dj 5 ,zt]y fg0Q k c]t rn fza d 85 d5 j , wfh Ia [mb od;j k 1,9 ]h ko3f]kltst]a f 31/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີ ໂດຍ ແກ້ວໄລ ດວງຄໍາ lk]t;a o gzu pczj oy 8y de dkolh k'8A '8kcl' ໂດຍ ສັນຍາ glf4tdy f c0;'g-dv' 0tspkp8q ;1j k'8+ gonj v' ຂປລ. ຫວ່າງບໍ່ດົນມານີ້, ຄະນະ ກໍາມະການປົກຄອງແຂວງສາລະ ວັນ ໄດ້ເຜີຍແຜ່ນິຕິກໍາກ່ຽວກັບ ການສ້າງຕັ້ງຕາແສງ ໃຫ້ຄະນະ ກຳມະການປົກຄອງເມືອງ 8 ຕົວ ເມືອງ ແລະ ພະແນກການອ້ອມຂ້າງ ແຂວງ ໂດຍການປະທານ ຂອງ ທ່ານ ແຫວນເພັດ ລັດດາວົງ ຄະນະ ປະຈຳພັກແຂວງ ຮອງປະທານ ຄະນະກໍາມະການປົກຄອງແຂວງ ພ້ອມດ້ວຍບັນດາຄະນະປະຈໍາພັກ ແຂວງ, ກໍາມະການພັກແຂວງ, ຕາງໜ້າປະທານຄະນະກຳມະການ ປົກຄອງເມືອງ 8 ຕົວເມືອງ, ພະ ແນກການອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຈັນເພັງ ສາຍທໍາມະວົງ ຫົວໜ້າຫ້ອງວ່າການປົກຄອງແຂວງ ສາລະວັນ ໄດ້ຜ່ານຄໍາແນະນໍາກ່ຽວ ກັບການສ້າງຕັ້ງຕາແສງ ສະບັບ ເລກທີ 431/ຄຈສພ, ລົງວັນທີ 17 ຕຸລາ 2025, ການສ້າງຕັ້ງຕາ ແສງຕ້ອງມີຄົບເງື່ອນໄຂຕາມທີ່ກໍາ ນົດໄວ້ໃນມາດຕາ 60 ຂອງກົດ ໝາຍວ່າດ້ວຍການປົກຄອງທ້ອງ ຖິ່ນສະບັບປັບປຸງປີ 2025 ເປັນຕົ້ນ ມີທີ່ຕັ້ງທາງດ້ານພູມສາດທີ່ເໝາະ ສົມແກ່ການປົກຄອງ ແລະ ການສະ ໜອງການບໍລິການຂອງລັດໃຫ້ແກ່ ປະຊາຊົນ, ຕາແສງຢູ່ໃນຕົວເມືອງ ມີພົນລະເມືອງຢ່າງໜ້ອຍ 14.000 ຄົນ, ຕາແສງຢູ່ເຂດທົ່ງພຽງ, ພູ ພຽງມີພົນລະເມືອງຢ່າງໜ້ອຍ 7 ພັນຄົນ, ຕາແສງຢູ່ເຂດພູດອຍມີ ພົນລະເມືອງຢ່າງໜ້ອຍ 2.800 ຄົນ, ມີຢ່າງໜ້ອຍສາມບ້ານຂຶ້ນໄປ, ແຕ່ບໍ່ເກີນ 35 ບ້ານ. ສໍາລັບຕາແສງ ທີ່ປະກອບມີສາມບ້ານແມ່ນຕາ ແສງທີ່ຂຶ້ນກັບເມືອງ, ທີ່ມີຈໍານວນ ບ້ານໜ້ອຍ ທັງເປັນບ້ານທີ່ຕັ້ງຢູ່ໃນ ເຂດຊົນນະບົດຫ່າງໄກສອກຫລີກ. ສໍາລັບແຂວງສາລະວັນ ຕາມ ມະຕິເລກທີ 425/ຄຈສພ.