gsfdko{dkora fmtok a xtgmf]k; ( 19/12/2025 o; 7v'g9Q ks]Po7e dy ]kfvdxu dwdj 7q ory dko ot7vos];';P'9a o rkikgd, 2025 lk]t;a o vtwrpt3mfs]5 fzj vo3mf .sh oa d3mfz6 h mu j ,u 7;k,dh k;|h k 3I'IPo ,8 8vdvq 'cdh ; c]t ,l [= j gs]a d8tob ' wfh Ia [v5 xtdvodkoIPo ຂປລ. ແຫລ່ງຂ່າວຈາກແຂວງ ເຊກອງ ໃຫ້ຮູ້ວ່າ: ໃນລະຫວ່າງວັນທີ 16-17 ທັນວາ 2025 ທະນາຄານ ການຄ້າຕ່າງປະເທດລາວມະຫາຊົນ ສາຂາແຂວງເຊກອງ (ທຄຕລ) ຊຶ່ງ ນຳໂດຍ ທ່ານ ໄຊຊະນະ ພົມມະສີ ຮອງຫົວໜ້າ ທຄຕລ ສາຂາເຊກອງ ພ້ອມຄະນະ ໄດ້ນຳເອົາອຸປະກອນ ການຮຽນ ແລະ ອຸປະກອນກິລາ ລວມມູນຄ່າເກືອບ 20 ລ້ານກີບ ມອບໃຫ້ນ້ອງນັກຮຽນໂຮງຮຽນ ມຕ ຕອກອົງແກ້ວ ເມືອງລະມາມ ແລະ ໂຮງຮຽນ ມສ ບໍ່ເຫລັກຕະນຶງ ເມືອງກະລຶມ ໂດຍມີ ທ່ານ ຄຳເພີນ ຈະເລີນຮັກ ຮອງຫົວໜ້າຫ້ອງການ ສຶກສາທິການ ແລະ ກິລາ ເມືອງກະ ລຶມ, ທ່ານ ສົມພົງ ແກ້ວມະນີເພັດ ອຳນວຍການໂຮງຮຽນ ມຕ ຕອກ ອົງແກ້ວ, ທ່ານ ບຸນມິກ ດວງສະ ຫວັນ ອຳນວຍການໂຮງຮຽນ ມສ ບໍ່ເຫລັກຕະນຶງ, ອົງການປົກຄອງ ບ້ານ, ຄະນະອໍານວຍການ, ຄູ- ອາຈານ ແລະ ນັກຮຽນ ເຂົ້າຮ່ວມ. ທ່ານໄຊຊະນະພົມມະສີກ່າວວ່າ: ການມອບເຄື່ອງຊ່ວຍເຫລືອ 2 ໂຮງຮຽນໃນຄັ້ງນີ້ ກໍເພື່ອເປັນການ ສ້າງກິດຈະກຳສະເຫລີມສະຫລອງ ວັນຫັນເປັນທຸລະກິດຂອງ ທຄຕລ ຄົບຮອບ 36 ປີ (1 ພະຈິກ 19891 ພະຈິກ 2025) ແລະ ຕົນເອງ ຂປລ. ແຫລ່ງຂ່າວຈາກແຂວງ ສາລະວັນ ໃຫ້ຮູ້ວ່າ: ແຂວງສາລະ ວັນ ໄດ້ອະໄພຍະໂທດຫລຸດຜ່ອນ ໂທດ ແລະ ປ່ອຍຕົວນັກໂທດ ຜູ້ທີ່ມີ ຄວາມກ້າວໜ້າ ໃນວັນທີ17 ທັນວາ 2025 ທີ່ຄ້າຍຄຸມຂັງດັດສ້າງນາໄຊ ເມືອງສາລະວັນ, ເນື່ອງໃນໂອກາດ ວັນຊາດທີ 2 ທັນວາ ຄົບຮອບ 50 ປີ ໂດຍການເປັນປະທານ ຂອງ ທ່ານ ແຫວນເພັດ ລັດດາວົງ ຮອງປະທານຄະນະກໍາມະການ ປົກຄອງແຂວງສາລະວັນ, ມີຄະນະ ກຳມະການອະໄພຍະໂທດຂັ້ນ ແຂວງ ແລະ ນັກໂທດທີ່ໄດ້ຮັບອະໄພ ຍະໂທດຫລຸດຜ່ອນໂທດ ແລະ ອະໄພ ຍະໂທດປ່ອຍຕົວ ແລະ ພາກສ່ວນທີ່ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ສົມພອນ ທະລາພອນ ຮອງຫົວໜ້າອົງການໄອຍະການ ປະຊາຊົນແຂວງ ໄດ້ສະຫລຸບການ ຈັດຕັ້ງປະຕິບັດວຽກງານອະໄພ ຍະໂທດຂອງແຂວງສາລະວັນ 9exkla d 3I,-5 ,o5 ,lts]v';a ogdu f xtmko wdlvo rq ,;y sko 7q [Iv[ 105 xu ຂປລ. ແຫລ່ງຂ່າວຈາກແຂວງ ຈຳປາສັກ ໃຫ້ຮູ້ວ່າ: ແຂວງຈໍາປາ ສັກ ໂຮມຊຸມນຸມສະຫລອງວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຕິດພັນກັບການ ເປີດຂະບວນການສະເຫລີມສະ ຫລອງ 3 ວັນປະຫວັດສາດ ແລະ ຂະບວນການສ້າງເສດຖະກິດເອກະ ລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ທົ່ວແຂວງຈໍາປາສັກ ໃນຕອນເຊົ້າ ວັນທີ 17 ທັນວາ 2025, ໂດຍມີ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາຄະນະ ບໍລິຫານງານພັກແຂວງ ພ້ອມດ້ວຍ ຄະນະບໍລິຫານງານພັກແຂວງ, ອະດີດການນໍາຂັ້ນສູງຂອງແຂວງ, ພະນັກງານອາວຸໂສບຳນານ, ອະດີດ ນັກຮົບປະຕິວັດ, ນັກຮົບແຂ່ງຂັນ, ວິລະຊົນແຫ່ງຊາດ, ອົງການຈັດຕັ້ງ ມະຫາຊົນ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫລວດ, ກົງສຸນ ໃຫຍ່ແຫ່ງ ສສ ຫວຽດນາມ ປະຈໍາ ພາກໃຕ້ລາວ, ບັນດາຫົວໜ່ວຍທຸ ລະກິດ ແລະ ກ້ອນກໍາລັງນ້ອງນ້ອຍ ເຍົາວະຊົນເຂົ້າຮ່ວມ. ໃນພິທີ ສະຫາຍ ອາລຸນໄຊ ສູນ ນະລາດ ໄດ້ປາຖະກະຖາຫວນຄືນ ປະຫວັດມູນເຊື້ອຂອງປະທານ ໄກສອນ ພົມວິຫານ ທີ່ທ່ານໄດ້ສ້າງ ຄຸນງາມຄວາມດີອັນໃຫຍ່ຫລວງ ໃຫ້ແກ່ພັກປະຊາຊົນປະຕິວັດລາວ ແລະ ປະເທດຊາດຂອງເຮົາ ຊຶ່ງ ອຸດົມການ ແລະ ການອຸທິດຂອງ ເພິ່ນແມ່ນຕິດແໜ້ນກັບພາລະກິດ ປະຕິວັດຂອງພັກເຮົາ ເພື່ອສະແດງ ຄວາມອາໄລຮັກ, ຄວາມກະຕັນຍູຮູ້ ບຸນຄຸນຢ່າງສຸດຊຶ້ງຕໍ່ຜົນງານ ແລະ ຄຸນງາມຄວາມດີອັນໃຫຍ່ຫລວງ ຂອງປະທານ ໄກສອນ ພົມວິຫານ ຜູ້ນໍາພາກໍ່ຕັ້ງ, ທະນຸບຳລຸງພັກປະ ຊາຊົນປະຕິວັດລາວ, ເປັນຜູ້ນໍາພາ ສ້າງຕັ້ງກຳລັງປະກອບອາວຸດປະ ຕິວັດຂອງປະຊາຊົນ , ນໍາພາ ຂະບວນການຕໍ່ສູ້ກູ້ຊາດ, ນໍາເອົາ ເອກະລາດ, ອິດສະລະພາບມາສູ່ ປະເທດຊາດ ກ້າວເຖິງການສະ ຖາປະນາ ສາທາລະນະລັດ ປະຊາ ທິປະໄຕ ປະຊາຊົນລາວ ແລະ ບູລະ ນະ ລະບອບປະຊາທິປະໄຕ ປະຊາ ຊົນ ເພື່ອສືບຕໍ່ກ້າວຂຶ້ນຕາມເສັ້ນ ທາງສັນຕິພາບ ເອກະລາດ ປະຊາ ທິປະໄຕ ເອກະພາບ ແລະ ວັດທະນາ ຖາວອນ. ພ້ອມດຽວກັນນີ້, ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ ຮຽກຮ້ອງມາຍັງທົ່ວພັກ, ທົ່ວລັດ, ທົ່ວກຳລັງປະກອບອາວຸດ ແລະ ທົ່ວ ປວງຊົນລາວທັງຊາດ ຈົ່ງສາມັກຄີ ກັນເປັນປຶກແຜ່ນ, ພ້ອມກັນສືບ ທອດ ແລະ ເສີມຂະຫຍາຍພາລະກິດ ປະຕິວັດຂອງປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບ ຮັກຂອງພວກເຮົາໃຫ້ເຂົ້າສູ່ຊີວິດ ຕົວຈິງ. ວັນເວລາໄດ້ຜ່ານພົ້ນໄປ, ພາລະກິດປະຕິວັດຂອງພັກເຮົາ ກໍຄື ແນວທາງປ່ຽນແປງໃໝ່ ທີ່ປະທານ ໄກສອນ ພົມວິຫານ ໄດ້ລິເລີ່ມ ແລະ ນໍາພາມາແຕ່ຕົ້ນນັ້ນ ໄດ້ນໍາພາການ ປ່ຽນແປງໃໝ່ຢ່າງເລິກເຊິ່ງ, ຮອບ ດ້ານ ແລະ ນັບມື້ນັບເຂົ້າສູ່ລວງເລິກ, ປະເທດຊາດໄດ້ຮັບການພັດທະນາ ຢ່າງບໍ່ຢຸດຢັ້ງ ແລະ ພວກເຮົາຈະ ເດັດດ່ຽວໜຽວແໜ້ນສືບຕໍ່ສ້າງເປັນ ກຳລັງແຮງເພື່ອພັດທະນາຕໍ່ໆໄປ. ໃນພິທີ, ສະຫາຍ ອາລຸນໄຊ ສູນນະລາດ ຍັງໄດ້ໃຫ້ກຽດມອບ ກະຕ່າຂອງຂວັນ ໃຫ້ອະດີດການ ນໍາ, ວິລະຊົນ ແລະ ມອບຫລຽນ ກາລະນຶກ 50 ປີ ໃຫ້ນັກທຸລະກິດ ອີກດ້ວຍ. ກໍຮູ້ສຶກເປັນກຽດ ແລະ ດີໃຈ ທີ່ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະ ນໍາ ທຄຕລ ໄດ້ມາຢ້ຽມຢາມ ແລະ ນຳເອົາອຸປະກອນການຮຽນອຸປະກອນກິລາ ມາມອບໃຫ້ 2 ໂຮງຮຽນດັ່ງກ່າວ ຊຶ່ງສະແດງໃຫ້ ເຖິງຄວາມເປັນຫ່ວງເປັນໄຍ ຈາກ ຄະນະພັກ-ຄະນະນໍາ ທຄຕລ ທີ່ມີ ຕໍ່ນັກຮຽນໃນໂຮງຮຽນ 2 ແຫ່ງນີ້ ແລະ ສະແດງໃຫ້ເຫັນເຖິງຄວາມ ເອົາໃຈໃສ່ ເພື່ອປະກອບສ່ວນເຂົ້າ ໃນການພັດທະນາວຽກງານສຶກສາ ແລະ ກິລາ, ເຖິງວ່າເຄື່ອງຂອງ ເຫລົ່ານີ້ຈະບໍ່ຫລາຍ ແຕ່ເຊື່ອໝັ້ນວ່າ ຈະສ້າງປະໂຫຍດໃຫ້ແກ່ລູກຫລານ ນັກຮຽນບໍ່ຫລາຍກໍ່ໜ້ອຍ. ໃນໂອກາດນີ້, ທ່ານສົມພົງ ແກ້ວ ມະນີເພັດ ແລະ ທ່ານ ບຸນມິກ ດວງ ສະຫວັນ ກໍໄດ້ກ່າວສະແດງຄວາມ ຂອບໃຈມາຍັງ ທ່ານ ໄຊຊະນະ ພົມ ມະສີ ພ້ອມຄະນະ ກໍຄື ຄະນະພັກຄະນະນໍາ ແລະ ພະນັກງານ ທຄຕລ ທຸກໆຄົນ ທີ່ໃຫ້ການຊ່ອຍເຫລືອໃນ ຄັ້ງນີ້ ແລະ ຫວັງວ່າໃນຕໍ່ໜ້າຈະໄດ້ ຮັບການສະໜັບສະໜູນຈາກ ທຄຕລ ຕື່ມອີກ. ຂ່າວ: ສັນຍາ ປະຈຳປີ 2025 ຊຶ່ງໃນໄລຍະຜ່ານ ມາລັດຖະບານ ສປປ ລາວ ໄດ້ໃຫ້ ຄວາມໝາຍ, ຄວາມສໍາຄັນ ແລະ ໄດ້ ເອົາໃຈໃສ່ໃນການຄົ້ນຄວ້າປະຕິບັດ ນະໂຍບາຍດ້ານມະນຸດສະທຳ ກໍຄື ການໃຫ້ອະໄພຍະໂທດແກ່ນັກໂທດ ທີ່ມີຄວາມກ້າວໜ້າ, ສາມາດດັດ ສ້າງຕົນເອງດ້ວຍຄວາມບຸກບືນ, ຫ້າວຫັນ, ຮູ້ສຶກກິນແໜງແຄງໃຈ ຕໍ່ການກະທໍາຂອງຕົນໃນໄລຍະ ຜ່ານມາ ແລະ ສາມາດດັດສ້າງ ຕົນເອງໃຫ້ກາຍເປັນພົນລະເມືອງດີ ຂອງສັງຄົມ. ໃນປີ 2025 ຄະນະ ກຳມະການອະໄພຍະໂທດລະດັບ ແຂວງ ສາມາດສະເໜີການໃຫ້ ອະໄພຍະໂທດແກ່ນັກໂທດ ຈໍາ ນວນ 40 ຄົນ ຍິງ 1 ຄົນ ໃນນັ້ນ, ສະເໜີການໃຫ້ອະໄພຍະໂທດຫລຸດ ຜ່ອນໂທດ 34 ຄົນ ຍິງ 1 ຄົນ, ບໍ່ໄດ້ ເງື່ອນໄຂຫລຸດຜ່ອນໂທດ (ໂຈະ) 1 ຄົນ, ສະເໜີການໃຫ້ອະໄພຍະໂທດ ປ່ອຍຕົວ 6 ຄົນ, ບໍ່ໄດ້ເງື່ອນໄຂ ປ່ອຍຕົວ (ໂຈະ) 1 ຄົນ, ຄະນະກຳ ມະການອະໄພຍະໂທດລະດັບຊາດ ໄດ້ຄົ້ນຄວ້າຕົກລົງຕາມລັດຖະດໍາ ລັດຂອງປະທານປະເທດ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ສະບັບເລກທີ 304/ປປທ, ລົງວັນທີ 20 ພະຈິກ 2025 ແລະ ແຈ້ງການຂອງຄະນະກຳມະການ ອະໄພຍະໂທດລະດັບຊາດ ເລກທີ 134/ຄອຊ, ລົງວັນທີ 26 ພະຈິກ 2025 ໄດ້ຕົກລົງໃຫ້ອະໄພຍະໂທດ ຫລຸດຜ່ອນໂທດ ຈໍານວນ 33 ຄົນ ຍິງ 1 ຄົນ ຖ້າທຽບໃສ່ການສະເໜີ ແມ່ນໄດ້ 8,8% ແລະ ໄດ້ຄົ້ນຄວ້າ ຕົກລົງໃຫ້ອະໄພຍະໂທດປ່ອຍຕົວ ຈໍານວນ 5 ຄົນ, ຖ້າທຽບໃສ່ການ ສະເໜີແມ່ນໄດ້ 1,33%. ຂ່າວ-ພາບ: ແກ້ວວິໄລ ດວງຄໍາ ຂປລ. ການແຂ່ງຂັນກິລາດອກ ປີກ ໃນງານມະຫະກໍາກິລາຄົນ ພິການແຫ່ງຊາດ ຄັ້ງທີ IV ຫລື “ນະຄອນຫລວງວຽງຈັນ ພາ ຣາເກມ 2025” ໄດ້ປິດລົງໃນ ວັນທີ 17 ທັນວາ 2025 ຢູ່ທີ່ເດີ່ນ ກິລາໃນຮົ່ມໂອແລມປາເຊຍ ເຂດ ດົງໂດກ ໂດຍມີ ທ່ານ ນາງ ຂັນທະ ລີ ສິຣິພົງພັນ ປະທານຄະນະກຳມະ ການພາຣາແລມປິກແຫ່ງຊາດ ລາວ, ທ່ານ ນາງ ຈິນດາ ພົນເຕຊາ ຮອງສະຫະພັນກິລາດອກປິກໄກ່ ແຫ່ງຊາດລາວ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກ ສສກ ບັນດາ ແຂວງ, ຄະນະນຳ, ຄູຝຶກ ແລະ ນັກ ກິລາ ເຂົ້າຮ່ວມ. ການແຂ່ງຂັນກິລາດອກປິກໄກ່ ໃນຄັ້ງນີ້ດຳເນີນເປັນເວລາ 3 ວັນ ລະຫວ່າງວັນທີ 15-17 ທັນວາ 2025, ມີ 4 ລາຍການ ປະກອບ ມີຄື: ປະເພດດ່ຽວຊາຍ, ປະເພດ ດ່ຽວຍິງ, ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ, ມີການຊີງຫລຽນ ຄໍາ,ຫລຽນເງິນ ແລະ ຫລຽນທອງ ທັງໝົດ 20 ຫລຽນ, ໃນນັ້ນມີ 6 ພາກສ່ວນເຂົ້າຮ່ວມຄື: ເຈົ້າພາບ ນະຄອນຫລວງວຽງຈັນ, ແຂວງ ສະຫວັນນະເຂດ, ຄຳມ່ວນ, ອຸດົມ ໄຊ, ບໍ່ແກ້ວ ແລະ ແຂວງຫລວງ ພະບາງ. ຜ່ານການແຂ່ງຂັນປາກົດວ່າ, ອັນດັບທີ 1 ແມ່ນທັບນັກກິລາດອກ ປີກໄກ່ຄົນພິການ ນວ ເຈົ້າພາບ ສາມາດຍາດໄດ້ 5 ຫລຽນຄຳ, 2 ຫລຽນເງິນ, 2 ຫລຽນທອງ ລວມ 9 ຫລຽນ; ໃນນີ້ຫລຽນຄຳ ແມ່ນໄດ້ ຈາກ ປະເພດດ່ຽວຊາຍ, ດ່ຽວຍິງ, ປະເພດດ່ຽວ btL 3, ປະເພດຄູ່ຍິງ ແລະ ປະເພດຄູ່ຊາຍ; ອັນດັບທີ 2 ແມ່ນນັກກິລາຈາກແຂວງສະຫວັນ ນະເຂດ ຍາດໄດ້ 3 ຫລຽນຄຳ; ອັນດັບທີ 3 ແມ່ນແຂວງຄຳມ່ວນ ຍາດໄດ້ 2 ຫລຽນເງິນ, 1 ຫລຽນ ທອງ ລວມ 3 ຫລຽນ, ອັນດັບ ທີ 4 ແມ່ນແຂວງບໍ່ແກ້ວ ຍາດໄດ້ 2 ຫລຽນເງິນ, ອັນດັບ 5 ແຂວງ ຫລວງພະບາງ ແລະ ແຂວງ ອຸດົມ ໄຊ ຍາດໄດ້ແຂວງລະ 1 ຫລຽນເງິນ ແລະ ເປັນກຽດມອບຫລຽນລາງວັນ ໂດຍ ທ່ານນາງ ຂັນທະລີ ສິຣິພົງພັນ ປະທານພາຣາແລມປິກແຫ່ງຊາດ ລາວ ທັງເປັນຜູ້ຊີ້ນໍາກໍາມະການ ພິທີເປີດ-ປິດ ແລະ ໂຄສະນາປະຊາ ສໍາພັນ.
RkJQdWJsaXNoZXIy MTc3MTYxMQ==