glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:ມາລີດາີດ xtgmf]k; 6 25/12/2025 glf4tdy f{la '7q , -u ;y f{;a fmtotme u y a [a opkdkffu [= ]y dkofu ]6 d7h kxtma [.9 7n \kdsq ;.9le7a o0v'l;ovkg,-U '8ec-[ Iv'xtmkoltrkcsj '-kf Ij ;,'ko[5 oxtgrou dy o9P'muj [h kozkla ' ຮັບປີໃໝ່, ເປັນການສະຫລຸບຜົນສໍາ ເລັດໃນການຜະລິດຜົນລະປູກ ໃນ ຮອບ 1 ປີຜ່ານມາ. ຊົນເຜົ່າມົ້ງ ມີ ວັດທະນະທໍາ-ຮີດຄອງປະເພນີອັນ ດີງາມ ທີ່ເປັນເອກະລັກຂອງເຜົ່າ ແລະ ນອນໃນວັດທະນະທໍາຂອງ ຊາດລາວມາແຕ່ດຶກດໍາບັນຄຽງຄູ່ ກັບເຜົ່າອື່ນໆໃນ ສປປ ລາວ. ການ ເຮັດບຸນ (ນໍເປເຈົ່າ) ເຜົ່າມົ້ງຈັດ ຂຶ້ນພາຍຫລັງເກັບກູ້ຜົນຜະລິດກະ ສິກໍາສໍາເລັດ, ກ່ອນຈະເຖິງບຸນນໍ ເປເຈົ່າ ຂອງປະຊາຊົນເຜົ່າມົ້ງ ໄດ້ ມີການຫ້າງຫາກະກຽມສິ່ງທີ່ຈໍາ ເປັນ ເປັນຕົ້ນແມ່ນເຕົ້າໂຮມເຄື່ອງ ມືອອກແຮງງານທຸກຊະນິດ, ກະ ກຽມສະບຽງອາຫານການກິນປະ ເພດຕ່າງໆ ແລະ ເຄື່ອງໃຊ້ພາຍ ໃນຄອບຄົວເຊັ່ນ: ເຂົ້າ, ປາ, ຜັກ, ຂປລ. ເມື່ອມໍ່ໆມານີ້, ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານ ສະພາແຫ່ງຊາດ ໄດ້ເຂົ້າຮ່ວມບຸນ ກິນຈຽງ (ນໍເປເຈົ່າ) ທີ່ບ້ານຜາ ສັງ ເມືອງເຟືອງ ແຂວງວຽງຈັນ, ມີການນຳຂັ້ນເມືອງ, ພະນັກງານ ປະຕິວັດອາວຸໂສບໍານານ, ເຈົ້າກົກ ເຈົ້າເຫລົ່າ, ຫົວໜ້າຊິງຊາວ ພ້ອມ ດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ. ທ່ານ ບູນມີ ກາຢົງ ຫົວໜ້າ ຫ້ອງການສຶກສາ ແລະ ກິລາ ໄດ້ ກ່າວວ່າ: ໂດຍປະຕິບັດຕາມຮີດ ຄອງປະເພນີຂອງເຜົ່າມົ້ງ ໃນແຕ່ລະ ປີຮອດເດືອນ 12 ສາກົນ ໄດ້ຈັດຕັ້ງ ການສະເຫລີມສະຫລອງບຸນປີໃໝ່ ຂອງເຜົ່າມົ້ງ ເຊິ່ງເອີ້ນກັນວ່າ “ນໍ ເປເຈົ່າ” ແລະ ທີ່ໄດ້ຈັດຕັ້ງກັນມາ ແຕ່ດົນນານແລ້ວ ຊຶ່ງບຸນດັ່ງກ່າວ ເປັນການສົ່ງທ້າຍປີເກົ່າ ແລະ ຕ້ອນ ຟືນ, ນໍ້າ, ເຄື່ອງນຸ່ງ ແລະ ອື່ນໆ ໃຫ້ພຽງພໍພາຍໃນກໍານົດ 3 ວັນ; ໃນເວລາເຮັດບຸນຕ້ອງໄດ້ຄະລໍາ 3 ວັນ ເປັນຕົ້ນ: ຫ້າມໃຊ້ຈ່າຍເງິນຄໍາ, ຫ້າມໄປອອກແຮງງານ, ໄປຊອກ ຫາກິນ, ຫ້າມຫລິ້ນພ້າ, ມີດ ທີ່ເປັນ ປະເພດແຫລມຄົມ ແລະ ອື່ນໆ. ບຸນ ກິນຈຽງເຜົ່າມົ້ງ ແມ່ນຈັດພິທີຕາມ ປະເພນີຄືື: ສົ່ງທ້າຍປີເກົ່າ-ຕ້ອນ ຮັບປີໃໝ່ເຂົ້າໃນວົງວຽນ ເພື່ອກໍາ ຈັດປັດເປົ່າສິ່ງຊົ່ວຮ້າຍ, ພະຍາດ ໂລຄາ, ສິ່ງທີ່ບໍ່ດີໃຫ້ໄປນໍາປີເກົ່າ ແລະ ອວຍພອນໄຊອັນປະເສີດຕ້ອນ ຮັບປີໃໝ່ ຈາກນັ້ນເອີ້ນຂວັນໃຫ້ແກ່ ສະມາຊິກພາຍໃນຄອບຄົວ ແລະ ປະຊາຊົນພີ່ນ້ອງຊິງຊາວຕ່າງໆໃນ ທົ່ວຕະກູນ ຫລື ຢູ່ພາຍໃນບ້ານ, ນໍາ ພາເຮັດຮີດຄອງກິນທານໃຫ້ບັນພະ ບູລຸດຜູ້ທີ່ລ່ວງລັບໄປໃນເມື່ອກ່ອນ ເພື່ອສະແດງຄວາມເຄົາລົບ, ຄວາມ ຮູ້ບຸນຄຸນຕໍ່ເຂົາເຈົ້າ. ໃນໂອກາດບຸນ ປີໃໝ່ ເຊິ່ງເປັນເງື່ອນໄຂໃຫ້ແກ່ ຊາວໜຸ່ມ, ຍິງໜຸ່ມ (ບ່າວ-ສາວ) ໄດ້ພົບໜ້າພໍ້ຕາ ແລະ ມີໂອກາດ ຊອກຫາຄູ່ຄອງເພື່ອສ້າງຄອບຄົວ. ພ້ອມນັ້ນ, ທ່ານ ຈະເລີນ ເຢຍ ປາວເຮີ ຮອງປະທານສະພາແຫ່ງ ຊາດ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນງານ ທີ່ຄະນະກຸ່ມບ້ານ, ອົງ ການປົກຄອງແຕ່ລະບ້ານຕະຫລອດ ຮອດປະຊາຊົນຍາດມາໄດ້ໃນໄລ ຍະຜ່ານມາ. ພ້ອມນີ້, ຍັງໄດ້ຍົກໃຫ້ ເຫັນການຫັນປ່ຽນໃນການສ້າງສາ ພັດທະນາປະເທດຊາດ ໂດຍສະ ເພາະແມ່ນບ້ານຜາສັງ ເມືອງເຟືອງ ຈົ່ງສືບຕໍ່ສຸມໃສ່ການຜະລິດທາງ ດ້ານກະສິກຳ ຕາມທ່າແຮງໃນການ ປູກ, ການລ້ຽງໃຫ້ເປັນຂະບວນ ພົ້ນເດັ່ນໄປພ້ອມກັບການປົກປັກ ຮັກສາປະເພນີອັນດີງາມ, ຄວາມ ສາມັກຄີປອງດອງ, ເປັນເຈົ້າການ ແລະ ມີສ່ວນຮ່ວມໃນການຈັດຕັ້ງ ປະຕິບັດແຜນການພັດທະນາເສດ ຖະກິດ-ສັງຄົມ ທີ່ເມືອງກໍຄືບັນດາ ບ້ານວາງອອກ ແນໃສ່ປັບປຸງຊີວິດ ການເປັນຢູ່ຂອງພໍ່ແມ່ປະຊາຊົນ ບັນດາເຜົ່າ ນັບມື້ດີຂຶ້ນເປັນກ້າວ. ຂປລ. ໃກ້ທ້າຍອາທິດແລ້ວ, ທ່ານມີບ່ອນໄປຖ່າຍຮູບຫລິ້ນງາມໆ ແລ້ວບໍ່?,ຖ້າຍັງບໍ່ມີບ່ອນໄປຫລືບໍ່ຮູ້ ຈະໄປຫລິ້ນໃສ. ມື້ນີ້, ຄໍລໍາ “ສົ່ງ ເສີມທຸລະກິດ” ໜັງສືພິມປະເທດ ລາວ ຈະພາບັນດາທ່ານ ມາສໍາຜັດ ກັບຄວາມງາມ ຂອງທໍາມະຊາດ ຈາກດອກໄມ້ຫລາກຫລາຍສີສັນ ໃນສວນອາເມຊີ້ງຕໍາແຊບ ຢູ່ບ້ານ ໜອງສອງຫ້ອງ ເມືອງໄຊທານີ ນະຄອນຫລວງວຽງຈັນ ບອກໄດ້ ເລີຍວ່າ ມາບ່ອນດຽວທ່ານຈະໄດ້ ຄວາມປະທັບໃຈແນ່ນອນ ທີ່ເວົ້າມາ ນີ້ ຜູ້ຂຽນເອງໄດ້ໄປສໍາຜັດມາແລ້ວ ບອກເລີຍປະທັບໃຈຫລາຍ ເນື່ອງ ຈາກສວນແຫ່ງນີ້ ມີຈຸດທີ່ຖ່າຍຮູບ ການໄວ້ບໍລິການ ເປັນຕົ້ນອາຫານ ທີ່ຂຶ້ນຊື່ຂອງຮ້ານຕ້ອງຕໍາອາເມຊີ້ງ ຄືຕໍາທີ່ລວມເຄື່ອງຄຽງຫລາຍຊະ ນິດແຕ່ບອກໄດ້ເລີຍວ່າແຊບຫລາຍ, ນອກນີ້ຍັງມີເຂົ້າຜັດ, ປາລາດພິກ, ຍໍາສະຫລັດ, ຍຳທະເລ, ຕົ້ນຍ້ຳກຸ້ງ, ປາໜຶ້ງໝາກນາວ, ຈືນດູກຂ້າງໝູ, ພິດຊ້າ ແລະ ອື່ນໆອີກຫລາຍລາຍ ການ. ພ້ອມນັ້ນ, ໃນຕອນແລງກໍ ມີບໍລິການບຸບເຟ້ ໃນລາຄາພຽງ 119.000 ກີບຕໍ່ຄົນ ຕື່ມອີກ. ທ່ານ ເຄນ ໄກຫາລາດ ເຈົ້າ ຂອງສວນ ອາເມຊີ້ງຕໍາແຊບ ໃຫ້ຮູ້ ວ່າ: ກ່ອນຈະມາເຮັດສວນອາເມຊີ້ງ ຕໍາແຊບ ຕົນເອງໄດ້ເຮັດຫລາຍອາ ຊີບມາກ່ອນແລ້ວແລະແຕ່ລະອາຊີບ ກໍບໍ່ປະສົບຜົນສໍາເລັດຕາມທີ່ຂາດ ຫວັງ ຍ້ອນຂາດປະສົບການເຮັດໃຫ້ ລົ້ມລຸກຄຸກຄານມາຫລາຍເທື່ອ ຈົນ ເກີດແນວຄິດທໍ້ຖອຍ, ແຕ່ຍ້ອນຄິດ ເຫັນຄົນໃນຄອບຄົວຈຶ່ງມີກໍາລັງໃຈ ລຸກຂຶ້ນສູ້ອີກຄັ້ງໜຶ່ງ ແລະ ໄດ້ຕັດ ສິນໃຈມາບຸກເບີກເນື້ອທີ່ດິນກວ່າ 1 ເຮັກຕາ ເປີດສວນອາຫານແຫ່ງນີ້ ຂຶ້ນ ເຊິ່ງໃນເບື້ອງຕົ້ນ ຕົນເອງເງິນ ທຶນກໍບໍ່ຫລາຍຈຶ່ງໄດ້ລົງມືເຮັດເອງ ໃນຫລາຍໆຂັ້ນຕອນ ຈົນໄດ້ມາເປີດ ສວນອາຫານຮູບແບບການທ່ອງ ທ່ຽວ ໃນປີ 2019 ໂດຍໃສ່ຊື່ວ່າ: “ສວນອາເມຊີ້ງຕໍາແຊບ” ເຊິ່ງມີ ຄວາມໝາຍວ່າ ຢາກໃຫ້ຮ້ານມີ ຄວາມສວຍງາມ ແລະ ມີຄວາມ ແປກໃໝ່, ຍິ່ງໃຫຍ່ຂຶ້ນເລື້ອຍໆ ເຖິງ ວ່າຕອນນີ້ ຈະຍັງບໍ່ຮອດເປົ້າໝາຍ ກໍຕາມ ແຕ່ກໍໄດ້ປັບປຸງພັດທະນາ ມາເລື້ອຍໆ ເພື່ອສ້າງສີສັນໃໝ່ໆ ແລະ ສ້າງຄວາມປະທັບໃຈໃຫ້ລູກ ຄ້າ. ແນວໃດກໍດີ, ປີນີ້ຮ້ານເຮົາກໍ ກ້າວເຂົ້າປີທີ 6 ແລ້ວ ເຊິ່ງເຫັນວ່າ ລູກຄ້າໃຫ້ຜົນຕອບຮັບດີຫລາຍ ໃນ ແຕ່ລະມື້ຈະມີລູກຄ້າເຂົ້າມາໃຊ້ບໍລິ ການ ປະມານ 100 ກວ່າຄົນຂຶ້ນ ໄປຕໍ່ມື້, ຖ້າໄລຍະມີເທສະການ ຫລື ວັນເສົາ, ອາທິດແມ່ນປະມານ 1.000 ຄົນ/ມື້, ສະເພາະເຂົ້າຊົມ ສວນດອກໄມ້ກໍປະມານ 500 ຄົນ/ ມື້, ບາງຄົນກໍມາຊົມສວນດອກໄມ້ ຖ່າຍຮູບຫລິ້ນ, ບາງຄົນມາຮັບປະ ທານອາຫານພຽງຢ່າງດຽວ ກໍມີ. ໂດຍສວນດອກໄມ້ ປີນີ້ແມ່ນຈະ ເນັ້ນປູກດອກດາວກະຈາຍ ແລະ ດອກດາວເຮືອງ ເຊິ່ງປັດຈຸບັນກໍາ ລັງບັ່ງບານອອກດອກສວຍງາມ ເໝາະແກ່ການມາຖ່າຍຮູບຫລິ້ນ ໂດຍລາຄາເຂົ້າຊົມສໍາລັບຜູ້ໃຫຍ່ 30.000 ກີນ, ເດັກນ້ອຍ 20.000 ກີບ (ຜູ້ເຖົ້າ ແລະ ເດັກນ້ອຍໆແມ່ນ ເຂົ້າຊົມໂດຍບໍ່ເສຍຄ່າ). ສ່ວນອາ ຫານກໍຈະມີຫລາກຫລາຍລາຍການ ໄວ້ໃຫ້ລູກຄ້າໄດ້ເລືອກ ເປັນຕົ້ນ ຕຳ ອາເມຊີ້ງ, ພິດຊ້າ, ປາໜຶ້ງໝາກ ນາວ, ປາລາດພິກ, ຈືນດູກຂ້າງ, ປະ ເພດຍຳ, ເຂົ້າຜັດ, ແລະ ອື່ນໆອີກ ຫລາຍຢ່າງເຊິ່ງແຕ່ລະຢ່າງແມ່ນ ມີລົດຊາດທີ່ແຊບຊ້ອຍ ເນື່ອງຈາກ ວ່າອາຫານແຕ່ລະເຍື່ອງໄດ້ຄັດສັນ ວັດຖຸດິບທີ່ດີ, ສົດໃໝ່ໃນແຕ່ລະ ມື້ ແລະ ທີ່ສຳຄັນລາຄາກໍບໍ່ແພງ. ຍັງບໍ່ພໍເທົ່ານີ້ທາງຮ້ານເຮົາຍັງ ບໍລິການບຸບເຟ້ຊີ້ນດາດ ໃນລາຄາ 119.000 ກີບຕໍ່ຄົນ ເລີ່ມເປີດ ເວລາ 16:00 ເປັນຕົ້ນໄປສຳລັບ ບຸບເຟ້. ນອກນັ້ນທາງຮ້ານຍັງມີ ບ່ອນຫລິ້ນສຳລັບເດັກນ້ອຍນຳອີກ. ທ່ານ ເຄນ ເວົ້າເສີມວ່າ: ມາ ຮອດປັດຈຸບັນ ສາມາດເວົ້າໄດ້ວ່າ ຮ້ານເຮົາ ກໍເປັນຮ້ານໜຶ່ງທີ່ສາມາດ ປະກອບສ່ວນໃນການສ້າງວຽກ ເຮັດງານທໍາໃຫ້ປະຊາຊົນອ້ອມ ຂ້າງໄດ້ຢ່າງຫລວງຫລາຍ ບໍ່ວ່າຈະ ເປັນພະນັກງານປະຈໍາພາຍໃນຮ້ານ ກວ່າ 30 ຄົນ ແລະ ການຮັບຊື້ວັດຖຸ ດິບຈາກປະຊາຊົນທີ່ນໍາມາຂາຍໃຫ້ ອີກດ້ວຍ.ສຳລັບແຜນພັດທະນາໃນ ຕໍ່ໜ້າ ຈະເຮັດເຮືອນພັກໂຮມສະເຕ ແລະ ກໍຈະມີການປັບປຸງຕົບແຕ່ງ ສວນໃຫ້ມີສິ່ງແປກໃໝ່ຢູ່ຕະຫລອດ. ສະນັ້ນ, ຈຶ່ງຢາກເຊີນຊວນລູກຄ້າ ທີ່ ໄດ້ກາຍໄປກາຍມາ ກໍສາມາດແວ່ ເຂົ້າມາທ່ຽວຊົມສວນດອກໄມ້,ກິນ ອາຫານແຊບໆ ຢູ່ທີ່ສວນອາເມ ຊີ້ງຕຳແຊບ ໄດ້ໂດຍຮ້ານຕັ້ງຢູ່ບ້ານ ໜອງສອງຫ້ອງ, ເມືອງໄຊທານີ, ນະຄອນຫລວງວຽງຈັນ ເປີດເວ ລາ 9:00- 21:30 ໂມງ ຫລື ໄດ້ ມາແລ້ວບໍ່ຮູ້ຮ້ານກໍຕິດຕໍ່ສອບຖາມ ລາຍລະອຽດໄດ້ທີ່ເບີ 020 5605 6889 ຫລື ເບິ່ງຂໍ້ມູນເພີ່ມເຕີມໄດ້ ທີ່ເຟສບຸກ ສວນອາເມຊີ້ງຕໍາແຊບ. ທີ່ສວຍງາມໄວ້ຄອຍບໍລິການ ໂດຍ ສະເພາະສວນດອກໄມ້ໃນລາຄາທີ່ ບໍ່ແພງແຕ່ຈະໄດ້ຄວາມຮູ້ສຶກຄືໄປ ຫລິ້ນຕ່າງປະເທດເລີຍເວລາຖ່າຍ ຮູບອອກມາ. ນອກນີ້, ພາຍໃນຮ້ານ ຍັງມີອາຫານຫລາກຫລາຍລາຍ
RkJQdWJsaXNoZXIy MTc3MTYxMQ==