24/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ ໂດຍ: ອັດດິສະວິນັນ ບົດສະເໜີົີ ໂດຍ: ນ. ຊຸ່ນ ເຈ່ຍລີ້ ຜູ້ຊ່ວຍນັກຄົ້ນຄວ້າຸ່່ີູ້້່ັົ້້ ສູນຄົ້ນຄວ້າລາວ ສະຖາບັນູ ນົ້ ນ້ າັ ນ ວິທະຍາສາດສັງຄົມ ແຂວງຢຸນນານິັົຸ va f8kdkog8u [38mk'fh koglf4tdy f c0;'g-dv' gruj ,0B o 5,7% dko]q 'g]y dIj ;,,n ]ts;j k'g,n v',y f8trk[ 15 ooko{]k; 0Po|h kxts;a flkf.\j rkp.8h 76j Ij ;,-k8kde ການຮ່ວມມືເມືອງມິດຕະພາບ່ືືິ ໄດ້ຮັບຜົນສໍາເລັດຕົວຈິງ ຜູກຈິດ້ັົໍັົິູິ ດ້ວຍໃຈ, ສາຍພົວພັນແບບອ້າຍ້ົັ້ ນ້ອງ ຢຸນນານ-ລາວ ອັນເລິກເຊິ່ງ.້ ອຸ ນັ ນິ ກິ່ ງ ນັບຕັ້ງແຕ່ສ້າງຕັ້ງສາຍພົວພັນ ທາງການທູດເປັນຕົ້ນມາ, ຢຸນນານ ໄດ້ເສີມຂະຫຍາຍບົດບາດພິເສດ ແລະ ສຳຄັນໃນການຮ່ວມມື ຈີນລາວ ຢ່າງຫ້າວຫັນ, ຊຸກຍູ້ໃຫ້ການ ສ້າງຄູ່ຮ່ວມຊາຕາກຳຈີນ-ລາວຢັ່ງ ຮາກເລິກ ແລະ ແຕກດອກອອກຜົນ. ຜ່ານການພົວພັນເມືອງມິດຕະພາບ ສາກົນ, ສອງຝ່າຍໄດ້ເພີ່ມທະວີ ມິດຕະພາບລະຫວ່າງປະຊາຊົນ ແລະ ລົງເລິກການຮ່ວມມືບົນພື້ນ ຖານຕ່າງຝ່າຍຕ່າງມີຜົນປະໂຫຍດ ຢ່າງບໍ່ຢຸດຢັ້ງ, ຈົນຍາດໄດ້ຜົນສຳ ເລັດໃນຫລາຍດ້ານເປັນຕົ້ນແມ່ນ ນະວັດຕະກຳດ້ານກົນໄກປັບປຸງປະ ຊາຄົມການບໍລິຫານແບບປະສານ ສົມທົບກັນໃຫ້ສົມບູນຂຶ້ນ. ເມືອງມິດຕະພາບ ຢຸນນານລາວ ໄດ້ສ້າງເງື່ອນໄຂຮັບປະກັນ ດ້ານກົນໄກໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກຳ ຈີນ-ລາວ ຜ່ານການສ້າງ ຕັ້ງກົນໄກການຕິດຕໍ່ພົວພັນເປັນ ປົກກະຕິ. ປີ 2004, ກົນໄກຄະນະ ປະສານງານການຮ່ວມມື ແຂວງ ຢຸນນານ ສປ ຈີນ ກັບພາກເໜືອ ລາວ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງ ເປັນທາງການ ເຊິ່ງເປັນການເປີດ ສາກການຮ່ວມມືຮອບດ້ານ ລະ ຫວ່າງ ຢຸນນານ ແລະ ລາວ. ຕະຫລອດ 20 ກວ່າປີຜ່ານມາ, ສອງຝ່າຍໄດ້ຈັດກອງປະຊຸມຢ່າງ ປະສົບຜົນສຳເລັດມາແລ້ວ 14 ຄັ້ງ, ກົນໄກຄະນະປະສານງານໄດ້ເຄື່ອນ ໄຫວຢ່າງມີປະສິດທິພາບສູງ, ການ ຮ່ວມມືທີ່ເປັນຮູບປະທຳໃນແຕ່ລະ ຂົງເຂດ ໄດ້ຮັບການລົງເລິກຢ່າງ ຕໍ່ເນື່ອງ, ປະກອບສ່ວນເປັນກຳລັງ ແຮງອັນສຳຄັນ ເຂົ້າໃນການຊຸກຍູ້ ການສ້າງຄູ່ຮ່ວມຊາຕາກຳ ຈີນລາວ. ນອກນີ້, ການບໍລິຫານແບບ ປະສານສົມທົບກັນ ຢູ່ເຂດຊາຍແດນ ໄດ້ກາຍເປັນຈຸດພົ້ນເດັ່ນ. ປີ 2022 ນະຄອນຄຸນໝິງໄດ້ຮັບການມອບ ສິດຄຸ້ມຄອງບໍ່ຫານ ເຊິ່ງເປັນການ ລິເລີ່ມຮູບແບບໃໝ່ທີ່ ເມືອງເອກ ຂອງແຂວງ ຄຸ້ມຄອງລວມການພັດ ທະນາດ່ານຊາຍແດນ, ເຮັດໃຫ້ຜົນ ກະທົບ “1+1>2” ຂະຫຍາຍຕົວ ຢ່າງຕໍ່ເນື່ອງ. ປັດຈຸບັນ, ດ່ານທາງ ລົດໄຟບໍ່ຫານ ໄດ້ກາຍເປັນດ່ານ ທາງລົດໄຟທີ່ມຸ່ງໜ້າສູ່ອາຊຽນທີ່ມີ ຂະໜາດໃຫຍ່ທີ່ສຸດ, ມີປະສິດທິພາບ ໃນການຜ່ານດ່ານສູງທີ່ສຸດ ແລະ ມີ ການຂະຫຍາຍຕົວຂອງການຂົນ ສົ່ງສິນຄ້າໄວທີ່ສຸດຂອງທົ່ວປະ ເທດ, ພ້ອມດຽວກັນນັ້ນ ກໍຍັງໄດ້ ກາຍເປັນ “ທ່າບົກອະນາໄມສາ ກົນ” ແຫ່ງທໍາອິດທີ່ໄດ້ຮັບການຮັບ ຮອງຈາກອົງການອະນາໄມໂລກ, ສອງຝ່າຍຈີນ-ລາວບັນລຸການແບ່ງ ປັນພື້ນທີ່ການພັດທະນາຮ່ວມກັນ. ເມືອງມິດຕະພາບ ຢຸນນານລາວ ຖືເອົາການເຊື່ອມຈອດພື້ນ ຖານໂຄງລ່າງ ເປັນຈຸດບຸກທະລຸ, ສ້າງແຮງຂັບເຄື່ອນຢ່າງແຂງແຮງ ໃຫ້ແກ່ການສ້າງປະຊາຄົມເສດຖະ ກິດຈີນ-ລາວ. ການເຊື່ອມໂຍງດ້ານ ເສດຖະກິດ-ການຄ້າ ສ້າງປະຊາ ຄົມການພັດທະນາຂ້າມຊາດ. ໂດຍອີງໃສ່ “ຊ່ອງທາງຄ້າ” ຂອງທາງລົດໄຟ ລາວ-ຈີນ, ໃນປີ 2024 ມູນຄ່າການຄ້າ ຂາເຂົ້າ-ຂາ ອອກຈີນ-ລາວບັນລຸ52.728ລ້ານ ຢວນ, ເພີ່ມຂຶ້ນ 89,23% ເມື່ອ ທຽບໃສ່ປີ 2021, ອັດຕາການເຕີບ ໂຕສະເລ່ຍຕໍ່ປີເກືອບ 30%, ໃນນັ້ນ ມູນຄ່າການຄ້າ ຂາເຂົ້າ-ຂາອອກ ຂອງຢຸນນານຕໍ່ລາວບັນລຸ 18.987 