7183.1

gsfdko{dkora fmtok a xtgmf]k; ( 26/12/2025 [= j cdh ; lts]5 [;Pd'koIv[fh ko0v'vq 'dkoxq d7v'c0;' lts;a ootg0f ,v[g'y olt|a [lt|6 o .sh oa ddy ]k c]t 76 /b d0v'c0;' ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ພິທີມອບ ໃບຍ້ອງຍໍ ແລະ ເງິນສະໜັບສະໜູນ ໃຫ້ຄູຝຶກ ແລະ ນັກກິລາ ແຂວງ ສະຫວັນນະເຂດ ທີ່ເຂົ້າຮ່ວມການ ແຂ່ງຂັນໃນງານມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ແລະ ມະຫະ ກຳກິລາຄົນພິການແຫ່ງຊາດ ຄັ້ງ ທີ IV ຢູ່ນະຄອນຫລວງວຽງຈັນ ພາຍຫລັງທີ່ທັບນັກກິລາຂອງແຂວງ ສະຫວັນນະເຂດ ສາມາດຍາດໄດ້ ຫລຽນລາງວັນບັນລຸເກີນຄາດໝາຍ ຈັດຂຶ້ນໃນວັນທີ23ທັນວາ2025ທີ່ ຫໍວັດທະນະທໍາໄກສອນ ພົມວິຫານ ແຂວງສະຫວັນນະເຂດ ໂດຍມີ ທ່ານ ບຸນໂຈມ ອຸບົນປະເສີດ ເລຂາພັກ ແຂວງເຈົ້າແຂວງສະຫວັນນະເຂດ, ມີຄະນະນຳຂອງແຂວງ, ນະຄອນ ໄກສອນ ພົມວິຫານ, ພະແນກການ, ກົມກອງອ້ອມຂ້າງແຂວງ, ຄະນະ ສະຫະພັນກິລາປະເພດຕ່າງໆ ພ້ອມ ດ້ວຍຄະນະຄູຝຶກ ແລະ ນັກກິລາ ຂອງແຂວງເຂົ້າຮ່ວມ. ໂອກາດນີ້, ທ່ານ ສຸກສົມພອນ ອະໂນໄທ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງ ໄດ້ລາຍ ງານຜົນສຳເລັດ ໃນການເຂົ້າຮ່ວມ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ມະຫະກຳກິລາ ຄົນພິການແຫ່ງຊາດ ຄັ້ງທີ IV ທີ່ ນະຄອນຫລວງວຽງຈັນ ຊຶ່ງແຂວງ ສະຫວັນນະເຂດ ໄດ້ສົ່ງນັກກິລາ ເຂົ້າຮ່ວມມະຫະກຳກິລາແຫ່ງຊາດ 26 ປະເພດກິລາ, ຄະນະທີ່ເຂົ້າຮ່ວມ ທັງໝົດມີ 410 ຄົນ ຍິງ 102 ຄົນ ໃນນີ້, ມີຄະນະນຳ 20 ທ່ານ, ກອງ ເລຂາ 25 ທ່ານ, ປະທານສະຫະພັນ ກິລາ 26 ທ່ານ, ຄູຝຶກ 65 ທ່ານ ຍິງ 6 ທ່ານ ແລະ ນັກກິລາ 294 ຄົນ ຍິງ 94 ຄົນ. ສ່ວນການເຂົ້າຮ່ວມ ແຂ່ງຂັນມະຫະກຳກິລາຄົນພິການ ແຫ່ງຊາດ ໂດຍໄດ້ສົ່ງນັກກິລາ 5 ປະເພດເຂົ້າຮ່ວມ ມີ 49 ຄົນ ຍິງ 19 ຄົນ ໃນນີ້, ມີຄະນະນຳ 4 