7185

gsfdko{dkora fmtok xtgmf]k; ( 30/12/2025 w0dv'xt-5 ,ltw\lk,a o gmn j vmu 10 ltrkxt-k-q oc0;'g-dv' -5 fmu IV lv'3I'\= va f8txn {d;k's'kp sk]n dkoIj ;,,n mk'dkocrf ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມປຶກ ສາຫາລືການຮ່ວມມືດ້ານການແພດ ລະຫວ່າງ ໂຮງໝໍແຂວງອັດຕະ ປື ສປປ ລາວ ແລະ ໂຮງໝໍທົ່ວໄປ ແຂວງກວາງຫງາຍ 2 ແຫ່ງ ສສ ຫວຽດນາມ ຈັດຂຶ້ນໃນວັນທີ 26 ທັນວາ 2025 ທີ່ໂຮງໝໍແຂວງ ອັດຕະປື ໂດຍມີ ທ່ານ ດຣ. ໝູພິດ ພອນສະຫວັນ ຮອງອໍານວຍການ ໂຮງໝໍແຂວງອັດຕະປື, ທ່ານ ດຣ. ຫຍໍ້ ວັນ ຖ້ຽນ ອໍານວຍການໂຮງໝໍ ທົ່ວໄປ ແຂວງກວາງຫງາຍ 2 ພ້ອມ ດ້ວຍຄະນະນໍາ ແລະ ພະນັກງານ ແພດ-ໝໍທັງສອງຝ່າຍເຂົ້າຮ່ວມ. ທ່ານ ດຣ. ໝູພິດ ພອນສະຫວັນ ໄດ້ກ່າວວ່າ: ການມາເຄື່ອນໄຫວ ຢ້ຽມຢາມ ແລະ ພົບປະ ໃນຄັ້ງນີ້ ຂອງ ທ່ານ ດຣ. ຫຍໍ້ ວັນ ຖ້ຽນ ພ້ອມ ດ້ວຍຄະນະໃນຄັ້ງນີ້ ຖືເປັນໂອກາດ ອັນດີ ທີ່ເຮັດໃຫ້ທັງສອງໂຮງໝໍ ໄດ້ ມີໂອກາດ ພົບປະ ແລະ ແລກປ່ຽນ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງ ສະພາປະຊາຊົນແຂວງ (ສພຂ) ເຊກອງ ຊຸດທີ IV ໄຂຂຶ້ນໃນວັນທີ 29 ທັນວາ 2025 ໂດຍການເປັນ ປະທານຂອງ ທ່ານ ດົງເພັດ ພະຍົນ ປະທານສະພາປະຊາຊົນ ແຂວງເຊ ກອງ, ມີທ່ານບຸນຫລາຍບຸດທິເລຂາ ຄະນະບໍລິຫານງານພັກແຂວງ, ທ່ານ ຂັນຕີ ສີລະວົງສາ ປະທານຄະນະ ກໍາມະການປົກຄອງແຂວງ, ບັນດາ ການນໍາ-ອະດີດການນໍາຂອງແຂວງ, ສະມາຊິກສະພາແຫ່ງຊາດ (ສສຊ) ແລະ ສະມາຊິກສະພາປະຊາຊົນ ແຂວງ (ສສຂ) ເຂົ້າຮ່ວມ. ທ່ານ ດົງເພັດ ພະຍົນ ກ່າວ ວ່າ: ກອງປະຊຸມຄັ້ງນີ້, ເປັນກອງ ປະຊຸມສະໄໝສາມັນເທື່ອສຸດທ້າຍ ຂອງສະພາປະຊາຊົນແຂວງ ຊຸດ ທີ IV ຊຶ່ງຈະດໍາເນີນ 2 ວັນ ໂດຍ ເນື້ອໃນກອງປະຊຸມຈະໄດ້ຮັບຟັງ, ພິຈາລະນາ ແລະ ຮັບຮອງບັນຫາ ສໍາຄັນພື້ນຖານທ້ອງຖິ່ນ ຄື: ບົດ ລາຍງານຂອງ ທ່ານ ປະທານຄະນະ ກໍາມະການປົກຄອງ ແຂວງເຊກອງ ກ່ຽວກັບການຈັດຕັ້ງປະຕິບັດແຜນ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານ ດ້ານການແພດ. ໂອກາດດັ່ງກ່າວ, ທັງສອງຝ່າຍ ຍັງໄດ້ແລກປ່ຽນແບບແຜນການ ຈັດຕັ້ງປະຕິບັດວຽກງານ ຂອງ ແຕ່ລະຂະແໜງການ ພ້ອມທັງ ປຶກສາຫາລື