gsfdko{dkora fmtok a xtgmf]k; ( 22/12/2025 ,tstdedy ]k7q ory dkocsj '-kf 7A 'mu IV va f]q 'fh ;pzq oleg]a fva o9q ['k, gzu pczj czoza 'g,n v'];,0v'g,n v'w-r6 mv' ຂປລ. ແຫລ່ງຂ່າວຈາກແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ກອງ ປະ ຊຸມເຜີຍແຜ່ແຜນຜັງເມືອງໄຊພູ ທອງ ແຂວງສະຫວັນນະເຂດ ຈັດ ຂຶ້ນເມື່ອມໍ່ໆມານີ້ ໂດຍການເປັນ ປະທານຂອງ ທ່ານ ພູສະຫວັນ ເທບ ສີທາ ຮອງເຈົ້າເມືອງໄຊພູທອງ ພ້ອມດ້ວຍພະແນກໂຍທາທິການ ແລະ ຂົນສົ່ງ (ຍທຂ) ແຂວງສະ ຫວັນນະເຂດ, ລັດວິສາຫະກິດນໍ້າ ປະປາແຂວງ, ມີບັນດາຫ້ອງການ, ນາຍບ້ານ 19 ບ້ານເປົ້າໝາຍ ເຂົ້າຮ່ວມ. ທ່ານ ສົມຈິດ ເຈີຊົວທໍ່ ຮອງຫົວ ໜ້າກອງເລຂາໄດ້ລາຍງານວ່າ: ຜ່ານມາ ເທສະບານເມືອງໄຊພູ ທອງ ໄດ້ວາງແຜນຜັງເມືອງມາ ແລ້ວ 1 ຄັ້ງຄື: ຄັ້ງທີ 1 ໃນປີ 2002 ໂດຍສະຖາບັນຄົ້ນຄວ້າຜັງເມືອງ ກະຊວງ ຍທຂ. ການວາງແຜນ ປັບປຸງຜັງເມືອງຄັ້ງນີ້ ເປັນການທົບ ທວນ, ອອກແບບປັບປຸງສໍາຫລວດ ອອກແບບປັບປຸງແຜນຜັງເມືອງ ໂດຍໄດ້ວາງວິໃສທັດ, ຄົ້ນຄວ້າ, ວາງແຜນຜັງມີຂອບເຂດການວາງ ຜັງຕົວເມືອງໄຊພູທອງ ກວມເອົາ ພື້ນທີ່ 17.021,7 ເຮັກຕາ, ກວມ ເອົາ 19 ບ້ານ, ພື້ນທີ່ນໍ້າປະປາ ຂອບເຂດພື້ນທີ່ຕົວເມືອງ ກວມເອົາ ເນື້ອທີ່ 4.115 ເຮັກຕາ ກວມເອົາ 6 ບ້ານຄື: ບ້ານທ່າດ່ານ, ບ້ານນາ ພານ, ບ້ານບຸ່ງນາດີ, ບ້ານດອນ ຫວາຍ, ບ້ານຄັນທ່າຈານ ແລະ ບ້ານດອນຖໍ້າເງິນ ມີປະຊາກອນ ທັງໝົດ 6.445 ຄົນ ຍິງ 3.140 ຄົນ, ມີ 1.398 ຄອບຄົວ. ການສໍາ ຫລວດໄດ້ມີການວິເຄາະສະພາບ ລວມ ດ້ານເສດຖະກິດ-ສັງຄົມ, ທ່າ ແຮງບົ່ມຊ້ອນ ແລະ ທາງເລືອກ ການພັດທະນາຕົວເມືອງໄປຄຽງຄູ່ ກັບການສົ່ງເສີມມາດຖານຄວາມ ເປັນຢູ່ໃຫ້ດີຂຶ້ນມີສຸຂະອະນາໄມ, ຄວາມເປັນລະບຽບ, ສວຍງາມ, ປອດໄພລວມເຖິງການຄຸ້ມຄອງ ສິ່ງແວດລ້ອມໃຫ້ມີຄວາມເໝາະສົມ ແລະ ມີປະສິດທິພາບ ເພື່ອຈັດສັນ 7totde,tdkoxq d7v'c0;'lts]5 [ dkog7n j vows;;Pd'ko xt9exu 2025 ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ກອງປະຊຸມຄະ ນະກໍາມະການປົກຄອງ ແຂວງເຊ ກອງ ເພື່ອສະຫລຸບຕີລາຄາການ ເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການປີ 2026 ຈັດຂຶ້ນໃນວັນທີ 19 ທັນວາ 2025 ໂດຍການເປັນປະທານຂອງ ທ່ານ ຂັນຕີ ສີລະວົງສາ ປະທານ ຄະນະກໍາມະການປົກຄອງແຂວງເຊ ກອງ, ມີຮອງປະທານ-ຄະນະກໍາມະ ການປົກຄອງແຂວງ, ປະທານ ຄະນະກໍາມະການປົກຄອງເມືອງ, ພະແນກ, ຫ້ອງການ-ອົງການທຽບ ເທົ່າ ແລະ ຂະແໜງການກ່ຽວຂ້ອງ ເຂົ້າຮ່ວມ. ກອງປະຊຸມໃນຄັ້ງນີ້, ເປັນກອງ ປະຊຸມຄັ້ງທໍາອິດ ຂອງຄະນະການ ປົກຄອງທ້ອງຖິ່ນ ຊຶ່ງເນື້ອໃນກອງ ປະຊຸມຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄໍາຄິດ ຄໍາເຫັນດ້ວຍຄວາມເອົາໃຈໃສ່ ແລະ ຄວາມຮັບຜິດຊອບສູງ ຂອງຄະນະ ກໍາມະການປົກຄອງແຂວງຕໍ່ຫົວ ຂໍ້ສໍາຄັນຄື: ບົດສະຫລຸບຕີລາຄາ ການເຄື່ອນໄຫວວຽກງານປະຈໍາ ຄວາມເປັນລະບຽບຮຽບຮ້ອຍ ໃນເທສະບານ ເມືອງໄຊພູທອງ, ພື້ນຖານໂຄງລ່າງທາງດ້ານສັງຄົມ ເພື່ອໃຫ້ການພັດທະນາເປັນໄປຢ່າງ ມີລະບົບ ແລະ ສອດຄ່ອງກັບການ ພັດທະນາດ້ານຕ່າງໆ. ພ້ອມນີ້, ຍັງ ເປັນການທົບທວນຄືນການຄຸ້ມຄອງ ໃນການນໍາໃຊ້ທີ່ດິນແຜນຜັງເມືອງ ແລະ ປັບປຸງກົດລະບຽບ ເພື່ອການ ຄຸ້ມຄອງໃນການປຸກສ້າງເປັນ ບ່ອນອີງ ໃນການພັດທະນາ ແລະ ຄຸ້ມຄອງຕົວເມືອງໃຫ້ມີປະສິດທິຜົນ ສອດຄ່ອງກັບສະພາບແວດລ້ອມ ເປັນຕົ້ນ ກົດໝາຍວ່າດ້ວຍການ ກໍ່ສ້າງ, ກົດໝາຍວ່າດ້ວຍແຜນຜັງ ແລະ ນິຕິກໍາໃຕ້ກົດໝາຍຈໍານວນ ໜຶ່ງ ເພື່ອເພີ່ມລັດໃຫ້ມີຄວາມເຂັ້ມ ແຂງໜັກແໜ້ນ ເພື່ອສົ່ງເສີມດ້ານ ການລົງທຶນເສດຖະກິດຂອງຕົວ ເມືອງ ໂດຍໄດ້ກໍານົດມີເຂດການ ຄ້າ-ການບໍລິການ ໃຫ້ມີຄວາມສະ ດວກໃນການເດີນທາງ ແລະ ຂົນສົ່ງ ເພື່ອເຂົ້າເຖິງ ແລະ ນໍາໃຊ້ຢ່າງມີ ປະສິດທິພາບ. ໄປຄຽງຄູ່ກັບການ ສົ່ງເສີມມາດຖານຄວາມເປັນຢູ່ໃຫ້ ດີຂຶ້ນ, ມີສຸຂະອະນາໄມ, ຄວາມເປັນ ລະບຽບ ແລະ ສວຍງາມ. ໃນກອງປະຊຸມ ຜູ້ເຂົ້າຮ່ວມຍັງ ໄດ້ພ້ອມກັນຄົ້ນຄວ້າປຶກສາຫາລື ຈັດວາງກິດຈະກໍາຕ່າງໆ, ລະບົບນໍ້າ ປະປາ ຂອດການພົວພັນອື່ນໆ ທັງນີ້ ກໍເພື່ອເປັນພື້ນຖານທີ່ຈະນໍາໄປອອກ ແບບລະອຽດ ແລະ ຈັດຕັ້ງປະຕິບັດ ໃນຂັ້ນຕອນຕໍ່ໄປ. ຂປລ.ພິທີປິດງານມະຫະກຳ ກິລາຄົນພິການແຫ່ງຊາດ ຄັ້ງທີ IV ໄດ້ມີຂຶ້ນໃນຕອນເຊົ້າວັນທີ 19 ທັນວາ 2025 ທີ່ສະໂມສອນ ໃຫຍ່ ມະຫາວິທະຍາໄລແຫ່ງຊາດ, ພາຍຫລັງໄດ້ດຳເນີນມາແຕ່ວັນທີ 14 ທັນວາ 2025 ໂດຍການໃຫ້ ກຽດເຂົ້າຮ່ວມ ແລະ ກ່າວປິດຂອງ ທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ມີທ່ານ ອາດສະພັງທອງ ສີ ພັນດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ທັງເປັນປະທານຈັດງານ ມະຫະກຳກິລາຄົນພິການແຫ່ງຊາດ ຄັ້ງທີ IV, ທ່ານ ກິ່ງມະໂນ ພົມ ມະຫາໄຊ ຮອງລັດຖະມົນຕີ ກະ ຊວງສຶກສາທິການ ແລະ ກິລາ, ມີ ທ່ານຮອງເຈົ້າແຂວງຈຳປາສັກ, ການນຳພັກ-ລັດຂັ້ນສູນກາງ ແລະ ທ້ອງຖິ່ນ, ຄະນະນຳນັກກິລາ, ຄູ ຝຶກ, ກຳມະການຕັດສິນ, ນັກກິລາ ແລະ ມວນຊົນໃນນະຄອນຫລວງ ວຽງຈັນ ເຂົ້າຮ່ວມຢ່າງພ້ອມພຽງ. ທ່ານ ອາດສະພັງທອງ ສີພັນ ດອນ ໄດ້ລາຍງານກ່ຽວກັບການ ແຂ່ງຂັນກິລາປະເພດຕ່າງໆ ຊຶ່ງ ໄດ້ເລີ່ມແຂ່ງຂັນມາແຕ່ວັນທີ 13 ທັນວາ 2025 ມາຮອດມື້ນີ້ ວັນທີ 19 ທັນວາ 2025 ໄດ້ມີຜົນສຳເລັດ ຕາມຈຸດປະສົງລະດັບຄາດໝາຍ ທີ່ ຄະນະຮັບຜິດຊອບ, ກຳມະການ ແລະ ອະນຸກຳມະການ ແຕ່ລະຝ່າຍ ວາງໄວ້ທຸກປະການ ຊຶ່ງໃນງານກິ ລາຄັ້ງນີ້ ມີທັງໝົດ 9 ປະເພດກິລາ, ມີນັກກິລາຈາກ 17 ແຂວງ ແລະ 1 ນະຄອນຫລວງວຽງຈັນ ແມ່ນໄດ້ ສະແດງອອກຄວາມມີນ້ຳໃຈນັກ ກິລາ ສະແດງຄວາມສາມາດໃນ ການແຂ່ງຂັນ ແລະ ຍາດໄດ້ຫລຽນ ປະເພດຕ່າງໆ ໂດຍອັນດັບທີ 1 ນະຄອນຫລວງວຽງຈັນ ຍາດໄດ້ 28 ຫລຽນຄຳ, 34 ຫລຽນເງິນ ແລະ 22 ຫລຽນທອງ ລວມ 84 ຫລຽນ; ອັນດັບທີ 2 ແຂວງເຊກອງ ຍາດໄດ້ 19 ຫລຽນຄຳ, 10 ຫລຽນ ເງິນ ແລະ 6 ຫລຽນທອງ ລວມ 35 ຫລຽນ; ອັນດັບທີ 3 ແຂວງສະຫວັນ ນະເຂດ ຍາດໄດ້ 19 ຫລຽນຄໍາ, 6 ຫລຽນເງິນ ແລະ 7 ຫລຽນທອງ ລວມ 32 ຫລຽນ. ການຈັດງານ ມະຫະກໍາກິລາຄົນພິການແຫ່ງຊາດ ໃນຄັ້ງນີ້ ແມ່ນອີກໜຶ່ງຂີດໝາຍ ສຳຄັນທາງປະຫວັດສາດຂອງ ຊາດລາວ ກໍຄືຊາວນະຄອນຫລວງ ວຽງຈັນ ໃນຖານະໄດ້ຮັບກຽດເປັນ ເຈົ້າພາບ ໂດຍພາຍໃຕ້ການນຳພາຊີ້ນຳຢ່າງໃກ້ຊິດຂອງສູນກາງ ພັກ-ລັດຖະບານ ໂດຍເລີ່ມຈາກ ການແຕ່ງຕັ້ງຄະນະຮັບຜິດຊອບ ລະດັບຊາດ, ອະນຸມັດງົບປະມານ, ການຊຸກຍູ້ຕິດຕາມ. ພ້ອມກັນນີ້, ກໍ ແມ່ນການປະກອບສ່ວນເຂົ້າຮ່ວມ ຂອງຄະນະນຳ ແລະ ນັກກິລາ ຈາກນະຄອນຫລວງ ແລະ 17 ແຂວງ ໃນຂອບເຂດທົ່ວປະເທດ ຊຶ່ງກາຍເປັນຄວາມຊົງຈຳ ແລະ ການແລກປ່ຽນບົດຮຽນທີ່ດີ, ເປັນ ການເພີ່ມພູນຄູນສ້າງກ້ອນກຳລັງ ສາມັກຄີ ທົ່ວປວງຊົນລາວທັງຊາດ. ຄຽງຄູ່ກັນນີ້, ທຸກພາກສ່ວນ ກ່ຽວຂ້ອງ ຕະຫລອດຮອດຄະນະ ນຳ, ກຳມະການຕັດສິນ, ຄູຝຶກ ແລະ ນັກກິລາຄົນພິການຈາກບັນດາ ແຂວງ, ນະຄອນຫລວງ ທີ່ໄດ້ເປັນ ເຈົ້າການປະຕິບັດໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ໄດ້ ເຄົາລົບ ແລະ ປະຕິບັດຕາມກົດ ລະບຽບ, ກະຕິກາການແຂ່ງຂັນ, ມີ ນໍ້າໃຈນັກກິລາຢ່າງແທ້ຈິງ, ຮູ້ໄດ້, ຮູ້ ເສຍ, ຮູ້ອະໄພເຊິ່ງກັນ ແລະ ກັນ, ອັນ ໄດ້ປະກອບສ່ວນຜູກແໜ້ນຄວາມ ສາມັກຄີໄມຕີຈິດມິດຕະພາບໃນໝູ່ ນັກກິລາດ້ວຍກັນ ຕາມຄໍາຂວັນທີ່ ວ່າ: “ມິດຕະພາບ, ສະເໝີພາບ ແລະ ການພັດທະນາ” ແລະ ສະແດງໃຫ້ ເຫັນເຖິງສິດທິຄວາມເທົ່າທຽມຂອງ ຄົນພິການ ແລະ ຄົນບໍ່ພິການ ໃນ ການເຄື່ອນໄຫວກິລາ-ກາຍຍະກໍາ ກໍຄືການດຳລົງຊີວິດ. ອີກດ້ານໜຶ່ງ ຍັງໄດ້ເປັນການຍົກລະດັບຄວາມ ຮູ້, ຄວາມສາມາດ ແລະ ປະສົບ ປະການຂອງນັກກິລາ ເພື່ອສ້າງ ຕົນເອງໃຫ້ເປັນນັກກິລາທີ່ດີເດັ່ນ ເຂົ້າຮ່ວມແຂ່ງຂັນໃນລະດັບອາ ຊຽນພາຣາເກມ ແລະ ພາຣາແລມ ປິກເກມ ໄດ້ເປັນຢ່າງດີ. ມະຫະກໍາ ກິລາຄົນພິການແຫ່ງຊາດໃນຄັ້ງ ນີ້ ປະສົບຜົນສໍາເລັດຢ່າງຈົບງາມ ແລະ “ນັດພົບກັນໃໝ່ ໃນມະຫະກໍາ ກິລາຄົນພິການແຫ່ງຊາດ ຄັ້ງທີ V ທີ່ແຂວງຈໍາປາສັກ ໃນປີ 2028”. ໃນພິທີຍັງໄດ້ມີການມອບ-ຮັບ ທຸງກິລາ ສົ່ງຕໍ່ໃຫ້ແຂວງຈຳປາສັກ ເປັນເຈົ້າພາບ ຄັ້ງຕໍ່ໄປ ໃນປີ 2028 ຕາງໜ້າມອບໂດຍ ທ່ານ ໂພຄຳ ໄຊຍະສອນ ຫົວໜ້າຫ້ອງວ່າການ ນະຄອນຫລວງວຽງຈັນ ແລະ ຕາງໜ້າຮັບໂດຍ ທ່ານ ສົມບູນ ເຮືອງວົງສາ ຮອງປະທານຄະນະ ກຳມະການປົກຄອງ ແຂວງຈຳ ປາສັກ. *** ຕໍ່ຈາກໜ້າ 1 *** ປີ 2025 ແລະ ທິດທາງແຜນການ ປີ 2026; ຮ່າງບົດໂຄງການດໍາ ເນີນງານ ຂອງອົງການປົກຄອງ ແຂວງ ສະໄໝທີ XI (20262030); ຮ່າງຂໍ້ຕົກລົງວ່າດ້ວຍ ການປະສານງານລະຫວ່າງຫ້ອງ ວ່າການແຂວງກັບຫ້ອງວ່າການ ສະພາປະຊາຊົນແຂວງ, ຄະນະ ກໍາມະການປົກຄອງແຂວງ, ບັນດາ ພະແນກການ-ອົງການລັດທຽບເທົ່າ ຂັ້ນແຂວງ, ອົງການປົກຄອງເມືອງ ແລະ ອົງການຈັດຕັ້ງມະຫາຊົນ; ຮ່າງຂໍ້ຕົກລົງວ່າດ້ວຍທີ່ຕັ້ງ, ພາລະ ບົດບາດໜ້າທີ່, ຂອບເຂດສິດ ແລະ ແບບແຜນວິທີເຮັດວຽກຂອງຄະນະ ກໍາມະການປົກຄອງແຂວງເຊກອງ ສະໄໝທີ XI. ໃນໂອກາດນີ້, ທ່ານ ຂັນຕີ ສີລະ ວົງສາ ໄດ້ຍົກໃຫ້ເຫັນທີ່ຕັ້ງພາລະ ບົດບາດ, ຂອບເຂດ ສິດ ແລະ ໜ້າທີ່ ຂອງຄະນະກໍາມະການປົກຄອງ ແຂວງ; ຍົກໃຫ້ເຫັນຄວາມໝາຍ ສໍາຄັນ ຂອງປີ 2025 ຊຶ່ງເປັນປີ ມ້ວນທ້າຍໃນການຜັນຂະຫຍາຍ ມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ຄັ້ງທີ X ຂອງອົງຄະນະ ພັກແຂວງ ກໍຄື ແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ແລະ ຄວາມ ໝາຍສໍາຄັນ ຂອງປີ 2026 ທີ່ເປັນ ປີເລີ່ມຕົ້ນ ໃນການປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ X (2026-2030). ສະນັ້ນ, ສະ ເໜີໃຫ້ຜູ້ແທນກອງປະຊຸມຈົ່ງຍົກສູງ ຄວາມຮັບຜິດຊອບການເມືອງຂອງ ຕົນ, ສຸມສະຕິປັນຍາໃນການຄົ້ນ ຄວ້າ, ປະກອບຄຳເຫັນໃສ່ເນື້ອໃນ ຕ່າງໆ ໃຫ້ເລິກເຊິ່ງເຖິງຖອງ ເພື່ອ ກ້າວໄປເຖິງຄວາມເປັນເອກະພາບ ດ້ານທັດສະນະ ແລະ ພ້ອມກັນນຳ ໄປຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນ ຈິງ. ຂ່າວ-ພາບ: ສັນຍາ lr0 ltg|u s]kp[a osk8= j vq 'dkoxq d7v'c0;'9exkla d ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ການດໍາເນີນ ກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງ ຈໍາປາສັກ (ສພຂ) ຊຸດທີ IV ໃນ ວັນທີ 18 ທັນວາ 