7179

oE.9Ia d-kfva opy j '.spj oE.9Ia [.-h xt-k-q o1j k'\q f9y f\q f.9 0v'xtmkko wdlvo rq ,;y dko 22/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ບົດສະເໜີົີ (ແຫລ່ງຂໍ້ມູນຈາກສະຫວັນນະເຂດ)່ ງໍ້ ມູນັ ນ (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານື່ັີົິ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025)ົີັັ g,n v'w-pt[6 ]u Ia [Iv'gvq k7v[7q ; c]t [h kora fmtokmk'fh kocI''ko c]t lts;a ffu dkola '7q , ໂດຍ: ສົມພົງ ສີສະຫັວດົ ມົ ງີ ສັ ວ ຂປລ. ຫວ່າງບໍ່ດົນມານີ້, ເຂດ ນາມອນ ເມືອງໄຊຍະບູລີ ແຂວງໄຊ ຍະບູລີ ໄດ້ຈັດພິທີປະກາດຮັບຮອງ ເອົາ 5 ບ້ານຄື: ບ້ານນາມອນ, ປາກ ທຽວ, ລ້ອງແຊງ, ບ້ານທ່າ ແລະ ບ້ານໂພນໂຮມເມືອງ ແລະ ແຂວງ ໄຊຍະບູລີ ເປັນຄອບຄົວ ແລະ ບ້ານ ພັດທະນາທາງດ້ານແຮງງານແລະ ສະຫວັດດີການສັງຄົມ ໂດຍມີທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະ ກຳມະການປົກຄອງ ເມືອງໄຊຍະບູ ລີ, ມີຫ້ອງການ, ອົງການປົກຄອງ ບ້ານ 5 ບ້ານ ແລະ ພໍ່ແມ່ປະຊາຊົນ ພາຍໃນບ້ານນາມອນ ເຂົ້າຮ່ວມ. ທ່ານ ລິຄິດ ແຊ່ເຕີນ ຫົວໜ້າ ຫ້ອງການແຮງງານ ແລະ ສະຫວັດ ດີການສັງຄົມເມືອງ ໄດ້ໃຫ້ຮູ້ວ່າ: ເຂດນາມອນ ຕັ້ງຢູ່ທາງທິດຕາເວັນ ຕົກຂອງເມືອງໄຊຍະບູລີ,ຫ່າງຈາກ ເທສະບານເມືອງ 27 ກິໂລແມັດ, ມີ ຈຳນວນໜ່ວຍຄຸ້ມຄອງພົນລະເມືອງ ທັງໝົດ 75 ໜ່ວຍຜະລິດ, ມີ 963 ຄອບຄົວ, ມີປະຊາກອນ 5.417 ຄົນ ຍິງ 2.763 ຄົນ, ກໍາລັງແຮງ ງານ (ຜູ້ມີອາຍຸ 14-60 ປີ) ຈໍາ ນວນ 4.264 ຄົນ ຍິງ 2.000 ກວ່າຄົນ ເຊຶ່ງປະກອບອາຊີບຕາມ ແຕ່ລະຂົງເຂດດັ່ງນີ້: ຂົງເຂດກະສິ ກຳ 2.113 ຄົນ ຍິງ 1.015 ຄົນ, ກວມເອົາ 49,5%, ຂົງເຂດອຸດສາ ຫະກຳມີ 1.276 ຄົນ ຍິງ 622 ຄົນ, ກວມເອົາ 29,9%, ຂົງເຂດບໍລິ ການ ມີ 875 ຄົນ ຍິງ 447 ຄົນ, ກວມເອົາ 20,5%; ມີກອງທຶນພັດ ທະນາບ້ານ ຈໍານວນ 4 ບ້ານ, ມີ ເງິນທັງໝົດ 4.592 ລ້ານກວ່າກີບ. ການສ້າງຄອບຄົວ ແລະ ບ້ານດ້ານ ແຮງງານ ແລະ ສະຫວັດດີການ ສັງຄົມແມ່ນປະຕິບັດຕາມ 6 ບາດ ກ້າວ; ກວດກາຕີລາຄາຕາມ 3ມາດ ຖານຂອງຄອບຄົວ ແລະ 6 ມາດ ຖານຂອງບ້ານພັດທະນາດ້ານ ແຮງງານ ແລະ ສະຫວັດດີການສັງ ຄົມ ດັ່ງນີ້: ປະເມີນຄອບຄົວຕາມ 3 ມາດຖານຄື: ສະມາຊິກຄອບຄົວ ທີ່ມີອາຍຸແຕ່ 14-60 ປີໄດ້ຮັບ ການຝຶກອົບຮົມຮຽນຮູ້ລະບຽບກົດ ໝາຍດ້ານແຮງງານ ແລະ ສະຫວັດ ດີການສັງຄົມ ກວມອັດຕາ 80% ຂຶ້ນໄປ ກວມເອົາ 100%, ກໍາລັງ ແຮງງານພາຍໃນຄອບຄົວທີ່ມີອາຍຸ 14-60 ປີ ມີວຽກເຮັດງານທຳໃດ ໜຶ່ງຖືກຕ້ອງຕາມລະບຽບກົດໝາຍ ກວມເອົາ 95%; ສະມາຊິກພາຍ ໃນຄອບຄົວໄດ້ເປັນສະມາຊິກຊ່ວຍ ເຫລືອເຊິ່ງກັນ ແລະ ກັນໃດໜຶ່ງ ຄອບຄົວມີຄວາມສາມັກຄີ ແລະ ມີຊີ ວິດການເປັນຢູ່ທີ່ດີກວມເອົາ 98%, ຜ່ານການສັງລວມ ແລະ ສະເລ່ຍ ຕາມ 3 ມາດຖານຂອງຄອບຄົວ ປະຕິບັດໄດ້ 97,6%. ປະເມີນບ້ານ ຕາມ 6 ມາດຖານຄື: ປະຊາຊົນພາຍ ໃນບ້ານມີອາຍຸແຕ່ 14-60 ປີໄດ້ຮັບ ການສຶກສາອົບຮົມຮຽນຮູ້ລະບຽບ ກົດໝາຍແຮງງານດ້ານແຮງງານ ແລະ ສະຫວັດດີການສັງຄົມ ກວມ ອັດຕາ 80% ຂຶ້ນໄປ ກວມເອົາ 100%; ມີຜູ້ຮັບຜິດຊອບວຽກງານ ແຮງງານ ແລະ ສະຫວັດດີການ ສັງຄົມ ປະຕິບັດໄດ້ 98%; ມີປຶ້ມ ບັນທຶກຂໍ້ມູນສະຖິຕິດ້ານແຮງງານ ແລະ ສະຫວັດດີການສັງຄົມ ທີ່ ເປັນລະບົບປະຕິບັດໄດ້ 90%; ກໍາ ລັງແຮງງານພາຍໃນບ້ານທີ່ມີ ອາຍຸ 14-60 ປີມີວຽກເຮັດງານ ທໍາຕາມຄວາມຮູ້ຄວາມສາມາດ ແລະ ຝຶກອົບຮົມສ້າງສີມືອາຊີບ ໃດໜຶ່ງ ຫລື ຜ່ານລະບົບກໍ່ສ້າງຕໍ່າ ສຸດ 25% ຂຶ້ນໄປ ແລະ ຖືກຕ້ອງ ຕາມລະບຽບກົດໝາຍປະຕິບັດໄດ້ 98%; ມີການຄຸ້ມຄອງແຮງງານ ລາວ ແລະ ແຮງງານຕ່າງປະເທດ ທີ່ມາອອກແຮງງານພາຍໃນບ້ານ ທີ່ຖືກຕ້ອງຕາມລະບຽບກົດໝາຍ 85%, ປະຊາຊົນພາຍໃນບ້ານໄດ້ ມີຊີວິດການເປັນຢູ່ທີ່ດີ ມີປະກັນ ສັງຄົມໃດໜຶ່ງ ແລະ ຊ່ວຍເຫລືອ ເຊິ່ງກັນ ແລະ ກັນໃດໜຶ່ງພາຍໃນ ບ້ານ 98%; ຜ່ານການສັງລວມ ແລະ ສະເລ່ຍຕາມ 6 ມາດຖານ ຂອງບ້ານປະຕິບັດໄດ້ 94,8%; ສາມາດຢັ້ງຢືນເປັນບ້ານພັດທະນາ ດ້ານແຮງງານ ແລະ ສະຫວັດດີ ການສັງຄົມ. ຕາງໜ້າມອບໃບຢັ້ງຢືນ ບ້ານ ພັດທະນາທາງດ້ານແຮງງານ ແລະ ສະຫວັດດີການສັງຄົມ, ມອບໃບຢັ້ງ ຢືນຄອບຄົວພັດທະນາທາງດ້ານ ແຮງງານ ແລະ ສະຫວັດດີການສັງ ຄົມ ໂດຍທ່ານ ຈັນເພັງ ອູ່ທອງຄຳ ປະທານຄະນະກຳມະການປົກຄອງ ເມືອງໄຊຍະບູລີ ພ້ອມທັງເປີດປ້າຍ 5 ບ້ານ ເປັນບ້ານພັດທະນາທາງ ດ້ານແຮງງານ ແລະ ສະຫວັດດີ ການສັງຄົມ ຢ່າງເປັນທາງການ. 5 xu zj ko,k lts;a ootg0f,u zq oleg]a f .odko9a f8A 'xt8y [a f;k]tcsj '-kf ;j kfh ;pdko cdh w07;k,sp5h 'pkd fh koglf4tdy f{la '7q , ຂປລ. ຕາມການລາຍງານຂອງ ທ່ານ ຄໍາຜຸຍ ສີບຸນເຮືອງ ຮອງ ປະທານຄະນະກໍາມະການປົກຄອງ ແຂວງສະຫວັນນະເຂດ ຕໍ່ກອງປະ ຊຸມທ້າຍສະໄໝຂອງສະພາປະຊາ ຊົນແຂວງ ຊຸດທີ 4 ສະໄໝສາມັນ ເທື່ອທີ 10 ເມື່ອມໍ່ໆມານີ້ວ່າ: ຜົນສຳ ເລັດການຈັດຕັ້ງປະຕິບັດວາລະແຫ່ງ ຊາດວ່າດ້ວຍການແກ້ໄຂຄວາມ ຫຍຸ້ງຍາກທາງດ້ານເສດຖະກິດການເງິນ 5 ປີຜ່ານມາ (20212025) ລວມມີ 5 ວຽກຈຸດສຸມ ດັ່ງນີ້: ວຽກຈຸດສຸມທີ 1. ການສົ່ງເສີມ ການຜະລິດ ເພື່ອທົດແທນການ ນໍາເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ- ຍືນຍົງ (ຫັນປ່ຽນໄປສູ່ສັງຄົມການ ຜະລິດ) ປະກອບມີ 21 ຄາດໝາຍ, ປະຕິບັດໄດ້ 20 ຄາດໝາຍ ແລະ 1 ຄາດໝາຍ ບໍ່ສາມາດຈັດຕັ້ງປະຕິ ບັດໄດ້ຄື: (ຫລຸດລາຄາຫົວໜ່ວຍໄຟ ຟ້າກຸ່ມຜະລິດກະສິກຳ), ຂະຫຍາຍ ຂ່າຍໄຟຟ້າເຂົ້າສູ່ເຂດການຜະລິດ ໄດ້ທັງໝົດ 4 ໂຄງການ ມູນຄ່າ 8,06 ຕື້ກີບ ຄື: ສ້າງຕາໜ່າງໄຟ ຟ້າເຂົ້າສະຖານີຈັກສູບນ້ຳ ຈຸດສຸມ ແກ້ງລີ້ນ, ຈຸດສຸມຕັ່ງອາໄລ ເມືອງ ນອງ; ໄດ້ເອົາໃຈໃສ່ຊຸກຍູ້ການຜະ ລິດ ແລະ ປຸງແຕ່ງສິນຄ້າ ຕາມທ່າ ແຮງຂອງແຂວງເຊັ່ນ: ຜະລິດກະ ສິກໍາທົດແທນການນໍາເຂົ້າ, ຊຸກຍູ້ ການຜະລິດກະສິກໍາເປັນສິນຄ້າ ເພື່ອສົ່ງອອກ, ຄຽງຄູ່ກັນນັ້ນຍັງ ໄດ້ສົ່ງເສີມຜະລິດຕະພັນ, ປຸງແຕ່ງ ສິນຄ້າທີ່ມີທ່າແຮງຊົມໃຊ້ພາຍໃນ ແລະ ສົ່ງອອກ, ກໍ່ສ້າງຟື້ນຖານໂຄງ ລ່າງ ເພື່ອສົ່ງເສີມການຜະລິດ ແລະ ການໃຫ້ບໍລິການ ຕາມແລວທາງ ເສດຖະກິດພາຍໃນແຂວງ ແລະ ບັນ ດາເມືອງ ໄດ້ໂດຍພື້ນຖານ; ວຽກ ຈຸດສຸມທີ 2: ສ້າງຄວາມເຂັ້ມແຂງ ຂປລ. ປະທານ ໄກສອນ ພົມວິ ຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ແມ່ນລູກຜູ້ປະເສີດຂອງປະຊາຊົນ ລາວບັນດາເຜົ່າ, ແມ່ນນັກປະຕິວັດ ຜູ້ດີເລີດ, ເປັນຜູ້ນໍາສູງສຸດຂອງ ການປະຕິວັດລາວ ທີ່ມີຄວາມປີຊາ ສາມາດ, ມີຄວາມສະຫລາດຫລັກ ແຫລມ, ມີໄຫວພິບອັນແຫລມຄົມ, ມີນໍ້າໃຈຕໍ່ສູ້ເດັດດ່ຽວໜຽວແໜ້ນ, ເປັນຜູ້ນຳທີ່ແສນເຄົາລົບຮັກຂອງ ພັກ, ຂອງລັດ, ຂອງປະຊາຊົນ ແລະ ເປັນວິລະບູລຸດທີ່ໄດ້ອຸທິດຕົນ ເພື່ອ ພາລະກິດປົດປ່ອຍຊາດ ກໍຄືພາລະ ກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ, ຊີວິດ ແລະ ພາ ລະກິດປະຕິວັດລາວ ຂອງປະທານ ໄກສອນ ພົມວິຫານ ໄດ້ຕິດພັນຢ່າງ ສະໜິດແໜ້ນກັບການຂະຫຍາຍ ຕົວຂອງພັກ ແລະ ຂອງການປະຕິ ວັດເຮົາ, ປະທານໄດ້ນຳເອົາການ ປະຕິວັດກ້າວຂຶ້ນເທື່ອລະກ້າວ, ຈົນ ສາມາດຍາດເອົາໄຊຊະນະຢ່າງ ສົມບູນ ແລະ ນໍາພາພາລະກິດປ່ຽນ ແປງໃໝ່ຮອບດ້ານ ມີຫລັກການ ຂອງພັກ ເພື່ອສ້າງປະຖົມປັດໄຈ ກ້າວຂຶ້ນສັງຄົມນິຍົມຢ່າງໜັກແໜ້ນ ແລະ ມີໄຊ. ດ້ວຍນ້ຳໃຈຮັກຊາດອັນຍິ່ງໃຫຍ່ ຂອງປະທານ ໄກສອນ ພົມວິຫານ ແມ່ນການຮັກທ້ອງຖິ່ນ ແລະ ຮັກປະ ເທດຊາດຢ່າງຮອບດ້ານ, ຮັກວັດ ທະນະທຳບັນດາເຜົ່າ ແລະ ວັດທະ ນະທຳຂອງຊາດ. ນ້ຳໃຈຮັກຊາດ ດັ່ງກ່າວແມ່ນໄດ້ກຽມພ້ອມນຳເອົາ ຄວາມຮູ້, ຄວາມສາມາດຂອງຕົນ ເອງ ເພື່ອຮັບໃຊ້ປະເທດຊາດ ເປັນ ຕົ້ນແມ່ນຮັບໃຊ້ການປົດປ່ອຍຊາດ, ດ້ານການເກັບລາຍຮັບງົບປະມານ ມີ 24 ຄາດໝາຍ, ຈັດຕັ້ງປະຕິບັດ ໄດ້ 24 ຄາດໝາຍ, ຜ່ານການຈັດ ຕັ້ງປະຕິບັດມີຜົນສໍາເລັດ ຄື: ສຳ ເລັດການຂະຫຍາຍຖານລາຍຮັບ ເຂົ້າລະບົບ (Tax Ris) 14 ເມືອງ ແລະ ນະຄອນໄກສອນ ພົມວິຫານ, ມີຫົວໜ່ວຍຈຸນລະວິສາຫະກິດ, ມີ ລາຍຮັບທຸລະກິດປະຈໍາປີ ແຕ່ 50 ລ້ານກີບ ຫາ 400 ລ້ານກີບ/ປີ) 4.904 ຫົວໜ່ວຍ,ໃນນີ້ ນອນຢູ່ໃນ ລະບົບອາກອນມູນຄ່າເພີ່ມ 640 ຫົວໜ່ວຍ ກວມເອົາ 13%, ຍັງ ຄ້າງ 4.264 ຫົວໜ່ວຍ; ວຽກຈຸດ ສຸມທີ 3: ສົ່ງເສີມການປະຢັດ, ຕ້ານ ການຟູມເຟືອຍ, ຍົກສູງປະສິດທິ ຜົນການລົງທຶນ-ລາຍຈ່າຍງົບປະ ມານ ແລະ ການແກ້ໄຂໜີ້ສິນ, ມີ 11 ຄາດໝາຍ, ປະຕິບັດໄດ້ 11 ຄາດ ໝາຍ, ຜ່ານການຈັດຕັ້ງປະຕິບັດມີ ຜົນສໍາເລັດ ຄື: ໄດ້ສຸມໃສ່ແກ້ໄຂໜີ້ ສິນໂຄງການລົງທຶນຂອງລັດເປັນ ໂຄງການແກ່ຍາວມາຫລາຍປີ ແຕ່ ປີ 2002 ມາຮອດປັດຈຸບັນສາມາດ ປິດບັນຊີໂຄງການແຕ່ປີ 2012 ຄືນ ຫລັງໄດ້ 302 ໂຄງການ, ເປັນເງິນ 817 ຕື້ກີບ; ສະເໜີສະພາພິຈາ ລະນາໂຈະບັນດາໂຄງການສຳປະ ທານ ບໍ່ປະຕິບັດສັນຍາແກ່ຍາວມາ ຫລາຍປີ ຈໍານວນ 11 ໂຄງການ, ສະເພາະປີ 2025 ຈໍານວນ 2 ໂຄງການ; ວຽກຈຸດສຸມທີ 4: ສ້າງ ສະຖຽນລະພາບດ້ານເງິນຕາ ມີ 6 ຄາດໝາຍ, ຈັດຕັ້ງປະຕິບັດ 6 ຄາດ ໝາຍ. ຜ່ານການຈັດຕັ້ງປະຕິບັດມີ ຜົນສໍາເລັດ ຄື:ສົມທົບກັບລັດຖະ ບານຮ່ວມກັບຄະນະສະເພາະກິດ ຂອງແຂວງເອົາໃຈໃສ່ກວດກາ ຮ້ານແລກປ່ຽນເງິນຕາຄຸ້ມຄອງ ການເໜັງຕີງຂອງເງິນໃນເກນຄວບ ຄຸມຂອງລັດຖະບານ ວາງອອກ. ໄດ້ອະນຸມັດປ່ອຍກູ້ໃຫ້ບັນດາຫົວ ໜ່ວຍທຸລະກິດ SME ໃນປີ 2025 ຈໍານວນ 77 ໜ່ວຍ, ເປັນເງິນ 126,15 ຕື້ກີບ;ໄດ້ສົ່ງເສີມສິນຄ້າ ພາຍໃນ ແລະ ໄດ້ກາໝາຍໂອດັອບ (ODOP) ຈຳນວນ 3 ຫົວໜ່ວຍ ມີ 24 ຜະລິດຕະພັນ; ວຽກຈຸດສຸມ ທີ 5: ຍົກສູງປະສິດທິພາບການ ຄຸ້ມຄອງລັດດ້ວຍກົດໝາຍ, ມີ 2 ຄາດໝາຍ, ຈັດຕັ້ງປະຕິບັດ 2 ຄາດ ໝາຍ, ຜ່ານການຈັດຕັ້ງປະຕິບັດມີ ຜົນສໍາເລັດ ຄື:ໄດ້ສໍາເລັດຄົ້ນຄວ້າ ປັບປຸງພາລະບົດບາດ, ໜ້າທີ່, ຂອບ ເຂດ, ສິດ ຂັ້ນພະແນກການທົ່ວ ແຂວງ ໄດ້ທັງໝົດ 32 ພະແນກ ການ, ເທົ່າກັບ (100%) ແລະ ຂັ້ນ ເມືອງສຳເລັດ 100%;ໄດ້ຊຸກຍູ້ ໃຫ້ບັນດາພະແນກການກໍານົດລະ ບຽບການບໍລິການເອກະສານຜ່ານ ປະຕູດຽວ 14 ເມືອງ, ນະຄອນ ປັດຈຸບັນສຳເລັດ 2 ຈຸດ ຄື: ນະຄອນ ໄກສອນ ແລະ ເຂດເສດຖະກິດສະ ຫວັນ-ເຊໂນ. ປົກປັກຮັກສາ ແລະ ພັດທະນາປະ ເທດຊາດ. ນ້ຳໃຈຮັກຊາດທີ່ເປັນ ເອກະລັກຂອງເພິ່ນແມ່ນເວລາໃດ ນ້ຳໃຈຮັກຊາດກໍສະແດງອອກໃນ ການກະທຳ, ໃນວຽກງານຕົວຈິງ, ຕໍ່ສູ້ຢ່າງເດັດດ່ຽວເດັດຂາດ ບໍ່ປານິ ປາມອນຕໍ່ແນວຄິດ ແລະ ການກະ ທຳທີ່ທຳລາຍການປະຕິວັດລາວ ແລະເປັນການກະທຳຢ່າງຕັ້ງໜ້າ ຂອງປະເທດຊາດ; ນ້ຳໃຈຮັກຊາດ ຂອງເພິ່ນແມ່ນຍັງຂຶ້ນກັບລະບົບ ແນວຄິດທີ່ກ້າວໜ້າ, ປະຕິວັດ ແລະ ປະຫວັດສາດຂອງຍຸກສະໄໝ. ທັງ ໝົດນີ້ແມ່ນໄດ້ປະສົມກົມກຽວຕິດ ແໜ້ນລະຫວ່າງ ຊົນຊັ້ນກຳມະກອນ ແລະປະຊາຊົນລາວບັນດາເຜົ່າ. ໃນ ການເຄື່ອນໄຫວປະຕິວັດຂອງເພິ່ນ ແມ່ນມີຜົນງານຢ່າງຫລວງຫລາຍ, ໂດດເດັ່ນທີ່ສຸດ ເຊິ່ງຫລາຍຄົນຮັບ ຮູ້, ຍອມຮັບຕໍ່ຜົນງານດ່ັງກ່າວນັບ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ເພິ່ນໄດ້ທຸ້ມເທເຫື່ອແຮງ, ສະຕິປັນ ຍາ, ຄວາມຮູ້, ຄວາມສາມາດຂອງ ຕົນ ເພື່ອພາລະກິດປະຕິວັດຢ່າງບໍ່ ຮູ້ອິດຮູ້ເມື່ອຍ ເຖິງວ່າຈະມີຄວາມ ຫຍຸ້ງຍາກລຳບາກພຽງໃດ ເພ່ິນກໍມີ ຄວາມອົດທົນເສຍສະລະຄວາມສຸກ ສ່ວນຕົວ ເພື່ອຄວາມສຸກ ແລະ ຜົນ ປະໂຫຍດຂອງຊາດ; ເຖິງວ່າຂະ ບວນການຕໍ່ສູ້ປະຕິວັດຕົກຢູ່ສະຖາ ນະການຄັບຂັນໃດໆກໍຕາມ ແຕ່ ປະທານ ໄກສອນ ພົມວິຫານ ພ້ອມ ດ້ວຍບັນດານັກຮັກຊາດທີ່ແທ້ຈິງ ໄດ້ຍຶດໝັ້ນອຸດົມການ ແລະ ແນວ ທາງຕໍ່ຕ້ານສັດຕູຈົນເຖິງທີ່ສຸດ. ຕະຫລອດໄລຍະແຫ່ງການເປັນ ຜູ້ນໍາສູງສຸດຂອງພັກ ແລະ ລັດເຮົາ, ປະທານ ໄກສອນ ພົມວິຫານ ຍາມ ໃດກໍຊີ້ທິດເຍືອງທາງ ແຫ່ງການ ກ້າວເດີນໄປສູ່ໄຊຊະນະ ຂອງການ ປະຕິວັດລາວ, ທັງເປັນແບບຢ່າງ ອັນໃສແຈ້ງທາງດ້ານຄຸນທາດການ ເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນທີ່ເຮັດວຽກ ກໍຄືແບບ ແຜນການດໍາລົງຊີວິດ ໃຫ້ແກ່ພະນັກ ງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນບັນດາເຜົ່າ. ຄຸນສົມບັດ ອັນດີເລີດຂອງປະທານ ໄກສອນ ພົມວິຫານ ແມ່ນນ້ໍາໃຈປະຕິວັດເຖິງ ຖອງ, ສຸດກົກສຸດປາຍ, ຍອມເສຍສະ ລະ ຜົນປະໂຫຍດສ່ວນຕົວ ເພື່ອປະ ເທດຊາດແລະປະຊາຊົນດ້ວຍຄວາມ ຊື່ສັດບໍລິສຸດແລະຈົງຮັກພັກດີ, ເພິ່ນ ເປັນຜູ້ນໍາທີ່ເດັດຂາດ ແລະ ມີຫົວຄິດ ປະດິດສ້າງ, ກ້າຄິດ, ກ້າເຮັດ, ກ້າ ຮັບຜິດຊອບ; ເພິ່ນເປັນຜູ້ນໍາທີ່ເປັນ ຄັນທຸງ ແຫ່ງການເຕົ້າໂຮມຄວາມ ສາມັກຄີທົ່ວປວງຊົນບັນດາເຜົ່າ; ເພິ່ນໄດ້ເປັນແວ່ນແຍງ ໃນການເຕົ້າ ໂຮມຄວາມສາມັກຄີປະຊາຊົນບັນ ດາເຜົ່າ, ຍາມໃດກໍຖືສໍາຄັນ ແລະ ເອົາໃຈໃສ່ໃນການສ້າງຄວາມສາ ມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອ ໃຈ ແລະ ນັບຖືຈາກມະຫາຊົນ.

RkJQdWJsaXNoZXIy MTc3MTYxMQ==