7178

05 xtgmf]k; 37ltok c]t [= ]y = dy ko 19/12/2025 ບ້ານຖິ່ນຊົມຕັ້ງຢູ່ທີ່ແຂວງ ຫລວງພະບາງ ທີ່ອ້ອມ ຮອບໄປດ້ວຍພູເຂົາ, ກຸ່ມ ບໍລິສັດ CCCG ບໍລິສັດ ນໍ້າ ແລະ ໄຟຟ້າ ສາກົນ ແຫ່ງ ສປ ຈີນ (ເອີ້ນຫຍໍ້ວ່າ ບໍລິສັດ CW)ສຽງຫົວທີ່ ມ່ວນຊື່ນ ດັງມາຈາກໂຮງ ຮຽນອະນຸບານ ທີ່ບໍລິສັດ ເຂົ້າໄປຊ່ວຍເຫລືອກໍ່ສ້າງ, ໂຮງຮຽນອະນຸບານແຫ່ງນີ້ ແມ່ນໂຮງຮຽນອະນຸບານ ແຫ່ງແລກໃນປະຫວັດສາດ ຂອງບ້ານຖິ່ນຊົມ, ຫ້ອງ ຮຽນທີ່ສ່ອງສະຫວ່າງ, ໂຕະຮຽນທີ່ເປັນລະບຽບ ກາຍ ເປັນອຸປະກອນພື້ນ ຖານ ໃນການຮຽນການ ຫລິ້ນຂອງຫລານນ້ອຍ, ການປ່ຽນແປງທີ່ໜ້າຍິນດີ ນີ້ ແມ່ນເລີ່ມຕົ້ນມາຈາກ ບ້ານສິບແປດຖ້ຳ ທີ່ແຂວງ ຫູໜານ ປະເທດຈີນ ທີ່ຢູ່ ຫ່າງໄກອອກໄປຜ່ານພູເຂົາ ແລະ ສາຍນ້ຳນັບພັນສາຍ. ການຂະຫຍາຍແນວຄິດ: ິ ເລີ່ມຈາກຈີນໄປສູ່ລາວີ່ີູ່ ປີ 2013, ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ລົງ ຢ້ຽມຢາມບ້ານສິບແປດ ຖ້ຳ, ໄດ້ສະເໜີແນວຄິດ “ການຊ່ວຍເຫລືອຄວາມ ທຸກຍາກຢ່າງຕົງຈຸດ”ເປັນ ຄັ້ງແລກ. ບ້ານສິບແປດ ຖ້ຳເປັນບ້ານທີ່ລຸກຂຶ້ນຕໍ່ສູ້ ນຳຄວາມທຸກຍາກ ທີ່ມີມາ ຫລາຍພັນປີ, ເບີກເສັ້ນທາງ ໃນການສ້າງຄວາມຮັ່ງມີ, ຈາກໝູ່ບ້ານຫ່າງໄກຊອກ ຫລີກທີ່ທຸກຍາກກາຍເປັນ “ບ້ານສີທອງ” ທີ່ຂຶ້ນຊື່. ຍ້ອນມາເບິ່ງເຖິງປະຈຸບັນ, ຍຸດທະສາດອັນຍິ່ງໃຫຍ່ຈະ ນຳພາປະຊາຊົນທຸກຊົນ ເຜົ່າ ສ້າງສັງຄົມທີ່ຢູ່ດີກິນ ດີໄດ້ທົ່ວປະເທດ, ກໍ່ໃຫ້ ເກີດ “ປະຕິຫານການຫລຸດ ຜ່ອນຄວາມທຸກຍາກ” ທີ່ ຈາລຶກລົງໃນປະຫວັດສາດ ແລະ ກາຍເປັນແບບຈໍາ ລອງ ແລະ ປະສົບການ ທີ່ສາມາດນຳໄປປະຫຍຸກ ແລະ ຂະຫຍາຍຕໍ່ອອກໄປ ໄດ້, ເປັນແນວທາງຊ່ວຍ ປະກອບສ່ວນເຂົ້າໃນການ ຫລຸດຜ່ອນຄວາມທຸກຍາກ ໃນທົວໂລກ. ປີ 2023, ໃນເວທີສົນທະນາຫລຸດ ຜ່ອນຄວາມທຸກຍາກ ແລະ ພັດທະນາ “ບ້ານສິບແປດ ຖ້ຳ” ພາຍໃຕ້ຫົວຂໍ້ “ແບ່ງ ປັນປະສົບການດ້ານຫລຸດ ຜ່ອນຄວາມທຸກຍາກ, ສ້າງ ຊົນນະບົດໃຫ້ສວຍງາມ”, ທາງບ້ານສິບແປດຖ້ຳ ແລະ ບ້ານຖິ່ນຊົມ ໄດ້ຮ່ວມ ລົງນາມສັນຍາສ້າງ “ບ້ານ ມິດຕະພາບສາກົນ”, ນັບ ແຕ່ນັ້ນມາ, ໝູ່ບ້ານສອງ ແຫ່ງທີ່ຢູ່ຫ່າງກັນນັບພັນ ລີ້ ກໍ່ໄດ້ເຊື່ອມໂຍງໃກ້ຊິດ ກັນດ້ວຍວິໄສທັດການຟື້ນ ຟູຊົນນະບົດອັນງົດງາມນີ້ ເຂົ້ານຳກັນ. ໃນເດືອນພະຈິກ 2024, ທ່ານ ສືຈິນທົງ ປະທານ ຄະນະກໍາມະການ ບ້ານສິບ ແປດຖໍ້າ ໄດ້ເດີນທາງໄປ ປະເທດລາວ ເພື່ອເຂົ້າຮ່ວມ “ກອງປະຊຸມເລື່ອງລາວ ແຫ່ງມິດຕະພາບລາວຈີນ” ທີ່ຈັດຂຶ້ນຢູ່ບ້ານຖິ່ນ ຊົມ. ທ່ານ ສືຈິນທົງ ໄດ້ ແບ່ງປັນປະສົບການການ ຫລຸດຜ່ອນຄວາມທຸກຍາກ ແລະ ການພັດທະນາຂອງ ບ້ານສິບແປດຖໍ້າ. ບໍລິສັດ CWE ກໍໄດ້ເຂົ້າຮ່ວມ ແລະ ໄດ້ເຜີຍແຜ່ການລົງ ປະຕິບັດວຽກງານ ດ້ານ ສັງຄົມພາຍໃຕ້ແນວຄວາມ ຄິດທີ່ວ່າ “ຈະບໍ່ຖິ້ມໃຜໄວ້ ຂ້າງຫລັງ”ລະຫວ່າງການ ດຳເນີນກິດຈະກໍາ ເຈົ້າ ໜ້າທີ່ລັດທ້ອງຖິ່ນ ກໍໄດ້ ຕັ້ງໃຈຟັງຢ່າງຈິງຈັງ, ຂະ ນະທີ່ຊາວບ້ານກໍມີຄວາມ ປະທັບໃຈຢ່າງເລິກເຊິ່ງ. ກິດຈະກຳໃນຄັ້ງນີ້ ໄດ້ເຮັດ ໃຫ້ແນວຄວາມຄິດທີ່ວ່າ “ການແກ້ໄຂຄວາມທຸກ ຍາກຢ່າງຕົງຈຸດ” ໄດ້ເລີ່ມ ຝັງຮາກລົງລຶກໃນຈິດໃຈ ຂອງປະຊາຊົນລາວຈໍາ ນວນຫລາຍ ແລະ ກໍເປັນ ຈຸດເລີ່ມຕົ້ນສາຍສຳພັນ ອັນດີ ລະຫວ່າງ ບໍລິສັດ CWEກັບບ້ານຖິ່ນຊົມນັບ ແຕ່ນັ້ນເປັນຕົ້ນມາ. ຫລັງຈາກນັ້ນ, ກຸ່ມບໍລິ ສັດ CCCG ແລະ ບ້ານສິບແປດຖໍ້າ ໄດ້ບັນລຸ ຂໍ້ຕົກລົງຮ່ວມກັນໃນການ ຂັບເຄື່ອນວຽກງານ ຟື້ນຟູ ຊົນນະບົດ ແລະ ສົ່ງເສີມ ຄວາມຈະເລີນຮ່ວມກັນ, ພ້ອມທັງອາໄສຈຸດເດັ່ນ ດ້ານການພັດທະນາລະດັບ ສາກົນ ໃນການວາງແຜນ ການ“ຊຸກຍູ້ຍຸດທະສາດ ການຟື້ນຟູຊົນນະບົດ ໃຫ້ ເກີດຜົນໃນປະເທດລາວ”, ໂດຍໄດ້ຕົກລົງດໍາເນີນ ການຊ່ວຍເຫລືອບ້ານຖິ່ນ ຈຸດເລີ່ມຕົ້ນຈາກບ້ານສິບແປດຖໍາທີ່ ສປ ຈີນ ສູ່ ບ້ານຖິ່ນຊົມທີ່ ສປປ ລາວ ເລື່ອງລາວ “ການຊ່ວຍເຫລືອຄວາມທຸກຍາກຢ່າງຕົງຈຸດ” ທີ່ຂ້າມນໍາຂ້າມທະເລມາ ຊົມຊຶ່ງເປັນ “ບ້ານມິດ ຕະພາບສາກົນ”ຂອງບ້ານ ສິບແປດຖໍ້າ ໂດຍໃຫ້ບໍລິສັດ CWE ສາຂາ ສປປ ລາວ ເປັນຜູ້ຮັບຜິດຊອບດໍາເນີນ ການ. “ປະສົບການ ການ ຫລຸດພົ້ນຄວາມທຸກຍາກ ຂອງບ້ານສິບແປດຖໍ້າ ມີ ສຳຄັນຫລາຍສໍາລັບການ ຊ່ວຍເຫລືອບ້ານຖິ່ນຊົມ ຂອງພວກເຮົາ”. ທ່ານ ຫວັງຈ່ຽງ ຜູ້ອໍານວຍການ ບໍລິສັດCWEສາຂາສປປ ລາວ ໄດ້ກ່າວວ່າ“ພວກ ເຮົາຍິນດີທີ່ຈະເຮັດສຸດ ຄວາມສາມາດ ເພື່ອສ້າງ ໃຫ້ບ້ານຖິ່ນຊົມ ກາຍເປັນ ແບບຢ່າງດ້ານການຫລຸດ ຜ່ອນຄວາມທຸກຍາກ ແລະ ການຟື້ນຟູຊົນນະບົດ, ເພື່ອ ໃຫ້ແນວຄວາມຄິດ “ການ ແກ້ໄຂຄວາມທຸກຍາກຢ່າງ ຕົງຈຸດ” ໄດ້ອອກດອກ ອອກຜົນຢູ່ທີ່ນີ້”. ບົດສະຫລຸບຜົນການປະ ົຸົ ຕິບັດ: ເລີ່ມຈາກການປຶກ ິັີ່ຶ ສາຫາລືຈົນເຖິງການລົງມືືົິົື ປະຕິບັດິັ ພາຍໃຕ້ການປະສານ ງານ ແລະ ການວາງແຜນ ຮ່ວມກັນຂອງກຸ່ມບໍລິສັດ CCCG ແລະ ສະຖານ ກົງສຸນໃຫຍ່ຈີນ ປະຈໍາ ແຂວງຫລວງພະບາງ, ໃນ ຊ່ວງຕົ້ນປີ 2025 ບໍລິສັດ CWE ສາຂາ ສປປ ລາວ ໄດ້ຈັດຕັ້ງຄະນະເຮັດວຽກ ສະເພາະກິດ ເດີນທາງຈາກ ນະຄອນຫລວງວຽງຈັນ ໄປຍັງບ້ານຖິ່ນຊົມ ເພື່ອລົງ ພື້ນທີ່ສໍາຫລວດສະພາບ ຄວາມເປັນຈິງ. ຊາວນາ ທີ່ກໍາລັງເຮັດນາຢູ່ນັ້ນ ໄດ້ ເບິ່ງພວກເຂົາດ້ວຍຄວາມ ຫວັງ ແລະ ໄດ້ເວົ້າວ່າ: “ທົ່ງນາຢູ່ແຖວນີ້ຂາດ ແຄນນໍ້າ ຖ້າສາມາດມາ ຊ່ວຍປັບປຸງຄອງນໍ້າເກົ່າໆ ນີ້ໄດ້ກໍດີ”. ແມ່ເຖົ້າຄົນໜຶ່ງ ທີ່ກຳລັງອຸ້ມກ່ອມເດັກນ້ອຍ ຢູ່ ໄດ້ເວົ້າຢ່າງອ່ອນໂຍນ ວ່າ: “ບ້ານເຮົາຍັງບໍ່ມີອະ ນຸບານ, ຂ້ອຍກໍເລີຍສອນ ເດັກນ້ອຍ ໃຫ້ຮູ້ອ່ານຮູ້ ຂຽນຂັ້ນພື້ນຖານດ້ວຍຕົນ ເອງ”. ຄໍາເວົ້າທີ່ທໍາມະດາ, ໃບໜ້າທີ່ເ ຕັມໄປດ້ວຍ ຄວາມຫວັງ ແລະ ການ ລໍຖ້າ ໄດ້ຊີ້ນໍາທິດທາງໃຫ້ ແກ່ການດໍາ ເ ນີນງ ານ ຊ່ວຍເຫລືອ. ໃນເດືອນກໍລະກົດ 2025, ທ່ານ ຈາງເສີຜິງ ຫົວໜ້າກົງສຸນໃຫຍ່ສປຈີນ ປະຈໍາແຂວງ ຫລວງພະ ບາງ ແລະ ທ່ານ ສະເຫວີຍ ສີລາວັນ ເຈົ້າຄອງນະຄອນ ຫລວງພະບາງ, ໄດ້ໄປ ຢ້ຽມຢາມບ້ານຖິ່ນຊົມ, ເພື່ອວາງສີລາເລີກໂຄງ ການຊ່ວຍເຫລືອ ກໍ່ສ້າງ ໂຮງຮຽນອະນຸບານ ແລະ “ປູກຕົ້ນໄມ້ມິດຕະພາບ ລາວ-ຈີນ” ໃນເດີ່ນໂຮງ ຮຽນ, ກາຍເປັນສັນຍາລັກ ມິດຕະພາບທີ່ຍືນຍົງ ລະ ຫວ່າງປະຊາຊົນຂອງສອງ ປະເທດ ແລະ ແລ້ວໂຄງ ການຊ່ວຍເຫລືອກໍ່ສ້າງ ໂຮງຮຽນອະນຸບານບ້ານ ຖິ່ນຊົມ ກໍໄດ້ກາຍເປັນຂັ້ນ ແລກຂອງການປະຕິບັດ ໂຄງການ ບ້ານສິບແປດຖໍ້າ ແລະ ບ້ານຖິ່ນຊົມ ຕັ້ງແຕ່ ລົງນາມຂໍ້ຕົກລົງ “ບ້ານ ມິດຕະພາບ” ເປັນຕົ້ນມາ. ພ້ອມກັນນັ້ນ, ໂຄງການນີ້ ຍັງເປັນອົງປະກອບສຳຄັນ ຂອງການຂັບເຄື່ອນ ການ ຊ່ວຍເຫລືອບ້ານຖິ່ນຊົມ ຂອງ ກຸ່ມບໍລິສັດ CCCG ໃນດ້ານໂຄງສ້າງພື້ນຖານ, ອຸດສາຫະກຳ ແລະ ການ ສຶກສາ. ເພື່ອຕອບສະຫນອງ ຕາມຄວາມຕ້ອງການອັນ ຮີບດ່ວນ ແລະ ຄວາມ ຄາດຫວັງຂອງປະຊາຊົນ, ບໍລິສັດ CWE ໄດ້ສ້ອມ ແປງຄອງຊົນລະປະທານ, ສ້ອມແປງໂຮງຮຽນ ແລະ ກໍ່ສ້າງຫ້ອງສະໝຸດ. ເອົາ ຊະນະສິ່ງທ້າທາຍຕ່າງໆ ເຊັ່ນ ໄລຍະທາງອັນຍາວ ໄກ ແລະ ລະດູຝົນອັນຍາວ ນານ, ກໍໄດ້ສໍາເລັດໜ້າທີ່ ຊ່ວຍເຫລືອແກ້ໄຂ ຄວາມ ທຸກຍາກດ້ວຍຄຸນນະພາບ ທີ່ສູງ. ສ້າງພາບທີ່ສວຍ ງາມຂອງການໃຫ້ຜົນປະ ໂຫຍດ ແລະ ຄວາມຮັ່ງມີ ແກ່ຜູ້ຄົນທີ່ຢູ່ໃນຫມູ່ບ້ານ ຖິ່ນຊົມ. -- ຄອງຊົນລະປະທານ ບໍ່ມີສິ່ງກິດຂວາງແລ້ວ . ການສ້ອມແປງຄອງ ຊົນລະປະທານທີ່ຍາວ 8,6 ກິໂລແມັດ ໄດ້ເຮັດສໍາ ເລັດກ່ອນກໍານົດ, ໄດ້ປ່ຽນ ຈາກຄອງເກົ່າທີ່ອຸດຕັນ ກາຍມາເປັນຄອງໃໝ່, ນໍ້າ ສາມາດໄຫລລົງໃສ່ທົ່ງນາ , ເຮັດໃຫ້ປະຊາຊົນສາມາດ ເຮັດນາໄດ້ທຸກລະດູການ, ປຽບສະເໝືອນກັບ “ຝົນ ຕົກທັນເວລາ” ສາມາດ ເພີ່ມພະລັງອັນໃໝ່ໃຫ້ແກ່ ການພັດທະນາກະສິກໍາໃນ ທ້ອງຖິ່ນ. -- ໂຮງຮຽນອະນຸບານ ກໍ່ສ້ າ ງ ສໍ າ ເ ລັ ດ ແ ລ້ ວ . ເດັກນ້ອຍເກືອບ 40 ຄົນ ທີ່ລໍຄອຍໄດ້ມີບ່ອນເຕີບໂຕ ທີ່ມີຄວາມສຸກ, ຫລຸດຜ່ອນ ຄວາມກັງວົນຂອງພໍ່ແມ່ທີ່ ເຮັດວຽກຢູ່ຫ່າງໄກຈາກ ບ້ານ. ໃນມື້ໄຂສົກຮຽນໃໝ່, ທີມອາສາສະໝັກ “ເສື້ອ ສີຟ້າ” ຈາກບໍລິສັດ CWE ໄດ້ນໍາພານ້ອງນ້ອຍນັກ ຮຽນຮ້ອງເພງ ‘ຂຸດ, ຂຸດ, ຂຸດ...’, ສ້າງພາບທີ່ອົບອຸ່ນ ໃຈໃນການຮ່ວມມືລາວຈີນ ເພື່ອສົ່ງເສີມການຟື້ນ ຟູຊົນນະບົດ ໃຫ້ພັດທະນາ ເທື່ອລະກ້າວ. -- “ຫ້ອງສະໝຸດແມ່ນໍ້າ ຂອງ ແມ່ນໍ້າລ້ານຊ້າງ” ກໍ່ສ້າງສໍາເລັດແລ້ວ. ບໍລິ ສັດ CWE ໄດ້ສໍາເລັດ ການ ຊ່ວຍເຫລືອກໍ່ສ້າງ “ຫ້ອງສະໝຸດແມ່ນໍ້າຂອງ ແມ່ນໍ້າລ້ານຊ້າງ” ແຫ່ງທີ 2 ຢູ່ຂ້າງໂຮງຮຽນ ປະຖົມ ບ້ານ ຖິ່ນຊົມ, ເຮັດໃຫ້ທີ່ ແຫ່ງນີ້ໄດ້ມີຫ້ອງສະໝຸດ ເພີ່ມຂຶ້ນ, ໃນຫ້ອງສະໝຸດ ນ້ອງນ້ອຍນັກຮຽນ ໄດ້ເປີດ ປຶ້ມຮູບພາບທໍາອິດດ້ວຍ ຄວາມຕື່ນຕັ້ນໃຈ ແລະ ເຕັມໄປດ້ວຍຄວາມຢາກ ຮູ້ຢາກເຫັນທີ່ບໍ່ເຄີຍມີມາ ກ່ອນ. ການຮ່ວມມື “ແມ່ ນໍ້າຂອງ ແມ່ນໍ້າລ້ານຊ້າງ” ໄດ້ສົ່ງເສີມການສົນທະນາ ທາງວັດທະນະທໍາໃນເວ ລານີ້ ເຊິ່ງມີຄວາມຊັດເຈນ ແລະ ເຕັມໄປດ້ວຍຄວາມ ອົບອຸ່ນ. ເຕີບໃຫຍ່ຢ່າງເຂັ້ມແຂງ: ີ່່ັ້ ອະນາຄົດເລີ່ມຈາກຈຸດນີ້ົີຸ່ີ້ ທ່ານ ປະດິດ ນາຍ ບ້ານບ້ານຖິ່ນຊົມ ໄດ້ກ່າວ ໃນພິທີມອບຮັບສຳເລັດ ໂຄງການໄວ້ວ່າ “ທີ່ແຫ່ງ ນີ້ແມ່ນໄດ້ຖືກຫລໍ່ລ້ຽງ ດ້ວຍມິດຕະພາບ, ຈຸດປະ ກາຍຄວາມຫວັງໃຫ້ແກ່ ໂຮງຮຽນ ແລະ ຍັງເປັນ ຈຸດເລີ່ມຕົ້ນກ້າວເດີນໄປສູ່ ອະນາຄົດ”. ພາຍໃນງານ ນ້ອງໆຫລານນ້ອຍໄດ້ສະ ແດງຟ້ອນລຳຮ້ອງເພງ ລາວ, ບັນດາຊາວບ້ານກໍ ໄດ້ມອບພວງມາໄລດອກ ໄມ້ໃຫ້ແກ່ແຂກທີ່ມາຈາກ ແດນໄກ ກໍຄຶ “ໝູ່ຊາວຈີນ” ພ້ອມໄດ້ກະກຽມນ້ຳໝາກ ພ້າວ ທີ່ເກັບຈາກບ້ານມາ ຕ້ອນຮັບ. ເຖິງວ່າພາສາ ທີ່ໃຊ້ການສະແດງຄຳ ຂອບໃຈນັ້ນບໍ່ເຂົ້າໃຈກັນ ວັດທະນະທຳອວຍພອນທີ່ ແຕກຕ່າງ ແຕ່ຮອຍຍິ້ມທີ່ ສົດໄສຂອງນ້ອງໆຫລານ ນ້ອຍກໍໄດ້ລະລາຍຫົວໃຈ ຂອງທຸກຄົນໃນງານ, ດັ່ງທີ່ ທ່ານ ສືຈິ່ນທົງ ໄດ້ກ່າວ ໃນງານໄວ້ວ່າ: “ບ້ານສິບ ແປດຖ້ຳ ກັບ ບ້ານຖິ່ນຊົມ ຖິງວ່າຈະຢູ່ຫ່າງກັນເປັນ ພັນລີ້ ແຕ່ຕ່າງກໍມີເປົ້າໝາຍ ການພັດທະນາຊົນນະບົດ ແລະ ການປົກປັກຮັກສາ ການເຕີບໃຫຍ່ຂອງເດັກ ນ້ອຍເຊັ່ນດຽວກັນ”. ຕັ້ງແຕ່ເຂົ້າມາລາວ 30 ກວ່າປີມານີ້, ເລີ່ມຈາກ ການກໍ່ສ້າງເຂື່ອນໄຟຟ້າ 1 ແຫ່ງ, ຈົນເຖິງຊ່ວຍເຫລືອ ກໍ່ສ້າງໂຮງຮຽນ, ເລີ່ມຈາກ ປະຕິບັດຫລັກການ “ຮ່ວມ ຄິດ ຮ່ວມສ້າງ ຮ່ວມແບ່ງ ປັນ”, ຈົນໄປເຖິງການຮັກ ສາຄຳໝັ້ນສັນຍາ “ຈະ ບໍ່ຖິ້ມໃຜໄວ້ຂ້າງຫລັງ”, ຮາກຖານຂອງການພັດທະ ນາຂອງ CWE ປຽບສະ ເໝືອນ “ປ່າມິດຕະພາບ ລາວ-ຈີນ” ທີ່ຢູ່ຕິດກັບໂຮງ ຮຽນອະນຸບານບ້ານຖິ່ນ ຊົມ, ທີ່ຝັງຮາກເລິກລົງໃນ ແຜ່ນດິນລາວ, ຄຽງຂ້າງ ການເຕີບໃຫຍ່ຂອງເດັກ ນ້ອຍຢ່າງເຂັ້ມແຂງ ແລະ ຄຽງຂ້າງຄວາມຄາດຫວັງ ຂອງຊາວບ້ານຕໍ່ການດຳ ລົງຊີບທີ່ສວຍງາມ. ທ່ານ ຈາງເສີຜິງ ສະ ຖານກົງສຸນໃຫຍ່ ແຫ່ງ ສປ ຈີນ ປະຈຳ ຫລວງພະບາງ ໄດ້ກ່າວໄວ້ວ່າ“ ຫວັງວ່າ ບ້ານ ສິບແປດຖໍ້າໃນມື້ນີ້ ຈະກາຍເປັນວັນຂ້າງໜ້າ ຂອງບ້ານຖິ່ນຊົມ” ນີ້ກໍ ແມ່ນຄວາມປາຖະໜາ ຮ່ວມກັນ ຂອງທັງສອງ ຝ່າຍລາວ-ຈີນ. ເລື່ອງລາວ “ການຊ່ວຍເຫລືອຄວາມ ທຸກຍາກຢ່າງຕົງຈຸດ” ທີ່ ຂ້າມນໍ້າຂ້າມທະເລມານີ້ ກໍາລັງໄດ້ຮັບການຂຽນ ບົດບາດໃໝ່ຂຶ້ນຢ່າງງົດ ງາມ, ພາບຄວາມສຸກໃນ ອະນາຄົດ ຂອງບ້ານຖິ່ນ ຊົມພວກເຮົາ ມາຮ່ວມກັນ ຕິດຕາມໄປນຳກັນຕໍ່ໄປ.

RkJQdWJsaXNoZXIy MTc3MTYxMQ==