ຂປລ. ເມື່ອບໍ່ດົນມານີ້, ເມືອງ ເລົ່າງາມຈັດປາຖະກະຖາຫວນຄືນ ມູນເຊື້ອ 2 ວັນປະຫວັດສາດຂອງ ພັກ ເຊິ່ງໃນພິທີໄດ້ຮັບຊົມວິດີໂອ ມູນເຊື້ອການຕໍ່ສູ້ຕິດພັນກັບການ ເຄື່ອນໄຫວຂອງປະທານ ໄກສອນ ພົມວິຫານ ແລະ ໄດ້ຮັບຟັງປະຫວັດ ຂອງການປະຕິວັດຊາດ ປະຊາທິ ປະໄຕຢູ່ປະເທດເຮົາໂດຍສະເພາະ ໃນປີ 1934 ຄະນະພັກແຄວ້ນລາວ ໄດ້ຮັບການສ້າງຕັ້ງຂຶ້ນໂດຍພັກ ກອມມູນິດອິນດູຈີນ, ພາຍໃຕ້ການ ນໍາພາຂອງຄະນະພັກແຄວ້ນລາວ ຂະບວນການຕໍ່ສູ້ຂອງປະຊາຊົນ ລາວສາມາດຍາດໄດ້ໄຊຊະນະຢ່າງ ຕໍ່ເນື່ອງ,ຈົນສາມາດຢຶດອໍານາດ ການປົກຄອງ ແລະ ປະກາດເອ ກະລາດໃນວັນທີ 12 ຕຸລາ 1945, ໄຊຊະນະດັ່ງກ່າວ ມີຄວາມໝາຍ ທາງປະຫວັດສາດອັນສໍາຄັນທີ່ສຸດ, ມັນເປັນເທື່ອທຳອິດທີ່ປະຊາຊົນ ລາວບັນດາເຜົ່າໄດ້ກັບຄືນມາເປັນ ເຈົ້າຂອງປະເທດຊາດ ແລະ ເປັນ ເຈົ້າຂອງຊາຕາກຳຂອງຕົນພາຍ ຫລັງທີ່ຕົກເປັນຂ້ອຍຂ້າ, ຖືກກົດຂີ່ ມາເປັນເວລາ 100 ກວ່າປີ, ປະເທດ ລາວມີເອກະລາດໄດ້ບໍ່ດົນ ມາໃນ ເດືອນມີນາ ປີ 1946, ພວກລ່າ ເມືອງຂຶ້ນຝຣັ່ງກໍໄດ້ກັບຄືນມາຮຸກ ຮານ ປະເທດຂອງພວກເຮົາ ອີກຄັ້ງ (ເທື່ອທີສອງ), ຫລັງຈາກນັ້ນກອງ ທັບ ແລະ ປະຊາຊົນລາວເຮົານັບ ມື້ຍາດໄດ້ໄຊຊະນະໃຫຍ່ຫລວງໃນ ທົ່ວສະໜາມຮົບອິນດູຈີນ, ຈົນພວກ ລ່າເມືອງຂຶ້ນຝຣັ່ງຈໍາຕ້ອງເຊັນສັນ ຍາເຊີແນວປີ 1954 ກ່ຽວກັບອິນ ດູຈີນ, ຮັບຮູ້ເອກະລາດ, ອະທິປະ ໄຕ, ເອກະພາບ ແລະ ຜືນແຜ່ນດິນ ອັນຄົບຖ້ວນຂອງ 3 ປະເທດ, ລາວ, ຫວຽດນາມ ແລະ ກໍາປູເຈຍ ເຮັດ ໃຫ້ແອກຄອບຄອງເປັນເວລາ 60 ກວ່າປີຂອງພວກລ່າເມືອງຂຶ້ນຝຣັ່ງ ຢູ່ປະເທດເຮົາສິ້ນສຸດລົງ, ປະກອບ 25/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K (ແຫລ່ງຂໍ້ມູນຈາກ: ໜັງສືພິມສາລະວັນ)່ໍູ້ັືິັ ບົດສະເໜີົີ g,n v'g]qj k'k, s;o7n o,6 og-N v 2 ;a oxts;a flkf0v'ra d glu ,0tspkplkprq ;ra olk,a d7u ry glf ]k;{s;Pfok, pn opq '8ts]vfwx ຈົດງາມ, ເຂັ້ມແຂງ ແລະ ມີປະ ສິດທິຜົນໃນທຸກຂົງເຂດ ໂດຍສະ ເພາະການພົວພັນທາງດ້ານການ ເມືອງໄດ້ຮັບການເພີ່ມທະວີ ໂດຍ ຜ່ານການຢ້ຽມຢາມ ແລະ ການ ແລກປ່ຽນພົບປະລະຫວ່າງການ ນຳຂັ້ນສູງ ແລະ ທຸກຂັ້ນ; ການແລກ ປ່ຽນຂໍ້ມູນ, ແລກປ່ຽນປະສົບການ ລະຫວ່າງບັນດາກະຊວງ, ອົງການ ຂອງພັກ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງສັງຄົມ ແລະ ປະຊາ ຊົນສອງປະເທດນັບມື້ນັບຟົດຟື້ນ ແລະ ອຸດົມສົມບູນ; ການຮ່ວມມື ດ້ານປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ສືບຕໍ່ແມ່ນເສົາຄ້ຳໃນການ ພົວພັນສອງປະເທດ, ປະກອບສ່ວນ ຮັກສາສະຖຽນລະພາບດ້ານການ ເມືອງ, ຄວາມໝັ້ນຄົງ, ຄວາມເປັນ ລະບຽບຮຽບຮ້ອຍທາງສັງຄົມຢູ່ ແຕ່ລະປະເທດ ແລະ ເຂດຊາຍແດນ ລະຫວ່າງ 2 ປະເທດ; ການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໄດ້ຮັບການຊຸກຍູ້ຢ່າງ ແຂງແຮງ. ຕະຫລອດໄລຍະ 1 ປີຜ່ານ ມາ ອັນໄດ້ນໍາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ ລາວຫວຽດນາມ ອ້າຍນ້ອງ ຊຶ່ງສາມາດ ສະຫລຸບບາງດ້ານອັນພົ້ນເດັ່ນ ເປັນ ຕົ້ນ ການພົວພັນຮ່ວມມືດ້ານການ ເມືອງ, ການຕ່າງປະເທດ ສືບຕໍ່ມີ ຄວາມໜັກແໜ້ນ,ໝັ້ນທ່ຽງ,ມີຫລາຍ ຮູບ, ຫລາຍແບບ, ສ້າງໄດ້ຄວາມ ເຊື່ອໝັ້ນເຊິ່ງກັນ ແລະ ກັນໃນລະດັບ ສູງ, ມີການໄປມາລະຫວ່າງການ ນໍາຂັ້ນສູງ ແລະ ທຸກລະດັບເປັນປົກ ກະຕິ, ເປັນພື້ນຖານອັນໜັກແໜ້ນ ໃຫ້ແກ່ການພົວພັນພິເສດ ຂອງສອງ ຊາດໃນດ້ານອື່ນໆ ສະໜັບສະໜູນ ໃນຂອບປະຊາຄົມອາຊຽນ, ເວທີ ພົບປະຫລາຍຝ່າຍ ໃນພາກພື້ນ ແລະ ສາກົນ. ສຳລັບການຮ່ວມມື ດ້ານປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ, ສືບຕໍ່ໄດ້ຮັບການເສີມ ຂະຫຍາຍຢ່າງມີປະສິດທິຜົນ ແລະ ໃກ້ຊິດສະໜິດສະໜົມ ທັນການ, ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ສ່ວນການຮ່ວມມືດ້ານເສດຖະກິດ ສອງຝ່າຍ ລ້ວນແຕ່ມີຄວາມພະຍາ ຍາມ ຈັດຕັ້ງຜັນຂະຫຍາຍບັນດາ ຂໍ້ຕົກລົງ ຂອງສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆມາ ໂດຍສະເພາະດ້ານການຄ້າ ມູນຄ່າ ການຄ້າ ລາວ-ຫວຽດນາມ ຄາດ ຄະເນໝົດປີສາມາດບັນລຸໄດ້ຕາມ ຄາດໝາຍທີ່ກຳນົດໄວ້ໃນກອງປະ ຊຸມຄັ້ງທີ 46 ໃນປີ 2024 ບັນລຸ ໄດ້ 2,2 ຕື້ໂດລາ, ເພີ່ມຂຶ້ນ 34% ເມື່ອທຽບໃສ່ປີ 2023. ດ້ານການ ລົງທຶນ ໃນປີ 2024, ລັດຖະບານ ລາວ ໄດ້ອະນຸຍາດໃຫ້ວິສາຫະກິດ ຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍໄດ້ພະ ຍາຍາມ, ເປັນເຈົ້າການຮ່ວມກັນ ເພື່ອຊອກຫາກົນໄກ,ທາງອອກເພື່ອ ຊ່ວຍເຊິ່ງກັນ ແລະ ກັນ ໃນການ ຊຸກຍູ້ການຮ່ວມມື-ລົງທຶນ ຂອງ ສອງປະເທດ ໃຫ້ມີຄວາມສະດວກ, ຄ່ອງຕົວຫລາຍຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນໃນຂົງເຂດພະ ລັງງານລົມ ເປັນຕົ້ນ ພະລັງງານ ລົມເຈື່ອງເຊິນ, ໂຄງການພະລັງ ງານລົມສະຫວັນ 1 ໄດ້ຮັບການ ຊຸກຍູ້ຈັດຕັ້ງປະຕິບັດໄດ້ເປັນຢ່າງ ດີ. ພ້ອມນີ້, ການເຊື່ອມຈອດດ້ານ ຄົມມະນາຄົມ ສອງຝ່າຍ ໄດ້ເອົາໃຈ ໃສ່ປະສານສົມທົບ ແລະ ຊຸກຍູ້ກັບ ພາກສ່ວນກ່ຽວຂ້ອງຂອງສອງ ຝ່າຍ ຮ່ວມກັນພັດທະນາພື້ນຖານ ໂຄງລ່າງຕ່າງໆ ເພື່ອອໍານວຍ ຄວາມສະດວກໃຫ້ແກ່ການໄປມາ ຫາສູ່ ແລະ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງບັນດາ ປະເທດໃນພາກພື້ນ ເຊັ່ນ: ໂຄງ ການທ່າທຽບເຮືອຫວຸງອາງ 1, 2 ແລະ 3; ໂຄງການເສັ້ນທາງ ລົດໄຟ ລາວ-ຫວຽດນາມ ແລະ ໂຄງການທາງດ່ວນວຽງຈັນ-ຮ່າ ໂນ້ຍ. ການຮ່ວມມືດ້ານວັດທະນະ ທໍາ-ສັງຄົມ ກໍໄດ້ຮັບການຂະຫຍາຍ ຕົວເຂົ້າສູ່ລວງເລິກ ອັນໄດ້ສ້າງ ເງື່ອນໄຂໃຫ້ບັນດາຊາວໜຸ່ມ ເຊິ່ງ ເປັນອະນາຄົດຂອງປະເທດຊາດ ລາວ-ຫວຽດນາມ ໄດ້ຮຽນຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາມັກຄີ ພິເສດ ລະຫວ່າງ ລາວ-ຫວຽດນາມ ອ້າຍນ້ອງ. ພ້ອມກັນນີ້, ສອງຝ່າຍ ຍັງໄດ້ຢືນຢັນຄືນ ໃນທົດສະວັດ ໃໝ່ທີ່ຈະມາເຖິງນີ້ ສອງຝ່າຍຈະ ເອົາໃຈໃສ່ຍົກສູງຄຸນນະພາບຂອງ ການເລືອກເຟັ້ນນັກສຶກສາລາວ ທີ່ ຈະມາສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ຄຸນນະພາບໃໝ່. ໃນປີ 2025 ລັດຖະບານ ຫວຽດນາມ ໄດ້ສືບຕໍ່ ຊ່ວຍທຶນກໍ່ສ້າງພະນັກງານ, ນັກ ຮຽນ, ນັກສຶກສາລາວ ໄປຮຽນຢູ່ ສສ ຫວຽດນາມ ແມ່ນ 1.160 ທຶນ. ໃນຍຸກສະໄໝແຫ່ງການເຊື່ອມ ໂຍງ ແລະ ການຮ່ວມມືເພື່ອການ ພັດທະນາ, ສະພາບການໃນພາກພື້ນ ແລະ ສາກົນແມ່ນຜັນແປໄປຢ່າງ ວ່ອງໄວ ແລະ ສະຫລັບສັບຊ້ອນ ເຊິ່ງມີຫລາຍດ້ານທີ່ເປັນເງື່ອນໄຂ ສະດວກພື້ນຖານ ເປັນຕົ້ນແມ່ນ ການເສີມສ້າງສັນຕິພາບ, ມິດຕະ ພາບ ແລະ ການຮ່ວມມື ເພື່ອການ ພັດທະນາ ກໍຄືການເຊື່ອມໂຍງຂອງ ບັນດາປະເທດໃນພາກພື້ນຕ່າງໆ ທາງດ້ານເສດຖະກິດ, ວັດທະນະ ທຳ-ສັງຄົມ ແລະ ຄວາມໝັ້ນຄົງ, ແຕ່ຂະນະດຽວກັນນັ້ນ ກໍມີບາງ ດ້ານທີ່ເປັນສິ່ງທ້າທາຍ ເປັນຕົ້ນ ການແຂ່ງຂັນກັນພາຍໃຕ້ກະແສ ໂລກາພິວັດ ລວມເຖິງສະພາບການ ຕ່າງໆທີ່ເກີດຂຶ້ນໃນພາກພື້ນແລະ ສາກົນ ໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ສະຖຽນລະພາບ ແລະ ໝັ້ນຄົງ ກໍຄືການສ້າງສາ ແລະ ພັດທະນາຂອງບັນດາປະເທດ ໃນພາກພຶ້ນ ແລະ ສາກົນ, ລວມທັງ ສປປ ລາວ ແລະ ສສ ຫວຽດນາມ. ສະນັ້ນ ເພື່ອຮັກສາສະຖຽນລະພາບ ແລະ ການພັດທະນາແບບຍືນຍົງ ໄປຄຽງຄູ່ກັບການເສີມຂະຫຍາຍ ສາຍພົວພັນພິເສດອັນຍິ່ງໃຫຍ່ຂອງ ສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ມີມູນເຊື້ອອັນ ດີງາມມາແຕ່ດົນນານແລ້ວນັ້ນ ໃຫ້ ກ້າວຂຶ້ນສູ່ສັງກາດໃໝ່ ແລະ ຍິ່ງ ໃຫຍ່ກວ່າເກົ່າ, ສອງຊາດລາວຫວຽດນາມ ຈະສືບຕໍ່ຮັດແໜ້ນການ ພົວພັນຮ່ວມມື ເພື່ອສາມາດຍາດ ແຍ່ງ ແລະ ນໍາໃຊ້ກາລະໂອກາດ ແຫ່ງຍຸກສະໄໝ ເຂົ້າໃນການຍົກ ສູງປະສິດທິພາບ, ປະສິດທິຜົນຂອງ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ໃຫ້ມີບົດບາດສູງເດັ່ນ ຂຶ້ນ ໃນເວທີພາກພື້ນ ແລະ ສາກົນ, ໄປຄຽງຄູ່ກັບການຂຸດຄົ້ນທ່າແຮງ ບົ່ມຊ້ອນ, ປັບປຸງບັນດາກົນໄກແລະ ນະໂຍບາຍ ໃນການຮ່ວມມືຂອງ ສອງຊາດ ລາວ-ຫວຽດນາມ ໃຫ້ ສອດຄ່ອງກັບເງື່ອນໄຂໃໝ່ ແນໃສ່ ນໍາເອົາຜົນປະໂຫຍດສູງສຸດມາສູ່ ປະຊາຊົນ, ເຮັດໃຫ້ຊີວິດການເປັນ ຢູ່ຂອງປະຊາຊົນທັງສອງຊາດ ໄດ້ ຮັບການປັບປຸງດີຂຶ້ນເທື່ອລະກ້າວ. ສິ່ງສໍາຄັນທີ່ສຸດແມ່ນສືບຕໍ່ຍຶດໝັ້ນ ແລະ ຍົກສູງສາຍພົວພັນມິດຕະພາບ ແບບພິເສດ ແລະ ການຮ່ວມມືຮອບ ດ້ານ ລາວ-ຫວຽດນາມ ເຊິ່ງເປັນ ປັດໄຈພື້ນຖານຂອງການຕັດສິນ ໄຊຊະນະຂອງການປະຕິວັດໃນ ເມື່ອກ່ອນ ແລະ ກາຍເປັນກົດເກນ ແຫ່ງການດໍາລົງຄົງຕົວຂອງສອງ ປະເທດໃນປັດຈຸບັນ ກໍຄືໃນອະ ນາຄົດ. ສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວຫວຽດນາມ, ຫວຽດນາມ-ລາວ ທີ່ເປັນສາຍພົວພັນແບບພິເສດອັນ ມີມູນເຊື້ອມາແຕ່ດົນນານແລ້ວນັ້ນ ຈະສືບຕໍ່ໄດ້ຮັບການເສີມຂະຫຍາຍ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ ເພື່ອ ນໍາເອົາຄວາມຮຸ່ງເຮືອງສີວິໄລ ມາ ສູ່ສອງຊາດລາວ-ຫວຽດນາມ ຕະ ຫລອດກາລະນານ. ຂປລ. ປີ 2025 ເປັນປີພິເສດ ສຳລັບທັງ ລາວ ແລະ ຫວຽດນາມ ເປັນປີທີ່ມີຫລາຍເຫດການສໍາຄັນ ທາງປະຫວັດສາດຂອງສອງພັກ, ສອງປະເທດ ລາວ-ຫວຽດນາມ: 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ, ສະເຫລີມສະຫລອງ 95 ປີ ວັນສ້າງຕັ້ງພັກກອມມູນິດ ຫວຽດນາມ, 135 ປີ ວັນເກີດ ປະທານ ໂຮ່ຈີ່ມິງ, 105 ປີ ວັນເກີດ ຂອງປະທານ ໄກສອນ ພົມວິຫານ, 50 ປີ ວັນປົດປ່ອຍພາກໃຕ້ທ້ອນ ໂຮມປະເທດຊາດ, 80 ປີ ວັນຊາດ ຫວຽດນາມ, 50 ປີວັນຊາດລາວ, ທັງສອງປະເທດກໍາລັງກະກຽມ ຢ່າງຕັ້ງໜ້າກອງປະຊຸມໃຫຍ່ຂອງ ແຕ່ລະພັກໃນຕົ້ນປີ 2026 ທີ່ຈະ ມາເຖິງນີ້. ປັດຈຸບັນ, ລາວ ແລະ ຫວຽດ ນາມ ພວມກ້າວໄປໃນເສັ້ນທາງ ກໍ່ສ້າງສັງຄົມນິຍົມຢ່າງໜັກແໜ້ນ, ພ້ອມກັນນັ້ນ ກໍໄດ້ມີການເຊື່ອມ ໂຍງສາກົນຢ່າງກວ້າງຂວາງ. ບັນ ດາບົດຮຽນປະສົບການ ແລະ ແຜນ ນະໂຍບາຍ, ຍຸດທະສາດອັນສະເໝີ ຕົ້ນສະເໝີປາຍຂອງພັກ, ລັດ ລາວ ແລະ ຫວຽດນາມ ສືບຕໍ່ສາຍພົວ ພັນພິເສດລະຫວ່າງສອງປະເທດ. ການພົວພັນແບບພິເສດ ລາວຫວຽດນາມ ສືບຕໍ່ພັດທະນາຢ່າງ ສ່ວນເຂົ້າໃນການເປີດສາກ ແລະ ຊຸກຍູ້ຂະບວນວິວັດແຫ່ງການພັງ ທະລາຍ ຂອງລັດທິລ່າເມືອງຂຶ້ນ ແບບເກົ່າ ໃນຂອບເຂດທົ່ວໂລກ. ວັນທີ 2 ທັນວາ 1975 ກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ທີ່ດໍາເນີນຢູ່ນະຄອນຫລວງວຽງຈັນ ໄດ້ປະກາດຢ່າງສະຫງ່າຜ່າເຜີຍ ລົບລ້າງລະບອບລາຊາທິປະໄຕທີ່ ພົ້ນສະໄໝ, ສະຖາປະນາລະບອບ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນຂຶ້ນແທນ, ເຮັດໃຫ້ການ ປະຕິວັດຊາດປະຊາທິປະໄຕ ຢູ່ ປະເທດເຮົາ ໄດ້ຮັບໄຊຊະນະຢ່າງ ສະຫງ່າງາມ ແລະ ເປັນການສິ້ນສຸດ ແອກຄອບຄອງອັນໂຫດຮ້າຍສາ ມານຂອງສັກດີນາ ແລະ ລະບອບ ລ່າເມືອງຂຶ້ນ ຢູ່ປະເທດເຮົາລົງ ໂດຍສິ້ນເຊີງ, ໄຂສັງກາດໃໝ່ສັງ ກາດແຫ່ງຄວາມເປັນເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງ ຄົມນິຍົມ ຂອງຊາດລາວເຮົາ, ແມ່ນ ໄຊຊະນະປະຫວັດສາດ ທີ່ມີຄວາມ ໝາຍຍຸກສະໄໝອັນເລິກເຊິ່ງ, ເປັນ ໝາກຜົນລວມຍອດແຫ່ງການຕໍ່ສູ້ ປະຕິວັດ ທີ່ເຕັມໄປດ້ວຍຄວາມເສຍ ສະລະ, ຄວາມຍາກລໍາບາກຕະ ຫລອດໄລຍະຫລາຍສິບປີ ຂອງ ປະຊາຊົນເຮົາ ພາຍໃຕ້ການນໍາພາ ຂອງພັກກອມມູນິດ ອິນດູຈີນ ໃນ ເມື່ອກ່ອນ ແລະ ຂອງພັກປະຊາຊົນ ປະຕິວັດລາວ ໃນປັດຈຸບັນ. ພ້ອມນັ້ນ, ຍັງໄດ້ຮັບຟັງມູນເຊື້ອ ປະຫວັດການ ເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຕະຫລອດໄລຍະແຫ່ງການເປັນຜູ້ ນຳສູງສຸດຂອງພັກ ແລະ ລັດເຮົາ ຍາມໃດປະທານກໍຊີ້ທິດເຍືອງທາງ ແຫ່ງການກ້າວເດີນໄປສູ່ໄຊຊະນະ ຂອງການປະຕິວັດລາວ; ເພິ່ນເປັນ ຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະ ດິດສ້າງກ້າຄິດ, ເປັນແວ່ນແຍງ ອັນໃສແຈ້ງ, ເປັນແບບຢ່າງອັນປະ ເສິດເລີດລໍ້າດ້ານຄຸນທາດການ ການເມືອງ, ຄຸນສົມບັດສິນທຳປະ ຕິວັດ, ແບບແຜນວິທີເຮັດວຽກກໍຄື ແບບແຜນດໍາລົງຊີວິດໃຫ້ແກ່ພະນັກ ງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າໃນທົ່ວປະເທດ, ເພິ່ນໄດ້ອຸທິດຊີວິດຂອງຕົນດ້ວຍ ຄວາມບໍລິສຸດ ຜ່ອງໃສ ເພື່ອຜົນ ປະໂຫຍດຂອງຊາດ ແລະ ຂອງປະ ຊາຊົນຢ່າງແທ້ຈິງ, ເປັນຜູ້ທີ່ມີແນວ ຄິດລິເລີ່ມປ່ຽນແປງໃໝ່, ແນວຄິດ ກ່ຽວກັບປ່ຽນແປງໃໝ່ບໍ່ໄດ້ເກີດຂຶ້ນ ໂດຍບັງເອີນ, ແຕ່ຫາກເກີດຂຶ້ນບົນ ພື້ນຖານການຄົ້ນຄວ້າຢ່າງເລິກ ເຊິ່ງກ່ຽວກັບນະໂຍບາຍປ່ຽນແປງ ໃໝ່ໃນແຕ່ລະຂົງເຂດ, ມີປະດິດ ສ້າງໃນການໝູນໃຊ້ທິດສະດີຂອງ ນັກມາກຊິດເຂົ້າກັບເງື່ອນໄຂ ແລະ ສະພາບຈຸດພິເສດຂອງປະເທດ ເຮົາ, ເພື່ອເຮັດໃຫ້ແນວທາງປ່ຽນ ແປງໃໝ່ດໍາເນີນໄປຢ່າງຖືກຕ້ອງ ຕາມທິດທາງ ແລະ ຈຸດໝາຍທີ່ ວາງໄວ້ທັງຮັບປະກັນສະຖຽນລະ ພາບ ແລະ ຄວາມໝັ້ນຄົງຂອງລະ ບອບປະຊາທິປະໄຕປະຊາຊົນ. ເພື່ອ ສຶບຕໍ່ເສີມຂະຫຍາຍມູນເຊື້ອຂອງ ວັນຊາດທີ 2 ທັນວາ ເຂົ້າໃນພາລະ ກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດທຸກພາກ ສ່ວນໃນສັງຄົມຕ້ອງໄດ້ຍຶດໝັ້ນ ອຸດົມການສັງຄົມນິຍົມ ທີ່ພັກກຳນົດ ໄວ້ຢ່າງໜັກແໜ້ນ, ຕັ້ງໜ້າສຶກສາ ອົບຮົມການເມືອງ-ນໍາພາແນວຄິດ, ເຊີດຊູນໍ້າໃຈຮັກຊາດ, ຮັກລະບອບ ປະຊາທິປະໄຕກ້າວຂຶ້ນສັງຄົມນິຍົມ ພາຍໃຕ້ການນໍາພາຂອງພັກ, ຮໍ່າ ຮຽນເອົາຄຸນສົມບັດສິນທໍາປະຕິ ວັດ, ຝຶກຝົນຫລໍ່ຫລອມນໍ້າໃຈຮັກ ຊາດ, ນໍ້າໃຈເສຍສະລະອັນສູງສົ່ງ, ຮໍ່າຮຽນເອົານໍ້າໃຈປະຢັດມັດທະ ຍັດ, ຄວາມດຸໝັ່ນ ໃນການອອກ ແຮງງານ, ຖືເອົາແບບຢ່າງຄວາມ ສາມັກຄີເປັນບັນຫາໃຈກາງໃນ ການພັດທະນາອົງການແລະປະເທດ ຊາດດ້ວຍການເພີ່ມທະວີຄວາມສາ ມັກຄີພາຍໃນ ແລະ ເພື່ອນມິດຍຸດ ທະສາດໃຫ້ແໜ້ນແຟ້ນ, ເພື່ອສ້າງ ໄດ້ກໍາລັງທີ່ເຂັ້ມແຂງ ຮັບໃຊ້ແກ່ ການປົກປັກຮັກສາ ແລະ ສ້າງສາ ປະເທດຊາດໃຫ້ນັບມື້ເຕີບໃຫຍ່ເຂັ້ມ ແຂງຮອບດ້ານ. ພິທີປາຖະກະຖາວັນສະຖາປາ ນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ໄດ້ມີ ຂຶ້ນທີ່ສະໂມສອນເມືອງເລົ່າງາມ ໂດຍໃຫ້ກຽດປາຖະກະຖາ ຂອງສະ ຫາຍນາງບຸນທະວີດວງລາສີຮອງ ເລຂາພັກແຂວງສາລະວັນ ຜູ້ຊີ້ນຳ ວຽກງານການເມືອງແນວຄິດ- ວຽກພັກພະນັກງານ, ມີສະຫາຍ ໂພສີ ຫລວງສຸລິວັນ ກຳມະການ ພັກແຂວງ ເລຂາພັກເມືອງເລົ່າ ງາມ, ສະຫາຍ ມະໄລວອນ ສີປະ ເສີດ ກຳມະການພັກແຂວງ ຫົວໜ້າ ຄະນະໂຄສະນາອົບຮົມແຂວງສາ ລະວັນ ພ້ອມດ້ວຍຄະນະນຳຂອງ ເມືອງ, ຫົວໜ້າ, ຮອງຫົວໜ້າ ຫ້ອງການ, ຄູ-ອາຈານ, ພະນັກ ງານບໍານານ, ທະຫານ, ຕໍາຫລວດ ເຂົ້າຮ່ວມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==