gsfdko{dkora fmtok a xtgmf]k; ( 25/12/2025 pq d]tfa [;Pd'ko7;k,xvfwr{l5 0trk[cI''ko .olt4komu j gIa f;Pd.sh rkd]a f c]t gvdt-q o g]0kra dc0;'9exkla d ]q '-5 dp6 h dkozt]y f 16 j g,n v'xtm5 ,rvo ຂປລ. ແຫລ່ງຂ່າວຈາກແຂວງ ຈໍາປາສັກ ໃຫ້ຮູ້ວ່າ: ເມື່ອມໍ່ໆມານີ້ ທ່ານ ອາລຸນໄຊ ສູນນະລາດ ເລຂາ ຄະນະບໍລິຫານງານພັກ ແຂວງ ຈຳປາສັກ ພ້ອມດ້ວຍຄະນະລົງ ຢ້ຽມຢາມໂຄງການປູກເຂົ້າລະດູ ແລ້ງຂອງປະຊາຊົນ ທີ່ບ້ານມ່ວງ, ຢ້ຽມຢາມກຸ່ມຫັດຖະກຳຈັກສານ ບ້ານໜອງປັກແຮດ, ບ້ານຫລັກ 29, ໂຄງການກໍ່ສ້າງອາຄານໂຮງງານ ຜະລິດກາເຟ ດ້ວຍອາຍແກັດໄຮ ໂດຣເຈນ ຂອງບໍລິສັດ ລາວ ກຣີນ ໄຮໂດຣເຈນ ຈໍາກັດ ແລະ ໂຄງ ການປູກມອນລ້ຽງມ້ອນ ທີ່ບ້ານ ໜອງແວງ ຫລັກ 17 ຢູ່ເມືອງປະ ທຸມພອນີ້. ທ່ານ ສົມພົງ ພູນດວງສີ ປະທານ ກຸ່ມກະສິກອນ ທົ່ງໜອງປາຕອງ ບ້ານມ່ວງ ເມືອງປະທຸມພອນ ໄດ້ ລາຍງານວ່າ: ກຸ່ມກະສິກອນ ທົ່ງ ໜອງປາຕອງ ບ້ານມ່ວງ ມີສະມາ ຊິກທັງໝົດ 80 ຄົນ, ປູກເຂົ້າໃນເນື້ອ ທີ່ 50 ກວ່າເຮັກຕາ ສະມັດຕະພາບ ໄດ້ 200 ກວ່າໂຕນ ພ້ອມນີ້, ທາງ ກຸ່ມກະສິກອນ ໄດ້ສະເໜີໃຫ້ທາງ ແຂວງ, ເມືອງ ຊອກຕະຫລາດຈຳ ໜ່າຍເນື່ອງຈາກຜ່ານມາ ກະສິ ກອນປູກເຂົ້າໄດ້ຫລາຍ, ແຕ່ຈະ ຫຍຸ້ງຍາກໃນການຂາຍ ເນື່ອງຈາກ leg]a fdkolh k'0q ;0h k,oEI5 j ' c[[-j q ;7k; ຂປລ. ແຫລ່ງຂ່າວຈາກແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເພື່ອເປັນ ການສ້າງຂະບວນການຂໍ່ານັບຮັບ ຕ້ອນ ວັນປະຫວັດສາດສຳຄັນຂອງ ພັກ ຂອງຊາດ ໃນທ້າຍອາທິດ ຜ່ານມານີ້, ບ້ານໄຊສະຫວາດ ເມືອງໄຊຍະບູລີ ແຂວງໄຊຍະ ບູລີ ນໍາພາໂດຍ ທ່ານ ສົມພານ ດວງໃຈ ຮອງນາຍບ້ານ ບ້ານໄຊ ສະຫວາດ ໄດ້ເຕົ້າໂຮມປຸກລະດົມ ພໍ່ແມ່ປະຊາຊົນພາຍໃນບ້ານຂອງ ຕົນ ພ້ອມດ້ວຍພະນັກງານ-ນັກຮົບ ຈາກກອງພັນ 413, ກອງພັນທີ 2 ແລະ ໂຮງຮຽນກໍ່ສ້າງນາຍສິບ ການທະຫານທ້ອງຖິ່ນ ແຂວງໄຊ ຍະບູລີ ສ້າງຂົວຂ້າມນ້ຳຮຸ່ງແບບ ຊ່ົວຄາວ ນຳໃຊ້ໃນໄລຍະລະດູແລ້ງ ເພື່ອໃຫ້ມີຄວາມສະດວກສະບາຍໃນ ການໄປ-ມາຫາສູ່ ລະຫວ່າງ ບ້ານ ໄຊສະຫວາດ ກັບກົມກອງຄ້າຍທະ ຫານ ແລະ ສະດວກໃນການໄປ-ມາ ຄ້າຂາຍຕ່າງໆ. ທ່ານ ສົມພານ ດວງໃຈ ໃຫ້ຮູ້ວ່າ: ເນື່ອງຈາກເຫັນໄດ້ຄວາມຫຍຸ້ງຍາກ ຂາດເຂີນໃນການໄປ-ມາຫາສູ່, ການຊອກຫາລ້ຽງຊີບ ເຂົ້າ-ອອກ ບ້ານ ໂດຍການສັນຈອນຜ່ານ ສາຍນ້ຳຮຸ່ງ ເຮັດໃຫ້ການໄປ-ມາ ມີຄວາມຫຍຸ້ງຍາກພໍສົມຄວນ. ພາຍຫລັງສິ້ນສຸດລະດູຝົນຂອງທຸກໆ ປີ ອົງການຈັດຕັ້ງບ້ານໄດ້ມີການ ປຶກສາຫາລື ພ້ອມທັງແຈ້ງໃຫ້ພໍ່ແມ່ sk]n dP,9a f/b dvq [Iq ,;y xa fltokde,t4ko .sh oa oIPolq 'mq j ;c0;'s];'rt[k' ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ເມື່ອບໍ່ດົນ ມານີ້, ທີ່ໂຮງຮຽນມັດທະຍົມສົມບູນ ສົງ ວັດພູຄວາຍໂພຄາຣາມ ໄດ້ຈັດ ກອງປະຊຸມຄົ້ນຄວ້າ ແລະ ປຶກສາ ຫາລືກະກຽມຈັດຝຶກອົບຮົມວິປັດສະ ນາກໍາມະຖານ ໃຫ້ແກ່ນັກຮຽນສົງ ທົ່ວແຂວງຫລວງພະບາງ ປະຈຳສົກ ຮຽນ 2025-2026 ໂດຍການເປັນ ປະທານຂອງ ພະອາຈານ ຈັນທະ ລິນ ຈິນນະທໍາໂມ ຮອງປະທານ ອົງການພຸດທະສາສະໜາສຳພັນ ລາວ ແຂວງຫລວງພະບາງ ຫົວໜ້າ ກໍາມາທິການສຶກສາສົງ, ມີຄະນະ ຜູ້ບໍລິຫານການສຶກສາສົງແຂວງ, ຄະນະກໍາມາທິການເຜີຍແຜ່ສິນທໍາ ແລະ ປະຕິບັດກໍາມະຖານ ແລະ ຄະ ນະອຳນວຍການໂຮງຮຽນສົງພາຍ ໃນແຂວງຫລວງພະບາງ ເຂົ້າຮ່ວມ. ການຝຶກອົບຮົມວິປັດສະນາ ກໍາມະຖານເປັນກິດຂອງສົງ ທີ່ຕ້ອງ ປະຕິບັດຕາມຫລັກທໍາຄໍາສັ່ງສອນ ຂອງພະສໍາມາສໍາພຸດທະເຈົ້າ ຊຶ່ງ ພະພິກຂຸສາມະເນນ ຈະໄດ້ຮຽນຮູ້ ພາກທິດສະດີ ຄື: ພະທໍາມະວິໄນ ຂໍ້ວັດປະຕິບັດ ແລະ ພາກປະຕິບັດ ຄື: ການໄຫວ້ພະສູດມົນ ຈະເລີນ ພາວະນາ ເດີນຈົງກົມ ແລະ ຟັງທໍາ ຕາມທິດທາງ ແລະ ແຜນການທີ່ ຄະນະຮັບຜິດຊອບວາງອອກ ເພື່ອ ຝຶກອົບຮົມກິລິຍາມາລະຍາດ ການ ປະຊາຊົນພາຍໃນບ້ານ ກະກຽມຕັດ ໄມ້ຈິງ ແລະ ໄມ້ປ່ອງ ເພື່ອກະກຽມ ສ້າງຂົວຂ້າມແມ່ນ້ຳຮຸ່ງແບບ ຊົ່ວຄາວ ນຳໃຊ້ໃນໄລຍະລະດູແລ້ງ ເພື່ອໃຫ້ມີຄວາມສະດວກສະບາຍໃນ ການໄປ-ມາຫາສູ່ ລະຫວ່າງ ບ້ານ ໄຊສະຫວາດ ກັບກົມກອງຄ້າຍ ທະຫານ ແລະ ສະດວກໃນການໄປມາຄ້າຂາຍຕ່າງໆ.