7182

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 25/12/2025 xtgmf]k; ລາວ-ຈີນ ເພີ່ມທະວີການຮ່ວມມື...ີີ່ີ່ື ກອງປະຊຸມສາມັນຄົບຄະນະ...ຸັົ ປີ 2025 ຂົງເຂດ...ີົ ຄະນະຜູ້ແທນພັກກອມມູນິດຈີນ...ູ້ັູິີ ຂປລ. ກອງປະຊຸມສາມັນຄົບ ຄະນະກຳມະການສູນກາງແນວ ລາວສ້າງຊາດ (ສນຊ) ຄັ້ງທີ 5 ສະໄໝທີ XI ຈັດຂຶ້ນໃນວັນທີ 24 ທັນວາ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ສິນລະວົງ ຄຸດໄພທູນ ກໍາມະການກົມການ ເມືອງສູນກາງພັກ, ປະທານສູນກາງ ແນວລາວສ້າງຊາດ, ມີພະເຖຣານຸ ເຖຣະ, ບັນດາຮອງປະທານ, ຄະນະ ປະຈຳ, ກຳມະການ, ທີ່ປຶກສາ ແລະ ຄູ່ຮ່ວມງານ ສນຊ ເຂົ້າຮ່ວມ. ທ່ານ ສິນລະວົງ ຄຸດໄພທູນ ໄດ້ ກ່າວວ່າ: ກອງປະຊຸມໃນຄັ້ງນີ້, ບັນດາຜູ້ແທນຈະໄດ້ພ້ອມກັນຄົ້ນ ຄວ້າປະກອບຄໍາເຫັນຕໍ່ບັນດາເນື້ອ ໃນສໍາຄັນຂອງກອງປະຊຸມຄື: ຕີລາຄາຜົນການເຄື່ອນໄຫວຮອບ ດ້ານວຽກງານແນວລາວສ້າງຊາດ ປະຈໍາປີ 2025 ແລະ ທິດທາງ ແຜນວຽກຈຸດສຸມ ປະຈໍາປີ 2026 ໂດຍສະເພາະແມ່ນກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວປະເທດ ຄັ້ງທີ XII; ຕີລາຄາ ໝາກຜົນຂອງການຈັດຕັ້ງປະຕິບັດ ແຜນພັດທະນາອົງການແນວລາວ ສ້າງຊາດ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026; ປຶກສາ ຜູ້ແທນດັ່ງກ່າວໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ຢູ່ຫ້ອງວ່າການສູນ ກາງພັກ ໃນຕອນເຊົ້າຂອງວັນທີ 24 ທັນວາ 2025 ໂດຍສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມ ຊົມເຊີຍຕໍ່ການມາເຄື່ອນໄຫວຢ້ຽມ ຢາມ ແລະ ປາຖະກະຖາຢູ່ ສປປ ລາວ ຂອງຄະນະໃນຄັ້ງນີ້, ຕີລາຄາ ສູງຕໍ່ການພົວພັນຮ່ວມມືລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຈີນ ໂດຍສະເພາະ ແມ່ນການຈັດຕັ້ງປະຕິບັດແຜນແມ່ ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາ ກໍາ ລາວ-ຈີນ ກໍຄື ບັນດາແຜນການ ຮ່ວມມືລະຫວ່າງສອງພັກ ປະຈໍາປີ 2025 ແລະ ຍິນດີຊຸກຍູ້ໃຫ້ຂະແໜງ ການທີ່ກ່ຽວຂ້ອງສືບຕໍ່ຮ່ວມກັບຝ່າຍ ຈີນ ຈັດຕັ້ງຜັນຂະຫຍາຍຄວາມຮັບ ຮູ້ທີ່ເປັນເອກະພາບລະຫວ່າງການ ນຳສູງສຸດຂອງສອງພັກ, ສອງ ລັດ ລາວ-ຈີນ; ສືບຕໍ່ຮັກສາການ ໄປມາຫາສູ່ກັນຢ່າງເປັນປົກກະຕິ, ແລກປ່ຽນບົດຮຽນໃນການຄຸ້ມຄອງ ພັກ-ບໍລິຫານປະເທດ, ການກໍ່ສ້າງ ພັກ-ພະນັກງານ ແລະ ການຊຸກຍູ້ ເພີ່ມທະວີແລກປ່ຽນດ້ານວັດທະນະ ທຳ-ສັງຄົມ ແລະ ການໄປມາຫາ ສູ່ກັນລະຫວ່າງປະຊາຊົນສອງຊາດ ລາວ-ຈີນ; ຕີລາຄາສູງຕໍ່ການປາຖະ ກະຖາຂອງສະຫາຍ ເຊ້ຍ ຊູນທາວ ຊຶ່ງເນື້ອໃນຈິດໃຈຂອງກອງປະຊຸມ ຄົບຄະນະເທື່ອທີ 4 ສະໄໝທີ XX ຂອງພັກກອມມູນິດຈີນ ກໍຄື ບົດ ຮຽນຂອງພັກ-ລັດຈີນ ໃນການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ຖືເປັນບົດ ຮຽນອັນລໍ້າຄ່າຕໍ່ການວາງແຜນ ແລະ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຂອງ ລາວ, ຈະເປັນໂອກາດດີໃຫ້ຝ່າຍ ລາວ ກໍາໄດ້ເນື້ອໃນສໍາຄັນຂອງກອງ ປະຊຸມດັ່ງກ່າວ ແລະ ນໍາມາໝູນໃຊ້ ເຂົ້າໃນວຽກງານຕົວຈິງ. ສະຫາຍ ເຊ້ຍ ຊູນທາວ ກໍໄດ້ ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງສະຫາຍ ທອງລຸນ ສີສຸລິດ ແລະ ເຫັນດີເປັນ ເອກະພາບຕໍ່ການຕີລາຄາການພົວ ພັນຮ່ວມມືລະຫວ່າງສອງພັກ, ສອງ ປະເທດ ຈີນ-ລາວ ໃນໄລຍະຜ່ານ ມາ ແລະ ປັດຈຸບັນຍິນດີຈະນໍາເອົາ ທິດຊີ້ນໍາອັນໜັກແໜ້ນຂອງສະຫາຍ ທອງລຸນ ສີສຸລິດ ໄປຈັດຕັ້ງຜັນ ຂະຫຍາຍ ເພື່ອຊຸກຍູ້ການພົວພັນ ຮ່ວມມື ຈີນ-ລາວ ໃນທຸກຂົງເຂດຂະແໜງການໃຫ້ກ້າວສູ່ລວງເລິກ ແລະ ງອກງາມຍິ່ງໆຂຶ້ນ, ພ້ອມທັງ ອວຍພອນໃຫ້ກອງປະຊຸມໃຫຍ່ ຄັ້ງ ທີ XII ຂອງພັກ ປປ ລາວ ທີ່ຈະໄຂ ຂຶ້ນໃນຕົ້ນປີ 2026 ນີ້ ປະສົບຜົນສໍາ ເລັດຢ່າງມີໄຊ. ໃນວັນດຽວກັນ, ສະຫາຍ ເຊ້ຍ ຊຸນທາວ ຍັງໄດ້ພົບປະເຮັດວຽກ ກັບສະຫາຍ ພູວົງ ອຸ່ນຄຳແສນ ກຳມະການສູນກາງພັກ, ຫົວໜ້າ ສະຖາບັນການເມືອງ ແລະ ການ ປົກຄອງແຫ່ງຊາດ ແລະ ສະຫາຍ ລາວປາວຊົ່ງ ນະວົງໄຊ ກໍາມະ ການສູນກາງພັກ, ຮອງຫົວໜ້າຄະ ນະໂຄສະນາອົບຮົມສູນກາງພັກ ບັ້ນການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025; ເປີດນຳໃຊ້ອະນຸສອນ ສະຖານ ແລະ ຫໍມູນເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ; ມະຫະກຳກິລາແຫ່ງຊາດ ຄັ້ງທີ XII ຫລື ນະຄອນຫລວງວຽງຈັນເກມ ທີ່ນະຄອນຫລວງວຽງຈັນ ເປັນ ເຈົ້າພາບ ແລະ ມະຫະກຳກິລາຄົນ ພິການແຫ່ງຊາດ ຄັ້ງທີ IV ຊຶ່ງມີ ລາຍລະອຽດດັ່ງນີ້: ເຫດການທີ 1ີ ອົງການອຸຍ ແນັສໂກ ໄດ້ຮັບຮອງເອົາອຸທິຍານ ແຫ່ງຊາດຫີນໜາມໜໍ່ ເມືອງບົວ ລະພາ ແຂວງຄໍາມ່ວນ ເຂົ້າເປັນ ມໍລະດົກໂລກທາງທຳມະຊາດ ຮ່ວມຊາຍແດນກັບອຸທິຍານແຫ່ງ ຊາດຟອງຫຍາ-ແກບາງ ມໍລະ ດົກໂລກທາງທຳມະຊາດແຂວງ ກວາງຈິ ສສ ຫວຽດນາມ ຢ່າງເປັນ ທາງການໃນກອງປະຊຸມຄະນະ ກຳມະການມໍລະດົກໂລກ ຄັ້ງທີ 47 ໃນວັນທີ 13 ກໍລະກົດ 2025 ທີ່ ນະຄອນຫລວງປາຣີ ປະເທດຝຣັ່ງ. ອຸທິຍານແຫ່ງຊາດຫີນໜາມໜໍ່ເປັນ ພື້ນທີ່ ທີ່ມີຄວາມຫລາກຫລາຍ, ມີ ສັດປ່າ ແລະ ຊີວະນາໆພັນອັນ ມະຫັດສະຈັນທີ່ບໍ່ສາມາດພົບເຫັນ ໄດ້ທົ່ວໄປໃນໂລກແຕ່ສິ່ງເຫລົ່ານັ້ນ ຍັງຄົງມີຢູ່ໃນເຂດອຸທິຍານແຫ່ງນີ້ ເທົ່ານັ້ນ ຊຶ່ງເປັນຫລັກຖານໃຫ້ຮູ້ ວ່າຢູ່ແຂວງຄຳມ່ວນ ສປປ ລາວ ມີມໍລະດົກທາງທຳມະຊາດ ແລະ ສິ່ງແວດລ້ອມທີ່ມີຄວາມໝາຍລະ ດັບໂລກ. ໃນຕອນບ່າຍວັນທີ 22 ພະຈິກ 2025 ກໍໄດ້ມີພິທີແຫ່ໃບຢັ້ງຢືນຮັບ ຮອງເອົາອຸທິຍານແຫ່ງຊາດຫີນ ໜາມໜໍ່ເຂົ້າເປັນມໍລະດົກໂລກທາງ ທໍາມະຊາດ ໂດຍເລີ່ມຈາກສະ ໜາມ ບິນສາກົນວັດໄຕມາຫາທີ່ສວນປະຕູ ໄຊ ນະຄອນຫລວງວຽງຈັນ ໂດຍ ມີບັນດາການນໍາ ແລະ ພາກສ່ວນ ທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງເປັນ ຂະບວນຟົດຟື້ນ. ການຂຶ້ນທະບຽນ ເປັນມໍລະດົກໂລກຄັ້ງນີ້, ເກີດຈາກ ການຮັບຮອງເອົາຄຸນຄ່າທີ່ໂດດ ເດັ່ນລະດັບຈັກກະວານຂອງຫີນ ໜາມໜໍ່ໄດ້ແກ່: ພູມສັນຖານເປັນ ພູຫີນປູນທີ່ເກົ່າແກ່ ແລະ ໂດດເດັ່ນ ທີ່ສຸດໃນອາຊີຕາເວັນອອກສຽງໃຕ້; ຖໍ້າມະຫັດສະຈັນ “ຖໍ້ານໍ້າລອດເຊ ບັ້ງໄຟ” ເປັນແຫລ່ງທີ່ຢູ່ອາໄສອັນ ສຳຄັນຂອງສັດທີ່ຫາຍາກ ແລະ ຢູ່ໃນບັນຊີໃກ້ຈະສູນພັນເຊັ່ນ: ນົກ ກົກຄໍຄຳ, ຂະຍຸ(ໜູຫີນ) ແລະ ທະນີ ແກ້ມຂາວຖິ່ນໃຕ້. ເຫດການທີ 2ີ ພິທີເປີດນໍາໃຊ້ ສວນສາທາລະນະມິດຕະພາບ ຕຸລາການຂອງ 2 ປະເທດ ລາວຈີນ, ຈີນ-ລາວ ທີ່ມີມາແຕ່ຍາວນານ ໃຫ້ມີບາດກ້າວຂະຫຍາຍຕົວເລິກ ເຊິ່ງ ແລະ ໜັກແໜ້ນຂຶ້ນກວ່າເກົ່າ. ພ້ອມນີ້ ສະຫາຍ ນາງ ວຽງທອງ ສີພັນດອນ ກໍໄດ້ສະເໜີໃຫ້ອົງການ ຕຸລາການຂອງ 2 ປະເທດ ລາວຈີນ ສືບຕໍ່ຮັດແໜ້ນຄວາມສາມັກຄີ, ສົ່ງເສີມການພົວພັນ ແລະ ຮ່ວມມືໃຫ້ ຫລາຍຂຶ້ນ ເພື່ອຊ່ວຍເຫລືອເຊິ່ງກັນ ແລະ ກັນ ແນໃສ່ສ້າງພະນັກງານຜູ້ພິພາກສາໃຫ້ມີຄວາມຮູ້-ຄວາມ ສາມາດ ແລະ ກາຍເປັນບຸກຄະລາ ກອນຕຸລາການທີ່ມີຄຸນນະພາບ; ສະເໜີໃຫ້ສານປະຊາຊົນສູງສຸດ ແຫ່ງ ສປ ຈີນ ຊ່ວຍກໍ່ສ້າງພະນັກ ງານ-ຜູ້ພິພາກສາຜ່ານການແລກ ປ່ຽນບົດຮຽນໃນດ້ານການດຳເນີນ ຄະດີແພ່ງ, ການບໍລິຫານຄະດີ, ເພື່ອລົງເລິກແລກປ່ຽນຄໍາຄິດເຫັນ ກ່ຽວກັບການພົວພັນຮ່ວມມືສອງ ຝ່າຍອີກດ້ວຍ. ການມາຢ້ຽມຢາມ ສປປ ລາວ ຄັ້ງນີ້, ຄະນະຍັງຈະໄດ້ປາຖະກະຖາ ຜົນສໍາເລັດຂອງກອງປະຊຸມຄົບ ຄະນະເທື່ອທີ 4 ສະໄໝທີ XX ຂອງ ພັກກອມມູນິດຈີນ ຢູ່ຫ້ອງປະຊຸມ ໃຫຍ່ຫ້ອງວ່າການສູນກາງພັກ ແລະ ໄປຢ້ຽມຢາມແຂວງຫລວງພະ ບາງ ໂດຍຈະໄດ້ພົບປະກັບການນໍາ ແຂວງ ແລະ ປາຖະກະຖາຢູ່ແຂວງ ຫລວງພະບາງ ຕື່ມອີກ. ພາບ: ຂັນໄຊ ລາວ-ຫວຽດນາມ ໄດ້ຈັດຂຶ້ນໃນ ວັນທີ 2 ທັນວາ 2025 ທີ່ບ້ານ ດ່ານຊ້າງ ເມືອໄຊທານີ ນະຄອນ ຫລວງວຽງຈັນ ເປັນກຽດເຂົ້າຮ່ວມ ໂດຍສະຫາຍ ທອງລຸນ ສີສຸດລິດ ເລຂາທິການໃຫຍ່ຄະນະບໍລິຫານ ງານສູນກາງພັກ, ປະທານປະເທດ ແຫ່ງ ສປປ ລາວ, ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິ ຫານງານສູນກາງພັກກອມມູນິດ ຫວຽດນາມ. ໂຄງການສວນສາທາ ລະນະມິດຕະພາບລາວ-ຫວຽດ ນາມ ເປັນໂຄງການຮ່ວມມືລະ ຫວ່າງສອງລັດຖະບານລາວຫວຽດນາມ ຊຶ່ງໄດ້ເຊັນສັນຍາ ເລີ່ມລົງມືກໍ່ສ້າງໃນວັນທີ 31 ມີນາ 2025, ມີມູນຄ່າທັງໝົດ 340.471.500.000 ດົງ. ໃນ ນັ້ນ ທຶນສົມທົບຂອງລັດຖະບານ ສປປ ລາວ ແມ່ນ 9 ຕື້ກີບ ຫລື 10.471.500.000 ດົງ ແລະ ທຶນ ຊ່ວຍເຫລືອລ້າຂອງລັດຖະບານ ສສ ຫວຽດນາມ ແມ່ນ 330 ຕື້ດົງ; ເປັນ ໂຄງການໜຶ່ງທີ່ມີຄວາມໝາຍສໍາ ຄັນທາງດ້ານປະຫວັດສາດ-ການ ເມືອງຢ່າງເລິກເຊິ່ງລະຫວ່າງສອງ ພັກ-ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ຊຶ່ງບໍ່ພຽງ ແຕ່ເປັນສັນຍະລັກແຫ່ງການພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ, ການຮ່ວມມືຮອບ ດ້ານ ແລະ ຫຸ້ນສ່ວນຍຸດທະສາດ ຂອງສອງຊາດພວກເຮົາເທົ່ານັ້ນ, ແຕ່ສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ທີ່ສວຍສົດງົດ ງາມແຫ່ງນີ້ ໄດ້ກາຍເປັນບ່ອນ ທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທຳທີ່ສຳຄັນ, ເປັນສະ ຖານທີ່ຈັດກິດຈະກຳຕ່າງໆ, ເປັນ ບ່ອນພັກຜ່ອນ, ອອກກຳລັງກາຍ, ບ່ອນຫລິ້ນຂອງເດັກນ້ອຍ-ເຍົາວະ ຊົນຄົນຮຸ່ນໜຸ່ມ ແລະ ເປັນບ່ອນສຶກ ສາຮ່ຳຮຽນຂອງຄົນຮຸ່ນສືບທອດ ໄດ້ເຂົ້າມາທັດສະນະສຶກສາຄົ້ນຄວ້າ ກ່ຽວກັບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານຂອງສອງ ຊາດ ລາວ-ຫວຽດນາມ. ເຫດການທີ 3ີ ພິທີໂຮມຊຸມນຸມ ປະກາດບັ້ນການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຈັດຂຶ້ນໃນວັນທີ 28 ກຸມພາ 2025 ຢູ່ນະຄອນຫລວງ ວຽງຈັນ ຊຶ່ງການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສແມ່ນ ການສໍາຫລວດໜຶ່ງທີ່ມີຄວາມສໍາ ຄັນ ແລະ ຈໍາເປັນຕ້ອງໄດ້ຈັດຕັ້ງ ປະຕິບັດສໍາລັບບັນດາປະເທດທີ່ ຢູ່ໃນພາກພື້ນ ແລະ ສາກົນໃນທຸກໆ 10 ປີ ພາຍໃຕ້ຂໍ້ແນະນໍາຂອງໜ່ວຍ ງານສະຖິຕິຂອງອົງການສະຫະ ປະຊາຊາດ. ສປປ ລາວ ໄດ້ດຳເນີນ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດໃນທຸກໆ 10 ປີ ໂດຍປະຕິບັດຕາມກົດໝາຍວ່າດ້ວຍ ສະຖິຕິ ຊຶ່ງຈະເກັບກຳຂໍ້ມູນທີ່ສຳຄັນ ກ່ຽວກັບເສດຖະກິດ ແລະ ສັງຄົມ ປະກອບມີ: ຂໍ້ມູນປະຊາກອນ ທີ່ແບ່ງ ຕາມເພດ, ອາຍຸ, ຊົນເຜົ່າ, ພື້ນທີ່ພູມ ສັນຖານ, ການສຶກສາ, ແຮງງານ, ຄວາມພິການ, ການຍົກຍ້າຍຖິ່ນ ຖານ, ການເກີດ ແລະ ການຕາຍ, ການຂຶ້ນທະບຽນພົນລະເມືອງ, ພ້ອມທັງຂໍ້ມູນກ່ຽວກັບທີ່ຢູ່ອາໄສ ແລະ ພື້ນຖານໂຄງລ່າງ, ບັນດາ ຂໍ້ມູນເຫລົ່ານີ້ຈະເປັນບ່ອນອີງໃຫ້ ລັດຖະບານສາມາດຕິດຕາມ ແລະ ປະເມີນຄວາມຄືບໜ້າຂອງການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ. ນອກ ຈາກນີ້, ຂໍ້ມູນດັ່ງກ່າວຈະຊ່ວຍໃຫ້ ລັດຖະບານປະເມີນຜົນຂອງການ ຈັດຕັ້ງປະຕິບັດເປົ້າໝາຍການພັດ ທະນາແບບຍືນຍົງຂອງອົງການ ສະຫະປະຊາຊາດ ຊຶ່ງຖືກສ້າງຂຶ້ນ ແນໃສ່ເພື່ອຮັບປະກັນວ່າຈະບໍ່ມີໃຜ ຖືກປະປ່ອຍໄວ້ທາງຫລັງ. ເຫດການທີ 4 ີພິທີເປີດນຳໃຊ້ ອະນຸສອນສະຖານ ແລະ ຫໍມູນ ເຊື້ອທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ຈັດຂຶ້ນໃນຕອນເຊົ້າ ວັນທີ 19 ທັນວາ 2025 ທີ່ສວນ ມິດຕະພາບຫົວພັນ-ແທັງຮວາ ເມືອງຊຳເໜືອ ແຂວງຫົວພັນ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ແມ່ນໜຶ່ງໃນນັກຮົບປະຕິວັດຮຸ່ນທໍາ ອິດໃນຂະບວນການຕໍ່ສູ້ປົດປ່ອຍ ຊາດ, ເປັນຜູ້ຮ່ວມກໍ່ຕັ້ງກອງໂຄສະ ນາປະກອບອາວຸດຮ່ວມກັບປະທານ ໄກສອນ ພົມວິຫານປະກາດສ້າງຕັ້ງ ກອງລາດຊະວົງ ຊຶ່ງແມ່ນກອງທັບ ປະຊາຊົນລາວ ໃນປັດຈຸບັນ. ນັບແຕ່ ມື້ທໍາອິດທີ່ເຂົ້າຮ່ວມການປະຕິວັດ ເພິ່ນໄດ້ຮັບຫລາຍໜ້າທີ່, ຫລາຍຕໍາ ແໜ່ງແຕ່ຕໍ່າຫາສູງ, ຈາກນັກຮົບ ໂຄສະນາໃນກຳລັງປະກອບອາວຸດ ຈົນກ້າວຂຶ້ນເປັນນາຍທະຫານ ຊັ້ນພົນເອກ, ຈາກຫົວໜ້າກອງ ລາດຊະວົງກ້າວຂຶ້ນເປັນຫົວໜ້າ ເສນາທິການສູງສຸດຂອງກອງທັບ, ເປັນຜູ້ວາງແຜນສູ້ຮົບ ແລະ ບັນຊາ ສູ້ຮົບຫລາຍບັ້ນຮົບ, ບັ້ນຕີທີ່ສໍາ ຄັນ ແລະ ເດັ່ນກວ່າໝູ່ແມ່ນ ບັ້ນຮົບ ປົດປ່ອຍຊໍາເໜືອ, ປົດປ່ອຍຊຽງ ຂວາງ, ປົດປ່ອຍຫລວງນໍ້າທາ, ປົດປ່ອຍຫ້ວຍຊາຍ, ການວາງສາມ ບາດຄ້ອນຍຸດທະສາດ ແລະ ບັ້ນ ຮົບອື່ນໆ ນໍາໄປເຖິງການປົດປ່ອຍ ທົ່ວປະເທດ, ສາມາດສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນໃນວັນທີ 2 ທັນວາ 1975. ຈາກຄວາມໝາຍ ສໍາຄັນ, ມູນເຊື້ອວິລະກໍາ, ຄຸນງາມ ຄວາມດີ ແລະ ຜົນງານການປະຕິ ວັດອັນໃຫຍ່ຫລວງທີ່ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ໄດ້ ສ້າງໄວ້ໃຫ້ແກ່ປະເທດຊາດ ແລະ ຜືນແຜ່ນດິນແມ່. ດັ່ງນັ້ນ, ພັກລັດຖະບານ ກໍຄື ກະຊວງປ້ອງກັນ ປະເທດ, ອົງການປົກຄອງແຂວງ ຫົວພັນ ພ້ອມດ້ວຍຄອບຄົວ ແກ້ວບຸນ ພັນ ຈຶ່ງໄດ້ສ້າງຮູບປັ້ນທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ມາສະຖິດ ໄວ້ໃນອະນຸສອນສະຖານ ແລະ ຫໍ ມູນເຊື້ອທີ່ເມືອງຊໍາເໜືອ ແຂວງຫົວ ພັນ ແຫ່ງນີ້. ເຫດການທີ 5ີ ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫລື ນະຄອນ ຫລວງວຽງຈັນເກມ ທີ່ນະຄອນ ຫລວງວຽງຈັນ ເປັນເຈົ້າພາບໄດ້ ເປີດຂຶ້ນຢ່າງເປັນທາງການໃນວັນ ທີ 15 ພະຈິກ ແລະ ປິດລົງດ້ວຍ ຜົນສຳເລັດໃນວັນທີ 25 ພະຈິກ 2025 ໂດຍໄດ້ຈັດແຂ່ງຂັນໃນ 33 ປະເພດກິລາ, ຊີງຫລຽນທັງໝົດ 1.563 ຫລຽນ. ໃນນີ້, ຫລຽນຄໍາ 424 ຫລຽນ, ຫລຽນເງິນ 425 ຫລຽນ ແລະ ຫລຽນທອງ 631 ຫລຽນ; ມີ 21 ພາກສ່ວນ ຈາກ 3 ກະຊວງ, ນະຄອນຫລວງວຽງ ຈັນ ແລະ 17 ແຂວງ ໃນທົ່ວປະເທດ ເຂົ້າຮ່ວມແຂ່ງຂັນ. ຜ່ານການແຂ່ງ ຂັນກິລາແຕ່ລະປະເພດ ອັນດັບທີ I ໄດ້ແກ່ນະຄອນຫລວງວຽງຈັນ ໄດ້ 109 ຫລຽນຄໍາ, 91 ຫລຽນເງິນ ແລະ 119 ຫລຽນທອງ, ລວມທັງ ໝົດ 319 ຫລຽນ; ອັນດັບທີ II ໄດ້ ແກ່ກະຊວງປ້ອງກັນປະເທດໄດ້ 68 ຫລຽນຄໍາ, 43 ຫລຽນເງິນ ແລະ 57 ຫລຽນທອງ, ລວມທັງໝົດ 168 ຫລຽນ; ອັນດັບທີ III ໄດ້ແກ່ ແຂວງຄໍາມ່ວນ ໄດ້ 56 ຫລຽນຄໍາ, 41 ຫລຽນເງິນ ແລະ 77 ຫລຽນ ທອງ, ລວມທັງໝົດ 174 ຫລຽນ. ມະຫາກຳກິລາແຫ່ງຊາດຄັ້ງນີ້, ໄດ້ສ້າງຄວາມສາມັກຄີມິດຕະພາບ, ຄວາມເບີກບານມ່ວນຊື່ນໃຫ້ແກ່ ປະຊາຊົນບັນດາເຜົ່າ, ທັງເປັນການ ປຸກລະດົມຈິດໃຈຂອງປວງຊົນລາວ ກໍຄື ຊາວນະຄອນຫລວງວຽງຈັນ ໃນການສ້າງຂະບວນການຮອບ ດ້ານ ເພື່ອຂໍ່ານັບຮັບຕ້ອນວັນຊາດ ທີ 2 ທັນວາ ຄົບຮອບ 50 ປີ, ວັນ ເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ທັງເປັນຂີດໝາຍ ແຫ່ງມະຫາສາມັກຄີຂອງປວງຊົນ ລາວ ຊຶ່ງມັນສະແດງອອກຂອງ ບັນດາແຂວງ ແລະ ກະຊວງທີ່ໄດ້ ສົ່ງຄະນະນຳ, ຄູຝຶກ ແລະ ນັກກິລາ ເຂົ້າຮ່ວມທັງໝົດ 9.400 ກວ່າ ຄົນ ກໍຄື ການເຂົ້າຮ່ວມຊົມ, ຮ່ວມ ເຊຍ, ຮ່ວມພິທີເປີດ ແລະ ຮ່ວມ ພິທີປິດ, ມີມວນຊົນເຂົ້າຮ່ວມຢ່າງ ຫລວງຫລາຍ. ສ່ວນມະຫະກຳກິລາຄົນພິການ ແຫ່ງຊາດ ຄັ້ງທີ IV ໄດ້ຈັດຂຶ້ນໃນ ລະຫວ່າງວັນທີ 14-19 ທັນວາ 2025 ເປັນການແຂ່ງຂັນກິລາ ຫລາຍປະເພດຕາມລະບຽບກຳນົດ ແລະ ຈັດຂຶ້ນໃນທຸກໆ 3 ປີພາຍຫລັງ ສິ້ນສຸດການຈັດງານມະຫະກຳ ກິລາແຫ່ງຊາດແຕ່ລະຄັ້ງ ເພື່ອເປັນ ການສົ່ງເສີມສິດທິຄວາມເທົ່າທຽມ ຂອງຄົນພິການ ແລະ ຄົນບໍ່ພິການ ໃນການປະກອບສ່ວນເຂົ້າຮ່ວມ ຂະບວນການເຄື່ອນໄຫວກິລາ-ກາຍ ຍະກຳ ເພື່ອສຸຂະພາບ ແລະ ມິດຕະ ພາບຂອງມວນມະນຸດພວກເຮົາແນ ໃສ່ເຮັດໃຫ້ສຸຂະພາບຂອງທຸກຄົນ ແຂງແຮງໄດ້ຄວາມຊົງຈຳທີ່ດີໄດ້ ໄມຕີຈິດ-ມິດຕະພາບແບບສະຫາຍ ອ້າຍນ້ອງ ເພື່ອນຮ່ວມຊາດດຽວກັນ ສໍາຄັນແມ່ນເຮັດໃຫ້ຄົນຢູ່ໃນສັງຄົມ ຮັບຮູ້ບົດບາດຄວາມສາມາດຂອງ ຄົນພິການຢູ່ໃນເວທີສາກົນ ກໍຄື ຢູ່ໃນຂະບວນກິລາ-ກາຍຍະກຳທັງ ພາຍໃນ ແລະ ຕ່າງປະເທດ ເປັນ ຜົນງານການປະກອບສ່ວນທີ່ສໍາ ຄັນເຂົ້າໃນການສ້າງສາພັດທະນາ ປະເທດຊາດ ແລະ ກິລາ. ມະຫະກຳກິລາຄົນພິການແຫ່ງ ຊາດ ຄັ້ງທີ IV ນີ້ ລວມມີທັງໝົດ 9 ປະເພດກິລາ ຄື: ກິລາ ຍົກນໍ້າໜັກ, ແລ່ນ-ລານ, ລອຍນໍ້າ, ບານບ້ວງ ລໍ້ເລື່ອນ, ໂກນບານ, ບ໊ອດເຊຍ, ບານເຕະຄົນພິການຕາ 5 ຄົນ, ດອກ ປີກໄກ່ ແລະ ຟັນດາບ, ມີການແຂ່ງ ຂັນທັງໝົດ 172 ລາຍການ, ຊີງ ຫລຽນຄໍາ, ຫລຽນເງິນ, ຫລຽນ ທອງ ຢ່າງລະ 172 ຫລຽນ. ງານດັ່ງກ່າວຈັດຂຶ້ນ ຄັ້ງທີ I ປີ 2012 ທີ່ແຂວງຫລວງພະບາງ, ຄັ້ງ ທີ II ປີ 2015 ຈັດຂຶ້ນທີ່ແຂວງອຸດົມ ໄຊ, ຄັ້ງທີ III ປີ 2023 ຈັດຂຶ້ນທີ່ ແຂວງຊຽງຂວາງ ແລະ ຄັ້ງທີ IVຄັ້ງ ນີ້ຈັດຂຶ້ນ ທີ່ນະຄອນຫລວງວຽງຈັນ. ຫາລືວຽກງານສຳຄັນເພື່ອກຽມ ຄວາມພ້ອມດໍາເນີນກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດ ທົ່ວ ປະເທດ ຄັ້ງທີXII; ຕີລາຄາຜົນການ ສະເຫລີມສະຫລອງວັນສ້າງຕັ້ງ ແນວລາວສ້າງຊາດ ຄົບຮອບ 75 ປີ; ປະກອບຄຳເຫັນຕໍ່ຮ່າງຂໍ້ຕົກລົງ ຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບສ້າງຕັ້ງມູນນິທິສາມັກຄີ ພັດທະນາແນວລາວສ້າງຊາດ; ລາຍງານກ່ຽວກັບເປົ້າໝາຍທີ່ຈະ ໄດ້ຮັບການຍ້ອງຍໍຂອງ ສນຊ, ເປົ້າໝາຍທີ່ຈະສະເໜີໃຫ້ຍ້ອງຍໍ ລະດັບຊາດ ແລະ ຕົວແທນຂອງ ສນຊ ລົງສະໝັກເລືອກຕັ້ງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ X; ປະເມີນຜົນ ແລະ ສະເໜີບຸກຄະ ລາກອນແນວລາວສ້າງຊາດ ສະໄໝ ທີ XII. ໂອກາດນີ້, ທ່ານ ສິນລະວົງ ຄຸດໄພທູນ ໄດ້ຮຽກຮ້ອງມາຍັງບັນ ດາຜູ້ແທນກອງປະຊຸມຈົ່ງເຊີດຊູ ຄວາມຮັບຜິດຊອບຂອງຕົນໃຫ້ສູງ, ສຸມສະຕິປັນຍາຂອງຕົນ ເພື່ອປະ ກອບຄໍາຄິດຄໍາເຫັນຢ່າງສ້າງສັນ ແລະ ຮັບປະກັນໃຫ້ກອງປະຊຸມ ຂອງພວກເຮົາເທື່ອນີ້ ສໍາເລັດຜົນ ຢ່າງຈົບງາມ. ຂ່າວ: ສົມຫວັງ ການບໍລິຫານສານ ໂດຍສະເພາະ ການນຳໃຊ້ເຕັກໂນໂລຊີທັນສະໄໝ ເຂົ້າມາຊ່ວຍວຽກບໍລິຫານສານ ແລະ ບໍລິຫານຄະດີ, ຊ່ວຍສະໜັບ ສະໜູນດ້ານວິຊາການໃນການກະ ກຽມເປັນເຈົ້າພາບກອງປະຊຸມ ປະ ທານສານຈີນ-ອາຊຽນ ທີ່ສານປະ ຊາຊົນສູງສຸດ ແຫ່ງ ສປປ ລາວ ຈະ ໄດ້ເປັນເຈົ້າພາບໃນປີ 2027. ໂອກາດດຽວກັນ, ສະຫາຍຮອງ ປະທານສານສູງສຸດ ແຫ່ງ ສປ ຈີນ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນຂອງສະຫາຍ ນາງ ວຽງທອງ ສີພັນດອນ ທີ່ ໄດ້ສະລະເວລາຕ້ອນຮັບໃນຄັ້ງນີ້, ພ້ອມທັງຖືກໂອກາດນີ້ລາຍງານ ຈຸດປະສົງຂອງການເດີນທາງມາຄັ້ງ ນີ້ ໃຫ້ປະທານສານປະຊາຊົນສູງສຸດ ແຫ່ງ ສປປ ລາວ ຮັບຊາບ. ຂ່າວ: ຍຸພິນທອງ

RkJQdWJsaXNoZXIy MTc3MTYxMQ==