7185

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:ມາລີດາ xtgmf]k; 6 30/12/2025 glf4tdy f{la '7q , Ih kosa f4tdew8]N c0;'v5 fq ,w- lh k'vk-u [.sh xt-k-q o ຂປລ. ປະເທດລາວ ເປັນປະເທດ ໜຶ່ງທີ່ມີວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ທີ່ຫລາກຫລາຍສີສັນຂອງ ບັນດາເຜົ່າ ເຊິ່ງເປັນສິ່ງເອກອ້າງທະ ນົງໃຈຂອງປວງຊົນລາວ ແລະ ເປັນທີ່ ດຶງດູດເອົານັກທ່ອງທ່ຽວໃນທົ່ວໂລກ ຫລາຍລ້ານຄົນເຂົ້າມາຮຽນຮູ້ວັດທະ ນະທຳດັ່ງກ່າວໃນແຕ່ລະປີ. ຊົນເຜົ່າ ກຣຽງ ກໍເປັນອີກໜຶ່ງຊົນເຜົ່າທີ່ນອນຢູ່ ໃນວົງຄະນາຍາດແຫ່ງຊາດລາວ ເຊິ່ງ ມີປະຫວັດຄວາມເປັນມາ ແລະ ຕົ້ນກຳ ເນີດຄືກັນກັບບັນດາຊົນເຜົ່າໃນໝວດ ພາສາມອນ-ຂະແມ. ໝາຍຄວາມວ່າ ເຂົາເຈົ້າໄດ້ມາອາໄສ ແລະ ດຳລົງ ຊີວິດຢູ່ໃນດິນແດນລາວຂອງພວກເຮົາ ມາໄດ້ຫລາຍສະຕະວັດແລ້ວ. ປັດຈຸບັນ 7;k,gxa o,k c]t gvdt]a d ;a fmtotmeltgrkt0v'-q ogzq j kdiP' ©ດຍ ¨ສງສະຫວັນ -u ;y f{;a fmtotme ຊົນເຜົ່າກຣຽງ ໄດ້ຕັ້ງຖິ່ນຖານພູມລຳ ເນົາ ແລະທຳມາຫາກິນຢູ່ບັນດາແຂວງ ພາກໃຕ້ຂອງລາວຫລາຍກວ່າໝູ່ ແມ່ນ ຢູ່ເມືອງກະລຶມ, ທ່າແຕງ ແລະ ເມືອງ ລະມາມ ແຂວງເຊກອງ. ນອກຈາກນີ້, ເຂົາເຈົ້າຍັງໄດ້ດຳລົງຊີວິດຢູ່ເມືອງສາ ລະວັນ ແຂວງສາລະວັນ ແລະ ເມືອງ ປາກຊ່ອງ ແຂວງຈຳປາສັກ, ຊື່ທີ່ນຳ ໃຊ້ໃນທາງລັດຖະການປັດຈຸບັນແມ່ນ ຊົນເຜົ່າກຣຽງ, ຊົນເຜົ່ານີ້ປະກອບ ດ້ວຍ 2 ແຊງຄື: ເກາະ ແລະ ຈະຕÐ ອງ. ຊົນເຜົ່າກຣຽງ ສ່ວນຫລາຍມີອາ ຊີບເຮັດໄຮ່ປູກເຂົ້າຄຽງຄູ່ກັບການປູກ ພືດຜັກ ເພື່ອໄວ້ບໍລິໂພກເຊັ່ນ: ຜັກ, ເຜືອກ, ມັນ, ໝາກອຶ, ໝາກເຜັດ,ໝາກ ເຂືອ, ໝາກໂຕ່ນ, ໝາກແຕງ, ສາລີ ແລະ ອື່ນໆ ເພື່ອໄວ້ກິນໃນເວລາຂາດ ເຂີນເຂົ້າ. ພ້ອມນັ້ນກໍໄດ້ລ້ຽງໄກ່ ແລະ ໝູ ເພື່ອໄວ້ປະກອບພິທີກຳ ແລະ ກິນ ເປັນອາຫານໃນບາງໂອກາດເທົ່ານັ້ນ. ສ່ວນສັດປະເພດ ງົວ, ຄວາຍ ກໍລ້ຽງ ແຕ່ບໍ່ຫລາຍ, ເຂົາເຈົ້າຈະຫາເວລາ ຫວ່າງໄປຊອກຫາເຄື່ອງປ່າຂອງດົງ ເພື່ອຂາຍ ແລະ ແລກປ່ຽນສິ່ງຂອງ ກໍຄື ເຄື່ອງໃຊ້ສອຍຕ່າງໆທີ່ຈຳເປັນໃນ ການດຳລົງຊີວິດປະຈຳວັນ. ມາຮອດ ປັດຈຸບັນມີຈຳນວນໜ່ຶ່ງໄດ້ມີການຫັນ ປ່ຽນມາປູກຕົ້ນໄມ້ກິນໝາກ ເຊັ່ນ: ກາ ເຟ, ຢາສູບ ແລະ ອື່ນໆ. ພ້ອມນັ້ນ ຍັງມີ ມູນເຊື້ອທາງດ້ານຫັດຖະກຳຈັກສານ, ຫຍິບປັກຖັກແສ່ວອີກດ້ວຍ. ເຖິງແນວ ໃດກໍດີ, ຊົນເຜົ່າກຣຽງ ສ່ວນຫລາຍ ໄດ້ຕັ້ງຖິ່ນຖານບ້ານຊ່ອງຢູ່ເຂດຫ່າງ ໄກສອກຫລີກ ລັກສະນະຂອງບ້ານ ຈະເປັນຮູບວົງມົນ, ມີສາລາກວານ; ການປຸກສ້າງເຮືອນກໍຍັງປະຕິບັດຕາມ ປະເພນີຂອງເຂົາເຈົ້າ ຄືມັກຈະປຸກສ້າງ ແລະ ຢູ່ເຮືອນຮ້ານ. ການຈັດແບ່ງຫ້ອງ ໃນເຮືອນນັ້ນແມ່ນອີງຕາມຈຳນວນ ສະມາຊິກຂອງຄົວເຮືອນ ເຊິ່ງມີລັກສະ ນະຄ້າຍຄືກັນກັບຊົນເຜົ່າກະຕູ. ການ ນຸ່ງຫົ່ມເອ້ຢ້ອງຂອງຊົນເຜົ່າກຣຽງ ກໍ ຄ້າຍຄືກັນກັບບັນດາຊົນເຜົ່າທີ່ນອນ ໃນໝວດພາສາມອນ-ຂະແມ ຢູ່ພາກ ໃຕ້ ເປັນຕົ້ນ ຜູ້ຊາຍນຸ່ງກະຕ່ຽວ,ບໍ່ຫົ່ມ ເສື້ອແຕ່ເຂົາເຈົ້າບິ້ງຜ້າແພ ແລະ ຫົ່ມ ຜ້າບ່ຽງ, ຍາມໜາວເອົາຜ້າກາໂກພັນ ຄີງແບບຫົ່ມເສື້ອຍາວຢ່ອຍລົງຮອດ ບີແຂ່ງ, ຕັດແຂ້ວ, ບ່ອງຫູ ແລະ ສັກ ລາຍຕາມຕົນຕົວ ເພື່ອສະແດງເຖິງ ຄວາມເກັ່ງກ້າ, ຄວາມອົດທົນ ແລະ ຄວາມຮັ່ງມີເຫລົ່ານີ້ເປັນຕົ້ນ. ສຳລັບບຸນປະເພນີ ແລະ ພິທີກຳທີ່ ສຳຄັນຂອງຊົນເຜົ່າກຣຽງ ເຂົາເຈົ້າ ຈະມີການສະເຫລີມສະຫລອງດ້ວຍ ຫລາຍຮູບການ ແລະ ໃນປີໜຶ່ງຈະເຮັດ ຫລາຍຄັ້ງເປັນຕົ້ນ ແມ່ນການເຮັດພິທີ ກຳເພື່ອລະນຶກເຖິງຈິດວິນຍານຂອງ ພໍ່, ແມ່ ເຊິ່ງເພິ່ນມັກຈັດຂຶ້ນໃນເດືອນ ສີ່, ບຸນປີໃໝ່ (ບຸນງະ), ສະຖານທີ່ສຳ ລັບຈັດພິທີກຳສ່ວນຫລາຍແລ້ວ ແມ່ນ ເຮືອນສາລາກວານ, ເມື່ອມີພິທີກຳດ້ານ ຄວາມເຊື່ອຖື ແລະ ງານບຸນປະເພນີ ສ່ວນຫລາຍເຂົາເຈົ້າຈະຂ້າຄວາຍເພື່ອ ຖວາຍ ແລະ ເປັນອາຫານ. ນອກຈາກ ນີ້, ຊົນເຜົ່າກຣຽງ ຍັງມີພິທີກຳໃນຮອບ ປີໜຶ່ງໆທີ່ກ່ຽວກັບການຜະລິດ ແລະ ເວ ລາເກີດໄພພິບັດຕ່າງໆ ເຊັ່ນ: ການເຮັດ ພິທີກຳ ກ່ອນຈະຮູດ ຫລື ເກັບກ່ຽວເຂົ້າ ເຊິ່ງຈະມີການຄະລຳບ້ານເປັນເວລາ 3 ວັນ. ດ້ານສິລະປະວັນນະຄະດີຂອງຊົນ ເຜົ່າກຣຽງ ມີພາສາປາກເວົ້າທີ່ເປັນ ເອກະລັກສະເພາະຂອງຕົນ ເຊິ່ງຈັດຢູ່ ໃນໝວດພາສາມອນ-ຂະແມ, ມີກອນ ຂັບລຳ, ມີນິທານພື້ນເມືອງ, ມີການ ເຕັ້ນລຳຕາມຈັງຫວະຂອງດົນຕີ ແລະ ອື່ນໆ ທີ່ເປັນເອກະລັກຂອງເຂົາເຈົ້າ. ຂປລ. ຫັດຖະກຳໄຕລື້ ກໍເປັນອີກ ໜຶ່ງຜະລິດຕະພັນທີ່ຊື່ເຖິງການອະນຸ ລັກຮັກສາວັດທະນະທຳອັນດີງາມ ແລະ ວິຖີຊີວິດຂອງປະຊາຊົນທີ່ມີມາ ແຕ່ດົນນານ ເຊິ່ງເອກະລັກວັດທະນະ ທໍາເຫລົ່ານີ້ ກາຍເປັນອາຊີບ ທີ່ໝັ້ນຄົງ ໃຫ້ກັບປະຊາຊົນ ຂໍພຽງແຕ່ມີຄວາມ ດຸໝັ່ນຂະຫຍັນພຽນ ອົດທົນເໝືອນດັ່ງ ຄອບຄົວນາງ ບົວຈັນ ຫລ້າມະນີວົງ ເຈົ້າຂອງຮ້ານ ຫັດຖະກໍາໄຕລື້ ຢູ່ບ້ານ ປ່າສັກ ເມືອງໄຊ ແຂວງອຸດົມໄຊ ທີ່ໄດ້ ໝູນໃຊ້ພູມປັນຍາ ຊາວບ້ານທີ່ສືບທອດ ກັນມາແຕ່ປູ່ຍ່າຕານາຍ-ພໍ່ແມ່ ຈົນສາ ມາດສ້າງລາຍຮັບເຂົ້າຄອບຄົວໄດ້ ຫລາຍລ້ານກີບຕໍ່ເດືອນ, ຄຽງຄູ່ກັນ ນັ້ນ ກໍຍັງເປັນການສ້າງອາຊີບ, ວຽກ ເຮັດງານທໍາໃຫ້ປະຊາຊົນເຂດດັ່ງກ່າວ ຕື່ມອີກ. ນາງ ບົວຈັນ ຫລ້າມະນີວົງ ເຈົ້າ ຂອງຮ້ານຫັດຖະກໍາໄຕລື້ ແຂວງອຸດົມ ໄຊ ໃຫ້ຮູ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດ ອາຊີບນີ້ຍ້ອນເມື່ອກ່ອນ ມີໂຄງການ ຈາກປະເທດຍີ່ປຸ່ນ ເຂົ້າມາຊຸກຍູ້ສົ່ງ ເສີມປະຊາຊົນ ຜະລິດຫັດຖະກໍາຕໍ່າ ແຜ່ນເປັນຕົ້ນການຕໍ່າຫູກ, ການອອກ ແບບຜະລິດຕະພັນ...ໂດຍໂຄງການ ຮັບຊື້ນຳປະຊາຊົນ, ພາຍຫລັງຈາກ ໂຄງການສິ້ນສຸດໃນ 2004 ແຕ່ລູກຄ້າ ຍັງມີຄວາມສົນໃຈສັ່ງຊື່ຢູ່ ຕົນເອງຈຶ່ງ ສືບຕໍ່ໄປຮັບຊື້ນຳປະຊາຊົນແລ້ວມາ ໂຄສະນາວາງຂາຍ ໃນຮ້ານຫັດຖະກໍາ ໄຕລື້ ຢູ່ບ້ານປ່າສັກ ເມືອງໄຊ ແຂວງ ອຸດົມໄຊ ເຊິ່ງແຕ່ລະມື້ມີລູກຄ້າເຂົ້າມາ ທ່ຽວຊົມ ເຮືອນຫັດຖະກໍາໄຕລື້ ແລະ ຊື້ ຜະລິດຕະພັນຈໍານວນຫລາຍ ໂດຍຜະ ລິດຕະພັນທີ່ທາງຮ້ານມາວາງຈຳໜ່າຍ ປະກອບມີ ຜ້າປູໂຕະ, ຜ້າພັນຄໍ, ຜ້າຫົ່ມ, ແນວຮອງຈານ, ຮອງຈອກ, ກະເປົາ, ເສື້ອ, ສິ້ນ ແລະ ອື່ນໆອີກຫລາຍໆຢ່າງ ທີ່ເປັນເຄື່ອງໃຊ້ໃນຊີວິດປະຈໍາວັນ. ສໍາ ລັບການຜະລິດແມ່ນຂຶ້ນກັບລູກຄ້າທີ່ ສັ່ງຈອງເຂົ້າມາ ແລະ ຂາຍຢູ່ຮ້ານໃນ ແຕ່ລະມື້ ເຊິ່ງສະເລ່ຍແລ້ວສາມາດສ້າງ ລາຍຮັບ ປະມານ 100-150 ລ້ານ ກີບຕໍ່ເດືອນ. ໃນນີ້, ຍັງບໍ່ທັນຫັກຄ່າໃຊ້ ຈ່າຍ ແລະ ຕົ້ນທຶນທີ່ຮັບຊື້ເຄື່ອງຈາກ ປະຊາຊົນ ທີ່ຜະລິດໃຫ້ກວ່າ 25 ຄອບ ຄົວ ໂດຍແບ່ງອອກເປັນ 2 ກຸ່ມຄື: ກຸ່ມ ທີ 1 ຈະມີປະຊາຊົນ ທີ່ມາຕໍ່າຢູ່ໃນຮ້ານ ເລີຍເພື່ອໃຫ້ນັກທ່ອງທ່ຽວໄດ້ເຫັນ, ກຸ່ມທີ 2 ແມ່ນຕໍ່າຢູ່ພາຍໃນບ້ານແລ້ວ ໄປຮັບຊື້ເອົາ, ບາງບ່ອນບໍ່ຢູ່ໃນກຸ່ມແຕ່ ມີຜະລິດຕະພັນ ກໍເອົາມາຝາກຂາຍນຳ ຮ້ານພວກເຮົາ ເຊິ່ງຈຸດນີ້ເປັນອີກຈຸດ ໜຶ່ງ ທີ່ດີເນື່ອງຈາກວ່າສາມາດສ້າງ ວຽກເຮັດງານທໍາສ້າງລາຍຮັບໃຫ້ ປະຊາຊົນໃຫ້ມີອາຊີບເສີມນອກຈາກ ການເຮັດກະສິກໍາ. ນາງ ບົວຈັນ ເວົ້າເສີມວ່າ: ອາຊີບ ນີ້ ແມ່ນອາຊີບໜຶ່ງທີ່ໜ້າພາກພູມໃຈ ຫລາຍ ແລະ ເຫັນພູມປັນຍາ ທີ່ສືບທອດ ກັນມາແຕ່ດົນນານ ຂອງແມ່ຍິງລາວ ຊາວໄຕລື້ ສາມາດສ້າງລາຍຮັບໄດ້ ເປັນກອບເປັນກໍາ,ພ້ອມດຽວກັນກໍເປັນ ການສ້າງອາຊີບເສີມສ້າງລາຍໄດ້ໃຫ້ ປະຊາຊົນພາຍໃນບ້ານ ເພາະວ່າຕົນ ເອງໄດ້ໃຫ້ປະຊາຊົນພາຍໃນ ທີ່ມີຄວາມ ສົນໃຈໃນການຕໍໍ່າຫູກທໍ່ໄໝຜະລິດສິນ ຄ້າໃຫ້ ແລ້ວໄປເກັບຊື້ນຳຄືນ ໂດຍສະ ເລ່ຍແລ້ວເຂົາເຈົ້າ ສາມາດສ້າງລາຍ ຮັບ ຈາກການຕໍ່າແພປະມານ 3 ລ້ານ ຂຶ້ນໄປ ເຊິ່ງລາຍຮັບນີ້ ກໍເປັນລາຍຮັບ ເພີ່ມການຜະລິດກະສິກໍາ ຂອງເຂົາເຈົ້າ ເອງ. ເອົາເປັນວ່າທ່ານໃດທີ່ໄດ້ມາ ທ່ຽວຊົມແຂວງອຸດົມໄຊ ແລ້ວຢາກໄດ້ ເຄື່ອງຝາກຂອງຕ້ອນ ເປັນຫັດຖະກໍາທີ່ ມີຄວາມສວຍງາມ ກໍສາມາດຕິດຕໍ່ໄດ້ ທີເບີ 02055987478.

RkJQdWJsaXNoZXIy MTc3MTYxMQ==