23/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສນສ ສະຫລຸບວຽກງານ...ຸ ສໍາມະນາ...ໍ ສ້າງຄວາມຮັບຮູ້-ເຂົ້າໃຈ...້ັູ້ົ້ ໜ່ວຍພັກຂ່າວ...່ັ່ ຕ່າງໆເປັນຕົ້ນສ້າງກົດໝາຍວ່າ ດ້ວຍການຄຸ້ມຄອງໄພພິບັດ, ໃນ ການຜັນຂະຫຍາຍກົດໝາຍດັ່ງກ່າວ ລັດຖະບານໄດ້ເລັ່ງໃສ່ການສ້າງນິຕິ ກຳລຸ່ມກົດໝາຍ ໂດຍສະເພາະສ້າງ ແຜນຍຸດທະສາດຫລຸດຜ່ອນຄວາມ ສ່ຽງໄພພິບັດແຫ່ງຊາດ ໄລຍະ 10 ປີ (2021-2030), ດໍາລັດວ່າ ດ້ວຍກອງທຶນຄຸ້ມຄອງໄພພິບັດແນ ໃສ່ຫລຸດຜ່ອນຄວາມສ່ຽງໄພພິບັດ ໃຫ້ທົ່ວທຸກຂົງເຂດການພັດທະນາ, ຮັບປະກັນທາງດ້ານງົບປະມານທີ່ ຈະນຳໃຊ້ເຂົ້າໃນວຽກງານຄຸ້ມຄອງ ໄພພິບັດຢູ່ຂັ້ນສູນກາງ, ຂັ້ນແຂວງ, ຂັ້ນເມືອງ ແລະ ຂັ້ນບ້ານ. ນອກຈາກ ນີ້, ລັດຖະບານຍັງໄດ້ປັບປຸງໜ້າທີ່ ແລະ ຄວາມຮັບຜິດຊອບ ແລະ ສ້າງ ຄວາມອາດສາມາດໃຫ້ແກ່ຄະນະ ກຳມະການຄຸ້ມຄອງໄພພິບັດທັງໃນ ຂັ້ນສູນກາງ ແລະ ທ້ອງຖິ່ນ ດ້ວຍ ການຈັດສຳມະນາ, ຝຶກອົບຮົມ, ໂຄສະນາໃນທົ່ວສັງຄົມ, ຈັດການ ຝຶກຊ້ອມເຫດການຈຳລອງໃຫ້ເຂົ້າ ໃຈ ແລະ ຮູ້ວິທີໃນການຫລຸດຜ່ອນ ຄວາມສ່ຽງ ແລະ ຕອບໂຕ້ກັບເຫດ ການໄພພິບັດທີ່ອາດຈະເກີດຂຶ້ນ. ເຖິງຢ່າງໃດກໍຕາມ, ໃນປີ2018 ໄດ້ເກີດມີໄພນໍ້າຖ້ວມໃນຂອບເຂດທົ່ວ ປະເທດ ໂດຍສະເພາະແມ່ນເຫດການ ອຸບັດຕິເຫດສັນເຂື່ອນ D ຂອງເຂື່ອນ ເຊປຽນ-ເຊນໍ້ານ້ອຍແຕກ, ເກີດໄພ ນໍ້າຖ້ວມໃນປີ 2019 ຢູ່ພາກກາງ ແລະ ພາໃຕ້, ປີ 2022 ໄພນໍ້າຖ້ວມ ຢູ່ແຂວງພາກເໜືອ ແລະ ພາກກາງ ຈາກພາຍຸມູລານ (MULAN) ແລະ ພາຍຸມາອອນ (MAON), ປີ 2023 ຢູ່ບັນດາແຂວງພາກ ກາງ ແລະ ພາກໃຕ້, ປີ 2024 ໄພ ນໍ້າຖ້ວມສາເຫດຈາກລົມພາຍຸດີເປຣ ຊັນ (Depression), ພາຍຸໝູນ ເຂດຮ້ອນພະພິລຸນ (Prapiroon) ແລະ ພາຍຸໃຕ້ຝຸ່ນຢາກິ (YAGI). ພ້ອມກັນນີ້, ໃນປີ 2025 ໄພນໍ້າ ຖ້ວມເກີດຂຶ້ນທີ່ມີສາເຫດມາຈາກ ພາຍຸວຸທີບ (WUTIP), ພາຍຸວິ ພາ (Wipha) ແລະ ພາຍຸບົວ ລອຍ(BUALOI) ສົ່ງຜົນໃຫ້ ຫລາຍແຂວງໄດ້ຮັບຄວາມເສຍ ຫາຍທາງຊີວິດ, ຊັບສິນ, ທີ່ຢູ່ອາໄສ, ເສດຖະກິດ, ພື້ນຖານໂຄງລ່າງ ເປັນ ຈໍານວນມະຫາສານ, ແຕ່ລັດຖະ ບານກໍໄດ້ປະຕິບັດການຮັບມືຢ່າງ ມີປະສິດທິຜົນ, ການແກ້ໄຂຟື້ນຟູ ປົວແປງຄືນໃໝ່ຫລັງໄພພິບັດໃຫ້ ກັບຄືນສູ່ສະພາບປົກກະຕິແຕ່ກໍຍັງ ມີບາງສິ່ງທ້າທາຍ ໂດຍສະເພາະ ການສ້າງຄວາມອາດສາມາດໃຫ້ແກ່ ພະນັກງານທີ່ຮັບຜິດຊອບວຽກງານ ຄຸ້ມຄອງໄພພິບັດຍັງບໍ່ທັນພຽງພໍຕໍ່ກັບ ວຽກງານຕົວຈິງທັງໃນຂັ້ນສູນກາງ ແລະ ທ້ອງຖິ່ນ, ອີກທັງມີຄວາມ ຈຳກັດທາງດ້ານງົບປະມານທີ່ຈະນຳ ໃຊ້ເຂົ້າໃນການນຳໃຊ້ເຄື່ອງມືເຕັກ ໂນໂລຊີທີ່ທັນສະໄໝ, ພາຫະນະ-ອຸ ປະກອນ, ລວມທັງສົ່ງເສີມທາງດ້ານ ວິຊາການ ການປ້ອງກັນ, ຄວບຄຸມ ແລະ ຟື້ນຟູຫລັງໄພພິບັດ. ໃນຕໍ່ໜ້າລັດຖະບານຈະສຸມໃສ່ ການພັດທະນາກົນໄກການຄຸ້ມຄອງ ໄພພິບັດດ້ວຍການສ້າງຄວາມ ເຂັ້ມແຂງໃຫ້ແກ່ກົນໄກທີ່ມີຢູ່ ໂດຍ ແນໃສ່ຮາກຖານຂັ້ນບ້ານ, ເມືອງ ແລະ ແຂວງ. ວິທີດັ່ງກ່າວ, ຈະ ສ້າງຄວາມອາດສາມາດໃຫ້ແກ່ ພະນັກງານທີ່ຮັບຜິດຊອບສະເພາະ ວຽກງານຄຸ້ມຄອງໄພພິບັດ, ພັດ ທະນາລະບົບການແລກປ່ຽນຂໍ້ມູນ ຂ່າວສານ ໂດຍສະເພາະແມ່ນຂໍ້ມູນ ການເຕືອນໄພລ່ວງໜ້າ ເພື່ອຮັບປະ ກັບໃຫ້ປະຊາຊົນໄດ້ຮັບຂໍ້ມູນຕ່າງໆ ທີ່ກ່ຽວຂ້ອງ ແລະ ເຮັດແນວໃດ ໃຫ້ໄດ້ຮັບການຊ່ວຍເຫລືອຢ່າງທັນ ການລວມທັງການປົວແປງຟື້ນຟູ ຄືນໂດຍໄວ. ອີກປະການໜຶ່ງ, ລັດ ຖະບານຈະສືບຕໍ່ໃນການຈັດຕັ້ງປະ ລັບພາກສ່ວນເອກະຊົນ, ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເມື່ອບໍ່ດົນມານີ້ ທີ່ນະຄອນຫລວງ ວຽງຈັນ ໂດຍການເປັນປະທານ ຂອງທ່ານ ນາງ ມຸກດາວັນ ສີສຸລິດ ຫົວໜ້າກົມອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດ, ມີຜູ້ ຕາງໜ້າຈາກສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ, ບັນ ດາບໍລິສັດເອກະຊົນ, ອົງການຈັດ ຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເຂົ້າຮ່ວມ. ຈຸດປະສົງຂອງກອງປະຊຸມ ເພື່ອ ເຜີຍແຜ່, ແລກປ່ຽນຂໍ້ມູນ ແລະ ສ້າງ ຄວາມຮັບຮູ້ເຂົ້າໃຈພ້ອມທັງຮັບຟັງ ຄວາມຄິດເຫັນຂອງພາກເອກະຊົນ ກ່ຽວກັບຂະບວນການໃນການຫັນ ຈາກປະເທດດ້ອຍພັດທະນາໄປເປັນ ປະເທດກໍາລັງພັດທະນາໃໝ່ແລະລົງ ເລິກປຶກສາຫາລືກ່ຽວກັບການຈັດຕັ້ງ ປະຕິບັດແຜນຍຸດທະສາດການຂ້າມ ຜ່ານ ເພື່ອອອກຈາກສະຖານະພາບ ດ້ອຍພັດທະນາຂອງ ສປປ ລາວ (STS) ໃຫ້ພາກເອກະຊົນ, ອົງການ ຈັດຕັ້ງສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມ ເພື່ອເພີ່ມທະວີການຮ່ວມມືລະຫວ່າງ ພາກລັດ ແລະ ທົ່ວສັງຄົມ, ຮັບປະກັນ ການມີສ່ວນຮ່ວມຂອງທຸກພາກສ່ວນ ໃນການຈັດຕັ້ງແຜນຍຸດທະສາດດັ່ງ ກ່າວ. ພ້ອມນີ້, ໃນປະຊຸມຍັງໄດ້ສົນ ທະນາແລກປ່ຽນກ່ຽວກັບກາລະ ໂອກາດ ແລະ ສິ່ງທ້າທາຍຕ່າງໆ ພາຍຫລັງ ສປປ ລາວ ຈະເຂົ້າສູ່ ຂະບວນການອອກຈາກສະຖານະ ພາບດ້ອຍພັດທະນາໃນປີ 2026, ແນໃສ່ຮັບປະກັນໃຫ້ການຂ້າມຜ່ານ ຂອງ ສປປ ລາວ ມີຄວາມໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ ໂດຍ ສະເພາະໄລຍະຂ້າມຜ່ານເລີ່ມແຕ່ປີ 2026 ຫາ 2029. ໃນກອງປະຊຸມຄັ້ງນີ້, ບັນດາ ຜູ້ເຂົ້າຮ່ວມໄດ້ຮັບຟັງການນໍາສະ ເໜີກ່ຽວກັບແຜນຍຸດທະສາດການ ຂ້າມຜ່ານ ເພື່ອອອກຈາກສະຖານະ ພາບດ້ອຍພັດທະນາ ແລະ ຮ່າງບົດ ປະເມີນຄວາມພ້ອມ ເພື່ອອອກຈາກ ສະຖານະພາບດ້ອຍພັດທະນາຂອງ ໜ້າ ແລະ ຮອງຫົວໜ້າກົມ, ສູນ ແລະ ຫ້ອງການທີ່ກ່ຽວຂ້ອງພາຍໃນສະພາ ແຫ່ງຊາດ ເຂົ້າຮ່ວມ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມ ໄດ້ຮັບຟັງການຜ່ານຮ່າງບົດສະ ຫລຸບການເຄື່ອນໄຫວຈັດຕັ້ງປະຕິ ບັດວຽກງານຂອງ ສນສ ໃນໄລ ຍະ 5 ປີ (2021-2025) ແລະ ທິດທາງແຜນການປີ 2026, ບົດ ຮຽນ ແລະ ພຶດຕິກໍາຂອງກໍາມາ ທິການວຽກງານສະມາຊິກສະພາ ແຫ່ງຊາດ ກ່ຽວກັບການສ້າງຄວາມ ເຂັ້ມແຂງໃຫ້ແກ່ສະມາຊິກສະພາ ແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ, ການຄຸ້ມຄອງ ແລະ ນໍາໃຊ້ເຄືອຂ່າຍພາຍໃນສະພາ ແຫ່ງຊາດ, ການສະໜອງຂໍ້ມູນເຂົ້າ ຖານຂໍ້ມູນໃຫ້ແກ່ສະມາຊິກສະພາ ແຫ່ງຊາດ ໃນກອງປະຊຸມສະໄໝ ສາມັນແຕ່ລະຄັ້ງ, ການຄົ້ນຄວ້າ ແລະ ການສະໜອງຂໍ້ມູນຂ່າວສານ ຜ່ານລະບົບເອເລັກໂຕຣນິກ ໃນກອງ ປະຊຸມສະໄໝສາມັນແຕ່ລະຄັ້ງ ໃຫ້ແກ່ ສະມາຊິກສະພາແຫ່ງຊາດ. ພ້ອມນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກປ່ຽນ ບົດຮຽນ, ປະກອບຄໍາຄິດຄໍາເຫັນ ຢ່າງສ້າງສັນແລະ ກົງໄປກົງມາ ເພື່ອ ເຮັດໃຫ້ກອງປະຊຸມບັນລຸຜົນສຳເລັດ ຕາມແຜນການທີ່ວາງໄວ້. ໂອກາດນີ້, ທ່ານ ວິລະພັນ ສິລິທໍາ ໄດ້ກ່າວວ່າ: ກອງປະຊຸມ ຄັ້ງນີ້, ເປັນການສະຫລຸບຖອດ ຖອນບົດຮຽນ, ຕີລາຄາຄືນການ ເຄື່ອນໄຫວປະຕິບັດພາລະບົດບາດ ຂອງ ສນສ ໃນການເປັນເສນາ ທິການໃຫ້ແກ່ຄະນະປະຈໍາສະພາ ແຫ່ງຊາດ. ຂ່າວ: ສພຊ ຕິບັດວຽກງານຫລຸດຜ່ອນຄວາມ ສ່ຽງໄພພິບັດທີ່ໄດ້ກຳນົດຢູ່ໃນແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ປີ 20212025 ກໍເພື່ອຮັບປະກັນໃຫ້ແກ່ການ ຈັດຕັ້ງປະຕິບັດບັນດາສົນທິສັນຍາ, ສັນຍາ ແລະ ຂອບແຜນວຽກຕ່າງໆ ທັງຂອງອາຊຽນ ແລະ ພາກພື້ນ ສາກົນ ທີ່ລັດຖະບານໄດ້ໃຫ້ສັດຕະ ຍາບັນ ແລະ ໄດ້ລົງນາມໂດຍສະ ເພາະແມ່ນຂອບວຽກແຜນງານ ຫລຸດຜ່ອນຄວາມສ່ຽງໄພພິບັດສາ ກົນ (ເຊັນໄດ ເຟມເວີກ Sendai Framework) ແລະ ແຜນຈັດຕັ້ງ ປະຕິບັດສັນຍາອາຊຽນວ່າດ້ວຍການ ຄຸ້ມຄອງໄພພິບັດ ແລະ ການຕອບໂຕ້ ສຸກເສີນ. ຂ່າວ: ກິດຕາ; ພາບ: ເກດສະໜາ ປ່ອນບັດເລືອກເອົາຄະນະໜ່ວຍພັກ ຊຸດໃໝ່ ໂດຍມີຜູ້ລົງສະໝັກທັງໝົດ 5 ສະຫາຍ ຍິງ 2 ສະຫາຍ, ເລືອກ ເອົາ 3 ສະຫາຍ. ກອງປະຊຸມຄັ້ງປະ ຖົມມະລືກໄດ້ເຫັນດີເປັນເອກະພາບ ເລືອກເອົາສະຫາຍ ໄຊກີຢ່າງ ຫວາຝົງ ເປັນເລຂາໜ່ວຍພັກ, ສະຫາຍ ນາງ ລຳເງິນ ລາດສະອາດ ເປັນຮອງເລຂາ ແລະ ສະຫາຍ ຈຸ້ນ ແກ້ວອໍາພອນ ເປັນຄະນະທັງເປັນ ປະທານກວດກາ. ໂອກາດນີ້, ສະຫາຍ ນາງ ວິລະ ວອນ ພັນທະວົງ ໄດ້ມີຄໍາເຫັນ ໂດຍເນັ້ນໃຫ້ຄະນະພັກຊຸດໃໝ່ ກໍຄື ສະມາຊິກພັກ ໃຫ້ເອົາໃຈໃສ່ບາງ ດ້ານເປັນຕົ້ນເອົາໃຈໃສ່ຄົ້ນຄວ້າ ແນວທາງນະໂຍບາຍຂອງພັກ, ລະ ບຽບກົດໝາຍຂອງລັດ, ບັນດາ ມະຕິ, ຄໍາສັ່ງກ່ຽວກັບວຽກງານ ພັກ-ພະນັກງານໃຫ້ມີຄວາມຮັບຮູ້ ແລະ ເຂົ້າໃຈເລິກເຊິ່ງ ແລະ ເພີ່ມທະ ວີການນຳພາ-ຊີ້ນໍາວຽກງານວິຊາ ສະເພາະໃຫ້ໄປຕາມແຜນການ ແລະ ຄາດໝາຍທີ່ວາງໄວ້ ພ້ອມທັງຮີບ ຮ້ອນນໍາເອົາມະຕິກອງປະຊຸມໃຫຍ່ ຄັ້ງນີ້ ໄປຜັນຂະຫຍາຍເປັນແຜນ ພັດທະນາວຽກງານຂອງພັກ, ຜັນ ຂະຫຍາຍເປັນແຜນການ, ໂຄງການ ລະອຽດຂອງແຕ່ລະພະແນກ ເພື່ອ ຈັດຕັ້ງປະຕິບັດເກີດຜົນເປັນຈິງ, ຮັບປະກັນຫລັກການລວມສູນປະ ຊາທິປະໄຕ ເປັນເອກະພາບໃຫ້ເຂັ້ມ ງວດ ແລະ ເພື່ອພັດທະນາໜ່ວຍພັກ ຂ່າວ ທຊລ ໃຫ້ປະກົດຜົນເປັນຈິງ. ຂ່າວ: ສົມຫວັງ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂ່າວ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ, ປະທານກວດ ກາພັກ, ຮອງຫົວໜ້າຄະນະໂຄ ສະນາອົບຮົມສູນກາງພັກ(ຄອສພ), ສະຫາຍ ວັນລາຕີ ຄໍາວານວົງສາ ເລຂາຄະນະພັກຮາກຖານໂທລະພາບ ແຫ່ງຊາດລາວ, ຜູ້ອຳນວຍການ ໃຫຍ່ ທຊລ, ມີຄະນະໜ່ວຍພັກຂ່າວ, ບັນດາສະມາຊິກພັກສົມບູນ, ສໍາ ຮອງ, ບັນດາມະຫາຊົນກ້າວໜ້າ ແລະ ແຂກຖືກເຊີນເຂົ້າຮ່ວມ. ສະຫາຍ ນາງ ມາໄລວຽງ ວົງຈັນດີ ໄດ້ຜ່ານບົດລາຍງານການ ເມືອງຂອງໜ່ວຍພັກ (20212025) ແລະ ແຜນທິດທາງ ວຽກງານຈຸດສຸມໃນ 5 ປີຕໍ່ໜ້າ (2026-2030) ຕະຫລອດໄລຍະ 5 ປີ ທີ່ຜ່ານມາໜ່ວຍພັກຂ່າວໄດ້ ຖືເອົາແນວທາງ, ແຜນນະໂຍບາຍ ມະຕິ, ຄໍາສັ່ງຂອງພັກ-ລັດ ມະຕິ ຂອງຄະນະພັກຂັ້ນເທິງມາເປັນທິດ ທາງແຜນການອັນລະອຽດຂອງ ໜ່ວຍພັກ ພ້ອມທັງຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ໂດຍຖືເອົາ ການສຶກສາອົບຮົມສະມາຊິກພັກ ໃຫ້ ມີອຸດົມການທາງດ້ານການເມືອງໜັກ ແໜ້ນຍຶດໝັ້ນອຸດົມການສັງຄົມນິຍົມ, ມີທັດສະນະຫລັກໝັ້ນ, ຮູ້ຈໍາແນກມິດ ສັດຕູຢ່າງຈະແຈ້ງ, ຕ້ານກົນອຸບາຍ ຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ ຫວັງດີ, ຄະນະໜ່ວຍພັກໄດ້ຍຶດໝັ້ນ ແລະ ປະຕິບັດຕາມ 5 ຫລັກການ 3 ທິດນຳ ໃນການກໍ່ສ້າງປັບປຸງພັກ ໃຫ້ ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ດໍາເນີນຊິວິດການເມືອງຂອງໜ່ວຍ ພັກເປັນປົກກະຕິ, ເສີມຂະຫຍາຍ ໄດ້ລັກສະນະນໍາພາ, ລັກສະນະ ສຶກສາອົບຮົມ ແລະ ລັກສະນະຕໍ່ສູ້ ພາຍໃນພັກ. ພ້ອມນີ້, ຄະນະໜ່ວຍ ພັກ ໄດ້ສຶກສາອົບຮົມສະມາຊິພັກ ໃຫ້ມີສະຕິເຄົາລົບ ແລະ ຈັດຕັ້ງ ປະຕິບັດລະບຽບຂອງພັກ, ກົດໝາຍ ຂອງລັດ, ລະບຽບການຕ່າງຂອງ ສຳນັກງານອົງການຢ່າງເຂັ້ມງວດ, ການດຳເນີນຊີວິດການເມືອງຂອງ ໜ່ວຍພັກ; ຊຸກຍູ້ ແລະ ສົ່ງເສີມການ ຕຳນິສົ່ງຂ່າວກໍ່ສ້າງຊ່ວຍເຫລືອເຊິ່ງ ກັນ ແລະ ກັນ; ເປັນແບບຢ່າງທີ່ດີໃນ ການເຄື່ອນໄຫວທຸກໜ້າທີ່ການເມືອງ ບໍ່ໃຫ້ມີປະກົດການຫຍໍ້ທໍ້ຢູ່ພາຍໃນ ພັກ, ສະມາຊິກພັກຢູ່ພາຍໃນໜ່ວຍ ພັກ ລ້ວນແລ້ວແຕ່ເປັນກໍາລັງແຮງ ທີ່ສໍາຄັນໃນການເຄື່ອນໄຫວຮັບໃຊ້ ໜ້າທີ່ການເມືອງຂອງພັກ-ລັດ ແລະ ເສຍເງິນສະຕິພັກເປັນປົກກະຕິໃນ ແຕ່ລະເດືອນ ແລະ ສົ່ງເງິນສະຕິ ພັກໃຫ້ຄະນະຂັ້ນເທິງເປັນປະຈຳ ພ້ອມທັງນຳພາປັບປຸງກໍ່ສ້າງພັກ, ການຂະຫຍາຍມະຫາຊົນເຂົ້າພັກ ໂດຍຖືເອົາຄຸນນະພາບເປັນກົກ, ໃຫ້ ຖືກຕ້ອງຕາມມາດຖານ, ເງື່ອນໄຂ, ບາດກ້າວ ແລະ ຂັ້ນຕອນທຸກປະການ ທີ່ໄດ້ກຳນົດໄວ້ໃນກົດລະບຽບຂອງ ພັກຢ່າງເຂັ້ມງວດ. ໃນກອງປະຊຸມຄັ້ງນີ້, ບັນດາ ສະມາຊິກພັກສົມບູນຍັງໄດ້ພ້ອມກັນ ສປປລາວພ້ອມທັງໄດ້ປະກອບສ່ວນ ລົງເລິກສົນທະນາ ໃນຫົວຂໍ້“ບົດບາດ ຂອງພາກເອກະຊົນ, ອົງການຈັດຕັ້ງ ສາກົນທີ່ບໍ່ສັງກັດລັດຖະບານ ແລະ ອົງການຈັດຕັ້ງທາງສັງຄົມໃນການ ຈັດຕັ້ງປະຕິບັດແຜນຍຸດທະສາດ ເພື່ອ ອອກຈາກສະຖານະພາບດ້ອຍພັດ ທະນາ” ແລະ ພ້ອມກັນປຶກສາຫາລື ປະກອບຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະກາລະໂອກາດ, ສິ່ງທ້າ ທາຍ, ມາດຕະການຮອງຮັບ ແລະ ທິດທາງໃນຕໍ່ໜ້າພາຍຫລັງທີ່ ສປປ ລາວ ຈະເລີ່ມເຂົ້າສູ່ຂະບວນການ ອອກຈາກສະຖານະພາບດ້ອຍພັດ ທະນາ. ໃນໂອກາດດັ່ງກ່າວ, ທ່ານ ນາງ ມຸກດາວັນ ສີສຸລິດ ໄດ້ມີບາງຄໍາ ເຫັນສໍາຄັນສະ ເໜີຕໍ່ພາກສ່ວນ ກ່ຽວຂ້ອງເປັນຕົ້ນການອອກຈາກ ສະຖານະພາບດ້ອຍພັດທະນາແມ່ນ ສາກົນ ກໍຄື ອົງການ ສປຊ ເປັນຜູ້ ປະເມີນ ແລະ ວາງມາດຖານເງື່ອນ ໄຂເອົາໄວ້ ຊຶ່ງ ສປປ ລາວ ສາມາດ ຜ່ານ 3 ມາດຖານເງື່ອນໄຂທີ່ ສປຊ ວາງອອກ. ສະນັ້ນ, ຈຶ່ງຖືກສະເໜີ ໃຫ້ອອກຈາກສະຖານະພາບດ້ອຍ ພັດທະນາໃນທ້າຍປີ 2026 ແລະ ທຸກປະເທດທີ່ຖືກສະເໜີໃຫ້ອອກຈະມີ ໄລຍະຂ້າມຜ່ານ 3 ປີ. ສໍາລັບ ສປປ ລາວ ແມ່ນນັບແຕ່ປີ 2026-2029, ໝາຍຄວາມວ່າ ສປປ ລາວ ເຮົາຈະ ເຂົ້າສູ່ຂະບວນການ ການຂ້າມຜ່ານ ຢ່າງເປັນທາງການໃນປີ2026 ແລະ ຈະຕ້ອງປະຕິບັດຕາມເງື່ອນໄຂ ແລະ ຂໍ້ກຳນົດຂອງສາກົນຄືກັນກັບປະເທດ ກຳລັງພັດທະນາອື່ນໆໃນປີ 2030. ພາຍຫລັງປີ 2026, ຈະເປັນ ຈຸດເລີ່ມຕົ້ນຂອງ ສປປ ລາວ ທີ່ຈະ ກ້າວອອກຈາກສະຖານະພາບດ້ອຍ ພັດທະນາໄປເປັນປະເທດກໍາລັງ ພັດທະນາໃໝ່ ກໍຄື ຈາກປະເທດທີ່ມີ ລາຍຮັບຈາກຕໍ່າຫາກາງຕໍ່າ (Low income to Lower-middle Income) ໄປເປັນປະເທດທີ່ມີລາຍ ຮັບປານກາງ ຫາກາງສູງ (Middle Upper-middle Income) ແລະ ກ້າວໄປສູ່ຄາດໝາຍອັນສູງສຸດ ກໍຄື ໃຫ້ກາຍເປັນປະເທດທີ່ມີລາຍຮັບສູງ (High Income) ຕາມລໍາດັບ ແລະ ເປັນກ້າວໆໄປ. ທ່າອ່ຽງທຶນການຊ່ວຍເຫລືອ ລ້າ (ODA) ໃນທົ່ວໂລກໂດຍ ລວມແມ່ນມີລັກສະນະຫລຸດລົງ ໄປເລື້ອຍໆບໍ່ໄດ້ສະເພາະເຈາະຈົງ ໃສ່ ສປປ ລາວ. ສະນັັ້ນ, ຮູບແບບ ການຊ່ວຍເຫລືອ ແມ່ນຈະຫັນປ່ຽນ ຈາກການໃຫ້ ODA ມາເປັນການ ຊ່ວຍເຫລືອແບບສົມທົບ, ການ ຊ່ວຍເຫລືອທາງດ້ານການລະດົມ ທຶນ ແລະ ການກູ້ຢືມແບບດອກເບ້ຍ ຕໍ່າແທນ. ອັນນີ້, ແມ່ນຄວາມເປັນ ຈິງພາວະວິໄສ ຊຶ່ງເຮົາບໍ່ສາມາດ ຄວບຄຸມໄດ້ແຕ່ຕ້ອງໄດ້ມີມາດຕະ ການເພື່ອຮັບມື. ສະນັ້ນ, ທຸກຂະ ແໜງການຕ້ອງມີຄວາມຮູ້ ແລະ ຄວາມເຂົ້າໃຈທີ່ເລິກເຊິ່ງກ່ຽວກັບ ວຽກງານການກະກຽມອອກຈາກ ສະຖານະພາບດ້ອຍພັດທະນາ ໂດຍ ສະເພາະແຜນຍຸດທະສາດການຂ້າມ ຜ່ານ ເພື່ອອອກຈາກສະຖານະພາບ ດ້ອຍພັດທະນາຂອງ ສປປ ລາວ (STS) ແລະ ຍັງຈະຕ້ອງເປັນ ເຈົ້າການໃນການວາງແຜນງານ ອັນສະເພາະແຕ່ລະຂະແໜງການ ໃຫ້ມີຄວາມສອດຄ່ອງ ແລະ ເຊື່ອມ ສານກັບນະໂຍບາຍລວມຂອງແຜນ ດັ່ງກ່າວ. ຕໍ່ກັບບາງຄໍາເຫັນທີ່ວ່າ “ເມື່ອ ສປປ ລາວ ເຮົາອອກຈາກສະຖາ ນະພາບດ້ອຍພັດທະນາແລ້ວ, ປະ ເທດອື່ນໆຈະບໍ່ໃຫ້ຄວາມເຫັນໃຈຕໍ່ ພວກເຮົາແລ້ວໃນດ້ານການຊ່ວຍ ເຫລືອຕ່າງໆ”, ແຕ່ເມື່ອເບິ່ງໃນທາງ ກົງກັນຂ້າມ, ຖ້າພວກເຮົາຢາກດຶງດູດ ການລົງທຶນ ແລະ ການເຂົ້າເຖິງ ແຫລ່ງທຶນໃຫ້ຫລາຍຂຶ້ນ, ພວກເຮົາ ຈະຕ້ອງສ້າງຄວາມເຊື່ອໝັ້ນໃຫ້ແກ່ ນັກລົງທຶນ ແລະ ຜູ້ທີ່ຈະໃຫ້ທຶນເຮົາ ໃນການພັດທະນາປະເທດ. ຢາກ ເຮັດໄດ້ແນວນັ້ນ, ສາກົນກໍຕ້ອງມີ ຄວາມໝັ້ນໃຈໃນສະຖຽນລະພາບ ທາງດ້ານການເມືອງ-ຄວາມໝັ້ນຄົງ, ສະຖຽນລະພາບດ້ານເສດຖະກິດສັງຄົມ, ການນໍາໃຊ້ກົດໝາຍຢ່າງ ເຄັ່ງຄັດ ແລະ ພື້ນຖານໂຄງລ່າງທີ່ໄດ້ ຮັບການພັດທະນາໃນລະດັບໃດໜຶ່ງ ແລະ ການອອກຈາກສະຖານະພາບ ດ້ອຍພັດທະນາໄປເປັນປະເທດທີ່ກໍາ ລັງພັດທະນາໃໝ່ຈະສ້າງພາບພົດອັນ ໃໝ່ໃຫ້ ສປປ ລາວ ທີ່ຈະຊ່ວຍດຶງດູດ ການລົງທຶນທີ່ມີຄຸນນະພາບຫລາຍ ຂຶ້ນພ້ອມດຽວກັນກໍຈະເປັນສິ່ງທີ່ຊ່ວຍ ຊຸກຍູ້ໃຫ້ສາມາດເຂົ້າເຖິງແຫລ່ງທຶນ ອື່ນໆຕື່ມອີກ. ສຸດທ້າຍ, ການທີ່ ສປປ ລາວ ສາມາດຜ່ານເກນການປະເມີນ ເພື່ອ ຫລຸດພົ້ນອອກຈາກສະຖານະພາບ ປະເທດດ້ອຍພັດທະນາ ແລະ ຈະ ປະກາດເຂົ້າສູ່ຂະບວນການໃນ ທ້າຍປີ 2026 ບໍ່ໄດ້ໝາຍຄວາມວ່າ ພາລະກິດໃນການລຶບລ້າງຄວາມ ທຸກຍາກຈະສິ້ນສຸດລົງ ແລະ ກໍບໍ່ໄດ້ ໝາຍຄວາມວ່າທຸກຄົນໃນຊາດ ຈະ ຮັ່ງມີຂຶ້ນໃນທັນທີທັນໃດ, ແຕ່ການ ປະກາດອອກຈາກສະຖານະພາບ ດັ່ງກ່າວ ແມ່ນບາດກ້າວທຳອິດໃນ ການເຂົ້າສູ່ຂະບວນການຫັນປ່ຽນ ຈາກປະເທດທີ່ມີລາຍຮັບຕໍ່າ ຫລື ປານກາງ ຫາ ຕໍ່າ ໄປເປັນປະເທດ ທີ່ມີລາຍຮັບປານກາງຫາສູງ ຊຶ່ງ ບາດກ້າວທີ່ສໍາຄັນໃນການຫັນປ່ຽນ ສະພາບປະເທດ ແລະ ຫັນປ່ຽນແນວ ຄິດດັ່ງເດີມໃຫ້ຫລີກໜີອອກຈາກ ການເອື່ອຍອີງມາກຸ້ມຕົນເອງຫລາຍ ຂຶ້ນຕາມທິດການສ້າງເສດຖະກິດ ເອກະລາດເປັນເຈົ້າຕົນເອງ (ສອຈ) ແລະ ກໍຍັງເປັນການສ່ອງແສງໃຫ້ ເຫັນເຖິງຜົນສໍາເລັດ ແລະ ຂີດໝາຍທີ່ ສໍາຄັນຍິ່ງໃນຂະບວນການພັດທະນາ ເສດຖະກິດ-ສັງຄົມຂອງປະເທດເຮົາ ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ ແລະ ລັດຖະບານ ແຫ່ງ ສປປ ລາວ. ກອງປະຊຸມໄດ້ເ ຫັນດີເ ປັນ ເອກະພາບຕໍ່ແນວທາງຂອງແຜນ ຍຸດທະສາດການຂ້າມຜ່ານ ເພື່ອ ອອກຈາກສະຖານະພາບດ້ອຍພັດ ທະນາຂອງ ສປປ ລາວ (STS) ແລະ ເຫັນດີໃຫ້ມີການລົງເລິກຈັດ ກອງປະຊຸມໃນລັກສະນະດັ່ງກ່າວຕື່ມ ອີກ ເພື່ອລະດົມຄວາມຄິດພາຍຫລັງ ບົດລາຍງານການກະກຽມຄວາມ ພ້ອມສຳເລັດໃນຕົ້ນປີ 2026. ສປປ ລາວ ຖືກກໍານົດ ຫລື ຖືກສະເໜີ ຈາກອົງການ ສປຊ ໃຫ້ອອກຈາກ ສະຖານະພາບດ້ອຍພັດທະນາໃນ ທ້າຍປີ 2026 ແລະ ມີໄລຍະຂ້າມ ຜ່ານ 3 ປີ, ນັບແຕ່ທ້າຍປີ 2026 ຫາ 2029, ໂດຍອີງໃສ່ການຜ່ານ ເກນປະເມີນຂອງອົງການ ສປຊ ຈໍາ ນວນ 3 ຄັ້ງຄື: ຄັ້ງທີ 1 ໃນປີ 2018 (ຜ່ານສອງໃນສາມເງື່ອນໄຂ), ຄັ້ງທີ 2 ປີ 2021 ແລະ ຄັ້ງທີ 3 ປີ 2024 ຊຶ່ງສາມາດບັນລຸໄດ້ທັງ 3 ເງື່ອນໄຂ ຄື: ລາຍຮັບແຫ່ງຊາດສະເລ່ຍຕໍ່ຫົວ ຄົນ (GNI) ແມ່ນ 2.503 ໂດລາ ສະຫະລັດ, ດັດສະນີຊັບພະຍາກອນ ມະນຸດ (HAI) ແມ່ນ 74,8 ແລະ ດັດສະນີຄວາມບອບບາງທາງດ້ານ ເສດຖະກິດ ແລະ ສິ່ງແວດລ້ອມ (EVI) ແມ່ນ 29,8. ລັດຖະບານ ສປປ ລາວ ໄດ້ ສໍາເລັດການສ້າງແຜນຍຸດທະສາດ ການຂ້າມຜ່ານຂອງ ສປປ ລາວ ເພື່ອອອກຈາກສະຖານະພາບດ້ອຍ ພັດທະນາ (STS) ໃນປີ 2023 ຊຶ່ງມີເປົ້າໝາຍເພື່ອກຽມຄວາມ ພ້ອມທີ່ດີໃຫ້ ສປປ ລາວ ອອກ ຈາກສະຖານະພາບດ້ອຍພັດທະນາ ໄດ້ຢ່າງໂລ່ງລ່ຽນ, ມີຄຸນນະພາບ ແລະ ຍືນຍົງ. ການຫລຸດພົ້ນອອກ ຈາກສະຖານະພາບປະເທດດ້ອຍ ພັດທະນາແມ່ນຄາດໝາຍສູ້ຊົນໄລ ຍະຍາວຂອງພັກ ແລະ ລັດຖະບານ ສປປ ລາວ. ໄລຍະຜ່ານມາ, ໂດຍສະເພາະ ໃນປີ 2025, ກະຊວງການຕ່າງ ປະເທດ ໄດ້ເອົາໃຈໃສ່ສືບຕໍ່ເຜີຍແຜ່ ວຽກງານການກະກຽມອອກຈາກ ສະຖານະພາບດ້ອຍພັດທະນາໃຫ້ ທົ່ວສັງຄົມເປັນຕົ້ນໄດ້ຈັດກອງປະຊຸມ ເຜີຍແຜ່ໃຫ້ແກ່ພະນັກງານຂອງລັດ ໃນລະດັບທ້ອງຖິ່ນຂອງບັນດາແຂວງ ພາກໃຕ້ ທີ່ແຂວງຈໍາປາສັກ ແລະ ໃຫ້ແກ່ບັນດາແຂວງພາກເໜືອ ແລະ ພາກກາງທີ່ນະຄອນຫລວງວຽງຈັນ, ພ້ອມທັງໄດ້ເຜີຍແຜ່ບົດຄວາມ, ບົດ ຂ່າວຕ່າງໆ ແລະ ອື່ນໆທີ່ກ່ຽວຂ້ອງ. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ພົບສົບຜູ້ສູນຫາຍ 1 ຄົນ...ົົູູ້ົ ຂປລ. ແຫລ່ງຂ່າວຈາກແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ໃນຕອນເຊົ້າ ຂອງວັນທີ 22 ທັນວາ 2025 ໄດ້ມີ ປະຊາຊົນພົບສົບເພດຍິງ ຟູຢູ່ກາງ ນ້ຳບໍລິເວນເໜືອບ້ານຊ່າງໄຫ ຊຶ່ງ ແມ່ນຜູ້ທີ່ສູນຫາຍໃນເຫດການເຮືອ ຕຳໂງ່ນຫີນບໍລິເວນຖ້ຳຕິ່ງ ຢູ່ແກ້ງ ເຫລືອກ ເມືອງປາກອູ ແຂວງຫລວງ ພະບາງ ໃນຄັ້ງວັນທີ 18 ທັນວາ 2025 ຜ່ານມາ ຊຶ່ງຫ່າງຈາກຈຸດ ເກີດເຫດປະມານ 2-3 ກິໂລແມັດ. ປັດຈຸບັນ, ທີມງານອາສາສະໝັກກູ້ ໄພອົງການກາແດງແຂວງຫລວງ ພະບາງ ໄດ້ນຳສົບຂຶ້ນມາແລ້ວ. ສ່ວນອີກສອງຄົນແມ່ນຍັງບໍ່ພົບ (ທັງສອງເປັນລູກສາວຂອງຜູ້ເສຍ ຊີວິດ). ປັດຈຸບັນເຈົ້າຂອງເຮືອ ແລະ ສະມາຄົມເຮືອເມືອງປາກອູ ໄດ້ເຝົ້າ ລະວັງ ແລະ ຊອກຄົ້ນຫາຢູ່. ສະນັ້ນ, ຈຶ່ງຂໍຄວາມຮ່ວມມືນຳພໍ່ແມ່ປະຊາຊົນ ທີ່ຢູ່ລຽບແຄມຂອງທັງສອງຝັ່ງຖ້າພົບ ເຫັນເບາະແສທີ່ສົງໄສກະລຸນາແຈ້ງ ມາຍັງທີມງານເຮົາໄດ້ທີ່ເບີໂທ 071 1625 ຕະຫລອດ 24 ຊົ່ວໂມງ. ໃນວັນທີ19 ທັນວາ 2025 ຜ່ານ ມາ, ພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງຫລວງພະ ບາງ ໄດ້ລາຍງານກ່ຽວກັບອຸບັດເຫດ ເຮືອຈົມຢູ່ແມ່ນໍ້າຂອງແກ້ງເຫລືອກ ເຂດເມືອງປາກອູ ແຂວງຫລວງພະ ບາງວ່າ: ໃນເວລາ 9:30 ໂມງຂອງ ວັນທີ 18 ທັນວາ 2025 ໄດ້ມີເຮືອ ໂດຍສານສາຍຕ່າງແຂວງ ໝາຍ ເລກທະບຽນ ອຊ 0120 ອອກຊື່ ທ້າວ ເຄນ ຢູ່ບ້ານແກ້ງຮາງໃຫຍ່ ເມືອງຈອມເພັດ ແຂວງຫລວງພະ ບາງ ຮັບແຂກຈາກເມືອງປາກແບງ ແຂວງອຸດົມໄຊ ເດີນທາງມາສົ່ງຜູ້ ໂດຍສານຢູ່ທ່າເຮືອບ້ານດອນໃໝ່ ນະຄອນຫລວງພະບາງ ແຂວງ ຫລວງພະບາງ. ມາຮອດເວລາປະ ມານ 15:45 ໂມງ ຂອງມື້ດຽວກັນ, ເຮືອລໍາດັ່ງກ່າວໄດ້ລ່ອງລົງມາຮອດ ແກ້ງເຫລືອກ (ເຂດກ້ອງຖໍ້າຕິ່ງ) ເມືອງປາກອູ, ແຕ່ຫລັກໝາຍການ ເດີນເຮືອຢູ່ຈຸດດັ່ງກ່າວ ແມ່ນໄດ້ຖືກ ເຮືອລຳອື່ນຕຳລົ້ມໄປກ່ອນໜ້ານັ້ນ ແລ້ວຈຶ່ງເຮັດໃຫ້ນາຍທ້າຍເຮືອເບິ່ງບໍ່ ເຫັນ ແລະ ບໍ່ສາມາດກະໄລຍະທາງ ເດີນເຮືອໄດ້ເຮັດໃຫ້ເຮືອເຂົ້າໃກ້ຝັ່ງ ເກີນໄປແລ້ວໄປຕຳໃສ່ກ້ອນຫີນທີ່ຢູ່ ພື້ນນໍ້າ. ຫລັງຈາກນັ້ນ ປະມານ 2030ນາທີຕໍ່ມາ ເຮືອຈຶ່ງໄດ້ຈົມລົງຢູ່ຈຸດ ດັ່ງກ່າວ. ຫລັງຈາກໄດ້ຮັບແຈ້ງເຫດ, ພະແນກ ຍທຂ ໄດ້ຊີ້ນໍາຂະແໜງ ວິຊາການສົມທົບກັບສະມາຄົມເຮືອ ຫລວງພະບາງ ແລະ ຫ້ອງຫານ ຍທຂ ເມືອງປາກອູ ລົງສະຖານທີ່ ຕົວຈິງ ເພື່ອຊ່ວຍເຫລືອທັນທີ ໂດຍ ໄດ້ນໍາໃຊ້ເຮືອຈຳນວນ 2 ລຳ ເພື່ອ ຊ່ວຍເອົາຜູ້ໂດຍສານຄົນລາວ, ຄົນ ຕ່າງປະເທດ ແລະ ເຄື່ອງຈຳນວນ ໜຶ່ງມາຂຶ້ນຢູ່ທ່າເຮືອບ້ານດອນໃໝ່ ພ້ອມທັງຈັດສັນ ລົດເມ 15 ບ່ອນນັ່ງ (ລົດເມຂຽວ) ຂອງບໍລິສັດໂຊກ ປະເສີດ 6 ຄັນ ໄປສົ່ງຢູ່ຈຸດສູນກາງ ຕະຫລາດກາງຄືນ, ນະຄອນຫລວງ ພະບາງ ແລະ ສົ່ງຄົນຕ່າງຊາດ(ເພດ ຊາຍ) ຈຳນວນ 1 ຄົນ ໄປສະຖານີ ຕຳຫລວດ ເພື່ອໄປແຈ້ງເສຍຫາຍ ໃຫ້ເຈົ້າໜ້າທີ່ຕຳຫລວດກວດກາຄົນ ເຂົ້າ-ອອກເມືອງ. ຜ່ານການສັງລວມກວດກາ ລາຍຊື່ຜູ້ໂດຍສານທັງໝົດສາມາດ ສັງລວມໄດ້ຄື: ຈຳນວນຜູ້ໂດຍສານ ຕົ້ນທາງທີ່ຂຶ້ນຢູ່ທ່າເຮືອປາກແບງ ແຂວງອຸດົມໄຊ ມີທັງໝົດ 125 ຄົນ ໃນນັ້ນ, ມີຜູ້ໂດຍສານທີ່ເປັນຄົນຕ່າງ ປະເທດ 118 ຄົນ, ຄົນລາວ 7 ຄົນ (ຜູ້ໂດຍສານ 3 ຄົນ, ລູກເຮືອ 3 ຄົນ ແລະ ນາຍທ້າຍເຮືອ 1 ຄົນ); ຜູ້ໂດຍສານທີ່ຂຶ້ນຢູ່ຕາມບັນດາບ້ານ ຂອງສາຍທາງມີທັງໝົດ 22 ຄົນ (ຄົນລາວທັງໝົດ)ລວມຜູ້ໂດຍສານ ທີ່ຢູ່ເທິງເຮືອ (ລວມທັງລູກເຮືອ ແລະ ນາຍທ້າຍເຮືອ) ມີທັງໝົດ 147 ຄົນ. ຜ່ານການກວດກາລາຍຊື່ຂອງຜູ້ ໂດຍສານຕົວຈິງກ່ອນຈະຂຶ້ນລົດເມ ຂຽວ ເພື່ອໄປສົ່ງຢູ່ຈຸດສູນກາງຕະ ຫລາດກາງຄືນ ນະຄອນຫລວງພະ ບາງ, ສັງລວມໄດ້ດັ່ງນີ້: ຜູ້ໂດຍສານ ຕ່າງປະເທດ 118 ຄົນ, ຜູ້ໂດຍສານ ຄົນລາວ 19 ຄົນ, ນາຍທ້າຍເຮືອ 1 ຄົນ ແລະ ລູກເຮືອ 3 ຄົນ; ບໍ່ພົບເຫັນ 3 ຄົນ (3 ແມ່ລູກ): ຜູ້ເປັນແມ່ຊື່ ນາງ ປານີເຮີ່ ຢູ່ບ້ານຄົກແອກ ເມືອງ ຫົງສາ ແຂວງໄຊຍະບູລີ ແລະ ລູກ ນ້ອຍ 2 ຄົນ. ສໍາລັບຜົນເສຍຫາຍຂອງອຸ ບັດເຫດຄັ້ງນີ້ ມີ: ເຮືອລໍາດັ່ງກ່າວ ແມ່ນຫັກເຄິ່ງ ແລະ ຈົມລົງນໍ້າຂອງ (ເສຍຫາຍໝົດລໍາ); ລົດຈັກ 1 ຄັນ ຈົມໄຫລນໍ້າ (ກໍາລັງຊອກຄົ້ນ); ກະເປົາເດີນທາງ, ໜັງສືເດີນ ທາງ, ຄອມພິວເຕີ ແລະ ໂທລະສັບຂອງ ຜູ້ໂດຍສານຈໍານວນໜຶ່ງຈົມລົງນໍ້າ (ກໍາລັງຊອກຄົ້ນ). ສ່ວນການກວດກາຂໍ້ມູນດ້ານ ຄວາມປອດໄພ, ພະແນກ ຍທຂ ແຂວງຫລວງພະບາງ ໄດ້ປະສານ ສົມທົບກັບພະແນກ ຍທຂ ແຂວງ ອຸດົມໄຊ ເພື່ອໃຫ້ຂະແໜງວິຊາການ ລາຍງານຂໍ້ມູນລະອຽດກ່ຽວກັບ ເຮືອ, ເນື່ອງຈາກວ່າຕົ້ນທາງການ ປ່ອຍເຮືອ, ຂໍ້ມູນທາງດ້ານເຕັກນິກ ເຮືອແມ່ນທາງສະມາຄົມເຮືອແຂວງ ອຸດົມໄຊ ແລະ ພະແນກ ຍທຂ ແຂວງ ອຸດົມໄຊ ເປັນຜູ້ຄຸ້ມຄອງ, ຖ້າໄດ້ຂໍ້ມູນ ລະອຽດຈະໄດ້ລາຍງານເພີ່ມເພື່ອຮັບ ຊາບຕື່ມ.
RkJQdWJsaXNoZXIy MTc3MTYxMQ==