7183.1

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 26/12/2025 xtgmf]k; ຄະນະພັກຮາກຖານວິທະຍຸ...ັິຸ ມອບ-ຮັບໜ້າທີ່...ັ້ີ່ ເປີດນໍາໃຊ້ຂົວມິດຕະພາບ...ີໍ້ົິ ສປ ຈີນ ກຳນົດເປົ້າໝາຍ...ີົົ້ ຂປລ. ພິທີເປີດການນໍາໃຊ້ຂົວ ມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ຢ່າງເປັນ ທາງການຈັດຂຶ້ນໃນວັນທີ 25 ທັນວາ 2025 ຢູ່ເມືອງປາກຊັນ ແຂວງບໍລິຄໍາໄຊ ໂດຍການເປັນປະ ທານຮ່ວມລະຫວ່າງທ່ານ ທອງລຸນ ສີສຸລິດປະທານປະເທດແຫ່ງສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ພ້ອມດ້ວຍພັນລະຍາ ແລະ ພະບາດສົມເດັດ ພຣະວະຊິຣະເກົ້າ ເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກ ໄທ ພ້ອມດ້ວຍພະລາຊິນີ, ມີນາຍົກ ລັດຖະມົນຕີ, ລັດຖະມົນຕີ, ຫົວໜ້າ ກົມ ແລະ ພາກສ່ວນກ່ຽວຂ້ອງຂອງ ສອງຝ່າຍ ລາວ-ໄທ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ອະນຸທິນ ຊານວີຣະກູນ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໄດ້ລາຍ ງານຜົນສຳເລັດຂອງໂຄງການ ກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊ-ບຶງການ) ໂດຍໄດ້ຍົກໃຫ້ເຫັນປະຫວັດຄວາມ ເປັນມາ ແລະ ຄວາມສຳຄັນຂອງ ໂຄງການກໍ່ສ້າງດັ່ງກ່າວ ຊຶ່ງເປັນ ໂຄງການຮ່ວມມືລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ລັດ ຖະບານ ແຫ່ງ ຣາຊະອານາຈັກໄທ ທີ່ສອດຄ່ອງກັບຄວາມມຸ່ງມາດປາດ ຖະໜາຂອງລັດຖະບານທັງສອງ ປະເທດ ກໍຄື ປະຊາຊົນສອງຊາດ ລາວ ແລະ ໄທ ໂດຍສະເພາະແມ່ນ ແຂວງບໍລິຄໍາໄຊ ແລະ ຈັງຫວັດ ບຶງການ ເພື່ອເຊື່ອມໂຍງ-ເຊື່ອມ ຈອດ ສປປ ລາວ ເຂົ້າກັບພາກພື້ນ ຕາມແລວເສດຖະກິດຕາເວັນອອກຕາເວັນຕົກ, ເຮັດໃຫ້ການຄົມມະ ຄະນະກວດກາສູນກາງພັກ, ປະ ທານອົງການກວດກາແຫ່ງລັດ, ຫົວໜ້າອົງການຕ້ານການສໍ້ລາດ ບັງຫລວງຂັ້ນສູນກາງ, ມີທ່ານ ຄຳພັນ ສິດທິດໍາພາ ເຈົ້າແຂວງວຽງ ຈັນ, ທ່ານ ພູທະນູເພັດ ໄຊສົມບັດ ເລຂາຄະນະບໍລິຫານງານພັກແຂວງ ວຽງຈັນ, ມີຄະນະປະຈໍາພັກ ແລະ ຄະນະບໍລິຫານງານພັກແຂວງ, ພະນັກງານອາວຸໂສບໍານານ ແລະ ພະແນກການກ່ຽວຂ້ອງຂອງແຂວງ ເຂົ້າຮ່ວມ. ໃນພິທີ ທ່ານ ຄໍາພັນ ສິດທິດໍາພາ ໄດ້ລາຍງານຫຍໍ້ກ່ຽວກັບສະພາບ ການຈັດຕັ້ງປະຕິບັດວຽກງານຕະ ຫລອດໄລຍະຜ່ານມາທີ່ໄດ້ຖືກມອບ ໝາຍໜ້າທີ່ເປັນເຈົ້າແຂວງວຽງຈັນ. ຈາກນັ້ນ, ທ່ານ ຕ໋ອງ ພູມມີພັນ ກໍາມະການພັກ, ຫົວໜ້າກົມກວດ ກາ, ຄະນະຈັດຕັ້ງສູນກາງພັກ ໄດ້ ຜ່ານມະຕິຕົກລົງຂອງກົມການ ເມືອງສູນກາງພັກ ສະບັບເລັກທີ 33/ກມສພ, ລົງວັນທີ 10 ພະຈິກ 2025 ແລະ ດຳລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 810/ ນຍ, ລົງວັນທີ 9 ທັນວາ 2025 ວ່າ ດ້ວຍການອະນຸມັດໃຫ້ທ່ານ ຄຳພັນ ສິດທິດຳພາ ອອກພັກການ-ຮັບ ອຸດໜູນບຳນານ ແລະ ຜ່ານດຳລັດ ຂອງນາຍົກລັດຖະມົນຕີ ສະບັບ ເລກທີ 806/ນຍ, ລົງວັນທີ 8 ໄດ້ຍົກໃຫ້ເຫັນເຖິງຈຸດປະສົງ ແລະ ເປົ້າໝາຍຂອງເນື້ອໃນຈິດໃຈກອງ ປະຊຸມຄົບຄະນະ ຄັ້ງທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ບາງ ຕອນວ່າ: ໃນເດືອນຕຸລາ ປີ 2025, ພັກກອມມູນິດຈີນ ໄດ້ໄຂກອງປະຊຸມ ຄົບຄະນະຄັ້ງທີ 4 ສະໄໝທີ 20 ຂອງສູນກາງພັກກອມມູນິດຈີນຂຶ້ນ ໂດຍໄດ້ພິຈາລະນາ ແລະ ຮັບຮອງ ເອົາ “ຂໍ້ສະເໜີຂອງສູນກາງພັກ ກອມມູນິດຈີນ ກ່ຽວກັບແຜນພັດທະ ນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຊຶ່ງໄດ້ເປັນການອອກ ແບບໂຄງບົນ ແລະ ວາງຍຸດທະສາດ ຂອງການພັດທະນາໃນອະນາຄົດ 5 ປີ ຕໍ່ໜ້າຂອງປະເທດຈີນ. ປະຊາຄົມ ສາກົນໄດ້ເອົາໃຈໃສ່ຕິດຕາມໃນ ລະດັບສູງ, ທັງໄດ້ຄອງຄອຍໃຫ້ ການພັດທະນາດ້ວຍຄຸນນະພາບສູງ ຂອງຈີນ ນໍາເອົາກາລະໂອກາດໃໝ່ ມາສູ່ການພັດທະນາຂອງໂລກ ແລະ ຕ້ອງການເຂົ້າໃຈບົດຮຽນປະສົບ ການແຫ່ງຄວາມສຳເລັດໃນການ ບໍລິຫານຂອງປະເທດຈີນ. ການກໍານົດຢ່າງມີວິທະຍາສາດ ແລະ ຈັດຕັ້ງປະຕິບັດຍຸດທະສາດ ແລະ ແຜນການພັດທະນາຂອງ ຊາດຢ່າງຕໍ່ເນື່ອງແມ່ນບົດຮຽນອັນ ສຳຄັນໃນການຄຸ້ມຄອງບໍລິຫານ ປະເທດຂອງພັກກອມມູນິດຈີນ, ທັງເປັນທ່າແຮງການເມືອງທີ່ສໍາ ຄັນໜຶ່ງຂອງສັງຄົມນິຍົມທີ່ມີສີສັນ ພິເສດຂອງຈີນ. ເລຂາທິການໃຫຍ່ ສີຈິ້ິນຜິງ ໄດ້ຍົກໃຫ້ເຫັນວ່າພິຈາ ລະນາຕໍ່ຍຸດທະສາດໄດ້ຢ່າງຖືກ ຕ້ອງຊັດເຈນ, ວາງແຜນດ້ານຍຸດ ທະສາດຢ່າງມີວິທະຍາສາດ ແລະ ຍາດໄດ້ຄວາມເປັນເຈົ້າການໃນ ດ້ານຍຸດທະສາດກໍຈະເຮັດໃຫ້ພາລະ ກິດຂອງພັກ ແລະ ຂອງປະຊາຊົນ ໄດ້ມີຄວາມຫວັງອັນໃຫຍ່ຫລວງ. ພັກກອມມູນິດຈີນໄດ້ປິ່ນອ້ອມຫົວຂໍ້ ຫລັກກ່ຽວກັບການສ້າງເປັນປະເທດ ສັງຄົມນິຍົມທີ່ທັນສະໄໝຢ່າງສະເໝີ ຕົ້ນສະເໝີປາຍຕະຫລອດໄລຍະ ຜ່ານມາ ໂດຍໄດ້ກໍານົດເປົ້າໝາຍ ຍຸດທະສາດໄລຍະກາງ ແລະ ໄລຍະ ຍາວເປັນແຕ່ລະໄລຍະ, ໄດ້ສືບຕໍ່ ກໍານົດ ແລະ ປະຕິບັດແຜນການ ພັດທະນາຢ່າງຕໍ່ເນື່ອງ, ບັນລຸເປົ້າ ໝາຍການພັດທະນາຂອງຊາດເທື່ອ ລະກ້າວ. ໃນປີ 2026, ປະເທດຈີນ ຈະ ກ້າວເຂົ້າສູ່ໄລຍະ “ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຊຶ່ງແຜນພັດທະນາ ດ້ວຍຜູ້ຕາງໜ້າໜ່ວຍພັກຕ່າງໆທີ່ ຂຶ້ນກັບ ຄອສພ ແລະ ສະມາຊິກພັກ ນາຄົມຂົນສົ່ງ, ການຄ້າ ແລະ ການ ທ່ອງທ່ຽວລະຫວ່າງສອງປະເທດ ມີຄວາມສະດວກ ແລະ ວ່ອງໄວ ຍິ່ງໆຂຶ້ນ ເພື່ອນໍາເອົາຜົນປະໂຫຍດ ສູງສຸດມາສູ່ປະຊາຊົນສອງຊາດ ລາວ ແລະ ໄທ. ຜົນສໍາເລັດຂອງການກໍ່ສ້າງ ຂົວມິດຕະພາບແຫ່ງນີ້ ບໍ່ພຽງແຕ່ ຊ່ວຍສົ່ງເສີມການພັດທະນາທາງ ເສດຖະກິດ-ສັງຄົມ ໃນລະດັບ ທ້ອງຖິ່ນ ແລະ ພາກພື້ນ ເທົ່ານັ້ນ, ແຕ່ຍັງເປັນສັນຍະລັກທີ່ພົ້ນເດັ່ນ ຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຖານບ້ານ ໃກ້ເຮືອນຄຽງທີ່ດີ ລະຫວ່າງ ສປປ ລາວ ແລະ ຣາຊະອານາຈັກໄທ ທີ່ ມີມາແຕ່ດົນນານ ແລະ ການເປັນຄູ່ ຮ່ວມຍຸດທະສາດ ເພື່ອການຈະເລີນ ເຕີບໂຕ ແລະ ການພັດທະນາແບບ ຍືນຍົງ ລະຫວ່າງສອງປະເທດ. ນອກຈາກນີ້, ຜົນສໍາເລັດດັ່ງກ່າວ, ຍັງມີຄວາມໝາຍສໍາຄັນ ໃນໂອກາດ ສະເຫລີມສະຫລອງ ຄົບຮອບ 75 ປີ ຂອງການສ້າງຕັ້ງສາຍພົວພັນ ທາງການທູດ ລະຫວ່າງສອງ ປະເທດ ໃນເດືອນທັນວາ 2025 ນີ້. ໃນໂອກາດອັນມີຄວາມໝາຍ ສຳຄັນນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ພະບາດສົມເດັດ ພຣະວະຊິຣະ ເກົ້າເຈົ້າຢູ່ຫົວ ແຫ່ງ ຣາຊະອານາຈັກ ໄທ ໄດ້ໃຫ້ກຽດຂຶ້ນກົດປຸ່ມເປີດແຜ່ນ ປ້າຍທີ່ລະນຶກ ແລະ ປ້າຍກໍາມະສິດ ຂົວມິດຕະພາບ ລາວ-ໄທ ແຫ່ງ ທີ V, ຢ້ຽມຊົມການວາງສະແດງ ຮູບພາບ ແລະ ວິດີໂອກ່ຽວກັບ ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V ແລະ ໄດ້ຖ່າຍ ຮູບຮ່ວມກັນເພື່ອເປັນທີ່ລະນຶກໃຫ້ ແກ່ທັງສອງຝ່າຍ. ໂຄງການກໍ່ສ້າງຂົວມິດຕະພາບ ລາວ-ໄທ ແຫ່ງທີ V (ບໍລິຄໍາໄຊບຶງການ) ໄດ້ເລີ່ມດໍາເນີນການສຶກ ສາຄວາມເປັນໄປໄດ້ ແລະ ການ ອອກແບບລາຍລະອຽດຂອງຂົວໃນ ໄລຍະປີ 2012-2014, ໄດ້ມີການ ລົງນາມຂໍ້ຕົກລົງວ່າດ້ວຍການກໍ່ ສ້າງຂົວລະຫວ່າງກະຊວງໂຍທາ ທິການ ແລະ ຂົນສົ່ງຂອງລາວ ແລະ ກະຊວງຄົມມະນາຄົມຂອງໄທ ໃນ ວັນທີ 14 ມິຖຸນາ 2019, ໄດ້ເລີ່ມ ການກໍ່ສ້າງຢູ່ຝັ່ງໄທ ແຕ່ວັນທີ 30 ມິຖຸນາ 2020 ແລະ ຢູ່ຝັ່ງລາວ ແຕ່ ວັນທີ 4 ມັງກອນ 2021 ແລະ ໄດ້ ມີພິທີເທເບຕົງເຊື່ອມຕໍ່ຂົວ ແລະ ລົງນາມຂໍ້ຕົກລົງວ່າດ້ວຍກໍາມະສິດ ການນໍາໃຊ້, ການບໍລິຫານ ແລະ ການບູລະນະຮັກສາ-ສ້ອມແປງຂົວ ໃນວັນທີ 6 ມິຖຸນາ 2025 ຜ່ານມາ. ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ເປັນຈຸດເຊື່ອມຕໍ່ລະຫວ່າງເມືອງ ປາກຊັນ ແຂວງບໍລິຄໍາໄຊ ຂອງ ສປປ ລາວ ກັບ ອໍາເພີບຶງການ ຈັງ ຫວັດບຶງການຂອງຣາຊະອານາຈັກ ໄທ ທີ່ເຊື່ອມຕໍ່ໂດຍກົງກັບທາງ ຫລວງເລກທີ 13 (R13) ຂອງ ລາວ ໄປຫາທາງຫລວງເລກທີ244 ຂອງໄທ. ຂົວດັ່ງກ່າວມີຄວາມຍາວ 1.350 ແມັດ ແລະ ໄດ້ມີການຕິດ ຕັ້ງອຸປະກອນຕິດຕາມສະພາບການ ປ່ຽນແປງຂອງໂຄງສ້າງຂອງຂົວ. ພາບ: ອ່າຍຄຳ ທັນວາ 2025 ວ່າດ້ວຍການແຕ່ງ ຕັ້ງທ່ານ ພູວົງ ບຸນຊູ ເປັນປະທານ ຄະນະກຳມະການປົກຄອງແຂວງ ວຽງຈັນ. ຈາກນັ້ນ, ກໍໄດ້ມີພິທີ ເຊັນມອບ-ຮັບໜ້າທີ່ລະຫວ່າງເຈົ້າ ແຂວງວຽງຈັນ ແລະ ປະທານ ຄະນະກຳມະການປົກຄອງແຂວງ ວຽງຈັນ. ໂອກາດນີ້,ທ່ານຄຳພັນພົມມະທັດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນງານ ທີ່ທົ່ວອົງຄະນະພັກແຂວງວຽງຈັນ ສາມາດປະຕິບັດໄດ້ໃນໄລຍະຜ່ານ ມາ, ພ້ອມທັງມີຄໍາເຫັນຊີ້ນຳໃຫ້ ຄະນະພັກ, ຄະນະນໍາຂອງແຂວງ ເປັນຕົ້ນໃຫ້ບັນດາສະຫາຍໃນຄະນະ ພັກ-ຄະນະນໍາແຕ່ລະຂັ້ນຈົ່ງເປັນເຈົ້າ ການນໍາພາເສີມຂະຫຍາຍມູນເຊື້ອ ອັນດີງາມຂອງແຂວງ, ສືບຕໍ່ເພີ່ມ ທະວີຄວາມສາມັກຄີເປັນເອກະພາບ ພາຍໃນໃຫ້ເປັນປຶກແຜ່ນ; ເອົາໃຈໃສ່ ກໍາສະພາບແນວຄິດຂອງສະມາຊິກ ພັກທົ່ວອົງຄະນະພັກ ໃຫ້ແໜ້ນໄປ ຄຽງຄູ່ກັບການນໍາພາສຶກສາອົບຮົມ ການເມືອງ-ແນວຄິດຂອງສະມາຊິກ ພັກ, ພະນັກງານ-ລັດຖະກອນໃຫ້ ເຊື່ອມຊຶມ, ກຳແໜ້ນແນວທາງ ກໍຄື ມະຕິ, ຄໍາສັ່ງຕ່າງໆຂອງສູນກາງ ພັກວາງອອກໃນແຕ່ລະໄລຍະ, ນໍາ ພາແກ້ໄຂບັນຫາຄວາມຫຍຸ້ງຍາກ ດ້ານເສດຖະກິດ-ຊີວິດການເປັນຢູ່ ຂອງປະຊາຊົນຕະຫລອດຮອດສະ ມາຊິກພັກ, ພະນັກງານ-ລັດຖະ ກອນໃຫ້ດີຂຶ້ນເທື່ອລະກ້າວ ແລະ ມີ ຈິດໃຈຫ້າວຫັນ, ບຸກບືນ, ສູ້ຊົນຢ່າງ ສຸດຂີດໃນການປະຕິບັດວຽກງານ ຂົງເຂດຕົນຮັບຜິດຊອບໃຫ້ມີຜົນສໍາ ເລັດສູງຂຶ້ນກວ່າເກົ່າ; ເອົາໃຈໃສ່ໃນ ການນໍາພາຝຶກອົບຮົມວິຊາຊີບ ແລະ ສ້າງວຽກເຮັດງານທໍາໃຫ້ປະຊາຊົນ ນັບມື້ນັບຫລາຍຂຶ້ນ, ເປັນເຈົ້າການ ປົກປັກຮັກສາ ແລະ ພັດທະນາ ແຫລ່ງທ່ອງທ່ຽວຕິດພັນກັບການ ບໍລິການດ້ານຕ່າງໆໃຫ້ສາມາດ ຕອບສະໜອງກັບຄວາມຮຽກຮ້ອງ ຕ້ອງການນັບມື້ນັບສູງຂຶ້ນ; ເອົາໃຈ ໃສ່ໃນການນໍາພາ-ຊີ້ນໍາບັນດາໜ່ວຍ ພັກຮາກຖານຕາແສງຕິດພັນກັບ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນໃຫ້ຖືກຕ້ອງສອດ ຄ່ອງຕາມ 5 ຫລັກການ ແລະ 3 ທິດ ນໍາໃນການກໍ່ສ້າງ ແລະ ປັບປຸງພັກ, ຮັບປະກັນສ້າງໃຫ້ໄດ້ໜ່ວຍພັກປອດ ໃສ, ເຂັ້ມແຂງ, ໜັກແໜ້ນຢ່າງແທ້ ຈິງ; ຄຸ້ມຄອງ ແລະ ນໍາໃຊ້ເຕັກໂນ ໂລຊີ, ນະວັດຕະກຳທັນສະໄໝ ເປັນ ເຄື່ອງມືຊ່ວຍໃນການເຄື່ອນໄຫວ ວຽກງານຢູ່ແຕ່ລະພະແນກການ ໃຫ້ຮັບປະກັນມີຂໍ້ມູນທີ່ຈະແຈ້ງຊັດ ເຈນ, ຮັບປະກັນມີປະສິດພາບ ແລະ ປະສິດທິຜົນສູງກວ່າເກົ່າ. ດັ່ງກ່າວ ມີບົດບາດສໍາຄັນ ແລະ ພິເສດຫລາຍ. ເຖິງຢ່າງໃດກໍຕາມ “ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ 15” ໄດ້ແນ ໃສ່ເປົ້າໝາຍວິໄສທັດຍາວໄກໃນ ການບັນລຸເປັນປະເທດສັງຄົມນິຍົມ ທັນສະໄໝໂດຍພື້ນຖານ, ໄດ້ກໍາ ນົດເປົ້າໝາຍໃນອະນາຄົດ 5 ປີຕໍ່ ໜ້າເປັນແຕ່ລະໄລຍະຢ່າງວິທະຍາ ສາດ, ໄດ້ກໍານົດໜ້າທີ່ຍຸດທະສາດ ແລະ ມາດຕະການສໍາຄັນໃນໄລຍະ “ແຜນພັດທະນາ ເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15” ຕາມແຕ່ລະຂົງເຂດເປັນຕົ້ນການ ພັດທະນາດ້ວຍຄຸນນະພາບສູງ ຍາດໄດ້ປະສິດທິຜົນອັນຈະແຈ້ງ ໂດຍສະເພາະຕ້ອງຊຸກຍູ້ໃຫ້ການ ຫັນເປັນອຸດສາຫະກໍາ, ຫັນເປັນ ຂໍ້ມູນຂ່າວສານ, ຫັນເປັນຕົວເມືອງ ແລະ ຫັນເປັນກະສິກໍາທັນສະໄໝ ແບບໃໝ່ຍາດໄດ້ຄວາມຄືບໜ້າອັນ ສໍາຄັນ; ລະດັບເຕັກໂນໂລຊີໄດ້ຮັບ ການສ້າງຂຶ້ນ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງດ້ວຍການ ຍົກສູງຂຶ້ນ ເນື່ອງຈາກເຕັກໂນໂລ ຊີແມ່ນກຳລັງການຜະລິດທຳອິດ, ການປະດິດສ້າງໃໝ່ແມ່ນກຳລັງຂັບ ເຄື່ອນທຳອິດເຮັດໃຫ້ປະສິດທິຜົນ ລວມຂອງລະບົບນະວັດຕະກໍາໃໝ່ ແຫ່ງຊາດຮັບການຍົກສູງຂຶ້ນຢ່າງ ຈະແຈ້ງ, ຕ້ອງສ້າງເປັນປະເທດທີ່ ມີຄວາມເຂັ້ມແຂງດ້ານການສຶກສາ, ມີຄວາມເຂັ້ມແຂງດ້ານເຕັກໂນໂລ ຊີ ແລະ ມີຄວາມເຂັ້ມແຂງດ້ານບຸກ ຄະລາກອນທີ່ມີຄວາມສາມາດຢ່າງ ກວມລວມ ໂດຍວາງແຜນຢ່າງຮອບ ດ້ານຊຸກຍູ້ການພັດທະນາດ້ານການ ສຶກສາ, ເຕັກໂນໂລຊີ ແລະ ບຸກຄະ ລາກອນທີ່ມີຄວາມສາມາດ, ເພີ່ມ ຄວາມສາມາດໃນການປະດິດສ້າງ ໃໝ່ດ້ວຍຕົນເອງຢ່າງຮອບດ້ານ. ສຳລັບການລົງເລິກປະຕິຮູບຢ່າງ ຮອບດ້ານຍາດໄດ້ການບຸກທະລຸ ໃໝ່ອີກກ້າວໜຶ່ງ ໂດຍສະເພາະ ຕ້ອງໄດ້ລົງເລິກປະຕິຮູບລະບົບ ການບໍລິຫານລັດ ແລະ ຄວາມສາ ມາດຂອງການບໍລິຫານລັດ, ສຸມ ໃສ່ເຮັດໃຫ້ທ່າແຮງດ້ານລະບຽບ ກາຍເປັນປະສິດທິຜົນຕົວຈິງຂອງ ການບໍລິຫານປະເທດ; ສ່ວນລະດັບ ຄວາມສີວິໄລຂອງສັງຄົມຮັບການ ຍົກສູງຂຶ້ນຢ່າງຈະແຈ້ງ ຊຶ່ງການຫັນ ເປັນທັນສະໄໝແບບຈີນ ແມ່ນການ ຫັນເປັນທັນສະໄໝທີ່ມີຄວາມສີວິໄລ ດ້ານວັດຖຸ ແລະ ມີຄວາມສີວິໄລ ດ້ານຈິດໃຈປະສານກົມກຽວກັນ, ຄວາມຈະເລີນຮຸ່ງເຮືອງວັດທະນາ ຖາວອນຂອງວັດທະນະທໍາແມ່ນ ຂີດໝາຍສໍາຄັນຂອງການຫັນເປັນ ທັນສະໄໝແບບຈີນ. ພ້ອມນີ້, ເຮັດ ໃຫ້ຄຸນນະພາບຊີວິດຂອງປະຊາຊົນ ເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງທຸກວຽກງານ ຂອງພັກ ແລະ ລັດຖະບານຈີນ ລ້ວນແຕ່ແມ່ນເພື່ອໃຫ້ປະຊາຊົນໄດ້ ມີຊີວິດທີ່ມີຄວາມຜາສຸກຍິ່ງຂຶ້ນ; ການສ້າງປະເທດຈີນທີ່ສວຍງາມ ໄດ້ມີຄວາມຄືບໜ້າສໍາຄັນອັນໃໝ່ ໂດຍການພັດທະນາສີຂຽວແມ່ນສີ ພື້ນອັນໃສແຈ້ງຂອງການຫັນເປັນ ທັນສະໄໝແບບຈີນ, ການພັດທະນາ ເສດຖະກິດເດັດຂາດບໍ່ສາມາດຖື ເອົາການທຳລາຍສິ່ງແວດລ້ອມ ເປັນສິ່ງຕອບແທນ. ນອກຈາກນີ້, ກໍເຮັດໃຫ້ຄວາມໝັ້ນຄົງແຫ່ງຊາດ ໜາແໜ້ນຍິ່ງຂຶ້ນ ຊຶ່ງຄວາມໝັ້ນຄົງ ແຫ່ງຊາດ ແມ່ນພື້ນຖານສໍາຄັນ ທີ່ເຮັດໃຫ້ການຫັນເປັນທັນສະໄໝ ແບບຈີນ ເດີນໜ້າດ້ວຍຄວາມໝັ້ນ ທ່ຽງ ແລະ ຍາວໄກ. ສະຫາຍ ເຊ້ຍ ຊຸນທາວ ກ່າວຕື່ມ ວ່າ: ສິ່ງກ່າວມານັ້ນ ແມ່ນເປົ້າໝາຍ ການພັດທະນາຕົ້ນຕໍໃນໄລຍະແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 15 ຂອງປະເທດຈີນ, ຫລັງຈາກນັ້ນກໍຈະສືບຕໍ່ປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 16, ຮອດປີ 2035 ບັນລຸເຮັດໃຫ້ຄວາມສາມາດຕົວ ຈິງດ້ານເສດຖະກິດ, ດ້ານເຕັກໂນ ໂລຊີ, ດ້ານປ້ອງກັນຊາດ, ກຳລັງ ສັງລວມ ແລະ ຜົນສະທ້ອນຕໍ່ສາກົນ ໄດ້ຮັບການຍົກສູງຂຶ້ນ, ມູນຄ່າການ ຜະລິດພາຍໃນສະເລ່ຍຕໍ່ຫົວຄົນ ຂອງຈີນ ບັນລຸໄດ້ລະດັບປານກາງ ຂອງປະເທດພັດທະນາແລ້ວ, ຊີວິດ ການເປັນຢູ່ຂອງປະຊາຊົນຈະນັບ ມື້ຜາສຸກສວຍງາມ, ບັນລຸການ ເປັນສັງຄົມນິຍົມທັນສະໄໝໂດຍ ພື້ນຖານ. ຫລັງຈາກນັ້ນສູ້ຊົນຕໍ່ອີກ 15 ປີ, ຮອດກາງສະຕະວັດທີ 21 ຈະສ້າງເປັນປະເທດສັງຄົມນິຍົມ ທັນສະໄໝທີ່ເຂັ້ມແຂງ ຊຶ່ງພວກ ເຮົາມີຄວາມໝັ້ນໃຈ ແລະ ມີຄວາມ ສາມາດຢ່າງພຽງພໍທີ່ຈະເຮັດສຳ ເລັດເປົ້າໝາຍການພັດທະນາເຫລົ່າ ນີ້, ສາເຫດພື້ນຖານທີ່ສຸດກໍແມ່ນ ຍ້ອນມີການນໍາພາທີ່ເຂັ້ມແຂງຂອງ ພັກກອມມູນິດຈີນ. ພາຍໃຕ້ການ ນໍາພາຢ່າງເອກະພາບລວມສູນ ຂອງສູນກາງພັກກອມມູນິດຈີນ ທີ່ ມີສະຫາຍ ສີຈິ້ິນຜິງ ເປັນແກນກາງ, ທົ່ວປະເທດໄດ້ດຳເນີນຢ່າງເປັນ ເອກະພາບ, ສຸມກຳລັງແຮງເຮັດ ວຽກໃຫຍ່ ແລະ ວາດແຕ້ມແຜນ ວາດການພັດທະນາຈົນເຖິງທີ່ສຸດ. ພາບ: ຂັນໄຊ ສົມບູນເຂົ້າຮ່ວມ. ກອງປະຊຸມໃຫຍ່ໄດ້ພ້ອມກັນຄົ້ນ ຄວ້າ ແລະ ປະກອບຄໍາຄິດຄໍາເຫັນ ຕໍ່ຮ່າງລາຍງານການເມືອງ, ຮ່າງ ແຜນພັດທະນາວຽກງານ ວສລ ໃນ 5 ປີຕໍ່ໜ້າ ແລະ ບົດສໍາຫລວດ ການນໍາພາລວມຂອງຄະນະພັກ ຮາກຖານ ວສລ, ພ້ອມທັງໄດ້ຕີ ລາຄາຜົນສໍາເລັດການຈັດຕັ້ງປະຕິ ບັດມະຕິກອງປະຊຸມໃຫຍ່ ຄັ້ງທີ VIII ຂອງຄະນະພັກຮາກຖານ ວສລ, ໂດຍຍົກໃຫ້ເຫັນສາເຫດທີ່ພາໃຫ້ມີຈຸດ ດີ, ຈຸດອ່ອນຂໍ້ຄົງຄ້າງ ແລະ ບົດຮຽນ ທີ່ຖອດຖອນໄດ້ໃນການນໍາພາ-ຊີ້ ນໍາການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ໃນໄລຍະ 5 ປີ (20212025) ພ້ອມທັງຮັບຮອງເອົາແຜນ ວຽກຈຸດສຸມ 5 ແຜນງານ 37 ໂຄງ ການໃນ 5 ປີ (2026-2030). ໂອກາດນີ້, ຜູ້ແທນກອງປະຊຸມ ໃຫຍ່ຍັງໄດ້ພ້ອມກັນໃຊ້ສິດປະຊາ ທິປະໄຕຂອງຕົນປ່ອນບັດຄັດເລືອກ ເອົາຄະນະພັກຮາກຖານ ວສລ ຊຸດ ໃໝ່ ບົນພື້ນຖານຫລັກການລວມສູນ ປະຊາທິປະໄຕ ຖືກຕ້ອງສອດຄ່ອງ ກັບມາດຖານເງື່ອນໄຂທີ່ກຳນົດ ໄວ້ ໂດຍມີຜູ້ຮັບສະໝັກ 7 ສະຫາຍ ຍິງ 2 ສະຫາຍ ແລະ ເລືອກໄດ້ 5 ສະຫາຍ ຍິງ 1 ສະຫາຍ ເພື່ອສືບ ຕໍ່ນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດ ໜ້າທີ່ວຽກງານໃນຕໍ່ໜ້າ ຊຶ່ງກອງ ປະຊຸມຄັ້ງປະຖົມມະລືກໄດ້ເປັນ ເອກະສັນກັນເລືອກເອົາສະຫາຍ ວຽງວັດທະນາ ຊະນະພານ ເປັນ ເລຂາຄະນະພັກຮາກຖານ ວສລ, ສະຫາຍ ປອງໄຕ ຈະເລີນສຸກ ເປັນ ຮອງເລຂາ, ສະຫາຍສຸວັນຄູນດາລາ ເປັນປະທານກວດກາ, ສະຫາຍ ນາງ ວິຈິດສະຫວັນ ວັນເທຣີ ແລະ ສະຫາຍ ຈັນທະວອນ ຄຳພິລາວົງ ເປັນກຳມະການ. ໂອກາດນີ້, ສະຫາຍ ຄຳພັນ ເຜີຍຍະວົງ ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ການນໍາພາ-ຊີ້ນໍາຂອງຄະ ນະພັກຊຸດເກົ່າທີ່ສາມາດຍາດໄດ້ ຜົນສຳເລັດຫລາຍດ້ານ. ພ້ອມກັນນີ້, ສະຫາຍຍັງໄດ້ສະແດງຄວາມເປັນ ຫ່ວງເປັນໃຍຕໍ່ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ໄດ້ໃຫ້ທິດຊີ້ນຳ ຄະນະພັກ ຮາກຖານ ວສລ ຊຸດໃໝ່ ສືບຕໍ່ນຳ ພາ-ຊີ້ນຳຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ຄັ້ງນີ້ ໃຫ້ມີຜົນງານໃໝ່ ຍິ່ງໃຫຍ່ກວ່າເກົ່າ. ຂ່າວ: ວສລ

RkJQdWJsaXNoZXIy MTc3MTYxMQ==