22/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຜົນສຳເລັດການຮ່ວມມື...ົັ່ື ມອບ-ຮັບລະບົບຄຸ້ມຄອງ...ັົຸ້ ມອບ-ຮັບໜ້າທີ່...ັ້ີ່ ຂປລ. ພິທີນຳສະເໜີຜົນສຳເລັດ ການຮ່ວມມືດ້ານພະລັງງານ ລາວ-ຈີນ ປະຈໍາປີ 2025 ຈັດຂຶ້ນ ໃນວັນທີ 16 ທັນວາ 2025 ທີ່ ນະຄອນຫລວງວຽງຈັນ ພາຍໃຕ້ ຫົວຂໍ້ “ໄຟຟ້າສ່ອງສະຫວ່າງແມ່ນ້ຳ ຂອງ-ລ້ານຊ້າງ, ນະຄອນຫລວງ ວຽງຈັນ ໄດ້ຮັບຄວາມມີຊີວິດຊີວາ ໃໝ່” ໂດຍມີທ່ານ ເຫລັກໄຫລ ສີວິໄລ ລັດຖະມົນຕີກະຊວງໂຍທາ ທິການ ແລະ ຂົນສົ່ງ, ມີຜູ້ຕາງໜ້າ ຈາກກະຊວງອຸດສາຫະກຳ ແລະ ການຄ້າ, ສະຖານທູດຈີນ ປະຈຳ ລາວ ແລະ ຜູ້ຕາງໜ້າຈາກວິສາ ຫະກິດທີ່ກ່ຽວຂ້ອງ, ລວມທັງບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ຈີນ(CSG), ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ສາຂາ ຢຸນນານ (YNPG), ບໍລິສັດ ແມ່ນ້ຳຂອງ-ລ້ານຊ້າງສາກົນ (CSG-LMI), ລັດວິສາຫະກິດ ປະທານຄະນະກຳມະການປົກຄອງ ແຂວງຫົວພັນ ຜູ້ໃໝ່ ຈັດຂຶ້ນໃນ ວັນທີ 18 ທັນວາ 2025 ທີ່ຫ້ອງ ວ່າການແຂວງຫົວພັນ ໂດຍມີທ່ານ ສະເຫລີມໄຊ ກົມມະສິດ ກຳມະການ ກົມການເມືອງສູນກາງພັກ, ຮອງ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ພຸດພັນ ແກ້ວວົງໄຊ ເລຂາຄະນະບໍລິຫານງານພັກ ແຂວງຫົວພັນ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງຂັ້ນສູນກາງ, ການນຳ ຂັ້ນແຂວງ, ການນຳ 10 ເມືອງ ທົ່ວແຂວງ, ພະແນກການອ້ອມ ແຂວງ, ອົງການທຽບເທົ່າ ແລະ ພະ ນັກງານ-ລັດຖະກອນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ໃນພິທີ, ຄະນະຈັດຕັ້ງໄດ້ຜ່ານ ມະຕິຕົກລົງຂອງກົມການເມືອງ ສູນກາງພັກ ສະບັບເລກທີ 30/ ກມສພ, ລົງວັນທີ 10 ພະຈິກ 2025 ແລະ ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 807/ນຍ, ລົງວັນທີ 9 ທັນວາ 2025 ວ່າດ້ວຍການ ອະນຸມັດໃຫ້ພະນັກງານການນຳ ຂັ້ນສູງທ່ານ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເຈົ້າແຂວງ ຫົວພັນ ອອກພັກການ-ຮັບອຸດໜູນ ບຳນານ ແລະ ດຳລັດຂອງນາຍົກ ລັດຖະມົນຕີສະບັບເລກທີ813/ນຍ, ລົງວັນທີ 10 ທັນວາ 2025 ວ່າ ດ້ວຍການແຕ່ງຕັ້ງທ່ານ ພອນສຸກ ອິນທະວົງ ເປັນປະທານຄະນະ ກຳມະການປົກຄອງແຂວງຫົວພັນ ຜູ້ໃໝ່. ໃນພິທີຍັງໄດ້ມີການເຊັນບົດບັນ ທຶກມອບຮັບໜ້າທີ່ລະຫວ່າງເຈົ້າ ແຂວງຫົວພັນ ຜູ້ເກົ່າ ແລະ ປະທານ ຄະນະກຳມະການປົກຄອງແຂວງຜູ້ ໃໝ່ ຢ່າງເປັນທາງການ. ຂ່າວ-ພາບ: ສີອຳພອນ ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ໂຄງການນີ້ ແມ່ນໝາກຜົນແຫ່ງ ການຮ່ວມມືຢ່າງຈິງໃຈລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ເພືີ່ອ ສະເຫລີມສະຫລອງວັນສ້າງຕັ້ງ ສາຍພົວພັນການທູດ ຄົບຮອບ 30 ປີ ໃຫ້ມີເນື້ອໃນອັນເລິກເຊິ່ງ. ໂຄງ ການດັັ່ງກ່າວ, ມີມູນຄ່າທັງໝົດ 3 ຕື້ວອນ ແລະ ດຳເນີນມາເປັນ ເວລາ 4 ປີ (2022-2025), ບໍ່ພຽງແຕ່ແມ່ນການຊ່ວຍເຫລືອ ດ້ານອຸປະກອນເທົ່ານັ້ນ, ແຕ່ແມ່ນ ການຍົກລະດັບຂີດຄວາມສາມາດ ຂອງບຸກຄະລາກອນລາວໃຫ້ກ້າວ ທັນກັບຍຸກສະໄໝດີຈິຕອນຢ່າງ ແທ້ຈິງ ແລະ ເພືີ່ອຮັບປະກັນໃຫ້ ລະບົບ LCRMS ສາມາດນຳໃຊ້ ໄດ້ຢ່າງມີປະສິດທິຜົນ ແລະ ຍືນຍົງ ຕາມຈິດໃຈຂອງບົດບັນທຶກຄວາມ ເຂົ້າໃຈ (MOU). ພ້ອມນີ້, ທ່ານໄດ້ ເນັ້ນໜັກເຖິງປະເດັນສໍາຄັນເປັນຕົ້ນ ມາດຕະຖານເຕັກນິກສາກົນ: ລະບົບ ນີ້ຖືກພັດທະນາຂຶ້ນບົນມາດຕະຖານ Metadata (Dublin Core) ຊຶ່ງເປັນມາດຕະຖານສາກົນ, ສິິ່ງ ນີ້ຈະຊ່ວຍໃຫ້ຂໍ້ມູນວັດທະນະທຳ ຂອງລາວ ສາມາດເຊືີ່ອມໂຍງກັບ ຖານຂໍ້ມູນວັດທະນະທຳອາຊີ ແລະ ສາກົນ ຜ່ານລະບົບ API ໄດ້ຢ່າງ ສະດວກ ແລະ ເປັນລະບົບ; ຄວາມ ປອດໄພ ແລະ ການເປັນເຈົ້າຂອງ ຂໍ້ມູນຕາມທີີ່ໄດ້ກຳນົດໃນ MOU, ເຖິງແມ່ນວ່າ ACC ຈະເປັນເຈົ້າ ຂອງລິຂະສິດໃນການພັດທະນາ ລະບົບ, ແຕ່ລິຂະສິດຂອງຂໍ້ມູນ ວັດທະນະທຳລາວທັງໝົດແມ່ນເປັນ ຂອງ ສປປ ລາວ (MCT) ແຕ່ພຽງ ຜູ້ດຽວ. ພ້ອມກັນນັ້ນ, ພວກເຮົາກໍມີ ຄວາມອຸ່ນອຽນໃຈດ້ວຍກົນໄກສໍາ ຮອງຂໍ້ມູນແບບສອງຊັ້ນ (Dual Backup) ຢູ່ເຊີເວີຂອງ ACC ຊຶ່ງຈະເປັນຫລັກປະກັນໃນການກູ້ ຄືນຂໍ້ມູນຫາກເກີດເຫດສຸກເສີນ. ພ້ອມນີ້, ຄວາມຍືນຍົງຫລັງການ ມອບ-ຮັບ: ຕາມພັນທະໃນ MOU ມາດຕາ 5, ຫລັງການມອບ-ຮັບ ແລ້ວຄ່າໃຊ້ຈ່າຍໃນການດຳເນີນ ງານ ແລະ ບຳລຸງຮັກສາຈະແມ່ນ ຄວາມຮັບຜິດຊອບຂອງຝ່າຍລາວ. ດັັ່ງນັ້ນ, ໃຫ້ກົມວັນນະຄະດີ ແລະ ພິມ ຈຳໜ່າຍສົມທົບກັບກົມແຜນການ ແລະ ການຮ່ວມມືສາກົນ ເປັນເຈົ້າ ການຄົົ້ນຄວ້າກົນໄກງົບປະມານ ປົກກະຕິ ເພືີ່ອຮັບປະກັນໃຫ້ລະບົບ ນີ້ມີອາຍຸການນຳໃຊ້ທີີ່ຍາວນານ. ພາລະກິດປົກປັກຮັກສາໜັງສືໃບ ລານທີີ່ມີຫລາຍກວ່າ 8 ແສນ ຜູກ ທີີ່ຍັງມີຄວາມສ່ຽງຕໍ່າການສູນຫາຍ ຍັງແມ່ນບຸລິມະສິດສູງສຸດຂອງພວກ ເຮົາ ແລະ ຫວັງວ່າໝາກຜົນຂອງ ໂຄງການນີ້ ຈະໄດ້ຮັບການຜັນຂະ ຫຍາຍໃຫ້ກວ້າງຂວາງໄປທົ່ວປະ ເທດໃນຕໍ່ໜ້າ. ທ່ານ ນາງ ຈັນເພັດ ຄຳຟອງ ໄດ້ລາຍງານຜົນສຳເລັດຂອງ ການຈັດຕັ້ງປະຕິບັດໂຄງການ “ການສ້າງລະບົບບໍລິຫານ ແລະ ຄຸ້ມຄອງຂໍ້ມູນຂ່າວສານທາງດ້ານ ວັດທະນະທຳ ແລະ ຍົກລະດັບ ຂີດຄວາມສາມາດຂອງບຸກຄະລາ ກອນໃນຂະແໜງວັດທະນະທຳຢູ່ ສປປ ລາວ” ຊຶ່ງໂຄງການຮ່ວມມື ລະຫວ່າງສູນວັດທະນະທຳອາຊີ ແຫ່ງ ສ ເກົາຫລີ ແລະ ກະຊວງ ວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປປ ລາວ ໂດຍໄດ້ດໍາເນີນ ກິດຈະກໍາມາແຕ່ປີ 2022 ແລະ ປີ ນີ້ແມ່ນປີສຸດທ້າຍໃນການຈັດຕັ້ງ ປະຕິບັດໂຄງການໂດຍມີມູນຄ່າ ທັງໝົດ 3 ຕື້ວອນ ໄລຍະໂຄງການ 4 ປີ (2022-2025) ແລະ ໄດ້ ແບ່ງງົບປະມານ ຄື: ປີ 2022 ຈໍາ ນວນ 400 ລ້ານວອນ, ປີ 2023 ຈໍານວນ 800 ລ້ານວອນ, ປີ 2024 ຈໍານວນ 800 ລ້ານວອນ ແລະ ປີ 2025 ຈໍານວນ 1.000 ລ້ານວອນ ໂດຍມີກິດຈະກຳຫລັກຄື: ການ ພັດທະນາລະບົບຖານຂໍ້ມູນ; ຈັດຊື້ ອຸປະກອນເຂົ້າໃນສູນສະໜອງຂໍ້ມູນ ກະຊວງ ວທ, ຫໍສະໝຸດແຫ່ງຊາດ, ຫໍພິພິທະພັນແຫ່ງຊາດ ແລະ ຫໍ ພິພິທະພັນແຫ່ງຊາດຫລວງພະບາງ; ສ້າງລາຍການວັດທະນະທໍາຮີດ 12; ປ້ອນຂໍ້ມູນເຂົ້າໃນລະບົບຖານ ຂໍ້ມູນKDAC; ຈັດຕັ້ງຊຸດຝຶກອົບຮົມ ໃຫ້ແກ່ຂະແໜງວັດທະນະທຳ; ມອບ ອຸປະກອນຖ່າຍຮູບ ແລະ ຄອມ ພິວເຕີ ຊຶ່ງການຈັດຕັ້ງປະຕິບັດ ໂຄງການດັ່ງກ່າວ ໃນໄລຍະ 4 ປີ ໄດ້ປະກອບສ່ວນສໍາຄັນໃຫ້ແກ່ຂະ ແໜງວັດທະນະທຳຂອງລາວ ໂດຍ ສະເພາະການນຳໃຊ້ອຸປະກອນທີ່ ທັນສະໄໝເພື່ອຄຸ້ມຄອງ, ເກັບກຳ ແລະ ຮັກສາຂໍ້ມູນທາງວັດທະນະທຳ ດ້ວຍລະບົບດີຈິຕອນ. ພ້ອມນີ້, ຄະ ນະນຳກະຊວງ ວທ ຍັງໄດ້ເອົາໃຈ ໃສ່ຊີ້ນຳສ້າງເງື່ອນໄຂຄວາມສະ ດວກ ແລະ ໃຫ້ຄວາມສຳຄັນຕໍ່ ການຈັດຕັ້ງປະຕິບັດໂຄງການປົກ ປັກຮັກສາໜັງສືໃບລານຂອງລາວ ທີ່ໃກ້ຈະສູນຫາຍໃຫ້ເປັນຂໍ້ມູນດີ ຈິຕອນ ພ້ອມທັງໄດ້ສ້າງຄວາມ ເຂັ້ມແຂງໃຫ້ແກ່ບຸກຄະລາກອນ ໃນຂະແໜງຫໍສະໝຸດ, ພິພິທະພັນ ແຫ່ງຊາດ ແລະ ຫໍພິພິທະພັນຫລວງ ພະບາງ ໂດຍຜ່ານການຈັດຕັ້ງຝຶກ ອົບຮົມ, ທັດສະນະສຶກສາ ແລະ ການນໍາໃຊ້ອຸປະກອນທີ່ຈຳເປັນ ມີການຈັດຕັ້ງຢ່າງເນື່ອງນິດລຽນ ຕິດ. ແຕ່ເຖິງຢ່າງໃດກໍຕາມ, ພວກ ເຮົາຍັງມີຄວາມຈຳເປັນ ແລະ ມີ ຄວາມຮຽກຮ້ອງຕ້ອງການຄຸ້ມຄອງ ຊັບພະຍາກອນໜັງສືຜູກໃບລານດັ່ງ ກ່າວ, ເນື່ອງຈາກເປັນເອກະສານ ເກົ່າແກ່ຂອງ ສປປ ລາວ ທີ່ມີມາ ໃນປະຫວັດສາດໄດ້ຈາກການຈານ ແລະ ຈົດກ່າຍ, ບັນທຶກຈາກບັນດາ ພະສົງສາມະເນນ ແລະ ນັກປາດ ອາຈານສະໄໝກ່ອນ ສືບທອດ ມາເຖິງປັດຈຸບັນຖືເປັນມໍລະດົກ ທາງພູມປັນຍາທີ່ລໍ້າຄ່າທີ່ບັນຈຸ ເນື້ອຫາສາລະທີ່ກວ້າງຂວາງເຊັ່ນ: ປະຫວັດສາດ, ວັນນະຄະດີ, ພາສາ ສາດ, ຢາພື້ນເມືອງ, ພະທໍາຄໍາ ສອນຂອງສາສະໜາຕະຫລອດ ຮອດຄໍາພີດີກາທີ່ສໍາຄັນຕ່າງໆ ຊຶ່ງ ຖືກເກັບຮັກສາໄວ້ຕາມຫໍສະໝຸດ ແລະ ວັດວາອາຮາມໃນຂອບເຂດ ທົ່ວປະເທດ ຊຶ່ງຍັງມີຫລາຍກວ່າ 8 ແສນຜູກ ທີ່ປັດຈຸບັນມີຄວາມສ່ຽງ ແລະ ພວມຫລຸດໜ້ອຍຖອຍລົງຍ້ອນ ເຫດຜົນຫລາຍປະການຄື: ການເກັບ ຮັກສາຕົ້ນສະບັບບໍ່ໄດ້ດີເທົ່າທີ່ຄວນ ເຊັ່ນ: ປ່ອຍໃຫ້ປວກ, ໜູ ຫລື ສັດ ອື່ນໆກັດ ກໍ່ໃຫ້ເກີດຄວາມເສຍຫາຍ ແລະ ສູນເສຍຈາກໄພພິບັດຕ່າງໆ ເຊັ່ນ: ໄຟໄໝ້, ນໍ້າຖ້ວມເປັນຕົ້ນ, ແຕ່ປັດຈຸບັນພວກເຮົາຍັງຂາດງົບ ປະມານໃນການໄປເກັບກໍາຂໍ້ມູນ ແລະ ສ້າງເປັນຂໍ້ມູນດີຈິຕອນຢູ່. ໄຟຟ້າລາວ (EDL), ບໍລິສັດທາງ ລົດໄຟ ລາວ-ຈີນ (LCRC) ແລະ ບໍລິສັດສົ່ງໄຟຟ້າແຫ່ງຊາດລາວ (EDL-T) ເຂົ້າຮ່ວມ. ຜົນສຳເລັດທີ່ໄດ້ນຳສະເໜີໃນ ຄັ້ງນີ້, ປະກອບມີ: ການຍົກລະດັບ ຄວາມໝັ້ນຄົງດ້ານການສະໜອງ ໄຟຟ້າສຳລັບທາງລົດໄຟ ລາວຈີນ ແລະ ການສ້າງຕັ້ງຄູ່ຮ່ວມມື ດ້ານພະລັງງານໄຟຟ້າແບບສອງ ຝ່າຍ ຊຶ່ງໄດ້ສະແດງໃຫ້ເຫັນຢ່າງ ເປັນລະບົບກ່ຽວກັບຜົນສຳເລັດທີ່ ໂດດເດັ່ນຂອງການຮ່ວມມືດ້ານ ພະລັງງານໄຟຟ້າ ລາວ-ຈີນ ຜ່ານ ເສັ້ນທາງການພັດທະນາທີ່ມີຄຸນ ນະພາບສູງໃນປີ 2025 ຊຶ່ງໃນ ປີ 2025, ພາຍໃຕ້ການປະສານ ງານ ແລະ ການຊີ້ນຳຂອງກະຊວງ ອຸດສາຫະກຳ ແລະ ການຄ້າ, ກະ ຊວງໂຍທາທິການ ແລະ ຂົນສົ່ງ ແຫ່ງ ສປປ ລາວ ແລະ ບໍລິສັດຕາ ຂ່າຍໄຟຟ້າພາກໃຕ້ຈີນ, EDL-T ໄດ້ນຳພາກຸ່ມເຮັດວຽກຮ່ວມກັບ EDL, LCRC ແລະ ສຳນັກງານ ສະໜອງໄຟຟ້າຄຸນໝິງຢຸນນານ ແລະ ສຳນັກງານສະໜອງໄຟຟ້າສິບ ສອງພັນນາຂອງບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຈີນ ເພື່ອສ້າງຕັ້ງກຸ່ມ ເຮັດວຽກຮ່ວມພິເສດ, ລົງນາມໃນ “ແຜນການເຮັດວຽກຮ່ວມ” ໂດຍ ສຸມໃສ່ 4 ໜ້າວຽກຫລັກ ຄື: ເສີມ ສ້າງພື້ນຖານຂອງຕາຂ່າຍໄຟຟ້າ, ປັບປຸງຄຸນນະພາບການດຳເນີນ ງານ ແລະ ການບຳລຸງຮັກສາ, ແກ້ ໄຂຄວາມສ່ຽງດ້ານຄວາມປອດໄພ ທີ່ບົ່ມຊ້ອນ ແລະ ເສີມສ້າງທາງດ້ານ ວິຊາການ. ທ່ານ ເຫລັກໄຫລ ສີວິໄລ ໄດ້ ກ່າວວ່າ: ການຂົນສົ່ງ ແລະ ພະລັງ ງານໄຟຟ້າເປັນທ່າແຮງຫລັກຂອງ ການພັດທະນາປະເທດຊາດ, ການ ສະໜອງໄຟຟ້າໃຫ້ແກ່ເສັ້ນທາງ ລົດໄຟ ລາວ-ຈີນ ຂອງບໍລິສັດດັ່ງ ກ່າວ ແມ່ນໜຶ່ງໃນປັດໄຈສຳຄັນທີ່ ຊ່ວຍກະຕຸກຊຸກຍູ້ເຮັດໃຫ້ເສັ້ນທາງ ລົດໄຟ ລາວ-ຈີນ ດຳເນີນການ ແລ່ນລົດໄຟໄດ້ຢ່າງເປັນປົກກະຕິ ແລະ ມີຜົນສຳເລັດຂຶ້ນໄປເລື້ອຍໆ. ສປປ ລາວ ຈະສົ່ງເສີມການເຊື່ອມ ໂຍງຢ່າງເລິກເຊິ່ງຂອງການວາງ ແຜນເຄືອຂ່າຍການຂົນສົ່ງ ແລະ ການວາງແຜນຕາຂ່າຍໄຟຟ້າຫລັກ ແຫລ່ງ, ເສີມສ້າງເປັນ “ເສັ້ນເລືອດ ແດງພະລັງງານ” ທີ່ແທ້ຈິງທີ່ສົ່ງ ເສີມການພັດທະນາເສດຖະກິດຂອງ ລາວ ແລະ ເປັນປະໂຫຍດຕໍ່ປະຊາ ຊົນທັງສອງປະເທດ. ທ່ານ ສັນຕິສຸກ ພິມປະຈັນ ຫົວ ໜ້າກົມນະໂຍບາຍ, ແຜນພະລັງ ງານ ແລະ ປະເມີນຜົນກະຊວງອຸດ ສາຫະກຳແລະການຄ້າໄດ້ກ່າວວ່າ: ການຮ່ວມມືສອງຝ່າຍລະຫວ່າງ ລາວ-ຈີນ ດ້ານພະລັງງານໄຟຟ້າ ໄດ້ເຂົ້າສູ່ໄລຍະໃໝ່ຂອງການເຊື່ອມ ໂຍງຢ່າງເລິກເຊິ່ງ ໂດຍການເຊື່ອມ ໂຍງເຊື່ອມຈອດພະລັງງານກາຍ ເປັນເສົາຄ້ຳຫລັກຂອງການຮ່ວມມື ດ້ານເສດຖະກິດ ແລະ ເຕັກໂນໂລ ຊີລະຫວ່າງສອງປະເທດ. ພ້ອມນີ້, ສອງຝ່າຍ ລາວ-ຈີນ ຍັງໄດ້ຮ່ວມມື ກັນຢ່າງໃກ້ຊິດ ເພື່ອປັບປຸງນະວັດ ຕະກຳເຕັກໂນໂລຊີ ແລະ ການບໍ ລິຫານທີ່ທັນສະໄໝໄປພ້ອມໆກັນ, ຊ່ວຍໃຫ້ ສປປ ລາວ ທັນກັບທ່າ ອ່ຽງຂອງອຸດສາຫະກຳພະລັງງານ ທົ່ວໂລກ ແລະ ບັນລຸການພັດທະນາ ທີ່ຍືນຍົງ ແລະ ມີຄຸນນະພາບສູງໃນ ຂະແໜງພະລັງງານຢ່າງຕໍ່ເນື່ອງ. ທ່ານ ຈ່າງປີ່ນ ຮອງຜູ້ອຳນວຍ ການພະແນກສາຍສົ່ງ ແລະ ຈຳ ໜ່າຍໄຟຟ້າບໍລິສັດຕາຂ່າຍໄຟຟ້າ ພາກໃຕ້ໃຫ້ຮູ້ວ່າ: ການດຳເນີນງານ ທີ່ໝັ້ນຄົງຂອງ EDL-T, ການ ຍົກລະດັບຄວາມສາມາດໃນການ ຮັບປະກັນການສະໜອງພະລັງງານ ໄຟຟ້າໃຫ້ແກ່ທາງລົດໄຟ ຈີນລາວ ແລະ ການເພີ່ມປະສິດທິພາບ ຢ່າງຕໍ່ເນື່ອງຂອງຕາຂ່າຍໄຟຟ້າ ນະຄອນຫລວງວຽງຈັນ ລ້ວນ ແລ້ວແຕ່ເປັນຜົນໄດ້ຮັບທີ່ເປັນຮູບ ປະທຳ, ແມ່ນການລວມຕົວຂອງ ການຮ່ວມມືຢ່າງຈິງໃຈ ແລະ ການ ເຮັດວຽກແທ້ຈິງລະຫວ່າງ ລາວຈີນ ແລະ ເປັນຫລັກຖານທີ່ຊັດເຈນ ຕໍ່ມິດຕະພາບ, ຄວາມໄວ້ເນື້ອເຊື່ອ ໃຈເຊິ່ງກັນ ແລະ ກັນລະຫວ່າງປະ ຊາຊົນສອງຊາດ. ທ່ານ ເຫີຊຽວຕົງປະທານບໍລິສັດ ຕາຂ່າຍໄຟຟ້າຢຸນນານ ກ່າວວ່າ: ນັບແຕ່ສຳນັກງານສະໜອງໄຟຟ້າ ຄຸນໝິງ ແລະ ສຳນັກງານສະໜອງ ໄຟຟ້າສິບສອງພັນນາ ໄດ້ຮ່ວມມືກັບ ສຳນັກງານສະໜອງໄຟຟ້າວຽງຈັນ ແລະ ສຳນັກງານສະໜອງໄຟຟ້າ ຫລວງພະບາງ ໃນເດືອນເມສາ ຜ່ານມາ, ການຮ່ວມມືລະຫວ່າງ ຈີນ ແລະ ລາວ ໄດ້ມີປະສິດທິພາບ ຢ່າງໜ້າປະທັບໃຈ, ໄດ້ຮ່ວມກັນ ພັດທະນາແຜນການຕາຂ່າຍໄຟຟ້າ ວຽງຈັນ ແລະ ສ້າງເຂດສາທິດ ທາງດ້ານຄວາມໜ້າເຊື່ອຖືສາມ ແຫ່ງ, ຊ່ວຍຫລຸດຜ່ອນອັດຕາການ ເກີດຄວາມຜິດພາດຂອງເຄືອຂ່າຍ ຈຳໜ່າຍໄຟຟ້າວຽງຈັນລົງ 14%. ໃນກອງປະຊຸມ, ບໍລິສັດຕາຂ່າຍ ໄຟຟ້າພາກໃຕ້ຈີນ ຍັງໄດ້ນຳສະເໜີ ບົດລາຍງານກ່ຽວກັບກົນໄກການ ເຄື່ອນໄຫວຂອງຄະນະກຳມະການ ຮ່ວມມືມາດຕະຖານໄຟຟ້າ ລາວຈີນ. ພ້ອມນັ້ນ, ບໍລິສັດ EDL-T ຍັງໄດ້ນຳສະເໜີຜົນສຳເລັດການ ຄຸ້ມຄອງການຈັດຕັ້ງປະຕິບັດ ESG ຂອງ ສປປ ລາວ, ປະຕິບັດຄຳ ໝັ້ນສັນຍາອັນຈິງຈັງທີ່ຈະ “ສ້າງ ຕາຂ່າຍໄຟຟ້າທີ່ດີ ແລະ ເປັນປະ ໂຫຍດຕໍ່ປະຊາຊົນ”. ໃນຂະນະ ທີ່ສຳນັກງານສະໜອງໄຟຟ້າຄຸນ ໝິງຕາຂ່າຍໄຟຟ້າພາກໃຕ້ຈີນ ໄດ້ ສະແດງໃຫ້ເຫັນເຖິງການຈັດຕັ້ງ ປະຕິບັດໂຄງການພະລັງງານໄຟ ຟ້າ “ນ້ອຍແຕ່ມີຄຸນຄ່າ”, ໂດຍໄດ້ ຮ່ວມມືກັບລັດວິສາຫະກິດໄຟຟ້າ ລາວສາຂານະຄອນຫລວງ 1 ແລະ ສາຂານະຄອນຫລວງ 2 ເພື່ອປະກອບສ່ວນພາກປະຕິບັດ “ແນວທາງຂອງຈີນ” ເຂົ້າໃນການ ຍົກສູງຄວາມເຊື່ອຖືໄດ້ຂອງການ ສະໜອງໄຟຟ້າ ແລະ ການປັບປຸງ ການຄຸ້ມຄອງການສູນເສຍສາຍສົ່ງ ໄຟຟ້າໃນນະຄອນຫລວງວຽງຈັນ ສປປ ລາວ. ໃນໂອກາດດຽວກັນ, ຍັງໄດ້ ມອບມາດຕະຖານດ້ານວິຊາການ ແລະ ການອຸປະຖໍາວັດສະດຸ ໂດຍ ສຳນັກງານສະໜອງພະລັງງານ ຄຸນໝິງ ໄດ້ສະໜັບສະໜູນວັດສະ ດຸທັງໝົດ 708 ລາຍການໃຫ້ແກ່ ກະຊວງອຸດສາຫະກຳ ແລະ ການ ຄ້າຂອງ ສປປ ລາວ ແລະ ລັດ ວິສາຫະກິດໄຟຟ້າລາວສາຂານະ ຄອນຫລວງ 1, ລວມທັງຍານພາ ຫະນະເຮັດວຽກທາງອາກາດ ແລະ ເຄື່ອງມືຄວາມປອດໄພ. ພ້ອມທັງ ມອບມາດຕະຖານດ້ານວິຊາການ ແລະ ຄູ່ມືວິຊາຊີບຈຳນວນໜຶ່ງ ຊຶ່ງໄດ້ສະໜັບສະໜູນການປັບປຸງ ອຸປະກອນທາງດ້ານໄຟຟ້າຂອງ ລາວ ແລະ ຍົກລະດັບການຄຸ້ມຄອງ ຢ່າງມີປະສິດທິພາບ.
RkJQdWJsaXNoZXIy MTc3MTYxMQ==