງອອກ ດອກເບັ່ງບານເຕັມສວນຢ່າງສວຍ ສົດງົດງາມ ມີທັງດອກສີບົວ, ສີ ແດງ, ສີເຫລືອງບານກະຈາຍເຕັມ ສວຍບວກກັບການຈັດສັນທີ່ເປັນ ລະບຽບຮຽບຮ້ອຍຍິ່ງເພີ່ມຄວາມ ງົດງາມໄປຕື່ມ ອັນດຶງດູດສາຍຕາ ຜູ້ພົບເຫັນທີ່ອົດໃຈບໍ່ໄຫວຕ້ອງເຂົ້າ ໄປຖ່າຍຮູບເກັບໄວ້ເປັນທີ່ລະນຶກ. ນອກຈາກຈະໄດ້ຊົມສວນດອກໄມ້ ທີ່ສວຍງາມແລ້ວ, ທາງສວນພວກ ເຮົາຍັງມີອາຫານແຊບຫລາຍ ລາຍການ, ມີສະຖານທີ່ຈອດລົດທີ່ ກວ້າງຂວາງ, ມີຫ້ອງນ້ຳ, ມີບ່ອນ ຫລິ້ນສຳລັບລູກຫລານ, ມີຕູບ,ມີ ສາລານັ່ງກິນເຂົ້າກິນນ້ຳຟັງເພງ ມ່ວນໄວ້ຄອຍບໍລິການລູກຄ້າທຸກ ທ່ານນຳອີກ. ສ່ວນລາຄາເຂົ້າຊົມ ສວນດອກໄມ້ຜູ້ໃຫຍ່ 30.000 ກີບ, ເດັກນ້ອຍ 20.000 ກີບ (ຜູ້ ເຖົ້າ ແລະ ເດັກນ້ອຍໆແມ່ນເຂົ້າຊົມ ໂດຍບໍ່ເສຍຄ່າ). ສ່ວນອາຫານ ກໍ ຈະມີຫລາກຫລາຍລາຍການໄວ້ໃຫ້ ລູກຄ້າໄດ້ເລືອກ ເປັນຕົ້ນ ຕຳອາເມ ຊີ້ງ, ພິດຊ້າ, ປາໜຶ້ງໝາກນາວ, ປາ ລາດພິກ, ຈືນດູກຂ້າງ, ປະເພດຍຳ, ເຂົ້າຜັດ, ແລະ ອື່ນໆອີກຫລາຍຢ່າງ ເຊິ່ງແຕ່ລະຢ່າງລ້ວນແຕ່ມີລົດຊາດ ທີ່ແຊບຊ້ອຍ ເນື່ອງຈາກວ່າອາຫານ ແຕ່ລະເຍື່ອງໄດ້ຄັດສັນວັດຖຸດິບ ທີ່ດີ, ສົດໃໝ່ໃນ ແຕ່ລະມື້ ແລະ ທີ່ ສຳຄັນລາຄາກໍບໍ່ແພງ. ຍັງບໍ່ພໍເທົ່ານີ້ ທາງຮ້ານເຮົາຍັງບໍລິການເຄື່ອງດື່ມ ເຢັນ, ມີບຸບເຟ້ຊີ້ນດາດ ໃນລາຄາ 119.000 ກີບຕໍ່ຄົນເລີ່ມເປີດເວລາ 16:00 ເປັນຕົ້ນໄປສຳລັບບຸບເຟ້. ທ່ານ ເຄນ ໄກຫາລາດ ຍັງເວົ້າເສີມ ຕື່ມວ່າ: ເພື່ອໃຫ້ແຂກຄົນທີ່ເຂົ້າມາ ໄດ້ຊົມໄດ້ແຍງດອກໄມ້ຢູ່ຕະຫລອດ ທາງສວນຂອງພວກເຮົາກໍກຳລັງ ປູກດອກດາວເຮືອງຕື່ມອີກປະມານ 2 ເຮັກຕາ ຖືວ່າມາສວນອາເມຊີ້ງ ຕຳແຊບ ມີໄດ້ຊົມດອກໄມ້ຕະຫລອດ ທັງປີ ແລະ ໃນອະນາຄົດມີແຜນ ຈະປູກເຂົ້າຫລາຍສີ ເຊິ່ງໄດ້ຊື້ພັນ ມາຈາກປະເທດເພື່ອນບ້ານແລ້ວ. ພ້ອມນັ້ນຍັງຈະໄດ້ມີການປັບປຸງ ພັດທະນາສວນໃຫ້ມີສິ່ງແປກໃໝ່ ຢູ່ຕະຫລອດ. ເອົາເປັນວ່າທ່ານໃດ ບໍ່ມີແຜນໄປທາງໃດ ໃນວັນພັກ ປີໃໝ່ສາກົນນີ້ ກໍສາມາດມາແວ່ຊົມ ສວນດອກໄມ້ຂອງພວກເຮົາໄດ້ ເຊ່ິ່ງ ເປີດທຸກມື້ແຕ່ເວລາ 9:00-23:30 ໂມງ ຫລື ໄດ້ມາແລ້ວບໍ່ຮູ້ຮ້ານ ກໍ ຕິດຕໍ່ສອບຖາມລາຍລະອຽດໄດ້ທີ່ເບີ 020 56056889 ຫລື ເບິ່ງຂໍ້ມູນ ເພີ່ມເຕີມໄດ້ທີ່ເຟສບຸກ ສວນອາເມ ຊີ້ງຕໍາແຊບ. *ຜືນແຜ່ນ ແດນແຫ່ງນີ້ ມີຊື່ຄືລາວ ນັບວ່າ ເປັນແດນດິນ ຖິ່ນອຸດົມດີລ້ວນ ເມື່ອກ່ອນ ມານມາມ້າງ ວາງແຜນໂກຍກອບ ຫວັງຄອບຄອງຂົ່ມຄັ້ນ ໃຫ້ລາວສິ້ນຊື່ສຽງ ແຕ່ວ່າ ວົງເຜົ່າເຊື້ອ ເຄືອຍາດພົງພັນ ຊື່ວ່າ ລາວລືນາມ ບໍ່ຫ່ອນຍິນຍອມໃຫ້ ຈຶ່ງເກີດມີຂະບວນຕ້ານ ຕາມມາໂດຍຕະຫລອດ ຍ້ອນວ່າ ຄວາມຄຽດແຄ້ນ ຂັງຂ້ອງບໍ່ຄີ່ວຄາຍ ມີຂະບວນຕໍ່ສູ້ ຢາຍຢູ່ຫລາຍແຂວງ ເພື່ອໃຫ້ ມວນມານເຫັນ ວ່າລາວບໍ່ຍອມກົ້ມ ລາວບໍ່ຍອມຍໍໃຫ້ ມານມາຂຶງຂົ່ມ ຈຶ່ງເກີດການຕໍ່ຕ້ານ ຫາຍເລື້ອຍຕໍ່ມາ ຍ້ອນວ່າ ການຕໍ່ສູ້ ຍັງບໍ່ຮວມສູນ ສູ້ພໍໃຜພໍລາວ ແກ່ນກຳລັງເລີຍໜ້ອຍ ມານຈຶ່ງຍັງຄຸມຂ້າ ຕາມໃຈເກືອບຈົມມອດ ເຮັດໃຫ້ ຊາວພີ່ນ້ອງ ຂັງແຄ້ນຢູ່ຫວ່າງໃຈ ຄວາມຄິດ ໃສສະຫວ່າງຂຶ້ນ ຄືຮ່ວມໂຮມພະລັງ ຕ້ອງມີການນຳພາ ແນ່ນອນແນຊີ້ ທີ 22 ມີນາ 1955 ເປັນວັນດີເລີຍໄດ້ ໄຂກອງປະຊຸມໃຫຍ່ ພັກປະຊາຊົນລາວແມ່ນໄດ້ ມີຂຶ້ນສະຫງ່າງາມ ເປັນລືກຍາມຖືກຕ້ອງ ມອງຊອດບັນຫາ ເກີດມີການນຳພາ ສອດປະສານສຳພັນແໜ້ນ ສາມັກຄີພາຍໃນພ້ອມ ສາກົນກໍເຫັນຊອບ ສ້າງບົດບາດອັນເອກອ້າງ ວາງແຜນໃຫ້ລະອຽດດີ ທັງຕ່ອຍຕີຕໍ່ຕ້ານ ປະສານສອດສາມັກຄີ ປຸກລະດົມຂົນຂວາຍ ຊ່ວຍຊູປະຊັນສູ້ ຫລັ່ງເລືອດໄຫລລິນລ້າງ ລາຄີຄາວຂົມຂື່ນ ເພື່ອໃຫ້ດິນຖິ່ນນີ້ ເງີຍພົ້ນແອກມານ ເວົ້າເຖິງການຕໍ່ສູ້ ຍາວຍືດເຍືອດົນ ເສຍຊັບສິນເສຍຄົນ ຊາດວີລະຊົນກ້າ ຜືນແຜ່ນດິນດອນໄມ້ ເຄີຍຂຽວເຂົາຖະຫຼົ່ມ ທັງໜ່ວຍພູຮ່ອງຫ້ວຍ ເຮືອນຮ້ານມຸ່ນທະລາຍ ຝົນລະເບີດອັນໂຫດຮ້າຍ ຮຳແຜ່ນຜືນດິນ ຕົກຫລົ່ນລົງທຳລາຍ ບໍ່ເຫືອດວັນຄືນມື້ ດີແຕ່ ການນຳຮູ້ ການໄກໃສສ່ອງ ສ້າງຮາກຖານແກ່ນກ້າ ໜຽວແໜ້ນບໍ່ສັ່ນຄອນ ຍາດແຍ່ງເອົາບ່ອນຕັ້ງ ເຂດປົດປ່ອຍເປັນຫຼັກ ປັກຫົວໃຈຈິງຈັງ ສັ່ງວ່າລຸຍເລັງສູ້ ຈຸດມຸ່ງໝາຍຄືກູ້ ເອົາແດນດິນປະເສີດ ບໍ່ປ່ອຍໃຜລະເມີດມ້າງ ໃຫ້ເມືອງຮ້າງຈຸ່ມຈົມ ເກີດເປັນລົມທັ່ງທື້ນ ມວນເມກມາຍໜີ ສາມັກຄີໂຮມແຮງ ຕ່ອຍຕີມານຮ້າຍ ຫລາຍຂວບປີຊີງສູ້ ຫວັງຊູເອົາຊາດ ເອກະລາດ ຄືບ່ອນແມ້ງ ມະໂນຝັ້ນໃຝ່ຝັນ ບັດນີ້ ເຖິງບ່ອນບັ້ນ ລາວຮຸ່ງເຮືອງສີ ສາມັກຄີປອງດອງ ກໍ່ແປງເມືອງບ້ານ ມີຫລາຍອັນພວມກ້າວ ຕາມແນວທາງໃໝ່ ເຮັດໃຫ້ຊາວພີ່ນ້ອງ ນອນໄດ້ອີ່ມຕາ ແຕ່ວ່າ ການກໍ່ສ້າງ ຍັງຍາກບາງແນວ ເພາະວ່າ ແດນດິນລາວ ຖືກສົງຄາມຮ້າຍ ລະເບີດ ຝັງແຝງຊ້ອນ ຕາມດິນແດນປ່າ ຍັງໂຜ່ມາຂົ່ມຂ້າ ຊາວບ້ານຜູ້ປອດໃສ ຕາມໃຮ່ນາປ່າໄມ້ ຍັງຊ່ອນອັນຕະລາຍ ກາຍເກີດເປັນບັນຫາ ຖ່ວງຄວາມຈະເລິນກ້າວ ເຮັດໃຫ້ມວນມານຜູ້ ບໍ່ຫວັງດີ ປະໂຄມຂ່າວ ລີ້ຢູ່ຮູຮ່າວເວົ້າ ວ່າລາວນີ້ບໍ່ກໍ່ແປງ ຄວາມຈິງ ມັນແຈ່ມແຈ້ງ ລາວໃໝ່ວິໄລສີ ມີຖະໜົນຫົນທາງ ທ່ອງທຽວຂາຍຄ້າ ນ້ຳປະປາໄຟຟ້າ ຂະຫຍາຍລົງເຖິງທ້ອງຖິ່ນ ການຢູ່ກິນອີ່ມທ້ອງ ສະໜອງໄດ້ທົ່ວເຖິງ ຫັນມາຫລຽວເບິ່ງເບື້ອງ ແຖວຖິ່ນຄາເມ ມີລົດລາຍົນຍານ ຜ່ານກາຍໄກໃກ້ ເຊື່ອມຈອດໃນເມືອງໄດ້ ເລີຍເຖິງຫລາຍປະເທດ ກາຍເປັນຂົງເຂດບ້ານ ການຄ້າເຊື່ອມໂຍງ dkooerk ]k;.\j lu ;y w] ໂດຍ: ໂອທອງ ຄຳອິນຊູ ***ອ່ານຕໍ່ສະບັນໜ້າ*** ອ່ອນ ແລະ ບົດຮຽນທີ່ຖອດຖອນ ໄດ້ ຕະຫລອດໄລຍະຂອງການ ສໍາຫລວດພົນລະເມືອງຜ່ານມາ ຢູ່ ເມືອງເມິງ ແມ່ນໄດ້ແບ່ງອອກເປັນ 16 ເຂດສໍາຫລວດ ມີນັກກວດກາ 4 ທ່ານ, ສໍາຮອງ 1 ທ່ານ ນໍາໃຊ້ບຸກ ຄະລາກອນເຂົ້າໃນການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ມີ 16 ທ່ານ, ສໍາຮອງ 4 ທ່ານ ມີຈຸດ ອາຄານສີແດງທີ່ຕ້ອງໄດ້ສໍາຫລວດ 6.503 ຈຸດ ຜ່ານການລົງສໍາຫລວດ ຕົວຈິງເຫັນວ່າ ທີ່ຢູ່ອາໄສທີ່ຖືກຈົດ ນັບ ມີ 4.0799 ຈຸດ, ຈໍານວນທີ່ຢູ່ ອາໄສທີ່ບໍ່ສາມາດຕິດຕໍ່ໄດ້ 0,5%, ຈໍານວນທີ່ຢູ່ອາໄສຫວ່າງເປົ່າຕໍ່ ໄລຍະລະດູການ/ບໍ່ແມ່ນເປົ້າໝາຍ ຂອງການສໍາຫລວດ ມີ 319 ເທົ່າກັບ 8,5%, ຈໍານວນຄົວເຮືອນ ປະຕິເສດບໍ່ມີ, ຈໍານວນທີ່ຢູ່ອາໄສ ທີ່ສໍາພາດສໍາເລັດ 3.753 ເທົ່າກັບ 71,59%, ຈໍານວນພົນລະເມືອງ ທີ່ຖືກຈົດນັບ 17.128 ຄົນ ຍິງ 8.357 ຄົນ, ຈໍານວນຄົວເຮືອນ ສ່ວນບຸກຄົນ 3.392 ຄົວເຮືອນ ແລະ ຈໍານວນຄົວເຮືອນລວມໝູ່ 92 ຄົວເຮືອນ, ມີປະຊາກອນ 812 ຄົນ ຍິງ 302 ຄົນ. ຕະຫລອດ ໄລຍະຜ່ານມາ ຄະນະຮັບຜິດຊອບ ຂັ້ນແຂວງ-ຂັ້ນເມືອງ ໄດ້ເອົາໃຈ ໃສ່ຕິດຕໍ່ປະສານງານ, ລົງຊຸກຍູ້ ຕິດຕາມຢ່າງເປັນປົກກະຕິ, ລົງ ໃກ້ຊິດຕິດແທດນັກເດີນສໍາຫລວດ ພ້ອມທັງປຸກລະດົມໃຫ້ປະຊາຊົນ ໃຫ້ ການຮ່ວມມືໃນການອໍານວຍຄວາມ ສະດວກ ແລະ ສະໜອງຂໍ້ມູນໃຫ້ນັກ ເດີນສໍາຫລວດຢ່າງຄົບຖ້ວນ ແລະ ຖືກຕ້ອງ ຈົນໄດ້ຮັບຜົນສໍາເລັດຕາມ ລະດັບຄາດໝາຍທີ່ກໍານົດໄວ້ ແລະ ໄດ້ປິດລົງຢ່າງເປັນທາງການ. ໂອກາດນີ້, ທ່ານ ວັນນາ ຄໍາສີ ປະເສີດ ໄດ້ກ່າວສະແດງຄໍາຍ້ອງຍໍ ຊົມເຊີຍ, ຕໍ່ຄະນະຮັບຜິດຊອບ ແລະ ນັກເດີນສໍາຫລວດ ທີ່ໄດ້ເອົາໃຈໃສ່ ຈັດຕັ້ງປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຕາມການມອບ ໝາຍຂອງຂັ້ນເທິງ ເຮັດໃຫ້ການ ເດີນສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 5 ປີ 2025 ຢູ່ເມືອງເມິງໃນຄັ້ງນີ້ ໄດ້ຮັບ ຜົນສໍາເລັດຢ່າງສະຫງ່າງາມ ແລະ ພ້ອມກັນສືບຕໍ່ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍຄື ພັດທະນາເມືອງເມິງ ໃຫ້ຫລຸດພົ້ນ ອອກຈາກຄວາມທຸກຍາກໄປເທື່ອ ລະກ້າວ. ຂ່າວ: ອຸ່ນຄໍາ ຂັນວາລິດ l;ovkg,-U ' 8ec-[ vu d|b j 'lt4komu j mj v'mj P;de]a 'wfh Ia [7;k,lq o.9
RkJQdWJsaXNoZXIy MTc3MTYxMQ==