glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 26/12/2025 glf4tdy f{la '7q , ໂດຍ: ວັນນະເດດັ ນ xt-k-q o,u lj ;oIj ;,7n sq ;.9le7a o 0v'cs]j 'mj v'mj P;oE8q d8kfgpn j v' g,n v'xkdmk leg]a fdkoles];frq o]tg,n v' c]t muj 16j vkwl ຂປລ. ຫວ່າງບໍ່ດົນມານີ້, ເມືອງ ປາກທາ ແຂວງບໍ່ແກ້ວ ສະຫລຸບ ຖອດຖອນບົດຮຽນຜົນສຳເລັດ ການຈັດຕັ້ງປະຕິບັດການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ໂດຍການເປັນປະທານ ຂອງທ່ານ ບຸນພັດ ສີສົມບັດ ປະ ທານຄະນະກຳມະການປົກຄອງ ເມືອງປາກທາ, ຫົວໜ້າຄະນະຊີ້ ນໍາການເດີນສໍາຫລວດຂັ້ນເມືອງ, ມີບັນດາຄະນະຮັບຜິດຊອບການ ສໍາຫລວດຂັ້ນເມືອງ, ນັກກວດກາ ແລະ ນັກເດີນສໍາຫລວດ ເຂົ້າຮ່ວມ. ເມືອງປາກທາເປັນເມືອງໜຶ່ງ ທີ່ຂຶ້ນກັບແຂວງບໍ່ແກ້ວ, ຕັ້ງຢູ່ ທາງທິດຕາເວັນອອກສ່ຽງໃຕ້ຂອງ ແຂວງ, ທົ່ວເມືອງມີເນື້ອທີ່ 755 ກິໂລຕາແມັດ ເປັນເມືອງພູດອຍ ກວມ 90% ຂອງເນື້ອທີ່ທົ່ວເມືອງ ຊຶ່ງຫ່າງຈາກເທສະບານແຂວງ ປະມານ 47 ກິໂລແມັດ, ການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສ ທົ່ວປະເທດ ຄັ້ງທີ V ປີ 2025 ໂດຍສະເພາະ ຢູ່ເມືອງປາກທາ ມີ ຈຳນວນບ້ານທັງໝົດ 34 ບ້ານ, ແບ່ງອອກເປັນ 18 ເຂດສຳຫລວດ, ມີນັກເດີນສຳຫລວດ ທີ່ລົງສຳ ຫລວດຢູ່ພາກສະໜາມຈຳນວນ 18 ທ່ານ ຍິງ 1 ທ່ານ, ນັກກວດກາ ຈຳນວນ 5 ທ່ານ ຍິງ 1 ທ່ານ ລວມ ທັງໝົດ 23 ທ່ານ ຍິງ 2 ທ່ານ. ຜ່ານ ການຈັດຕັ້ງປະຕິບັດ ມາຮອດວັນທີ 10 ທັນວາ 2025 ການສຳຫລວດ ຢູ່ພາກສະໜາມແມ່ນສຳເລັດຮ້ອຍ ສ່ວນຮ້ອຍໂດຍພື້ນຖານ, ຈຳນວນ ທີ່ຢູ່ອາໄສທີ່ຖືກຈົດນັບ 4.645 ທີ່ ຢູ່ອາໄສ, ຈຳນວນທີ່ຢູ່ອາໄສທີ່ຖືກ ຈົດນັບສຳເລັດ 4.238 ທີ່ຢູ່ອາ ໄສ, ຈຳນວນທີ່ຢູ່ອາໄສທີ່ບໍ່ສາມາດ ຕິດຕໍ່ໄດ້ 1 ທີ່ຢູ່ອາໄສ, ຈຳນວນ ທີ່ຢູ່ອາໄສທີ່ວ່າງເປົ່າ/ຊ່ວງລະດູ ການ/ບໍ່ແມ່ນເປົ້າໝາຍຂອງການ ສຳຫລວດ 402 ທີ່ຢູ່ອາໄສ, ຈຳ ນວນຄົວເຮືອນທີ່ຖືກຈົດນັບ 4.207 ຄົວເຮືອນ. ຈຳນວນປະຊາກອນທີ່ ຖືກຈົດນັບ 20.293 ຄົນ, ຈຳນວນ ເພດຊາຍ 10.229 ຄົນ ເທົ່າກັບ 50,40%,ຈຳນວນເພດຍິງ10.109 ຄົນ ເທົ່າກັບ 49,81%, ຄົວເຮືອນ ລວມໝູ່ທີ່ຖືກຈົດນັບ 57 ຄົວເຮືອນ, ປະຊາກອນຂອງຄົວເຮືອນລວມໝູ່ ທີ່ຖືກຈົດນັບ 203 ຄົນ, ເພດຊາຍ 180 ຄົນເທົ່າກັບ 88,67%, ເພດ ຍິງ 14 ຄົນເທົ່າກັບ 6,89%. ໃນກອງປະຊຸມບັນດາຜູ້ເຂົ້າ ຮ່ວມຍັງໄດ້ປະກອບຄຳຄິດຄຳເຫັນ ແລກປ່ຽນຖອດຖອນບົດຮຽນໃນ ການຈັດຕັ້ງປະຕິບັດວຽກງານ ໃນໄລຍະຜ່ານມາ ຢ່າງກົງໄປກົງ ມາ ເພື່ອຊອກຫາດ້ານດີຜົນງານ, ດ້ານອ່ອນຂໍ້ຄົງຄ້າງ ແລະ ວິທີປັບ ປຸງແກ້ໄຂ ທັງເປັນບ່ອນອີງໃນການ ຈັດຕັ້ງປະຕິບັດໃນຕໍ່ໜ້າ ໃຫ້ດີຂຶ້ນ ກວ່າເກົ່າ. ໂອກາດດັ່ງກ່າວ, ທ່ານ ບຸນພັດ ສີສົມບັດ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ກັບຜົນສຳເລັດໃນການ ຈັດຕັ້ງປະຕິບັດວຽກງານສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຂອງ ຄະນະຮັບຜິດຊອບ ພ້ອມທັງຮຽກ ຮ້ອງໃຫ້ຄະນະຮັບຜິດຊອບ ສືບຕໍ່ ສັງລວມໃຫ້ໄດ້ບັນດານິຕິກຳທີ່ ກ່ຽວພັນກັບວຽກງານດັ່ງກ່າວ, ສະ ຫລຸບລາຍງານຕີລາຄາໃຫ້ເຫັນໄດ້ ບົດຮຽນຂໍ້ຄົງຄ້າງ, ດ້ານດີ, ດ້ານ ອ່ອນ ແລະ ວິທີປັບປຸງແກ້ໄຂໃນຕໍ່ ໜ້າ ພ້ອມທັງກ່າວປິດການຈັດຕັ້ງ ປະຕິບັດບັ້ນສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຢູ່ເມືອງປາກທາ ແຂວງບໍ່ແກ້ວ ຢ່າງເປັນທາງການ. ຂປລ. ສະຖານທີ່ທ່ອງທ່ຽວ ນໍ້າຕົກຕາດເຍື່ອງ ເປັນອີກໜຶ່ງນໍ້າ ຕົກຕາດທີ່ສວຍງາມຂອງແຂວງ ຈໍາປາສັກ ທີ່ສາມາດດຶງດູດນັກ ທ່ອງທ່ຽວເຂົ້າມາທ່ຽວຊົມໄດ້ຢ່າງ ຫລວງຫລາຍ, ດ້ວຍບັນຍາກາດ ທີ່ສວຍງາມເປັນເອກະລັກຂອງ ສາຍນໍ້າຕົກທີ່ໄຫລຈາກເທິງພູສູ່ ໜ້າຜາສູງປະມານ 80 ແມັດ ລົງສູ່ ເບື້ອງລຸ່ມອັນເຮັດໃຫ້ນໍ້າຕົກກະທົບ ໃສ່ກັນແຕກກະຈາຍເປັນລະອອງ ນ້ຳປິວທ່ົວບໍລິເວນໃນທ່າມກາງບັນ ຍາກາດທີ່ຮົ່ມເຢັນຈາກເງົາຕົ້ນໄມ້ ໃຫຍ່ປະສົມປະສານກົມກືນເຂົ້າກັບ ໂງ່ນຫີນສີດຳເຂ້ັມທີ່ກາຍເປັນຈຸດ ຖ່າຍຮູບທີ່ດຶງດູດນັກທ່ອງທ່ອງໄດ້ ເປັນຢ່າງດີ. ນໍ້າຕົກຕາດເຍື່ອງມີຄວາມໂດດ ເດັ່ນເລື່ອງຄວາມສວຍງາມ ແລະ ສິ່ງອໍານວຍຄວາມສະດວກຕ່າງໆ ໃຫ້ແກ່ນັກທ່ອງທ່ຽວ, ຄຽງຄູ່ກັນ ນັ້ນກໍໄດ້ຊຸກຍູ້ສົ່ງເສີມປະຊາຊົນ ທ້ອງຖິ່ນ ກໍຄື ປະຊາຊົນ ບ້ານຫລັກ 40 ແລະ ບ້ານອ້ອມຂ້າງ ທີ່ຕິດກັບ ການຜະລິດຂອງກາເຟລາວ ແລະ ສາມາດຊື້ເປັນຂອງຝາກຂອງຕ້ອນ ສໍາລັບຄົນທີ່ມີຄວາມສົນໃຈ. ທັງ ນີ້, ກໍເພື່ອແນໃສ່ສ້າງລາຍໄດ້ເພີ່ມ ໃຫ້ປະຊາຊົນໃນທ້ອງຖິ່ນ, ທັງເປັນ ການຊຸກຍູ້ສົ່ງເສີມການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມ. ສະ ນັ້ນ, ຈຶ່ງເຮັດໃຫ້ສະຖານທີ່ທ່ອງ ທ່ຽວນໍ້າຕົກຕາດເຍື່ອງ ໄດ້ຮັບລາງ ວັນມາດຕະຖານການທ່ອງທ່ຽວ ປະຊາຊົນມີສ່ວນຮ່ວມອາຊຽນ ປີ 2023-2025 ທີ່ເມືອງຢ໋ອກຢາ ກາຕ້າ, ປະເທດອິນໂດເນເຊຍ. ທ່ານ ນາງ ສອນທິດາ ອຸນາພົມ ປະທານບໍລິສັດ ພັດທະນາແຫລ່ງ ທ່ອງທ່ຽວ ນໍ້າຕົກຕາດເຍືອງ ຫລັກ 40 ເມືອງປາກຊ່ອງ ໃຫ້ສຳພາດ ເມື່ອບໍ່ດົນນີ້ວ່າ: ມາຮອດປັດຈຸບັນ ກິດຈະກຳຂອງແຫລ່ງທ່ອງທ່ຽວ ນອກຈາກບັນດາທ່ານ ຈະໄດ້ເຫັນ ນ້ຳຕົກທີ່ສວຍສົດງົດງາມແລ້ວ, ບັນ ດາທ່ານຍັງຈະໄດ້ເຫັນປະຊາຊົນ ບັນດາເຜົ່າມີຄວາມຫ້າວຫັນ, ດຸ ໝັ່ນ ໃນລະດູເກັບກ່ຽວກາເຟ, ຊາ, ປູກພືດຜັກປອດສານພິດ ເພື່ອນຳ ມາສະໜອງໃຫ້ກັບສະຖານທີ່ທ່ອງ ທ່ຽວນໍ້າຕົກຕາດເຍືອງ ໂດຍໄດ້ຕັ້ງ ເປັນກຸ່ມຜູ້ຜະລິດ, ພ້ອມນັ້ນຍັງໄດ້ ຊຸກຍູ້ສົ່ງເສີມປະຊາຊົນທີ່ເຮັດຫັດ ຖະກຳຈັກສານ, ຕ່ຳແຜ່ນແພ ນຳ ເອົາຜະລິດຕະພັນດັ່ງກ່າວເຂົ້າມາ ວາງຂາຍໃນສະຖານທີ່ທ່ອງທ່ຽວ ແຫ່ງນີ້ ທັງນີ້ກໍເພື່ອໃຫ້ນັກທ່ອງ ທ່ຽວທີ່ເຂົ້າມາໄດ້ເຫັນ, ໄດ້ສຳຜັດ ເຖິງວັດທະນະທຳ, ຮີດຄອງປະເພ ນີອັນດີງາມຂອງປະຊາຊົນລາວ ບັນດາເຜົ່າ ບໍ່ວ່າຈະເປັນການນຸ່ງຖື, ການປາກເວົ້າ, ອາຫານທີ່ເປັນເອ ກະລັກສະເພາະ ຂອງແຕ່ລະທ້ອງ ຖິ່ນ ແລະ ອື່ນໆ. ສິ່ງທີ່ກ່າວມາຂ້າງ ເທິງນັ້ນກໍເພື່ອແນໃສ່ສ້າງລາຍໄດ້ ເພີ່ມໃຫ້ປະຊາຊົນໃນທ້ອງຖິ່ນ, ທັງ ເປັນການຊຸກຍູ້ສົ່ງເສີມການທ່ອງ ທ່ຽວແບບປະຊາຊົນມີສ່ວນຮ່ວມ ນັ້ນຄືຫົວໃຈສໍາຄັນຂອງສະຖານທີ່ ທ່ອງທ່ຽວເຮົາ. ສະນັ້ນ, ສະຖານທີ່ ທ່ອງທ່ຽວນ້ຳຕົກຕາດເຍືອງ ຈຶ່ງໄດ້ ຮັບລາງວັນມາດຕະຖານການທ່ອງ ທ່ຽວປະຊາຊົນມີສ່ວນຮ່ວມອາ ຊຽນ ປີ 2023-2025 ຈັດຂຶ້ນໃນ ໂອກາດມະຫະກໍາການທ່ອງທ່ຽວ ອາຊຽນ ປະຈຳປີ 2023 ທີ່ເມືອງ ຢ໋ອກຢາກາຕ້າ, ປະເທດອິນໂດເນ ເຊຍ ເຊິ່ງລວມມີ 4 ມາດຕະຖານ ຄື: ມາດຕະຖານເຮືອນພັກແຮມອາ ຊຽນ, ມາດຕະຖານການທ່ອງທ່ຽວ ແບບປະຊາຊົນມີສ່ວນຮ່ວມອາ ຊຽນ, ມາດຕະຖານການບໍລິການ ສະປາອາຊຽນ ແລະ ມາດຕະຖານ ຫ້ອງນໍ້າສາທາລະນະອາຊຽນ ເຊິ່ງ ແຕ່ລະມາດຕະຖານຈະໄດ້ຮັບລາງ ວັນປະເທດລະ 5 ລາງວັນ. ໃນ ນັ້ນ, ແຫລ່ງທ່ອງທ່ຽວ ນໍ້າຕົກຕາດ ເຍືອງ ເມືອງປາກຊ່ອງ ແຂວງຈຳ ປາສັກ ແມ່ນ 1 ໃນ 5 ເປົ້າໝາຍ ທີ່ ໄດ້ຮັບລາງວັນມາດຕະຖານການ ທ່ອງທ່ຽວແບບປະຊາຊົນມີສ່ວນ ຮ່ວມອາຊຽນ. ສຳລັບມາດຕະຖານ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມອາຊຽນ ເລີ່ມຈັດຕັ້ງ ປະຕິບັດ ແລະ ມອບລາງວັນມາແຕ່ ປີ 2018 ຈຸດປະສົງ ເພື່ອຊຸກຍູ້ ແລະ ຍ້ອງຍໍບັນດາຜູ້ປະກອບກິດຈະກໍາ ການທ່ອງທ່ຽວແບບປະຊາຊົນມີ ສ່ວນຮ່ວມ ໂດຍສະເພາະປະຊາຊົນ ບ້ານເປົ້າໝາຍທີ່ໃຫ້ການບໍລິການ, ພາກສ່ວນກ່ຽວຂ້ອງຂອງລັດ ແລະ ເອກະຊົນ ຢູ່ບັນດາປະເທດສະມາ ຊິກອາຊຽນ ທີ່ໄດ້ເຄື່ອນໄຫວສົ່ງ ເສີມວຽກງານດັ່ງກ່າວຢ່າງມີຜົນ ງານໃນໄລຍະຜ່ານມາ ເພື່ອໃຫ້ຜູ້ ປະກອບການເຫລົ່ານັ້ນໄດ້ມີສ່ວນ ຮ່ວມໃນການປົກປັກຮັກສາສິ່ງ ແວດລ້ອມ, ທຳມະຊາດ, ວັດທະນະ ທຳ ແລະ ຊັບພະຍາກອນການທ່ອງ ທ່ຽວທາງປະຫວັດສາດ, ນໍາໃຊ້ຜະ ລິດຕະພັນທີ່ເປັນມິດກັບສິ່ງແວດ ລ້ອມ ແລະ ທັງເປັນສ້າງວຽກເຮັດ ງານທຳ ໃຫ້ແກ່ປະຊາຊົນໃນພື້ນທີ່ ກິດຈະກໍາການທ່ອງທ່ຽວແບບປະ ຊາຊົນມີສ່ວນຮ່ວມ. ພ້ອມກັນນີ້, ກໍສາມາດນໍາໃຊ້ຜົນຂອງການປະ ເມີນ ເປັນເຄື່ອງວັດແທກ, ສະທ້ອນ ຜົນການຈັດຕັ້ງປະຕິບັດຂອງຕົນ ແລະ ເປັນບ່ອນອີງໃນການກໍານົດ ທິດທາງແຜນການຕໍ່ໜ້າ ແລະ ເຫັນ ໄດ້ບັນຫາຂໍ້ຄົງຄ້າງທີ່ຕ້ອງໄດ້ສືບຕໍ່ ປັບປຸງ . ທ່ານ ນາງ ສອນທິດາ ເວົ້າ ເສີມວ່າ: ເພື່ອເປັນການຮັກສາມາດ ຕະຖານ ແລະ ດຶງດູດນັກທ່ອງທ່ຽວ ເຂົ້າມາໃຫ້ຫລາຍຂຶ້ນໃນປີ2026ກໍ ມີແຜນຊຸກຍູ້-ສົ່ງເສີມໃຫ້ປະຊາຊົນ ເຮັດກິດຈະກໍາຂົ້ວຊາ ແລະ ຂົ້ວກາ ເຟ ຂອງສວນຕົນເອງຢູ່ໃນແຫລ່ງ ທ່ອງທ່ຽວ ໂດຍຈັດສັນໜຶ່ງອາທິດ 20 ຄອບຄົວ, ໃນ 7 ເຕົາມາຢືນຂົ້ວ ຊາ ໃຫ້ນັກທ່ອງທ່ຽວໄດ້ຊິມ ແລະ ໄດ້ເຫັນຂັ້ນຕອນ, ກໍາມະວິທີໃນ ການຂົ້ວ, ການປຸງແຕ່ງ ແລ້ວມາ ຊິມຊາ. ພ້ອມດຽວກັນ, ກໍເກັບໃບ ຊາສົດໄປສົ່ງຂາຍບັນດາໂຮງງານ ທີ່ຜະລິດຈໍານວນຫລາຍ ເພື່ອເຮັດ ໃຫ້ເຂົາເຈົ້າມີລາຍຮັບເພີ່ມ ນອກ ຈາກການເກັບຍອດຊາໄປຂາຍ ແລ້ວ ຍັງມີຫລາຍກິດຈະກໍາເພື່ອ ໃຫ້ນັກທ່ອງທ່ຽວໄປຍ່າງເລາະຊົມ ສວນທີ່ປະຊາຊົນປູກຕື່ມອີກ. ສະຖານທີ່ທ່ອງທ່ຽວ ເຮັດກະສິກຳ ແບບປະສົບປະສານ, ປູກພືດຜັກ ປອດສານພິດ ທີ່ມີຕະຫລາດຮອງ ຮັບທີ່ໝັ້ນຄົງຄືສະໜອງສິນຄ້າໃຫ້ ຕາດເຍືອງ ໂດຍໄດ້ຕັ້ງເປັນກຸ່ມຜູ້ ຜະລິດ, ພ້ອມທັງຊຸກຍູ້ສົ່ງເສີມປະ ຊາຊົນຜະລິດຫັດຖະກຳຈັກສານ, ຕ່ຳແຜ່ນແພ ນຳມາຂາຍໃນສະຖານ ທີ່ທ່ອງທ່ຽວແຫ່ງນີ້. ນອກຈາກນີ້ ໃນປີ 2026 ທີ່ຈະມາເຖິງນີ້ ຈະສົ່ງ ເສີມປະຊາຊົນທີ່ເຮັດສວນສວນຊາ, ກາເຟ ນຳເອົາສິນຄ້າດັ່ງກ່າວເຂົ້າ ມາຂົ້ວໃນສະຖານທີ່ທ່ອງທ່ຽວ ເພື່ອ ໃຫ້ນັກທ່ອງທ່ຽວໄດ້ເຫັນຂັ້ນຕອນ
RkJQdWJsaXNoZXIy MTc3MTYxMQ==