24/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ rq [xtc]dxj Po;Pd'ko dkom6 fglf4tdy f ]k;{s;Pfok, ຂປລ. ໃນໂອກາດຕິດຕາມທ່ານ ລັດຖະມົນຕີກະຊວງການຕ່າງປະ ເທດ ແຫ່ງ ສປປ ລາວ ເຂົ້າຮ່ວມ ກອງປະຊຸມປຶກສາຫາລືດ້ານການ ເມືອງຂັ້ນລັດຖະມົນຕີ ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ຄັ້ງທີ12 ໃນອາທິດ ຜ່ານມາ, ທ່ານ ສົມບູນ ສີຫານາດ ຫົວໜ້າກົມເສດຖະກິດ, ກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນໍາ ພາຄະນະຜູ້ແທນຈາກກົມເສດຖະກິດ ແລະ ກົມກ່ຽວຂ້ອງພາຍໃນກະຊວງ ການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າຮ່ວມກອງປະຊຸມພົບປະເຮັດ ວຽກດ້ານວິຊາການ ແລະ ແລກປ່ຽນ ບົດຮຽນກ່ຽວກັບວຽກງານການທູດ ເສດຖະກິດລວມທັງກອງປະຊຸມສຳ ມະນາກ່ຽວກັບວຽກງານການພັດ ທະນາເສດຖະກິດດີຈິຕອນ ຮ່ວມ ກັບ ທ່ານ ນາງ ເຈິ່ນ ບາວ ຫງ໋ອກ (Tran Bao Ngoc) ຫົວໜ້າ ກົມການທູດເສດຖະກິດ ແລະ ກົມ ກ່ຽວຂ້ອງກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ. ການພົບປະ ເຮັດວຽກ ແລະ ແລກ ປ່ຽນບົດຮຽນ ຄັ້ງນີ້ ເປັນກິດຈະກຳໜຶ່ງທີ່ຈັດຕັ້ງ ປະຕິບັດຕາມບົດບັນທຶກຄວາມເຂົ້າ ໃຈ (MoU) ວ່າດ້ວຍກົນໄກການ ປຶກສາຫາລືວຽກງານການທູດເສດ ຖະກິດລະຫວ່າງສອງກະຊວງການ ຕ່າງປະເທດ ແຫ່ງ ສປປ ລາວ ແລະ ສສ ຫວຽດນາມ. ຈຸດປະສົງຂອງກອງປະຊຸມດັ່ງ ກ່າວ ແມ່ນລົງເລິກປຶກສາຫາລື ແລະ ແລກປ່ຽນບົດຮຽນດ້ານວິຊາການ ຂອງສອງກົມ ແລະ ວຽກງານການ ທູດເສດຖະກິດລະຫວ່າງສອງປະ ເທດ ລາວ-ຫວຽດນາມ ໂດຍສະ ເພາະແມ່ນຕີລາຄາຄືນຕໍ່ກັບສະພາບ ການຈັດຕັ້ງຜັນຂະຫຍາຍສອງນິ ຕິກຳທີ່ທັງສອງຝ່າຍໄດ້ລົງນາມ ຮ່ວມກັນໃນໄລຍະຜ່ານມາຄື: ບົດ ບັນທຶກຄວາມເຂົ້າໃຈວ່າດ້ວຍ ການສ້າງກົນໄກການປຶກສາຫາລື ວຽກງານການທູດເສດຖະກິດລະ ຫວ່າງກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການ ຕ່າງປະເທດ ແຫ່ງ ສສ ຫວຽດນາມ 2023-2025; ແຜນການປະຕິບັດ ງານການຮ່ວມມືດ້ານການທູດ ເສດຖະກິດ 2020-2025 ແລະ ປຶກສາຫາລືແຜນການຮ່ວມມືໃນຕໍ່ ໜ້າ. ພ້ອມກັນນັ້ນ, ສອງຝ່າຍຍັງ ໄດ້ແລກປ່ຽນຂໍ້ມູນ ແລະ ທັດສະນະ ກ່ຽວກັບສະພາບການພົ້ນເດັ່ນຂອງ ເສດຖະກິດພາກພື້ນ ແລະ ສາກົນ ແລະ ບັນຫາສໍາຄັນອື່ນໆ, ພ້ອມ ທັງປຶກສາຫາລືແລກປ່ຽນບົດຮຽນ ກ່ຽວກັບສະພາບການພັດທະນາ ເສດຖະກິດດີຈິຕອນຢູ່ ສສ ຫວຽດ ນາມ ໂດຍສະເພາະການຫັນເປັນດີ ຈິຕອນໃນພາກລັດຖະບານ, ພາກ ທຸລະກິດ ແລະ ອື່ນໆ ລວມເຖິງການ ປຶກສາຫາລືຮ່ວມກັນຕໍ່ແນວທາງ ນໍາໃຊ້ລະບົບດີຈິຕອນເຂົ້າຊ່ວຍໃນ ວຽກງານການທູດເສດຖະກິດຂອງ ສອງກະຊວງການຕ່າງປະເທດ ລາວ ແລະ ຫວຽດນາມ ໃນອະນາຄົດ. ນອກຈາກນີ້, ກອງປະຊຸມຍັງໄດ້ ເອົາໃຈໃສ່ເນັ້ນໜັກໃສ່ການແລກ ປ່ຽນບົດຮຽນຮ່ວມກັນໃນ 2 ຫົວຂໍ້ ໃຫຍ່ຄື: ແລກປ່ຽນປະສົບການໃນ ການຈັດຕັ້ງປະຕິບັດວຽກງານການ ທູດເສດຖະກິດຂອງ ສປປລາວ ແລະ ສສ ຫວຽດນາມ ລວມທັງຕີລາຄາ ແລະ ທົບທວນຄືນສະພາບການຈັດ ຕັ້ງປະຕິບັດບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານວຽກງານ ການທູດເສດຖະກິດຂອງສອງກະ ຊວງການຕ່າງປະເທດໃນໄລຍະຜ່ານ ມາ; ແລກປ່ຽນປະສົບການກ່ຽວກັບ ວຽກງານການພັດທະນາເສດຖະ ກິດດີຈິຕອນຂອງ ສປປ ລາວ ແລະ ສສ ຫວຽດນາມ ໃນໄລຍະຜ່ານມາ. ພ້ອມນີ້, ຄະນະຜູ້ແທນຈາກ ສປປ ລາວ ຍັງໄດ້ເດີນທາງໄປທັດສະນະ ສຶກສາ ແລະ ຢ້ຽມຊົມເຂດການພັດ ທະນາອຸດສາຫະກໍາທີ່ແຂວງຫາຍ ຟອງ ສສ ຫວຽດນາມ. ໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ ຍັງໄດ້ເຂົ້າຢ້ຽມຂໍ່າ ນັ ບ ທ່ າ ນ ເ ລ ແ ອ ງ ຕ໋ ວ ນ (Le Anh Tuan) ຮອງລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສສ ຫວຽດນາມ ເພື່ອລາຍ ງານຜົນຂອງກອງປະຊຸມດັ່ງກ່າວ ແລະ ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບອັນອົບອຸ່ນ ແລະ ການ ສະໜັບສະໜູນຂອງ ສສ ຫວຽດ ນາມ ທີ່ມີຕໍ່ ສປປ ລາວ ຕະຫລອດ ມາ ແລະ ຫວັງວ່າການເຮັດວຽກ ຮ່ວມກັນລະຫວ່າງສອງກົມກ່ຽວ ຂ້ອງຂອງກະຊວງການຕ່າງປະ ເທດ ລາວ-ຫວຽດນາມ ໃນຄັ້ງນີ້ ຈະໄດ້ຮັບໝາກຜົນ ແລະ ປະສົບຜົນ ສຳເລັດຕາມເປົ້າໝາຍທີ່ວາງໄວ້. ຂ່າວ: ກະຊວງການຕ່າງປະເທດ. ລາວ-ໄທ... ສະຫະພັນແມ່ຍິງ...ັ່ິ ສະມາຄົມການສຶກສາ...ົຶ ເພີ່ມທະວີພັດທະນາ...ີ່ີັ ສະຫລຸບວຽກງານ 5 ປີ...ຸີ ຄະນະຜູ້ແທນລາວ...ູ້ ຂປລ. ເມື່ອບໍ່ດົນມານີ້, ຄະນະ ສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ນຳໂດຍທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາ ລັດຖະມົນຕີກະຊວງການຕ່າງ ປະເທດ ສປປ ລາວ, ປະທານກິດ ຕິມະສັກສະຫະພັນແມ່ຍິງກະຊວງ ການຕ່າງປະເທດ ພ້ອມດ້ວຍຄະນະ ບໍລິຫານງານສະຫະພັນແມ່ຍິງ ກະຊວງການຕ່າງປະເທດ ສປປ ລາວ ແລະ ພັນລະຍາຄະນະນຳ ກະຊວງໄດ້ເດີນທາງຢ້ຽມຢາມ ແລະ ເຮັດວຽກຮ່ວມກັບສະຫະພັນ ແມ່ຍິງກະຊວງການຕ່າງປະເທດ ສສ ຫວຽດນາມ ທີ່ນະຄອນຫລວງ ຮ່າໂນ້ຍ ສສ ຫວຽດນາມ ຊຶ່ງການ ຢ້ຽມຢາມຄັ້ງນີ້, ເປັນການຢ້ຽມ ຢາມ ແລະ ແລກປ່ຽນປະຈຳປີ ຂອງ ສະຫະພັນແມ່ຍິງສອງກະຊວງການ ຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເພື່ອຮັດແໜ້ນຄວາມ ສາມັກຄີ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ. ໃນໂອກາດການຢ້ຽມຢາມຄັ້ງ ນີ້, ແມ່ຍິງຂອງສອງກະຊວງການ ຕ່າງປະເທດ ໄດ້ມີກອງປະຊຸມພົບ ປະ ແລະ ແລກປ່ຽນບົດຮຽນຮ່ວມ ກັນ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ວາດສະໜາ ພົມວິຫານ ພັນລະຍາ ລັດຖະມົນຕີ ກະຊວງການຕ່າງປະເທດ ສປປ ລາວ ແລະ ທ່ານ ນາງ ເລ ຫງວຽດ ແອງ ພັນລະຍາ ລັດຖະມົນຕີຕ່າງ ປະເທດ ສສ ຫວຽດນາມ ຊຶ່ງທັງ ສອງຝ່າຍໄດ້ແລກປ່ຽນສະພາບ ແລະ ການເຄື່ອນໄຫວຂອງສະຫະ ພັນແມ່ຍິງກະຊວງຂອງຕົນໃນ ໄລຍະຜ່ານມາ, ຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດແຜນການ ຮ່ວມມືທີ່ໄດ້ຕົກລົງກັນໃນກອງ ປະຊຸມພົບປະຄັ້ງຜ່ານມາ. ໃນນັ້ນ, ແມ່ນວຽກງານສ້າງຄວາມເຂັ້ມ ແຂງແກ່ແມ່ຍິງກະຊວງການຕ່າງ ປະເທດ, ການເຄື່ອນໄຫວຂອງກຸ່ມ ແມ່ຍິງອາຊຽນ ທີ່ຮ່າໂນ້ຍ ແລະ ນະຄອນຫລວງວຽງຈັນ. ນອກນັ້ນ, ຍັງໄດ້ປຶກສາຫາລືແຜນການຮ່ວມມື ໃນຕໍ່ໜ້າຂອງແມ່ຍິງສອງກະຊວງ ການຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ. ໂອກາດນີ້, ຄະນະສະຫະພັນ ແມ່ຍິງກະຊວງການຕ່າງປະເທດ ສປປ ລາວ ຍັງໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ນາງ ຫງວຽນ ທິ ຕວຽດ ປະທານສູນກາງສະຫະພັນແມ່ຍິງ ສສ ຫວຽດນາມ ເພື່ອເພີ່ມທະວີ ສາຍພົວພັນຮ່ວມມື, ຄວາມສາ ມັກຄີພິເສດຂອງສອງຊາດລາວຫວຽດນາມ ກໍຄື ຂອງແມ່ຍິງສອງ ປະເທດ ໂດຍສະເພາະບົດບາດ ຂອງແມ່ຍິງ ໃນການພັດທະນາ ທາງດ້ານເສດຖະກິດ ແລະ ການ ທ່ອງທ່ຽວ. ພ້ອມກັນນີ້, ຍັງໄດ້ໄປ ຢ້ຽມຢາມສະຖານທີ່ທ່ອງທ່ຽວທາງ ທຳມະຊາດ ແລະ ວັດທະນະທຳຢູ່ ແຂວງກວາງນິງ. ການແລກປ່ຽນຢ້ຽມຢາມຂອງ ສອງສະຫະພັນແມ່ຍິງກະຊວງການ ຕ່າງປະເທດ ສປປ ລາວ ແລະ ສສ ຫວຽດນາມ ເປັນກົນໄກການຮ່ວມມື ທີ່ສຳຄັນໜຶ່ງໂດຍໄດ້ມີການຜັດປ່ຽນ ຂປລ. ເມື່ອບໍ່ດົນມານີ້, ສະພາ ການຄ້າ ແລະ ອຸດສາຫະກຳແຫ່ງ ຊາດລາວ (ສຄອຊ) ຈັດງານສັບ ປະດາການຮ່ວມມືການສຶກສາອາ ຊຽນ-ສປ ຈີນ ໂດຍການເປັນປະ ທານຂອງທ່ານ ຄຳແສນ ສີສະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ, ມີຜູ້ຕາງ ໜ້າຈາກສະຖານທູດບັນດາປະເທດ ອາຊຽນ, ສະຖານທູດ ສປ ຈີນ ປະຈຳລາວ, ກະຊວງທີ່ກ່ຽວຂ້ອງ, ສະຖາບັນການສຶກສາພາກລັດ ແລະ ພາກເອກະຊົນທັງພາຍໃນ ແລະ ຕ່າງປະເທດ, ອົງການຈັດຕັ້ງທາງ ສັງຄົມແລະ ຄູ່ຮ່ວມພັດທະນາຕ່າງໆ ເຂົ້າຮ່ວມ. ງານສັບປະດາການຮ່ວມມືການ ສຶກສາອາຊຽນ-ສປ ຈີນ ຄັ້ງນີ້, ເພື່ອ ສະແດງເຖິງຄວາມມຸ່ງມາດປາຖະ ໜາໃນການພັດທະນາວຽກງານ ການສຶກສາ ແລະ ຕະຫລາດແຮງ ງານໃນອະນາຄົດ ໂດຍເນັ້ນໜັກເຖິງ ບົດບາດສຳຄັນຂອງທຸກພາກສ່ວນ ທີ່ມີສ່ວນຮ່ວມໃນການກຳນົດ ຈຸດໝາຍປາຍທາງຂອງພາກພື້ນ ຜ່ານເວທີດັ່ງກ່າວ, ທັງເປັນການ ຊຸກຍູ້ການພັດທະນາຊັບພະຍາກອນ ມະນຸດໃຫ້ມີຄຸນນະພາບ ແລະ ສອດ ຄ່ອງກັບຄວາມຕ້ອງການດ້ານເສດ ຖະກິດ-ສັງຄົມຂອງບັນດາປະເທດ ສະມາຊິກອາຊຽນ. ທັງນີ້, ກໍເພື່ອ ຮັບປະກັນວ່າການລິເລີ່ມດ້ານການ ສຶກສາຍັງຄົງສອດຄ່ອງກັບບຸລິມະ ສິດແຫ່ງຊາດ ແລະ ຍຸດທະສາດ ການພັດທະນາພາກພື້ນ, ທັງເປັນ ການເສີມຂະຫຍາຍພື້ນຖານວັດ ທະນະທຳ-ສັງຄົມຂອງປະຊາຄົມ ຊາຕາກຳຮ່ວມ ສປ ຈີນ-ອາຊຽນ ແລະ ເປັນການສະໜັບສະໜູນເປົ້າ ໝາຍທີ່ກວ້າງຂວາງຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”. ພ້ອມນີ້, ພາຍໃນງານຍັງໄດ້ ເນັ້ນໜັກການສະໜັບສະໜູນຂໍ້ ລິເລີ່ມທີ່ຊຸກຍູ້ການເຊື່ອມໂຍງດ້ານ “ການສຶກສາ-ອຸດສາຫະກຳ” ໂດຍ ສົ່ງເສີມການເຂົ້າຮ່ວມຂອງພາກ ທຸລະກິດ ແລະ ສະຖາບັນການສຶກ ສາໃນການຮ່ວມກັນພັດທະນາຫລັກ ສູດ, ການຝຶກອົບຮົມໃນສະຖານທີ່ ເຮັດວຽກຕົວຈິງ, ລວມເຖິງການ ສ້າງຄູ່ຮ່ວມງານທີ່ດີ ເພື່ອສ້າງ ແລະ ພັດທະນາບຸກຄະລາກອນທີ່ ມີຄຸນນະພາບ, ສ້າງຄວາມຍືນຍົງ ໃຫ້ແກ່ຕະຫລາດແຮງງານໃນພາກ ພື້ນຕໍ່ໄປ. ຂໍ້ມູນ-ພາບ: ສຄອຊ ຂປລ. ວັນທີ 22 ທັນວາ 2025 ນີ້, ຢູ່ກົວລາລໍາເປີ ປະເທດມາເລ ເຊຍ, ທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການຕ່າງປະ ເທດ ເເຫ່ງ ສປປ ລາວ ໄດ້ນໍາພາ ຄະນະຜູ້ເເທນເຂົ້າຮ່ວມກອງປະ ຊຸມລັດຖະມົນຕີຕ່າງປະເທດອາ ຊຽນສະໄໝພິເສດກ່ຽວກັບສະພາບ ການປັດຈຸບັນລະຫວ່າງ ກໍາປູເຈຍ ແລະ ໄທ ໂດຍການເປັນປະທານ ຂອງລັດຖະມົນຕີກະຊວງການຕ່າງ ປະເທດ ແຫ່ງ ມາເລເຊຍ ໃນນາມ ປະທານອາຊຽນ ປີ 2025, ມີ ບັນດາລັດຖະມົນຕີຕ່າງປະເທດອາ ຊຽນ, ຜູ້ຕາງໜ້າ ແລະ ເລຂາທິການ ໃຫຍ່ອາຊຽນ ເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍ ສະຫລອງຜົນງານການເຄື່ອນໄຫວ ວຽກງານຂອງສະໂມສອນນັກການ ທູດລາວ ຕະຫລອດໄລຍະ 5 ປີ (6/10/2020-6/10/2025) ຜ່ານມາ, ລວມທັງຮ່ວມກັນກຳນົດ ທິດທາງ ແລະ ແຜນການໃນການ ຈັດຕັ້ງປະຕິບັດວຽກງານຂອງສະ ໂມສອນນັກການທູດລາວໃນຕໍ່ໜ້າ ເພື່ອຮັບປະກັນເຮັດໃຫ້ສະໂມສອນ ນັກການທູດລາວມີການເຕີບໃຫຍ່ ຂະຫຍາຍຕົວ ແລະ ເຂັ້ມແຂງຮອບ ດ້ານແນໃສ່ສາມາດຍາດມາໄດ້ຜົນ ສຳເລັດອັນໃຫຍ່ຫລວງກວ່າເກົ່າໃນ ການປະກອບສ່ວນສ້າງຄວາມເຂັ້ມ ແຂງໃຫ້ແກ່ວົງການການທູດລາວ. ໂອກາດນີ້,ທ່ານໄຊຍະການສີສຸວົງ ປະທານສະໂມສອນນັກການທູດ ລາວ ໄດ້ຜ່ານບົດສະຫລຸບຜົນງານ ການຈັດຕັ້ງປະຕິບັດວຽກງານ ຂອງສະໂມສອນນັກການທູດລາວ ໄລຍະ 5 ປີທີ່ຜ່ານ ໂດຍໄດ້ນໍາສະເໜີ ປະຫວັດຄວາມເປັນມາ ແລະ ໄດ້ຍົກ ໃຫ້ເຫັນບັນດາຜົນງານອັນພົ້ນເດັ່ນ ຫລາຍດ້ານທີ່ສະໂມສອນຍາດມາ ໄດ້ນັບແຕ່ໄດ້ຮັບການສ້າງຕັ້ງເຖິງ ປັດຈຸບັນ. ນອກນັ້ນ, ຍັງໄດ້ຕີລາຄາ ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກ ກໍຄື ສິ່ງທ້າທາຍຕ່າງໆທີ່ສະໂມສອນ ນັກການທູດລາວ ໄດ້ຜະເຊີນໜ້າ ໃນໄລຍະຜ່ານ, ລວມທັງສະເໜີທິດ ທາງ ແລະ ແຜນການໃນການຈັດ ຕັ້ງວຽກງານຂອງສະໂມສອນນັກ ການທູດລາວໃນຕໍ່ໜ້າຢ່າງມີຈຸດສຸມ ແລະ ຈະແຈ້ງ ເພື່ອເປັນບ່ອນອີງໃນ ການຈັດຕັ້ງປະຕິບັດວຽກງານຕົວ ຈິງຂອງສະໂມສອນໃຫ້ໄດ້ຮັບໝາກ ຜົນກວ່າເກົ່າ. ພິເສດກອງປະຊຸມດັ່ງກ່າວ, ຍັງ ໄດ້ຮັບຟັງການໂອ້ລົມ ແລະ ໃຫ້ທິດ ຊີ້ນຳຢ່າງມີຄວາມໝາຍ ແລະ ແຈ້ງ ຕໍ່ການຈັດຕັ້ງປະຕິບັດວຽກງານ ຕົວຈິງຈາກທ່ານ ສົມສະຫວາດ ເລັ່ງສະຫວັດ ປະທານກິດຕິມະສັກ ສະໂມສອນນັກການທູດລາວ ຊຶ່ງ ເປັນເຂັມທິດເຍືອງທາງໃຫ້ແກ່ການ ພັດທະນາສະໂມສອນໃຫ້ມີຄວາມ ເປັນຂະບວນຟົດຟື້ນ. ກິດຈະກຳຄັ້ງນີ້, ຈັດຂຶ້ນເພື່ອເປັນ ການສ້າງຂະບວນການສະເຫລີມ ສະຫລອງ 3 ວັນປະຫວັດສາດ ຂອງຊາດ ນັ້ນ ຄື: ວັນສ້າງຕັ້ງພັກ ປປ ລາວ ຄົບຮອບ 70 ປີ, ວັນ ສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນເກີດປະທານ ໄກສອນພົມວິຫານຄົບຮອບ105ປີ ໂດຍເລີ່ມຍ່າງຈາກຈຸດເລີ່ມທີ່ໃກ້ກັບ ສວນສະໜຸກບຶງທາດຫລວງ ໄປ ຕາມທາງອ້ອມຮອບໜອງ ລວມ ໄລຍະທາງ ເກືອບ 3 ກິໂລແມັດ. ຫລັງຈາກນັ້ນ, ກໍໄດ້ມີການເຕົ້າໂຮມ ຮ່ວມກັນເຕັ້ນແອໂຣບິກ ອອກກຳລັງ ກາຍເພື່ອສຸຂະພາບ. ພ້ອມນີ້, ກໍຍັງ ມີພິທີມອບໃບກຽດຕິຄຸນໃຫ້ພາກ ສ່ວນຕ່າງໆທີ່ຮ່ວມສະໜັບສະໜູນ ໃນກິດຈະກຳຄັ້ງນີ້ ຕື່ມອີກ. ຂ່າວ-ພາບ: ໜັງສືພິມສຶກສາ ຮອບດ້ານໃຫ້ແກ່ກອງປະຊຸມຄະນະ ກຳມະການຮ່ວມມືຮັກສາຄວາມສະ ຫງົບຮຽບຮ້ອຍຕາມຊາຍແດນທົ່ວ ໄປ ລາວ-ໄທ ທີ່ຈະຈັດຂຶ້ນໃນປີ 2026 ໂດຍການເປັນປະທານ ຮ່ວມຂອງທ່ານ ພົນຈັດຕະວາ ອຸ່ນຄໍາ ສີແຫວນວົງສັກ ຜູ້ບັນຊາ ການທະຫານຊາຍແດນກອງທັບ ປະຊາຊົນລາວ, ກໍາມະການ ແລະ ເລຂານຸການຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບຮຽບ ຮ້ອຍຕາມຊາຍແດນທົ່ວໄປ ລາວໄທ ແລະ ທ່ານ ພົນໂທ ຈຸມພົດ ງານກ່ຽວກັບການປະຕິບັດໜ້າທີ່ ໃນໄລຍະຜ່ານມາຂອງໜ່ວຍງານ ສັງເກດການອາຊຽນ ຊຶ່ງໄດ້ຮັບ ການສ້າງຕັ້ງຂຶ້ນໃນເດືອນຕຸລາ 2025. ພ້ອມກັນນັ້ນ, ກອງປະຊຸມ ໄດ້ຮັບຟັງການແຈ້ງສະພາບການ ປັດຈຸບັນທາງດ້ານຊາຍແດນ ໂດຍ ລັດຖະມົນຕີກະຊວງການຕ່າງປະ ເທດ ແລະ ການຮ່ວມມືສາກົນຂອງ ກຳປູເຈຍ ແລະ ລັດຖະມົນຕີກະຊວງ ການຕ່າງປະເທດຂອງໄທ. ໃນກອງ ປະຊຸມ, ບັນດາລັດຖະມົນຕີຕ່າງ ປະເທດອາຊຽນ ໄດ້ປະກອບຄຳ ເຫັນໂດຍໄດ້ສະແດງຄວາມເປັນ ຫ່ວງຕໍ່ສະພາບການໃນປັດຈຸບັນ ແລະ ຮຽກຮ້ອງໃຫ້ທັງສອງຝ່າຍ ແກ້ໄຂບັນຫາໂດຍສັນຕິວິທີ ໂດຍ ສອດຄ່ອງກັບກົດບັດອົງການສະ ຫະປະຊາຊາດ, ກົດບັດອາຊຽນ, ສົນທິສັນຍາໄມຕີຈິດ ແລະ ການ ຮ່ວມມືໃນອາຊີຕາເວັນອອກສ່ຽງ ໃຕ້. ກອງປະຊຸມໄດ້ຢໍ້າຄືນເຖິງ ຄວາມໝາຍໝັ້ນຕໍ່ຄວາມເປັນເອກະ ພາບ ແລະ ຄວາມສາມັກຄີຂອງອາ ຊຽນ ແລະ ຄວາມເປັນແກນກາງ ຂອງອາຊຽນໃນການຮັບປະກັນສັນ ຕິພາບ, ຄວາມໝັ້ນຄົງ, ສະຖຽນລະ ພາບ ແລະ ຄວາມສົມບູນພູນສຸກໃນ ພາກພື້ນອີງຕາມກົດບັດອາຊຽນ. ໃ ນ ກ ອ ງ ປ ະ ຊຸ ມ , ທ່ າ ນ ທອງສະຫວັນ ພົມວິຫານ ໄດ້ຢໍ້າ ຄືນນະໂຍບາຍການຕ່າງປະເທດອັນ ສະເໝີຕົ້ນສະເໝີປາຍຂອງ ສປປ ລາວ ໃນການຮັດແໜ້ນການພົວພັນ ຮ່ວມມືກັບປະເທດຕ່າງໆ, ລວມ ທັງ ກຳປູເຈຍ ແລະ ໄທ. ພ້ອມນັ້ນ, ກໍໄດ້ຮຽກຮ້ອງໃຫ້ທັງສອງຝ່າຍ ໃຊ້ຄວາມອົດທົນອົດກັ້ນຫລີກເວັ້ນ ການໃຊ້ກຳລັງບົນຈິດໃຈໄມຕີຈິດ ມິດຕະພາບໃນຖານະເປັນປະເທດ ສະມາຊິກອາຊຽນດ້ວຍກັນ, ກັບຄືນ ປະຕິບັດຕາມຂໍ້ຕົກລົງເພື່ອສັນຕິພາບ ທີ່ສອງປະເທດໄດ້ລົງນາມໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ແລະ ນຳໃຊ້ກົນໄກທີ່ມີຢູ່ ເພື່ອຊອກ ຫາຊ່ອງທາງແກ້ໄຂບັນຫາໂດຍ ສັນຕິວິທີ. ພາຍຫລັງກອງປະຊຸມໄດ້ມີການ ອອກຖະແຫລງການຂອງປະທານ ຊຶ່ງໄດ້ລະບຸກ່ຽວກັບຄວາມພະຍາ ຍາມຂອງອາຊຽນໃນການແກ້ໄຂ ບັນຫາທີ່ພວມດຳເນີນຢູ່ ພ້ອມທັງ ສະແດງຄວາມຍິນດີຕໍ່ກັບການປຶກ ສາຫາລືຂອງທັງສອງປະເທດ ເພື່ອ ບັນລຸການຢຸດຍິງ ແລະ ສະແດງ ຄວາມຫວັງວ່າສະພາບຄວາມເຄັ່ງ ຕຶງຈະຫລຸດຜ່ອນລົງໂດຍໄວ, ໃນນີ້ ຄະນະກຳມະການຊາຍແດນຂອງ ສອງປະເທດ ຈະຈັດກອງປະຊຸມ ປຶກສາຫາລືກ່ຽວກັບການຈັດຕັ້ງ ປະຕິບັດການຢຸດຍິງໃນໄວໆນີ້. ໃນໂອກາດດຽວກັນນີ້, ທ່ານ ທອງສະຫວັນ ພົມວິຫານ ໄດ້ພົບປະ ສອງຝ່າຍກັບບັນດາລັດຖະມົນຕີ ຕ່າງປະເທດອາຊຽນ ແລະ ເລຂາ ທິການໃຫຍ່ອາຊຽນ ເພື່ອເສີມຂະ ຫຍາຍການພົວພັນຮ່ວມມື ແລະ ປຶກສາຫາລືບັນຫາທີ່ມີຄວາມສົນໃຈ ຮ່ວມກັນ. ເຂັ້ມແຂງ ແລະ ຍືນຍົງ ເພື່ອປະກອບ ສ່ວນເຂົ້າພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດໃຫ້ຈະ ເລີນຮຸ່ງເຮືອງ. ຢ້ຽມຢາມເຊິ່ງກັນ ແລະ ກັນ ເປັນປະ ຈຳທຸກປີ ຊຶ່ງໄດ້ເລີ່ມຈັດຕັ້ງປະຕິບັດ ແຕ່ປີ 2015 ເປັນຕົ້ນມາ. ນຸຣັກເຂດ ເຈົ້າກົມກິດຈະການ ຊາຍແດນທະຫານ ກອງບັນຊາການ ກອງທັບໄທ, ກໍາມະການ ແລະ ເລຂານຸການຄະນະກຳມະການ ຮ່ວມມືຮັກສາຄວາມສະຫງົບ ຮຽບຮ້ອຍຕາມຊາຍແດນທົ່ວໄປ ໄທ-ລາວ, ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ສອງຝ່າຍໄດ້ ປຶກສາຫາລື, ແລກປ່ຽນຄວາມຄິດ ເຫັນ ແລະ ລາຍງານການກະກຽມ ຄວາມພ້ອມດ້ານຕ່າງໆເປັນຕົ້ນ ການກະກຽມດ້ານເນື້ອໃນ, ດ້ານ ພິທີການ ແລະ ອື່ນໆ. ເພື່ອຮັບປະກັນ ຄວາມພ້ອມຮອບດ້ານກອງປະຊຸມ ຄະນະກຳມະການຮ່ວມມືຮັກສາ ຄວາມສະຫງົບຮຽບຮ້ອຍຕາມຊາຍ ແດນທົ່ວໄປ ລາວ-ໄທ ຄັ້ງທີ 30 ຊຶ່ງ ຈະຈັດຂຶ້ນທີ່ນະຄອນຫລວງວຽງຈັນ ໃນຕົ້ນປີ 2026 ພ້ອມນີ້, ສອງ ຝ່າຍຍັງໄດ້ທົບທວນຜົນການຈັດຕັ້ງ ປະຕິບັດຕາມບົດບັນທຶກຂອງກອງ ປະຊຸມຄະນະກຳມະການຮ່ວມມື ຮັກສາຄວາມສະຫງົບຮຽບຮ້ອຍ ຕາມຊາຍແດນທົ່ວໄປ ລາວ-ໄທ ຄັ້ງທີ 29 ທີ່ໄດ້ຈັດຂຶ້ນຢູ່ບາງກອກ ຣາຊະອານາຈັກໄທ ໃນອາທິດ ຜ່ານມາ ແລະ ກອງປະຊຸມສະໄໝ ວິສາມັນຄັ້ງທີ 1/2025 ແລະ ວາງ ທິດທາງແຜນການຮ່ວມມືໃນການ ຮັກສາຄວາມສະຫງົບຮຽບຮ້ອຍ ຕາມບໍລິເວນຊາຍແດນທັງສອງປະ ເທດໃຫ້ມີສະຖຽນລະພາບ ແລະ ໝັ້ນຄົງຍິ່ງຂຶ້ນທັງເປັນການເພີ່ມທະ ວີສາຍພົວພັນ ແລະ ການຮ່ວມມື ເຊິ່ງກັນ ແລະ ກັນ ທັງໃນຂອບຂອງ ກອງທັບ ແລະ ລັດຖະບານ. ການປຶກສາຫາລືໃນຄັ້ງນີ້ ພື້ນ ຖານສອງຝ່າຍເຫັນດີເປັນເອກະ ພາບຮ່າງເນື້ອໃນເພື່ອນຳໄປສະເໜີ ໃຫ້ຂັ້ນເທິງຂອງຕົນຮັບຮອງ ແລະ ໂອກາດດຽວກັນ, ກໍໄດ້ເຊັນບົດ ບັນທຶກກອງປະຊຸມຮັບຮອງເອົາເນື້ອ ໃນຄວາມເຂົ້າໃຈໃນບັນດາໜ້າວຽກ ຕ່າງໆ, ພ້ອມນໍາໄປຜັນຂະຫຍາຍ ແລະ ປະຕິບັດໃຫ້ມີໝາກຜົນ. ຂ່າວ: ໄຊສະຫວາດ
RkJQdWJsaXNoZXIy MTc3MTYxMQ==