ທ່ານ, ກອງເລຂາ 10 ທ່ານ, ຄູຝຶກ 13 ທ່ານ ແລະ ນັກກິລາ 22 ຄົນ ຍິງ 10 ຄົນ. ຜ່ານການແຂ່ງຂັນມະຫະກຳ ກິລາແຫ່ງຊາດ, ແຂວງສະຫວັນນະ ເຂດ ສາມາດຍາດໄດ້ 41 ຫລຽນ ຄໍາ, 55 ຫລຽນເງິນ ແລະ 55 ຫລຽນທອງ ລວມຫລຽນທັງໝົດ 151 ຫລຽນ ຊຶ່ງຢູ່ໃນອັນດັບທີ 4 ຂອງຕາຕະລາງສະຫລຸບຫລຽນໃນ ທົ່ວປະເທດ ສາມາດເຮັດໄດ້ເກີນ ຄາດໝາຍທີ່ວາງໄວ້ (36 ຫລຽນ ຄໍາ). ສ່ວນງານມະຫະກຳກິລາຄົນ ພິການແຫ່ງຊາດ ສາມາດຍາດໄດ້ 19 ຫລຽນຄໍາ, 6 ຫລຽນເງິນ ແລະ 7 ຫລຽນທອງ ລວມຫລຽນທັງໝົດ g]0kra dc0;'9exkla d goA o 7xo xkdgd;fdk7n o c]t 7Q o7;h k ;y mu ,vfw2c[[.\j ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ໃນວັນທີ 21 ທັນວາ 2025, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານ ງານພັກ ແຂວງຈໍາປາສັກ ພ້ອມ ດ້ວຍຄະນະ ລົງພື້ນທີ່ເພື່ອຢ້ຽມຢາມ ແລະ ມອບເຄື່ອງບັນເທົາທຸກ ໃຫ້ ແກ່ຄອບຄົວປະຊາຊົນທີ່ຖືກໄຟໄໝ້ ເຮືອນ ຢູ່ບ້ານພະບາດ ນະຄອນປາກ ເຊ ແຂວງຈຳປາສັກ ທັງນີ້ກໍເພື່ອ ເປັນການຢ້ຽມຢາມຖາມຂ່າວ, ແບ່ງເບົາຄວາມທຸກໂສກ,ໃຫ້ການ ຊ່ວຍເຫລືອ ແລະ ໃຫ້ກຳລັງໃຈແກ່ ຄອບຄົວທີ່ໄດ້ຮັບຜົນກະທົບໄຟໄໝ້ ເຮືອນໃນຄັ້ງນີ້. ເຫດການໄຟໄໝ້ເຮືອນໄດ້ເກີດ ຂຶ້ນໃນວັນທີ 20 ທັນວາ 2025 ຜ່ານມາ ທີ່ບ້ານພະບາດ ນະຄອນ ປາກເຊ ໂດຍມີເຮືອນປະຊາຊົນ ເສຍຫາຍຈຳນວນ 8 ຫລັງ ໃນນີ້, ເສຍຫາຍໜັກ 6 ຫລັງ, ເສຍຫາຍ ສ່ວນໜຶ່ງ 2 ຫລັງ ລວມມູນຄ່າ ເສຍຫາຍ 7 ຕື້ກວ່າກີບ. ສຳລັບການ ຊ່ວຍເຫລືອເບື້ອງຕົ້ນຄັ້ງນີ້ ມີເງິນ ຄອບຄົວລະ 5 ລ້ານກີບ, ສັງກະສີ ຄອບຄົວລະ 50 ແຜ່ນ, ເຂົ້າສານ ຄອບຄົວລະ 180 ກິໂລ, ມຸ້ງ, ເຕັ້ນ, ສາດ ແລະ ເຄື່ອງໃຊ້ຈຳເປັນອີກຈໍາ ນວນໜຶ່ງລວມມູນຄ່າ 116 ລ້ານ ກ່ວາກີບ. ໂອກາດດັ່ງກ່າວ, ທ່ານ ອາລຸນ ໄຊ ສູນນະລາດ ໄດ້ຊີ້ນຳຄະນະ ກຳມະການປົກຄອງ ນະຄອນປາກ ເຊ (ຄປນ) ສົມທົບ ຄະນະກຳມະ ການໄພພິບັດຂັ້ນແຂວງ ກວດກາຄືນ ວ່າ ບ້ານໃດທີ່ສ່ຽງອັກຄີໄພ ແລະ ມີບັນຫາໃດສ່ຽງ ເພື່ອມີມາດຕະ ການຕົວຈິງ ສະກັດກັ້ນໃຫ້ວ່ອງໄວ va f8txn sk]n Ia [Iv'zq odkoxtg,u o;Pd'ko 3 lh k' ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ກອງປະຊຸມ ປຶກສາຫາລື ເພື່ອຮັບຮອງຜົນການ ປະເມີນການວຽກງານ 3 ສ້າງ ໂດຍສະເພາະ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍ ພັດທະນາ ປະຈໍາປີ 2025 ຈັດຂຶ້ນ ໃນວັນທີ 23 ທັນວາ 2025 ທີ່ສໍາ ນັກງານອົງການປົກຄອງແຂວງ ອັດຕະປື ໂດຍການເປັນປະທານ ຂອງທ່ານ ທະນູໄຊ ບັນຊາລິດ ປະ ທານຄະນະກໍາມະການປົກຄອງ ແຂວງອັດຕະປື, ມີບັນດາປະທານຮອງປະທານຄະນະກໍາມະການ ປົກຄອງເມືອງ ພ້ອມດ້ວຍພະແນກ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ທ່ານ ນາງ ດວງໄຊ ສີວົງສາ ຮອງຫົວໜ້າຄະນະຈັດຕັ້ງແຂວງ ອັດຕະປື ໄດ້ລາຍງານວ່າ: ໃນ ໄລຍະ 1 ປີຜ່ານມາ, ຄະນະພັກ ທຸກຂັ້ນ ໄດ້ຊຸກຍູ້ຂະແໜງການ ກ່ຽວຂ້ອງເຮັດໃຫ້ວຽກງານ 3 ສ້າງ ແລະ ການຈັດຕັ້ງປະຕິບັດຂໍ້ ແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບການພັດທະນາຊົນນະບົດ ລຶບລ້າງຄວາມທຸກຍາກ ຊຶ່ງຜົນ ການປະເມີນ ການສ້າງແຂວງເປັນ ຫົວໜ່ວຍຍຸດທະສາດ ໃນ 7 ດ້ານ, 66 ຕົວຊີ້ບອກ ໃນນີ້, ດ້ານຫົວໜ່ວຍ ຍຸດທະສາດ ດ້ານການກໍ່ສ້າງພັກ ແລະ ພະນັກງານ ມີ 7 ຕົວຊີ້ບອກ, ຂປລ. ແຫລ່ງຂ່າວຈາກແຂວງບໍ່ ແກ້ວ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບ ວຽກງານອົງການປົກຄອງແຂວງບໍ່ ແກ້ວ ໄລຍະ 5 ປີ (2021-2025) ຕິດພັນກັບການສະຫລຸບວຽກງານ ປະຈໍາປີ 2025 ແລະ ວາງທິດທາງ ແຜນການ ປະຈໍາປີ 2026 ຈັດຂຶ້ນ ເມື່ອມໍ່ໆມານີ້ ທີ່ຫ້ອງວ່າການແຂວງ ໂດຍການເປັນປະທານຂອງ ທ່ານ ພົນຈັດຕະວາ ແປ້ນຄ້າ ບຸດຈັນແພງ ເລຂາພັກຄະນະບໍລິຫານງານພັກ ແຂວງບໍ່ແກ້ວ, ມີບັນດາຄະນະປະຈໍາ ພັກແຂວງ, ກໍາມະການພັກແຂວງ, ພະແນກການ, ອົງການ ແລະ ລັດ ວິສາຫະກິດເຂົ້າຮ່ວມ. ທ່ານ ຂັນທອງ ທໍາມະວົງ ຮອງ ປະທານຄະນະອົງການປົກຄອງ ແຂວງບໍ່ແກ້ວ ໄດ້ໃຫ້ຮູ້ວ່າ: ໃນປີ 2025 ໄດ້ປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ຕິດ ພັນກັບການຈັດຕັ້ງປະຕິບັດ ວາລະ ແຫ່ງຊາດວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການ ເງິນ ໄປພ້ອມກັບການຈັດຕັ້ງປະຕິບັດ ການສ້າງເສດຖະກິດ ເອກະລາດ ເປັນ ເຈົ້າຕົນເອງ ເຮັດໃຫ້ເສດຖະກິດຂອງ ແຂວງບໍ່ແກ້ວ ມີການຂະຫຍາຍຕົວ ຄາດວ່າຈະປະຕິບັດໄດ້ເກີນແຜນ ຫລື ຢູ່ໃນລະດັບ 5,7% ລວມຍອດ ຜະລິດຕະພັນພາຍໃນບັນລຸໄດ້ 8.974,81 ຕື້ກີບ ລາຍຮັບສະເລ່ຍ ຕໍ່ຫົວຄົນໄດ້ 19,64 ລ້ານກີບ ຫລື ເທົ່າກັບ1.882,89 ໂດລາສະຫະລັດ ຕໍ່ຄົນຕໍ່ປີທຽບໃສ່ມະຕິສະພາຮັບຮອງ ປະຕິບັດໄດ້ 100% ໃນນີ້, ລວມ ຍອດຜະລິດຕະພັນກະສິກຳ ແລະ ປ່າໄມ້ 4.040,98 ຕື້ກີບ ກວມ 45,03%, ລວມຍອດຜະລິດຕະພັນ ອຸດສາຫະກຳ2.642,79ຕື້ກີບກວມ 29,45%; ລວມຍອດຜະລິດຕະພັນ ການບໍລິການ 1.831,03 ຕື້ກີບ ກວມ 20,40% ແລະ ລວມຍອດ ຜະລິດຕະພັນພາສີ, ອາກອນສຸດທິ 460 ຕື້ກີບ, ເພີ່ມຂຶ້ນ 4,8% ກວມ 5,12%. ສ່ວນການຈັດເກັບລາຍຮັບ ລວມທັງພູດສູນກາງ ແລະ ທ້ອງຖິ່ນ ຮອດວັນທີ 18 ທັນວາ 2025 ປະຕິບັດໄດ້ 840,94 ຕື້ກີບ ເທົ່າກັບ 84,46% ຂອງແຜນການປີ, ລາຍ ຮັບພູດສູນກາງປະຕິບັດໄດ້578,72 ຕື້ກີບ ເທົ່າກັບ 89,21% ຂອງ ແຜນການປີ, ລາຍຮັບພູດທ້ອງຖິ່ນ ປະຕິບັດໄດ້ 262,21 ຕື້ກີບ ເທົ່າກັບ 75,57% ຂອງແຜນການປີ, ດ້ານ ລາຍຈ່າຍປະຕິບັດໄດ້481,27 ຕື້ກີບ ເທົ່າກັບ 85,48% ຂອງແຜນການ ປີ. ພ້ອມນີ້, ສາມາດປ່ອຍສິນເຊື່ອ ເພື່ອກະຕຸ້ນເສດຖະກິດ ໄດ້ທັງໝົດ 479,99 ຕື້ກີບ ທຽບໃສ່ມະຕິສະພາ ປະຕິບັດໄດ້105,10%ແລະ ລະດົມ ເງິນຝາກໄດ້ທັງໝົດ 16.122,79 ຕື້ ກີບ ເທົ່າກັບ 98,14%. ໃນກອງປະຊຸມ ຍັງໄດ້ຜ່ານທິດ ທາງແຜນການ 5 ປີ 2026-2030 ແລະ ທິດທາງແຜນການ 2026 ເພື່ອ ສືບຕໍ່ໃນການພັດທະນາ ພື້ນຖານໂຄງ ລ່າງດ້ານຕ່າງໆຂອງແຂວງ ແລະ ວຽກງານປ້ອງກັນຊາດປ້ອງກັນ ຄວາມສະຫງົບ ແລະ ປະກົດການ ຫຍໍ້ທໍ້ ຢູ່ແຂວງບໍ່ແກ້ວ ໃຫ້ຫລຸດລົງ ຢ່າງຕໍ່ເນື່ອງ ໃຫ້ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍສະຫງົບປອດໄພ. ຂ່າວ: ຄໍາເພັງ ສີສະຫວ່າງ 32 ຫລຽນ ຈັດຢູ່ໃນອັນດັບທີ 3 ຂອງຕາຕະລາງສະຫລຸບຫລຽນ ໃນທົ່ວປະເທດ ຊຶ່ງສາມາດເຮັດ ໄດ້ເກີນຄາດໝາຍທີ່ວາງໄວ້ (10 ຫລຽນຄໍາ). ພ້ອມນີ້, ຍັງໄດ້ມອບເງິນສະໜັບ ສະໜູນນັກກິລາຫລຽນຄຳ ຂອງ ທ່ານເຈົ້າແຂວງສະຫວັນນະເຂດ ໃຫ້ນັກກິລາແຕ່ລະປະເພດ 41 ຫລຽນ, ລວມມູນຄ່າ 410 ລ້ານກີບ (ຫລຽນລະ 10 ລ້ານກີບ) ຊຶ່ງໃຫ້ ກຽດມອບໂດຍ ທ່ານ ບຸນໂຈມ ອຸບົນ ປະເສີດ ພ້ອມທັງຍັງຕາງໜ້າມອບ ໃບຍ້ອງຍໍ ພ້ອມເງິນສະໜັບສະໜູນ ຂອງແຂວງ ໃຫ້ປະເພດກິລາຕ່າງໆ ລວມມູນຄ່າທັງໝົດ 3 ຕື້ກວ່າກີບ ແລະ ຍັງໄດ້ມີການມອບນະໂຍບາຍ ຈຳນວນ 10 ລ້ານກີບ ໃຫ້ ທ້າວ ວົງ ສະກອນ ສະຫວັນ ທີ່ສາມາດຍາດ ອັນດັບທີ 3 ໃນງານແຂ່ງຂັນເຈສ ກີຊີງແຊັມໂລກ ທີ່ຈັດຂຶ້ນຢູ່ປະເທດ ໄທ ແລະ ມອບລໍ້ຍູ້ (ວິວແຊ) ໃຫ້ ນັກກິລາຄົນພິການຂອງແຂວງ ຈຳນວນ 5 ຄັນຕື່ມອີກ. ໃນພິທີ ຍັງ ໄດ້ມອບໃບຍ້ອງຍໍ ໃຫ້ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນ ໃນງານ ແຂ່ງຂັນກິລາແຫ່ງຊາດຄັ້ງນີ້ຕື່ມອີກ ໃນນີ້, ມີໃບຍ້ອງຍໍໃຫ້ນັກກິລາດີເດັ່ນ 193 ຄົນ ຍິງ 95 ຄົນ, ໃບຍ້ອງຍໍ ໃຫ້ຄະນະຊີ້ນຳ ແລະ ກອງເລຂາ 64 ທ່ານ ຍິງ 14 ທ່ານ, ບັນດາຜູ້ ອຸປະຖຳດ້ານວັດຖຸ ແລະ ທຶນຮອນ 30 ກົມກອງ, ບຸກຄົນ 34 ທ່ານ ຍິງ 7 ທ່ານ, ບັນດາຄະນະສະຫະພັນ ກິລາ ແລະ ຄູຝຶກ 136 ທ່ານ ຍິງ 19 ທ່ານ ແລະ ຍັງໄດ້ມອບໃບຊົມເຊີຍ ໃຫ້ກົມກອງ ແລະ ບຸກຄົນດີເດັ່ນທີ່ ປະກອບສ່ວນທຶນຮອນ ໃຫ້ແກ່ນັກ ກິລາຂອງແຂວງນຳອີກ. ໂອການດັ່ງກ່າວ, ທ່ານ ບຸນໂຈມ ອຸບົນປະເສີດ ໄດ້ຕາງໜ້າຄະນະພັກຄະນະນຳຂອງແຂວງກ່າວສະແດງ ຄວາມຊົມເຊີຍຕໍ່ຄະນະຄູຝຶກ ແລະ ທັບນັກກິລາຂອງແຂວງສະຫວັນ ນະເຂດ ທີ່ສາມາດຍາດໄດ້ຜົນງານ ທີ່ຍິ່ງໃຫຍ່ ແລະ ໜ້າຊົມເຊີຍທີ່ສຸດ ໃນງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ແລະ ມະຫະກຳກິລາ ຄົນພິການແຫ່ງຊາດ ຄັ້ງທີ IV ທີ່ນະຄອນຫລວງວຽງຈັນ ອັນ ເປັນການສ້າງຊື່ສຽງແກ່ຊາວ ແຂວງສະຫວັນນະເຂດ ຢ່າງໜ້າ ພາກພູມໃຈ. ພ້ອມນີ້, ໃຫ້ລູກຫລານ ນັກກິລາ ຈົ່ງສືບຕໍ່ພັດທະນາໂຕເອງ ແລະ ຍາດໄດ້ຫລຽນລາງວັນໃຫ້ ຫລາຍກວ່າເກົ່າ ໃນງານມະຫະກຳ ມະກິລາຄັ້ງຕໍ່ໆໄປ. ທັນການ. ພ້ອມທັງໃຫ້ຄົ້ນຄວ້າ ຫາ ວິທີມອດໄຟແບບໃໝ່ ເພື່ອແກ້ໄຂ ເບື້ອງຕົ້ນ ເປັນຕົ້ນ ສ້າງຈຸດນ້ຳ ມອດໄຟສຸກເສີນແບບຊຸມຊົນ ໃຫ້ ເພີ່ມຂຶ້ນ ເພື່ອສະໜອງນໍ້າພຽງພໍ ແລະ ວ່ອງໄວໃນກໍລະນີໄຟໄໝ້. ພ້ອມນີ້ ໃຫ້ຄົ້ນຄວ້າສ້າງກອງອາສາ ສະໝັກ ມອດໄຟຕາມຊຸມຊົນ ເພື່ອ ແກ້ໄຂບັນຫາຊ່ວຍພາກລັດ ໃນ ກໍລະນີໄຟໄໝ້ສຸກເສີນ ແລະ ອື່ນໆ. ໂອກາດນີ້, ແມ່ເຖົ້າຄຳແປງ ຕາງ ໜ້າຄອບຄົວ ໄດ້ກ່າວສະແດງຄວາມ ຮູ້ບຸນຄຸນ ແລະ ຂອບໃຈຢ່າງສູງ ຕໍ່ການນຳພັກ-ລັດ, ແຂວງ ແລະ ນະຄອນ ທີ່ມີຄວາມເປັນຫ່ວງເປັນ ໄຍ ແລະ ໃຫ້ການຊ່ວຍເຫລືອແກ່ ປະຊາຊົນຕະຫລອດມາ ຕາງໜ້າ ຄອບຄົວຖືກໄຟໄໝ້ເຮືອນ ຢືນຢັນວ່າ ພາຍໃຕ້ການນຳພາຂອງຄະນະພັກອົງການປົກຄອງແຕ່ລະຂັ້ນ, ການ ຊ່ວຍເຫລືອສະໜັບສະໜູນ ຈາກທຸກ ພາກສ່ວນໃນສັງຄົມ. ຄວາມອົດທົນ ພະຍາຍາມຂອງພວກຂ້າພະເຈົ້າ ຈະສາມາດສູ້ຊົນຜ່ານຜ່າຄວາມ ຫຍຸ້ງຍາກ ແລະ ຈະສືບຕໍ່ພັດທະນາ ປັບປຸງຊີວິດການເປັນຢູ່ຂອງຕົນໃຫ້ ດີຂຶ້ນໂດຍໄວ. ຂ່າວ: ເກດສະໜາ, ພາບ: ຈັນທະວີສັກ ບັນລຸໄດ້ທັງ 7 ຕົວຊີ້ບອກ; ດ້ານ ຫົວໜ່ວຍຍຸດທະສາດ ດ້ານການ ປົກຄອງ-ບໍລິຫານລັດ ມີ 10 ຕົວ ຊີ້ບອກ, ບັນລຸໄດ້ທັງ 10 ຕົວຊີ້ ບອກ; ດ້ານຫົວໜ່ວຍຍຸດທະສາດ ໃນການຊຸກດັນການຂະຫຍາຍ ຕົວຂອງເສດຖະກິດແຫ່ງຊາດ ມີ 9 ຕົວຊີ້ບອກ, ບັນລຸທັງ 9 ຕົວຊີ້ ບອກ; ຍຸດທະສາດ ແລະ ແຜນພັດ ທະນາເສດຖະກິດຂອງແຂວງ ທີ່ ກົມກຽວກັບຍຸດທະສາດ ແລະ ແຜນ ພັດທະນາຂອງປະເທດ, ສອດຄ່ອງ ກັບຄວາມສາມາດທາງດ້ານງົບ ປະມານ ແລະ ທ່າແຮງບົ່ມຊ້ອນ ຂອງທ້ອງຖິ່ນ ບັນລຸ 90%; ດ້ານ ຫົວໜ່ວຍຍຸດທະສາດດ້ານການ ເງິນຂອງປະເທດ ມີ 6 ຕົວຊີ້ບອກ, ບັນລຸທັງໝົດ 6 ຕົວຊີ້ບອກ; ດ້ານ ຫົວໜ່ວຍຍຸດທະສາດດ້ານການ ຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ ແຫລ່ງຊັບພະຍາກອນທໍາມະຊາດ, ຊັບສິນຂອງລັດ, ພື້ນຖານໂຄງລ່າງ ດ້ານເສດຖະກິດ-ສັງຄົມ, ພື້ນຖານ ວັດຖຸ-ເຕັກນິກ ແລະ ປົກປັກຮັກສາ ສິ່ງແວດລ້ອມ ມີ 13 ຕົວຊີ້ບອກ, ບັນລຸ 10 ຕົວຊີ້ບອກ, ບໍ່ບັນລຸ 3 ຕົວ ຊີ້ບອກ; ດ້ານຫົວໜ່ວຍຍຸດທະສາດ ດ້ານການຄຸຸ້ມຄອງວັດທະນະທໍາ- ສັງຄົມ ແລະ ການພັດທະນາຊັບ ພະຍາກອນມະນຸດ ມີ 16 ຕົວຊີ້ ບອກ, ບັນລຸ 13 ຕົວຊີ້ບອກ, ບໍ່ ບັນລຸ 3 ຕົວຊີ້ບອກ ແລະ ດ້ານຫົວ ໜ່ວຍຍຸດທະສາດ ດ້ານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທີ່ເຂັ້ມ ແຂງ ມີ 5 ຕົວຊີ້ບອກ, ບັນລຸທັງ 5 ຕົວຊີ້ບອກ. ສ່ວນຜົນການປະເມີນການສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ໃນ 5 ດ້ານ, 47 ຕົວຊີ້ບອກ ໃນຈໍານວນ 5 ເມືອງ ສາມາດບັນລຸ 2 ເມືອງ ຄື: ເມືອງສາມັກຄີໄຊ ແລະ ເມືອງໄຊເສດຖາ, ສ່ວນອີກ 3 ເມືອງ ຄື: ເມືອງສະໜາມໄຊ, ເມືອງພູວົງ ແລະ ເມືອງຊານໄຊ ແມ່ນບໍ່ສາມາດ ບັນລຸໄດ້ ແລະ ການສ້າງບ້ານເປັນ ຫົວໜ່ວຍພັດທະນາ ໃນ 140 ບ້ານ, ບັນລຸທັງໝົດ 4 ດ້ານ ມີ 73 ບ້ານ. ໃນກອງປະຊຸມຍັງໄດ້ປຶກສາ ຫາລືຫລາຍບັນຫາສໍາຄັນ ເພື່ອກໍາ ນົດທິດທາງລະອຽດໃນຕໍ່ໜ້າ ເພື່ອ ເຮັດໃຫ້ວຽກງານ ການສ້າງແຂວງ ເປັນຫົວໜ່ວຍຍຸດທະສາດ, ສ້າງ ເມືອງເປັນຫົວໜ່ວຍເຂັ້ມແຂງຮອບ ດ້ານ ແລະ ສ້າງບ້ານເປັນຫົວໜ່ວຍ ພັດທະນາ ຢູ່ແຂວງອັດຕະປື ໄດ້ຮັບ ການຈັດຕັ້ງປະຕິບັດມີຜົນສໍາເລັດ. ຂ່າວ: ໄຊຈະເລີນ

RkJQdWJsaXNoZXIy MTc3MTYxMQ==