ສວ, ລົງ ວັນທີ 10 ທັນວາ 2025 ວ່າດ້ວຍ ການຮັບຮອງຕາແສງຈໍານວນ 38 ຕາແສງ ພາຍໃນແຂວງສາລະວັນ ໃນນັ້ນ, ເມືອງສາລະວັນ ມີ 6 ຕາ ແສງ,ເລົ່າງາມ 5 ຕາແສງ, ຄົງເຊ ໂດນ 5 ຕາແສງ, ວາປີ 4 ຕາແສງ, ລະຄອນເພັງ 5 ຕາແສງ, ຕຸ້ມລານ 4 ຕາແສງ, ຕະໂອ້ຍ 5 ຕາແສງ ແລະ ເມືອງສະໝ້ວຍ ມີ 4 ຕາແສງ. ຂະນະທີ່ໃນກອງປະຊຸມ ຍັງໄດ້ຜ່ານ ຂໍ້ຕົກລົງຂອງນາຍົກລັດຖະມົນຕີ ວ່າດ້ວຍ ການຮັບຮອງເອົາຈໍານວນ ຕາແສງໃນທົ່ວປະເທດ, ແຈ້ງການ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບການກໍານົດເອົາຈໍານວນ ຕາແສງ ຢູ່ແຂວງສາລະວັນ ແລະ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດວຽກງານສ້າງຕັ້ງຕາແສງ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມ ຍັງໄດ້ ປະກອບຄິດຄໍາເຫັນຢ່າງກົງໄປ ກົງມາ ແລະ ແລກປ່ຽນບົດຮຽນໃນ ວຽກງານຕ່າງໆ ຕື່ມອີກ. ຂປລ. ໃນປີ 2025 ການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ ແຂວງເຊກອງ ມີຜົນ ສໍາເລັດຫລາຍດ້ານ ເຮັດໃຫ້ເສດຖະ ກິດຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນ ລະດັບ 5,7% ຂອງຈີດີພີ, ຄາດຄະ ເນໝົດປີ ຈະສາມາດເກັບລາຍຮັບ ໄດ້ລື່ນແຜນ ທັງໝົດ 1.173 ຕື້ກີບ ເທົ່າກັບ 115,73% ຂອງແຜນ ດັດແກ້. ທ່ານ ຂັນຕີ ສີລະວົງສາ ປະທານ ຄະນະກໍາມະການປົກຄອງແຂວງ ເຊກອງ ລາຍງານຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ສະພາປະ ຊາຊົນ ແຂວງເຊກອງ ຊຸດທີ IV ເມື່ອມໍ່ໆມານີ້ ໂດຍຍົກໃຫ້ເຫັນຜົນ ສໍາເລັດທີ່ພົ້ນເດັ່ນ ໃນການຈັດຕັ້ງ ປະຕິບັດແຜນພັດທະນາ ເສດຖະ ກິດ-ສັງຄົມ ໃນປີ 2025 ແລະ ທິດ ທາງແຜນການ ປີ 2026 ຊຶ່ງໃນປີ 2025, ແຂວງເຊກອງ ສາມາດ ຮັກສາໄດ້ສະຖຽນລະພາບທາງ ດ້ານການເມືອງໜັກແໜ້ນ, ສັງຄົມ ມີຄວາມສະຫງົບ, ເສດຖະກິດຂະ ຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 5 , 7% ຂອງຈີດີພີ ມີມູນຄ່າ 3.364 ຕື້ກີບ ໃນນີ້, ຂະແໜງກະ ສິກໍາ ເພີ່ມຂຶ້ນ 3,64% ກວມເອົາ 62,95%; ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ7,12%ກວມເອົາ23,19% ແລະ ຂະແໜງບໍລິການ ເພີ່ມຂຶ້ນ 6,46%ກວມເອົາ 13,86%; ຄາດ ຄະເນໝົດປີ 2025 ຈະສາມາດ ເກັບລາຍຮັບໄດ້ລື່ນແຜນທັງໝົດ 1.173 ຕື້ກີບ ເທົ່າກັບ 115,73% ຂອງແຜນດັດແກ້ ໃນນີ້, ລາຍຮັບພູດ ສູນກາງປະຕິບັດຢູ່ທ້ອງຖິ່ນ 135 ຕື້ກີບ ເທົ່າກັບ 141,47% ແລະ ລາຍຮັບພູດຂອງແຂວງ 1.038 ຕື້ກີບ ເທົ່າກັບ 113,04%; ການ ນໍາເຂົ້າສິນຄ້າປະຕິບັດໄດ້ 11,79 ລ້ານໂດລາສະຫະລັດ ທຽບໃສ່ແຜນ ເທົ່າກັບ 150% ສິນຄ້ານໍາເຂົ້າ ສ່ວນໃຫຍ່ແມ່ນວັດສະດຸກໍ່ສ້າງ, ອຸປະກອນຮັບໃຊ້, ພາຫະນະຮັບ ໃຊ້ການຜະລິດ, ປຸÐ ຍ ແລະ ແນວພັນ ພືດ; ການສົ່ງອອກສິນຄ້າປະຕິບັດ ໄດ້ 281,30 ລ້ານໂດລາສະຫະລັດ ທຽບໃສ່ແຜນເທົ່າກັບ 146,69%, ເຮັດໃຫ້ເກີນດູນການຄ້າ 269,51 ລ້ານໂດລາສະຫະລັດ, ສິນຄ້າ ສົ່ງອອກສ່ວນໃຫຍ່ແມ່ນຖ່ານຫີນ, ກະແສໄຟຟ້າ, ຖ່ານຂ່າວ, ຜົນຜະ ລິດກະສິກໍາ, ເຄື່ອງປ່າຂອງດົງ ແລະ ອື່ນໆ. ສໍາລັບຂົງເຂດວັດທະນະທໍາສັງຄົມ, ວຽກງານສຶກສາ ແມ່ນໄດ້ ສຸມໃສ່ຈັດຕັ້ງປະຕິບັດ 3 ລັກສະນະ 5 ຫລັກມູນ, ບັນດາຄາດໝາຍ 15 ຄາດໝາຍ ຂອງຂະແໜງການສຶກ ສາທິການ ແລະ ກິລາ ເຫັນວ່າມີ 9 ຄາດໝາຍທີ່ບັນລຸຕາມແຜນການທີ່ ວາງໄວ້, ບັນຫາການປະລະການ ຮຽນ, ການຂາດຮຽນຂອງນ້ອງ ນັກຮຽນ ແລະ ອື່ນໆໄດ້ຮັບການແກ້ ໄຂນັບມື້ດີຂຶ້ນ; ວຽກງານສາທາລະ ນະສຸກ ແມ່ນໄດ້ສຸມໃສ່ວຽກງານ ຍົກສູງຄຸນນະພາບການບໍລິການ, ປິ່ນປົວພະຍາດຂອງແພດ-ໝໍໃຫ້ໄດ້ ຮັບການປັບປຸງດີຂຶ້ນ ໂດຍສະເພາະ ເຈົ້າໜ້າທີ່ແພດທຸກຂັ້ນ ແມ່ນໄດ້ ເອົາໃຈໃສ່ປະຕິບັດຢ່າງເຂັ້ມງວດ ຕາມຍຸດທະສາດການບໍລິການໃຫ້ ບັນລຸ 5 ດີ 1 ພໍໃຈ; ບັນດາພື້ນຖານ ໂຄງລ່າງດ້ານການທ່ອງທ່ຽວ, ວັດ ທະນະທໍາ-ຮີດຄອງປະເພນີອັນດີ ງາມ ຂອງເຜົ່າ-ຂອງຊາດ ໄດ້ຮັບ ການປົກປັກຮັກສາ, ປັບປຸງ-ກໍ່ສ້າງ ແລະ ບູລະນະໃຫ້ໄດ້ດີຂຶ້ນເທື່ອລະ ກ້າວ; ໄດ້ເອົາໃຈໃສ່ພັດທະນາວຽກ ງານແຮງງານ ແລະ ສະຫວັດດີ ການສັງຄົມໃຫ້ມີຄວາມເຂັ້ມແຂງ; ຝຶກ ແລະ ພັດທະນາສີມືແຮງງານ ໄດ້ 49 ຄົນ, ອະນຸຍາດນໍາເຂົ້າແຮງ ງານຈໍານວນ 37 ຫົວໜ່ວຍ, ແຮງ ງານຕ້ອງການນໍາເຂົ້າ 91 ຄົນ; ຂຶ້ນ ທະບຽນ ແລະ ຕໍ່ບັດອະນຸຍາດເຮັດ ວຽກແຮງງານຕ່າງປະເທດ (ຕາມ ໂກ້ຕ້າ) ໄດ້ທັງໝົດ 104 ຫົວໜ່ວຍ, ມີແຮງງານ 480 ຄົນ. ສຳລັບໃນປີ 2026 ແຂວງເຊ ກອງ ຕັ້ງເປົ້າໝາຍສູ້ຊົນພັດທະນາ ເສດຖະກິດໃຫ້ຂະຫຍາຍຕົວເພີ່ມຂຶ້ນ ໃນລະດັບ 6% ຂຶ້ນໄປ ໃນນີ້, ຂະ ແໜງກະສິກໍາ ເພີ່ມຂຶ້ນ 6,4%ກວມ ເອົາ 55%; ຂະແໜງອຸດສາຫະກໍາ ເພີ່ມຂຶ້ນ6,8%ກວມເອົາ28%ແລະ ຂະແໜງບໍລິການ ເພີ່ມຂຶ້ນ 4,9% ກວມເອົາ 17%ຂອງຈີດີພີ, ສະເລ່ຍ ລາຍຮັບຕໍ່ຫົວຄົນ ໃຫ້ບັນລຸ 25,17 ລ້ານກີບ ຫລື 1.160 ໂດລາສະຫະ ລັດ ແລະ ຄາດຄະເນເກັບລາຍຮັບ 427,65 ຕື້ກີບ ແລະ ແຜນລາຍ ຈ່າຍປົກກະຕິ 537,58 ຕື້ກີບ. ຂປລ. ນັບເປັນອີກໜຶ່ງທາງ ອອກໃນການແກ້ໄຂຊີວິດການເປັນ ຢູ່, ການແກ້ໄຂຄວາມທຸກຍາກກໍຄື ການພັດທະນາຄອບຄົວຂອງກຸ່ມ ຜະລິດເຂົ້າ ແລະ ພືດຜັກ ພາຍໃນ 85 ກຸ່ມ ຢູ່ໃນເປົ້າໝາຍ 5 ແຂວງ ແລະ 1 ນະຄອນຫລວງວຽງຈັນ ໃຫ້ດີຂຶ້ນ, ພາຍຫລັງໂຄງການສົ່ງ ເສີມລະບົບຕ່ອງໂສ້ ການຜະລິດ ກະສິກຳເປັນສິນຄ້າ ທີ່ເປັນມິດຕໍ່ ສິ່ງແວດລ້ອມ ໄດ້ໃຫ້ການສະໜັບ ສະໜູນທຶນກວ່າ 1,9 ລ້ານໂດລາ ສະຫະລັດເຂົ້າໃນການພັດທະນາ ວຽກງານການຜະລິດກະສິກຳຂະ ໜາດນ້ອຍ ແນໃສ່ເຮັດໃຫ້ການ ຜະລິດດັ່ງກ່າວມີຄວາມເຂັ້ມແຂງ ຍືນຍົງ. ໃນບັນດາ 85 ກຸ່ມຜະລິດເຂົ້າ ແລະ ພືດຜັກທີ່ໄດ້ຮັບທຶນສະໜັບ ສະໜູນ 1,9 ລ້ານໂດລາສະຫະລັດ. ສຳລັບນະຄອນຫລວງວຽງຈັນ ມີ 2 ກຸ່ມ, ໄດ້ຮັບເງິນ 47.000 ໂດ ລາສະຫະລັດ, ແຂວງຄໍາມ່ວນ 20 ກຸ່ມ, ໄດ້ຮັບເງິນ 496.000 ໂດລາ ສະຫະລັດ, ສະຫວັນນະເຂດ 21 ກຸ່ມ, ໄດ້ຮັບເງິນ 508.000 ໂດລາ ສະຫະລັດ; ສາລະວັນ 17 ກຸ່ມ, ໄດ້ ຮັບເງິນ 360.000 ໂດລາສະ ຫະລັດ; ຈໍາປາສັກ 15 ກຸ່ມ, ໄດ້ ຮັບເງິນ 294.000 ໂດລາສະຫະ ລັດ; ເຊກອງ 10 ກຸ່ມ, ໄດ້ຮັບເງິນ 228.000 ໂດລາສະຫະລັດ. ແນວໃດກໍດີ, ໂຄງການສົ່ງເສີມ ລະບົບຕ່ອງໂສ້ ການຜະລິດກະສິ ກຳເປັນສິນຄ້າ ທີ່ເປັນມິດຕໍ່ສິ່ງ ແວດລ້ອມ (ຄສກສ), ເປັນໂຄງ ການໜຶ່ງທີ່ສະໜັບສະໜູນການຈັດ ຕັ້ງປະຕິບັດແຜນຍຸດທະສາດກະ ສິກຳ ແລະ ປ່າໄມ້ ຮອດປີ 2025 ແລະ ວິໄສທັດ 2030 ທັງເປັນ ການປັບປຸງຂອດການແຂ່ງຂັນ ທາງດ້ານການຜະລິດກະສິກຳເປັນ ສິນຄ້າໃຫ້ດີຂຶ້ນກວ່າເກົ່າ ໂດຍມີ ຄາດໝາຍແນໃສ່ການພັດທະນາ ການຜະລິດເຂົ້າ ແລະ ພືດຜັກເປັນ ສິນຄ້າ ຕາມລະບົບຕ່ອງໂສ້ມູນຄ່າ ໃຫ້ມີປະສິດທິພາບ ແລະ ປະສິດທິ ຜົນສູງ ຢູ່ໂຄງການ 6 ແຂວງເປົ້າ ໝາຍ ຄື: ນະຄອນຫລວງວຽງຈັນ, ແຂວງຄໍາມ່ວນ, ສະຫວັນນະເຂດ, ສາລະວັນ, ຈຳປາສັກ ແລະ ແຂວງ ເຊກອງ. ໃນນັ້ນ, ການຜະລິດເຂົ້າ ເປັນສິນຄ້າ ແມ່ນໄດ້ສຸມໃສ່ແຂວງ ຄໍາມ່ວນ, ສະຫວັນນະເຂດ ແລະ ແຂວງສາລະວັນ; ການຜະລິດພືດ ຜັກເປັນສິນຄ້າ ແມ່ນສຸມໃສ່ນະ ຄອນຫລວງວຽງຈັນ, ແຂວງຈຳ ປາສັກ ແລະ ແຂວງເຊກອງ ໂດຍ ມີອົງປະກອບຈັດຕັ້ງປະຕິບັດຕົ້ນຕໍ ຄື: ວຽກສົ່ງເສີມກະສິກຳ ແລະ ສະ ຫະກອນ; ວຽກນະໂຍບາຍກະສິກຳ, ປັບປຸງຊົນລະປະທານ, ທາງ,ໜອງ, ການຈັດສັນທີ່ດິນ ແລະ ອອກໃບຕາ ດິນ; ວຽກກະສິກຳສະອາດເປັນມິດ ກັບສິ່ງແວດລ້ອມ, ວຽກງານຄົ້ນ ຄວ້າກະສິກຳ, ປ່າໄມ້ ເພື່ອທົນທານ ກັບການປ່ຽນແປງດິນຟ້າອາກາດ ແນວພັນເຂົ້າ, ຜັກບົ່ວ, ໝາກເພັດ, ກະຫລໍ່າປີ ແລະ ອື່ນໆ. ຂະນະທີ່ ທ່ານ ລິນຄໍາ ດວງສະ ຫວັນ ລັດຖະມົນຕີກະຊວງກະສິກຳ ແລະ ສິ່ງແວດລ້ອມ ໄດ້ເນັ້ນໃນພິທີ ມອບທຶນດັ່ງກ່າວ ທີ່ແຂວງຈຳປາ ສັກເມື່ອມໍ່ໆນີ້, ໂດຍໃຫ້ອົງການປົກ ຄອງທ້ອງຖິ່ນ ເປັນເຈົ້າການຕິດ ຕາມຊຸກຍູ້ການຈັດຕັ້ງປະຕິບັດການ ນໍາໃຊ້ກອງທຶນຂອງບັນດາກຸ່ມໃຫ້ ເກີດຜົນປະໂຫຍດ ທັງຖືເອົາວຽກ ງານດັ່ງກ່າວ ເປັນໜ້າທີ່ການເມືອງ ໜຶ່ງຄືກັບວຽກງານອື່ນໆ ມີການກຳ ນົດແຜນກິດຈະກຳບັນຈຸເຂົ້າເປັນ ແຜນການເຄື່ອນໄຫວເປັນວຽກ ປົກກະຕິຂອງແຂວງ ແລະ ເມືອງ ເພື່ອຮັບປະກັນໃຫ້ວຽກງານດັ່ງ ກ່າວ ມີຄວາມຍືນຍົງ. ນອກຈາກນີ້, ໃຫ້ກົມສົ່ງເສີມກະສິກຳ ແລະ ສະ ຫະກອນ ເອົາໃຈໃສ່ສືບຕໍ່ຊຸກຍູ້ຕິດ ຕາມ ການນໍາໃຊ້ກອງທຶນຂອງບັນ ດາກຸ່ມທີ່ໄດ້ມອບໄປນັ້ນໃຫ້ມີຄວາມ ຍືນຍົງ ແລະ ເກີດດອກອອກຜົນ ສາມາດເປັນແບບຢ່າງໃຫ້ກັບບ້ານ ອື່ນໆນໍາໄປຈັດຕັ້ງປະຕິບັດໄດ້ແລະ ການນໍາໃຊ້ກອງທຶນຕ້ອງໃຫ້ໄປ ຕາມເປົ້າໝາຍ ແລະ ລະບຽບການ ຄຸ້ມຄອງກອງທຶນ, ດໍາເນີນການໄປ ຕາມລະບົບ ທີ່ໂຄງການກໍານົດໄວ້ ໃຫ້ສໍາເລັດ ທັງນີ້ກໍເພື່ອຮັບປະກັນ ການນໍາໃຊ້ກອງທຶນໃຫ້ມີປະສິດທິ ພາບ ແລະ ປະສິດທິຜົນ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==