7180

23/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ບົດສະເໜີົີ ໂດຍ: ນ. ຊຸ່ນ ເຈ່ຍລີ້ ຜູ້ຊ່ວຍນັກຄົ້ນຄວ້າຸ່່ີູ້້່ັົ້້ ສູນຄົ້ນຄວ້າລາວ ສະຖາບັນູ ນົ້ ນ້ າັ ນ ວິທະຍາສາດສັງຄົມ ແຂວງຢຸນນານິັົຸ zt]y fdtly dec[[xtlq ,xtlkolh k']kpIa [ 150 ]h kodu [8+ xu ໂດຍ: ລູກສາວຫລ້າູ ກ້ າ dko]q 'g]y dIj ;,,n ]ts;j k'g,n v',y f8trk[ 15 ooko{]k; 0Po|h kxts;a flkf.\j rkp.8h 76j Ij ;,-k8kde ຂປລ. ປະເທດຈີນ ແລະ ປະເທດ ລາວ ມີສາຍພູ ແລະ ສາຍນ້ຳຕິດ ຈອດກັນ, ເປັນປະເທດເພື່ອນບ້ານທີ່ ເປັນມິດສັງຄົມນິຍົມ ທີ່ມີອະນາຄົດ ຜູກພັນກັນ ແລະ ເປັນຄູ່ຮ່ວມຊາ ຕາກຳ. ນັບຕັ້ງແຕ່ປີ 1961 ສປ ຈີນ ແລະ ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນທາງການທູດນຳກັນ, ພາຍໃຕ້ການນຳພາທາງຍຸດທະ ສາດ ຂອງຜູ້ນຳສູງສຸດຂອງສອງ ພັກ-ສອງລັດ, ສອງຝ່າຍໄດ້ສ້າງ ສາຍພົວພັນ 4 ດີ ຄື: “ເປັນເພື່ອນ ບ້ານໃກ້ຄຽງທີ່ດີ, ເພື່ອນມິດທີ່ດີ, ສະຫາຍທີ່ດີ ແລະ ຄູ່ຮ່ວມມືທີ່ດີ”. ຢຸນນານ ໃນນາມເປັນເມືອງແຖວ ໜ້າ ໃນການເປີດປະຕູສູ່ພາຍນອກ ຂອງຈີນ ຕໍ່ອາຊີໃຕ້ ແລະ ອາຊີຕາ ເວັນອອກສຽງໃຕ້, ມີພູມສັນຖານ ໃກ້ຄຽງກັນ ແລະ ປະຊາຊົນມີ ຄວາມໃກ້ຊິດສະໜິດສະໜົມ , ຫລາຍປີມານີ້ ສອງຝ່າຍ ຢຸນນານລາວ ໄດ້ສ້າງສາຍພົວພັນເມືອງມິດ ຕະພາບຫລາຍຄູ່, ກາຍເປັນເສົາຄ້ຳ ທີ່ສຳຄັນໃນການສ້າງຄູ່ຮ່ວມຊາ ຕາກຳ ຈີນ-ລາວ ລາວ-ຈີນ. ປັດຈຸ ບັນ, ພາຍໃຕ້ການຊີ້ນຳຂອງ “ແຜນ ປະຕິບັດງານ ວ່າດ້ວຍການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ຂອງ ພັກກອມມູນິດຈີນ ແລະ ພັກປະຊາ ຊົນປະຕິວັດລາວ (ປີ 20242028)”, ເຮັດໃຫ້ການຮ່ວມມື ເມືອງມິດຕະພາບ ຢຸນນານ ສປ ຈີນ- ສປປ ລາວ ເລິກເຊິ່ງ ແລະ ໜັກແໜ້ນຂຶ້ນ, ບໍ່ພຽງແຕ່ແມ່ນ ຄວາມຮຽກຮ້ອງຕ້ອງການທີ່ຈຳ ເປັນ ໃນການສ້າງພື້ນຖານຄວາມ ມຸ່ງມາດປາດຖະໜາຂອງປະຊາ ຊົນ ໃນການພົວພັນມິດຕະພາບຈີນ- ລາວ ໃຫ້ແໜ້ນແກ່ນເທົ່ານັ້ນ, ແຕ່ຍັງ ແມ່ນເສັ້ນທາງແຫ່ງການປະຕິບັດ ຕົວຈິງ ທີ່ສຳຄັນໃນການສ້າງຄູ່ ຮ່ວມຊາຕາກຳ ຈີນ-ລາວ ອີກດ້ວຍ. ຢຸນນານ ຕັ້ງຢູ່ຊາຍແດນພາກ ຕາເວັນຕົກສຽງໃຕ້ຂອງຈີນ, ມີ ປະຫວັດການພົວພັນໄປມາຫາສູ່ ກັບປະຊາຊົນບັນດາປະເທດອາຊີ ຕາເວັນອອກສຽງໃຕ້ມາຍາວນານ. ເສັ້ນທາງສາຍໄໝພາກໃຕ້ທີ່ເລີ່ມ ບຸກເບີກໃນສະໄໝລາຊະວົງສິນ ແລະ ຮັ້ນ, ໄດ້ກາຍເປັນຊ່ອງທາງ ທີ່ສຳຄັນ ໃນການເຊື່ອມໂຍງເຊື່ອມຈອດລະຫວ່າງບັນພະບຸລຸດ ຂອງພາກຕາເວັນຕົກສຽງໃຕ້ຂອງ ປະເທດຈີນ ກັບບັນດາປະເທດ ອ້ອມຂ້າງ. ຢຸນນານ ຈຶ່ງເປັນໜຶ່ງ ໃນສູນກາງການຂົນສົ່ງ ແລະ ສູນ ລວບລວມ ແລະ ກະຈາຍສິນຄ້າ ທີ່ ສຳຄັນທີ່ສຸດບົນເສັ້ນທາງດັ່ງກ່າວ. ນັບແຕ່ບູຮານນະການເປັນຕົ້ນມາ ຢຸນນານ ແລະ ລາວ ກໍມີການໄປ ມາຫາສູ່ກັນທາງດ້ານການຄ້າຢ່າງ ບໍ່ຂາດສາຍ, ການຄ້າຊາຍແດນ ຂອງປະຊາຊົນກໍມີຄວາມຄຶກຄື້ນ ຕະຫລອດມາ. ໃນນາມເປັນແຂວງ ດຽວຂອງຈີນ ທີ່ມີຊາຍແດນຕິດ ຈອດກັນກັບ ສປປ ລາວ, ມິດຕະ ພາບ ຈີນ-ລາວ ຍິ່ງມີຄວາມຊັດເຈນ ແລະ ເລິກເຊິ່ງເປັນພິເສດລະຫວ່າງ ຢຸນນານ-ລາວ. ວັນທີ 18 ຕຸລາ 2002, ກິ່ງ ແຂວງສິບສອງພັນນາແຂວງຢຸນ ນານ ສປ ຈີນ ແລະ ແຂວງຫລວງ ພະບາງ ສປປ ລາວ ໄດ້ສ້າງຕັ້ງ ສາຍພົວພັນເມືອງມິດຕະພາບ ຢ່າງເປັນທາງການ. ໃນນາມເປັນ ເມືອງມິດຕະພາບສາກົນຄູ່ທຳອິດ ລະຫວ່າງ ຢຸນນານ-ຫລວງພະ ບາງ, ການສ້າງຕັ້ງສາພົວພັນໃນ ຄັ້ງນີ້ ໄດ້ເປີດໜ້າປະຫວັດສາດ ໃໝ່ໃຫ້ແກ່ການຮ່ວມມືລະຫວ່າງ ທ້ອງຖິ່ນຂອງສອງຝ່າຍໃນຕໍ່ໜ້າ. ມາຮອດປັດຈຸບັນ, ຢຸນນານ-ລາວ ໄດ້ສ້າງຕັ້ງເມືອງມິດຕະພາບໃນ ແຕ່ລະຂັ້ນ ແລະ ເມືອງ ທີ່ມີເຈດ ຈຳນົງຈະສ້າງສາຍພົວພັນກັນມີ ປະມານ 20 ຕົວເມືອງ ເຊິ່ງກວມ ເອົາ 3 ຂັ້ນ ຄື: ຂັ້ນແຂວງ, ຂັ້ນ ນະຄອນ ແລະ ຂັ້ນເມືອງ ເຊິ່ງຈຳ ນວນລວມແມ່ນຈັດຢູ່ໃນອັນດັບ ແຖວໜ້າຂອງທົ່ວປະເທດ. ໃນລະ ດັບຂັ້ນແຂວງ ປະກອບມີ: ແຂວງ ຫລວງພະບາງ-ກິ່ງແຂວງສິບສອງ ພັນນາ, ແຂວງຜົ້ງສາລີ-ນະຄອນຜູ ເອີ, ແຂວງຈຳປາສັກ-ນະຄອນຢູ້ຊີ, ແຂວງຊຽງຂວາງ-ນະຄອນຈ້າວ ທົງ, ແຂວງອຸດົມໄຊ-ກິ່ງແຂວງ ສິບສອງພັນນາ, ແຂວງຫລວງນ້ຳ ທາ-ນະຄອນຄຸນໝິງ. ໃນລະດັບ ຂັ້ນນະຄອນ ປະກອບມີ: ນະຄອນ ຫລວງວຽງຈັນ-ນະຄອນຄຸນໝິງ , ນະຄອນຫລວງພະບາງ-ນະຄອນ ຊຽງຮຸ່ງ. ໃນລະດັບຂັ້ນເມືອງປະ ກອບມີ: ເມືອງຜົ້ງສາລີ-ເມືອງຊື ເໝົາ, ເມືອງໄຊທານີ-ເມືອງຫົງເຫີ, ເມືອງໄຊ-ນະຄອນອ່ານໜິງ, ເມືອງ ວັງວຽງ-ເມືອງຢວນຈ່ຽງ , ເມືອງ ຫລວງນ້ຳທາ-ເມືອງໜິງເອີ້, ເມືອງ ສິງ-ເມືອງຫລາ, ເມືອງຍອດອູ- ເມືອງຈ່ຽງເສີງ. ນອກຈາກນີ້, ຢູ່ ຕາມຊາຍແດນ ສອງຝ່າຍຍັງໄດ້ ສ້າງຕັ້ງບ້ານມິດຕະພາບຈຳນວນ 5 ບ້ານ. ໃນນັ້ນ, ແຂວງສິບສອງພັນ ນາ ມີ 3 ບ້ານ ຄື: ບ້ານປ່າປູເມືອງ ສິງ-ບ້ານກົວຟາງ ເມືອງເຜິ່ງ, ບ້ານ ນາຄຳ ເມືອງສິງ-ບ້ານເລ້ຍ ເມືອງ ມານ, ບ້ານປ່າຄາເມືອງບຸນເໜືອບ້ານປ່າຄາ ຕາແສງເມືອງບ້ານ. ນອກຈາກນີ້, ຍັງມີນະຄອນຜູເອີ ອີກ 2 ບ້ານ ຄື: ບ້ານຍອດອູ ເມືອງ ຍອດອູ-ບ້ານເມືອງຄັງ ຕາແສງຄັງ ຜິງ, ບ້ານມາລີເທີ ເມືອງຍອດອູ- ບ້ານໜິວລົວເຫີ ຕາແສງເມືອງເລ້ຍ. ຕະຫລອດໄລຍະເວລາທີ່ຜ່ານ ມາ, ສອງຝ່າຍ ຢຸນນານ-ລາວ ໄດ້ ຖືເອົາເມືອງມິດຕະພາບ ເປັນເວທີ, ເຮັດໃຫ້ການແລກປ່ຽນ ແລະ ການ ຮ່ວມມືທີ່ເປັນຮູບປະທຳໃນການໄປ ມາຫາສູ່ກັນຂອງບຸກຄະລາກອນ, ຂົງເຂດກະສິກຳ, ວັດທະນະທຳ ແລະການສຶກສາ, ສາທາລະນະສຸກ, ການທ່ອງທ່ຽວ ແລະ ອື່ນໆ ໄດ້ຮັບ ການລົງເລິກຢ່າງບໍ່ຢຸດຢັ້ງ, ເຮັດໃຫ້ ມິດຕະພາບທີ່ເປັນມູນເຊື້ອມີມາເປັນ ພັນປີ ກັບມາມີຊີວິດຊີວາໃໝ່. ຂປລ. ປະຊາຊົນລາວມີມູນເຊື້ອ ດຸໝັ່ນຂະຫຍັນພຽນ ໃນການປູກ ຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດ ຄອບຄົວໃຫ້ກຸ້ມຢູ່ກຸ້ມກິນ ຕາມແນວ ທາງນະໂຍບາຍພັກ-ລັດ ທີ່ຍາມໃດ ກໍໄດ້ເອົາໃຈໃສ່ ຊຸກຍູ້ສົ່ງເສີມ ເພື່ອ ຍົກລະດັບຊີວິດການເປັນຢູ່ຂອງ ປະຊາຊົນໃຫ້ຫລຸດພົ້ນຈາກຄວາມ ທຸກຍາກເທື່ອລະກ້າວ. ເມື່ອເວົ້າ ເຖິງການຜະລິດເຖິງຈະຕິດພັນກັບ ປະຊາຊົນມາຍາວນານ ແຕ່ເມື່ອ ກ່ອນຍັງຜະລິດແບບປະຖົມປະ ຖານຍັງບໍ່ມີລັກສະນະວິທະຍາສາດ ແຕ່ມາດຽວນີ້ການຜະລິດກະສິກໍາ ປູກຝັງ-ລ້ຽງສັດ ມີການນໍາໃຊ້ ເຕັກນິກວິຊາການຫລາຍຂຶ້ນ ຈຶ່ງ ເຮັດໃຫ້ຜົນຜະລິດຂອງປະຊາຊົນ ໄດ້ຮັບໝາກຜົນດີ ສ້າງລາຍຮັບເຂົ້າ ຄອບຄົວຫລາຍລ້ານກີບຕໍ່ປີ ເໝືອນ ດັ່ງຄອບຄົວຂອງ ທ່ານ ຂັນຄຳ ໂພທິສານ ນາຍບ້ານພີນໃຕ້ ເມືອງ ອຸທຸມພອນ ແຂວງສະຫວັນນະເຂດ ເຊິ່ງເປັນອີກໜຶ່ງຄອບຄົວຕົວແບບ ໃນການຜະລິດກະສິກຳແບບປະສົມ ປະສານ ທີ່ສາມາດສ້າງລາຍຮັບ ເຖິງ 150 ລ້ານກີບຕໍ່ປີ. ທ່ານ ຂັນຄຳ ໂພທິສານ ນາຍ ບ້ານພີນໃຕ້ ເມືອງອຸທຸມພອນ ໄດ້ ໃຫ້ຮູ້ວ່າ: ຕົນເອງ ແລະ ຄອບຄົວ ແມ່ນມີອາຊີບເຮັດການຜະລິດກະ ສິກຳເຮັດນາປູກເຂົ້າ, ປູກພືດຜັກ ແລະ ລ້ຽງສັດເປັນຕົ້ນຕໍ ພາຍໃນ ຄອບຄົວມີແຮງງານທັງໝົດ 6 ຄົນ ໃນແຕ່ລະປີຈະຜະລິດເຂົ້າໄດ້ ທັງໝົດ 400 ກະສອບ ຫລື ປະ ມານ 14 ໂຕນ, ລ້ຽງຄວາຍ 3 ໂຕ, ງົວ 17 ໂຕ, ແບ້ 4 ໂຕ ແລະ ສັດປີກ ອີກຈຳນວນໜຶ່ງ ເຊິ່ງໃນປີໜຶ່ງ ຄອບຄົວ ຈະມີລາຍຮັບຈາກການ ຂາຍເຂົ້າ ແລະ ສັດລ້ຽງປະມານ 70.000.000 ກີບ, ພາຍຫລັງທີ່ ມີໂຄງການຊ່ວຍເຫລືອການລ້ຽງ ປາໃນນາເຂົ້າໃນປີ 2017 ຕົນເອງ ແລະ ຄອບຄົວຈຶ່ງໄດ້ຫັນມາລ້ຽງ ປາໃນນາເຂົ້າ ແລະ ຈົກໜອງສະ ລ້ຽງປາ ຈຳນວນ 4 ໜອງ ຂາຍປາ ໄດ້ 500 ກິໂລກຣາມ ຂາຍໃນລາ ຄາ 60.000 ກີບຕໍ່ກິໂລກຣາມ ສະເລ່ຍລາຍຮັບ 30.000.000 ກີບຕໍ່ປີ ແລະ ພາຍຫລັງທີ່ເກັບກ່ຽວ ເຂົ້ານາປີແລ້ວ ທາງຄອບຄົວຈະ ຫັນມາປູກໝາກໂມ ແລະ ໝາກ ສາລີ ລວມທັງພືດຜັກຊະນິດຕ່າງໆ ສະເລ່ຍລາຍຮັບຈາກການຂາຍພືດ ຜັກປະມານ 50.000.000 ກີບ ຕໍ່ລະດູການ ສັງລວມແລ້ວໃນປີ ໜຶ່ງໆ ຈະມີລາຍຮັບຈາກການຂາຍ ສັດລ້ຽງຜົນຜະລິດກະສິກຳປະມານ 150 ລ້ານກີບ. ທ່ານ ຂັນຄຳ ໂພທິສານ ຍັງ ໄດ້ໃຫ້ຮູ້ຕື່ມວ່າ: ມາຮອດຕອນນີ້ ຄອບຄົວຂອງຕົນເອງ ຖືວ່າມີຢູ່ມີ ກິນສາມາດຄໍ້າປະກັນຊີວິດການ ເປັນຢູ່ໄດ້ໃນລະດັບດີສົມຄວນ ເຊິ່ງ ທັງໝົດເກີດຈາກການນໍາພາຂອງ ອົງການຈັດຕັ້ງ ທີ່ກ່ຽວຂ້ອງບວກ ກັບຄວາມອົດທົນ, ປະຢັດ, ດຸໝັ້ນ ຂອງຄົນພາຍໃນຄອບຄົວ ຈຶ່ງສາ ມາດເຮັດໃຫ້ການປູກຝັງ-ລ້ຽງສັດ ແບບປະສົມປະສານ ກາຍເປັນການ ພັດທະນາເສດຖະກິດ-ສັງຄົມ ທີ່ ສ້າງລາຍຮັບ ໃຫ້ແກ່ຄອບຄົວທັງ ເປັນການປະກອບສ່ວນຈັດຕັ້ງປະຕິ ບັດແຜນຍຸດທະສາດລຶບລ້າງຄວາມ ທຸກຍາກ, ເສີມຂະຫຍາຍມູນເຊື້ອ ຄວາມດຸໝັ້ນຂະຫຍັນພຽນຂອງ ປະຊາຊົນລາວບັນດາເຜົ່າໃຫ້ຄົງຢູ່ ກັບຄົນລາວຕະຫລອດໄປ.

RkJQdWJsaXNoZXIy MTc3MTYxMQ==