7178

19/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ເຂົ້າຈານນ້ຳ ໂດຍ: ຮທ ນາງ ສຸກສາຄອນ ພົງໄຊຜົນຸ ກົ ງົ ນ gvq k.9.lj 75h ,7v'xq dxa dIa dlkglA o-kpcfo0v'xtgmf-kf .sh ,u 7;k,\A o7q ' ຂປລ. ເຫລົ່າຮົບກຳລັງທະຫານ ຊາຍແດນ ແມ່ນເຫລົ່າຮົບໜຶ່ງທີ່ສໍາ ຄັນໃນຖັນເເຖວກຳລັງຂອງກອງ ທັບ ເປັນກຳລັງຢູ່ເສັ້ນຂະໜານໜ້າ ຂອງປະເທດຊາດ ມີພາລະບົດບາດ, ໜ້າທີ່ຄຸ້ມຄອງປົກປັກຮັກສາເສັ້ນ ຊາຍແດນ, ຄຸ້ມຄອງຫລັກໝາຍ ຊາຍແດນ ແລະ ເຄື່ອນໄຫວລາດ ຕະເວນຕາມບໍລິເວນຊາຍເເດນ ໃຫ້ ມີຄວາມສະຫງົບປອດໄພ ແລະ ມີ ຄວາມເປັນລະບຽບຮຽບ. ສະຫາຍ ພົນຈັດຕະວາ ສີ ທະ ວີໄຊ ຫົວໜ້າການເມືອງ ກອງບັນ ຊາການທະຫານຊາຍແດນ ໄດ້ໃຫ້ ສຳພາດວ່າ: ນັບເເຕ່ເຫລົ່າຮົບທະ ຫານຊາຍເເດນ ໄດ້ຮັບການສ້າງ ຕັ້ງຂຶ້ນໃນວັນທີ 22 ຕຸລາ 2012 ແລະ ໄດ້ຮັບການປະກາດສ້າງຕັ້ງ ເປັນກອງບັນຊາການທະຫານຊາຍ ແດນ ໃນວັນທີ 29 ພະຈິກ 2024 ຕາມດໍາລັດຂອງທ່ານນາຍົກລັດ ຖະມົນຕີ ສະບັບເລກທີ 378/ນຍ, ລົງວັນທີ 25 ທັນວາ 2023, ຕະ ຫລອດໄລຍະ 13 ປີ ຜ່ານມາ ຄະນະ ກົມທະຫານຊາຍແດນໃນເມື່ອກ່ອນ ກໍຄື ຄະນະກອງບັນຊາການທະ ຫານຊາຍແດນໃນປັດຈຸບັນ ໄດ້ເອົາ ໃຈໃສ່ນໍາພາ-ຊີ້ນຳກໍາລັງທະຫານ ຊາຍແດນໃນທົ່ວປະເທດ ໂດຍປະ ສານສົມທົບກັບກອງບັນຊາການ ທະຫານນະຄອນຫລວງ ແລະ ກອງ ບັນຊາການທະຫານແຂວງ ເຮັດໃຫ້ ກຳລັງທະຫານຊາຍແດນ ໄດ້ຮັບ ການປັບປຸງ ເເລະ ມີຄວາມເຕີບໃຫຍ່ ເຂັ້ມແຂງຮັກສາໄດ້ອໍານາດອະທິ ປະໄຕ ແລະ ຄຸ້ມຄອງປົກປັກຮັກສາ ເສັ້ນຊາຍແດນຂອງປະເທດຊາດໄວ້ ໄດ້ຢ່າງໝັ້ນຄົງ. ສະຫາຍຍັງໃຫ້ຮູ້ວ່າຕື່ມວ່າ: ສໍາ ລັບແຜນການໃນຕໍ່ໜ້ານີ້ ຄະນະພັກ- ຄະນະບັນຊາກອງບັນຊາການທະ ຫານຊາຍເເດນ ຈະໄດ້ສືບຕໍ່ປັບປຸງ ກໍ່ສ້າງກຳລັງທະຫານຊາຍແດນໃຫ້ ມີຄວາມເຕີບໃຫຍ່ເຂັ້ມແຂງ ໂດຍ ປິ່ນອ້ອມຕາມ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ຄະນະພັກກະຊວງປ້ອງ ກັນປະເທດວາງອອກ ເປັນຕົ້ນເເມ່ນ ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ພະນັກງານ-ນັກຮົບໃນ ກໍາລັງທະຫານຊາຍແດນ ໃຫ້ມີຄຸນ ທາດການເມືອງໜັກແໜ້ນ, ມີຄວາມ ຈົງຮັກພັກດີ, ມີຄວາມອົດທົນເຄື່ອນ ໄຫວເຮັດໜ້າທີ່ຕາມການມອບໝາຍ ຂອງຂັ້ນເທິງ, ເອົາໃຈໃສ່ຈັດຕັ້ງອົບ ຮົມຫັດແອບສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະປ້ອງກັນຊາຍ ແດນ ໃຫ້ມີຄວາມສຳນິຊຳນານຕິດ ພັນກັບການປັບປຸງລະບຽບແບບ ແຜນ, ປະຕິບັດບັນດາຂໍ້ກຳນົດກົດ ລະບຽບຂອງກອງກັບ ໂດຍສະເພາະ ແຜນການຈັດຕັ້ງປະຕິບັດ7ລະບອບ 18 ວຽກຂອງກອງທັບໃຫ້ໄດ້ຮັບ ຜົນດີ ໄປພ້ອມໆກັບການເອົາໃຈໃສ່ ວຽກກໍ່ສ້າງຮາກຖານການເມືອງ ຢູ່ບັນດາບ້ານ, ຕິດພັນວຽກງານສືບ ຂ່າວ, ເກັບກໍາຂ່າວຕາມຂອບເຂດ ບໍລິເວນຊາຍແດນ ເພື່ອເປັນຂໍ້ມູນ ໃນການກຽມພ້ອມແກ້ໄຂກໍລະນີ ຕ່າງໆ ທີ່ອາດຈະເກີດຂຶ້ນຕາມບໍລິ ເວນຊາຍແດນໃຫ້ທັນເວລາ. ເນື່ອງໃນໂອກາດທີ່ທົ່ວພັກ,ທົ່ວ ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນ ລາວທັງຊາດ ຫາກໍສຳເລັດການສະ ເຫລີມສະຫລອງວັນສໍາຄັນຕ່າງໆ ຂອງຊາດ, ຂອງພັກໃນປີ 2025 ນີ້ ເວົ້າລວມ, ເວົ້າສະເພາະແມ່ນວັນ ຊາດທີ 2 ທັນວາ ຄົບຮອບ 50 ປີ ແລະ ວັນເກີດຂອງປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ສະ ຫາຍ ພົນຈັດຕະວາ ສີ ທະວີໄຊ ຍັງໄດ້ສະເເດງທັດສະນະຄວາມ ຮູ້ສຶກເອກອ້າງທະນົງໃຈຂອງຕົນ ວ່າ: ວັນສະຖາປະນາສປປລາວຄົບ ຮອບ 50 ປີ, ເປັນວັນທີ່ມີຄວາມ ໝາຍຄວາມສໍາຄັນທາງປະຫວັດ ສາດຂອງຊາດ, ເປັນວັນແຫ່ງໄຊ ຊະນະອັນຍິ່ງໃຫຍ່ຂອງຊາດລາວ ເຊິ່ງກ່ອນໜ້ານີ້ປະເທດລາວຂອງ ພວກເຮົາ ໄດ້ຕົກເປັນຫົວເມືອງຂຶ້ນ ຂອງພວກຈັກກະພັດຕ່າງດ້າວ ທັງ ແບບເກົ່າ ແລະ ແບບໃໝ່ມາຫລາຍ ປີ, ປະຊາຊົນລາວບັນດາເຜົ່າຖືກ ກົດຂີ່ຂົ່ມເຫັງ, ຂາດອິດສະລະພາບ, ບໍ່ມີສິດເປັນເຈົ້າຂອງປະເທດຊາດ, ແຕ່ຍ້ອນນໍ້າໃຈຮັກຊາດຄຽດແຄ້ນ ຕໍ່ຈັກກະພັດຜູ້ຮຸກຮານ, ປະຊາຊົນ ລາວບັນດາເຜົ່າ ຈຶ່ງໄດ້ສາມັກຄີກັນ ລຸກຮືຂຶ້ນຕໍ່ສູ້ຕ້ານຈັກກະພັດຜູ້ຮຸກ ຮານຢ່າງພິລະອາດຫານໂດຍພາຍ ໃຕ້ການນໍາພາຂອງພັກປະຊາຊົນ ປະຕິວັດລາວ ເຮັດໃຫ້ຂະບວນການ ຕໍ່ສູ້ຂອງປະຊາຊົນລາວບັນດາເຜົ່າ ໄດ້ຮັບໄຊຊະນະເປັນກ້າວໆມາຈົນ ສາມາດປົດປ່ອຍປະເທດຊາດໄດ້ ຢ່າງສົມບູນ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນຢ່າງສະຫງ່າ ຜ່າເຜີຍ ໃນວັນທີ 2 ທັນວາ 1975. ຕະຫລອດໄລຍະ 50 ປີຜ່ານ ມາ ພັກໄດ້ນຳພາປວງຊົນລາວທັງ ຊາດປະຕິບັດ 2 ໜ້າທີ່ຍຸດທະຍາດ ຄື: ປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ພວກເຮົາຮູ້ສຶກ ເອກອ້າງທະນົງໃຈເປັນຢ່າງຍິ່ງ ທີ່ ເຫັນວ່າຕະຫລອດ 50 ປີຜ່ານມາ ປະເທດຊາດຂອງພວກເຮົາໄດ້ຮັບ ການພັດທະນາມີຄວາມຈະເລີນ ກ້າວໜ້າ, ວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ສາມາດ ຮັບປະກັນປະເທດຊາດມີຄວາມ ສະຫງົບປອດໄພສ້າງເງື່ອນໄຂ ອໍານວຍຄວາມສະດວກໃຫ້ແກ່ການ ພັດທະນາເສດຖະກິດ-ສັງຄົມ ເຮັດ ໃຫ້ຊີວິດການເປັນຢູ່ຂອງປະຊາຊົນ ລາວບັນດາເຜົ່າໃນທົ່ວປະເທດໄດ້ ຮັບການປັບປຸງດີຂຶ້ນ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສີ ທະວີໄຊ ຍັງໄດ້ຕາງໜ້າ ໃຫ້ຄະນະພັກ-ຄະນະບັນຊາ, ນາຍ ແລະ ພົນທະຫານເຫລົ່າຮົບກໍາລັງ ທະຫານຊາຍແດນ ອວຍພອນໄຊ ອັນປະເສີດ ມາຍັງການນໍາພັກລັດ, ການນໍາກະຊວງປ້ອງກັນປະ ເທດ ຈົ່ງມີສຸຂະພາບເຂັ້ມແຂງ, ມີ ພາລານາໄມສົມບູນ ສືບຕໍ່ນໍາພາຊີ້ນຳປະເທດຊາດໃຫ້ຈະເລີນສີວິໄລ ແລະ ຊີ້ນໍາກອງທັບປະຊາຊົນລາວ ພວກເຮົາ ໃຫ້ເຕີບໃຫຍ່ເຂັ້ມແຂງ ຂຶ້ນຢ່າງບໍ່ຢຸດຢັ້ງ, ຂໍອວຍພອນໄຊ ມາຍັງພະນັກງານນາຍ ເເລະ ພົນ ທະຫານ-ພົນຕໍາຫລວດ, ຕະຫລອດ ຮອດພໍ່ແມ່ປະຊາຊົນລາວບັນດາ ເຜົ່າໃນທົ່ວປະເທດ ຈົ່ງມີສຸຂະພາບ ແຂງແຮງ ພ້ອມກັນປະກອບສ່ວນ ເຂົ້າໃນການປົກປົກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ ຈະເລີນຮຸ່ງເຮືອງ. ຂປລ. ເມື່ອມໍ່ໆມານີ້, ທີ່ຫ້ອງປະຊຸມ ເມືອງຊົນນະບູລີ ແຂວງສະຫວັນນະ ເຂດ. ກົມຊັບພະຍາກອນນ້ຳ (ກຊນ), ກະຊວງກະສິກຳ ແລະ ສິ່ງແວດລ້ອມ (ກສ) ຮ່ວມກັບອົງການສະຫະປະຊາ ຊາດ ເພື່ອການພັດທະນາ (UNDP), ໄດ້ຈັດກອງປະຊຸມປຶກສາຫາລືແລກ ປ່ຽນບົດຮຽນກ່ຽວກັບການຕິດຕາມລະ ບົບນິເວດຂອງຊຸມຊົນ(CBM)ພາຍໃຕ້ ໂຄງການຄຸ້ມຄອງຊັບພະຍາກອນນ້ຳ ແບບເຊື່ອມສານ ແລະ ການປັບຕົວບົນ ພື້ນຖານລະບົບນິເວດ (IWRM– EbA)ໂດຍການເປັນປະທານຂອງ ທ່ານ ຈັນທະເນດ ບົວລະພາ ຮອງລັດ ຖະມົນຕີ ກສ ແລະ ທ່ານ ປຸນລະນາກ ວັນນະລາດ ຮອງປະທານຄະນະກໍາ ມະການປົກຄອງເມືອງຊົນນະບູລີ ມີ ທ່ານ ກິ່ງຄຳ ມະນີວົງ ຮອງຫົວໜ້າກົມ ຊັບພະຍາກອນນ້ຳ, ມີຕາງໜ້າອົງການ ປົກຄອງແຂວງ ແລະ ເມືອງ, ຜູ້ຊ່ຽວ ຊານດ້ານວິຊາການຂອງ UNDP, ພະນັກງານ ແລະ ທີ່ປຶກສາໂຄງການ ແລະ ສະມາຊິກຊຸມຊົນຈາກ 15 ບ້ານ ເປົ້າໝາຍ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອປັບປຸງ 75h ,7v'-a [rtpkdvooEc[[g-nj v,lko c]t dkoxa [8q ;[q orN o4ko]t[q [oy g;f ຄວາມຮູ້ດ້ານວິຊາການຂອງຜູ້ປະສານ ງານຂັ້ນບ້ານ ແລະ ສົ່ງເສີມການຕິດ ຕາມກວດກາສະພາບນ້ຳ ແລະ ລະບົບ ນິເວດໃນໄລຍະຍາວ ໂດຍການນໍາພາ ຂອງຊຸມຊົນໃນເຂດອ່າງຮັບນໍ້າເຊບັ້ງ ຫຽງ. ສຳລັບໂຄງການ IWRM– EbA ໄດ້ຈັດຕັ້ງປະຕິບັດນັບແຕ່ເດືອນ ພະຈິກ 2022 ຫາເດືອນພະຈິກ 2026, ໂດຍໄດ້ຮັບທຶນສະໜັບສະໜູນ ຈາກ ກອງທຶນສິ່ງແວດລ້ອມໂລກ (GEF) ແລະ ຈັດຕັ້ງປະຕິບັດ ໂດຍກະຊວງ ກະສິກຳ ແລະ ສິ່ງແວດລ້ອມ ຮ່ວມ ກັບອົງການສະຫະປະຊາຊາດ ເພື່ອ ການພັດທະນາ (UNDP) ພາຍໃຕ້ ການສະໜັບສະໜູນຈາກກອງທຶນສິ່ງ ແວດລ້ອມໂລກ (GEF), ເພື່ອສ້າງ ຄວາມທົນທານຕໍ່ການປ່ຽນແປງດິນ ຟ້າອາກາດໂດຍການສົມທົບການຄຸ້ມ ຄອງຊັບພະຍາກອນນ້ຳແບບຍືນຍົງ, ການຟື້ນຟູລະບົບນິເວດທຳມະຊາດ ແລະ ການວາງແຜນປັບຕົວທີ່ເນັ້ນໃສ່ ຊຸມຊົນເປັນຫລັກ ຢູ່ໃນ 15 ບ້ານເປົ້າ ໝາຍ ໃນແຂວງສະຫວັນນະເຂດ, ໄດ້ມີ ການສ້າງຕັ້ງຄະນະກຳມະການຕິດ ຕາມກວດກາການປ່ຽນແປງລະບົບ ນິເວດຮ່ວມຂອງຊຸມຊົນ ແລະ ໄດ້ຮັບ ການສະໜອງອຸປະກອນ ເພື່ອຕິດຕາມ ຕົວຊີ້ວັດທາງດ້ານນິເວດວິທະຍາທີ່ສໍາ ຄັນ ເຊັ່ນ: ຄຸນນະພາບນ້ຳ, ການໄຫລ ຂອງນ້ຳ, ລະດັບນໍ້າ, ຕາຝັ່ງເຈື່ອນ, ສະພາບປ່າໄມ້ ແລະ ການນຳໃຊ້ອຸປະ ກອນຕ່າງໆທີ່ໄດ້ຈາກໂຄງການ ເຊັ່ນ: ເຄື່ອງກອງນ້ຳ, ໂທລະໂຄ່ງ, ຈັກສູບນ້ຳ ດ້ວຍແສງອາທິດ ແລະ ອື່ນໆ ທີ່ໂຄງ ການສະໜັບສະໜູນ ເຊິ່ງໃນກອງ ປະຊຸມຄັ້ງນີ້ ຜູ້ເຂົ້າຮ່ວມແມ່ນໄດ້ຮັບ ຟັງການນຳສະເໜີ ຈາກຕາງໜ້າໂຄງ ການກ່ຽວກັບ ຂັ້ນຕອນລະອຽດຕັ້ງແຕ່ ເລີ່ມຕົ້ນ ກ່ຽວກັບການຝຶກອົບຮົມຜູ້ ປະສານງານຂັ້ນບ້ານໃນການເກັບ ຕົວຢ່າງນ້ຳ, ການນໍາໃຊ້ເຄື່ອງມືອຸປະ ກອນ, ການສັງເກດການສະພາບປ່າ ໄມ້ ແລະ ການແກ້ໄຂບັນຫາພື້ນຖານ ເພື່ອໃຫ້ພວກເຂົາສາມາດດໍາເນີນການ ຕິດຕາມກວດກາເປັນປົກກະຕິ ໄດ້ຢ່າງ ໝັ້ນໃຈ. ສິ່ງສໍາຄັນ, ຂໍ້ມູນທັງໝົດທີ່ ພວກເຂົາເກັບກໍາມານັ້ນ ຈະໄດ້ຖືກ ປ້ອນເຂົ້າໃນຖານຂໍ້ມູນຜ່ານເວັບໄຊ ຂອງໂຄງການ ເຊິ່ງຮັບປະກັນການ ເຂົ້າເຖິງ, ຄວາມຖືກຕ້ອງ ແລະ ຄວາມ ໂປ່ງໃສໃນໄລຍະຍາວ. ທ່ານຮອງລັດຖະມົນຕີ ໄດ້ເນັ້ນ ໜັກເຖິງຄວາມສໍາຄັນອັນຮີບດ່ວນ ຂອງການສ້າງຄວາມເຂັ້ມແຂງໃຫ້ແກ່ ຊຸມຊົນທ້ອງຖິ່ນ ເພື່ອຄຸ້ມຄອງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະຊັບພະຍາກອນນໍ້າ ຂອງ ຕົນເອງ ແລະ ປະກອບສ່ວນໂດຍກົງ ເຂົ້າໃນຄວາມພະຍາຍາມປັບຕົວເຂົ້າ ກັບການປ່ຽນແປງດິນຟ້າອາກາດ. ທ່ານໄດ້ກ່າວບາງຕອນວ່າ ການຕິດ ຕາມກວດກາຮ່ວມຂອງຊຸມຊົນ ບໍ່ພຽງ ແຕ່ແມ່ນກິດຈະກໍາທາງດ້ານວິຊາການ ເທົ່ານັ້ນ ແຕ່ມັນແມ່ນກົນໄກທີ່ສຳຄັນທີ່ ວາງຄວາມຮູ້ ແລະ ຄວາມຮັບຜິດຊອບ ໄວ້ໃນມືຂອງຜູ້ທີ່ເພິ່ງພາອາໄສທຳມະ ຊາດສິ່ງແວດລ້ອມຫລາຍທີ່ສຸດ. ເມື່ອ ຊາວບ້ານພ້ອມກັນຕິດຕາມກວດກາ ແຫລ່ງນ້ຳ, ປ່າໄມ້ ແລະ ລະບົບນິເວດ ຂອງເຂົາເຈົ້າເອງ, ເຂົາເຈົ້າກາຍເປັນ ຜູ້ປະກອບສ່ວນສຳຄັນຕໍ່ການພັດທະ ນາເສດຖະກິດ-ສັງຄົມ ແບບຍືນຍົງ ແລະ ຕໍ່ຄວາມຖືກຕ້ອງຂອງຂໍ້ມູນດ້ານ ຊັບພະຍາກອນນໍ້າ ແລະ ສິ່ງແວດລ້ອມ ທີ່ນໍາໃຊ້ເຂົ້າໃນການວາງແຜນຕ່າງໆ. ກອງປະຊຸມປຶກສາຫາລືແລກປ່ຽນບົດ ຮຽນໃນຄັ້ງນີ້ ຈະເສີມສ້າງບົດບາດດັ່ງ ກ່າວ ໂດຍການຮັບປະກັນວ່າ: ຊຸມຊົນ ສາມາດສືບຕໍ່ຮັກສາລະບົບ, ຕີຄວາມ ໝາຍຂອງການປ່ຽນແປງທາງດ້ານ ນິເວດວິທະຍາ ແລະ ສະໜັບສະໜູນ ການພັດທະນາທີ່ມີພູມຕ້ານທານຕໍ່ ການປ່ຽນແປງດິນຟ້າອາກາດໃນໄລ ຍະຍາວ.

RkJQdWJsaXNoZXIy MTc3MTYxMQ==