ຖອດຖອນບົດຮຽນ ໃນຫລາຍວຽກງານ, ພ້ອມນັ້ນ ທັງສອງໂຮງໝໍ ຍັງເຫັນດີ ຈະສືບ ຕໍ່ຮ່ວມມືດ້ານການແພດ ເປັນຕົ້ນ ວຽກງານຜ່າຕັດກະດູກ, ຜ່າຕັດ ທົ່ວໄປ, ການວາງຢາສະຫລົບ ແລະ ການພັດທະນາດ້ານບຸກຄະລາກອນ ດ້ານການແພດອື່ນໆ. ໂອກາດດຽວກັນ, ຄະນະທີມ ງານໂຮງໝໍທົ່ວໄປ ແຂວງກວາງ ຫງາຍ 2 ຍັງໄດ້ມອບອຸປະກອນ ການແພດ ຈໍານວນໜຶ່ງໃຫ້ແກ່ ໂຮງໝໍແຂວງອັດຕະປື ຕື່ມອີກ. ຂ່າວ: ວັດທະນາ ຫລວງອາໄພ leg]a fdkopq d]tfa [7;k,I6 h ;Pd37ltok{ xk4tdt4k.sh rtoa d'ko c0;'lk]t;a o ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ຄະນະໂຄສະນາ ອົບຮົມ ແຂວງສາລະວັນ ສຳເລັດ ການຈັດຝຶກອົບຮົມວຽກງານໂຄ ສະນາ-ປາຖະກະຖາ ໃຫ້ແກ່ພະ ນັກງານຫລັກແຫລ່ງ ໃນທົ່ວແຂວງ ສາລະວັນ ໃນອາທິດຜ່ານມາ ພາຍ ຫລັງໄດ້ດໍາເນີນມາເປັນເວລາ 3 ວັນ ໂດຍການເປັນປະທານຂອງ ສະຫາຍ ມະໄລວອນ ສີປະເສິດ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ, ສະຫາຍ ບົວໄລ ພານຸວົງ ຫົວໜ້າກົມໂຄສະນາ, ຄະນະໂຄສະ ນາອົບຮົມສູນກາງພັກ ພ້ອມດ້ວຍ ບັນດາຄະນະພັກຮາກຖານ, ຄະນະ ໜ່ວຍພັກ, ພະແນກການ-ອົງການ ທຽບເທົ່າອ້ອມຂ້າງແຂວງ, ຄະນະ ໂຄສະນາອົບຮົມ 8 ຕົວເມືອງ ແລະ ສື່ມວນຊົນແຂວງ ເຂົ້າຮ່ວມ. ສະຫາຍ ນາງ ດາວັນ ດວງບຸດ ດາ ຮອງຫົວໜ້າຄະນະໂຄສະນາ ອົບຮົມແຂວງ ໄດ້ໃຫ້ຮູ້ວ່າ: ການ ຝຶກອົບຮົມຄັ້ງນີ້ ແນໃສ່ສ້າງຄວາມ ຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກ ງານນໍາພາ-ຄຸ້ມຄອງ ຂອງແຂວງ ສາລະວັນ, ຍົກສູງຄວາມສາມາດ ປະຕິບັດໜ້າທີ່ການເມືອງ ໃນການ ນໍາເອົາແນວທາງນະໂຍບາຍ, ມະຕິ, ຄໍາສັ່ງ ຂອງພັກ ແລະ ນິຕິກໍາຕ່າງໆ ຂອງລັດ, ສະພາບການຂອງໂລກ ໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ ຮັບຮູ້, ເຂົ້າໃຈດ້ວຍການໂຄສະນາປາຖະກະຖາ ທັງເປັນການສ້າງ ນັກໂຄສະນາ-ປາຖະກະຖາ ຢູ່ຂັ້ນ ທ້ອງຖິ່ນໃຫ້ມີຄວາມເຂົ້ມແຂງ, ຮັບປະກັນທາງດ້ານປະລິມານ ແລະ ຄຸນນະພາບ ໂດຍໄດ້ເນັ້ນໃສ່ 4 ບົດຮຽນສຳຄັນມາສຶກສາຄົ້ນຄວ້າ, ຮຽນຮູ້ ແລະ ສ້າງຄວາມເຂົ້າໃຈໃຫ້ ເລິກເຊິ່ງ ເປັນຕົ້ນ: ຄວາມຮູ້ພື້ນຖານ ຂອງວຽກງານໂຄສະນາ, ການປຸກ ລະດົມ, ເນື້ອໃນການໂຄສະນາ, ຄາດໝາຍ ແລະ ຮູບການ ຊຶ່ງ ເປັນໜ້າທີ່ຄວາມຮັບຜິດຊອບຂອງ ທຸກການຈັດຕັ້ງພັກ-ລັດ, ອົງການ ຈັດຕັ້ງມະຫາຊົນ ແລະ ສັງຄົມ; ບັນດານິຕິກໍາ ແລະ ຂັ້ນຕອນ ການກະກຽມປາຖະກະຖາ; ທັກ ສະສິລະປະການປາກເວົ້າ, ການ ປາຖະກະຖາ ແລະ ການເປັນບັນນາ ທິການ ແລະ ການຂຽນບົດ, ຂຽນ ຂ່າວ, ການສະໜອງຂໍ້ມູນຕ່າງໆ ໃຫ້ແກ່ສື່ມວນຊົນ ເພື່ອໂຄສະນາ ເຜີຍແຜ່ຂໍ້ມູນຂ່າວສານວຽກງານ ຕ່າງໆ. ນອກຈາກ, ບົດຮຽນທັງ ພາກທິດສະດີແລ້ວ ກໍໄດ້ທົດລອງ ຈັດຕັ້ງປະຕິບັດຕົວຈິງ ໂດຍຍົກ ເອົາເນື້ອໃນຂອງວຽກງານສຶກສາ, ສາທາລະນະສຸກ, ກະສິກໍາ, ການ ເງິນ ແລະ ວຽກງານອຸດສາຫະກຳການຄ້າ. ຜ່ານການຝຶກອົບຮົມ ຄັ້ງນີ້ ສາມາດຕີລາຄາການຮຽນ ຮູ້, ການແລກປ່ຽນບົດຮຽນ ແລະ ການມີສ່ວນຮ່ວມ, ຄວາມຮັບຮູ້ ເຂົ້າໃຈຕໍ່ກັບວຽກງານໂຄສະນາປາຖະກະຖາ ກວມເອົາ 98%. ຈາກນັ້ນ, ສະຫາຍ ມະໄລວອນ ສີປະເສີດ ແລະ ສະຫາຍ ບົວໄລ ພານຸວົງ ກໍໄດ້ມອບໃບຢັ້ງຢືນໃຫ້ ແກ່ສຳມະນາກອນ ທີ່ເຂົ້າຮ່ວມຈໍາ ນວນທັງໝົດ 65 ສະຫາຍ ຍິງ 16 ສະຫາຍ. ຂ່າວ-ພາບ: ວິໄລວອນ ສິດທິໄຊ vq 'dkodkcf' c0;'s];'rt[k' gxu fdv'mb og]n vf c]t mb o-j ;pgs]n vl5 dglu o ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ພິທີເປີດ ການຈັດຕັ້ງປະຕິບັດ ກອງທຶນເລືອດ ແລະ ກອງທຶນຊ່ວຍເຫລືອສຸກເສີນ ຂອງອົງການກາແດງແຂວງຫລວງ ພະບາງ ຈັດຂຶ້ນໃນວັນທີ 25 ທັນວາ 2025 ທີ່ສູນເລືອດ ອົງການກາແດງ ແຂວງຫລວງພະບາງ ໂດຍມີ ທ່ານ ບຸນເລື່ອມ ມະນີວົງ ເລຂາຄະນະ ບໍລິຫານງານພັກແຂວງ, ທັງເປັນ ປະທານສະພາບໍລິຫານກອງທຶນ, ມີ ຜູ້ຕາງໜ້າພະແນກການ, ສະມາຊິກ ສະພາບໍລິຫານກອງທຶນ ແລະ ຜູ້ປະ ກອບການທຸະກິດເຂົ້າຮ່ວມ. ທ່ານ ວຽງສະຫວັນ ກະເສີມສຸກ ຫົວໜ້າອົງການກາແດງແຂວງ ຫລວງພະບາງ ໄດ້ລາຍງານການ ເຄື່ອນໄວວຽກງານຈັດຫາເລືອດສະໜອງເລືອດທີ່ປອດໄພ ແລະ ວຽກງານຊ່ວຍເຫລືອສຸກເສີນຂອງ ອົງການກາແດງ ແຂວງຫລວງ ພະບາງ ໃນໄລຍະຜ່ານມາ ຊຶ່ງໄດ້ ເຄື່ອນໄຫວຕາມພາລະບົດບາດ ແລະ ມີຜົນສຳເລັດດີ, ແຕ່ຍັງຂາດ ການສ້າງຕັ້ງກອງທຶນ ຊຶ່ງເປັນປັດ ໄຈສຳຄັນພື້ນຖານ ໃຫ້ແກ່ການ ເຄື່ອນໄຫວວຽກງານໃນຕໍ່ໜ້າ. ສຳລັບລາຍຮັບຈາກວຽກງານ ເລືອດ ໃນໄລຍະຜ່ານມາ ໄດ້ຈາກ ງົບປະມານລັດ, ເງິນຊົດເຊີຍເລືອດ, ການຊ່ວຍເຫລືອຈາກສາກົນ ແລະ ອື່ນໆ. ສ່ວນລາຍຮັບຈາກວຽກກູ້ໄພ ສຸກເສີນ ແມ່ນໄດ້ຈາກງົບປະມານ ລັດ, ການໃຫ້ບໍລິການລົດຮັບ-ສົ່ງ ຄົນເຈັບ, ຫີບບໍລິຈາກ, ການອົບຮົມ ປະຖົມພະຍາບານ, ການຊ່ວຍເຫລືອ ຈາກສາກົນ, ການຊ່ວຍເຫລືອຈາກ ສັງຄົມ, ການສະໜັບສະໜູນຈາກ ບຸກຄົນ ແລະ ສ່ວນໜຶ່ງແມ່ນໄດ້ຈາກ ການຫາລາຍໄດ້ດ້ວຍທຸລະກິດຂອງ ວຽກງານກາແດງ. ໂດຍລວມແລ້ວ ຍັງບໍ່ທັນພຽງພໍກັບການເຄື່ອນໄຫວ ຮັບໃຊ້ສັງຄົມຕົວຈິງ ໂດຍສະເພາະ ການຊ່ວຍເຫລືອສຸກເສີນ ເຊັ່ນ: ການຊ່ວຍເຫລືອຜູ້ປະສົບໄພນໍ້າ ຖ້ວມ, ໄຟໄໝ້ເຮືອນ, ອຸບັດເຫດ ຕາມທ້ອງຖະໜົນ ແລະ ອື່ນໆ. ປັດຈຸບັນອົງການກາແດງແຂວງ ຫລວງພະບາງ ໄດ້ເປີດບັນຊີກັບ ຄັງເງິນແຫ່ງຊາດ ປະຈຳແຂວງ (ສ່ວນວຽກງານກູ້ໄພສຸກເສີນ ໄດ້ ເປີດບັນຊີກັບທະນາຄານ ການຄ້າ ຕ່າງປະເທດລາວ ມະຫາຊົນຈຳກັດ ແລະ ທະນາຄານພັດທະນາລາວ ເພື່ອໃຫ້ມີຄວາມສະດວກກັບຜູ້ທີ່ຈະ ສົມທົບທຶນເຂົ້າໃນການເຄື່ອນໄຫວ ວຽກງານ ຊຶ່ງເງິນ ແລະ ວັດຖຸ- ສິ່ງຂອງ ທີ່ໄດ້ຮັບຈາກການບໍລິຈາກ ໄດ້ມີການຈົດຂຶ້ນບັນຊີ ແລະ ມີການ ບໍລິຫານເບີກຈ່າຍເປັນລະບົບ ທັງ ມີການສະຫລຸບ-ລາຍງານຢ່າງ ລະອຽດ ເພື່ອໃຫ້ມີຄວາມຖືກຕ້ອງ ຕາມລະບຽບການ, ສອດຄ່ອງ ຕາມດຳລັດ ວ່າດ້ວຍ ກອງທຶນ ຊ່ວຍເຫລືອສຸກເສີນ ແລະ ດຳລັດ ກອງທຶນເລືອດ. ໂອກາດນີ້, ທ່ານ ບຸນເລື່ອມ ມະ ນີວົງ ໄດ້ມີສະແດງຄວາມເຫັນດີ ກ່ຽວກັບການສ້າງກອງທຶນ ແລະ ກ່າວເປີດກອງທຶນຢ່າງເປັນທາງ ການ ພ້ອມທັງມອບເງິນຈໍານວນ 5 ລ້ານກີບ ເພື່ອຊຸກຍູ້ວຽກງານກອງ ທຶນຕື່ມອີກ. ສຳລັບຜູ້ທີ່ສົນໃຈສົມທົບທຶນ ສາມາດພົວພັນກັບອົງການກາແດງ ແຂວງ ຫລື ໂອນຜ່ານບັນຊີຄີວອາ ໂຄດຂອງກອງທຶນໂດຍກົງ. ຂ່າວ-ພາບ: ທະນູສີນ ອິດທິພົນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດຂອງແຂວງ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງທິດທາງແຜນການ 5 ປີ (2026-2030), ປະຈໍາປີ 2026; ບົດລາຍງານການສະເໜີດັດແກ້ງົບ ປະມານແຫ່ງລັດຂອງແຂວງ ປະ ຈໍາປີ 2025 ຕິດພັນກັບການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນ; ບົດ ລາຍງານຂອງອົງການປົກຄອງ ແຂວງ ກ່ຽວກັບການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດ ໄລຍະ 5 ປີ 2021-2025 ແລະ ທິດທາງໃນ ຕໍ່ໜ້າ; ບົດລາຍງານ ກ່ຽວກັບຄວາມ ພ້ອມໃນການສ້າງຕັ້ງຫ້ອງການ ຄະນະກໍາມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນຂອງແຂວງ; ບົດລາຍງານກ່ຽວກັບການກະກຽມ ຄວາມພ້ອມໃນການສ້າງຕັ້ງຄະນະ ກໍາມະການປົກຄອງຕາແສງ; ບົດ ລາຍງານກ່ຽວກັບການຈັດຕັ້ງປະ ຕິບັດວຽກງານ 5 ປີ (20212025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026; ບົດລາຍງານຜົນການກວດ ສອບບົດສະຫລຸບຂາດຕົວ ການ ຈັດຕັ້ງປະຕິບັດແຜນງົບປະມານແຫ່ງ ລັດຂອງແຂວງ ປະຈໍາປີ 2024 ຂອງອົງການກວດສອບແຫ່ງລັດ ປະຈໍາພາກໃຕ້; ບົດລາຍງານຂອງ ອົງການກວດກາລັດແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ(2026-2030), ປະຈໍາປີ 2026; ບົດລາຍງານຜົນ ການກວດກາຕາມຜົນການກວດ ສອບ ປີ 2023 ຂອງອົງການກວດ ກາລັດແຂວງ; ບົດລາຍງານຂອງ ສານປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ(2026-2030), ປະຈໍາປີ 2026 ຂອງສານປະຊາຊົນ ແຂວງ; ບົດລາຍງານຂອງອົງການ ໄອຍະການປະຊາຊົນແຂວງກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ 5 ປີ (2021-2025), ປະຈໍາປີ 2025 ແລະ ຮ່າງແຜນການເຄື່ອນໄຫວ ວຽກງານ 5 ປີ (2026-2030), ປະຈໍາປີ 2026; ບົດລາຍງານຂອງ ສະພາປະຊາຊົນແຂວງ ກ່ຽວກັບ ການຈັດຕັ້ງປະຕິບັດວຽກງານ 5 ປີ (2021-2025), ປະຈໍາປີ 2025 ຂອງສະພາປະຊາຊົນແຂວງ ຊຸດທີ IVແລະ ວຽກງານຈຸດສຸມຮອດກອງ ປະຊຸມຄັ້ງປະຖົມມະລືກ ຂອງສະພາ ປະຊາຊົນແຂວງ ຊຸດທີV ແລະ ຮ່າງ ແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ ແລະ ບົດລາຍງານກະກຽມວຽກງານ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະ ຊາຊົນຂັ້ນແຂວງ ຊຸດທີ V. ໃນກອງປະຊຸມຍັງຈະໄດ້ຮັບຟັງ ການຊັກຖາມ ແລະ ການຊີ້ແຈງສະ ມາຊິກສະພາແຫ່ງຊາດ, ສະມາຊິກ ສະພາປະຊາຊົນແຂວງ, ບັນດາ ທ່ານຫົວໜ້າພະແນກການ, ອົງການ ທຽບເທົ່າທີ່ກ່ຽວຂ້ອງ ແລະ ຈະໄດ້ ພິຈາລະນາ, ຮັບຮອງເອົາບັນດາເນື້ອ ໃນທີ່ສໍາຄັນຕ່າງໆ. ຂ່າວ: ສັນຍາ

RkJQdWJsaXNoZXIy MTc3MTYxMQ==