glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 19/12/2025 glf4tdy f{la '7q , ok' l5 da opk [5 o,u w- 7;h k,q 'd5 f ok'lk;\kddh P's;ko xt9exu 2025 ]a f4t,q o8u dt-;'dkog'o 8y f8k, ;Pd'kofh ko8j k'M 16 j c0;'lts;a ootg0f ຂປລ.ແຫລ່ງຂ່າວຈາກແແຂວງ ສະຫວັນນະເຂດ ໃຫ້ຮູ້ວ່າ: ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີ ກະຊວງເງິນ ທັງເປັນຫົວໜ້າຄະນະ ຊີ້ນຳລະດັບຊາດການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ແລະ ທ່ານ ນາງ ເມ ແກນ ຈອນສ ເອກອັກຄະລັດຖະທູດ ແຫ່ງ ອົດສະຕຣາລີ ປະຈໍາ ສປປ ລາວ, ທ່ານ ໄພສານ ຈັນສີນາ ແລະ ທ່ານ ໝອນຄຳ ສຸລິນພູມີ ຮອງ ຫົວໜ້າພະແນກການເງິນແຂວງ ພ້ອມດ້ວຍ ຄະນະກຳມະການເດີນ ສຳຫລວດພົນລະເມືອງ ແລະ ທີ່ຢູ່ ອາໄສຂັ້ນແຂວງ ລົງເຄື່ອນໄຫວ ວຽກງານຕິດຕາມວຽກງານດ້ານ ຕ່າງໆ ຢູ່ແຂວງສະຫວັນນະເຂດ ໃນວັນທີ 15 ທັນວາ 2025. ການລົງເຄື່ອນໄຫວວຽກງານ ໃນຄັ້ງນີ້, ຄະນະດັ່ງກ່າວ ໄດ້ລົງ ຕິດຕາມການຈັດຕັ້ງປະຕິບັດໂຄງ ການອາຫານທ່ຽງຂອງນັກຮຽນ ໂຮງຮຽນປະຖົມ ບ້ານນາເດື່ອ ເມືອງອຸທຸມພອນ; ຕິດຕາມເບິ່ງ ໂຄງການກໍ່ສ້າງທາງເບຕົງເສີມ ເຫລັກຂອງບ້ານມ່ວງໄຂ່ ແລະ ຕິດຕາມການສຳຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານມ່ວງ ໄຂ່ ເມືອງໄຊພູທອງ. ທ່ານ ພູສະຫວັນ ເທບສີທາ ຮອງ ເຈົ້າເມືອງໄຊພູທອງ ໄດ້ລາຍງານ ວ່າ: ປັດຈຸບັນ ການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສ ຢູ່ບ້ານ ມ່ວງໄຂ່ ໄດ້ມີຜົນສຳເລັດດັ່ງນີ້: ຈຳນວນທີ່ຢູ່ອາໄສຄາດຄະເນມີ: 1.181 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາ ໄສທີ່ຖືກຈົດນັບ 1.042 ທີ່ຢູ່ອາ ໄສ, ຈຳນວນທີ່ຢູ່ອາໄສທີ່ຈົດນັບ ສຳເລັດ 761 ທີ່ຢູ່ອາໄສ, ຈຳນວນ ທີ່ຢູ່ອາໄສບໍ່ສາມາດຕິດຕໍ່ໄດ້ 1 ທີ່ ຢູ່ອາໄສ, ຈຳນວນທີ່ຢູ່ອາໄສທີ່ ຫວ່າງເປົ່າ/ຊ່ວງລະດູການ/ບໍ່ແມ່ນ ເປົ້າໝາຍຂອງການສຳຫລວດ 278 ທີ່ຢູ່ອາໄສ, ຈຳນວນທີ່ຢູ່ອາ ໄສປະຕິເສດ 0 ທີ່ຢູ່ອາໄສ, ຈຳນວນ ທີ່ຢູ່ອາໄສທີ່ກຳລັງຢູ່ໃນໄລຍະສຳ ພາດ 7 ທີ່ຢູ່ອາໄສ. rtpkf\kdcf'.spj xyj oxq ;co;.fL ຂປລ. ພະຍາດໝາກແດງໃຫຍ່ ບໍ່ມີຢາ ແລະ ການປິ່ນປົວສະເພາະ, ທ່ານໝໍຕ້ອງໄດ້ປິ່ນປົວຜູ້ຕິດເຊື້ອໄປ ຕາມອາການຂອງພະຍາດໝາກ ແດງໃຫຍ່ ແລະ ຫລີກລ່ຽງອາການ ແຊກຊ້ອນທີ່ສາມາດເກີດຂຶ້ນໄດ້, ຜູ້ ຕິດເຊື້ອທີ່ມີອາການໜັກຕ້ອງໄດ້ໄປ ປິ່ນປົວຢູ່ໂຮງໝໍ. ການເບິ່ງແຍງຄົນເຈັບແມ່ນຮັບ ປະກັນວ່າໃຫ້ກິນອາຫານພຽງພໍ, ການໄດ້ຮັບນໍ້າຢ່າງພຽງພໍ ແລະ ການປິ່ນປົວອາການຂາດນໍ້າດ້ວຍ ການແກ້ໄຂການທົດແທນນໍ້າທາງ ປາກເປັນສິ່ງຈໍາເປັນທີ່ແນະນໍາໂດຍ ອົງການອະນາໄມໂລກ. ການນໍາ ໃຊ້ຢາຕ້ານເຊື້ອຖືກກໍານົດໄວ້ຢ່າງ ຊັດເຈນໃນການປິ່ນປົວອາການຕິດ ເຊື້ອທາງຕາ, ຫູແລະ ປອດອັກເສບ, ເດັກນ້ອຍທຸກຄົນທີ່ບົ່ງມະຕິວ່າເປັນ ພະຍາດໝາກແດງໃຫຍ່ຄວນໄດ້ຮັບ ຢາວິຕາມີນອາ A ຢ່າງນ້ອຍສອງ ຫລອດ, ໃຫ້ຫ່າງກັນ 24 ຊົ່ວໂມງ. ຖ້າສົງໄສວ່າທ່ານ ຫລື ລູກຂອງ ທ່ານ ຫລື ຄົນທີ່ທ່ານຮູ້ຈັກຕິດເຊື້ອ ພະຍາດໝາກແດງໃຫຍ່ ໃຫ້ໄປຮັບ ຄໍາປຶກສາຈາກໂຮງໝໍ ຫລື ສຸກສາ ລາໃກ້ບ້ານທ່ານທັນທີ ຫລີກລ່ຽງ ການເຂົ້າຫາຝູງຊົນ ແລະ ບ່ອນທີ່ ມີຜູ້ຄົນແອອັດ ຫລີກລ່ຽງການສໍາ ຜັດກັບເດັກນ້ອຍ ແລະ ແມ່ຍິງຖືພາ. ຂປລ. ການປະກວດນາງສາວ ໝາກກ້ຽງຫວານ ໃນງານເທສະ ການໝາກກ້ຽງຫວານ ປະຈໍາປີ 2025 ໄດ້ຈັດຂຶ້ນໃນຄໍ່າຄືນວັນທີ 15 ທັນວາ 2025 ທີ່ຜ່ານມາ, ຢູ່ ທີ່ສະໜາມກິລາເຈົ້າລາດຊະວົງ ເມືອງວິລະບູລີ ແຂວງສະຫວັນນະ ເຂດ ມີ 17 ນາງສາວເຂົ້າປະກວດ ທີ່ເປັນຕົວແທນໃຫ້ແກ່ກົມກອງ, ບໍລິສັດ, ຫ້າງຮ້ານ ແລະ ບ້ານ ພາຍໃນເມືອງວິລະບູລີ ເຊິ່ງການ ປະກວດນາງສາວໝາກກ້ຽງ ຫວານ ນ້ອງນາງສາວແຕ່ລະຄົນ ຕ່າງກໍສະແດງຄວາມສາມາດຂອງ ຕົນອອກມາໃຫ້ຄະນະກຳມະການ ແລະ ກອງເຊຍໄດ້ເຫັນ ບໍ່ວ່າຈະ ເປັນຄວາມງົດງາມອ່ອນນ້ອມ, ຄວາມສາມາດດ້ານຕ່າງໆ, ຜ່ານ ການແຂ່ງຂັນປະກວດນາງສາວ ໝາກກ້ຽງຫວານ ຜົນປະກົດວ່າ ນາງ ສຸກັນຍາ ບຸນມີໄຊ ຈາກ ຮ້ານອາຫານວິລະບູລີແດນງາມ ສາມາດຄວ້າລາງວັນຊະນະເລີດ ໄປຄອງ ໄດ້ຮັບເງິນສົດ 8 ລ້ານກີບ ພ້ອມສາຍສະພາຍ ແລະ ມົງກຸດ, ຮອງອັນດັບ 1 ນາງ ດອນລີ້ ບຸນ ນາລົມ ຈາກບໍລິສັດ ເວດທະສິນ ກໍ່ສ້າງຄົບວົງຈອນ ຈໍາກັດ ໄດ້ຮັບ ເງິນລາງວັນ 6 ລ້ານກີບ ພ້ອມສາຍ ສະພາຍ. ຮອງອັນດັບ 2 ນາງ ເຈນ ນີ້ ພະໄຊສົມບັດ ຈາກຮ້ານໜັດດາ ຜ້າໄໝ ໄດ້ຮັບເງິນລາງວັນ 4 ລ້ານ ກີບ ພ້ອມສາຍສະພາຍ ແລະ ໄດ້ ຮັບລາງວັນຂວັນໃຈມິດຕະພາບ, ຮອງອັນດັບ 3 ນາງ ສຸກສາຄອນ ໄຊຍະສອນ ຈາກເຮືອນພັກຂັນ ເພັດນໍາໂຊກ ໄດ້ຮັບເງິນລາງວັນ 3 ລ້ານກີບ ພ້ອມສາຍສະພາຍ, ຮອງ ອັນດັບ 4 ນາງ ຈາຊິນ ເພົາພິລາ ກີບ ພ້ອມສາຍສະພາຍ. ໃນໂອກາດເຂົ້າຮ່ວມການປະ ກວາດ ທ່ານ ກັນຫາ ໄຊຍະສານ ຫົວໜ້າຫ້ອງການວັດທະນະທໍາ ແລະ ການທ່ອງທ່ຽວເມືອງໃຫ້ຮູ້ວ່າ: ປະຫວັດຄວາມເປັນມາ ຂອງງານ ເທສະການໝາກກ້ຽງຫວານ ທີ່ ໄດ້ປະຕິບັດກັນມາ ໃນແຕ່ລະປີ ເຊິ່ງໃນປີນີ້ ແມ່ນຈັດຂຶ້ນໃນວັນທີ 15-17 ທັນວາ 2025 ໂດຍພາຍ ໃນງານມີກິດຈະກໍາຫລາຍຢ່າງ ເປັນຕົ້ນ: ການປະກວດໝາກກ້ຽງ ຫວານ, ປະກວດນາງສາວໝາກ ກ້ຽງຫວານ, ການວາງສະແດງສິນ ຄ້າ, ຕະຫລາດນັດ, ການສະແດງ ສິລະປະ-ວັນນະຄະດີ ແລະ ແຂ່ງຂັນ ກິລາບານສົ່ງຊາຍ-ຍິງ ເຊິ່ງຈຸດປະ ສົງຂອງງານເພື່ອສ້າງໂອກາດໃຫ້ ບັນດາຄອບຄົວຊາວກະສິກອນ ລວມເຖິງກຸ່ມການຜະລິດປູກໝາກ ກ້ຽງ ເຂົ້າເຖິງການຕະຫລາດ, ເປັນ ການໂຄສະນາຜະລິດຕະພັນໝາກ ກ້ຽງທີ່ມີພາຍໃນເມືອງອອກສູ່ພາຍ ນອກ. ພ້ອມດຽວກັນນັ້ນ, ເປັນການ ສົ່ງເສີມວຽກງານການທ່ອງທ່ຽວ ຕິດພັນກັບການຜະລິດກະສິກໍາ ແລະ ເປັນການຜັນຂະຫຍາຍແຜນ ເສດຖະກິດ-ສັງຄົມ ຄັ້ງທີ 6 ຂອງ ເມືອງວິລະບູລີ ຕໍ່ກັບວຽກງານ ການທ່ອງທ່ຽວໃນຊຸມປີຕໍ່ໜ້າ. ນະທູລາດ ຈາກບໍລິສັດ Tk ຈະເລີນ ຈຳກັດ ໄດ້ຮັບເງິນລາງວັນ 2 ລ້ານ y
RkJQdWJsaXNoZXIy MTc3MTYxMQ==