ລ້ານຢວນ, ເພີ່ມຂຶ້ນ 1,25 ເທົ່າ ເມື່ອທຽບໃສ່ປີ 2021. ການເຊື່ອມ ຈອດຂອງທາງລົດໄຟ ລາວ-ຈີນ ບໍ່ພຽງແຕ່ເຮັດໃຫ້ການຄ້າ ແລະ ໂລ ຈິສຕິກ ມີຄວາມຄຶກຄື້ນເທົ່ານັ້ນ, ແຕ່ຍັງໄດ້ເຊື່ອມຕໍ່ການພັດທະນາ ແບບປະສານສົມທົບກັນຂອງເຂດ ອຸດສາຫະກຳຕາມແລວທາງລົດໄຟ ອີກດ້ວຍ. ເພື່ອສືບຕໍ່ເສີມຂະຫຍາຍ ບົດບາດການແຜ່ຂະຫຍາຍ ແລະ ຊຸກຍູ້ຂອງເຂດຄຸນໝິງ, ຄຸນໝິງ, ບໍ່ ຫານ ແລະ ວຽງຈັນ ພວມຕັ້ງໜ້າ ຄົ້ນຄວ້າຮູບແບບການພັດທະນາ ໃໝ່ “ການເຊື່ອມໂຍງສາມພື້ນທີ່”. ເດືອນມັງກອນ 2024, ເຂດພັດທະ ນາເສດຖະກິດຄຸນໝິງ(ເຂດຄຸນໝິງ ຂອງເຂດທົດລອງການຄ້າເສລີ), ເຂດຮ່ວມມືເສດຖະກິດ ບໍ່ຫານ-ບໍ່ ເຕັນ ຈີນ-ລາວ ແລະ ເຂດພັດທະ ນາກວມລວມໄຊເສດຖາ ນະຄອນ ຫລວງວຽງຈັນ ໄດ້ລົງນາມໃນສັນ ຍາການຮ່ວມມືຍຸດທະສາດ “ການ ເຊື່ອມໂຍງສາມເຂດ”. ໃນອະນາ ຄົດຜ່ານການຮ່ວມມືທີ່ເປັນຮູບປະ ທຳໃນຂົງເຂດການດຶງດູດການລົງ ທຶນ, ການຮ່ວມມືໂຄງການ, ການ ສ້າງຄວາມເຂັ້ມແຂງ ແລະ ເສີມ ຂະຫຍາຍຫ່ວງໂສ້ອຸດສາຫະກຳ ແລະ ອື່ນໆ, ຢຸນນານ-ລາວຈະຮ່ວມ ມືກັນສ້າງສວນສາທິດການປະ ສານງານດ້ານອຸດສາຫະກຳຄຸນ ໝິງ-ວຽງຈັນ, ສ້າງເປັນການວາງ ຜັງອຸດສາຫະກຳໃໝ່ ທີ່ມີການແບ່ງ ງານ ແລະ ຮ່ວມມືກັນລະຫວ່າງ ຄຸນ ໝິງ-ບໍ່ຫານ-ວຽງຈັນ. ເມືອງມິດຕະພາບ ຢຸນນານລາວ ໄດ້ລົງເລິກການແລກປ່ຽນ ວັດທະນະທຳ, ການຮຽນຮູ້ວັດທະ ນະທໍາເຊິ່ງກັນ ແລະ ກັນ ສ້າງປະຊາ ຄົມການເຊື່ອມຈິດໃຈຂອງປະຊາ ຊົນໃຫ້ແໜ້ນແກ່ນ ແລະ ຮັດແໜ້ນ ສາຍໃຍການເຊື່ອມຈິດໃຈຂອງປະ ຊາຊົນຢ່າງບໍ່ຢຸດຢັ້ງ ໂດຍຜ່ານການ ຮ່ວມມືໃນຫລາຍຂົງເຂດ ເຊັ່ນ: ການ ຝຶກອົບຮົມບຸກຄະລາກອນ, ການ ທ່ອງທ່ຽວຂ້າມຊາດ, ຊີວິດການ ເປັນຢູ່ຂອງສັງຄົມ ແລະ ອື່ນໆ. ໃນ ດ້ານການຮ່ວມມືການສຶກສາ, ຢຸນ ນານ-ລາວ ໄດ້ສ້າງລະບົບການ ສ້າງຊັບພະຍາກອນມະນຸດຂ້າມ ຊາດທີ່ມີຫລາຍລະດັບ ແລະ ກວ້າງ ຂວາງ, ສະໜອງການສະໜັບສະ ໜູນດ້ານຊັບພະຍາກອນມະນຸດທີ່ ເຂັ້ມແຂງ ໃຫ້ແກ່ການສ້າງຄູ່ຮ່ວມ ຊາຕາກຳ ຈີນ-ລາວ. ຄູສອນວິຊາ ທາງລົດໄຟ ແລະ ຜູ້ຂັບລົດໄຟ ສັນ ຊາດລາວ ຮຸ່ນທຳອິດ ທີ່ສ້າງໂດຍ ວິທະຍາໄລເຕັກນິກວິຊາຊີບທາງ ລົດໄຟຄຸນໝິງ ໄດ້ກາຍເປັນກຳລັງ ຫລັກບົນເສັ້ນທາງລົດໄຟ ລາວຈີນ; ເວທີ “ຫ້ອງຮຽນອອນລາຍ ເມືອງມິດຕະພາບ” ທີ່ສ້າງຂຶ້ນໂດຍ ຄຸນໝິງ ໄດ້ຊ່ວຍຍົກລະດັບຄວາມ ສາມາດໃຫ້ແກ່ພະນັກງານສາທາ ລະນະສຸກ ຢູ່ວຽງຈັນ ແລະ ຫລວງ ພະບາງ, ຕົວຢ່າງແບບນີ້ມີຢ່າງ ຫລວງຫລາຍຈົນນັບບໍ່ຖ້ວນ. ໃນ ດ້ານການທ່ອງທ່ຽວຂ້າມຊາດ, ເມືອງມິດຕະພາບຢຸນນານ-ລາວໄດ້ ມີການຄົ້ນຄວ້າຢ່າງຫລາກຫລາຍ ໂດຍອ້ອມຮອບການລົງນາມໃນສັນ ຍາການຮ່ວມມື, ການເພີ່ມທະວີ ການສະໜອງຜະລິດຕະພັນການ ທ່ອງທ່ຽວ, ການເຮັດໃຫ້ການຂົນສົ່ງ ຂ້າມຊາດອຸດົມສົມບູນ ແລະ ອື່ນໆ. ຜ່ານພັນທະມິດການທ່ອງທ່ຽວ ເມືອງມິດຕະພາບສາກົນຄຸນໝິງ, ສອງຝ່າຍບໍ່ພຽງແຕ່ເພີ່ມທະວີການ ຮ່ວມມືໃນການສົ່ງນັກທ່ອງທ່ຽວ ຂ້າມຊາດເຊິ່ງກັນແລະກັນເທົ່ານັ້ນ, ແຕ່ຍັງໄດ້ຮ່ວມກັນສ້າງ10 ຜະລິດຕະ ພັນ ເສັ້ນທາງທ່ອງທ່ຽວຄຸນນະພາບ ສູງທາງລົດໄຟ ລາວ-ຈີນ, ເຮັດໃຫ້ ນັກທ່ອງທ່ຽວຂ້າມຊາດເພີ່ມຂຶ້ນ ຢ່າງໄວວາ. ໃນຂົງເຂດຊີວິດການ ເປັນຢູ່ໃນສັງຄົມ, ບໍ່ວ່າຈະເປັນການ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ລະ ຫວ່າງຢຸນນານແລະລາວໃນໄລຍະ ການລະບາດຂອງພະຍາດຫລື ການ ສ້າງຕັ້ງ “ເຂດສາທິດການບໍລິການ ດ້ານການແພດ ແລະ ສາທາລະນະ ສຸກໃນພາກພື້ນຂ້າມຊາດຈີນ-ລາວ”, ສອງຝ່າຍລ້ວນແຕ່ໄດ້ໃຊ້ການກະ ທຳຕົວຈິງ ເພື່ອອະທິບາຍຄວາມ ໝາຍຂອງຈິດໃຈຄູ່ຮ່ວມຊາຕາກຳ ທີ່ວ່າ “ຍາດຕິພີ່ນ້ອງຫວັງດີຕໍ່ກັນ, ເພື່ອນບ້ານຫວັງດີຕໍ່ກັນ”. ສ້າງທ່າແຮງດ້ວຍປາຍປາກ ້່້ ກາ, ຂຽນໜ້າປະຫວັດສາດໃໝ່້ັ່ ແຫ່ງຄູ່ຮ່ວມຊາຕາກຳ.່ ງູ່ ຮ່ວ ທ່ານ ສີ ຈິ້ນຜິງ ເລຂາທິການ ໃຫຍ່ໄດ້ຍົກໃຫ້ເຫັນວ່າ:“ຕ້ອງຊຸກຍູ້ ວຽກງານເມືອງມິດຕະພາບສາກົນ ຂອງຈີນຢ່າງແຂງແຮງ, ສົ່ງເສີມ ການແລກປ່ຽນ ລະຫວ່າງອໍານາດ ການປົກຄອງທ້ອງຖິ່ນຂອງຈີນແລະ ຕ່າງປະເທດ, ຊຸກຍູ້ໃຫ້ບັນລຸການ ແບ່ງປັນຊັບພະຍາກອນ, ການເສີມ ຂະຫຍາຍທ່າແຮງເຊິ່ງກັນ ແລະ ກັນ ແລະ ການຮ່ວມມືແບບຕ່າງຝ່າຍ ຕ່າງມີຜົນປະໂຫຍດ”, “ເສີມຂະ ຫຍາຍບົດບາດທີ່ເປັນເອກະລັກຂອງ ການທູດປະຊາຊົນ, ຈັບມືກັນສ້າງ ຄູ່ຮ່ວມຊາຕາກຳຂອງມວນມະນຸດ” ເຊິ່ງໄດ້ສະໜອງແນວທາງພື້ນຖານ ໃຫ້ແກ່ການເຮັດວຽກງານເມືອງ ມິດຕະພາບສາກົນໃຫ້ດີຂຶ້ນຕື່ມ, ສ້າງພື້ນຖານຄວາມມຸ່ງມາດປາດ ຖະໜາຂອງປະຊາຊົນພາຍໃຕ້ຄູ່ຮ່ວມ ຊາຕາກຳ ຈີນ-ລາວ ໃຫ້ແໜ້ແກ່ນ. ພີ່ນ້ອງຍິ່ງໄປມາຍິ່ງໃກ້ຊິດ, ເພື່ອນມິດຍິ່ງຄົບຫາຍິ່ງສະໜິດ ແໜ້ນ. ມິດຕະພາບ ຈີນ-ລາວ ທີ່ມີ ມາຫລາຍເຊັ່ນຄົນ, ມີມູນເຊື້ອທາງ ປະຫວັດສາດອັນເລິກເຊິ່ງ. ປັດຈຸ ບັນ, ການປ່ຽນແປງໃນຮອບຮ້ອຍປີ ພວມຜັນແປໄປຢ່າງໄວວາ, ສະພາບ ການສາກົນມີຄວາມສະລັບສັບ ຊ້ອນ, ການເພີ່ມທະວີການສານ ຕາໜ່າງເມືອງມິດຕະພາບໃຫ້ແໜ້ນ ໜາຕື່ມອີກ ແລະ ຊຸກຍູ້ການຮ່ວມມື ເມືອງມິດຕະພາບໃຫ້ບັນລຸການພັດ ທະນາທີ່ດີກວ່າເກົ່າ ແມ່ນມີຄວາມ ໝາຍອັນເລິກ ເຊິ່ງ ແລະ ເໝາະສົມ ກັບເວລາທີ່ສຸດ. ໃນອະນາຄົດ, ສອງຝ່າຍຢຸນ ນານ-ລາວ ຄວນຖືເອົາແຜນປະຕິ ບັດງານ ວ່າດ້ວຍການສ້າງຄູ່ຮ່ວມ ຊາຕາກຳ ຈີນ-ລາວ ສະບັບໃໝ່ເປັນ ທິດນຳ, ສືບຕໍ່ລົງເລິກການແລກ ປ່ຽນ ແລະ ການຮ່ວມມືໃນແຕ່ລະ ຂົງເຂດ ຈາກມຸມມອງທີ່ກວ້າງກວ່າ ເກົ່າ, ຂົງເຂດທີ່ກວ້າງຂວາງກວ່າ ເກົ່າ ແລະ ລະດັບທີ່ເລິກເຊິ່ງກວ່າ ເກົ່າ. ໜຶ່ງແມ່ນເພີ່ມທະວີຄວາມ ໄວ້ເນື້ອເຊື່ອໃຈ ແລະ ການຮຽນຮູ້ ເຊິ່ງກັນ ແລະ ກັນ, ຮັກສາການແລກ ປ່ຽນຢ້ຽມຢາມ“ແບບໄປມາຫາສູ່ພີ່ ນ້ອງ” ລະຫວ່າງ ຢຸນນານ-ລາວ, ເຮັດໃຫ້ກ້ອນຫີນເສົາຄ້ຳແຫ່ງການ ຮ່ວມມືແໜ້ນແກ່ນຍິ່ງຂຶ້ນ. ສອງ ແມ່ນສືບຕໍ່ເລັ່ງລັດການເຊື່ອມໂຍງເຊື່ອມຈອດ, ຜ່ານການຍົກລະດັບ ແບບປະສານງານຂອງ “ທາງລົດ ໄຟ + ທາງຫລວງ + ການຂົນສົ່ງ ທາງນ້ຳ”, ເຮັດໃຫ້ໄລຍະຫ່າງ ລະຫວ່າງເມືອງມິດຕະພາບໃກ້ກັນ ກວ່າເກົ່າ. ສາມ ແມ່ນຂະຫຍາຍ ການໄປມາຫາສູ່ດ້ານເສດຖະກິດການຄ້າຢ່າງບໍ່ຢຸດຢັ້ງ, ເພີ່ມທະວີ ການຮ່ວມມືທີ່ເປັນຮູບປະທຳ ໃນ ຂົງເຂດອຸດສາຫະກຳທີ່ມີເອກະລັກ ຂອງຢຸນນານ-ລາວ ແລະ ອື່ນໆ, ຕ່າງຝ່າຍຕ່າງມີຜົນປະໂຫຍດສົດ ໃສກວ່າເກົ່າ. ສີ່ ແມ່ນລົງເລິກການ ໄປມາຫາສູ່ ແລະ ການປະສົມປະ ສານເຂົ້າກັນ, ຊຸກຍູ້ການແລກປ່ຽນ ວັດທະນະທຳໃນຫລາຍຮູບແບບ, ໂດຍສະເພາະແມ່ນສົ່ງເສີມການ ໄປມາຫາສູ່ລະຫວ່າງໄວໜຸ່ມຂອງ ເມືອງມິດຕະພາບ, ເຮັດໃຫ້ສາຍໃຍ ຄວາມຜູກພັນທາງດ້ານອາລົມຈິດ ຂອງຄົນຮຸ່ນໜຸ່ມແໜ້ນແຟ້ນຍິ່ງ ຂຶ້ນ. ຈັບມືກັນກ້າວໄປຂ້າງໜ້າຢ່າງ ຫ້າວຫັນເພື່ອມຸ່ງສູ່ວິໄສທັດອັນດີ ງາມໃນການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ ທີ່ມີມາດຕະຖານສູງ, ຄຸນ ນະພາບສູງ ແລະ ລະດັບສູງ. ປີ 2025 ລວມຍອດຜະລິດຕະພັນ ພາຍໃນຈະບັນລຸໄດ້ 6,2%. ທ່ານ ບຸນທະວີ ນະຄອນສິດ ຮອງປະທານຄະນະກຳມະການປົກ ຄອງແຂວງເຊກອງ ລາຍງານໃນ ກອງປະຊຸມຄົບຄະນະບໍລິຫານງານ ພັກແຂວງ ເປີດກວ້າງ ຄັ້ງທີ 3 ສະໄໝທີ Xl ເມື່ອບໍ່ດົນມານີ້ວ່າ: ສຳລັບການລົງທຶນໃນ 11 ເດືອນ ປີ 2025 ມີແຫລ່ງທຶນ ເຂົ້າມາພັດທະ ນາແຂວງເຊກອງທັງໝົດ 876,14 ຕື້ກີບ ປະຕິບັດໄດ້ 66,98% ຂອງ ແຜນປີ ໃນນັ້ນ, ການລົງທຶນຂອງ ລັດ 103,48 ຕື້ກີບ ປະຕິບັດໄດ້ລື່ນ ໄດ້ 180.000 ໂຕນ. ນອກນັ້ນ, ຍັງ ມີປະເພດໄຂ່, ປາ ແລະ ສັດນ້ຳ ສາ ມາດປະຕິບັດໄດ້ 69,23% ແລະ ທົ່ວແຂວງ ມີສັດລ້ຽງ ທັງໝົດ 