7185

dkolh k'8A '8kcl' grn j vIa [xtda o.sh xt-k-q og0Q kg4y ' dko[= ]y dko0v']a f 1j k'mq j ;g4y ' ltf;d;j v'w; 3xj '.l c]t p5 8y me 30/12/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະ§ໜີ ໂດຍ: ພອນປະເສີດ va f8txn ,u 7v[7q ; rQ om5 dc]h ; 29.289 7v[7q ; (ຄັດາກປÈ້ ມວາລະສານ©ຄະນາ) pq dl6 '75 omkfdkog,n v' c]t 75 olq ,[a fly omext8y ;a f0v' lt,k-y dra d{rtoa d'ko gxa o[a oskle7a o ຂປລ. ຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ແມ່ນອົງ ປະກອບໜຶ່ງທີ່ສຳຄັນ ຢູ່ໃນຄຸນນະ ພາບຂອງພະນັກງານ, ສະມາຊິກ ພັກແຕ່ລະສະຫາຍ, ແມ່ນມາດຖານ ແຖວໜ້າ, ແມ່ນຄວາມຮຽກຮ້ອງ ຕ້ອງການອັນເປັນພື້ນຖານທີ່ຂາດ ບໍ່ໄດ້ ແລະ ທັງແມ່ນພື້ນຖານໃຫ້ແກ່ ການຝຶກຝົນຄຸນສົມບັດ ແລະ ການ ກະທຳຕົວຈິງຂອງພະນັກງານ, ສະ ມາຊິກພັກ. ຄຸນທາດການເມືອງ ບໍ່ສະເພາະແຕ່ສ່ອງແສງເຖິງທັດ ສະນະຫລັກໝັ້ນ ມິດ-ສັດຕູ ທີ່ໜັກ ແໜ້ນເທົ່ານັ້ນ, ແຕ່ມັນຍັງສ່ອງແສງ ເຖິງຄວາມສາມາດໃນການຈັດຕັ້ງ ປະຕິບັດແນວທາງນະໂຍບາຍຂອງ ພັກ. ການຝຶກຝົນຫລໍ່ຫລອມຕົນ ເອງໃຫ້ມີຄຸນສົມບັດທາດແທ້ປະຕິ ວັດແມ່ນມີຄວາມໝາຍສຳຄັນຍິ່ງ ເພາະວ່າ ມີຄຸນທາດການເມືອງດີ ປານໃດ ແລະ ມີລະດັບຄວາມຮູ້ ຄວາມສາມາດສູງປານໃດກໍຕາມ, ແຕ່ຖ້າຂາດຄຸນສົມບັດສິນທຳປະຕິ ວັດແລ້ວ ກໍຖືວ່າບໍ່ອາດນຳໃຊ້ເປັນ ປະໂຫຍດໃຫ້ແກ່ສັງຄົມ ແລະ ປະ ເທດຊາດໄດ້. ຄຸນທາດການເມືອງ ໝາຍເຖິງທັດສະນະຫລັກໝັ້ນຊົນ ຊັ້ນ, ທັດສະນະຫລັກໝັ້ນມິດ-ສັດຕູ ແລະ ຄວາມເດັດດ່ຽວໜຽວແໜ້ນຕໍ່ ອຸດົມການຂອງພັກ ແມ່ນມາດຖານ ແຖວໜ້າ, ແມ່ນຄວາມຮຽກຮ້ອງ ຕ້ອງການອັນພື້ນຖານທີ່ຂາດບໍ່ໄດ້ ແລະ ແມ່ນພື້ນຖານໃຫ້ແກ່ການຝຶກ ຝົນຄຸນສົມບັດ ແລະ ການກະທຳຕົວ ຈິງຂອງສະມາຊິກພັກ-ພະນັກງານ, ຄຸນທາດການເມືອງບໍ່ສະເພາະແຕ່ ສ່ອງແສງເຖິງທັດສະນະຫລັກໝັ້ນ ມິດ ແລະ ສັດຕູເທົ່ານັ້ນ, ແຕ່ຫາກ ຍັງສ່ອງແສງເຖິງຄວາມສາມາດ ໃນການຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍຂອງພັກ ແລະ ລະ ບຽບ, ກົດໝາຍຂອງລັດ, ມັນແມ່ນ ແບບແຜນການເຄື່ອນໄຫວປະຕິບັດ ໜ້າທີ່ວຽກງານປະຈຳວັນ, ດຳລົງ ຊີວິດໃນສັງຄົມ ແລະ ໃນຄອບຄົວ ຂອງພະນັກງານ, ສະມາຊິກພັກ ແຕ່ ລະສະຫາຍ. ໃນສະໄໝຕໍ່ສູ້ກູ້ຊາດ ກໍຄືໃນ ພາລະກິດປ່ຽນແປງໃໝ່ພັກເຮົາ ຍາມໃດກໍໄດ້ຖືເອົາການຍົກສູງຄຸນ ທາດການເມືອງ, ມີຄຸນສົມບັດສິນ ທຳປະຕິວັດຂອງພະນັກງານ, ສະ ມາຊິກພັກໃຫ້ມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສາມາດນຳ ພາໃນການຈັດຕັ້ງປະຕິບັດແນວ ທາງ, ແຜນນະໂຍບາຍຂອງພັກ ແລະ ລະບຽບ, ກົດໝາຍຂອງລັດ ໃຫ້ປາກົດຜົນເປັນຈິງ. ປະທານ ໄກສອນ ພົມວິຫານ ໄດ້ເວົ້າວ່າ: “ຄຸນທາດການເມືອງ, ຄຸນສົມບັດ ສິນທຳປະຕິວັດ ຂອງພະນັກງານ ທຸກພາກສ່ວນໃນພາລະກິດປ່ຽນ ແປງໃໝ່ ແມ່ນປະກອບດ້ວຍຫລັກ ໝັ້ນການເມືອງໜັກແໜ້ນ, ຍຶດໝັ້ນ ຈຸດໝາຍອຸດົມການສັງຄົມນິຍົມ, ຈຳແນກມິດ-ສັດຕູຈະແຈ້ງ ແລະ ເດັດຂາດ, ມີຄວາມຕັ້ງໜ້າຮັບໃຊ້ ປະເທດຊາດ, ຮັບໃຊ້ປະຊາຊົນ, ມີ ຄວາມດຸໝັ່ນ, ປະຢັດມັດທະຍັດຊື່ ສັດບໍລິສຸດ ແລະ ຄຳເວົ້າຕ້ອງໄປ ຄຽງຄູ່ກັັບການກະທຳຕົວຈິງ”. ໃນມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ໄດ້ລະບຸໄວ້ວ່າ: “ພະ ນັກງານເປັນປັດໄຈສຳຄັນ, ຕັດສິນ ຜົນໄດ້-ຜົນເສຍ ຂອງການປະຕິບັດ ແນວທາງແຜນນະໂຍບາຍຂອງ ພັກ ແລະ ວຽກງານພະນັກງານ ແມ່ນຂໍກຸນແຈສຳຄັນໃນຂະບວນວິ ວັດການຈັດຕັ້ງປະຕິບັດບົດບາດ ນຳພາຂອງພັກ ຕໍ່ພາລະກິດປະຕິ ວັດ” ເນື່ອງຈາກວ່າພະນັກງານ ແມ່ນກ້ອນທຶນອັນປະເສີດ, ແມ່ນຜູ້ທີ່ ປະຕິບັດໜ້າທີ່ຮັບໃຊ້ພັກ-ລັດ ແລະ ປະຊາຊົນ, ເປັນຜູ້ນຳເອົາແນວ ທາງ, ແຜນນະໂຍບາຍຂອງພັກ, ກົດໝາຍຂອງລັດ ໄປຈັດຕັ້ງປະຕິ ບັດໃຫ້ເກີດດອກອອກຜົນຕົວຈິງ. ດ້ວຍເຫດນັ້ນ ການຍົກສູງຄຸນທາດ ການເມືອງ ແລະ ຄຸນສົມບັດສິນທຳ ປະຕິວັດໃຫ້ແກ່ພະນັກງານ, ສະມາ ຊິກພັກ ເປັນຄວາມຮຽກຮ້ອງຕ້ອງ ການພາວະວິໄສ ແລະ ເປັນພື້ນຖານ ສຳຄັນຢ່າງຍິ່ງ. ດັ່ງນັ້ນ, ການຍົກສູງຄຸນທາດ ການເມືອງ ແລະ ຄຸນສົມບັດສິນທຳ ປະຕິວັດ ຂອງສະມາຊິກພັກ, ພະ ນັກງານແມ່ນໜ້າທີ່ອັນສຳຄັນ ແລະ ຈຳເປັນສຳລັບການກໍ່ສ້າງພັກ ໃຫ້ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສະ ມາຊິກພັກ-ພະນັກງານແມ່ນຂອດ ຕັດສິນຜົນໄດ້ຜົນເສຍໃນການຈັດ ຕັ້ງປະຕິບັດແນວທາງປ່ຽນແປງ ໃໝ່ຮອບດ້ານ ມີຫລັກການຂອງ ພັກ. ດັ່ງນັ້ນ, ຄະນະພັກທຸກຂັ້ນຕ້ອງ ໄດ້ເອົາໃຈໃສ່ຊຸກຍູ້ໃຫ້ສະມາຊິກ ພັກ-ພະນັກງານຝຶກຝົນຫລໍ່ຫລອມ ຕົນເອງໃຫ້ມີຄຸນທາດການເມືອງ ແລະ ຄຸນສົມບັດສິນທຳປະຕິວັດ ເພື່ອເປັນຜູ້ຈັດຕັ້ງປະຕິບັດແນວ ທາງນະໂຍບາຍຂອງພັກ-ລັດ ໃຫ້ ປາກົດຜົນເປັນຈິງ. ຂປລ. ຕາແສງແມ່ນເຂດການ ປົກຄອງທ້ອງຖິ່ນຂັ້ນລຸ່ມສຸດທີ່ຂຶ້ນ ກັບເມືອງ, ນະຄອນ ປະກອບດ້ວຍ ຫລາຍບ້ານ ເຊິ່ງມີເຂດແດນຕິດ ຈອດກັນ, ການກຳນົດຂອບເຂດ ຂອງຕາແສງ ໄດ້ອີງໃສ່ຄວາມສະ ດວກໃນການເຂົ້າເຖິງການບໍລິ ການຂອງລັດ, ພື້ນຖານໂຄງລ່າງ, ສະພາບພູມສັນຖານ, ຄວາມສະ ດວກໃນການເດີນທາງ ແລະ ອື່ນໆ. ສິ່ງສຳຄັນການສ້າງຕັ້ງຕາແສງ ເພື່ອຮັບປະກັນໃຫ້ປະຊາຊົນ ໄດ້ ເຂົ້າເຖິງການບໍລິການຂອງລັດ ຢ່າງທົ່ວເຖິງ, ສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທຳ. ສຳລັບການ ກຳນົດຂອບເຂດອາດມີຄວາມແຕກ ຕ່າງກັນບົນພື້ນຖານສະພາບຄວາມ ເປັນຈິງຂອງແຕ່ລະທ້ອງຖິ່ນ. ການສ້າງຕັ້ງຕາແສງ ຕ້ອງມີ ຄົບເງື່ອນໄຂຕາມທີ່ໄດ້ກຳນົດໄວ້ ໃນມາດຕາ 60 ຂອງກົດໝາຍ ວ່າດ້ວຍການປົກຄອງທ້ອງຖິ່ນ ສະ ບັບປັບປຸງປີ 2025 