ທາງອົງການປົກ ຄອງບ້ານຈຶ່ງໄດ້ຄົ້ນຄວ້າ, ພ້ອມລະ ດົມທຶນຮອນນຳພໍ່ແມ່ປະຊາຊົນ, ຜູ້ ປະກອບການທຸລະກິດ, ກົມກອງ ກຳລັງຫລວງ, ກຳລັງທ້ອງຖິ່ນຂອບ ເຂດບ້ານໄຊສະຫວາດ ເພື່ອສົມທົບ ທຶນໃນການສ້າງຂົວຂ້າມນ້ຳຮຸ່ງ. ການເຮັດຂົວດັ່ງກ່າວແມ່ນໄດ້ນຳໃຊ້ ໄມ້ຈິງ ແລະ ໄມ້ປ່ອງໃນການສ້າງ ຂົວ ຊຶ່ງມີຄວາມຍາວ 110 ແມັດ ແລະ ກວ້າງ 2 ແມັດ. ການສ້າງຂົວໃນຄັ້ງນີ້, ນຳໃຊ້ ແຮງງານ 245 ແຮງງານ ໃນນີ້, ມີແຮງງານຈາກກຳລັງຫລວງ ແລະ ກຳລັງທ້ອງຖິ່ນ 75 ແຮງງານ, ພາຍໃຕ້ການນຳພາ-ຊີ້ນຳຂອງຄະ ນະຊີ້ນຳຈາກອົງການປົກຄອງບ້ານ ໄຊຊະຫວາດ ແລະ ຄະນະພັກ-ຄະ ນະບັນຊາຈາກກົມກອງ, ພໍ່ແມ່ປະ ຊາຊົນ ແລະ ອ້າຍນ້ອງທະຫານ ໄດ້ ເອົາໃຈໃສ່ສາມັກຄີກັນຢ່າງຫ້າວ ຫັນ, ເປັນຈິດໜຶ່ງໃຈດຽວສຸ່ມທຸກ ເຫື່ອແຮງທັງກາຍ ແລະ ໃຈ, ຍ້ອນ ຄວາມສາມັກຄີແລະ ມີຄວາມມານະ ອົດທົນ ຮ່ວມຈິດຮ່ວມໃຈ ຮ່ວມໄມ້ ຮ່ວມມື ຂອງພໍ່ແມ່ປະຊາຊົນ ແລະ ພະນັກງານ-ນັກຮົບ ຈຶ່ງເຮັດໃຫ້ ການສ້າງຂົວຂ້າມແມ່ນ້ຳຮຸ່ງ ບ້ານ ໄຊສະຫວາດ ໃນຄັ້ງນີ້ມີຜົນສຳເລັດ ໃນມື້ດຽວຕາມແຜນການຄາດໝາຍ ທີ່ວາງໄວ້ 100%. ຂ່າວ-ພາບ: ຮທ ຄຳຊາຍ ກວ່າງຄຸນສີ ຂປລ . ແຫລ່ງ ຂ່າ ວ ຈ າ ກ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ: ເມື່ອມໍ່ໆ ມານີ້ ກົມຄຸ້ມຄອງແຮງງານ ກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ ຮ່ວມກັບພະ ແນກແຮງງານ ແລະ ສະຫວັດດີ ການສັງຄົມ ແຂວງບໍ່ແກ້ວ ໄດ້ຈັດ ຝຶກອົບຮົມວຽກງານຄວາມປອດ ໄພ ແລະ ສຸຂະພາບແຮງງານ ໃນ ສະຖານທີ່ເຮັດວຽກໃຫ້ແກ່ພະນັກ ງານພາກລັດ ແລະ ພາກສ່ວນເອ ກະຊົນ ທີ່ກ່ຽວຂ້ອງໃນທົ່ວແຂວງ ບໍ່ແກ້ວ ໂດຍມີ ທ່ານ ນາງ ບົວວັນ ປັນຍາວົງ ຮອງຫົວໜ້າກົມຄຸ້ມຄອງ ແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ໂພ ເພັດ ບຸນທອງ ຮອງຫົວໜ້າພະແນກ ແຮງງານ ແລະ ສະຫວັດດີການ ສັງຄົມແຂວງ, ມີບັນດາພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ. ການຝຶກອົບຮົມຄັ້ງນີ້, ບັນດາ ນັກສຳມະນາກອນ ໄດ້ຮຽນຮູ້ ກ່ຽວກັບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ເປັນຕົ້ນ ຮັບປະກັນດ້ານສະພາບແວດລ້ອມ, ມີມາດຕະການທີ່ເໝາະສົມ, ການ ປ້ອງກັນ, ການຫລຸດຜ່ອນການເກີດ ອັນຕະລາຍ, ສະຕິປ້ອງກັນການ ເກີດອຸບັດເຫດ, ການໄດ້ຮັບບາດ ເຈັບ, ການປ້ອງກັນການເກີດພະຍາດ ອາຊີບ, ການສ້າງວັດທະນະທຳ ແລະ ສະຕິຕໍ່ການມີລະບຽບປະຕິບັດເປັນ ປົກກະຕິ ແລະ ບັນດາລະບຽບຫລັກ ການອື່ນໆ ທີ່ສະຖານທີ່ເຮັດວຽກ ຕ້ອງໄດ້ມີກົດລະບຽບ ແລະ ຜູ້ຮັບ ຜິດຊອບກ່ຽວກັບຄວາມປອດໄພ ແລະ ສຸຂະພາບແຮງງານ ຕ້ອງໄດ້ ຕິດຕາມກວດກາ ໃຫ້ມີມາດຕະຖານ ຄວາມປອດໄພ ແລະ ສຸຂະພາບແຮງ ງານ ໃນສະຖານທີ່ເຮັດວຽກ. ທັງນີ້ກໍເພື່ອເຮັດໃຫ້ພະນັກງານ ບັນດາພາກສ່ວນທີ່ກ່ຽວຂອງພາກ ລັດ ແລະ ພາກສ່ວນໂຮງງານ, ຫົວ ໜ່ວຍທຸລະກິດເອກະຊົນ ໄດ້ຮັບຮູ້ ເຂົ້າໃຈພາລະບົດບາດດັ່ງກ່າວ ແລະ ນຳໄປໜູນໃຊ້ ເພື່ອຄວາມປອດໄພ, ສຸຂະພາບແຮງງານ ໃນສະຖານທີ່ ເຮັດວຽກ ແລະ ປ້ອງກັນຜົນກະທົບ ດ້ານຕ່າງໆ ອາດຈະເກີດຂຶ້ນຕໍ່ ແຮງງານ ແລະ ເຈົ້າຂອງທຸກລະກິດ ໃຫ້ມີຄວາມສ່ຽງໜ້ອຍທີ່ສຸດ ເຮັດໃຫ້ ຕ່າງຝ່າຍຕ່າງມີຜົນປະໂຫຍດຢ່າງ ຍືນຍົງ. ຂ່າວ: ສາຍສະໝອນ ແກ້ວວິສິດ ບໍ່ມີຕະຫລາດຮອງຮັບ. ທ່ານ ບົວໄຂ ໄຊມີໂຊກ ຜູ້ຊ່ວຍ ປະທານ ກຸ່ມຫັດຖະກຳຫວາຍ ບ້ານ ໜອງປັກແຮດ ໄດ້ໃຫ້ຮູ້ວ່າ: ສຳລັບ ກຸ່ມຫັດຖະກຳຈັກສານ ບ້ານໜອງ ປັກແຮດ ປັດຈຸບັນມີສອງຄຸ້ມຄື: ຄຸ້ມຫລັກ 29 ແລະ ຄຸ້ມນ້ຳໄສລຸ່ມ ມີ 401 ຄອບຄົວ ໃນນັ້ນ, ມີ 250 ຄອບຄົວ ທີ່ເຮັດຫັດຖະກຳຫວາຍ ກວມເອົາ 62,34% ຂອງຄອບຄົວ ທັງໝົດ ໂດຍແບ່ງເປັນ 7 ກຸ່ມການ ຜະລິດຄື: ກຸ່ມຜະລິດກະໂຕກຫວາຍ 81 ຄອບຄົວ, ກຸ່ມຜະລິດ ຕູ້ຫວາຍ 50 ຄອບຄົວ, ກຸ່ມຜະລິດ ຕັ່ງຊຸດ ຫວາຍ 30 ຄອບຄົວ, ກຸ່ມຜະລິດ ຂາຕັ້ງນໍ້າ, 38 ຄອບຄົວ, ກຸ່ມຜະລິດ ເປນອນຫວາຍ 20 ຄອບຄົວ, ກຸ່ມ ຜະລິດ ອູ່ຫວາຍ 20 ຄອບຄົວ, ກຸ່ມ ຜະລິດ ກະຕ່າຫວາຍ 11 ຄອບຄົວ ຊຶ່ງຜະລິດຕະພັນຂອງພວກເຮົາແມ່ນ ມີຫລາຍຢ່າງເປັນທີ່ສົນໃຈຂອງ ແຂກພາຍໃນ ແລະ ຕ່າງປະເທດ ຫລາຍສົມຄວນ ເຫັນວ່າຊີວິດການ ເປັນຢູ່ຂອງປະຊາຊົນ ກໍຄືສະມາຊິກ ແມ່ນດີກວ່າແຕ່ກ່ອນຫລາຍ. ການລົງຢ້ຽມຢາມ ຂອງ ທ່ານ ອາລຸນໄຊ ສູນນະລາດ ຄັ້ງນີ້ ຈຸດປະ ສົງກໍເພື່ອຊຸກຍູ້ການຜະລິດຂອງ ປະຊາຊົນ, ຊຸກຍູ້ການຫັນລົງກໍ່ສ້າງ ຮາກຖານການເມືອງ ຕິດພັນກັບ ການພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຕາມ 4 ເນື້ອໃນ 4 ຄາດໝາຍ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ໃຫ້ມີຄວາມເປັນລະບຽບ ຮຽບຮ້ອຍ, ການຊຸກຍູ້ສົ່ງເສີມທ່າ ແຮງທີ່ບົ່ມຊ້ອນໃຫ້ແຂງແຮງ ເປັນ ທີ່ຮູ້ຈັກໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍ ສະເພາະຜະລິດຕະພັນເຄື່ອງຈັກ ສານຕ່າງໆ. ຂ່າວ-ພາບ: ປະພິດ ສີສົມບູນ ສະແດງອອກຂອງພະພິກຂຸສາມະ ເນນ ຕໍ່ພະພຸດທະສາສະໜາຫລັກທໍາ ຄໍາສັ່ງສອນສັງຄົມ, ການສືບທອດ ປົກປັກຮັກສາຮີດຄອງປະເພນີອັນ ດີງາມ ແລະ ຊັບສົມບັດຂອງພະພຸດ ທະສາສະໜາທີ່ມີຄຸນຄ່າ ເປັນສູນ ລວມຈິດໃຈຂອງຊາວພຸດທັງຫລາຍ ໃຫ້ຢູ່ຄູ່ກັບສັງຄົມລາວຕະຫລອດໄປ ແລະ ເພື່ອໃຫ້ນັກຮຽນໄດ້ມີໂອກາດ ເຂົ້າຝຶກອົບຮົມປະຕິບັດຕາມພະ ທໍາມະວິໄນຄໍາສັ່ງສອນ, ໄດ້ຝຶກ ອົບຮົມຫລັກການປະຕິບັດຂອງວິ ປັດສະນາກໍາມະຖານ ຢ່າງຖືກຕ້ອງ ໂດຍມີເປົ້າໝາຍເລັ່ງໃສ່ນັກຮຽນສົງ ຂັ້ນ ມ3-ມ7 ໃນທົ່ວແຂວງຫລວງ ພະບາງ ແລະ ອອກຕົນຍາດໂຍມ ຜູ້ທີ່ສົນໃຈເຂົ້າຮ່ວມຝຶກອົບຮົມວິປັດ ສະນາກໍາມະຖານດັ່ງກ່າວ ໂດຍ ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 3-11 ມັງກອນ 2026 ທີ່ວັດປ່າຜາ ໂອ ນະຄອນຫລວງພະບາງ. ໄລຍະ ການຝຶກອົບຮົມ, ສາມະເນນທີ່ເປັນ ນັກຮຽນເຂົ້າຮ່ວມຈະໄດ້ອອກຮັບ ບິນທະບາດນຳອອກຕົນຍາດໂຍມ ຜູ້ມີຈິດໃຈໃສສັດທາ ຈຳນວນ 3 ເຂດຄື: ບ້ານປ່ອງຄຳ-ບ້ານໂພນ ແພງ-ບ້ານທາດຫລວງ, ບ້ານດອນ ໃໝ່-ດອນເກົ່າ-ບ້ານຄົກວ່າ ແລະ ບ້ານພັນຫລວງ-ບ້ານເມືອງງາ. ດັ່ງນັ້ນ, ຂໍເຊີນຊວນຊາວພຸດທະ ສາສະນິກະຊົນ ຜູ້ມີຈິດໃຈໃສສັດທາ ຮ່ວມອະນຸໂມທະນາບຸນ ແລະ ຮ່ວມ ເປັນເຈົ້າພາບ-ເຈົ້າສັດທາ ອຸປະຖໍາ ວັດຖຸປັດໄຈແດ່ພະສົງສາມະເນນ ທີ່ ຮ່ວມຝຶກອົບຮົມວິປັດສະນາກໍາມະ ຖານໃນຄັ້ງນີ້ຕາມກຳລັງສັດທາ.
RkJQdWJsaXNoZXIy MTc3MTYxMQ==