glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 22/12/2025 glf4tdy f{la '7q , ໂດຍ: ແສງສະຫວັນັນ ໂດຍ: ລູກສາວຫລ້າູ ກ້ າ 4Edv']= vu d|bj 'lt4komuj mj v'mj P; me,t-kfmu j l;p'k, pa ']= 7vpmj kowxleza f dq f\kp;j kfh ;p 7j kmeoP,lko Xlt[a [xa [x5 '? ;y mu gIa f.sh ]6 dlts]kf 8A 'c8j 16j .omh v'c,j ຂປລ.ຖ້ຳກອງລໍແຂວງຄຳມ່ວນ ກໍແມ່ນອີກໜຶ່ງໃນສະຖານທີ່ທ່ອງ ທ່ຽວທີ່ສວຍສົດງົດງາມ ແລະ ກຳ ລັງເປັນທີ່ນິຍົມຊົມຊອບ, ເປັນຈຸດ ໝາຍປາຍທາງຂອງນັກທ່ອງທ່ຽວ ໂດຍສະເພາະນັກທ່ອງທ່ຽວພາຍ ໃນ ແລະ ຕ່າງປະເທດແມ່ນແວະ ວຽນມາທ່ຽວຊົມຖ້ຳ, ເບິ່ງສິ່ງມະ ຫັດສະຈັນທີ່ທຳມະຊາດສ້າງຂຶ້ນ ພາຍໃນຖ້ຳ ເຊັ່ນ ຜາຫີນ, ນົມຜາ, ຫີນຍ້ອຍ, ນ້ຳຍ້ອຍ ແລະ ອື່ນໆ. ຖ້ຳກອງລໍ ຕັ້ງຢູ່ລະຫວ່າງບ້ານ ນາຕານ ແລະ ບ້ານກອງລໍ ເມືອງ ຄູນຄຳ ແຂວງຄຳມ່ວນ, ຖືກສຳ ຫລວດ ແລະ ຄົ້ນພົບໃນປີ 1995 ແລະ ສືບຕໍ່ພັດທະນາເປັນແຫລ່ງ ທ່ອງທ່ຽວໃນປີ 2002 ພາຍໃນຖ້ຳ ໃຫ້ມີສິ່ງອຳນວຍຄວາມສະດວກ ຂປລ.ອີງຕາມກົດໝາຍວ່າດ້ວຍ ຄ່າທຳນຽມສານ (ສະບັບປຸບປຸງ) ເລກທີ 72/ສພຊ, ນະຄອນຫລວງ ວຽງຈັນ, ວັນທີ 25 ມິຖຸນາ 2019, ກົດໝາຍສະບັບນີ້ ໄດ້ກໍານົດຫລັກ ການ, ລະບຽບການ ແລະ ມາດຕະ ການກ່ຽວກັບການເກັບ, ການຮັບ, ການຈ່າຍ, ການຄຸ້ມຄອງ ແລະ ນໍາ ໃຊ້ຄ່າທໍານຽມສານ ໃຫ້ມີຄວາມ ເປັນເອກະພາບ ໃນຂອບເຂດທົ່ວ ປະເທດ ເພື່ອສ້າງເງື່ອນໄຂໃຫ້ອົງ ການສືບສວນ-ສອບສວນ, ອົງການ ໄອຍະການປະຊາຊົນ, ສານປະຊາ ຊົນແລະອົງການຈັດຕັ້ງປະຕິບັດຄໍາ ຕັດສິນຂອງສານເຄື່ອນໄຫວວຽກ ງານມີຄວາມສະດວກແນໃສ່ຮັບປະ ກັນໃຫ້ການດໍາເນີນຄະດີ ມີຄວາມ ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ. ຄ່າທໍານຽມສານ ແມ່ນຈໍານວນ ເງິນທີ່ຄູ່ຄວາມ ຫລື ບຸກຄົນທີສາມ ຕ້ອງໄດ້ຈ່າຍ ເຊິ່ງປະກອບມີ ເງິນ ວາງສານ, ຄ່າໃຊ້ຈ່າຍໃນການດໍາ ເນີນຄະດີ, ຄ່າໃຊ້ຈ່າຍສໍາລັບຜູ້ຖືກ ເຊີນເຂົ້າຮ່ວມໃນການດໍາເນີນຄະດີ, ຄ່າເອກະສານ ແລະ ຄ່າຂໍອຸທອນ, ຄ່າທໍານຽມຂອງຜູ້ເສຍຄະດີ ຕາມ ຄໍາຕັດສິນຂອງສານທີ່ໃຊ້ໄດ້ຢ່າງ ເດັດຂາດ. ຄຳສັບທີ່ໃຊ້ໃນກົດໝາຍສະບັບ ນີ້ມີຄວາມໝາຍດັ່ງນີ້: 1. ຄ່າທຳນຽມສານທາງແພ່ງ ໝາຍເຖິງ ຄ່າທຳນຽມໃນຄະດີ ແພ່ງ, ການຄ້າ, ຄອບຄົວ, ເດັກ, ແຮງງານ, ປົກຄອງ ແລະ ອື່ນໆ. 2. ມູນຄ່າທີ່ຕ້ອງຄິດໄລ່ຄ່າທຳ ນຽມຂອງຜູ້ເສຍຄະດີ ໝາຍເຖິງ ມູນຄ່າການຮ້ອງຟ້ອງບວກກັບມູນ ຄ່າການຟ້ອງແຍ່ງ. 3. ຄຳຕົກລົງຂອງສານ ໝາຍ ເຖິງ ຄຳສັ່ງ, ຄຳຊີ້ຂາດ, ຄຳຕັດສິນ ແລະ ຄຳພິພາກສາຂອງສານ. 4. ຄຳຕົກລົງທີ່ໃຊ້ໄດ້ຢ່າງເດັດ ຂາດຂອງສານ ໝາຍເຖິງ ຄຳຕົກ ລົງຂອງສານ ເຊິ່ງ ໂຈດ, ຈຳເລີຍ, ບຸກຄົນທີສາມບໍ່ໄດ້ຂໍອຸທອນ, ຂໍລົບ ລ້າງ ຫລື ໄອຍະການປະຊາຊົນ ບໍ່ ໄດ້ສະເໜີຄັດຄ້ານ ຄຳພິພາກສາ ຂັ້ນລົບລ້າງ ຂອງສານປະຊາຊົນ ພາກ ແລະ ສານປະຊາຊົນສູງສຸດ. 5. ພະນັກງານເກັບຄ່າທຳນຽມ ສານ ໝາຍເຖິງ ຈ່າສານ, ພະນັກ ງານ-ລັດຖະກອນ ອົງການໄອຍະ ການປະຊາຊົນ, ພະນັກງານປະຕິບັດ ຄຳຕັດສິນຂອງສານ ທີ່ປະຕິບັດໜ້າ ທີ່ໃນການເກັບຄ່າທຳນຽມສານ. 6. ອົງການການເງິນຂອງລັດ ໝາຍເຖິງກະຊວງການເງິນ, ທະນາ ຄານ ແຫ່ງ ສປປ ລາວ ແລະ ສະຖາ ບັນການເງິນອື່ນຂອງລັດ. ລັດ ວາງນະໂຍບາຍ ກ່ຽວກັບ ການເກັບຄ່າທໍານຽມສານ ໃຫ້ ເໝາະສົມກັບການຂະຫຍາຍຕົວ ຂອງເສດຖະກິດ-ສັງຄົມ ໃນແຕ່ລະ ໄລຍະ ພ້ອມທັງຊຸກຍູ້ໃຫ້ຄູ່ຄວາມ ໃນຄະດີທີ່ກ່ຽວຂ້ອງ ປະຕິບັດພັນ ທະ ແລະ ຄວາມຮັບຜິດຊອບຂອງ ຕົນໃຫ້ຖືກຕ້ອງ, ຄົບຖ້ວນ ແລະ ທັນ ເວລາໃນການເສຍຄ່າທໍານຽມສານ. ການເກັບ, ການຄຸ້ມຄອງ ແລະ ການນໍາໃຊ້ຄ່າທໍານຽມສານ ໃຫ້ ປະຕິບັດຕາມຫລັກການ ດັ່ງນີ້: 1. ສອດຄ່ອງກັບກົດໝາຍ; 2. ຖືກ ຕ້ອງ, ຄົບຖ້ວນ ແລະ ທັນເວລາ; 3. ສະເໝີພາບ ແລະ ຍຸຕິທໍາ; 4. ໂປ່ງ ໃສ ແລະ ສາມາດກວດສອບໄດ້; 5. ມີປະສິດທິພາບ ເຊິ່ງກົດໝາຍ ສະບັບນີ້ ນໍາໃຊ້ສໍາລັບການເກັບຄ່າ ທໍານຽມສານຈາກ ບຸກຄົນ, ນິຕິບຸກ ຄົນ ຫລື ການຈັດຕັ້ງພາຍໃນ ແລະ ຕ່າງປະເທດ ທີ່ພົວພັນກັບການດໍາ ເນີນຄະດີ ຢູ່ ສປປ ລາວ. ລັດ ສົ່ງເສີມການພົວພັນຮ່ວມມື ກັບຕ່າງປະເທດ, ພາກພື້ນ ແລະ ສາ ກົນ ກ່ຽວກັບວຽກງານຄ່າທໍານຽມ ສານດ້ວຍການແລກປ່ຽນບົດຮຽນ, ຍົກລະດັບຄວາມຮູ້, ຄວາມສາມາດ ທາງດ້ານວິຊາການ ໃຫ້ບຸກຄະລາ ກອນທີ່ກ່ຽວຂ້ອງ, ປະຕິບັດສົນທິ ສັນຍາ ແລະ ສັນຍາສາກົນ ທີ່ ສປປ ລາວ ເປັນພາຄີ. ກັບອາກາດທີ່ເຢັນສະບາຍ ພາຍໃຕ້ ບັນຍາກາດອັນສວຍສົດງົດງາມ ເປັນທີ່ຈັບອົກຈັບໃຈທີ່ສຸດ. ສ່ວນ ດ້ານໜ້າຂອງຖ້ຳຍັງເປັນຫາດຊາຍ ເໝາະສຳລັບພັກຜ່ອນກັບສາຍລົມ ແລະ ແສງແດດ ສາມາດລົງອາບ ນ້ຳໃສເຢັນໄດ້ຕະຫລອດເວລາ, ສິ່ງ ສຳຄັນຢ່າງໜຶ່ງທີ່ມາທ່ຽວຖ້ຳກອງ ລໍແລ້ວຕ້ອງໄດ້ມາເບິ່ງວັງສະຫງວນ ທີ່ໜ້າຖ້ຳ ແລະ ຮ່ວມກິດຈະກຳເກືອ ປາເປັນໝູ່ເປັນພຶງ ເຊິ່ງເປັນອີກກິດ ຈະກຳໜຶ່ງທີ່ບໍ່ຄວນພາດ. ແນວໃດກໍດີ, ຖ້ຳກອງລໍ ໄດ້ຖືກ ຂະໜານນາມວ່າ: ເປັນສະຖານທີ່ ທ່ອງທ່ຽວທາງທຳມະຊາດທີ່ໜ້າ ປະທັບໃຈທີ່ສຸດຂອງລາວ ເຊິ່ງນັກ ທ່ອງທ່ຽວທີ່ເຂົ້າໄປໃນຖ້ຳຈະໄດ້ ຢູ່ໃນຄວາມມືດໃນຂະນະທີ່ເຮືອ ຫາງຍາວລ່ອງໄປຕາມແມ່ນ້ຳ, ນັກ ທ່ອງທ່ຽວ ແລະ ຊາວບ້ານທີ່ເຂົ້າ ໄປຈະມີໄຟສາຍຄົນລະອັນເພື່ອໃຊ້ ໃນການສ່ອງເບິ່ງຖ້ຳ ແລະ ເສັ້ນ ທາງໃນຂະນະທີ່ລ່ອງເຮືອ, ແສງໄຟ ຈາກໂຄມໄຟທີ່ກະທົບໃສ່ຫີນຍ້ອຍຫີນປູນຈະປະກາຍແສງເຫລື້ອຍ ຫຍິບຍັບດັ່ງກັບເພັດພອຍອັນເຮັດ ສະດຸດຕາຕ້ອງໃຈ, ສ້າງຄວາມປະ ທັບໃຈໃຫ້ກັບຜູ້ພົບເຫັນເໝືອນເວນ ມົນສະກົດຈິດໃຈກໍວ່າໄດ້, ເມື່ອໄປ ຮອດບໍລິເວນປາຍຖ້ຳ, ທ່ານຈະໄດ້ ເຫັນແສງແດດທີ່ຄ່ອຍໆສາດສ່ອງ ເຂົ້າມາໃນຖ້ຳ, ນັກທ່ອງທ່ຽວຈະໄດ້ ໄປຢ້ຽມຢາມໝູ່ບ້ານນ້ອຍໆຊື່ວ່າ: ບ້ານນາຕານ ເຊິ່ງຈະມີຮ້ານຄ້າທີ່ ທ່ານສາມາດຊື້ອາຫານຫວ່າງ ແລະ ເຄື່ອງຫັດຖະກຳຕ່າງໆໄດ້. ນອກ ຈາກນັ້ນ, ຍັງມີລົດຖີບໃຫ້ທ່ານໄດ້ ເຊົ່າແລະຂີ່ສຳຫລວດຖ້າທ່ານຕ້ອງ ການຈະສຳຫລວດພູເຂົາ ໂດຍຈະມີ ໄກ້ນຳທ່ຽວທ້ອງຖິ່ນພາໄປ. ຖໍ້າກອງລໍ-ນາຕານ ຖືກຄົ້ນພົບ ແຕ່ສະຕະວັດທີ XVI, ໃນຊຸມປີ 1960 ເລີ່ມນຳໃຊ້ ເຮືອຫາງຍາວ ເປັນພາຫະນະເດີນທາງໄປ-ຜ່ານຖ້ຳ ແຫ່ງນີ້ຂອງຄົນທ້ອງຖິ່ນ ໃນເມື່ອ ກ່ອນ. ການສໍາຫລວດຢ່າງຈິງຈັງ ເປັນຄັ້ງທໍາອິດ ເລີ່ມໃນເດືອນກຸມພາ 1995 ແລະ ພົບວ່ານັກທ່ອງທ່ຽວ ສາມາດຂີ່ເຮືອຈັກຫາງຍາວແລ່ນ ລອດເຂົ້າຖໍ້າແລະຜ່ານອອກອີກດ້ານ ອື່ນ ເຊິ່ງຫລຸດຜ່ອນເວລາໃນການ ສັນຈອນຈາກ 2 ຊົ່ວໂມງ ມາເປັນ ປະມານ 1 ຊົ່ວໂມງ. ດ້ວຍເຫດນີ້, ອຸມົງຂອງຖ້ຳນີ້ ຈຶ່ງເປັນເສັ້ນທາງ ການທ່ອງທ່ຽວທາງເຮືອ ແລະ ຖືກ ນໍາໃຊ້ທົ່ວໄປນັບແຕ່ປີ 2002 ເປັນ ຕົ້ນມາ. ປັດຈຸບັນນີ້ອຸມົງລອດຖ້ຳ ສາຍນີ້ ຈຶ່ງເປັນເສັ້ນທາງຄົມມະນະ ຄົມ ເຊື່ອມຕໍ່ລະຫວ່າງບ້ານກອງລໍ ຫາບ້ານນາຕານ. ພ້ອມທັງໄດ້ຮັບ ການປັບປຸງພັດທະນາ ແລະ ເປີດໃຫ້ ບໍລິການແຕ່ປີ 2002 ເປັນຕົ້ນມາ ຈົນຮອດປັດຈຸບັນ. ເຖິງແນວໃດກໍ ຕາມຖ້ຳດັ່ງກ່າວໄດ້ສືບຕໍ່ພັດທະນາ ຂຶ້ນມາເລື້ອຍໆຈົນກາຍເປັນສະຖານ ທີ່ທ່ອງທ່ຽວທີ່ສາມາດອຳນວຍ ຄວາມສະດວກດ້ານຕ່າງໆ ໃຫ້ກັບ ແຂກຄົນທີ່ມາຢາມ ແລະ ກາຍເປັນ ອີກໜຶ່ງສະຖານທີ່ທີ່ມີຊື່ສຽງຂອງ ແຂວງຄຳມ່ວນ, ສາມາດດຶງດູດນັກ ທ່ອງເຂົ້າມາທ່ຽວບໍ່ໄດ້ຂາດ, ພ້ອມ ນັ້ນແຫລ່ງທ່ອງທ່ຽວຖ້ຳກອງລໍ ຍັງ ມີຫລາຍກິດຈະກຳອັນສ້າງຄວາມ ປະທັບໃຈໃຫ້ກັບນັກທ່ອງທ່ຽວ ເຊັ່ນ: ກິດຈະກຳຂີ່ເຮືອລອດຖ້ຳ, ຂີ່ ເຮືອກາຍັກ, ຍ່າງປ່າ, ຍ່າງຂ້າມພູ, ເກືອປາທີ່ວັງສະຫງວນ ແລະ ອື່ນໆ. ພ້ອມນີ້, ຍັງມີສິ່ງອຳນວຍຄວາມສະ ດວກເຮືອນພັກ 12 ແຫ່ງ ສາມາດ ຮັບແຂກໄດ້ປະມານ 200 ຄົນຕໍ່ວັນ ແລະມີໂຮມສະເຕປະມານ20ກວ່າ ແຫ່ງ ໄວ້ຄອຍບໍລິການແຂກຄົນທີ່ມີ ຈຸດປະສົງຢາກພັກຄ້າງຄືນນຳອີກ. ຫລາຍຢ່າງລວມມີຂັ້ນໄດ, ໄຟເຍືອງ ແລະ ເຮືອຈັກທີ່ພານັກທ່ອງທ່ຽວ ໄປຊົມຕາມຈຸດສຳຄັນຕ່າງໆພາຍ ໃນຖ້ຳ. ຖ້ຳກອງລໍ ມີຄວາມຍາວ ປະມານ 7 ພັນກວ່າແມັດ, ມີຄວາມ ກວ້າງປະມານ 30 ແມັດ ແລະ ມີ ຄວາມສູງແຕກຕ່າງກັນໄປມີບາງ ບ່ອນສູງແຕ່ 20 ແມັດຫາ 100, ພາຍໃນຖ້ຳນັກທ່ອງທ່ຽວສາມາດ ຂີ່ເຮືອຈັກຫາງຍາວຊົມຄວາມສວຍ ງາມພ້ອມກີ່ນອາຍ ແລະ ນ້ຳໃສ ໄຫລເຢັນ ທີ່ເປັນເອກະລັກຂອງຖ້ຳ ກອງລໍໄດ້ຢ່າງໃກ້ຊິດ, ສຳຜັດໄດ້ ເຖິງຄວາມງົດງາມອາລັງການຂອງ ທຳມະຊາດພາຍໃນຖ້ຳ ໂດຍການ ຂີ່ເຮືອເຂົ້າໄປພາຍໃນຖ້ຳ ແລ້ວກໍ ສາມາດລົງຈາກເຮືອແວ່ທ່ຽວຊົມ ທິວທັດ ແລະ ຍ່າງເລາະຫລິ້ນຕາມ ຫາດຊາຍຂາວ ດ້ວຍການສຳຜັດ * ລູກເກີດມາ ຈະສະຫລາດໄດ້ ນັ້ນ ສຳຄັນແມ່ນຕ້ອງມາຈາກແມ່ ແລະ ພຶດຕິກຳການກະທຳຂອງແມ່, ນອກນັ້ນ ການກິນກໍມີສ່ວນຊ່ວຍ ເຮັດໃຫ້ລູກແຂງແຮງ ແລະ ສະ ຫລາດໄດ້. ອີງຕາມຜົນການວິໄຈ ໜຶ່ງຊີ້ໃຫ້ເຫັນວ່າ: ຜູ້ເປັນແມ່ສາມາດ ກະຕຸ້ນໃຫ້ລູກມີຄວາມສະຫລາດ ຕັ້ງແຕ່ຢູ່ໃນທ້ອງແມ່ໄດ້ ໂດຍການ ລົມກັບລູກເພື່ອກະຕຸ້ນຄວາມຄິດ ສ້າງສັນ ເພາະການລົມກັບລູກທີ່ ຢູ່ໃນທ້ອງ ເປັນເຄັດລັບທີ່ສຳຄັນ ທີ່ເຮັດໃຫ້ລູກສະຫລາດຕັ້ງແຕ່ຍັງ ຢູ່ໃນທ້ອງແມ່, ສຽງຂອງແມ່ຈະສົ່ງ ຜ່ານໄປຫາປະສາດຂອງລູກນ້ອຍ ເພື່ອປູພື້ນຖານການໄດ້ຍິນ, ການ ຮັບຮູ້, ການແຍກສຽງ ເຮັດໃຫ້ລູກ ໃນທ້ອງມີທັກສະດ້ານພາສາ ແລະ ສື່ສານຕັ້ງແຕ່ຍັງບໍ່ທັນເກີດ ເພາະ ສຽງແມ່ມີປະສິດທິພາບຫລາຍ ທີ່ສຸດ, ຖ້າເຮັດແບບນີ້ໄດ້ຕະຫລອດ ທຸກມື້ ລະຫວ່າງຖືພາ ຈະເປັນການ ສ້າງຄວາມສະຫລາດໃຫ້ລູກໄດ້ ແບບງ່າຍໆ. ສຳຜັດທ້ອງ ລູກຈະຕອບສະ ໜອງເກັ່ງ: ການລູບທ້ອງແຮງໆລູບ ເປັນວົງມົນ ຈາກລຸ່ມຂຶ້ນເທິງ ຫລື ຈາກເທິງລົງລຸ່ມກໍໄດ້ ເພື່ອກະຕຸ້ນ ການສຳຜັດໃຫ້ລູກນ້ອຍໄດ້ຮຽນຮູ້ ການສື່ສານຜ່ານຜິວໜັງ ແລະ ມົດ ລູກຂອງແມ່ ໂດຍເຮັດໄດ້ຕັ້ງແຕ່ ຫລັງອາທິດທີ 8 ເປັນຕົ້ນໄປ ເພາະ ລູກເລີ່ມໄວຕໍ່ການສຳຜັດ ແລະ ເຄື່ອນໄຫວໄດ້ແລ້ວ. ແມ່ອອກກຳລັງກາຍ ລູກໄດ້ຮັບ ຜົນດີ: ການອອກກໍາລັງກາຍໃຫ້ພໍດີ ກັບແມ່ທີ່ຖືພາ ດ້ວຍການສໍາຫລວດ ຄວາມພ້ອມຂອງຕົວເອງ ຫລື ປຶກ ສາແພດໝໍ ເຖິງວິທີທີ່ເໝາະສົມ ຂອງແຕ່ລະຄົນ ແລະ ເລືອກອອກ ກຳລັງກາຍແບບເບົາໆ ໃຫ້ເປັນກິດ ຈະກຳປະຈຳວັນມື້ລະ20-30ນາທີ ຊ່ວຍໃຫ້ຫົວໃຈຂອງແມ່ເຮັດວຽກ ໄດ້ດີ, ເລືອດໄຫລວຽນດີ, ຮ່າງກາຍ ແຂງແຮງທີ່ສຳຄັນຄື ເພີ່ມການພັດ ທະນາສະໝອງໃຫ້ລູກທີ່ເຄື່ອນໄຫວ ໄປກັບແມ່. ກິນໄຂ່ມື້ລະໜ່ວຍ ບຳລຸງສະ ໝອງຕັ້ງແຕ່ຢູ່ໃນທ້ອງ: ແມ່ຍິງທີ່ຖື ພາ ຄວນກິນໄຂ່ມື້ລະໜ່ວຍ ເພາະ ເປັນແຫລ່ງໂປຣຕີນທີ່ດີຫລາຍ ໄຂ່ 1 ໜ່ວຍ ມີໂປຣຕີນ 6 ກຣາມ ມີ ວິຕາມິນຕ່າງໆ ທັງວິຕາມິນເບ, ເບ 12, ເຊ, ເດ ແລະ ອື່ນໆເຖິງ 9 ຊະ ນິດລວມເຖິງໂອເມກ້າ3ນຳອີກເຊິ່ງ ທັງໝົດນັ້ນ ຈະຊ່ວຍບຳລຸງສະ ໝອງລູກໃນທ້ອງໃຫ້ສ້າງເຍື່ອຫຸ້ມ ສະໝອງໄດ້ດີ ສົ່ງຜົນໃຫ້ສະໝອງ ແລະ ລະບົບປະສາດແຂງແຮງ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==