ເປັນຕົ້ນ ຕ້ອງ ມີທີ່ຕັ້ງທາງດ້ານພູມສາດທີ່ເໝາະ ສົມແກ່ການປົກຄອງ ແລະ ການສະ ໜອງການບໍລິການຂອງລັດ ໃຫ້ແກ່ ປະຊາຊົນ. ຕາແສງຢູ່ໃນຕົວເມືອງ ຕ້ອງມີພົນລະເມືອງຢ່າງໜ້ອຍ ຂປລ. ປັດຈຸບັນ ແຂວງອັດຕະປື ປະກອບມີ 5 ເມືອງ, ມີ 140 ບ້ານ, ມີ32.257ຄອບຄົວ. ໃນນັ້ນພົ້ນທຸກ ແລ້ວ 29.289 ຄອບຄົວ, ບໍ່ທັນພົ້ນ ທຸກຍັງເຫລືອ 2.968 ຄອບຄົວ, ມີ ບ້ານພົ້ນທຸກແລ້ວ 127 ບ້ານ, ບໍ່ທັນ ພົ້ນທຸກຍັງເຫລືອ 13 ບ້ານ, ເມືອງ ພົ້ນທຸກ 3 ເມືອງ, ບໍ່ທັນພົ້ນທຸກຍັງ ເຫລືອ 2 ເມືອງ, ມີຄອບຄົວພັດທະ ນາ 24.455 ຄອບຄົວ, ບ້ານພັດ ທະນາ 80 ບ້ານ, ບ້ານໃຫຍ່ເປັນຕົວ ເມືອງໃນຊົນນະບົດ 3 ບ້ານ, ເມືອງ ພັດທະນາ 3 ເມືອງ, ທົ່ວແຂວງ ມີ 59 ກຸ່ມ ໃນນັ້ນ, ກຸ່ມປູກຝັງ 23 ກຸ່ມ, ກຸ່ມລ້ຽງສັດ 15 ກຸ່ມ, ກຸ່ມບໍລິການ ກົນຈັກ 2 ກຸ່ມ, ກຸ່ມຂະຫຍາຍພັນ ເຂົ້າ18ກຸ່ມແລະກຸ່ມປຸງແຕ່ງເຫລົ້າ ຂາວ1ກຸ່ມ, ມີ1ສະຫະກອນຄື: ສະ ຫະກອນສະໜາມໄຊ ເຊິ່ງໄດ້ອອກ ໃບອະນຸຍາດ ແລະ ໃບທະບຽນວິສາ ຫະກິດລວມໝູ່, ການສ້າງຄອບຄົວ ຕົວແບບໃນທົ່ວແຂວງ ມີ 7 ບ້ານ, ມີ 97 ຄອບຄົວ (ເມືອງໄຊເສດຖາ) ໃນນີ້, ຄອບຄົວຕົວແບບດ້ານການ ປູກຝັງມີ 30 ຄອບຄົວ ແລະ ຄອບ ຄົວຕົວແບບດ້ານການລ້ຽງສັດມີ 53 ຄອບຄົວ. ທ່ານ ທະນູໄຊ ບັນຊາລິດ ປະ ທານຄະນະກໍາມະການປົກຄອງ ແຂວງອັດຕະປື ລາຍງານຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນແຂວງ ຊຸດທີ I7 ໃນອາທິດຜ່ານມານີ້ວ່າ: ຕະ ຫລອດໄລຍະຜ່ານມາ ອົງການປົກ ຄອງແຂວງອັດຕະປື ໄດ້ຖືສໍາຄັນ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາ ຊົນ, ດ້ວຍການສຸມງົບປະມານການ ລົງທຶນຂອງລັດ, ການປ່ອຍສິນ ເຊື່ອຂອງທະນາຄານນະໂຍບາຍ, ການຊ່ວຍເຫລືອລ້າ, ກູ້ຢືມ, ການ ປະກອບສ່ວນຂອງຜູ້ປະກອບການ ແລະ ຂອງປະຊາຊົນ ເຂົ້າໃສ່ການ ປັບປຸງ ແລະ ກໍ່ສ້າງພື້ນຖານໂຄງ ລ່າງຮັບໃຊ້ການຜະລິດ ແລະ ການ ດໍາລົງຊີວິດຂອງປະຊາຊົນ, ໄປ ພ້ອມກັບການຈັດສັນພູມລໍາເນົາ ແລະ ອາຊີບ, ການປັບປຸງຍົກລະດັບ ຊີວິດການເປັນຢູ່ຂອງປະຊາຊົນ ໃນ ເຂດຊົນນະບົດ, ຫ່າງໄກສອກຫລີກ. ນອກຈາກນັ້ນ, ຍັງໄດ້ສຸມໃສ່ພັດທະ ນາຮອບດ້ານ ຢູ່ບັນດາຈຸດສຸມພັດ ທະນາທີ່ເປັນບຸລິມະສິດ ລະຫວ່າງ ແຂວງ ແລະ ເມືອງ, ລວມທັງຈຸດ ສຸມສ້າງບ້ານໃຫຍ່ເປັນຕົວເມືອງ ນ້ອຍໃນຊົນນະບົດ ມີ 12 ຈຸດສຸມ ໃນ 5 ເມືອງ, ຈຸດສຸມພັດທະນາຊົນ ນະບົດ ແລະ ແກ້ໄຂຄວາມທຸກຍາກ ມີ 3 ເມືອງ, ມີ 4 ຈຸດສຸມ, ຜ່ານການ ຈັດຕັ້ງປະຕິບັດ ສາມາດເຮັດໃຫ້ ຊົນນະບົດຢູ່ໃນແຂວງ ໄດ້ຮັບການ ພັດທະນາດີຂຶ້ນເປັນກ້າວໆ ເປັນຕົ້ນ ພື້ນຖານເສດຖະກິດ-ສັງຄົມ ໄດ້ຮັບ ການພັດທະນາ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບ ການປັບປຸງຍົກລະດັບດີຂຶ້ນ, ພື້ນ ຖານໂຄງລ່າງດ້ານຄົມມະນາຄົມ ກໍຄື ລະບົບສາທາລະນຸປະໂພກ ໄດ້ ຮັບການປັບປຸງ ແລະ ຂະຫຍາຍໄປ ຮອດເຂດຫ່າງໄກສອກຫລີກ, ສ້າງ ເງື່ອນໄຂສະດວກໃຫ້ແກ່ການດໍາ ເນີນການຜະລິດ-ທຸລະກິດ ແລະ ການບໍລິການ, ປະຊາຊົນສາມາດ ເຂົ້າເຖິງການບໍລິການ ດ້ານການ ສຶກສາ, ສາທາລະນະສຸກ, ການບໍລິ ການດ້ານເງິນຝາກ, ສິນເຊື່ອ ແລະ ໄດ້ຮັບໂພຊະນາການຫລາຍຂຶ້ນ. 10.000 ກວ່າຄົນ; ຕາແສງຢູ່ເຂດ ທົ່ງພຽງ, ພູພຽງ ມີພົນລະເມືອງ ຢ່າງໜ້ອຍ 7.000 ຄົນ; ຕາແສງ ຢູ່ເຂດພູດອຍ ມີພົນ ລະເມືອງຢ່າງ ໜ້ອຍ 2.800 ຄົນ ແລະ ຕ້ອງມີ ຢ່າງໜ້ອຍ 3 ບ້ານ ຂຶ້ນໄປ ຈຶ່ງຈະ ສາມາດສ້າງເປັນຕາແສງໄດ້. ສຳ ລັບຕາແສງທີ່ປະກອບມີ 3 ບ້ານ ແມ່ນຕາແສງທີ່ຂຶ້ນກັບເມືອງ, ທີ່ມີ ຈຳນວນບ້ານໜ້ອຍ ທັງເປັນບ້ານ ທີ່ຕັ້ງຢູ່ເຂດຊົນນະບົດຫ່າງໄກ ສອກຫລີກ; ມີພື້ນຖານໂຄງລ່າງ ແລະ ເງ່ືອນໄຂໃນການພັດທະນາ ເສດຖະກິດ-ສັງຄົມ, ໃນກໍລະນີທີ່ ບໍ່ຄົບເງື່ອນໄຂໃນກໍລະນີທີ່ກ່າວ ມາຂ້າງເທິງນັ້ນ, ແຕ່ເຫັນວ່າມີ ຄວາມຈຳເປັນ ໂດຍສະເພາະແມ່ນ ຄວາມຈຳເປັນທາງດ້ານວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ການພັດທະນາເສດຖະກິດສັງຄົມ ແລະ ອື່ນໆ ກໍສາມາດສ້າງ ຕັ້ງສາແສງໄດ້ ແຕ່ຕ້ອງປະຕິບັດ ຕາມຂັ້ນຕອນທີ່ໄດ້ກຳນົດໄວ້. ພ້ອມນັ້ນ, ໂຄງປະກອບກົງ ຈັກຕາແສງ ກຳນົດບໍ່ໃຫ້ເກີນ 5 ໜ່ວຍງານ ເພື່ອປະຕິບັດ 5 ຂົງເຂດ ວຽກງານຄື: 1. ວຽກງານບໍລິຫານ ປົກຄອງ; 2.ວຽກງານພັກ-ອົງການ ຈັດຕັ້ງມະຫາຊົນ;3. ວຽກງານເສດ ຖະກິດ-ການເງິນ; 4. ວຽກງານວັດ ທະນະທຳ-ສັງຄົມ ແລະ 5. ວຽກ ງານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ. ສ່ວນບຸກຄະລາກອນຕາ ແສງ ປະກອບມີ: ປະທານຄະນະ ກຳມະການປົກຄອງຕາແສງ 1 ທ່ານ, ມີຕຳແໜ່ງບໍລິຫານປະເພດ 4 ເທົ່າກັບຫົວໜ້າຫ້ອງການຂັ້ນ ເມືອງ, ທັງເປັນເລຂາຄະນະພັກ ຕາແສງ; ມີຮອງປະທານ ຄະນະ ກຳມະການປົກຄອງຕາແສງ ບໍ່ເກີນ 2 ທ່ານ, ມີຕຳແໜ່ງບໍລິຫານປະ ເພດ 5, ທັງເປັນຮອງເລຂາຄະນະ ພັກ ຫລື ກຳມະການປະຈຳຄະນະ ພັກຕາແສງ; ມີກຳມະການ ທີ່ເປັນ ຫົວໜ້າໜ່ວຍງານ, ໜ່ວຍງານລະ 1 ທ່ານ, ມີຕຳແໜ່ງບໍລິຫານປະ ເພດ 6, ທັງເປັນກຳມະການຄະນະ ພັກຕາແສງ; ມີພະນັກງານຊ່ວຍ ວຽກ 3-5 ທ່ານ. ສະນັ້ນ, ບຸກຄະລາ ກອນທີ່ປະກອບຢູ່ຕາແສງ ລວມທັງ ໝົດບໍ່ເກີນ 13 ທ່ານຕໍ່ຕາແສງ. ໃນ ນັ້ນ, ໃຫ້ມີພະນັກງານ-ລັດຖະກອນ ທີ່ເປັນປະທານ, ຮອງປະທານ ແລະ ຄະນະກຳມະການ ບໍ່ເກີນ 8 ທ່ານ ແລະ ພະນັກງານຊ່ວຍວຽກ ທີ່ບໍ່ ແມ່ນລັດຖະກອນ ບໍ່ເກີນ 5 ທ່ານ. ກໍລະນີທີ່ບໍ່ຄົບຕາມຈຳນວນທີ່ກ່າວ ມາຂ້າງເທິງນັ້ນ ກໍສາມາດສ້າງຕາ ແສງໄດ້, ແຕ່ຕ້ອງມີພະນັກງານລັດຖະກອນທີ່ເປັນປະທານ, ຮອງ ປະທານ ແລະ ກຳມະການຢ່າງ ໜ້ອຍ 6 ທ່ານ ແລະ ພະນັກງານ ຊ່ວຍວຽກບໍ່ໃຫ້ຫລຸດ 3 ທ່ານ.

RkJQdWJsaXNoZXIy MTc3MTYxMQ==