1.251.231 ໂຕ. ສ່ວນຜົນສຳເລັດ ຂອງຂະແໜງອຸດສາຫະກຳການ ຄ້າ ໂດຍປັດຈຸບັນ, ທົ່ວແຂວງມີໂຮງ ງານອຸດສາຫະກຳປຸງແຕ່ງ ແລະ ຫັດຖະກຳ ມີທັງໝົດ 309 ແຫ່ງ, ເພີ່ມຂຶ້ນ 6 ແຫ່ງ ໄດ້ເອົາໃຈໃສ່ພັດ ທະນາວິສາຫະກິດຂະໜາດນ້ອຍ ແລະ ກາງ ໄປສູ່ຄຸນນະພາບໃໝ່ໃຫ້ ມີຄວາມເຂັ້ມແຂງສາມາດແຂ່ງຂັນ ກັບຕະຫລາດທັງພາຍໃນແລະ ພາຍ ນອກ ຊຶ່ງໄລຍະຜ່ານມາສາມາດ ຂຶ້ນທະບຽນທັງໝົດ 191 ຫົວໜ່ວຍ ມີທຶນຈົດທະບຽນ 59.351 ຕື້ກີບ; ຂະແໜງພະລັງງານ-ບໍ່ແຮ່ ກໍມີ ແຫລ່ງຜະລິດພະລັງງານໄຟຟ້າ 4 ແຫ່ງ, ມີກຳລັງຕິດຕັ້ງທັງໝົດ 486 ເມກາວັດ ໃນ 1 ປີສາມາດຜະລິດ ໄຟຟ້າ ໄດ້1.237,40ລ້ານກິໂລວັດ ໂມງ. ສ່ວນການຈໍລະຈອນສິນຄ້າ ແລະບໍລິການໄດ້ທັງໝົດ1.347,29 ຕື້ກີບ, ໃນວຽກງານນ້ຳປະປາ ກໍ ສຳເລັດການປ່ຽນຖ່າຍວາງທໍ່ ແລະ ສາມາດຜະລິດ 1.339.877 ແມັດ ກ້ອນຕໍ່ປີ ມີບໍລິມາດນ້ຳສົ່ງອອກໄດ້ 1.292.230 ແມັດກ້ອນ ຈຳໜ່າຍ ນ້ຳໄດ້ 990.555 ແມັດກ້ອນ. ນອກນັ້ນ, ໃນວຽກງານການທ່ອງ ທ່ຽວ, ປັດຈຸບັນທົ່ວແຂວງ ມີໂຮງ ແຮມ , ເຮືອນພັກ ແລະ ຫ້ອງແຖວ ທັງໝົດ 60 ແຫ່ງ, ຮ້ານອາຫານ ແລະ ບັນເທີງ 108 ແຫ່ງ, ຣີສອດ ແລະ ສວນອາຫານ 7 ແຫ່ງ ເພື່ອ ຮອງຮັບນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ, ພິເສດ ຍັງມີນັກ ທຸລະກິດ ຄື ບໍລິສັດມອນຊູນວິນ ໄດ້ ພັດທະນາສະຖານທີ່ພັກແຮມປະ ເພດໂຮງແຮມລະດັບ 4 ດາວ 1 ແຫ່ງ, ສ້າງສູນຮຽນຮູ້ທາງດ້ານ ກະສິກຳ ທີ່ຕິດພັນກັບບໍລິການ ການ ທ່ອງທ່ຽວ ໃນ 1 ປີຜ່ານມີຈໍານວນ ນັກທ່ອງທ່ຽວ ເຂົ້າມາທ່ຽວແຂວງ ເຊກອງ 108.270 ເທື່ອຄົນ ທຽບ ໃສ່ແຜນປີບັນລຸໄດ້ 52,86% ສາ ມາດສ້າງລາຍຮັບ ໄດ້ 6,50 ລ້ານ ໂດລາສະຫະລັດ. ຂປລ. ໃນໄລຍະ 11 ເດືອນ ປີ 2025, ການເຕີບໂຕທາງດ້ານ ເສດຖະກິດມະຫາພາກຂອງ ແຂວງ ເຊກອງ ມີທ່ວງທ່າຂະຫຍາຍຕົວຕໍ່ ເນື່ອງຢ່າງມີຄຸນນະພາບ, ເຂັ້ມແຂງ ໝັ້ນທ່ຽງແລະ ຍືນຍົງ ໂດຍສະເພາະ ການຜະລິດຂອງ 3 ຂະແໜງການ ຫລັກ ຊຶ່ງມີຂະແໜງກະສິກຳ-ປ່າ ໄມ້ (ການປູກຝັງ-ລ້ຽງສັດ) ບັນລຸ ຫລາຍກວ່າເຄິ່ງໜຶ່ງຂອງແຜນປີ, ຂະແໜງອຸດສາຫະກຳ(ພະລັງງານ ໄຟຟ້າ ແລະ ບໍ່ແຮ່) ມີການເຄື່ອນ ໄຫວດຳເນີນການເປັນປົກກະຕິ ເພີ່ມ ຂຶ້ນ 7,12% ແລະ ຂະແໜງບໍລິ ການ, ການຄ້າ ແລະ ຄົມມະນາຄົມ ຂົນສົ່ງ ກໍເພີ່ມຂຶ້ນໄດ້ 6,46% ເຊັ່ນ: ການຄ້າຂາຍຍົກ-ຂາຍຍ່ອຍ, ການຂົນສົ່ງໂດຍສານ, ໂຮງແຮມ, ຮ້ານອາຫານ, ຣີສອດ, ເຮືອນພັກ, ແຫລ່ງທ່ອງທ່ຽວ ໂດຍຄາດວ່າໝົດ ແຜນ 13,71%, ທຶນຊ່ວຍເຫລືອລ້າ 14,79 ຕື້ກີບ ປະຕິບັດໄດ້ 8,70%, ການລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ມີມູນຄ່າການ ລົງທຶນຕາມສັນຍາ 36.760 ລ້ານ ໂດລາສະຫະລັດ ເທົ່າກັບ 771,96 ຕື້ກີບ ປະຕິບັດໄດ້ 9,92%. ຄຽງຄູ່ ກັນນີ້, ສາມາດເກັບລາຍຮັບເຂົ້າງົບ ປະມານໄດ້ 239,65 ຕື້ກີບ ທຽບ ໃສ່ແຜນປີ ປະຕິບັດໄດ້ 73,73%, ການນຳເຂົ້າ-ສົ່ງອອກສິນຄ້າ ໄດ້ 8,52 ລ້ານໂດລາສະຫະລັດປະຕິ ບັດໄດ້ 108,53% ແລະ ຜົນສຳ ເລັດຂອງຂະແໜງກະສິກຳ-ປ່າໄມ້ ໂດຍການຜະລິດເຂົ້ານາແຊງ ສາ ມາດປະຕິບັດໄດ້ 763 ເຮັກຕາ ສະ ມັດຕະພາບສະເລ່ຍ 3,69 ໂຕນຕໍ່ ເຮັກຕາ, ຜົນຜະລິດ 2.817 ໂຕນ ເທົ່າກັບ 72,45%, ການຜະລິດ ພືດສະບຽງອາຫານປະຕິບັດໄດ້ 5.154 ເຮັກຕາ ໄດ້ຮັບຜົນຜະລິດ 44.165 ໂຕນ ເທົ່າກັບ 87,1%, ການປູກພືດເປັນສິນຄ້າ ປະກອບມີ: ກາເຟ, ໝາກແໜ່ງ, ມັນຕົ້ນ, ກ້ວຍ, ໂສມ, ຜັກກະຫລ່ຳປີ, ຜັກກາດຫໍ່, ສາລີ, ໄມ້ກິນໝາກ ແລະ ພືດຜັກ ລວມຕ່າງໆ ໃນເນື້ອທີ່ 28.173 ເຮັກຕາ, ຜົນຜະລິດໄດ້ 312.767 ໂຕນ ເທົ່າກັບ 170,4%, ການສະ ໜອງສະບຽງອາຫານປະເພດ: ຊີ້ນ ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==