2025 ໂດຍການ ເປັນປະທານຂອງ ທ່ານ ສາຍທອງ ໄຊຍະວົງ ປະທານສະພາປະຊາຊົນ ແຂວງຈໍາປາສັກ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ສົມມາດ ພົນເສນາ ຄະ ນະປະຈໍາສະພາແຫ່ງຊາດ, ທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະ ບໍລິຫານງານພັກ ແຂວງຈໍາປາສັກ, ທ່ານ ສຸກສະຫວັນ ວິໄລວົງ ປະທານ ຄະນະກໍາມະການປົກຄອງແຂວງ ຈໍາປາສັກ ພ້ອມດ້ວຍສະມາຊິກ ສະພາປະຊາຊົນແຂວງ ປະຈໍາເຂດ ເລືອກຕັ້ງ 9 ເມືອງ, 1 ນະຄອນ ໃນ ແຂວງຈໍາປາສັກ, ພະແນກການກົມກອງ-ອົງການທຽບເທົ່າອ້ອມ ຂ້າງແຂວງ, ພະນັກງານອາວຸໂສ ບໍານານ, ພະນັກງານ-ລັດຖະ ກອນ ແລະ ນັກຮຽນຮູ້ປັນຍາຊົນ ເຂົ້າຮ່ວມ. ໃນກອງປະຊຸມໄດ້ຮັບຟັງການ ລາຍງານຂອງອົງການປົກຄອງ ແຂວງຈໍາປາສັກ ກ່ຽວກັບການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບ ປະມານ 5 ປີ (2021-2025), ປະຈໍາປີ 2025 ແລະ ແຜນພັດ ທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານ ປະຈໍາປີ 2026 ຂອງ ແຂວງຈໍາປາສັກ ແລະ ການປະ ກອບຄໍາເຫັນຂອງຜູ້ຕາງໜ້າຈາກ ຄະນະປະຈໍາສະພາປະຊາຊົນແຂວງ ຕໍ່ບົດລາຍງານຂອງອົງການປົກ ຄອງແຂວງຈໍາປາສັກ. ພ້ອມນີ້, ບັນດາສະມາຊິກສະພາ ປະຊາຊົນແຂວງ ຍັງໄດ້ປະກອບ ຄໍາຄິດເຫັນສະເໜີຫລາຍບັນຫາທີ່ ພົ້ນເດັ່ນເກີດຂຶ້ນ ຢູ່ບັນດາເຂດເລືອກ ຕັ້ງ 9 ເມືອງ, 1 ນະຄອນ ເພື່ອໃຫ້ ອົງການປົກຄອງແຂວງຈໍາປາສັກ ພິຈາລະນາແກ້ໄຂ ຊຶ່ງເປັນບັນຫາ ທີ່ຕິດພັນກັບຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ການພັດທະນາ ເສດຖະກິດ-ສັງຄົມ ຂອງແຂວງ ທີ່ໄດ້ຮັບຈາກການສະເໜີຂອງປະ ຊາຊົນ ໃນໄລຍະສະມາຊິກສະພາ ປະຊາຊົນແຂວງ ລົງເຄື່ອນໄຫວ ພົບປະກັບປະຊາຊົນຜູ້ມີສິດເລືອກ ຕັ້ງ, ເຜີຍແຜ່ເນື້ອໃນຜົນສໍາເລັດຂອງ ກອງປະຊຸມສະພາປະຊາຊົນແຂວງ ແລະ ການລົງຕິດຕາມກວດກາຂອງ ສາມຄະນະກໍາມະການຂອງສະພາ ປະຊາຊົນແຂວງໃນໄລຍະຜ່ານມາ. ຂ່າວ-ພາບ: ສົມວິຈິດ ໄຊມົນຕີ ແລະ ສົມພອນ ໄຊປັນຍາ
RkJQdWJsaXNoZXIy MTc3MTYxMQ==