7182

ແລະ ຄວາມໝາຍສໍາຄັນຂອງວັນ ຊາດ ຊຶ່ງແມ່ນວັນແຫ່ງໄຊຊະນະ ອັນຍິ່ງໃຫຍ່ໃນປະຫວັດສາດແຫ່ງ ການຕໍ່ສູ້ຂອງຊາດລາວ, ແມ່ນວັນ ທີ່ປະຊາຊົນລາວບັນດາເຜົ່າໄດ້ມີ ອິດສະລະພາບ ແລະ ໄດ້ເປັນເຈົ້າ ຂອງປະເທດຊາດຢ່າງແທ້ຈິງ, ແມ່ນ ວັນທີ່ປະເທດລາວ ໄດ້ມີເອກະລາດ ຢ່າງສົມບູນ ແລະ ມີອະທິປະໄຕ ຢ່າງຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດ ອື່ນໆໃນເວທີປະຊາຄົມໂລກ. ພ້ອມ ນີ້, ທ່ານຍັງໄດ້ຍົກໃຫ້ຮູ້ຕະຫລອດ ໄລຍະ 50 ປີ ແຫ່ງການປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ ແລະ ການສືບຕໍ່ເສີມ ຂະຫຍາຍມູນເຊື້ອວັນຊາດ ໃຫ້ຜູ້ ເຂົ້າຮ່ວມໄດ້ຮັບຮູ້ ແລະ ນຳໄປໝູນ ໃຊ້ເຂົ້າໃນວຽກງານຕົວຈິງ; ທັງ ໄດ້ຍົກໃຫ້ເຫັນເຖິງຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ອະດີດຜູ້ນໍາທີ່ ແສນເຄົາລົບຮັກຂອງປວງຊົນລາວ ທັງຊາດ ຊຶ່ງເປັນຜູ້ນໍາພາກໍ່ຕັ້ງ ພັກ ປປ ລາວ, ເປັນວິລະບູລຸດແຫ່ງ ຊາດລາວ, ເປັນຜູ້ຈັດຕັ້ງນໍາພາ-ພາ ລະກິດປະຕິວັດອັນຍິ່ງໃຫຍ່ຂອງ ປະເທດຊາດຍາດໄດ້ໄຊຊະນະຢ່າງ ສະຫງ່າງາມ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ; ຍົກໃຫ້ເຫັນຄວາມປີຊາສາມາດໃນ ການນຳພາ-ຊີ້ນຳພາລະກິດປະຕິວັດ ຕະຫລອດຊີວິດຂອງເພິ່ນ ແລະ ຍົກ ໃຫ້ເຫັນແບບຢ່າງຄຸນສົມບັດສິນທຳ ປະຕິວັດ ແລະ ແບບແຜນດຳລົງ ຊີວິດທີ່ລຽບງ່າຍຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍ ເປັນຫ່ວງເປັນໄຍຕໍ່ການພັດທະນາ ປະເທດຊາດ. ໃນໂອກາດດຽວກັນ, ກໍໄດ້ມີພິ ທີປະກາດແຕ່ງຕັ້ງສະຫາຍ ນາງ ລອນສີ ມີໄຊ ຮອງເລຂາໜ່ວຍ ພັກ, ຮອງຫົວໜ້າກົມຄຸ້ມຄອງເງິນ ບຳລຸງພັກ ເປັນຮັກສາການຫົວໜ້າ ກົມຄຸ້ມຄອງເງິນບຳລຸງພັກ ຫ້ອງ ວ່າການສູນກາງພັກ, ສະຫາຍ ຄຳສິງ ມາມຸກດາ ກຳມະການຄະນະ ພັກ, ຫົວໜ້າກົມກວດກາຫ້ອງວ່າ ການສູນກາງພັກ ແລະ ສະຫາຍ ສຸກສະໝອນ ສີບຸນເຮືອງ ຫົວໜ້າ ກົມຄຸ້ມຄອງເງິນບຳລຸງພັກ ຫ້ອງວ່າ ການສູນກາງພັກອອກພັກການ-ຮັບ ອຸດໜູນບຳນານ. ຂ່າວ: ກິດຕາ; ພາບ: ຂັນໄຊ 25/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ -k;r5 f]k; Ij ;,gmmv's]+ rtr5 fmtI6 [ c]t lq ,3rfrt 9 vq ' ຂປລ. ສຳນັກປະຕິບັດວິປັດ ສະນາກຳມະຖານວັດປ່ານາຄູນ ນ້ອຍ ເມືອງນາຊາຍທອງ ນະຄອນ ຫລວງວຽງຈັນ ຈັດພິທີເທທອງຫລໍ່ ພະພຸດທະຮູບ 9 ອົງ ເພື່ອນຳໄປ ປະດິດສະຖານໄວ້ວັດແຫ່ງຕ່າງໆ ຢູ່ແຂວງຜົ້ງສາລີ ແລະ ສູດສົມ ໂພດພະພຸດທະຮູບ 9 ອົງ ໃນວັນທີ 20-21 ທັນວາ 2025 ຜ່ານມາ ນີ້, ໂດຍມີພະອາຈານ ຄໍາມາ ປັນ ຍາວິຈິດ ຮອງປະທານສູນກາງ ອພສ, ບັນດາພະເຖລານຸເຖລະ, ເຈົ້າ ພາບ, ເຈົ້າສັດທາ, ພ້ອມດ້ວຍພຸດ ທະສາສະນິກະຊົນລາວບັນດາເຜົ່າ ເຂົ້າຮ່ວມ. ໂອກາດນີ້, ພະອາຈານໃຫຍ່ ສີທົນ ໄຊຍະວົງສອນ ເຈົ້າອະທິການ ວັດປ່ານາຄູນນ້ອຍ ໄດ້ໃຫ້ຮູ້ວ່າ: ພະ ພຸດທະຮູບ 9 ອົງ ທີ່ຫລໍ່ໃນຄັ້ງນີ້ ມີພະຊະນະມານ 7 ອົງ, ລາວສະ ມາທິ 2 ອົງ, ໜ້າຕັກກວ້າງ 80 ຊັງຕີແມັດ, ສູງ 155 ຊັງຕີແມັດ ຊຶ່ງຈະໄດ້ນໍາໄປຖວາຍໃຫ້ວັດແຫ່ງ ຕ່າງໆຢູ່ແຂວງຜົ້ງສາລີ ເພື່ອໃຫ້ ລູກຫລານຊາວພຸດທີ່ມີຈິດໃຈ ເຫລື້ອມໃສສັດທາໄດ້ມາກາບໄຫວ້ ສັກກະລະບູຊາ ເພື່ອເປັນບຸນເປັນ ກຸສົນ, ຍຶດໜ່ຽວຈິດໃຈໃຫ້ຢູ່ໃນ ຄວາມສະຫງົບ, ໂປ່ງໃສ, ມີສິນ, ມີ ທຳ, ຄິດດີ, ທຳດີ, ປະຕິບັດແຕ່ສິ່ງ ດີໆ; ທັງເປັນການເຕົ້າໂຮມຊາວພຸດ ທະສາສະນິກະຊົນລາວບັນດາເຜົ່າ ໃຫ້ມີຄວາມສາມັກຄີປອງດອງ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ ເພື່ອ ຄ້ຳຈູນພະພຸດທະສາສະໜາໃຫ້ຈະ ເລີນງອກງາມເປັນທີ່ເພິ່ງທາງໃຈ ຂອງຊາວພຸດລາວບັນດາເຜົ່າຕະ ຫລອດໄປ. ພະພຸດທະຮູບ 9 ອົງ ທີ່ຫລໍ່ໃນຄັ້ງນີ້, ຈະໄດ້ສືບຕໍ່ຈັດພິ ທີກຳທາງພຸດທະສາສະໜາ ກໍຄື ສູດສົມໂພດພະໃນອີກ 3 ເດືອນ ຂ້າງໜ້າ ກໍຄື ໃນເດືອນ 3 ປີ 2026, ຫລັງຈາກນັ້ນຈະນຳໄປ ຖວາຍໃຫ້ວັດແຫ່ງຕ່າງໆຢູ່ແຂວງ ຜົ້ງສາລີ. ໃນວັນທີ 21 ທັນວາ 2025 ຍັງ ໄດ້ຈັດພິທີກໍາທາງສາສະໜາເປັນ ຕົ້ນຖວາຍສັງຂະທານ, ໃສ່ບາດ ພະສົງ 80 ອົງ, ໄຫວ້ພະສະມາ ທານ ສິນ 8, ສູດປະຣິຕະມຸງຄຸນ ແລະ ສູດສົມໂພດພະພຸດທະຮູບ 9 ອົງຕະຫລອດທັງຄືນ. ຂ່າວ: ກິດຕາ; ພາບ: ຂັນໄຊ ເປີດໂຄງການເຂົ້າເຖິງ...ີົ້ິ ຫາລືກະກຽມຄວາມພ້ອມ...ື້ ກະຊວງການຕ່າງປະເທດ...່ ຫສພ ເຊື່ອມຊຶມເອກະສານ...ື່ຶ ງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2025 ແລະ ທິດທາງ ແຜນການປະຈຳປີ 2026; ຜົນ ຂອງການຈັດຕັ້ງປະຕິບັດວາລະ ແຫ່ງຊາດວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ; ວຽກງານກໍ່ສ້າງພັກ-ພະນັກງານ ກໍຄື ການປະຕິບັດມະຕິກອງປະຊຸມ ວຽກງານຈັດຕັ້ງທົ່ວປະເທດຄັ້ງ ທີ XI ແລະ ທິດທາງຕໍ່ໜ້າ; ການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ແລະ ວຽກງານການຕ່າງປະເທດ ປະຈຳ ປີ 2025; ວຽກງານຈຸດສຸມແຕ່ນີ້ ຮອດກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແນໃສ່ເຮັດໃຫ້ສະມາຊິກ ພັກ, ພະນັກງານພາຍໃນ ຫສພ ມີ ຄວາມຮັບຮູ້ ແລະ ເຂົ້າໃຈຢ່າງຖືກ ຕ້ອງ, ກຳແໜ້ນ ແລະ ເປັນເອກະ ພາບຕໍ່ເນື້ອໃນທີ່ນຳມາເຜີຍແຜ່ໃນ ຄັ້ງນີ້, ເສີມຂະຫຍາຍດ້ານດີ, ປະ ກອບສ່ວນເຂົ້າໃນການຈັດຕັ້ງປະ ຕິບັດວຽກງານທີ່ຢູ່ໃນຄວາມຮັບ ຜິດຊອບຂອງຕົນໃຫ້ມີຜົນສຳເລັດ, ມີປະສິດທິພາບ ແລະ ປະສິດທິຜົນ ຢ່າງແທ້ຈິງ. ນອກຈາກນີ້, ສະຫາຍ ເພັດ ພົມພິພັກ ຍັງໄດ້ຫວນຄືນມູນເຊື້ອວັນ ສະຖາປະນາ ສປປ ລາວ ກໍຄື: ວັນ ຊາດທີ 2 ທັນວາ ຄົບຮອບ 50 ປີ ໂດຍໄດ້ຍົກໃຫ້ເຫັນເຖິງມູນເຊື້ອ ທານຂອງທ່ານ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກກະ ຊວງ, ລັດຖະມົນຕີກະຊວງການ ຕ່າງປະເທດ, ມີຄະນະພັກ-ຄະນະ ນຳກະຊວງ, ຄະນະກົມ, ອະດີດທູດ ອາວຸໂສ-ພະນັກງານບໍານານ, ຄະ ນະພະແນກ ແລະ ບັນດາພະນັກງານ ກະຊວງການຕ່າງປະເທດທີ່ຢູ່ພາຍ ໃນເຂົ້າຮ່ວມແບບເຊິ່ງໜ້າ ແລະ ບັນດາເອກອັກຄະລັດຖະທູດ ແລະ ພະນັກງານນັກການທູດລາວທີ່ປະ ຈໍາຢູ່ຕ່າງປະເທດເຂົ້າຮ່ວມ ໂດຍ ຜ່ານລະບົບປະຊຸມທາງໄກ. ໃນກອງປະຊຸມ, ທ່ານບໍວອນທັດ ດວງຈັກ ຫົວໜ້າຫ້ອງການກະ ຊວງໄດ້ຜ່ານບົດລາຍງານສະຫລຸບ ຕີລາຄາໝາກຜົນຂອງການເຄື່ອນ ໄຫວວຽກງານການຕ່າງປະເທດ ປະຈຳປີ 2025 ແລະ ແຜນການຈຸດ ສຸມສຳລັບປີ2026. ໃນປີ2025 ນີ້, ເປັນປີສໍາຄັນທີ່ມີຫລາຍເຫດການສໍາ ຄັນລະດັບຊາດທີ່ກະຊວງການຕ່າງ ປະເທດ ໄດ້ຕັ້ງໜ້າປະກອບສ່ວນ ເຂົ້າຮ່ວມສະເຫລີມສະຫລອງເປັນ ຕົ້ນແມ່ນ 3 ວັນປະຫວັດສາດ ຄື: ວັນ ສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ລວມທັງວັນ ການທູດລາວ ຄົບຮອບ 80 ປີ. ເຖິງວ່າການເຄື່ອນໄຫວວຽກງານ ການຕ່າງປະເທດໃນປີ 2025 ໃນ ທ່າມກາງສະພາບແວດລ້ອມພາກ ພື້ນ ແລະ ສາກົນ ສືບຕໍ່ມີການຜັນ ແປໄປໃນທິດທາງທີ່ສັບສົນ ແລະ ຄາດຄະເນໄດ້ຍາກ, ແຕ່ການເຄື່ອນ ໄຫວວຽກງານການຕ່າງປະເທດ ຍັງສືບຕໍ່ໄດ້ຮັບຜົນສໍາເລັດໃນຫລາຍ ດ້ານ, ຫລາຍລະດັບ ແລະ ຫລາຍ ຂົງເຂດ, ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ, ເປັນຕົ້ນໄດ້ຄົ້ນ ຄວ້າຂຶ້ນແຜນການຢ້ຽມຢາມຕ່າງ ປະເທດ ແລະ ເຂົ້າຮ່ວມກອງປະຊຸມ ລະດັບພາກພື້ນ ແລະ ສາກົນໃຫ້ແກ່ ການນໍາຂັ້ນສູງຢ່າງມີຈຸດສຸມ, ມີ ປະສິດທິພາບ ແລະ ບົນພື້ນຖານ ປະຢັດມັດຖະຍັດ. ຄຽງຄູ່ກັນນັ້ນ, ບັນດາສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ ກໍຄື ບັນດານັກການທູດລາວ ກໍ ໄດ້ເຄື່ອນໄຫວວຽກງານການທູດ ການເມືອງ, ການທູດເສດຖະກິດ, ການທູດພາກປະຊາຊົນ ແລະ ການ ທູດວັດທະນະທໍາຢ່າງຕັ້ງໜ້າ ແລະ ມີຜົນສຳເລັດສູງ, ສາມາດຂົນຂວາຍ ຍາດແຍ່ງເອົາການຮ່ວມມືຈາກພາຍ ທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານສະພາປະຊາຊົນ ນວ, ຮອງປະທານຄະນະກຳມະການ ເລືອກຕັ້ງ ນວ, ມີສະມາຊິກສະພາ ແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ, ພ້ອມດ້ວຍອະນຸກຳມະການ ຊ່ວຍວຽກຄະນະກຳມະການເລືອກ ຕັ້ງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ໄດ້ຮັບຟັງ ການລາຍງານຈາກຫົວໜ້າອະນຸ ເລຂານຸການຄະນະກຳມະການ ເລືອກຕັ້ງ ນວ ຈຳນວນໜຶ່ງເປັນ ຕົ້ນມະຕິຂອງຄະນະປະຈຳສະພາ ປະຊາຊົນ ນວ ວ່າດ້ວຍການແຕ່ງຕັ້ງ ຄະນະກຳມະການເລືອກຕັ້ງ ນວ ສະບັບເລກທີ 136/ຄປຈ.ສປນວ ນອກ ແລະ ການສະໜັບສະໜູນ ຊ່ວຍເຫລືອຈາກສາກົນ ໄດ້ຢ່າງ ຫລວງຫລາຍ, ປົກປ້ອງໄດ້ສິດຜົນ ປະໂຫຍດອັນຊອບທໍາຂອງ ສປປ ລາວ ຢູ່ເວທີພາກພື້ນ ແລະ ສາກົນ, ລວມເຖິງການຂົນຂວາຍດຶງດູດ ຄົນເຊື້ອຊາດລາວຢູ່ປະເທດຕ່າງໆ, ສາມາດດຶງດູດເອົາການລົງທຶນ ຈາກຕ່າງປະເທດ, ການທ່ອງທ່ຽວ ແລະ ການຮ່ວມມືດ້ານເສດຖະກິດ ມາສູ່ປະເທດຊາດ ໄດ້ຢ່າງມີປະສິດ ທິພາບ ແລະ ມີທ່ວງທ່າເພີ່ມຂຶ້ນ, ປະກອບສ່ວນສໍາຄັນເຂົ້າໃນການ ພັດທະນາເສດຖະກິດ-ສັງຄົມ ເປັນ ແຕ່ລະໄລະຍະ. ໂອກາດນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ທິດຊີ້ນໍາ ແລະ ຮຽກຮ້ອງໃຫ້ຄະນະນໍາແຕ່ລະຂັ້ນ ແລະ ພະນັກງານ-ລັດຖະກອນທຸກ ຄົນທັງຢູ່ພາຍໃນ ແລະ ຕ່າງປະເທດ ຈົ່ງສືບຕໍ່ເສີມຂະຫຍາຍຜົນສຳເລັດ ທີ່ຍາດມາໄດ້, ທັງໄດ້ເນັ້ນໃສ່ບາງ ວຽກທີ່ສໍາຄັນຄື: ໃຫ້ພ້ອມກັນສືບ ຕໍ່ຮັກສາຄວາມສາມັກຄີ, ສືບຕໍ່ ເຄື່ອນໄຫວຢູ່ໃນທ່າບຸກ, ມີຄວາມ ທັນສະໄໝຮັບປະກັນວຽກງານ ການເປັນເສນາທິການທາງດ້ານ ວຽກງານການຕ່າງປະເທດໃຫ້ ແກ່ຂັ້ນເທິງ ແລະ ຍາດເອົາຜົນປະ ໂຫຍດສູງສຸດມາສູ່ປະເທດຊາດ ໂດຍຍຶດໝັ້ນໃນແນວທາງການຕ່າງ ປະເທດ “ສັນຕິພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື” ຕາມທິດນໍາ “ເພີ່ມມິດຫລຸດຜ່ອນ ສັດຕູ”, ປະຕິບັດຕາມທິດນໍາ “ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອພາລະກິດປົກປັກ ຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ” ແລະ ສືບຕໍ່ຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ແທນອົງຄະນະພັກກະຊວງການ ຕ່າງປະເທດ ຄັ້ງທີ V ຕາມຄໍາຂວັນ “ບຸກທະລຸການທູດເສດຖະກິດ, ຫັນ ທິດເປັນທັນສະໄໝ ແລະ ວ່ອງໄວ ດ້ານເສນາທິການ” ໃຫ້ປະກົດ ຜົນເປັນຮູບປະທໍາ; ສືບຕໍ່ຈັດຕັ້ງ ປະຕິບັດວຽກງານການທູດການ ເມືອງ ແລະ ວັດທະນະທໍາສັງຄົມ; ນໍາໃຊ້ເຕັກໂນໂລຊີທັນສະໄໝ ເພື່ອ ຍົກສູງຄຸນນະພາບ ແລະ ຄວາມ ວ່ອງໄວໃນການເປັນເສນາທິການ ດ້ານການຕ່າງປະເທດໃຫ້ແກ່ພັກ ແລະ ລັດຖະບານ; ສືບຕໍ່ເອົາໃຈ ໃສ່ວຽກງານສຶກສາອົບຮົມທາງ ດ້ານການເມືອງ-ແນວຄິດໃຫ້ແກ່ ສະມາຊິກພັກ-ພະນັກງານ, ລວມ ເຖິງເອົາໃຈໃສ່ຂຶ້ນແຜນກໍ່ສ້າງ ແລະ ຍົກລະດັບຄວາມຮູ້ຄວາມສາມາດ ຂອງນັກການທູດ-ພະນັກງານລັດຖະກອນໃຫ້ເປັນຮູບປະທຳ; ເອົາໃຈໃສ່ຕິດຕາມ ແລະ ການ ຈັດຕັ້ງປະຕິບັດບັນດາໂຄງການ ຕ່າງໆ ຕາມ 4 ແຜນງານ ແລະ 36 ໂຄງການໃນໄລຍະປີ 20262030 ຂອງກະຊວງການຕ່າງປະ ເທດ; ສືບຕໍ່ປັບປຸງ ແລະ ສ້າງນິຕິກຳ ຂະແໜງການຕ່າງປະເທດ ໃຫ້ແທດ ເໝາະກັບສະພາບການປັດຈຸບັນ; ສືບຕໍ່ເອົາໃຈໃສ່ວຽກງານໂຄສະນາ ແລະ ເຜີຍແຜ່ບັນດາແນວທາງນະ ໂຍບາຍຂອງພັກ-ລັດ, ນິຕິກໍາທີ່ ພົວພັນກັບວຽກງານການຕ່າງປະ ເທດ, ການຂົນຂວາຍຄົນເຊື້ອຊາດ ລາວຢູ່ຕ່າງປະເທດ ແລະ ອື່ນໆ; ໃຫ້ ບັນດາສໍານັກງານຕາງໜ້າການທູດ ສປປ ລາວ ປະຈໍາຢູ່ຕ່າງປະເທດ ສືບ ຕໍ່ເຄື່ອນໄຫວເພື່ອຍົກສູງ ເເລະ ຮັດ ເເໜ້ນການຮ່ວມມືກັບປະເທດເຈົ້າ ພາບ ຫລື ອົງການຈັດຕັ້ງສາກົນ ຕ່າງໆໄປຄຽງຄູ່ກັນນັ້ນກໍໃຫ້ເອົາໃຈ ໃສ່ເຄື່ອນໄຫວວຽກງານການທູດ ເສດຖະກິດໃຫ້ຫລາຍຂຶ້ນລວມທັງ ຍົກລະດັບການພົວພັນທາງດ້ານ ເສດຖະກິດກັບປະເທດເຈົ້າພາບໃຫ້ ສູງຂຶ້ນ ເພື່ອຍາດເອົາຜົນປະໂຫຍດ ສູງສຸດມາສູ່ປະເທດຊາດ. ໂອກາດດຽວກັນ, ກໍໄດ້ມີພິທີ ປະດັບຫລຽນກາລະນຶກ 50 ປີ ວັນ ສະຖາປະນາ ສປປ ລາວ ໃຫ້ແກ່ ຄະນະນໍາກະຊວງ, ພະນັກງານປະ ຈໍາການ ແລະ ພະນັກງານບໍານານ ຜູ້ທີ່ມີເງື່ອນໄຂ 635 ທ່ານ. ໃນນັ້ນ, ພະນັກງານ-ລັດຖະກອນປະຈໍາ ການ 385 ທ່ານ, ຍິງ 106 ທ່ານ, ພະນັກງານ-ລັດຖະກອນບໍານານ 250 ທ່ານ, ຍິງ 179 ທ່ານ. ພາບ: ເກດສະໜາ ງານໃນ 18 ບ້ານ, ໃນແຂວງຈຳ ປາສັກ, ບໍ່ແກ້ວ ແລະ ສະຫວັນນະ ເຂດ ຄາດວ່າຈະມີຜູ້ໄດ້ຮັບປະໂຫຍດ ໂດຍກົງຫລາຍກວ່າ 4.520 ຄົນ, ຄາດວ່າແມ່ຍິງ 200 ຄົນ ຈະເປັນຜູ້ ໄດ້ຮັບປະໂຫຍດຫລັກ. ໂຄງການດັ່ງກ່າວ, ມີຈຸປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ກາຍເປັນຜູ້ນຳ ແລະ ຝຶກທັກສະດ້ານ ເຕັກນິກໃຫ້ແກ່ແມ່ຍິງ ໃນການເຮັດ ກະສິກຳທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ທົນທານກັບການປ່ຽນແປງ ດິນຟ້າອາກາດ, ພັດທະນາທຸລະກິດ ຂະໜາດນ້ອຍ ແລະ ການບໍລິຫານ ການເງິນ, ເພື່ອເສີມສ້າງຄວາມ ເຂັ້ມແຂງໃຫ້ອົງການຈັດຕັ້ງທາງ ສັງຄົມໃຫ້ມີປະສິດທິພາບໃນການ ພັດທະນາເສດຖະກິດ-ສັງຄົມໃນ ລາວ, ສົ່ງເສີມບົດບາດຍິງ-ຊາຍ ໂດຍສ້າງຄວາມຮູ້ໃຫ້ແກ່ຊຸມຊົນ ແລະ ສະພາບແວດລ້ອມທີ່ເອື້ອອຳ ນວຍໃຫ້ແກ່ແມ່ຍິງ. ໂອກາດນີ້, ທ່ານ ນາງ ເທີລີຊາ ໄຊຍະວົງ ຫົວໜ້າອົງການຂອດ ປະ ຈໍາ ສປປ ລາວ ໄດ້ກ່າວວ່າ: ໂຄງ ການເຂົ້າເຖິງສິດໃນການນໍາໃຊ້ ທີ່ດິນກະສິກຳ ແລະ ການພັດທະນາ ເສດຖະກິດຂອງແມ່ຍິງ ແມ່ນຂັ້ນ ຕອນທີ່ສຳຄັນໃນການເສີມສ້າງ ອຳນາດໃຫ້ແມ່ຍິງ ແລະ ເສີມສ້າງ ອົງການພົນລະເມືອງໃນລາວ ໂດຍ ການສ້າງສະມັດຕະພາບ ແລະ ສົ່ງ ເສີມຄວາມທົນທານແນໃສ່ສ້າງ ການປ່ຽນແປງທີ່ຍືນຍົງ. ອົງການ ຂອດເລີ່ມດຳເນີນງານໃນ ສປປ ລາວ ແຕ່ປີ 2011 ໂດຍມີເປົ້າໝາຍ ໃນການສ້າງສັນຕິພາບຜ່ານການ ພັດທະນາຄວາມສຳພັນ, ສົ່ງເສີມ ຊຸມຊົນໃຫ້ມີຄວາມເຊື່ອມໂຍງ ແລະ ຄວາມທົນທານເພື່ອຜ່ານຜ່າ ລົງວັນທີ 5 ທັນວາ 2025, ຮັບຟັງ ການສະເໜີຮ່າງມະຕິວ່າດ້ວຍການ ແບ່ງຄວາມຮັບຜິດຊອບພາຍໃນ ຄະນະກຳມະການເລືອກຕັ້ງ ນວ ແລະ ຮັບຟັງການສະເໜີຮ່າງແຜນ ການດຳເນີນງານຂອງຄະນະກຳ ມະການເລືອກຕັ້ງ ນວ ເພື່ອກະ ກຽມ ແລະ ດຳເນີນການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ນວ ຊຸດທີ V. ພ້ອມນີ້, ກອງປະຊຸມຍັງ ໄດ້ປຶກສາຫາລືວຽກງານຈຸດສຸມທີ່ ຈໍາເປັນ ແລະ ຮີບດ່ວນຈໍານວນໜຶ່ງ ໃນການກະກຽມໃຫ້ແກ່ການເລືອກ ຕັ້ງເປັນຕົ້ນບັນດາໜ້າວຽກທີ່ໄດ້ ກະກຽມສໍາເລັດໃນໄລຍະຜ່ານມາ ແລະ ທິດທາງແຜນວຽກຈຸດສຸມໃນ ຕໍ່ໜ້າ, ແລກປ່ຽນປະກອບຄໍາຄິດ ຄໍາເຫັນຕໍ່ບັນດາເນື້ອໃນເອກະສານ ແລະ ວຽກງານປິ່ນອ້ອມກ່ຽວກັບ ວຽກງານເລືອກຕັ້ງ. ໂອກາດນີ້, ທ່ານ ນາງ ລຳພອຍ ສີອັກຄະຈັນ ໄດ້ຮຽກຮ້ອງໃຫ້ຄະນະ ກໍາມະການເລືອກຕັ້ງເອົາໃຈໃສ່ນໍາ ພາ-ຊີ້ນໍາໃນການກະກຽມກໍານົດ ແຜນວຽກຂອງຕົນໃຫ້ລະອຽດ ແລະ ແບ່ງຄວາມຮັບຜິດຊອບພາຍ ໃນອະນຸກໍາມະການໃຫ້ລະອຽດ ຈະແຈ້ງ, ນໍາພາຊີ້ນໍາບັນດາຄະນະ ກໍາມະການເລືອກຕັ້ງຂັ້ນເມືອງ ແລະ ຄະນະຮັບຜິດຊອບປ່ອນບັດ ເລືອກຕັ້ງຢູ່ສະຖານທູດ, ກົງສຸນ ລາວ ແລະ ສໍານັກງານຜູ້ຕາງໜ້າ ຖາວອນຂອງ ສປປ ລາວ ຢູ່ຕ່າງ ປະເທດ ເພື່ອຮັບປະກັນໃນການ ຈັດຕັ້ງປະຕິບັດວຽກງານການ ເລືອກຕັ້ງໃຫ້ສໍາເລັດຕາມຄາດ ໝາຍທີ່ວາງໄວ້. ຂ່າວ: ໜັງສືພິມວຽງຈັນໃໝ່ ອຸປະສັກ. ທ່ານ ກົມແສງ ສີພາວັນ ຜູ້ ຕາງໜ້າສະມາຄົມໄມ້ຮ່ວມໃຈພັດ ທະນາໄດ້ກ່າວວ່າ: ໂຄງການດັ່ງ ກ່າວ, ມີເປົ້າໝາຍເສີມສ້າງຄວາມ ເຂັ້ມແຂງໃຫ້ຊຸມຊົນໂດຍການສ້າງ ໂຄງການຝຶກອົບຮົມຄູຝຶກ ເພື່ອ ໃຫ້ໂຄງການສາມາດສືບຕໍ່ໄດ້, ພ້ອມທັງສົ່ງເສີມການພັດທະນາ ສິນຄ້າທ້ອງຖິ່ນໃຫ້ເປັນສິນຄ້າປະ ຈໍາ ໂດຍໄດ້ແຮງບັນດານໃຈຈາກ ຄວາມສຳເລັດຂອງຫລວງພະບາງ ໃນດ້ານຢາສະໝຸນໄພພວກເຮົາ ເນັ້ນຫລຸດຜ່ອນການນຳເຂົ້າ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອໃຫ້ ສິນຄ້າທ້ອງຖິ່ນມີຄວາມໂດດເດັ່ນ ແລະ ພຽງພໍ.

RkJQdWJsaXNoZXIy MTc3MTYxMQ==