7181

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 24/12/2025 xtgmf]k; ສານປະຊາຊົນ ນວ ປັບປຸງ...ົັຸ ອພສ ດຳເນີນກອງປະຊຸມໃຫຍ່...ີຸ່ ນາຍົກລັດຖະມົນຕີ ເນັ້ນໃຫ້...ົັົີັ້້ ຜູ້ນໍາສອງປະເທດ...ູ້ໍ ]a f4t,q o8u dt-;'dko8j k'xtgmf]k; 1h P,1k, c]t gIa f;Pd16j ll s;Pfok, ຂປລ. ເມື່ອບໍ່ດົນມານີ້, ສະຫາຍ ທອງສະຫວັນ ພົມວິຫານ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ນຳພາຄະນະ ຜູ້ແທນກະຊວງການຕ່າງປະເທດ ແລະ ຄະນະພົວພັນຕ່າງປະເທດ ສູນກາງພັກ ຢ້ຽມຢາມ ແລະ ເຮັດ ວຽກຢູ່ແຂວງກວາງນິງ, ໃນໂອ ກາດທີ່ເດີນທາງໄປຢ້ຽມຢາມເຮັດ ວຽກ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືດ້ານການເມືອງຂັ້ນ ລັດຖະມົນຕີລະຫວ່າງສອງກະ ຊວງການຕ່າງປະເທດ ລາວ-ຫວຽດ ນາມ ຄັ້ງທີ 12 ທີ່ ສສ ຫວຽດນາມ. ໂອກາດນີ້,ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມ ຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ມີຄວາມປິຕິຍິນດີທີ່ໄດ້ມີ ໂອກາດນຳພາຄະນະພົບປະເຮັດ ວຽກກັບສະຫາຍ ນາງ ຈີງ ທິ ມີງ ແທງ ຮອງປະທານຜູ້ປະຈໍາການ ປະທານສະພາປະຊາຊົນແຂວງ ກວາງນິງ ພ້ອມຄະນະທີ່ສໍານັກງານ ກໍາມະການປະຊາຊົນແຂວງກວາງ ນິງໃນຄັ້ງນີ້, ພ້ອມທັງສະແດງ ຄວາມຊົມເຊີຍຕໍ່ຜົນສຳເລັດອັນ ໃຫຍ່ຫລວງ, ຮອບດ້ານ ແລະ ມີ ຄວາມໝາຍທາງດ້ານປະຫວັດສາດ ຂອງປະຊາຊົນຫວຽດນາມອ້າຍ ນ້ອງຍາດມາໄດ້ໃນຕະຫລອດໄລຍະ ທີຜ່ານມາ ຊຶ່ງໃນຜົນສຳເລັດດັ່ງ ກ່າວ ກໍມີການປະກອບສ່ວນຂອງ ແຂວງກວາງນິງ ເຊັ່ນດຽວກັນ. ພ້ອມດຽວກັນນີ້, ສອງຝ່າຍໄດ້ ແລກປ່ຽນຄວາມຄິດເຫັນຕໍ່ການ ພົວພັນຮ່ວມມືຂອງສອງປະເທດ ໂດຍໄດ້ຊົມເຊີຍ ແລະ ຕີລາຄາສູງ ຕໍ່ສາຍພົວພັນຮ່ວມມືລະຫວ່າງສອງ ປະເທດທີ່ມີການພັດທະນາ ແລະ ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງໃນທຸກ ຂົງເຂດ ຊຶ່ງສະແດງອອກໃນການ ສືບຕໍ່ມີການພົບປະ, ແລກປ່ຽນ ຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງ ຄະນະຜູ້ແທນຂັ້ນຕ່າງໆແຕ່ສູນກາງ ຮອດທ້ອງຖິ່ນຢ່າງເປັນປົກກະຕິ ໂດຍສະເພາະແມ່ນການພົວພັນ ຮ່ວມມືລະຫວ່າງແຂວງກວາງນິງ ກັບບັນດາແຂວງທ້ອງຖິ່ນຂອງ ສປປ ລາວ ຊຶ່ງໄດ້ປະກອບສ່ວນສຳ ຄັນເຂົ້າໃນການເສີມຂະຫຍາຍສາຍ ພົວພັນພິເສດຂອງສອງປະເທດ. ນອກຈາກນີ້, ສະຫາຍ ທອງ ສະຫວັນ ພົມວິຫານ ໄດ້ແຈ້ງ ຜົນໂດຍຫຍໍ້ຂອງກອງປະຊຸມປຶກ ສາຫາລືດ້ານການເມືອງຂັ້ນລັດຖະ ມົນຕີລະຫວ່າງສອງກະຊວງການ ຕ່າງປະເທດ ລາວ-ຫວຽດນາມ ຄັ້ງ ທີ 12 ແລະ ໄດ້ເຂົ້າຢ້ຽມຂໍ່ານັບການ ນຳຂັ້ນສູງ ຄື: ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແລະ ສະຫາຍ ເຈີ່ນ ແທັງ ເມີ້ນ ປະທານສະພາ ແຫ່ງຊາດ ແຫ່ງ ສສ ຫວຽດນາມ. ພ້ອມກັນນີ້, ສະຫາຍລັດຖະມົນຕີ ທອງສະຫວັນ ພົມວິຫານ ຍັງໄດ້ ຕາງໜ້າໃຫ້ພັກ, ລັດ, ສະພາແຫ່ງ ຊາດ ແລະ ປະຊາຊົນລາວບັນດາ ເຜົ່າ ກໍຄືອຳນາດການປົກຄອງ ແລະ ປະຊາຊົນບັນດາແຂວງທ້ອງຖິ່ນ ຂອງລາວ, ສະແດງຄວາມຂອບໃຈ ຕໍ່ພັກ, ລັດ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ກໍຄື ອົງຄະນະ ພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງກວາງນິງ ທີ່ ຍາມໃດກໍໃຫ້ຄວາມເອົາໃຈໃສ່, ຊ່ວຍເຫລືອຢ່າງລໍ້າຄ່າ ແລະ ທັນ ການແກ່ ສປປ ລາວ ຕະຫລອດມາ. ໃນໂອກາດດຽວກັນ, ສະຫາຍ ນາງ ຈີງທິມີງ ແທງ ຍັງໄດ້ເນັ້ນໜັກ ເຖິງບົດບາດ ແລະ ຄວາມໝາຍສໍາ ຄັນຂອງສາຍພົວພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມສາມັກຄີແບບ ພິເສດ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດຫວຽດນາມ-ລາວ ໃນ ໄລຍະຜ່ານມາ ແລະ ປັດຈຸບັນ. ພິເສດ, ແມ່ນການພົວພັນຮ່ວມມື ຮອບດ້ານລະຫວ່າງແຂວງກວາງ ນິງ ກັບບັນດາແຂວງທ້ອງຖິ່ນຂອງ ສປປ ລາວ. ຄະດີຊັກຊ້າ, ບໍ່ຖືກຕ້ອງ, ບໍ່ຄົບຖ້ວນ ແລະ ບໍ່ຮອບດ້ານ. ທ່ານ ນາງ ມະໄລຄຳ ສຸນາພັນ ປະທານສານປະຊາຊົນ ນວ ໄດ້ ລາຍງານການຈັດຕັ້ງປະຕິບັດ ເຄື່ອນໄຫວວຽກງານ 5 ປີ ແລະ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງ ມີທ່ານ ສິນລະວົງ ຄຸດໄພທູນ ປະ ທານສູນກາງແນວລາວສ້າງຊາດ, ບັນດາພະເຖລານຸເຖລະ, ຜູ້ແທນ ພະສົງໃນຂອບເຂດທົ່ວປະເທດ, ແນວລາວສ້າງຊາດແຂວງ, ນະ ຄອນຫລວງ, ບັນດາການນຳພັກລັດ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໂອກາດນີ້, ພະອາຈານໃຫຍ່ ມະຫາເວດ ມະເສໄນ ໄດ້ມີຄຳເຫັນ ກ່າວເປີດກອງປະຊຸມວ່າ: ກອງ ປະຊຸມໃຫຍ່ຜູ້ແທນພະສົງທົ່ວປະ ເທດສະໄໝທີ IX ຂອງອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ ເປັນກອງປະຊຸມທີ່ມີຄວາມ ໝາຍສໍາຄັນທາງດ້ານການເມືອງ, ເປັນການປະຕິບັດຫລັກການນໍາພາ ແລະ ການຈັດຕັ້ງຂອງພັກ ແນໃສ່ ປັບປຸງແນວຄິດ, ການຈັດຕັ້ງ ແລະ ແບບແຜນວິທີນໍາພາ. ໃນກອງປະ ຊຸມໄດ້ພ້ອມກັນສະຫລຸບຕີລາຄາຄືນ ຜົນງານຂອງການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວປະເທດ ສະໄໝທີ VIII ຂອງ ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ. ໃນນັ້ນ, ໄດ້ ພ້ອມກັນສັງເກດຕີລາຄາຈຸດດີ, ຈຸດ ອ່ອນ, ຂໍ້ຄົງຄ້າງ, ບັນດາສາເຫດ, ຄວາມກະຕືລືລົ້ນໃນການພັດທະນາ ອົງການພຸດ ແລະ ພັດທະນາບຸກຄະ ລາກອນສົງ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ແລະ ອື່ນໆ. ທ່ານ ສອນໄຊ ສີພັນດອນ ຍັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ທີ່ ອພສ ຍາດມາໄດ້ໃນໄລຍະ 5 ປີ ຜ່ານມາ, ພ້ອມທັງໃຫ້ເອົາໃຈໃສ່ສືບ ຕໍ່ແກ້ໄຂບາງບັນຫາທີ່ຍັງຄົງຄ້າງ ໃຫ້ບັນລຸຜົນສໍາເລັດຕາມເປົ້າໝາຍ ທີ່ວາງໄວ້ ແລະ ໃຫ້ສືບຕໍ່ເທດສະໜາ ສັ່ງສອນອອກຕົນຍາດໂຍມ ດ້ວຍ ຮູບການຕ່າງໆ, ເທດສະໜາຜ່ານສື່ ຕ່າງໆໃຫ້ເລິກເຊິ່ງ, ກວ້າງຂວາງ ແລະ ທົ່ວເຖິງ; ປຸກລະດົມຂົນ ຂວາຍພຸດທະສາສະນິກະຊົນເຂົ້າ ໃນການຈັດຕັ້ງປະຕິບັດມະຕິຂອງ ພັກ, ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ ເປັນຕົ້ນການ ສ້າງເສດຖະກິດເອກະລາດເປັນເຈົ້າ ຕົນເອງ, ເຮັດໃຫ້ຊີວິດການເປັນຢູ່ ທາງດ້ານວັດຖຸ, ຈິດໃຈໄດ້ຮັບການ ຍົກສູງໃຫ້ເຂັ້ມແຂງຂຶ້ນໄປເລື້ອຍໆ ເພື່ອໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ບາບ, ບຸນ, ຄຸນໂທດ, ຮູ້ເສີມສ້າງ ຄຸນນະທຳ, ປັບປຸງຮູບການ ແລະ ວິທີການເທດສະໜາສັ່ງສອນຄໍາ ເວົ້າໃຫ້ເຂົ້າໃຈງ່າຍ ສາມາດນໍາໄປ ປະພຶດປະຕິບັດໃຫ້ເກີດປະໂຫຍດ ໃນຊີວິດປະຈຳວັນໃຫ້ເປັນຮູບປະ ທໍາ; ການເຮັດບຸນ ແລະ ພິທີທາງ ພຸດທະສາສະໜາຖືວ່າຫລາຍ ແລະ ກວ້າງຂວາງເຮັດແນວໃດ ເພື່ອ ປະຢັດເວລາລົງແຕ່ຮັກສາໄດ້ເນື້ອ ໃນ, ຄວນມີການດັດປັບໃຫ້ເຂົ້າ ກັບສະພາບໄລຍະໃໝ່, ອັນໃດ ຄວນໃຫ້ເປັນລັກສະນະມວນຊົນ, ອັນໃດທາງການ ແລະ ອັນໃດຄວນ ເຊີນສູນກາງ, ອັນໃດຄວນມອບ ທ້ອງຖິ່ນຄວນກໍານົດຢ່າງຈະແຈ້ງ. ພ້ອມນີ້, ກຳມະການອົງການພຸດ ທະສາສະໜາແຕ່ລະຂັ້ນຕ້ອງໄດ້ ເອົາໃຈໃສ່ນໍາເອົາເນື້ອໃນມະຕິກອງ ປະຊຸມໃຫຍ່ຜູ້ແທນສົງທົ່ວປະເທດ ຄັ້ງທີ IX ໄປຈັດຕັ້ງຜັນຂະຫຍາຍ ນໍາເຂົ້າສູ່ພາກປະຕິບັດຕົວຈິງໃຫ້ ໄດ້ຮັບຜົນດີດ້ວຍການນໍາພາເຜີຍ ແຜ່ໃຫ້ພະສົງ-ສາມະເນນ ແລະ ອອກຕົນຍາດໂຍມໃຫ້ເຂົ້າໃຈຢ່າງ ແຈ່ມແຈ້ງຕໍ່ມະຕິກອງປະຊຸມໃຫຍ່ ແລະ ປະຕິບັດໃຫ້ເຂົ້າສູ່ລວງເລິກ ແລະ ກວ້າງຂວາງ, ຮັບປະກັນ ການເຄື່ອນໄຫວໃຫ້ໄປຕາມທິດ ລວມຂອງພັກ ໂດຍສະເພາະແມ່ນ ໄປຕາມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ໂຄງການການເມືອງ ຂອງພັກ ສະບັບທີ 3; ສືບຕໍ່ໃນການ ຈັດພິມຄຳພີພະໄຕປີດົກລາວ ໃຫ້ ສຳເລັດຕາມແຜນ ເພື່ອເປັນຂໍ້ມູນ ໃຫ້ແກ່ອົງການຕ່າງໆ, ໂຮງຮຽນ, ສະຖາບັນການສຶກສາ ແລະ ສາ ສະນິກະຊົນຜູ້ທີ່ສົນໃຈໃນພຸດທະ ສາສະໜາທັງພາຍໃນ ແລະ ຕ່າງ ປະເທດ; ເອົາໃຈໃສ່ປົກປັກຮັກສາ ວັດວາອາຮາມ, ປູຊະນິຍະສະຖານ, ສະຖານທີ່ສັກກາລະບູຊາຂອງຊາດ, ຂອງທ້ອງຖິ່ນໃຫ້ໝັ້ນຄົງຖາວອນ; ສືບຕໍ່ປະກອບສ່ວນວຽກງານສັງຄົມ ສົງເຄາະ, ການບັນເທົາທຸກໃຫ້ຜູ້ ປະສົບໄພທຳມະຊາດທີ່ອາດຈະ ເກີດຂຶ້ນ, ນັບທັງການຫັນປ່ຽນ ການນໍາໃຊ້ທະນາບັດເງິນກີບລາວ ໃນການເຮັດບຸນສິນກິນທານເປັນ ຕົ້ນເອົາເງິນເຮັດຕົ້ນເງິນ, ຕົ້ນຄໍາ, ເຮັດໝາກເບັງ, ຕົ້ນກາລະພຶກ ແລະ ອື່ນໆ; ປຸກລະດົມຂົນຂວາຍໃຫ້ ຍາດໂຍມປະກອບສ່ວນປະຕິບັດ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາເປັນຕົ້ນຂະບວນການ ສ້າງຄຸນງາມຄວາມດີ ຫລື ຮັກ ບ້ານເກີດ, ຜັນຂະຫຍາຍມະຕິ 04/ ກມສພ ແລະ ມະຕິ 05/ລບ ກ່ຽວກັບ ສອຈ; ຊຸກຍູ້ໃຫ້ອອກຕົນຍາດໂຍມ ມີການຜະລິດຜ້າໄຕຈີວອນ ແລະ ເຄື່ອງສັງຂະທານທົດແທນການ ນໍາເຂົ້າເຄື່ອງດັ່ງກ່າວຈາກຕ່າງ ປະເທດ, ຊຸກຍູ້ການຜະລິດ ແລະ ຊື້ ສິນຄ້າລາວໃຫ້ຫລາຍຂຶ້ນ; ສືບຕໍ່ ລະດົມທຶນເຂົ້າມູນນິທິພຸດທະບັນດິດ (ມູນນິທິສົງ) ແລະ ກອງທຶນຂອງ ບັນດາກຳມາທິການທີ່ຕັ້ງຂຶ້ນແລ້ວ ໃຫ້ມີຈໍານວນເງິນເພີ່ມຂຶ້ນ ເພື່ອ ຮັບໃຊ້ການເຄື່ອນໄຫວວຽກງານ ງານອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ໃຫ້ນັບ ມື້ນັບເຕີບໂຕຂຶ້ນ, ປະກອບສ່ວນໃນ ການປະຕິບັດສອງວາລະແຫ່ງຊາດ ຂອງລັດຖະບານ ໂດຍສະເພາະ ແມ່ນວາລະແຫ່ງຊາດວ່າດ້ວຍການ ແກ້ໄຂບັນຫາຢາເສບຕິດດ້ວຍການ ເທດສັ່ງສອນປະຊາຊົນ, ຊາວໜຸ່ມ ເຍົາວະຊົນໃຫ້ຫ່າງໄກຈາກສິ່ງເສບ ຕິດ, ອົບຮົມຈິດໃຈປະຊາຊົນໃຫ້ ປະຕິບັດຂະບວນການ 4 ບໍ່ ຄື: ບໍ່ ເສບ, ບໍ່ຊື້, ບໍ່ຂາຍ ແລະ ບໍ່ຜະລິດລຳລຽງຢາເສບຕິດ; ເພີ່ມທະວີ ການພົວພັນຮ່ວມມືກັບອົງການ ພຸດປະເທດເພື່ອນມິດຍຸດທະສາດ, ອົງການພຸດພາກພື້ນ ແລະ ສາກົນ ຕາມແນວທາງການຕ່າງປະເທດ ຂອງພັກ ເ ພື່ອຍາດແຍ່ງ ເ ອົາ ບົດຮຽນ, ເຕັກນິກວິທະຍາສາດ ແລະ ທຶນຮອນ ເພື່ອມາພັດທະນາ ວຽກງານອົງການພຸດສາສະໜາ ລາວເຮົາໃຫ້ມີການຫັນປ່ຽນຢ່າງ ແຂງແຮງເລິກເຊິ່ງ ແລະ ຮອບ ດ້ານ; ເພີ່ມທະວີການພົວພັນຮ່ວມມື ກັບບັນດາອົງການສົງລາວຢູ່ຕ່າງ ປະເທດ ໂດຍຜ່ານການເຄື່ອນໄຫວ ວຽກງານຂອງພະສະມະທູດລາວ ຢ່າງແຂງແຮງ; ຕ້ອງເປັນເຈົ້າການ ໃນການເຄື່ອນໄຫວຕາມພາລະ ບົດບາດ, ສິດ ແລະ ໜ້າທີ່ຂອງ ບັນດາກຳມະການ ໂດຍສະເພາະ ການຊຸກຍູ້, ຕິດຕາມການຈັດຕັ້ງ ປະຕິດບັດທຳມະນູນສົງລາວ, ມະຕິ ກອງປະຊຸມໃຫຍ່, ແຜນພັດທະນາ ອົງການພຸດທະສາສະໜາ ໃນແຕ່ລະ ໄລຍະໃຫ້ເປັນປົກກະຕິ, ສືບຕໍ່ເກັບ ກຳສະພາບແນວຄິດ, ຄໍາຄິດຄໍາເຫັນ ແລະ ຫາງສຽງສັງຄົມຂອງພະສົງສາມະເນນ, ອອກຕົນຍາດໂຍມທີ່ ມີຕໍ່ການຈັດຕັ້ງ ແລະ ບຸກຄະລາ ກອນສົງ ເພື່ອແກ້ໄຂໃຫ້ທັນເວລາ. ກຳມະການສູນກາງອົງການພຸດທະ ສາສະໜາສຳພັນລາວ ຕ້ອງເປັນ ໃຈກາງເຕົ້າໂຮມຄວາມສາມັກຄີ ເປັນປຶກແຜ່ນພາຍໃນ ຄະນະ ອພສ ແຕ່ລະຂັ້ນ, ພະສົງ-ສາມະເນນ ໃຫ້ ໜັກແໜ້ນ ເພື່ອປັບປຸງການຈັດຕັ້ງ ໃຫ້ມີຄວາມເຂັ້ມແຂງ, ມີຄຸນນະພາບ ໃໝ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວ ຂຶ້ນສູ່ຈຸດໝາຍສັງຄົມນິຍົມ. ທ່ານ ສອນໄຊ ສີພັນດອນ ຍັງ ໄດ້ເນັ້ນໃຫ້ກຳມະການສູນກາງອົງ ການພຸດທະສາສະໜາຊຸດໃໝ່ ໃຫ້ ຮີບຮ້ອນຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ເທື່ອນີ້ເປັນແຜນ ງານ, ໂຄງການ ແລະ ຫັນເປັນນິຕິ ກຳລະອຽດ; ຈັດຕັ້ງເຜີຍແຜ່, ເຊື່ອມ ຊຶມໃຫ້ກຳມະການອົງການພຸດທະ ສາສະໜາແຕ່ລະຂັ້ນ, ພະສົງ-ສາ ມະເນນ, ພຸດທະສາສະນິກະຊົນໃຫ້ ທົ່ວເຖິງ ເພື່ອສ້າງຄວາມຮັບຮູ້- ເຂົ້າໃຈ ແລະ ເອກະພາບຕໍ່ເນື້ອໃນ, ຄາດໝາຍສູ້ຊົນໃນຕໍ່ໜ້າ ເພື່ອສ້າງ ທັດສະນະ ແລະ ຄວາມຮັບຜິດຊອບ ໃນການນໍາພາຕົວຈິງໃຫ້ມີການຫັນ ປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານໃນວຽກງານອົງການພຸດ ທະສາສະໜາ; ຮີບຮ້ອນແບ່ງວຽກ, ແບ່ງຄວາມຮັບຜິດຊອບພາຍໃນ ກຳມະການສູນກາງອົງການພຸດ ທະສາສະໜາ ກໍຄື ປະທານ-ຮອງ ປະທານ, ຄະນະບໍລິຫານງານປະ ຈຳການໃຫ້ລະອຽດ, ຈະແຈ້ງເພື່ອ ນໍາພາ-ຊີ້ນໍາວຽກງານ ອພສ, ຍາມໃດກໍຕ້ອງຍຶດໝັ້ນ ແລະ ປະຕິ ບັດຢ່າງເຂັ້ມງວດຕໍ່ພະທໍາວິໄນ, ທຳມະນູນສົງລາວ, ບັນດາຫລັກ ການ, ລະບອບແບບແຜນວິທີການ ນໍາພາ-ວິທີການເຮັດວຽກ; ຮັບຜິດ ຊອບໂດຍກົງຕໍ່ຜົນໄດ້-ຜົນເສຍຕໍ່ ວຽກງານອົງການພຸດທະສາສະໜາ. ຂ່າວ: ທະນູທອງ; ພາບ: ຂັນໄຊ ຂໍ້ຫຍຸ້ງຍາກ ແລະ ບົດຮຽນທີ່ ຖອດຖອນໄດ້ໃນໄລຍະ 5 ປີທີ່ ຜ່ານມາ. ພ້ອມທັງກຳນົດທິດທາງ ແຜນການ ແລະ ແຜນພັດທະນາ ອພສ ໃນໄລຍະ 5 ປີຕໍ່ໜ້າ(20262030). ພ້ອມນີ້, ກອງປະຊຸມ ຍັງ ໄດ້ພິຈາລະນາຮັບຮອງເອົາມະຕິ ກອງປະຊຸມໃຫຍ່ ແລະ ຮັບຮອງເອົາ ຄະນະບໍລິຫານງານສູນກາງອົງ ການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ, ຄະນະບໍລິຫານງານ ປະຈຳການ ແລະ ຄະນະກຳມະການ ບໍລິຫານງານສູນກາງອົງການພຸດ ທະສາສະມີໜາສຳພັນ ແຫ່ງ ສປປ ລາວຊຸດໃໝ່, ລວມທັງຄະນະທີ່ ປຶກສາ, ປະທານ, ຮອງປະທານ, ຫົວໜ້າຫ້ອງການບໍລິຫານງານ ແລະ ບັນດາຫົວໜ້າກຳມາທິການ ສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ. ພ້ອມນີ້, ພະອາຈານໃຫຍ່ ບຸນສ່ວນ ພັນທະວົງ ຮອງປະທານ ສູນກາງ ອພສ ກໍໄດ້ຍົກໃຫ້ເຫັນ ການເຄື່ອນໄຫວວຽກງານຂອງອົງ ການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ VIII ໂດຍ ໄດ້ຍົກໃຫ້ເຫັນຈຸດພິເສດ, ສະພາບ ລວມ ແລະ ມູນເຊື້ອຂອງ ອພສ, ຕີລາຄາຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ຜູ້ແທນພະສົງ ທົ່ວປະເທດ ສະໄໝທີ VIII ເປັນ ຕົ້ນວຽກງານເຕົ້າໂຮມຄວາມສາ ມັກຄີພາຍໃນພະສົງ-ສາມະເນນ, ວຽກງານຫ້ອງການບໍລິຫານງານ, ວຽກງານກຳມາທິການປົກຄອງ ສົງ, ວຽກງານກຳມາທິການສຶກສາ ສົງ, ວຽກງານກຳມາທິການເຜີຍແຜ່ ສີລະທຳ ແລະ ປະຕິບັດກຳມະ ການ, ວຽກງານກຳມາທິການສາ ທາຣະນຸປະການ ແລະ ວຽກງານ ກຳມາທິການການຕ່າງປະເທດ, ພ້ອມທັງຍົກໃຫ້ເຫັນຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ, ຂໍ້ຫຍຸ້ງຍາກ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ໃນ ໄລຍະຜ່ານມາ. ໃນ 5 ປີທີ່ຜ່ານມາ, ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ໄດ້ເຄື່ອນໄຫວ ວຽກງານຕາມພາລະບົດບາດ, ສິດ, ໜ້າທີ່ຂອງຕົນ ແລະ ຕາມທິດທາງ ແຜນການທີ່ກອງປະຊຸມໃຫຍ່ສະໄໝ ທີ VIII ໄດ້ວາງໄວ້ ຊຶ່ງສາມາດປະ ຕິບັດ ແລະ ຍາດໄດ້ຜົນສຳເລັດໃນ ຫລາຍດ້ານ ໂດຍສະເພາະ ອພສ ແຕ່ລະຂັ້ນໄດ້ເອົາໃຈໃສ່ຢ່າງໃກ້ຊິດ ຕິດແທດ, ອົບຮົມ, ເທດສະໜາສັ່ງ ສອນພະສົງ-ສາມະເນນ ໃຫ້ຕັ້ງຕົນ ຢູ່ໃນຫລັກພະທຳມະວິໄນ, ຫລັກ ສີລະທຳ ແລະ ໃຫ້ເຄົາລົບນັບຖື ລະບຽບການ, ກົດໝາຍຂອງບ້ານ ເມືອງຢ່າງເຄັ່ງຄັດ. ພ້ອມທັງໄດ້ ຍົກບົດບາດ ແລະ ເລົ່າຄືນມູນເຊື້ອ ອັນສະຫງ່າລາສີຂອງອົງການ ພຸດທະສາສະໜາ ເພື່ອໃຫ້ພະສົງສາມະເນນລາວຮຸ່ນໃໝ່ ໄດ້ຮູ້ຈັກ ສືບທອດມູນເຊື້ອອັນດີຂອງຊາດ ແລະ ພະພຸດທະສາສະໜາ. ພ້ອມ ນີ້, ຄະນະບໍລິຫານງານອົງການພຸດ ທະສາສະໜາສຳພັນ ແຫ່ງ ສປປ ລາວ ຂັ້ນຕ່າງໆໄດ້ເອົາໃຈໃສ່ໃນ ການປັບປຸງກໍ່ສ້າງການປົກຄອງສົງ ແລະ ແບບແຜນວິທີເຮັດວຽກຂອງ ຕົນໄດ້ດີຢ່າງມີປະສິດທິພາບ ແລະ ປະສິດທິຜົນ, ການບໍລິຫານ, ການ ຄຸ້ມຄອງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ຕັ້ງແຕ່ຂັ້ນ ສູນກາງຈົນເຖິງຂັ້ນທ້ອງຖິ່ນ ໄດ້ຮັບ ການປັບປຸງດີຂຶ້ນຕາມລໍາດັບ. ພະອາຈານໃຫຍ່ ບຸນສ່ວນ ພັນທະວົງ ໃຫ້ຮູ້ອີກວ່າ: ທົ່ວປະເທດ ມີວັດ-ສໍານັກສົງ-ສູນປະຕິບັດທຳ ທັງໝົດ 6.280 ແຫ່ງ. ໃນຂະນະ ທີ່ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ມີຄະນະບໍລິຫານ ງານໃນຂອບເຂດທົ່ວປະເທດທັງ ໝົດ 6.250 ອົງ, ຄະນະບໍລິຫານ ງານສູນກາງອົງການພຸດທະສາສະ ໜາສຳພັນ ແຫ່ງ ສປປ ລາວ 79 ອົງ, ຂັ້ນແຂວງ, ນະຄອນຫລວງ 540 ອົງ, ຂັ້ນເມືອງ, ນະຄອນ 1.099 ອົງ ແລະ ຂັ້ນເຈົ້າອະທິການ ວັດ 4.532 ອົງ. ພະສົງ-ສາມະເນນ ໃນຂອບເຂດທົ່ວປະເທດມີທັງໝົດ 26.986 ອົງ, ມີພະພິກຂຸ 15.520 ອົງ, ສາມະເນນ 11.466 ອົງ, ພະສົງບວດໃໝ່ 1.532 ອົງ, ສາມະ ເນນບວດໃໝ່ 5.421 ອົງ, ມີພໍ່ຂາວ 210 ຕົນ, ແມ່ຂາວ 520 ຕົນ, ສັງ ກະລີວັດ 370 ຄົນ, ພະພິກຂຸລາສິກ ຂາ 561 ອົງ, ສາມະເນນລາສິກ ຂາ 1.734 ອົງ, ພະພິກຂຸສົງມໍຣະ ນະພາບ 58 ອົງ, ສາມະເນນມໍຣະ ນະພາບ 10 ອົງ. ຂ່າວ: ທະນູທອງ; ພາບ: ຂັນໄຊ ແຜນການປະຈໍາປີ 2026 ຂອງ ສານປະຊາຊົນ ນວ ແລະ ສານປະ ຊາຊົນ ທັງ 4 ເຂດ ໃນກອງປະຊຸມ ສະໄໝສາມັນເທື່ອທີ10 ຂອງສະພາ ປະຊາຊົນນະຄອນຫລວງວຽງຈັນ ຊຸດທີ IV ໃນອາທິດຜ່ານມາ ພາຍໃຕ້ ການເປັນປະທານຂອງທ່ານ ນາງ ລຳພອຍ ສີອັກຄະຈັນ ຮອງປະທານ ສະພາປະຊາຊົນ ນວ ຊຶ່ງມີບາງຕອນ ໃຫ້ຮູ້ວ່າ: ໄລຍະ 5 ປີ ຜ່ານມາ, ຄະ ນະນໍາສານປະຊາຊົນ ນວ ໄດ້ກໍາ ນົດແບບແຜນການດໍາເນີນຄະດີ ແຕ່ລະປະເພດ, ສະຫລຸບປະເມີນ ຜົນການດໍາເນີນຄະດີທີ່ມີຂໍ້ບົກຜ່ອງ ເພື່ອຖອດຖອນເປັນບົດຮຽນ ແລະ ປັບປຸງແກ້ໄຂ, ເອົາໃຈໃສ່ຕິດຕາມ ການດໍາເນີນຄະດີ, ການຕັດສິນ ແລະ ພິພາກສາທີ່ມີຂໍ້ບົກຜ່ອງເປັນ ແຕ່ລະຄະດີ ເພື່ອສົມທົບກັບຄະນະ ສານທີ່ກ່ຽວຂ້ອງ ແລະ ຜູ້ພິພາກສາ ທີ່ຮັບຜິດຊອບຄະດີຊອກຫາສາເຫດ ທີ່ພາໃຫ້ມີຄວາມຜິດພາດ ຫລື ຂໍ້ ບົກຜ່ອງນັ້ນ ເພື່ອເຮັດໃຫ້ແຕ່ລະ ບັນຫາຂໍ້ບົກຜ່ອງເຫລົ່ານັ້ນ ໄດ້ຮັບ ການແກ້ໄຂຢ່າງທັນການ ແລະ ໝົດໄປ; ເອົາໃຈໃສ່ການຂຽນຄໍາ ຕັດສິນ, ຄໍາພິພາກສາໃຫ້ຖືກຕ້ອງ ຕາມແບບພິມທີ່ກໍານົດໄວ້, ທັງຮັບ ປະກັນເນື້ອໃນຄົບຖ້ວນ, ເຂົ້າໃຈ ງ່າຍ, ມີຄໍາເຫັນວິນິດໃສຕໍ່ການ ຮ້ອງຂໍ ຫລື ຂໍ້ສະເໜີຂອງຄູ່ຄວາມ ຢ່າງຄົບຖ້ວນດ້ວຍເຫດຜົນທາງ ດ້ານຂໍ້ມູນຫລັກຖານ ແລະ ກົດໝາຍ ພ້ອມທັງໄດ້ສ້າງກົນໄກສົ່ງເສີມ ໃຫ້ຄູ່ຄວາມ, ປະຊາຊົນ, ຂະແໜງ ການກ່ຽວຂ້ອງມີສ່ວນຮ່ວມໃນ ການປະກອບສ່ວນ, ສະໜອງຂໍ້ມູນ ຫລັກຖານໃຫ້ແກ່ສານ ແລະ ໃຫ້ຄູ່ ຄວາມ, ປະຊາຊົນສາມາດຕິດຕາມ ກວດກາການດໍາເນີນຄະດີຂອງຜູ້ ພິພາກສາ. ພ້ອມນີ້, ຍັງໄດ້ຈັດຕັ້ງ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຜູ້ພິພາກສາທົ່ວປະເທດໃຫ້ພະນັກ ງານຂອງສານປະຊາຊົນ ນວ ໄດ້ ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ. ຜ່ານການປັບປຸງ, ແບບແຜນ, ກົນໄກການບໍລິຫານຄະດີເຮັດໃຫ້ ການພິຈາລະນາແກ້ໄຂຄະດີຂອງ ສານປະຊາຊົນ ນວ ມີຄວາມວ່ອງ ໄວ ແລະ ມີຄຸນນະພາບດີຂຶ້ນສະ ແດງອອກ 5 ປີຜ່ານມາ (ເດືອນ ທັນວາ 2021 ຫາ ເດືອນພະຈິກ 2025) ຄະດີຄ້າງມາມີທັງໝົດ 1.571 ເລື່ອງ ໃນນີ້, ຄະດີເຂົ້າ ໃໝ່ 7.764 ເລື່ອງ ລວມທັງໝົດ 9.335 ເລື່ອງ, ແກ້ໄຂແລ້ວ 7.438 ເລື່ອງຍັງຄ້າງ 1.492 ເລື່ອງ ແລະ ໄດ້ເອົາໃຈໃສ່ເກັບກໍາ, ຄົ້ນຄວ້າ, ວິເຄາະ, ວິໄຈສະຖິຕິຄະດີ, ກວດກາ ຄໍາຕັດສິນ ແລະ ຄໍາພິພາກສາຂອງ ສານປະຊາຊົນ ນວ ແລະ ສານປະ ຊາຊົນທັງ 4 ເຂດ ເພື່ອສັງລວມດ້ານ ດີ, ດ້ານຕັ້ງໜ້າ ແລະ ດ້ານອ່ອນຂໍ້ ຄົງຄ້າງ, ຊອກໃຫ້ເຫັນສາເຫດຂອງ ການກະທໍາຜິດ ແລະ ການລະເມີດ ກົດໝາຍເພື່ອກໍານົດທິດທາງໃນ ການແກ້ໄຂຢ່າງທັນການ. ຂ່າວ: ກິດຕາ, ພາບ: ເກດສະໜາ ມີຄວາມປາຖະໜາມີຂົວເຊື່ອມຕໍ່ ສອງປະເທດ ລາວ ແລະ ໄທ ເພື່ອ ອໍານວຍຄວາມສະດວກໃຫ້ແກ່ການ ໄປມາຫາສູ່ລະຫວ່າງປະຊາຊົນ, ການເຊື່ອມໂຍງ-ເຊື່ອມຈອດລະ ຫວ່າງສອງປະເທດເຂົ້າກັບພາກ ພື້ນຕາມແລວເສດຖະກິດຕາເວັນ ອອກ-ຕາເວັນຕົກ ກໍຄື ເຮັດໃຫ້ ການຄົມມະນາຄົມຂົນສົ່ງ, ການ ຄ້າ, ການທ່ອງທ່ຽວລະຫວ່າງສອງ ປະເທດ ມີຄວາມສະດວກ, ຄ່ອງ ຕົວ ແລະ ວ່ອງໄວຍິ່ງໆຂຶ້ນ ເພື່ອນໍາ ເອົາຜົນປະໂຫຍດສູງສຸດມາສູ່ປະ ຊາຊົນສອງຊາດລາວ ແລະ ໄທ. ພິທີເປີດການນໍາໃຊ້ຂົວມິດຕະພາບ ລາວ-ໄທ ແຫ່ງທີ V ນີ້ ຈະເປັນ ສັນຍະລັກແຫ່ງມິດຕະພາບ ແລະ ການຮ່ວມມືອັນດີງາມຖານບ້ານ ໃກ້ເຮືອນຄຽງທີ່ມີມາແຕ່ດົນນານ ແລະ ການເປັນຄູ່ຮ່ວມຍຸດທະສາດ ເພື່ອການຈະເລີນເຕີບໂຕ ແລະ ການ ພັດທະນາແບບຍືນຍົງ ກໍຄື ການ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນທາງການທູດລະຫວ່າງ ສອງປະເທດ ສປປ ລາວ ແລະ ຣາຊະອານາຈັກໄທ ຄົບຮອບ 75 ປີ ໃນເດືອນທັນວາ 2025 ນີ້.

RkJQdWJsaXNoZXIy MTc3MTYxMQ==