gsfdko{dkora fmtok a xtgmf]k; ( 23/12/2025 xu 2025 g-dv' wfh Ia [zq odtmq [9kdwrry [a f 20 7A ' ,6 o7j kglpskp 5 8N d;j kdu [ 76 vklk 20 7q o 16 j c0;'va f8txn wfh Ia [dko[a o95 g0Q kgxa o]a f4tdvo ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ໃນປີ 2025 ນີ້ ແຂວງອັດຕະປື ໄດ້ສໍາເລັດການ ບັນຈຸຄູອາສາເຂົ້າເປັນລັດຖະກອນ ທັງໝົດ 20 ຄົນ ໃນນີ້, ບັນຈຸເຂົ້າ ເປັນລັດຖະກອນ ຂົງເຂດປ້ອງກັນ ຊາດ ໃນງວດທີ I ມີ 4 ຄົນ, ງວດ II ມີ 2 ຄົນ. ໃນຂະນະທີ່ ກະຊວງ ສຶກສາທິການ ແລະ ກິລາ ກໍໄດ້ແບ່ງ ໂກຕ້າໃໝ່ໃຫ້ແຂວງອັດຕະປື ຕື່ມ ອີກ 14 ໂກຕ້າ, ໝາຍວ່າຄູອາສາ ຂອງແຂວງ ຈໍານວນ 20 ຄົນ ນັ້ນ ແມ່ນໄດ້ຮັບການແກ້ໄຂໝົດແລ້ວໃນ ປີ 2025 ນີ້. ທ່ານ ສຸກສະໄຫວ ຄຽມພະຈິດ ຮອງພະແນກສຶກສາທິການ ແລະ ກິລາ ແຂວງອັດຕະປື ໄດ້ໃຫ້ ສໍາພາດໃນວັນທີ 18 ທັນວາ 2025 ນີ້ວ່າ: ຕະຫລອດໄລຍະ ຜ່ານມາ, ຄະນະພັກ, ຄະນະພະແນກ ສຶກສາທິການ ແລະ ກິລາແຂວງ ໄດ້ເອົາໃຈໃສ່ແກ້ບັນຫາການຄາດ ແຄນຄູສອນ ໂດຍໄດ້ມີການປະສານ ສົມທົບກັບກະຊວງສຶກສາທິການ ແລະ ກິລາ ກ່ຽວກັບບັນຫາການ ແກ້ໄຂຄູອາສາທີ່ສອນມາໄດ້ຫລາຍ ປີ ແຕ່ບໍ່ໄດ້ຮັບການບັນຈຸເຂົ້າເປັນ ລັດຖະກອນ ຊຶ່ງໃນປີ 2025 ນີ້ ທາງພະແນກສຶກສາທິການ ແລະ ກິລາແຂວງ ໄດ້ໂກຕ້າລັດຖະກອນຄູ ອາສາ ທັງໝົດ 20 ໂກຕ້າ ຖືວ່າຄົບ ຕາມຈໍານວນຄູອາສາໃນທົ່ວແຂວງ, ສໍາລັບຂັ້ນຕອນ, ວິທີການຮັບ ແລະ ບັນຈຸຄູອາສາ ເພື່ອເຂົ້າເປັນລັດຖະ ກອນໃໝ່ ໃນຄັ້ງນີ້ ແມ່ນປະຕິບັດ ຕາມຄໍາແນະນໍາຂອງກະຊວງສຶກ ສາທິການ ແລະ ກິລາ ຢ່າງເຄັ່ງຄັດ ໂດຍບໍ່ຜ່ານການສອບເສັງເພາະ ບັນດາຄູອາສາຈໍານວນດັ່ງກ່າວ ແມ່ນຜ່ານການສອບເສັງມາກ່ອນ ຫລາຍຄັ້ງແລ້ວ. ທ່ານ ສຸກສະໄຫວ ຄຽມພະ ຈິດ ກ່າວຕື່ມວ່າ: ໃນຕໍ່ໜ້າທາງ ພະແນກສຶກສາທິການ ແລະ ກິລາ ແຂວງ ຈະສືບຕໍ່ເອົາໃຈໃສ່ການ ແກ້ໄຂບັນຫາການຂາດແຄນຄູສອນ ໂດຍຈະມີການວິເຄາະວິໄຈແຜນ ຄວາມຕ້ອງການຄູສອນໃນສະຖານ ການສຶກສາທົ່ວແຂວງ ໃຫ້ມີຄວາມ ລະອຽດຈະແຈ້ງ ເພື່ອສົ່ງໃຫ້ກະຊວງ ສຶກສາທິການ ແລະ ກິລາ ຈັດແບ່ງ ໂກຕ້າຄູໃຫ້ແຂວງໃນແຕ່ລະປີ ເປັນປົກກະຕິພ້ອມທັງມີການຂຶ້ນ ແຜນເພື່ອສ້າງຄົນໄປຮຽນຄູແຕ່ປີ dkooeg,n v's];'oEmk -5 dp6 h 37'dko x6 drn f]tf6 c]h 'gxa oly o7h klq j 'vvd ຂປລ. ແຫລ່ງຂ່າວຈາກແຂວງ ຫລວງນ້ຳທາ ໃຫ້ຮູ້ວ່າ: ເມື່ອມໍ່ໆ ມານີ້, ທ່ານ ສີຈັນ ລໍທອງໂຫລຍ ຮັກສາການຮອງເຈົ້າເມືອງຫລວງ ນໍ້າທາ ພ້ອມຄະນະ ລົງຕິດຕາມ ຊຸກຍູ້ໂຄງການປູກພືດລະດູແລ້ງ ເປັນສິນຄ້າສົ່ງອອກ ໂດຍສະເພາະ ໂຄງການຖົ່ວເຫລືອງ ແລະ ຖົ່ວເບີ, ແຕງໂມ, ໝາກອຶ ແລະ ສາລີ ຂອງ ບັນດາບໍລິສັດຢູ່ບ້ານນໍ້າແງ້ນ, ບ້ານ ພຽງງາມ, ບ້ານຫລວງ, ບ້ານຂອນ, ບ້ານດອນຄູນ, ບ້ານໃໝ່, ບ້ານປ່າ ສັກ, ບ້ານປຸ່ງ, ບ້ານທົ່ງດີ ແລະ ບ້ານ ທົ່ງອົ້ມ ເມືອງຫລວງນໍ້າທາ ແຂວງ ຫລວງນ້ຳທາ. ບັນດາບໍລິສັດທີ່ມາລົງທຶນ ໃນ ໂຄງການດັ່ງກ່າວປະກອບມີ:ບໍລິສັດ ພັດທະນາກະສິກໍາຮອບດ້ານນິເວດ ສິງລຽວ ຈໍາກັດ ໄດ້ສົ່ງເສີມການ ປູກຖົ່ວເຫລືອງ ແລະ ຖົ່ວເບີ ຕາມ ແຜນການເນື້ອທີ່ປູກປະມານ 250300 ເຮັກຕາ, ບໍລິສັດໂຢປັງເຕັກ ນິກກະສິກໍາ ຂາເຂົ້າ-ຂາອອກ ຈໍາ ກັດຜູ້ດຽວ ສົ່ງເສີມປູກແຕງໂມ ຕາມແຜນການເນື້ອທີ່ປູກປະມານ 150-200 ເຮັກຕາ, ບໍລິສັດ ພັນທະ ວົງ ສົ່ງເສີມກະສິກໍາ ຈໍາກັດ ສົ່ງເສີມ ປູກໝາກອຶ, ສາລີ ແລະ ໝາກຖົ່ວ ເບີ ຕາມແຜນເນື້ອທີ່ປູກປະມານ 7e,j ;o lts]5 [;Pd'ko[= ]y 9kdg]n vf xt9exu 2025 ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມສະ ຫລຸບວຽກງານການບໍລິຈາກເລືອດ ປີ 2025 ແລະ ວາງທິດທາງແຜນ ການປີ 2026 ຂອງແຂວງຄຳມ່ວນ ຈັດຂຶ້ນເມື່ອບໍ່ດົນມານີ້, ໂດຍການ ເປັນປະທານຂອງທ່ານແກ້ວອຸດອນ ບຸດສິງຂອນ ປະທານຄະນະກໍາມະ ການຈັດຫາເລືອດຂັ້ນແຂວງຄຳ ມ່ວນ, ມີທ່ານ ຖາວອນ ໄກຍາລາດ ຮອງຫົວໜ້າພະແນກສາທາລະນະ ສຸກແຂວງ, ທ່ານ ສາຍສະໝອນ ສົມນຸກຄໍາຈັນ ຫົວໜ້າຫ້ອງການ ກາແດງແຂວງ ພ້ອມດ້ວຍບັນດາ ປະທານຄະນະກໍາມະການຈັດຫາ ເລືອດຂັ້ນເມືອງ, ພະແນກການ, ຂະແໜງການທີ່ກ່ຽວຂ້ອງ ແລະ ພະນັກງານວິຊາການເຂົ້າຮ່ວມ. ທ່ານ ດຣ. ວິລິດ ພະສະຫວັດ ຮອງຫົວໜ້າຫ້ອງການກາແດງ ແຂວງຄຳມ່ວນ ໄດ້ລາຍງານວ່າ: ໃນໄລຍະ 1 ປີ ຜ່ານມາ, ສູນເລືອດ ອົງການກາແດງ ແຂວງຄໍາມ່ວນ ໄດ້ ອອກແຮງຢ່າງຕັ້ງໜ້າປະຕິບັດໜ້າ ວຽກງານດ້ວຍຄວາມຮັບຜິດຊອບ ສູງ, ປະສານງານສົມທົບຕິດຕໍ່ ພົວ ພັນກັບທຸກພາກສ່ວນ, ລົງ ໂຄສະນາ ຮັບບໍລິຈາກເລືອດ, ເຈາະ ເກັບເລືອດ, ກວດກາວິເຄາະເລືອດ, ເກັບຮັກສາ ແລະ ເວນຍາມ ເບີກ ຈ່າຍເລືອດໃຫ້ແກ່ຄົນເຈັບ. ໃນນັ້ນ ກໍ່ໄດ້, ສະຫລຸບລາຍງານ ສາຍຕັ້ງ ແລະ ສາຍຂວາງ ເພື່ອຮັບຊາບ. ຄຽງຄູ່ກັນນັ້ນ, ໄດ້ຈັດກອງປະຊຸມ ສະຫລຸບວຽກງານປະຈຳປີ, ສືບ ຕໍ່ວາງແຜນແບບມີສ່ວນຮ່ວມກັບ ທຸກພາກສ່ວນການຈັດຕັ້ງ, ຜັນ ຂະຫຍາຍແຜນຍຸດທະສາດຂອງ ສະຖາບັນເລືອດແຫ່ງຊາດ ທີ່ໄດ້ ຖືກມອບໝາຍຈາກສະພາຮອດ ປີ 2030 ທົ່ວປະເທດໃຫ້ບັນລຸ 120.000 ຖົງ, ສ່ວນແຂວງຄໍາ ມ່ວນ ມີຕົວເລກແບ່ງປັນ 5 ປີ (2026-2030) ແຜນຄາດໝາຍ 25.000 ຖົງ. ສ່ວນການຈັດຕັ້ງປະຕິບັດວຽກ ງານປຸກລະດົມຂົນຂວາຍເລືອດ ໃນປີ 2025 ແຜນຄາດໝາຍສູ້ຊົນ 3.900 ຖົງຕໍ່ປີ, ຕິດຕໍ່ພົວພັນ 119 ຄັ້ງ, ລົງຮັບບໍລິຈາກເລືອດຕົວຈິງ 89 ຄັ້ງ, ຜູ້ເຂົ້າຮ່ວມທັງໝົດ 7.711 100-150 ເຮັກຕາ, ບໍລິສັດຫົວ ຊ່ຽນພັດທະນາ ຈໍາກັດຜູ້ດຽວ ສົ່ງເສີມປູກໝາກອຶ ຕາມແຜນເນື້ອ ທີ່ປູກປະມານ 10-20 ເຮັກຕາ. ມາຮອດປັດຈຸບັນ ພາກສ່ວນ ທີ່ກ່ຽວຂ້ອງ ໄດ້ປະສານສົມທົບ ກັບອົງການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນບ້ານເປົ້າໝາຍຂອງ ໂຄງການ ເພື່ອປ່ອຍເນື້ອທີ່ດິນນາ ໃຫ້ບໍລິສັດເຊົ່າແລ້ວ ປະມານ 450 ເຮັກຕາ ກວມ 81% ຂອງແຜນ ການທັງໝົດ. ຈຸດປະສົງໃນການລົງຕິດຕາມ ໂຄງການປູກພືດລະດູແລ້ງໃນຄັ້ງນີ້ ກໍເພື່ອຕິດຕາມກວດກາເບິ່ງຄວາມ ຄືບໜ້າຂອງແຕ່ລະໂຄງການເປັນ ຕົ້ນການກະກຽມດິນ, ການໄຖ ຮຸດ ໃຫ້ຖືກຕ້ອງຕາມເຕັກນິກວິຊາ ການ ພ້ອມທັງພົບປະໂອ້ລົມພໍ່ແມ່ ປະຊາຊົນ ແລະ ເຈົ້າຂອງດິນນາ ໃຫ້ຮັບຮູ້ ແລະ ເຂົ້າໃຈຕໍ່ໂຄງການ ສົ່ງເສີມປູກພືດລະດູແລ້ງ ໃຫ້ເປັນ ສິນຄ້າສົ່ງອອກຕ່າງປະເທດ ທັງ ເປັນການປະກອບສ່ວນສ້າງວຽກ ເຮັດງານທໍາ, ສ້າງລາຍຮັບໃຫ້ແກ່ ພໍ່ແມ່ປະຊາຊົນ ແລະ ທັງໄດ້ຮັບ ຜົນປະໂຫຍດຈາກການເຊົ່າດິນນາ ຕື່ມອີກ. ສ່ວນໜ້າວຽກຂອງບໍລິສັດມາ ຮອດປັດຈຸບັນ ໄດ້ມີບາງບໍລິສັດ ພວມຂຸ້ນຂ້ຽວໃນການກະກຽມດິນ ແລະ ຄາດໄຖ, ບາງບໍລິສັດກໍເລີ່ມ ລົງມືປູກແລ້ວ ແລະ ຄາດວ່າການ ປູກພືດລະດູແລ້ງ ຂອງໂຄງການດັ່ງ ກ່າວຈະໃຫ້ສໍາເລັດໃນທ້າຍເດືອນ ກຸມພາ 2026 ນີ້. ຄົນ ຍິງ 3.515 ຄົນ, ມີຜູ້ບໍລິຈາກ ເລືອດ2.890ຖົງ ເທົ່າກັບ74,10% ຍິງ 1.114 ຖົງ (ນອກສູນ 669 ຖົງ ເທົ່າກັບ 17,66%, ໃນສູນ 2.221 ຖົງ ເທົ່າກັບ 246,77%, ຍັງ 1.010 ຖົງ ຈຶ່ງຈະບັນລຸຄາດໝາຍທີ່ວາງໄວ້. ໃນກອງປະຊຸມ, ບັນດາພາກ ສ່ວນທີ່ກ່ຽວຂ້ອງກໍໄດ້ມີການປະ ກອບຄໍາເຫັນໃສ່ບົດລາຍງານດັ່ງ ກ່າວ ແລະ ໄດ້ຍົກໃຫ້ເຫັນດ້ານ ສະດວກ, ຂໍ້ຫຍຸ້ງຍາກ, ບົດຮຽນ ທີ່ຖອດຖອນໄດ້ໃນການຈັດຕັ້ງ ປະຕິບັດວຽກງານໃນປີ 2025. ພ້ອມນັ້ນ, ກໍໄດ້ມີການຕອບບັນຫາ ຂໍ້ຊັກຖາມກ່ຽວກັບການບໍລິຈາກ ເລືອດ, ການຮັບບໍລິຈາກເລືອດ ແລະ ການປຸກລະດົມແຫລ່ງທຶນ, ການຈັດກິດຈະກໍາຮັບບໍລິຈາກ ເລືອດໃນວັນສໍາຄັນຂອງຊາດ ແລະ ການຮັບບໍລິຈາກເລືອດກັບພາກ ສ່ວນສະຖາບັນການສຶກສາ. ພ້ອມ ນີ້, ປະທານກອງປະຊຸມ ໄດ້ສະຫລຸບ ສັງລວມ ແລະ ໃຫ້ທິດຊີ້ນໍາຕໍ່ພາກ ສ່ວນທີ່ກ່ຽວຂ້ອງທີ່ເຂົ້າຮ່ວມເພື່ອນໍາ ເອົາເນື້ອໃນຈິດໃຈຂອງການກອງ ປະຊຸມຄັ້ງນີ້ ໄປຈັດຕັ້ງປະຕິບັດໃນປີ 2026 ໃຫ້ໄດ້ຕາມແຜນການ ແລະ ລະດັບຄາດໝາຍທີ່ວາງໄວ້. ຂ່າວ-ພາບ: ແດງສະຫວັດ ແສນພານິດ ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນປີ 2025 ແຂວງເຊກອງ ມີໄພພິບັດເກີດຂຶ້ນ ທັງໝົດ 20 ຄັ້ງ, ມີ 17 ບ້ານ 198 ຄອບຄົວ ແລະ ມີປະຊາຊົນ (ພົນລະເຮືອນ) ໄດ້ຮັບຜົນກະທົບ ທັງໝົດ 1.025 ຄົນ ຍິງ 507 ຄົນ ລວມມູນຄ່າເສຍຫາຍທັງໝົດ 5,51 ຕື້ກວ່າກີບ. ທ່ານ ບຸນທະວີນະຄອນສິດ ຮອງ ປະທານຄະນະກໍາມະການປົກຄອງ ແຂວງເຊກອງ ລາຍງານຕໍ່ກອງ ປະຊຸມຄະນະກໍາມະການປົກຄອງ ແຂວງເຊກອງ ປະຈໍາປີ 2025 ໃນ ວັນທີ 19 ທັນວາ 2025 ຜ່ານມາ ວ່າ: ໂດຍແຍກປະເພດໄພພິບັດ ຄື: ລົມພາຍຸພັດເກີດຂຶ້ນ 7 ຄັ້ງ, ມີ 7 ບ້ານ 140 ຄອບຄົວ, ມີປະຊາຊົນ (ພົນລະເຮືອນ) ໄດ້ຮັບຜົນກະທົບ ທັງໝົດ 693 ຄົນ ຍິງ 342 ຄົນ, ມູນ ຄ່າເສຍຫາຍ 805.840.000 ກີບ ແລະ ອັກຄີໄພ (ໄຟໄໝ້) ເກີດຂຶ້ນ 13 ຄັ້ງ, ມີ 10 ບ້ານ 58 ຄອບຄົວ, ມີປະຊາຊົນ (ພົນລະເຮືອນ) ໄດ້ ຮັບຜົນກະທົບທັງໝົດ 332 ຄົນ ຍິງ 165 ຄົນ, ມູນຄ່າເສຍຫາຍ 4.706.905.000 ກີບ. ຂ່າວ: ສັນຍາ 2026-2030 ຕາມຊັ້ນສາຍວິຊາ ທີ່ມີຄວາມຕ້ອງການຕົວຈິງ, ໃນ ການຮັບ ແລະ ບັນຈຸລັດຖະກອນໃໝ່ ໃນແຕ່ລະປີຈະຕ້ອງອີງໃສ່ບົດວິໄຈ ແຜນຄວາມຕ້ອງການ ການຂາດ ແຄນຄູຕົວຈິງໃນແຕ່ລະທ້ອງຖິ່ນ ຮາກຖານ ຕິດພັນກັບການແກ້ໄຂ ບັນຫາຄູສອນຫ້ອງຄວບໃຫ້ໄດ້ ແກ້ໄຂ. ໂອກາດດັ່ງກ່າວ, ທ່ານ ຮອງ ຫົວໜ້າພະແນກ ສຶກສາທິການ ແລະ ກິລາ ແຂວງອັດຕະປື ຍັງຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມຊ່ວຍກັນ ເປັນເຈົ້າການປຸກລະດົມລູກຫລານ ຂອງຕົນໄປຮຽນຄູໃຫ້ຫລາຍຂຶ້ນ ເນື່ອງຈາກຄູເປັນຜູ້ສ້າງຄົນ, ຄົນ ສ້າງຊາດ. ຂ່າວ: ວັດທະນາ
RkJQdWJsaXNoZXIy MTc3MTYxMQ==