glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 24/12/2025 glf4tdy f{la '7q , (ແຫລ່ງຂ່າວຈາກ ແຂວງຫົວພັນ) ່ ງ່ າົ ວັ ນ ໂດຍ: ອາລຸນໄຊຸ ນ gxu f'komj P;-q ,fvd-kd5 it lts]v' 7q [Iv[ 10 xu mu j l;o,y f8trk[ ]k;{pu j x5 j o dkoles];frq o]tg,n v' c]t muj 16j vkwl c0;'9exkla d leg]a f 99% ຂປລ. ປັດຈຸບັນ, ຂະບວນການ ຈັດຕັ້ງປະຕິບັດຂະບວນການສໍາ ຫລວດພົນລະເມືອງແລະທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງແຂວງຈໍາ ປາສັກ ໂດຍສະເພາະການເກັບກໍາ ຂໍ້ມູນຢູ່ພາກສະໜາມ ໄດ້ສໍາເລັດ ແລ້ວ 99% ຂອງແຜນທີ່ວາງໄວ້. ທ່ານ ສຸກສະຫວັນ ວິໄລວົງ ປະທານຄະນະກຳມະການປົກຄອງ ແຂວງຈຳປາສັກ ໄດ້ລາຍງານໃນໂອ ກາດທີ່ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງການເງິນ, ຮອງຫົວໜ້າຄະນະຊີ້ນຳລະດັບ ຊາດ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ພ້ອມດ້ວຍຄູ່ຮ່ວມພັດ ທະນາ ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງຈຳປາສັກ ເມື່ອ ມໍ່ໆມານີ້ວ່າ: ສະພາບການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມຂອງແຂວງ ໃນໄລຍະ 5 ປີຜ່ານມາ ຊຶ່ງເຫັນວ່າແຂວງຈໍາ ປາສັກ ໄດ້ມີຜົນສໍາເລັດຫລາຍດ້ານ ເປັນຕົ້ນ ການພັດທະນາພື້ນຖານ ໂຄງລ່າງ, ການຊຸກຍູ້ຂະບວນການ ຜະລິດເປັນສິນຄ້າ, ການເກັບລາຍ ຮັບ, ການປະຕິບັດລາຍຈ່າຍ ແລະ ອື່ນໆ. ປັດຈຸບັນ, ຂະບວນການຈັດ ຕັ້ງປະຕິບັດຂະບວນການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ຂອງແຂວງຈໍາປາສັກ ໂດຍສະເພາະການເກັບກໍາຂໍ້ມູນ ຢູ່ພາກສະໜາມ ໄດ້ສໍາເລັດແລ້ວ 99% ຂອງແຜນທີ່ວາງໄວ້. ຜ່ານ ການເກັບກໍາຂໍ້ມູນຢູ່ພາກສະໜາມ ໄດ້ມີຄວາມຄືບໜ້າຫລາຍ ຊຶ່ງມາ ຮອດປັດຈຸບັນ, ການຈົດນັບພົນລະ ເມືອງ ແລະ ທີ່ຢູ່ອາໄສ ສຳເລັດແລ້ວ ໃນ 867 ເຂດສຳຫລວດ ຈາກທັງ ໜົດ 882 ເຂດສຳຫລວດ ເທົ່າກັບ 99% ຂອງແຜນການ ແລະ ຄາດ ວ່າຈະສໍາເລັດທຸກເຂດສໍາຫລວດ ພາຍໃນວັນທີ 22 ທັນວາ 2025 ຈະມາເຖິງນີ້. ພ້ອມນີ້, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ, ຮອງຫົວໜ້າຄະນະຊີ້ນຳ ລະດັບຊາດ ການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ນັກເດີນສຳຫລວດ, ນັກກວດກາ ແລະ ອຳນາດການ ປົກຄອງທ້ອງຖິ່ນ ເວົ້າລວມ ແລະ ເວົ້າສະເພາະ ແຂວງຈໍາປາສັກ ທີ່ ໄດ້ເອົາໃຈໃສ່ດຳເນີນຂະບວນການ ສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສ ທົ່ວປະເທດ ແບບດີຈິຕອນ ຄັ້ງທຳອິດ ຂອງ ສປປ ລາວ ພ້ອມ ທັງຮຽກຮ້ອງໃຫ້ຄະນະນຳຂອງ ແຂວງ ສືບຕໍ່ນໍາພາ-ຊີ້ນໍາວຽກງານ ສຳຫລວດພົນລະເມືອງຄັ້ງນີ້ ຈົນ ໃຫ້ສຳເລັດ ໂດຍຍົກໃຫ້ເຫັນໂຄງ ການດັ່ງກ່າວ ເປັນໂຄງການຍຸດທະ ສາດ ຂອງລັດຖະບານ ເພື່ອເກັບກຳ ຂໍ້ມູນນຳໃຊ້ເປັນບ່ອນອີງໃນການ ກຳນົດນະໂຍບາຍ ແລະ ເປັນບ່ອນ ອີງວາງແຜນພັດທະນາປະເທດ ຊາດໃນອະນາຄົດ. ໃນມື້ດຽວກັນ, ຄະນະດັ່ງກ່າວ ຍັງໄດ້ລົງເບິ່ງການເກັບກໍາຂໍ້ມູນ ຕົວຈິງ ຢູ່ເຂດສໍາຫລວດ ບ້ານປາກ ຊອນ ເມືອງຊະນະສົມບູນ ແລະ ບ້ານດົງເກະໂລ່ງ ນະຄອນປາກເຊ ຊຶ່ງເປັນເຂດສໍາຫລວດກວມເອົາ 2 ບ້ານ ແລະ 2 ເມືອງ ເພື່ອຕິດຕາມ ຄວາມຄືບໜ້າ, ພ້ອມທັງປຶກສາ ຫາລືສິ່ງທ້າທາຍ ແລະ ວິທີແກ້ໄຂ ເພື່ອຮັບປະກັນໃຫ້ການສຳຫລວດ ຄັ້ງນີ້ ມີຄຸນນະພາບ ແລະ ບັນລຸເປົ້າ ໝາຍທີ່ໄດ້ກຳນົດໄວ້. ຂປລ. ຫວ່າງມໍ່ໆມານີ້, ເມືອງ ວຽງໄຊ ແຂວງຫົວພັນ ໄດ້ເປີດງານ ທ່ຽວຊົມດອກຊາກຸຣະ ສະເຫລີມ ສະຫລອງຄົບຮອບ 10 ປີ ການປູກ ຕົ້ນຊາກຸຣະ ທີ່ສວນຊາກຸຣະ ລາວຢີ່ປຸ່ນຢູ່ເມືອງວຽງໄຊ.ສວນຊາກຸຣະ ເປັນສັນຍະລັກແຫ່ງສາຍພົວພັນ ລະ ຫວ່າງສອງຊາດ ລາວ-ຍີ່ປຸ່ນ ຊຶ່ງ ເລີ່ມແຕ່ປີ 2022 ເປັນຕົ້ນມາ ດອກ ຊາກຸຣະ ຢູ່ສວນຊາກຸຣະ ມິດຕະ ພາບ ລາວ-ຢີ່ປຸ່ນ ທີ່ເມືອງວຽງໄຊ ໄດ້ອອກດອກເບັ່ງບານສວຍງາມ ແລະ ໄດ້ກາຍເປັນສະຖານທີ່ທ່ອງ ທ່ຽວທີ່ດຶງດູດນັກທ່ອງທ່ຽວທັງ ພາຍໃນແລະຕ່າງປະເທດ ເດີນທາງ ເຂົ້າມາທ່ຽວຊົມຄວາມງາມຂອງ ດອກຊາກຸຣະໃນທຸກໆປີ, ຍ້ອນໄດ້ ຮັບຄວາມເອົາໃຈໃສ່ ແລະ ສະໜັບ ສະໜູນຈາກລັດຖະບານຍີ່ປຸ່ນ ກໍຄື ສະຖານທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ອົງການຄົນພິການອາຊີ ເພື່ອ ການພັດທະນາ(ADDP) ໃນການ ສ້າງກິດຈະກໍາສົ່ງເສີມການທ່ອງ ທ່ຽວ ໂດຍສະເພາະການສ້າງຈຸດ ຖ່າຍຮູບ ເພື່ອດຶງດູດນັກທ່ອງທ່ຽວ ຊຶ່ງໄດ້ເຮັດໃຫ້ການທ່ຽວຊົມດອກ ຊາກຸຣະບານ ຢູ່ສວນແຫ່ງນີ້ໃນ ແຕ່ລະປີມີບັນຍາກາດຟົດຟື້ນ ແລະ ໄດ້ຮັບຄວາມສົນໃຈຈາກນັກທ່ອງ ທ່ຽວຢ່າງຫລວງຫລາຍ. ການຈັດພິທີເປີດງານທ່ຽວຊົມ ດອກຊາກຸຣະ ໃນຄັ້ງນີ້ ກໍເພື່ອເປັນ ການສົ່ງເສີມການທ່ອງທ່ຽວ ຢູ່ ເມືອງວຽງໄຊ ກໍຄືແຂວງຫົວພັນ ໃຫ້ນັບມື້ຫລາຍ. ໂດຍມີທ່ານ ນາງ ລ້ອງຄໍາ ພອນມີໄຊ ຮອງປະທານ ຄະນະກໍາມະການປົກຄອງແຂວງ ຫົວພັນ, ທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະລັດຖະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ທ່ານ ແສງສຸວັນ ວົງຄໍາ ຫົວໜ້າພະແນກວັດທະນະທໍາ ແລະ ການທ່ອງທ່ຽວແຂວງ, ມີປະທານ ອົງການໄຈກາປະຈໍາລາວ, ປະທານ ອົງການຄົນພິການອາຊີ ເພື່ອການ ພັດທະນາ ແລະ ພາກສ່ວນກ່ຽວ ຂ້ອງຂອງ ລາວ-ຍີ່ປຸ່ນ ເຂົ້າຮ່ວມ. ທ່ານ ໂຄອິຊຸມິ ຊຶໂຕະມຸ ໄດ້ໃຫ້ ຮູ້ວ່າ: ການປູກຕົ້ນຊາກຸຣະຂອງ ຍີ່ປຸ່ນ ຢູ່ເມືອງວຽງໄຊ ແຫ່ງນີ້ ໄດ້ ຄົບຮອບ 10 ປີ ຊຶ່ງມີຄວາມໝາຍ ຄວາມສໍາຄັນຫລາຍ ແລະ ສ້າງ ຄວາມປິຕິຍິນດີ ໃຫ້ແກ່ຂ້າພະເຈົ້າ ໃນຖານະເອກອັກຄະລັດຖະທູດ ທີ່ ໄດ້ປະຈຳການໃນຊ່ວງເວລານີ້. ການປູກຕົ້ນຊາກຸຣະ ໃນສະພາບ ແວດລ້ອມທີ່ແຕກຕ່າງຈາກຍີ່ປຸ່ນ ນັ້ນ ບໍ່ແມ່ນເລື່ອງງ່າຍເລີຍ ສວນຊາ ກຸຣະ ຈະເກີດຂຶ້ນໄດ້ກໍຍ້ອນຄວາມ ພະຍາຍາມຂອງຫລາຍພາກສ່ວນ ເຊັ່ນ: ແຂວງຫົວພັນ, ເມືອງວຽງ ໄຊ, ບັນດາຜູ້ຊ່ຽວຊານຊາວຍີ່ປຸ່ນ ແລະ ອົງການຄົນພິການອາຊີ ເພື່ອ ການພັດທະນາ (ADDP). ລັດຖະ ບານຍີ່ປຸ່ນ ຍັງຈະໄດ້ສືບຕໍ່ໃຫ້ການ ສະໜັບສະໜູນຢ່າງຕໍ່ເນື່ອງ ໃນ ການສ້າງຕັ້ງສູນຝຶກວິຊາຊີບໃຫ້ ແກ່ຄົນພິການ ທີ່ຕັ້ງຢູ່ໃນບໍລິເວນ ສວນດອກຊາກຸຣະ ເມືອງວຽງໄຊ ທີ່ດຳເນີນໂດຍອົງການຄົນພິການ ອາຊີ ເພື່ອການພັດທະນາ ພ້ອມທັງ ໂຄງການພັດທະນາຊຸມຊົນ ໂດຍນຳ ໃຊ້ທ່າແຮງການທ່ອງທ່ຽວຂອງ ເມືອງວຽງໄຊ. ເມື່ອເບິ່ງໄປ 10 ປີ ເຖິງ 20 ປີຂ້າງໜ້າ, ຂ້າພະເຈົ້າ ຫວັງວ່າໂຄງການເຫລົ່ານີ້ ຈະສືບ ຕໍ່ ແລະ ໄດ້ຮັບການພັດທະນາໄປ ດ້ວຍການນຳພາຂອງຄົນລາວ ແລະ ຫວັງວ່າແຂວງຫົວພັນ ແລະ ເມືອງວຽງໄຊ ທີ່ມີຄວາມອຸດົມສົມ ບູນ ແລະ ມີຊັບພະຍາກອນການ ທ່ອງທ່ຽວແຫ່ງນີ້ ຈະໄດ້ຕ້ອນຮັບ ນັກທ່ອງທ່ຽວຫລາຍຂຶ້ນເລື້ອຍໆ ແລະ ສະເໜ່ຄວາມງົດງາມຂອງ ດອກຊາກຸຣະໃນທີ່ນີ້ ຈະຖືກເຜີຍແຜ່ ອອກໄປຢ່າງກວ້າງຂວາງ. ທ່ານ ເອຕະ ຢາຊິໂຣະ ທີ່ປຶກສາ ປະທານອົງການຄົນພິການອາຊີ ເພື່ອການພັດທະນາ ຫລື ເປັນທີ່ຮູ້ຈັກ ກັນໃນນາມ “ຊາຍແຫ່ງດອກຊາກຸ ຣະ” ໄດ້ກ່າວວ່າ: ມື້ນີ້ ຂ້າພະເຈົ້າ ພ້ອມທັງຄະນະຜູ້ບໍລິຫານ ແລະ ທີມງານ ຈາກອົງການ ADDP ປະເທດລາວ ແລະ ຍີ່ປຸ່ນ ມີຄວາມຮູ້ ສຶກປິຕິຍິນດີຢ່າງຍິ່ງ ທີ່ໄດ້ມາຮອດ ມາເຖິງ ແລະ ເຕົ້າໂຮມຮ່ວມກັບບັນ ດາທ່ານ. ນັບຕັ້ງແຕ່ໄດ້ປູກເບ້ຍ ດອກຊາກຸຣະ ດ້ວຍຄວາມເປັນ ຫ່ວງວ່າ “ດອກຊາກຸຣະ ຈະສາ ມາດເຕີບໃຫຍ່ຢູ່ຜືນແຜ່ນດິນລາວ ແຫ່ງນີ້ໄດ້ແທ້ບ່.ໍ..”, ຈາກມື້ນັ້ນເຖິງ ມື້ນີ້ ເວລາກໍໄດ້ຜ່ານໄປຢ່າງໄວວາ ເຖິງ 13 ປີແລ້ວ. ຕົ້ນຊາກຸຣະທີ່ ນ້ອຍໆນັ້ນ ໄດ້ເຕີບໃຫຍ່ຢ່າງສະ ຫງ່າງາມ ແລະ ໄດ້ອອກດອກເບັ່ງ ບານໃຫ້ເຫັນຢ່າງສວຍງາມ ເຖິງ ແມ່ນວ່າຍັງມີເບ້ຍນ້ອຍໆທີ່ຫາກໍ ກໍາລັງແຕກດອກອອກກິ່ງ, ແຕ່ ດອກຊາກຸຣະຂອງຍີ່ປຸ່ນ ຈະສືບ ຕໍ່ເບັ່ງບານຢ່າງສວຍງາມໃນອີກ ຫລາຍສິບປີ ຫລື ຫລາຍຮ້ອຍປີຕໍ່ ໜ້າ ໃນສັນຍະລັກທີ່ວ່າ “ດອກຊາ ກຸຣະແຫ່ງມິດຕະພາບ” ແລະ ເປັນ ສະຖານທີ່ທ່ອງທ່ຽວແຫ່ງໃໝ່ ຂອງ ເມືອງວຽງໄຊ ຕະຫລອດໄປໃນອະ ນາຄົດ.
RkJQdWJsaXNoZXIy MTc3MTYxMQ==