26/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ເຜີຍແຜ່ການຈັດຕັ້ງປະຕິບັດ...ີ່ັັ້ິັ ເຜີຍແຜ່ວຽກງານສະຫະກອນ...ີ່ ບຸນກິນຈຽງ...ຸິ ສ້າງຄວາມເຂັ້ມແຂງ...້ັ້ ຫ້ອງສຶກສາ ຮວຜທ...້ຶ ສມປຊ... ເພື່ອຮັບປະກັນຜົນປະໂຫຍດສູງສຸດ ຂອງປະເທດຊາດ ແລະ ປະຊາຊົນ. ໃນບົດລາຍງານຜົນການຄົ້ນ ຄວ້າຫົວຂໍ້ທີ 1: “ການຄຸ້ມຄອງ ການຈັດສັນທີ່ດິນ ເ ພື່ອແກ້ໄ ຂ ຄວາມທຸກຍາກ” ນຳສະເໜີໂດຍ ທ່ານ ລີວາເມັງ ລີບົວປາວ ແລະ ທ່ານ ນາງ ບຸນມີ ຈຸນລະຈັກ ຮອງ ຫົວໜ້າ ສມປຊ ໄດ້ຍົກໃຫ້ເຫັນວ່າ: ຕະຫລອດໄລຍະ 30 ປີຜ່ານມາ, ພັກ-ລັດ ໄດ້ມີຄວາມພະຍາຍາມ ໃນການມອບດິນ-ມອບປ່າ ແລະ ອອກໃບຕາດິນໃຫ້ປະຊາຊົນ ເພື່ອ ເປັນພາຫະນະການຜະລິດທີ່ໝັ້ນຄົງ. ເຖິງຢ່າງໃດກໍຕາມ, ຜົນການສຶກສາ ພົບວ່າຍັງມີສິ່ງທ້າທາຍຫລາຍດ້ານ ເຊັ່ນ: ການຈັດສັນທີ່ດິນຂັ້ນເມືອງ ແລະ ຂັ້ນບ້ານຍັງບໍ່ທັນສຳເລັດ ທົ່ວປະເທດ (ຍັງຄ້າງ 98 ເມືອງ ແລະ 5.000 ກວ່າບ້ານ), ລະບົບ ຖານຂໍ້ມູນທີ່ດິນຍັງບໍ່ທັນທັນສະ ໄໝ ແລະ ເຊື່ອມໂຍງກັນ, ລວມ ໄປເຖິງປະກົດການຫຍໍ້ທໍ້ໃນການ ບຸກລຸກຈັບຈອງທີ່ດິນລັດ ແລະ ເຂດ ຫວງຫ້າມ. ຄະນະຄົ້ນຄວ້າໄດ້ສະເໜີທິດ ທາງແກ້ໄຂທາງດ້ານການເມືອງ ແລະ ນະໂຍບາຍໂດຍເນັ້ນໜັກໃຫ້ ລັດຖະບານ ແລະ ອົງການປົກຄອງ ທ້ອງຖິ່ນຕ້ອງເລັ່ງລັດການຂຶ້ນທະ ບຽນອອກໃບຕາດິນໃຫ້ສຳເລັດພາຍ ໃນປີ 2030 ໂດຍສະເພາະໃນເຂດ ຈຸດສຸມພັດທະນາ ແລະ ເຂດທີ່ດິນ ປ່າໄມ້ ຕາມມະຕິເລກທີ 57 ຂອງ ຄະນະປະຈຳສະພາແຫ່ງຊາດ. ການ ຈັດສັນທີ່ດິນຕ້ອງຕິດພັນກັບການ ສ້າງອາຊີບຄົງທີ່, ການເຂົ້າເຖິງ ແຫລ່ງທຶນ ແລະ ຕະຫລາດ ເພື່ອຮັບ ປະກັນວ່າປະຊາຊົນສາມາດນຳໃຊ້ ທີ່ດິນດັ່ງກ່າວສ້າງລາຍຮັບ ແລະ ຫລຸດພົ້ນອອກຈາກຄວາມທຸກຍາກ ໄດ້ຢ່າງແທ້ຈິງ, ຫລີກລ່ຽງການ ຈັດສັນແລ້ວປະຊາຊົນບໍ່ມີບ່ອນທຳ ມາຫາກິນຈົນຕ້ອງກັບຄືນໄປບຸກ ເມືອງໂພນໂຮງ ແຂວງວຽງຈັນ ປະ ຈໍາປີ 2025 ໄດ້ຈັດຂຶ້ນ ໃນວັນທີ 23 ທັນວາ 2025 ດ້ວຍບັນຍາກາດທີ່ ຄຶກຄື້ນມ່ວນຊື່ນໂດຍມີທ່ານ ຈະເລີນ ເຍຍປາວເຮີ ຮອງປະທານສະພາ ແຫ່ງຊາດ,ທ່ານມອນໄຊລາວມົວຊົ່ງ ຮອງປະທານສູນກາງແນວລາວ ສ້າງຊາດ (ສນຊ); ທ່ານ ສົມປະສົງ ສຸວົງຄໍາຈັນ ຮອງປະທານຄະນະ ກຳມະການປົກຄອງແຂວງວຽງ ຈັນ, ເລຂາຄະນະບໍລິຫານງານພັກ ເມືອງໂພນໂຮງ, ມີບັນດາການນຳ ຂັ້ນແຂວງ-ຂັ້ນເມືອງ, ເຈົ້າກົກເຈົ້າເຫລົ່າ, ຫົວໜ້າຊິ່ງຊາວ ແລະ ປະຊາຊົນບັນດາເຜົ່າ 11 ບ້ານ ພາຍ ໃນເມືອງເຂົ້າຮ່ວມ. ໃນພິທີ, ທ່ານ ຈັນເພັງ ຊົ່ງ ກຳມະການແນວລາວສ້າງຊາດ ແຂວງວຽງຈັນ ໄດ້ລາຍງານກ່ຽວ ກັບຄວາມເປັນມາຂອງບຸນກິນຈຽງ (ນໍເປເຈົ່າ) ຊົນເຜົ່າມົ້ງ ໂດຍປະ ຕິບັດຕາມຮີດຄອງປະເພນີຂອງ ຊົນເຜົ່າມົ້ງ ຊຶ່ງໄດ້ຈັດຂຶ້ນທຸກໆປີ ທີ່ໄດ້ສືບທອດກັນມາແຕ່ດົນນານ ແລ້ວເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນຮັບປີໃໝ່, ເປັນການຕີລາຄາ ຜົນສໍາເລັດແຫ່ງການເກັບກູ້ຜະລິດ ຜົນລະປູກ, ຊົນເຜົ່າມົ້ງໄດ້ມີວັດທະ ນະທໍາ-ຮີດຄອງປະເພນີອັນດີງາມ ທີ່ເປັນເອກະລັກຂອງເຜົ່າ, ມີມູນເຊື້ອ ຕໍ່ສູ້ພິລະອາດຫານບໍ່ຍອມຈໍານົນ, ມີ ແລະ ພາກທຸລະກິດກໍສາມາດນຳ ໄປຄົ້ນຄວ້າປັບປຸງຄຸນນະພາບຂອງ ຜະລິດຕະພັນຂອງຕົນຕາມຄວາມ ເໝາະສົມ ເພື່ອເຮັດໃຫ້ຂະແໜງການ ທ່ອງທ່ຽວໄດ້ຮັບການປັບປຸງ ແລະ ມີມາດຕະຖານທີ່ດີເທື່ອລະກ້າວ. ທ່ານດາລານີພົມມະວົງສາຮອງ ລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ ໄດ້ຍົກໃຫ້ ເຫັນຄວາມສຳຄັນຂອງວຽກງານ ມາດຕະຖານການທ່ອງທ່ຽວຕໍ່ ການພັດທະນາອຸດສາຫະກຳການ ທ່ອງທ່ຽວ ຊຶ່ງມາດຕະຖານການ ທ່ອງທ່ຽວຊ່ວຍສ້າງຄວາມໝັ້ນໃຈ ແກ່ນັກທ່ອງທ່ຽວໃນດ້ານຄວາມ ປອດໄພ, ຄວາມສະດວກສະບາຍ, ສ້າງຄວາມເຊື່ອໝັ້ນຕໍ່ຄຸນນະພາບ ຂອງຜະລິດຕະພັນທັງເປັນການ ຊ່ວຍປົກປ້ອງສິດທິຂອງຜູ້ບໍລິໂພກ; ມາດຕະຖານການທ່ອງທ່ຽວໄດ້ ຊ່ວຍຍົກສູງຄຸນນະພາບການບໍລິ ການເນື່ອງຈາກໄດ້ກຳນົດແນວ ທາງການບໍລິການທີ່ຊັດເຈນ, ກໍາ ນົດມາດຕະຖານຂອງພະນັກງານ ຜູ້ໃຫ້ບໍລິການທັງຊ່ວຍເພີ່ມປະສົບ ການໃໝ່ໃຫ້ແກ່ນັກທ່ອງທ່ຽວ; ມາດຕະຖານການທ່ອງທ່ຽວໄດ້ສົ່ງ ເສີມນະໂຍບາຍການທ່ອງທ່ຽວ ແບບຍືນຍົງຊ່ວຍປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ ວັດທະນະທຳຫລຸດຜ່ອນຜົນກະ ທົບດ້ານລົບຕໍ່ສິ່ງແວດລ້ອມ, ທັງ ສົ່ງເສີມການມີສ່ວນຮ່ວມຂອງຊຸມ ຊົນ; ມາດຕະຖານການທ່ອງທ່ຽວ ຊ່ວຍກະຕຸ້ນເສດຖະກິດ ເພື່ອການ ບໍລິການມີມາດຕະຖານສູງຂຶ້ນ, ມູນ ທີ່ຖືກຕ້ອງແກ່ສັງຄົມຂຶ້ນວັນທີ 24 ທັນວາ 2025 ໂດຍການເປັນ ປະທານຂອງທ່ານ ແກ້ວວິສຸກ ໂສລະພົມ ຮອງລັດຖະມົນຕີກະ ຊວງເຕັກໂນໂລຊີ ແລະ ການສື່ ສານ, ພ້ອມດ້ວຍຄະນະກໍາມະການ ຄຸ້ມຄອງອິນເຕີເນັດຂັ້ນແຂວງ/ ນະຄອນຫລວງ ໃນຂອບເຂດທົ່ວ ປະເທດເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ນັກສຳ ມະນາກອນຈະໄດ້ມີການແລກປ່ຽນ ບົດຮຽນເຊິ່ງກັນ ແລະ ກັນ ໃນຫົວຂໍ້ ພາລະບົດບາດຂອງຄະນະກໍາມະ ການຄຸ້ມຄອງອິນເຕີເນັດແຫ່ງຊາດ ແລະ ວຽກງານການຄຸ້ມຄອງຂໍ້ມູນ ຂ່າວສານຜ່ານອິນເຕີເນັດ; ເນື້ອ ໃນຂ່າວ ແລະ ຂັ້ນຕອນຖະແຫລງ ຂ່າວ; ການຕອບຕ້ານກົນອຸບາຍ ຂອງກຸ່ມຄົນບໍ່ດີ; ການໃຫ້ຄວາມຮູ້ ກ່ຽວກັບການກວດສອບຂ່າວປອມ ແລະ ຂັ້ນຕອນການແຈ້ງຄວາມ; ການຄົ້ນຫາຂໍ້ມູນ ແລະ ແກ້ໄຂ ບັນຫາທາງສື່ອອນລາຍທັງນີ້ກໍ ເພື່ອແນໃສ່ສ້າງຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ສຳມະນາກອນຫລາຍຂຶ້ນ ພ້ອມທັງຈະຊ່ວຍເປັນກຳລັງແຮງ ໃນວຽກງານການຄຸ້ມຄອງອິນເຕີ ເນັດຂອງຊາດເຮົາໃຫ້ເຂັ້ມແຂງຂຶ້ນ ເປັນກ້າວໆ. ໃນໂອກາດນີ້, ທ່ານ ແກ້ວວິສຸກ ໂສລະພົມ ໄດ້ກ່າວວ່າ: ປັດຈຸບັນ ສື່ສັງຄົມອອນລາຍໄດ້ເຕີບໃຫຍ່ ໜ້າຈາກພະແນກກະສິກຳ ແລະ ສິ່ງ ແວດລ້ອມ, ຂະແໜງສ່ວຍສາອາ ກອນ17ແຂວງ, 1ນະຄອນຫລວງ, ຄະນະວິຊາການຈາກອົງການສະ ຫະພັນສະຫະກອນປະເທດເຢຍລະ ມັນ ປະຈໍາ ສປປ ລາວ, ສະຫະກອນ ກະສິກຳ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນກອງປະຊຸມ, ໄດ້ເຜີຍແຜ່ ແລະ ຝຶກອົບຮົມກ່ຽວກັບການຈັດຕັ້ງ ປະຕິບັດວຽກງານສະຫະກອນ ແລະ ການຂຶ້ນທະບຽນສະຫະກອນໃຫ້ ແກ່ຂະແໜງການທີ່ກ່ຽວຂ້ອງ ເພື່ອ ຮັບປະກັນໃຫ້ໄດ້ຮັບໝາກຜົນທົ່ວ ປະເທດໄປໃນລວງດຽວກັນໃນ ການຜັນຂະຫຍາຍ, ການຈັດຕັ້ງ ປະຕິບັດວຽກງານສະຫະກອນໃນ ຂອບເຂດທົ່ວປະເທດ. ພ້ອມນີ້, ຍັງໄດ້ຮັບຟັງເຜີຍແຜ່ການຜັນຂະ ຫຍາຍກົດໝາຍວ່າດ້ວຍສະຫະກອນ ສະບັບເລກທີ 54/ສພຊ, ເພື່ອຮັບ ປະກັນການຂຶ້ນທະບຽນສະຫະກອນ ຂອງທຸກປະເພດສະຫະກອນໃຫ້ ຖືກຕ້ອງຕາມກົດໝາຍ, ປັດຈຸບັນ ສປປ ລາວ ມີສະຫະກອນທັງໝົດ 81 ສະຫະກອນ. ໃນນັ້ນ, ສະຫະ ກອນກະສິກຳ ແລະ ປ່າໄມ້ 46 ສະຫະກອນ ແລະ ສະຫະກອນສິນ ເຊື່ອ ແລະ ເງິນຝາກປະຢັດ 35 ສະ ຫະກອນ, ພ້ອມນັ້ນຍັງມີການຈັດຕັ້ງ ກຸ່ມການຜະລິດ 3.705 ກຸ່ມ ຊຶ່ງເປັນ ກຸ່ມທີ່ຕ້ອງສ້າງຄວາມເຂັ້ມແຂງ ເພື່ອກ້າວໄປສູ່ການເປັນສະຫະກອນ ໃນອະນາຄົດ, ດ້ວຍທ່າແຮງສຳຄັນ ດັ່ງກ່າວ ກົມສົ່ງເສີມກະສິກຳ ແລະ ສະຫະກອນຈຶ່ງໄດ້ກຳນົດທິດທາງ ແຜນພັດທະນາວຽກງານສົ່ງເສີມ ກະສິກຳ ແລະ ສະຫະກອນທົ່ວ ປະເທດແຕ່ປີ 2026-2030 ຈະໃຫ້ ມີການຈັດຕັ້ງສະຫະກອນເພີ່ມຂຶ້ນ 20 ສະຫະກອນ, ໄດ້ມີການຝຶກຮົມ ຄວາມຮູ້ພື້ນຖານກ່ຽວກັບວຽກງານ ທະຫານ, ຫົວໜ້າຫ້ອງສຶກສາໂຮງ ຮຽນ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ, ພະນັກງານ-ນັກຮົບ ແລະ ຄູອາຈານທົ່ວຫ້ອງສຶກສາເຂົ້າຮ່ວມ. ສະຫາຍ ພັນໂທ ວີຄຳ ສັງໂຄ ມະລາດ ຮອງຫົວໜ້າຫ້ອງສຶກສາ ໄດ້ສະຫລຸບຕີລາຄາຄືນການຈັດຕັ້ງ ປະຕິບັດວຽກງານການເຄື່ອນໄຫວ ໃນໄລຍະ 1 ປີທີ່ຜ່ານມາວ່າ: ຫ້ອງ ສຶກສາແມ່ນຫ້ອງໜຶ່ງທີ່ມີບົດບາດ ສຳຄັນໃຫ້ແກ່ການເຮັດສຳເລັດ ໜ້າທີ່ການເມືອງອັນຕົ້ນຕໍຂອງ ໂຮງຮຽນໃນການກໍ່ສ້າງຮຸ່ນສືບ ທອດໃຫ້ກອງທັບປະຊາຊົນລາວ ແລະ ປະຕິບັດວຽກງານໂດຍປິ່ນ ອ້ອມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ ຄະນະພັກກະຊວງປ້ອງກັນປະເທດ ວາງອອກ. ໃນນີ້, ໄດ້ຖືສຳຄັນ ໃນການສຶກສາອົບຮົມການເມືອງ ນຳພາແນວຄິດເປັນກົກໃນການ ກໍ່ສ້າງຊ່ວຍເຫລືອເຊິ່ງກັນ ແລະ ກັນ, ພະນັກງານ-ນັກຮົບເຂົ້າໃຈ ແຈ້ງຕໍ່ນະໂຍບາຍຂອງພັກ-ລັດໃນ ໄລຍະໃໝ່, ຕັ້ງໜ້າປະກອບສ່ວນ ເຂົ້າໃນວຽກງານປະຈຳການ 3 ຂັ້ນ 3 ພາວະ ຕາມຄຳສັ່ງຂອງຂັ້ນເທິງ ເຮັດໃຫ້ສະພາບກົມກອງໂຮງຮຽນ ມີຄວາມສະຫງົບ ແລະ ປອດໄພ 100%. ພ້ອມນີ້, ໄດ້ເອົາໃຈໃສ່ ຢ່າງຕັ້ງໜ້າເຂົ້າໃນການສິດສອນ ສົ່ງຄວາມຮູ້ໃຫ້ນັກຮຽນສາມາດ ປະເມີນຜົນການຮຽນ-ການສອນ ສົກຮຽນ 2024-2025 ໄດ້ດັ່ງນີ້: ມ2 ຂຶ້ນ ມ3 ຈໍານວນ 135 ຄົນ ເສັງໄດ້ 135 ຄົນ, ມ6 ຂຶ້ນ ມ7 ຈໍາ ນວນ 130 ຄົນ ເສັງໄດ້ 130 ຄົນ, ມ7 ຈໍານວນ 132 ຄົນ ເສັງໄດ້ 132 ຄົນ, ເສັງຈົບຊັ້ນຄະແນນ 7 ຂຶ້ນໄປ ທຸກວິຊາ ຈຳນວນ 62 ຄົນ, ຍິງ 36 ຄົນ, ຄູ-ອາຈານ ໄດ້ຮັບການ ຍ້ອງຍໍຈາກພະແນກສຶກສາທິການ ແລະ ກິລານະຄອນຫລວງ 5 ຄົນ, ຫ້ອງສາມາດສ້າງລາຍຮັບຈາກ ການປູກຝັງ-ລ້ຽງສັດ ແລະ ອື່ນໆ ໄດ້ທັງໝົດ 43 ລ້ານກວ່າກີບ, ໄດ້ ປະຕິບັດນະໂຍບາຍຕໍ່ພະນັກງານນັກຮົບ-ຄູອາຈານ, ຄອບຄົວຜູ້ທີ່ເຈັບ ປ່ວຍ, ເຂົ້າໂຮງໝໍ, ເກີດລູກ, ເສຍ ຊີວິດ ແລະ ອື່ນໆ ລວມເປັນເງິນ 14 ລ້ານກວ່າກີບ. ພ້ອມນີ້, ກອງປະຊຸມ ກໍໄດ້ຜ່ານທິດທາງແຜນການໃນຕໍ່ ໜ້າ ແລະ ພ້ອມກັນປະກອບຄຳຄິດ ເຫັນແລກປ່ຽນຖອດຖອນບົດຮຽນ ບາງເນື້ອໃນ ເພື່ອເປັນທິດທາງໃນ ຄ່າຂອງຜະລິດຕະພັນກໍເພີ່ມຂຶ້ນ, ລາຍຮັບກໍເພີ່ມຂຶ້ນ, ການລົງທຶນ ເພີ່ມຂຶ້ນ, ການຈ້າງງານກໍເພີ່ມຂຶ້ນ; ມາດຕະຖານການທ່ອງທ່ຽວຊ່ວຍ ສ້າງຄວາມເຂັ້ມແຂງໃຫ້ແກ່ອຸດ ສາຫະກຳການທ່ອງທ່ຽວ, ຊ່ວຍ ໃຫ້ ສປປ ລາວ ສາມາດເຂົ້າຮ່ວມ ແຂ່ງຂັນໃນເວທີສາກົນ, ສົ່ງເສີມ ບົດບາດຂອງ ສປປ ລາວ ໃນ ສາຍຕາຂອງນັກທ່ອງທ່ຽວ ຊຶ່ງ ຜ່ານມາ ສປປ ລາວ ກໍສາມາດຮັບ ລາງວັນມາດຕະຖານການທ່ອງ ທ່ຽວອາຊຽນ, ໄດ້ຮັບການໂວດ ຈາກນັກທ່ອງທ່ຽວ ແລະ ຍົກ ໃຫ້ເປັນຈຸດໝາຍປາຍທາງການ ທ່ອງທ່ຽວທີ່ນັກທ່ອງທ່ຽວຕ້ອງໄປ ຢ້ຽມຢາມ. ນອກນັ້ນ, ບັນດາຕົວ ເມືອງທ່ອງທ່ຽວຫລວງພະບາງ, ວຽງຈັນ, ວັງວຽງ ກໍລ້ວນແຕ່ໄດ້ ຮັບການຍ້ອງຍໍຊົມເຊີຍ ຈາກນັກ ທ່ອງທ່ຽວທີ່ໄດ້ມາທ່ຽວຊົມ. ໂອກາດນີ້, ທ່ານ ດາລານີ ພົມມະວົງສາ ໄດ້ຮຽກຮ້ອງທຸກພາກ ສ່ວນທີ່ກ່ຽວຂ້ອງສືບຕໍ່ເອົາໃຈໃສ່ ປະກອບສ່ວນຈັດຕັ້ງປະຕິບັດວຽກ ງານຂອງຕົນດ້ວຍຄວາມຮັບຜິດ ຊອບສູງ, ມີການປະສານສົມທົບ ຢ່າງກົມກຽວລະຫວ່າງພາກລັດ ແລະ ພາກທຸລະກິດໃຫ້ຫລາຍຂຶ້ນ, ບັນດາສະຖານປະກອບການຕ່າງໆ ທີ່ໄດ້ຮັບລາງວັນມາດຖານອາຊຽນ ຈົ່ງສືບຕໍ່ເອົາໃຈໃສ່ຮັກສາມາດຕະ ຖານຂອງຕົນໃຫ້ໄດ້ຄຸນນະພາບທີ່ ດີ, ເພີ່ມທະວີການພັດທະນາ ແລະ ຍົກລະດັບຄຸນນະພາບໃຫ້ສູງຍິ່ງໆ ຂຶ້ນໄປເລື້ອຍໆ, ສ້າງຜະລິດຕະພັນ ທ່ອງທ່ຽວໃຫ້ຫລາກຫລາຍ ແລະ ເປັນເອກະລັກຂອງລາວເຮົາ. ທັງນີ້, ກໍເພື່ອດຶງດູດນັກທ່ອງທ່ຽວສາກົນ ເຂົ້າມາທ່ຽວລາວໃຫ້ຫລາຍຂຶ້ນ, ມາ ແລ້ວຢາກມາອີກ. ຂ່າວ-ພາບ: ກິດຕາ ຂະຫຍາຍຕົວຢ່າງໄວວາເຮັດໃຫ້ຜູ້ ຊົມໃຊ້ຫລາຍພັນລ້ານຄົນທົ່ວໂລກ ສາມາດເຊື່ອມຕໍ່, ແບ່ງປັນຂໍ້ມູນ ແລະ ພົວພັນກັນໄດ້ໃນເວລາຈິງ ຊຶ່ງໄດ້ປ່ຽນແປງວິທີການສື່ສານ, ດຳເນີນທຸລະກິດ, ການດຳລົງຊີວິດ ໃນສັງຄົມມີການປ່ຽນແປງຢ່າງພື້ນ ຖານ, ການພັດທະນາທີ່ວ່ອງໄວນີ້ບໍ່ ພຽງແຕ່ເປັນແຮງກະຕຸ້ນທີ່ສຳຄັນ ສຳລັບການຫັນປ່ຽນດີຈິຕອນ ແລະ ນະວັດຕະກຳເທົ່ານັ້ນແຕ່ຍັງເພີ່ມ ຄວາມສ່ຽງທີ່ກ່ຽວຂ້ອງກັບຄວາມ ປອດໄພທາງໄຊເບີ, ຂໍ້ມູນທີ່ບໍ່ຖືກ ຕ້ອງ, ການໃສ່ຮ້າຍປ້າຍສີ, ສ້າງ ຂໍ້ມູນບິດເບືອນ, ການຫລອກລວງ ທາງອອນລາຍ ແລະ ບັນຫາອື່ນໆ ຊຶ່ງສ້າງຄວາມຈຳເປັນອັນຮີບດ່ວນ ເພື່ອປັບປຸງຂອດການຈັດຕັ້ງ ແລະ ຄວາມສາມາດໃນການຄຸ້ມຄອງ ລັດໃນຍຸກດີຈິຕອນນີ້. ສະນັ້ນ, ວຽກງານຄຸ້ມຄອງອິນເຕີເນັດ ກໍ ແມ່ນວຽກງານໜຶ່ງທີ່ຕັດຂາດບໍ່ໄດ້ ໃນການພັດທະນາສ້າງສາປະເທດ ຊາດໃນລະບອບໃໝ່ ເນື່ອງຈາກອິນ ເຕີເນັດເປັນເຄື່ອງມື, ເປັນຫົນທາງ, ເປັນພື້ນຖານໂຄງລ່າງທີ່ສໍາຄັນ ຮອງຮັບໃຫ້ແກ່ວຽກງານການຫັນ ເປັນດີຈິຕອນໃນຕໍ່ໜ້າ. ຂ່າວ: ສັນຕິສຸກ ສະຫະກອນ, ການນໍາໃຊ້ຄູ່ມືແນະ ນໍາການຈັດຕັ້ງປະຕິບັດວຽກງານ ສະຫະກອນ, ຄໍາແນະນໍາການຈັດ ຕັ້ງປະຕິບັດວຽກງານຂຶ້ນທະບຽນ ສະຫະກອນ, ການປະກອບເອກະ ສານ ເພື່ອສະເໜີສ້າງຕັ້ງສະຫະກອນ ຫລື ຂຶ້ນທະບຽນສະຫະກອນຈາກ ວິທະຍາກອນພະແນກສົ່ງເສີມກຸ່ມ, ສະຫະກອນກົມສົ່ງເສີມກະສິກຳ ແລະ ສະຫະກອນ. ພ້ອມນີ້, ກອງປະຊຸມຍັງໄດ້ ມອບໃບຢັ້ງຢືນໃຫ້ນັກສຳມະນາ ກອນທີ່ເຂົ້າຮ່ວມເພື່ອຢັ້ງຢືນຜົນສຳ ເລັດຂອງການຝຶກອົບຮົມດັ່ງກ່າວ ຕື່ມອີກ. ຂໍ້ມູນ-ພາບ: ຂ່າວສານກະສິກຳ ການປັບປຸງແກ້ໄຂໃຫ້ມີຄຸນນະພາບ ແລະ ຜົນສຳເລັດດີຂຶ້ນໄປເລື້ອຍໆ. ໂອກາດນີ້, ສະຫາຍ ພັນເອກ ສັງທອງ ສຸກສີສະຫວາດ ໄດ້ຍ້ອງຍໍ ຊົມເຊີຍຕໍ່ຄະນະພັກ-ຄະນະບັນຊາ, ພະນັກງານ-ຄູອາຈານ ທີ່ເຮັດສຳ ເລັດໜ້າທີ່ໃນໄລຍະທີ່ຜ່ານມາ, ພ້ອມ ທັງຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາແຕ່ລະຂັ້ນ ກໍຄື ຄູອາຈານຈົ່ງ ພ້ອມກັນຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ວຽກງານວິຊາສະ ເພາະໃຫ້ເລິກເຊິ່ງ ຕໍ່ວຽກງານການ ສຶກສາໃນໄລຍະໃໝ່, ຮັດແໜ້ນ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ, ມີແບບແຜນວິທີເຮັດວຽກທີ່ ສອດຄ່ອງກັບວິທະຍາສາດ, ເອົາໃຈ ໃສ່ຄົ້ນຄວ້າສິດສອນ, ຖອດຖອນ ບົດຮຽນ ແລະ ອອກແຮງແຂ່ງຂັນ ກັນສ້າງຜົນງານ, ສ້າງຕົນໃຫ້ກາຍ ເປັນຄູສອນດີສອນເກັ່ງ, ສ້າງນັກ ຮຽນໃຫ້ກາຍເປັນນັກຮຽນດີ, ຮຽນ ເກັ່ງຮັບປະກັນໃຫ້ໄດ້ທັງປະລິມານ ແລະ ຄຸນນະພາບ, ພ້ອມກັນນຳເອົາ ແຜນການໄປຈັດຕັ້ງປະຕິບັດໃຫ້ເກີດ ຜົນເປັນຈິງ. ຂ່າວ: ໂອລິນ ມິ່ງມີໄຊ ລຸກປ່າໄມ້ອີກ. ຫົວຂໍ້ທີ 2: “ການສ້າງຄວາມ ກົມກຽວລະຫວ່າງການພັດທະນາ ເຂື່ອນໄຟຟ້າທີ່ຕິດພັນກັບການ ພັດທະນາການທ່ອງທ່ຽວ” ນຳ ສະເໜີໂດຍທ່ານ ນາງ ຄຳແພນ ເພັງພັກດີ ຮອງຫົວໜ້າຄະນະເສດ ຖະສາດການເມືອງ ແລະ ຄຸ້ມຄອງ ເສດຖະກິດແລະທ່ານນາງຄຳຫລ້າ ແກ້ວອຸ່ນຄຳ ຮອງຫົວໜ້າ ສມປຊ ໂດຍໄດ້ຍົກໃຫ້ເຫັນທ່າແຮງຂອງ ສປປ ລາວ ໃນຖານະ “ແບັດເຕີຣີ ແຫ່ງອາຊຽນ” ທີ່ມີເຂື່ອນໄຟຟ້າ 98 ກວ່າແຫ່ງ. ຢ່າງໃດກໍຕາມ, ການ ພັດທະນາໃນໄລຍະຜ່ານມາຍັງ ຂາດການປະສານງານທີ່ກົມກຽວ ລະຫວ່າງຂະແໜງພະລັງງານ ແລະ ການທ່ອງທ່ຽວ, ເຮັດໃຫ້ເສຍ ໂອກາດໃນການສ້າງມູນຄ່າເພີ່ມ ທາງເສດຖະກິດ ແລະ ບາງຄັ້ງກໍສົ່ງ ຜົນກະທົບຕໍ່ແຫລ່ງທ່ອງທ່ຽວທາງ ທຳມະຊາດ. ຜົນການຄົ້ນຄວ້າໄດ້ສະເໜີນະ ໂຍບາຍໃໝ່ ຄື: ຢຸດຕິການອະນຸມັດ ເຂື່ອນຂະໜາດນ້ອຍທີ່ຄຸ້ມຄອງ ໂດຍ ທ້ອງຖິ່ນເນື່ອງຈາກປະສິດທິຜົນ ທາງເສດຖະກິດຕໍ່າແຕ່ສົ່ງຜົນກະທົບ ຕໍ່ສິ່ງແວດລ້ອມສູງ, ຫັນມາເນັ້ນໃສ່ ການພັດທະນາເຂື່ອນແບບອະເນກ ປະສົງທີ່ສາມາດຜະລິດໄຟຟ້າ, ປ້ອງກັນນ້ຳຖ້ວມ, ສະໜອງນ້ຳ ເພື່ອການກະສິກຳ ແລະ ພັດທະນາ ເປັນແຫລ່ງທ່ອງທ່ຽວໄປພ້ອມກັນ. ທີ່ສຳຄັນຕ້ອງກຳນົດໃຫ້ຕົ້ນທຶນ ການພັດທະນາພື້ນຖານໂຄງລ່າງ ການທ່ອງທ່ຽວ (ເສັ້ນທາງ, ຈຸດຊົມ ວິວ, ສິ່ງອຳນວຍຄວາມສະດວກ) ເຂົ້າຢູ່ໃນໂຄງສ້າງຕົ້ນທຶນຂອງ ໂຄງການເຂື່ອນໄຟຟ້າແຕ່ຫົວທີ. ອັນນີ້ ແມ່ນການຫັນປ່ຽນຈິນຕະ ນາການຈາກການພັດທະນາແບບ ແຍກສ່ວນມາສູ່ການພັດທະນາແບບ ເຊື່ອມໂຍງ ແລະ ຍືນຍົງ. ໃນຕອນທ້າຍ, ທ່ານ ພູວົງ ອຸ່ນຄຳແສນ ໄດ້ຕີລາຄາສູງຕໍ່ຜົນ ສຳເລັດຂອງການຄົ້ນຄວ້າທັງສອງ ຫົວຂໍ້ວ່າເປັນຂໍ້ມູນທີ່ມີຄຸນຄ່າທາງ ວິທະຍາສາດ ແລະ ພຶດຕິກຳ, ສາ ມາດນຳໄປເປັນບ່ອນອີງໃນການ ປັບປຸງກົດໝາຍ ແລະ ນິຕິກຳລຸ່ມ ກົດໝາຍ. ພ້ອມນັ້ນ, ທ່ານຍັງໄດ້ ເນັ້ນໜັກວ່າ: ບັນຫາທີ່ດິນ ແລະ ພະລັງງານແມ່ນບັນຫາພື້ນຖານ ຂອງການພັດທະນາ. ການແກ້ໄຂ ຄວາມທຸກຍາກບໍ່ແມ່ນພຽງແຕ່ການ ມອບດິນໃຫ້ປະຊາຊົນແຕ່ຕ້ອງສ້າງ ເງື່ອນໄຂໃຫ້ເຂົາເຈົ້ານຳໃຊ້ທີ່ດິນ ນັ້ນໃຫ້ເກີດດອກອອກຜົນ, ການ ພັດທະນາເຂື່ອນໄຟຟ້າບໍ່ພຽງແຕ່ ການຂາຍໄຟຟ້າແຕ່ຕ້ອງສ້າງຜົນ ປະໂຫຍດທາງອ້ອມຈາກການ ທ່ອງທ່ຽວ ແລະ ການບໍລິການ ເພື່ອໃຫ້ປະຊາຊົນໃນພື້ນທີ່ໄດ້ຮັບ ຜົນປະໂຫຍດສູງສຸດ”. ພ້ອມນີ້, ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາ ພາກສ່ວນທີ່ກ່ຽວຂ້ອງ, ສະພາ ແຫ່ງຊາດ, ລັດຖະບານ ແລະ ອົງ ການປົກຄອງທ້ອງຖິ່ນນຳເອົາຜົນ ການຄົ້ນຄວ້ານີ້ ໄປຜັນຂະຫຍາຍ ເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງ, ເພີ່ມທະວີການຕິດຕາມກວດກາ ແລະ ປະເມີນຜົນຢ່າງຕໍ່ເນື່ອງ. ຂ່າວ: ຕາອັອດ ແສນທະວີສຸກ ຄວາມອົດທົນ, ມີຄວາມກ້າຫານ, ດຸໝັ່ນ. ບຸນດັ່ງກ່າວແມ່ນກົງກັບ ເດືອນ 12 ສາກົນ ແລະ ກົງກັບ ແຮມ 15 ຄໍ່າຂອງເດືອນຈຽງ ເດືອນ ລາວ ແລະ ຈັດຂຶ້ນພາຍຫລັງເກັບກູ້ ຜົນຜະລິດກະສິກໍາສໍາເລັດ, ກ່ອນຈະ ເຖິງບຸນນໍເປເຈົ່າ ຂອງປະຊາຊົນເຜົ່າ ມົ້ງ ໄດ້ມີການຫ້າງຫາກະກຽມສິ່ງ ທີ່ຈໍາເປັນເປັນຕົ້ນເຕົ້າໂຮມເຄື່ອງມື ອອກແຮງງານທຸກຊະນິດ, ກະກຽມ ສະບຽງອາຫານການກິນປະເພດ ຕ່າງໆ ແລະ ເຄື່ອງໃຊ້ພາຍໃນຄອບ ຄົວເຊັ່ນ: ເຂົ້າ, ເຂົ້າປະປາ, ຜັກ, ຟືນ, ນໍ້າ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ ພຽງພໍພາຍໃນກໍານົດ 3 ວັນ; ໃນ ເວລາເຮັດບຸນຕ້ອງໄດ້ຄະລໍາ 3 ວັນ ໂດຍສະເພາະຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ໄປຊອກ ຫາກິນ, ຫ້າມຫລິ້ນພ້າ, ມີດ ທີ່ເປັນ ປະເພດແຫລມຄົມ ແລະ ອື່ນໆ; ໃນ ໂອກາດບຸນປີໃໝ່ດັ່ງກ່າວ ຍັງເປັນ ເງື່ອນໄຂໃຫ້ແກ່ຊາວໜຸ່ມ, ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະ ມີໂອກາດຊອກຫາຄູ່ຄອງ ເພື່ອສ້າງ ຄອບຄົວ. ໂອກາດນີ້, ທ່ານ ມອນໄຊ ລາວມົວຊົ່ງ ໄດ້ກ່າວວ່າ: ການສະ ເຫລີມສະຫລອງບຸນປີໃໜ່ຂອງພີ່ ນ້ອງຊົນເຜົ່າມົ້ງ ແມ່ນເປັນບຸນໜຶ່ງ ທີ່ມີຄວາມໝາຍສໍາຄັນໃນຊີວິດ ວັດທະນະທໍາຮີດຄອງປະເພນີອັນ ເປັນມູນເຊື້ອທີ່ດີງາມໄດ້ໝູນວຽນ ມາຄົບຮອບອີກວາລະໜຶ່ງທັງເປັນ ການປະກອບສ່ວນໃນການອະນຸລັກ ແລະ ສົ່ງເສີມດ້ານວັດທະນະທໍາຮີດ ຄອງປະເພນີຂອງຊົນເຜົ່າ, ການ ສະເຫລີມສະຫລອງບຸນນໍ່ເປເຈົ່າປີ ນີ້ ໃຫ້ດໍາເນີນແບບກະທັດຮັດເບົາ ບາງຖືເນື້ອໃນຄວາມໝາຍເປັນຈຸດ ສຸມແນໃສ່ປະຕິບັດນະໂຍບາຍການ ປະຢັດ ແລະ ຫລຸດຜ່ອນການຟຸມ ເຟືອຍ. ພ້ອມນີ້, ໃນພິທີຍັງໄດ້ມອບ ໃບຍ້ອງຍໍໃຫ້ຜູ້ອຸປະຖໍາງານດັ່ງ ກ່າວ ພ້ອມທັງຮັບຊົມການສະແດງ ສິລະປະ-ວັນນະຄະດີແລະ ຮ່ວມໂຍນ ໝາກຄອນຕາມປະເພນີຕື່ມອີກ. ຂ່າວ: ສນຊ
RkJQdWJsaXNoZXIy MTc3MTYxMQ==