gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko 31/12/2025 xtgmf]k; ປະກາດການແຕ່ງຕັ້ງ... ຄະນະພັກຮາກຖານ ທຊລ... ສໍາເລັດກອງປະຊຸມໃຫຍ່... ຂປລ. ໃນວັນທີ 29 ທັນວາ 2025 ຜ່ານມາ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກໍາ ແລະ ການຄ້າ ໄດ້ໃຫ້ ກຽດຕ້ອນຮັບທ່ານ ອອງ ຊິວ ເກ ເອກອັກຄະລັດຖະທູດ ແຫ່ງສາທາ ລະນະລັດ ສິງກະໂປ ປະຈຳ ສປປ ລາວ ໃນໂອກາດທີ່ໄດ້ຮັບການແຕ່ງ ຕັ້ງດຳລົງຕຳແໜ່ງເປັນທູດຄົນໃໝ່ ປະຈຳລາວ. ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານທູດເນື່ອງໃນ ໂອກາດທີ່ໄດ້ຮັບການແຕ່ງຕັ້ງ ດຳລົງຕຳແໜ່ງເປັນເອກອັກຄະລັດ ຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ສິງກະໂປ ປະຈຳ ສປປ ລາວ ພ້ອມທັງຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບອັນ ຍາວນານ ແລະ ການຮ່ວມມືຢ່າງ ໃກ້ຊິດລະຫວ່າງ ສປປ ລາວ ແລະ ສິງກະໂປ ມີສາຍພົວພັນທີ່ດີ, ມີການ ສະໜັບສະໜູນ, ຄວາມເຄົາລົບ ເຊິ່ງກັນ ແລະ ກັນ, ມີຜົນປະໂຫຍດ ຮ່ວມກັນ, ຄວາມສາມັກຄີ, ແໜ້ນ ແຟ້ນ ແລະ ຄວາມເປັນສູນກາງ ຂອງອາຊຽນ. ໃນຫລາຍປີຜ່ານ ມາ, ການຮ່ວມມືສອງປະເທດ ໄດ້ຂະຫຍາຍຕົວຢ່າງຕໍ່ເນື່ອງໃນ ຫລາຍຂົງເຂດ, ລວມທັງການຄ້າ ແລະ ການລົງທຶນ, ການພັດທະ ນາຊັບພະຍາກອນມະນຸດ, ການ ສຶກສາ, ການຊ່ວຍເຫລືອດ້ານ ວິຊາການ ແລະ ການແລກປ່ຽນ ລະຫວ່າງປະຊາຊົນ. ສິງກະໂປ ເປັນຄູ່ຮ່ວມງານທີ່ມີຄຸນຄ່າມາໂດຍ ຕະຫລອດໃນການສະໜັບສະໜູນ ການພັດທະນາເສດຖະກິດ-ສັງຄົມ ແລະ ການສ້າງຂີດໝາຍສຳຄັນ ຂອງ ສປປ ລາວ. ການຮ່ວມມືລະ ຫວ່າງສອງປະເທດດ້ານການຄ້າ ແລະ ການຮ່ວມມືດ້ານເສດຖະກິດ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ( ຂວາ ) ]a f4t,q o8u dt-;'v5 flkstde c]t dko7h k 8h voIa [m6 fly 'dt3x 7q o.\j ຂປລ. ພິທີປະກາດການແຕ່ງຕັ້ງ ປະທານຄະນະກຳມະການປົກຄອງ ແຂວງຊຽງຂວາງ ຈັດຂຶ້ນໃນວັນທີ 29 ທັນວາ 2025 ທີ່ຫ້ອງວ່າການ ແຂວງຊຽງຂວາງ ໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງທ່ານ ກິແກ້ວ ໄຂຄຳພິທູນ ກໍາມະການກົມການ ເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ,ມີທ່ານບຸນຈັນສີວົງພັນ ເລຂາພັກແຂວງ, ເຈົ້າແຂວງຊຽງ ຂວາງ ພ້ອມດ້ວຍບັນດາການນຳ ແລະ ພະນັກງານຫລັກແຫລ່ງແຂວງ ຊຽງຂວາງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານເລຂາພັກ ແຂວງ, ເຈົ້າແຂວງຊຽງຂວາງ ໄດ້ ລາຍງານໃຫ້ຊາບກ່ຽວກັບຜົນການ ຈັດຕັ້ງປະຕິບັດວຽກງານຕະຫລອດ ໄລຍະທີ່ທ່ານຖືກມອບໝາຍໜ້າທີ່ ເປັນເຈົ້າແຂວງຊຽງຂວາງ. ຫລັງ ຈາກນັ້ນ, ທ່ານ ນາງ ຈັນທະສອນ ພູນສຸກ ຫົວໜ້າຄະນະຈັດຕັ້ງແຂວງ ໄ ດ້ຜ່ານດຳລັດແຕ່ງຕັ້ງທ່ານ ບົວເງິນ ຫຸມໄຊຍະພົມ ຮອງເລຂາ ພັກແຂວງ ເປັນປະທານຄະນະ ກຳມະການປົກຄອງແຂວງຊຽງ ຂວາງ. ຈາກນັ້ນ, ກໍໄດ້ມີພິທີເຊັນ ມອບ-ຮັບໜ້າທີ່ລະຫວ່າງເຈົ້າ ແຂວງຊຽງຂວາງ(ຜູ້ເກົ່າ) ແລະ ປະທານຄະນະກຳມະການປົກຄອງ ແຂວງຊຽງຂວາງ (ຜູ້ໃໝ່). ໃນໂອກາດດຽວກັນ,ທ່ານກິແກ້ວ ໄຂຄຳພິທູນ ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ ບັນດາຜົນງານ ທີ່ທົ່ວອົງຄະນະພັກ ແຂວງຊຽງຂວາງ ສາມາດປະຕິບັດ ໄດ້ໃນໄລຍະຜ່ານມາ, ພ້ອມທັງມີ ຄໍາເຫັນເນັ້ນໜັກຕື່ມບາງດ້ານເປັນ ຕົ້ນໃຫ້ການນຳທຸກຂັ້ນຂອງແຂວງ ເປັນເອກະພາບຕໍ່ກັບການສັບປ່ຽນ, ແຕ່ງຕັ້ງພະນັກງານການນຳຂອງ ແຂວງ ໂດຍໃຫ້ນຳພາແນວຄິດ ຂອງສະມາຊິກພັກ, ພະນັກງານລັດຖະກອນ, ທະຫານ-ຕຳຫລວດ ຕະຫລອດເຖິງປະຊາຊົນບັນດາເຜົ່າ ໃນທົ່ວແຂວງໃຫ້ຮັບຮູ້ເຂົ້າໃຈຢ່າງ ຖືກຕ້ອງ ແລະ ທົ່ວເຖິງ; ສືບຕໍ່ປົກ ປັກຮັກສາ ແລະ ເສີມສ້າງຄວາມ ສາມັກຄີພາຍໃນພັກ ໂດຍສະເພາະ ພາຍໃນຄະນະບໍລິຫານງານພັກຄະນະປະຈຳພັກແຂວງໃຫ້ແໜ້ນ ແຟ້ນ, ມີຄວາມເປັນເອກະພາບສູງ ເພື່ອສືບຕໍ່ເປັນຫລັກແຫລ່ງ, ເປັນ ຄັນທຸງ ແລະ ແກນນຳໃນການ ນຳພາເຕົ້າໂຮມຄວາມສາມັກຄີ; ເອົາໃຈໃສ່ສຶກສາອົບຮົມການ ເມືອງ-ແນວຄິດຂອງສະມາຊິກພັກ, ພະນັກງານ ແລະ ປະຊາຊົນບັນດາ ເຜົ່າໃຫ້ມີທັດສະນະການເມືອງ ໜັກແໜ້ນ, ມີຄວາມສາມັກຄີເປັນ ປຶກແຜ່ນແໜ້ນໜາ; ສືບຕໍ່ເອົາໃຈ ໃສ່ຈັດຕັ້ງປະຕິບັດແນວທາງປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມປອດໄພ ເພື່ອເຮັດໃຫ້ ປະຊາຊົນບັນດາເຜົ່າມີເງື່ອນໄຂ ສະດວກສະບາຍໃນການທຳມາ ຫາກິນ; ເພີ່ມທະວີຈັດຕັ້ງຜັນຂະ ສິງກະໂປ ເປັນຄູ່ຮ່ວມມືທາງເສດ ຖະກິດທີ່ສຳຄັນຂອງ ສປປ ລາວ ແລະ ເປັນແຫລ່ງທຶນທີ່ສຳຄັນ ໂດຍສະເພາະໃນຂະແໜງການບໍລິ ການ, ການຂົນສົ່ງ, ການເງິນ, ການ ທ່ອງທ່ຽວ, ການພັດທະນາພື້ນ ຖານໂຄງລ່າງ ແລະ ດ້ານພະລັງ ງານ. ພ້ອມນີ້, ຍັງໄດ້ອວຍພອນ ໃຫ້ທ່ານເອກອັກຄະລັດຖະທູດຈົ່ງ ມີສຸຂະພາບເຂັ້ມແຂງ ແລະ ປະ ສົບຜົນສຳເລັດໃນການປະຕິບັດ ໜ້າທີ່ອັນມີກຽດສູງສົ່ງຂອງຕົນຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານເອກ ອັກຄະລັດຖະທູດກໍໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ທ່ານ ລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນ ຢ່າງອົບອຸ່ນ, ພ້ອມທັງຕີລາສູງ ການພົວພັນຮ່ວມມືລະຫວ່າງສອງ ປະເທດສິງກະໂປ ແລະ ລາວ ຊຶ່ງ ກວມເອົາຫລາຍຂົງເຂດວຽກງານ ແລະ ໄດ້ຢືນຢັນວ່າໄລຍະການ ປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຕົນເອງຈະພະຍາຍາມຢ່າງສຸດ ຄວາມສາມາດໃນການເປັນຂົວຕໍ່ ປະສານສົມທົບລະຫວ່າງພາກສ່ວນ ຕ່າງໆທີ່ກ່ຽວຂ້ອງຂອງສິງກະໂປ ແລະ ລາວ ເພື່ອສືບຕໍ່ປະກອບສ່ວນ ຊຸກຍູ້ສົ່ງເສີມສາຍພົວພັນມິດຕະ ພາບ ແລະ ການຮ່ວມມືໃຫ້ມີບາດ ກ້າວໃໝ່ ແລະ ຂະຫຍາຍຕົວຍິ່ງໆ ຂຶ້ນໄປ. ຂ່າວ: ກະຊວງອຸດສາຫະກຳ ແລະ ການຄ້າ ສູນກາງພັກ, ປະທານສະພາທິດ ສະດີສູນກາງພັກ, ພ້ອມດ້ວຍຄະນະ ພັກ ແລະ ສະມາຊິກພັກສົມບູນ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ວັນລາຕີ ຄຳວານວົງສາ ໄດ້ສະຫລຸບຕີລາຄາ ການຈັດຕັ້ງປະຕິບັດມະຕິກອງປະ ຊຸມໃຫຍ່ ຄັ້ງທີ III ຂອງຄະນະພັກ ຮາກຖານ ທຊລ 5 ປີທີ່ຜ່ານມາ ແຕ່ປີ (2020-2025) ຄະນະພັກ ຮາກຖານໄດ້ເອົາໃຈໃສ່ການນໍາ ພາ-ຊີ້ນໍາ ໂດຍຖືເອົາວຽກງານ ສຶກສາອົບຮົມການເມືອງ-ແນວ ຄິດເປັນບັນຫາກົກ, ປະຕິບັດຕາມ ທິດຊີ້ນໍາຂອງຄະນະພັກຂັ້ນເທິງ, ນໍາພາຈັດຕັ້ງປະຕິບັດວຽກງານ ວິຊາສະເພາະຕາມສິດໜ້າທີ່ຂອງ ໂທລະພາບແຫ່ງຊາດ ທັງເປັນກະ ບອກສຽງໃຫ້ແກ່ການໂຄສະນາ ເຜີຍແຜ່ແນວທາງນະໂຍບາຍຂອງ ພັກ, ຂອງລັດ ແລະ ຕິດຕາມເກັບ ເປັນປະທານຂອງສະຫາຍ ສີວັນ ຫອມໄຊຍະເດດ ເລຂາໜ່ວຍພັກ ໜັງສືພິມປະຊາຊົນ ຮັກສາການຫົວ ໜ້າບັນນາທິການໃຫຍ່ໜັງສືພິມ ປະຊາຊົນ, ມີຮອງບັນນາທິການ, ຄະນະພັກຮາກຖານ, ສະມາຊິກ ພັກອາວຸໂສບໍານານ, ສະມາຊິກພັກ ສົມບູນ-ສໍາຮອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ. ສະຫາຍ ສີວັນ ຫອມໄຊຍະເດດ ໄດ້ກ່າວເປີດກອງປະຊຸມ ແລະ ຜ່ານຮ່າງບົດລາຍງານການເມືອງ ກໍຄື ເຄື່ອນໄຫວນຳພາ-ຊີ້ນຳວຽກ ງານຂອງຄະນະໜ່ວຍພັກໜັງສື ພິມປະຊາຊົນ ໄລຍະ 5 ປີຜ່ານ ມາ(2020-2025) ແລະ ທິດທາງ ແຜນການ 5 ປີຕໍ່ໜ້າ(20252030) ວ່າ: ຕະຫລອດໄລຍະ 5 ປີ ຜ່ານມາ, ໜັງສືພິມປະຊາຊົນ ໄດ້ ເຮັດບົດບາດເປັນກະບອກສຽງຂອງ ສູນກາງພັກ ປະຊາຊົນປະຕິວັດລາວ ຢ່າງຕັ້ງໜ້າ, ປະກອບສ່ວນຢ່າງ ຫ້າວຫັນໃນການເຜີຍແຜ່ແນວທາງ ນະໂຍບາຍຂອງພັກ ແລະ ລະບຽບ ກົດໝາຍຂອງລັດ. ຄະນະພັກໄດ້ ເອົາໃຈໃສ່ຊີ້ນຳ-ນຳພາວຽກງານ ວິຊາສະເພາະຢ່າງຕັ້ງໜ້າ ໂດຍ ສຸມໃສ່ໂຄສະນາໃຫ້ຖືກຕາມທິດ ຊີ້ນຳຂອງ ຄອສພ ກໍຄື ຂັ້ນເທິງ, ໜັງສືພິມປະຊາຊົນໄດ້ຮັບການ ປັບປຸງທັງທາງດ້ານເນື້ອໃນ ແລະ ຮູບການ ໂດຍໃຫ້ສອດຄ່ອງກັບສະ ພາບ ແລະ ເງື່ອນໄຂໃນປັດຈຸບັນ ໂດຍໄດ້ກຳນົດໜ້າບົດ, ຂ່າວ ແລະ ຄໍລຳຕ່າງໆ. ພິເສດໄດ້ເປີດຄໍລໍາ “ກ້າວສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ”. ພ້ອມທັງເພີ່ມບົດ ນຳ-ບົດຄວາມໃຫ້ຫລາຍຂຶ້ນ ໂດຍ ແບ່ງຄວາມຮັບຜິດຊອບໃຫ້ຄະນະ ບັນນາທິການ, ແຕ່ລະພະແນກໃນ ແຕ່ລະຂົງເຂດວຽກງານເຮັດໃຫ້ ຄຸນນະພາບຂອງໜັງສືພິມປະຊາຊົນ ຮັບປະກັນດ້ານປະລິມານ ແລະ ຫຍາຍມະຕິວ່າດ້ວຍການສືບຕໍ່ຍູ້ ແຮງການຜັນຂະຫຍາຍແນວທາງ ປ່ຽນແປງໃໝ່, ສ້າງການຫັນປ່ຽນ ໃໝ່ທີ່ແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນການນໍາພາຂອງພັກ ຕິດພັນກັບການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງໄລຍະ ໃໝ່, ຄຸ້ມຄອງການຂຸດຄົ້ນ, ການ ປຸງແຕ່ງແຮ່ທາດທີ່ເປັນທ່າແຮງ ຂອງແຂວງໃຫ້ແຂງແຮງຂຶ້ນຕື່ມ ບົນພື້ນຖານເສີມຂະຫຍາຍທ່າ ແຮງບົ່ມຊ້ອນຂອງແຂວງ, ຍູ້ ແຮງຂະບວນການຜະລິດເປັນສິນ ຄ້າ, ສ້າງພື້ນຖານລາຍຮັບທີ່ໝັ້ນ ຄົງ, ຊຸກຍູ້ສົ່ງເສີມການຜະລິດທີ່ ເປັນທ່າແຮງໃໝ່ຂອງປະຊາຊົນ ໃຫ້ເປັນຂະບວນການກວ້າງຂວາງ ແລະ ມີການຈັດຕັ້ງທີ່ເຂັ້ມແຂງ ຕິດພັນກັບການຈັດຕັ້ງປະຕິບັດ ວຽກງານ 3 ສ້າງ, ຫັນລົງກໍ່ສ້າງ ຮາກຖານ, ລວມທັງການສ້າງຕັ້ງ ຕາແສງໃຫ້ມີຄວາມຄືບໜ້າໄວ ເພື່ອ ເຮັດໃຫ້ລະບົບການຈັດຕັ້ງ-ນຳພາ ມີຄວາມເຂັ້ມແຂງ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນໃຫ້ ໄດ້ຕາມລະດັບຄາດໝາຍ; ສືບຕໍ່ ຍົກສູງຄວາມຮັບຜິດຊອບ ແລະ ແບບຢ່າງນຳໜ້າໃນການປະຕິບັດ ໜ້າທີ່ການເມືອງຂອງຕົນໃຫ້ສູງ ກວ່າເກົ່າ ເພື່ອສືບຕໍ່ນຳພາແຂວງ ຊຽງຂວາງວິລະຊົນໃຫ້ໄດ້ຮັບການ ພັດທະນາຢ່າງບໍ່ຢຸດຢັ້ງ. ໃນໂອກາດເຄື່ອນໄຫວຢ້ຽມ ຢາມ ແລະ ເຮັດວຽກຢູ່ແຂວງຊຽງ ຂວາງຄັ້ງນີ້, ທ່ານຮອງນາຍົກ ລັດຖະມົນຕີ ແລະ ຄະນະ ຍັງໄດ້ໄປ ຕິດຕາມຊຸກຍູ້ການປູກພືດ-ຜັກຂອງ ປະຊາຊົນບ້ານວຽງ; ຢ້ຽມຢາມໂຄງ ການຂຸດຄົ້ນ-ປຸງແຕ່ງແຮ່ເຫລັກ ທີ່ບ້ານໝີ່ຄູນ ແລະ ບ້ານມອນຄຳ ເມືອງແປກ ແລະ ມອບເຄື່ອງກັນ ໜາວຈຳນວນໜຶ່ງໃຫ້ແຂວງຊຽງ ຂວາງ ເພື່ອນຳໄປແຈກຢາຍໃຫ້ປະ ຊາຊົນຕື່ມອີກ. ຂ່າວ-ພາບ: ກົມປະຊາສໍພັນ ຫສນຍ ກໍາຂ່າວການເຄື່ອນໄຫວຂອງ ການນໍາຂັ້ນສູງຂອງພັກ, ຂອງລັດ ທີ່ເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງ ປະເທດ ແລະ ນໍາສະເໜີຂ່າວເຫດ ການສໍາຄັນຕ່າງໆທີ່ເກີດຂຶ້ນ. ຄະ ນະພັກ, ຄະນະນໍາໄດ້ເອົາໃຈໃສ່ຊີ້ ນໍາເປັນພິເສດໃນຂົງເຂດວຽກງານ ຂ່າວໃຫ້ເຮັດໜ້າທີ່ຂອງຕົນດ້ວຍ ຄວາມຮັບຜິດຊອບສູງ ຊຶ່ງ 5 ປີຜ່ານ ມາ, ໄດ້ມີຫລາຍເຫດການເກີດຂຶ້ນ ແລະ ກຸ່ມຂ່າວກໍສາມາດຍາດໄດ້ ຜົນສໍາເລັດເປັນຕົ້ນວຽກງານກຸ່ມ ຂ່າວພາກຂ່າວພາສາລາວ ໄດ້ອອກ ອາກາດສົດ 3 ຄັ້ງຄື: ຂ່າວພາກເຊົ້າ ອາລຸນໃໝ່, ຂ່າວພາກທ່ຽງ, ຂ່າວ ພາກຄໍ່າ ແລະ ຂ່າວສົດຕົ້ນຊົ່ວໂມງ ແລະ ຍັງມີຂ່າວພາກເດິກ; ໃນ 5 ປີຜ່ານມາ ສາມາດຜະລິດອອກ ຂ່າວ ແລະ ບົດຕ່າງໆ ໄດ້ທັງໝົດ 84.000 ກວ່າເທື່ອຂ່າວ. ໃນນັ້ນ, ຂ່າວພາຍໃນ 20.000 ກວ່າຂ່າວ, ຂ່າວພາສາອັງກິດ 11.250 ຂ່າວ, ຂ່າວພາສາຝຣັ່ງ 11.450 ຂ່າວ, ຂ່າວພາສາຫວຽດ 6.500 ຂ່າວ, ຂ່າວພາສາກຶມມຸ 10.000 ກວ່າ ຂ່າວ, ຂ່າວພາສາມົ້ງ 11.875 ຂ່າວ. ນອກນັ້ນຍັງໄດ້ອອກຂ່າວ ທາງສື່ອອນລາຍ Facebook, youtube. ປັດຈຸບັນ, ໂທລະພາບ ແຫ່ງຊາດລາວຊ່ອງ 3 ມີລາຍການ ອອກອາກາດ 23 ລາຍການ, ລາຍ ການຜະລິດເອງພາຍໃນ 15 ລາຍ ການ, ລາຍການຂ້າງນອກສໍາປະ ທານ 4 ລາຍການ, ລາຍການອ້ອມ ຂ້າງສູນກາງ 4 ລາຍການ. ໃນກອງປະຊຸມ, ບັນດາສະຫາຍ ສະມາຊິກພັກສົມບູນຍັງໄດ້ພ້ອມກັນ ປ່ອນບັດເລືອກເອົາຄະນະໜ່ວຍພັກ ຮາກຖານ ທຊລ ຊຸດໃໝ່, ມີຜູ້ລົງ ສະໝັກທັງໝົດ 7 ສະຫາຍ, ເລືອກ ເອົາ 5 ສະຫາຍ. ກອງປະຊຸມຄັ້ງ ປະຖົມມະລືກໄດ້ເຫັນດີເປັນເອກະ ພາບເລືອກເອົາສະຫາຍ ວັນລາຕີ ຄຳວານວົງສາ ເປັນເລຂາຄະນະພັກ ຮາກຖານ ທຊລ, ສະຫາຍ ບຸນແຍງ ທໍາມະວົງ ເປັນຮອງເລຂາ, ສະຫາຍ ໄກ່ຄໍາ ກົງຜາລີ ເປັນປະທານກວດ ກາພັກ,ສະຫາຍພູວິລັດເພັງສະຫວັດ ເປັນກໍາມະການ, ສະຫາຍ ນາງ ລຳເງິນລາດສະອາດເປັນກໍາມະການ. ໂອກາດນີ້, ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ເນັ້ນໃຫ້ຄະນະພັກ ຊຸດໃໝ່ ຕ້ອງໄດ້ປັບປຸງຄະນະພັກ ໃຫ້ເຂັ້ມແຂງທາງດ້ານການເມືອງແນວຄິດ, ການຈັດຕັ້ງ ແລະ ແບບ ແຜນນໍາພາ, ເພີ່ມທະວີຄວາມເປັນ ແບບຢ່າງນໍາໜ້າພາທາງໃນການ ບຸກທະລຸທາງດ້ານຈິນຕະນາການ; ເອົາໃຈໃສ່ໃນການປັບປຸງ, ກໍ່ສ້າງ ພັກ-ກໍ່ສ້າງພະນັກງານ ແລະ ແບບ ແຜນວິທີເຮັດວຽກຮັບປະກັນຫລັກ ການລວມສູນປະຊາທິປະໄຕ; ປັບ ປຸງພາລະບົດບາດ ແລະ ກົງຈັກ ການຈັດຕັ້ງຂອງ ທຊລ ໃຫ້ກະທັດ ຮັດ, ໜັກແໜ້ນ, ເຂັ້ມແຂງ ສົມຄູ່ກັບ ບົດບາດ ແລະ ຄວາມສໍາຄັນຂອງ ວຽກງານໃນໄລຍະໃໝ່, ເອົາໃຈ ໃສ່ການບັນຈຸສັບຊ້ອນພະນັກງານ ເຂົ້າໃສ່ຕໍາແໜ່ງງານໃຫ້ແທດ ເໝາະ; ເພີ່ມທະວີການຄຸ້ມຄອງດ້ານ ລະບຽບວິໄນ ຢູ່ພາຍໃນການຈັດຕັ້ງ ຂອງຄະນະພັກຮາກຖານຕິດພັນ ກັບການສະກັດກັ້ນຕີຖອຍບັນດາ ປາກົດການຫຍໍ້ທໍ້ ໄປຄຽງຄູ່ກັບການ ຍົກລະດັບຄວາມຮູ້, ຄວາມສາມາດ ໃຫ້ແກ່ຖັນແຖວພະນັກງານ-ສະ ມາຊິກພັກ, ຫັນປ່ຽນແບບແຜນ ວິທີເຮັດວຽກຂອງພະນັກງານໄປ ສູ່ທັນສະໄໝໃນຍຸກ 4.0, ປັບປຸງ ແລະ ຍົກສູງຄຸນນະພາບດ້ານເນື້ອ ໃນຂ່າວ, ບົດ ແລະ ລາຍການຕ່າງໆ ໃຫ້ແຫລມຄົມ, ວ່ອງໄວ, ທັນເຫດ ການ, ມີຫລາຍຮູບແບບ, ຫລາຍ ສີສັນ, ສາມາດດຶງດູດຜູ້ຟັງ, ຜູ້ຊົມ ໄດ້ຫລາຍຂຶ້ນ ແລະ ເປັນແຫລ່ງສະ ໜອງຂໍ້ມູນຂ່າວສານ, ໃຫ້ສາລະ ຄວາມຮູ້, ການບັນເທີງແກ່ສັງຄົມ ແລະ ສາມາດຕອບໂຕ້ຖ້ອຍທໍານອງ ຂ່າວບິດເບືອນຕໍ່ແນວທາງນະໂຍ ບາຍຂອງພັກ-ລັດ ຂ່າວ: ກິດຕາ; ພາບ: ເກດສະໜາ ຄຸນນະພາບນັບມື້ສູງເດັ່ນຂຶ້ນກວ່າ ເກົ່າ. ສ່ວນເວັບໄຊຂອງໜັງສືພິມ ປະຊາຊົນ ກໍໄດ້ຮັບການປັບປຸງຍົກ ລະດັບໃຫ້ສູງຂຶ້ນ ຊຶ່ງໄດ້ຮັບການ ຊ່ວຍເຫລືອຈາກໜັງສືພິມ ເຢີນເຢີນ ສຽງຂອງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ໃນປີ 2023 ຊຶ່ງສາ ມາດເຂົ້າເບິ່ງໄດ້ງ່າຍ, ວ່ອງໄວ, ທັນ ສະໄໝ, ຕອບສະໜອງໄດ້ຄວາມ ຮຽກຮ້ອງຕ້ອງການຂອງສັງຄົມ. ສໍາລັບເວັບໄຊ ມີຜູ້ເຂົ້າເບິ່ງສະເລ່ຍ 3,495 ເທື່ອຄົນ/ມື້, ເຟສບຸກ ມີຜູ້ ເຂົ້າອ່ານສະເລ່ຍ 53,479 ເທື່ອຄົນ/ ມື້. ປັດຈຸບັນ, ໜັງສືພິມປະຊາຊົນພິມ ປົກກະຕິ 12 ໜ້າ. ໃນນັ້ນ, 7 ໜ້າ ແມ່ນເນື້ອໃນ. ສ່ວນອີກ 5 ໜ້າ ແມ່ນ ໜ້າໂຄສະນາ ເພື່ອສ້າງລາຍຮັບ ຮັບ ໃຊ້ວິຊາການ, ມີຍອດພິມຈຳໜ່າຍ 1.200 ສະບັບ/ວັນ ທຽບໃສ່ເມື່ອ ກ່ອນແມ່ນຫລຸດລົງປະມານ 90%. ໄລຍະ 5 ປີ ຜ່ານມາ, ໄດ້ອອກຂ່າວ ທັງພາຍໃນ 10.000 ຂ່າວ, ບົດ ປະເພດຕ່າງໆ 6.600 ບົດ, ຮູບ ປະກອບ 7.920 ຮູບ ແລະ ຂ່າວ ຕ່າງປະເທດທັງໝົດ 5.280 ຂ່າວ, ບົດປະເພດຕ່າງໆ 2.640 ບົດ, ຮູບ 2.530 ແຜ່ນ ແລະ ບົດຄວາມ, ບົດ ນຳໄດ້ປະມານ 3-4 ບົດຕໍ່ອາທິດ. ກອງປະຊຸມໄດ້ຮັບຮອງເອົາ ຮ່າງບົດລາຍງານການເມືອງ ການ ເຄື່ອນໄຫວຊີ້ນໍາ-ນໍາພາຂອງຄະ ນະໜ່ວຍພັກໜັງສືພິມປະຊາຊົນ ສະໄໝທີ XIV ໃນ 5 ປີຜ່ານ ມາ, ພ້ອມຮັບຮອງເອົາແຜນການ 5 ປີ ໃນຕໍ່ໜ້າ, ໄດ້ຮັບຮອງເອົາ ແຜນພັດທະນາໜັງສືພິມປະຊາ ຊົນ (2026-2030) ແລະ ແຜນ ຍຸດທະສາດຮອດປີ 2035, ຮັບຮອງ ເອົາບົດສໍາຫລວດການນໍາພາລວມ ຂອງຄະນະໜ່ວຍພັກໜັງສືພິມ ປະຊາຊົນໃນໄລຍະ 5 ປີ ຜ່ານມາ, ຮັບຮອງເອົາບຸກຄະລາກອນ ເພື່ອ ຄັດເລືອກເອົາຄະນະໜ່ວຍພັກໜັງ ສືພິມປະຊາຊົນຊຸດໃໝ່, ຜູ້ແທນ ກອງປະຊຸມໄດ້ພ້ອມກັນໃຊ້ສິດ ປະຊາທິປະໄຕຂອງຕົນປ່ອນບັດ ຄັດເລືອກເອົາຄະນະໜ່ວຍພັກໜັງ ສືພິມປະຊາຊົນ ຊຸດໃໝ່ ຊຶ່ງມີຜູ້ ສະໝັກເລືອກຕັ້ງ 5 ສະຫາຍ, ຍິງ 2 ສະຫາຍ, ເລືອກເອົາ 3 ສະຫາຍ ເພື່ອ ສືບຕໍ່ນໍາພາ-ຊີ້ນໍາໜ່ວຍພັກໜັງສືພິມ ປະຊາຊົນ, ຈັດຕັ້ງປະຕິບັດມະຕິ ກອງປະຊຸມສະໄໝທີ XIV, ກອງ ປະຊຸມຄັ້ງປະຖົມມະລືກເປັນເອກະ ສັນເລືອກເອົາສະຫາຍ ສີວັນຫອມ ໄຊຍະເດດ ເປັນເລຂາໜ່ວຍພັກ ໜັງສືພິມປະຊາຊົນ ສະໄໝທີ XIV, ສະຫາຍ ຄໍາເຮືອງ ຄໍາປະສິດ ເປັນ ຮອງເລຂາ, ສະຫາຍ ຕຸໄລເພັດ ພິມເມືອງ ເປັນກໍາມະການໜ່ວຍພັກ, ທັງເປັນປະທານກວດກາ. ພ້ອມນັ້ນ, ໄດ້ເລືອກເອົາຜູ້ແທນໄປເຂົ້າຮ່ວມ ກອງປະຊຸມໃຫຍ່ ຄັ້ງທີ VI ຂອງ ອົງຄະນະພັກ ຄອສພ, ມີຜູ້ແທນ ສົມບູນ 11 ສະຫາຍ ແລະ ສໍາຮອງ 2 ສະຫາຍ. ໂອກາດນີ້, ສະຫາຍລາວປາວຊົ່ງ ນະວົງໄຊ ໄດ້ໃຫ້ກຽດໂອ້ລົມຕໍ່ຄະ ນະໜ່ວຍພັກໜັງສືພິມປະຊາຊົນ ຊຸດໃໝ່ ກໍຄື ສະມາຊິກພັກໜັງສືພິມ ປະຊາຊົນ ໃຫ້ສືບຕໍ່ສ້າງຄວາມສາ ມັກຄີພາຍໃນພັກ, ພາຍໃນສໍານັກ ງານໃຫ້ເຂັ້ມແຂງໜັກແໜ້ນ, ກໍາ ແໜ້ນ ແລະ ສູ້ຊົນໃນການກໍ່ສ້າງ ໜ່ວຍພັກໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຕ້ອງກໍານົດການ ກໍ່ສ້າງໜ່ວຍພັກ ແລະ ສະມາຊິກພັກ ທັງ 4 ດ້ານໄປພ້ອມໆກັນຄື: ດ້ານ ການເມືອງ, ດ້ານແນວຄິດ, ດ້ານ ການຈັດຕັ້ງ ແລະ ດ້ານແບບແຜນ ນໍາພາ. ໃນນັ້ນ, ສືບຕໍ່ວຽກງານ ການພົວພັນຮ່ວມມືກັບຕ່າງປະເທດ, ວຽກງານກວດກາ ແລະ ສືບຕໍ່ນໍາ ພາ-ຊີ້ນໍາວຽກງານວິຊາສະເພາະ ໃຫ້ມີທ່າກ້າວຂຶ້ນສູ່ໄລຍະໃໝ່. ຂ່າວ: ວັນເພັງ; ພາບ: ສໍານານ
RkJQdWJsaXNoZXIy MTc3MTYxMQ==