7178

gru j ,mt;u 7;k,lk,a d7u gxa oxb dczj o0v'x;'-q o]k;ma '-kfK @ 0j k; c]t gsfdko j 19/12/2025 xtgmf]k; ສະພາປະຊາຊົນ ນວ...ົ ອົດສະຕຣາລີ...ົີ ໂທລະເລກ... ປະທານສະພາແຫ່ງຊາດ...່ ນາຍົກລັດຖະມົນຕີ...ົັົີ ສານອວຍພອນວັນຊາດ...ັ dv'xt-5 ,.spj z6h cmortlq 'mqj ;xtgmf ltw\mu IX 9t9a f0B omh kpgfn voma o;koU ຂປລ. ກອງປະຊຸມໃຫຍ່ຜູ້ແທນ ພະສົງທົ່ວປະເທດສະໄໝທີ IX ຂອງອົງການພຸດທະສາສະໜາ ສໍາພັນ ແຫ່ງ ສປປ ລາວ ຈະຈັດ ຂຶ້ນໃນລະຫວ່າງວັນທີ 23-24 ທັນວາ 2025 ທີ່ຈະມາເຖິງນີ້, ຢູ່ນະຄອນຫລວງວຽງຈັນ ຊຶ່ງ ເປັນຂີດໝາຍສຳຄັນໃນການເສີມ ສ້າງຄວາມສາມັກຄີ ແລະ ຍົກ ສູງບົດບາດຂອງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ໃນການປະກອບສ່ວນເຂົ້າໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ພະອາຈານ ອະທິປະໄຕ ໄມຕີຈິດ ຄະນະບໍລິຫານງານປະຈໍາການ, ຫົວໜ້າຫ້ອງການບໍລິຫານສູນກາງ ອພສ, ຕາງໜ້າສູນກາງ ອພສ ໄດ້ ຖະແຫລງຂ່າວຕໍ່ສື່ມວນຊົນໃນວັນທີ 17 ທັນວາ 2025 ນີ້ວ່າ: ໃນ ລະຫວ່າງວັນທີ 23-24 ທັນວາ 2025 ນີ້, ສູນກາງອົງການພຸດທະ ສາສະໜາສຳພັນ ແຫ່ງ ສປປ ລາວ ຈະໄດ້ເປີດກອງປະຊຸມໃຫຍ່ຜູ້ແທນ ພະສົງ ສະໄໝທີ IX ຂອງສູນກາງ ອພສ ຂຶ້ນທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ. ກອງປະ ຊຸມຄັ້ງນີ້, ມີຄວາມສໍາຄັນຢ່າງຍິ່ງໃນ ການປະເມີນຜົນການຈັດຕັ້ງປະຕິບັດ ມະຕິກອງປະຊຸມໃຫຍ່ ສະໄໝທີ VIII ໃນໄລຍະ 5 ປີຜ່ານມາ ແລະ ກໍານົດ ຂປລ. ໃນກອງປະຊຸມສະໄໝ ສາມັນເທື່ອທີ 10 ຂອງສະພາປະ ຊາຊົນ ນວ ຊຸດທີ IV ໃນວັນທີ 18 ທັນວາ 2025 ພາຍໃຕ້ການ ເປັນປະທານຂອງທ່ານ ອານຸພາບ ຕຸນາລົມ ປະທານສະພາປະຊາຊົນ ນະຄອນຫລວງວຽງຈັນ (ນວ), ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 1 ນວ ແລະ ສະມາຊິກສະພາປະຊາຊົນ ນວ ເຫັນ ດີເປັນເອກະພາບຮັບຮອງເອົາບົດ ລາຍງານການຈັດຕັ້ງປະຕິບັດ ແຜນ ການເຄື່ອນໄຫວວຽກງານ 5 ປີ (2021-2025), ປີ 2025 ຂອງ ສະພາປະຊາຊົນ ນວ ຊຸດທີ IV ແລະ ແຜນວຽກຈຸດສຸມຮອດກອງ ປະຊຸມຄັ້ງປະຖົມມະລືກ, ທິດທາງ ແຜນການ ປະຈຳປີ 2026 ຂອງສະ ພາປະຊາຊົນ ນວ ຊຸດທີ V ດ້ວຍຄະ ແນນສຽງເຫັນດີເປັນສ່ວນຫລາຍ. ທ່ານ ບຸນທາມ ພຸດທະວົງສາ ຮອງປະທານສະພາປະຊາຊົນ ນວ ໄດ້ສະຫລຸບຕີລາຄາການຈັດຕັ້ງ ປະຕິບັດແຜນການເຄື່ອນໄຫວວຽກ ງານ 5 ປີ (2021-2025), ປີ 2025 ຂອງສະພາປະຊາຊົນ ນວ ໂດຍສະເພາະດ້ານການຕິດຕາມ ກວດກາເຫັນວ່າໄລຍະ 5 ປີ ຜ່ານ ມາໄດ້ລົງເຄື່ອນໄຫວວຽກງານຕິດ ຕາມກວດກາຢູ່ບັນດາພະແນກການ ອ້ອມຂ້າງ ນວ, ອົງການປົກຄອງ ເມືອງ ແລະ ຫົວໜ່ວຍທຸລະກິດ ທັງໝົດ 298 ຈຸດ ໃນນີ້, ຂົງເຂດ ເສດຖະກິດ 82 ຈຸດ, ຂົງເຂດວັດ ທະນະທຳສັງຄົມ ແລະ ບັນດາ ເຜົ່າ 171 ຈຸດ ແລະ ຂົງເຂດເຂດ ຍຸຕິທໍາ ແລະ ປກຊ-ປກສ 45 ຈຸດ ຊຶ່ງຫົວຂໍ້ຕິດຕາມກວດກາແມ່ນ ຕິດພັນກັບການຈັດຕັ້ງປະຕິບັດລັດ ຖະທຳມະນູນ, ກົດໝາຍ, ແຜນ ພັດທະນາເສດຖະກິດ-ສັງຄົມ, ແຜນ ງົບປະມານແຫ່ງລັດ ທີ່ກຳນົດໃນ ຂປລ. ໃນລະຫວ່າງວັນທີ 1419 ທັນວາ 2025, ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງ ການເງິນ ແລະ ທ່ານ ນາງ ເມແກັນ ຈອນສ ເອກອັກຄະລັດຖະທູດອົດ ສະຕຣາລີ ປະຈຳ ສປປ ລາວ ໄດ້ ໄປຢ້ຽມຢາມບັນດາແຂວງພາກໃຕ້ ຜົນປະໂຫຍດຮ່ວມກັນລະຫວ່າງປະ ຊາຊົນສອງຊາດພວກເຮົາ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍ ພອນສົມເດັດ ຈົ່ງມີພະລານາໄມສົມ ບູນ, ມີຄວາມຜາສຸກ ແລະ ປະສົບ ຜົນສໍາເລັດໃນໜ້າທີ່ອັນສູງສົ່ງ ແລະ ຂໍໃຫ້ປະຊາຊົນຣາຊະອານາຈັກບາ ເຣນ ເພື່ອນມິດຈົ່ງສືບຕໍ່ມີຄວາມ ກ້າວໜ້າ ແລະ ຈະເລີນຮຸ່ງເຮືອງ ຍິ່ງໆຂຶ້ນ. ແລະ ປະຊາຊົນທັງສອງຝ່າຍຜ່ານ ການພັດທະນາການຮ່ວມມື ແລະ ການເປັນຄູ່ຮ່ວມມືຍຸດທະສາດໃນ ດ້ານຕ່າງໆທັງໃນຂອບສອງຝ່າຍ ແລະ ໃນອາຊຽນຢ່າງເຂັ້ມແຂງ. ຂ້າພະເຈົ້າເຊື່ອໝັ້ນວ່າສາຍ ພົວພັນອັນອົບອຸ່ນນີ້ ຈະສືບຕໍ່ພັດ ທະນາຢ່າງບໍ່ຢຸດຢັ້ງ ແລະ ເປັນ ຮາກຖານສຳຄັນໃນການສົ່ງເສີມ ຄວາມກ້າວໜ້າໃນດ້ານການຄ້າ, ການລົງທຶນ, ການທ່ອງທ່ຽວ, ພະ ລັງງານ, ການພັດທະນາພື້ນຖານ ໂຄງລ່າງຄົມມະນາຄົມ ແລະ ວັດ ທະນະທຳ ຊຶ່ງການພັດທະນາໃນ ດ້ານຕ່າງໆນີ້ ບໍ່ພຽງແຕ່ຈະສ້າງຜົນ ປະໂຫຍດໃຫ້ທັງສອງປະເທດ ແລະ ປະຊາຊົນເທົ່ານັ້ນ, ຫາກຍັງຈະປະ ກອບສ່ວນເຂົ້າໃນຄວາມໝັ້ນຄົງ ແລະ ຄວາມຈະເລີນຮຸ່ງເຮືອງຂອງ ພາກພື້ນຂອງພວກເຮົາອີກດ້ວຍ. ຊ່ວຍເຫລືອ ແລະ ການຮ່ວມມືຂອງ ທ່ານເຈົ້າແຂວງ ກໍຄື ພາກສ່ວນ ຕ່າງໆຂອງແຂວງຊຸງຊອງນຳໂດ ທີ່ ໄດ້ປະກອບສ່ວນອັນສຳຄັນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ, ເວົ້າລວມ, ເວົ້າ ສະເພາະກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ກັບແຂວງຊຸງຊອງນໍາໂດ ສ ເກົາຫລີ ທີ່ມີມາແລ້ວນັ້ນໃຫ້ນັບມື້ກ້າວເຂົ້າສູ່ ລວງເລິກ. ໃນໂອກາດນີ້, ທ່ານ ກິມ ເທ ຮຶມ ກໍໄດ້ຕາງໜ້າໃຫ້ກັບຄະນະ ສະແດງ ຄວາມຂອບໃຈຕໍ່ທ່ານນາຍົກລັດຖະ ມົນຕີ ທີ່ໄດ້ໃຫ້ການຕ້ອນຮັບອັນອົບ ອຸ່ນພ້ອມທັງໄດ້ແຈ້ງຈຸດປະສົງຂອງ ການມາຢ້ຽມຢາມ ແລະ ເຮັດວຽກ ໃນຄັ້ງນີ້ ໃຫ້ກັບທ່ານນາຍົກລັດຖະ ມົນຕີ ໄດ້ຮັບຊາບຕື່ມອີກ. ຂ່າວ: ສົມຫວັງ, ພາບ: ອ່າຍຄໍາ ລາວ (ສາລະວັນ, ເຊກອງ, ສະ ຫວັນນະເຂດ ແລະ ຈຳປາສັກ) ໂດຍໄດ້ເຂົ້າພົບປະກັບບັນດາການ ນຳຂອງແຕ່ລະແຂວງ ທັງນີ້ກໍເພື່ອ ຢືນຢັນຄຳໝັ້ນສັນຍາຂອງອົດສະ ຕຣາລີ ໃນການຮ່ວມມືກັບ ສປປ ລາວ ໃນຂະແໜງສຶກສາ, ການສຳ ຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ແລະ ການຮ່ວມມືດ້ານການ ພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ. ໂອກາດນີ້, ຄະນະດັ່ງກ່າວໄດ້ ຢ້ຽມຢາມໂຮງຮຽນປະຖົມນາເດື່ອ ຢູ່ເມືອງອຸທຸມພອນ ເພື່ອສະແດງ ໃຫ້ເຫັນເຖິງການສະໜັບສະໜູນ ຂອງອົດສະຕຣາລີ ໃນການປັບປຸງ ຄຸນນະພາບ ແລະ ການເຂົ້າເຖິງ ການສຶກສາ ໂດຍຜ່ານແຜນງານບີ ຄວາ (BEQUAL) ຊຶ່ງຄູອາຈານ ແມ່ນໄດ້ຮັບການພັດທະນາວິຊາຊີບ ຢ່າງຕໍ່ເນື່ອງ ເພື່ອເຮັດໃຫ້ການສິດ ສອນແບບມີສ່ວນຮ່ວມຫລາຍຂຶ້ນ. ອີງຕາມການສຳຫລວດກ່ຽວກັບ ການສຶກສາແບບມີສ່ວນຮ່ວມ ສະແດງໃຫ້ເຫັນວ່ານັກຮຽນທີ່ສອນ ໂດຍຄູອາຈານ ຜູ້ທີ່ສຳເລັດການຝຶກ ອົບຮົມປະຕິບັດຕົວຈິງລວມທັງການ ເວົ້າພາສາລາວ ແລະ ຍຸດທະສາດ ແບບມີສ່ວນຮ່ວມ ແມ່ນໄດ້ຜົນການ ຮຽນຮູ້ທີ່ດີຂຶ້ນ. ຢູ່ແຂວງຈຳປາສັກ, ທ່ານ ນາງ ເມແກັນ ຈອນສ ໄດ້ຢ້ຽມຢາມຟາມ ບລູເບີຣີ ຊຶ່ງເປັນການລົງທຶນຂອງ ອົດສະຕຣາລີ. ໂຄງການດັ່ງກ່າວນີ້ ສະແດງໃຫ້ເຫັນເຖິງຄຳໝັ້ນສັນຍາ ຂອງອົດສະຕຣາລີ ໃນການຫັນເປັນ ທັນສະໄໝຂອງຂະແໜງກະສິກຳ ແລະ ການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ. ກຸ່ມບໍລິສັດ Costa, ເປັນບໍລິສັດດ້ານກະສິກຳ ໃຫຍ່ທີ່ສຸດຂອງອົດສະຕຣາລີ ຊຶ່ງ ມີແຜນຈະລົງທຶນ 100 ລ້ານໂດລາ ອົດສະຕຣາລີ ໃນໂຄງການປູກໝາກ ບລູເບີຣີ ໃນ ສປປ ລາວ ໃນໄລຍະ ຫ້າປີຂ້າງໜ້າຄາດວ່າຈະສ້າງວຽກ ເຮັດງານທຳໃຫ້ປະຊາຊົນທ້ອງ ຖິ່ນປະມານ 2.000 ຕຳແໜ່ງ. ພ້ອມນີ້, ຍັງໄດ້ລົງຕິດຕາມການ ຈັດຕັ້ງປະຕິບັດການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ 5 ຢູ່ 3 ບ້ານຂອງແຂວງຈຳປາສັກ ຕື່ມອີກ. ທ່ານ ເມແກັນ ຈອນສ ໄດ້ ເນັ້ນໜັກເຖິງຄວາມສຳຄັນຂອງ ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ວ່າ: ການສຳຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສແມ່ນໜຶ່ງ ໃນເຫດການທີ່ສຳຄັນທີ່ສຸດຂອງປະ ເທດໜຶ່ງໆ ຊຶ່ງມັນແມ່ນພື້ນຖານສໍາ ລັບການສ້າງນະໂຍບາຍ, ການຈັດ ໃ ນ ໂ ອ ກ າ ດ ນີ້ , ສ ະ ຫ າ ຍ ໄຊສົມພອນ ພົມວິຫານ ໄດ້ສະແດງ ຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຮັດວຽກທາງການຢູ່ ສປປ ລາວ ຂອງຄະນະຜູ້ແທນຂັ້ນສູງ ອົງການໄອຍະການປະຊາຊົນສູງ ສຸດ ແຫ່ງ ສສ ຫວຽດນາມ ໃນຄັ້ງ ນີ້ ຊຶ່ງເປັນການປະກອບສ່ວນອັນ ສໍາຄັນເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະການຮັດແໜ້ນການ ພົວພັນຮ່ວມມືໃນຂົງເຂດໄອຍະການ ປະຊາຊົນໃຫ້ໄດ້ຮັບການພັດທະນາ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ. ໂອກາດນີ້, ສະຫາຍ ຫງວຽນຮຸຍ ຕຽນ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ໄຊສົມພອນ ພົມວິຫານ ທີ່ ໄດ້ສະລະເວລາຕ້ອນຮັບການຢ້ຽມ ຂໍ່ານັບໃນຄັ້ງນີ້ພ້ອມທັງຖືໂອກາດ ນີ້, ລາຍງານກ່ຽວກັບຜົນສໍາເລັດ ການຮ່ວມມືລະຫວ່າງສອງອົງການ ໄອຍະການປະຊາຊົນ ໃນໄລຍະຜ່ານ ມາ ແລະ ທິດທາງຮ່ວມມືໃນຕໍ່ໜ້າ ເປັນຕົ້ນການສືບຕໍ່ຈັດຕັ້ງປະຕິບັດ ບົດບັນທຶກຊ່ວຍຈຳທີ່ໄດ້ເຊັນກັນ ໃນໄລຍະຜ່ານມາເຂົ້າສູ່ວຽກງານ ຕົວຈິງຢ່າງມີປະສິດທິຜົນ; ຈັດ ກອງປະຊຸມອົງການໄອຍະການ ບັນດາແຂວງທີ່ມີຊາຍແດນຮ່ວມ ກັນ ລາວ-ຫວຽດນາມ ຄັ້ງທີ 8 ໃນປີ 2026 ຢູ່ ສປປ ລາວ; ສືບຕໍ່ ຊ່ວຍເຫລືອກໍ່ສ້າງພະນັກງານໄອ ຍະການປະຊາຊົນ ສປປ ລາວ ຢູ່ ສສ ຫວຽດນາມ; ສ້າງຄວາມເຂັ້ມ ແຂງໃຫ້ແກ່ພະນັກງານໄອຍະການ ກ່ຽວກັບການຕ້ານອາຊະຍາກຳ ຂ້າມຊາດ ແລະ ພັດທະນາລະບົບໄອ ຍະການດີຈິຕອນ ແລະ ການຫັນເປັນ ທັນສະໄໝຢ່າງບໍ່ຢຸດຢັ້ງ. ພາບ: ເກດສະໜາ ມະຕິກອງປະຊຸມສະໄໝສາມັນຂອງ ສະພາປະຊາຊົນ ນວ, ການຈັດ ຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ບັນດາຄາດໝາຍສູ້ຊົນ ຂອງ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຢູ່ນະຄອນ ຫລວງ. ສຳລັບປີ 2025 ໄດ້ລົງ ຕິດຕາມກວດກາ 84 ຈຸດ ໃນນີ້, ຂົງ ເຂດເສດຖະກິດ 21 ຈຸດ, ຂົງເຂດ ວັດທະນະທໍາສັງຄົມ ແລະ ບັນດາ ເຜົ່າ 60 ຈຸດ ແລະ ຂົງເຂດເຂດ ຍຸຕິທຳ ແລະ ປກຊ-ປກສ 3 ຈຸດ. ພ້ອມນີ້, ໄດ້ຕິດຕາມກວດກາບັນດາ ໂຄງການລົງທຶນຂອງລັດ ແລະ ໂຄງການພັດທະນາຕ່າງໆ ທີ່ຈັດຕັ້ງ ປະຕິບັດຢູ່ໃນ ນວ ກ່ຽວກັບການ ຊົດເຊີຍຊັກຊ້າ, ບໍ່ເໝາະສົມ ແລະ ຜົນກະທົບອື່ນໆເຊັ່ນ: ໂຄງການ ກໍ່ສ້າງສາຍສົ່ງໄຟຟ້າ 230 ກິໂລ ໂວນ, ໂຄງການທາງດ່ວນວຽງຈັນ ໝາຍເລກ 1, ໂຄງການລົດໄຟ ລາວ-ຈີນ ໄລຍະທີ 2, ໂຄງການທ່າ ບົກ-ທ່ານາແລ້ງ ແລະ ໂລຈິສຕິກ, ໂຄງການປັບປຸງ ແລະ ສ້ອມແປງ ທາງຫລວງແຫ່ງຊາດ ເລກທີ 13 ເໜືອ, ໂຄງການກໍ່ສ້າງເສັ້ນທາງ ດອນນົກຂຸ້ມ ຫາ ທາງ 450 ປີ, ໂຄງການພັດທະນາບຶງສາລາຄຳ, ໂຄງການຂົນສົ່ງແບບຍືນຍົງລົດເມ ດ່ວນ BRT ແລະ ໂຄງການກໍ່ສ້າງ ເຂື່ອນໄຟຟ້າອະເນກປະສົງຂະໜາດ ນ້ອຍ 5 ເມກາວັດ, ການຂຸດຄົ້ນແຮ່ ທາດ ໂດຍສະເພາະການຕິດຕາມ ກວດກາໂຄງການສຶກສາສຳຫລວດ ແລະ ຂຸດຄົ້ນແຮ່ເກືອໂປຕາສ (ເກືອ ກາລີ) ຢູ່ ນວ ຊຶ່ງສະພາປະຊາຊົນ ນວ ສະເໜີຕໍ່ສະພາແຫ່ງຊາດ ໄດ້ ຄົ້ນຄວ້າ, ພິຈາລະນາຢ່າງຮອບ ດ້ານຕໍ່ກັບຜົນການຕິດຕາມກວດ ກາຂອງສະພາປະຊາຊົນ ນວ ແລະ ການຕິດຕາມກວດກາຂອງ ກຳມາທິການກ່ຽວຂ້ອງຕໍ່ຜົນກະທົບ ດ້ານສິ່ງແວດລ້ອມທີ່ເກີດຂຶ້ນ ຄະນະ ປະຈຳສະພາແຫ່ງຊາດ ຈຶ່ງໄດ້ອອກ ມະຕິ ສະບັບເລກທີ 182/ຄປຈ, ລົງວັນທີ 1 ກໍລະກົດ 2025 ເພື່ອ ເປັນບ່ອນອີງໃນການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວໃນຕໍ່ໜ້າ. ນອກຈາກນີ້, ຍັງໄດ້ລົງຕິດຕາມ ກວດກາບັນຫາຜົນກະທົບຕໍ່ສິ່ງ ແວດລ້ອມ-ສັງຄົມ ຕິດພັນກັບຄຳ ຮ້ອງຄຳສະເໜີຂອງປະຊາຊົນເປັນ ຕົ້ນການສົ່ງກິ່ນເໝັນເນົ່າ ແລະ ການ ປ່ອຍນໍ້າເສຍຂອງໂຮງງານຂ້າ ສັດ, ຂໍ້ຂັດແຍ່ງທີ່ດິນ, ການລັກ ລອບຕັດໄມ້ເຂດສະຫງວນພູພະນັງ, ວຽກງານສາສະໜາ, ການປະລະ ການຮຽນ ແລະ ບັນຫາອື່ນໆ ຊຶ່ງ ຄະນະປະຈຳສະພາປະຊາຊົນກໍ ໄດ້ກໍານົດເອົາບາງບັນຫາທີ່ພົ້ນ ເດັ່ນ ເພື່ອຕັ້ງເປັນຫົວຂໍ້ໃຫ້ອົງການ ປົກຄອງ ແລະ ພະແນກການກ່ຽວ ຂ້ອງຂຶ້ນລາຍງານຊີ້ແຈງຕໍ່ກອງ ປະຊຸມສະໄໝສາມັນຂອງສະພາປະ ຊາຊົນໃນແຕ່ລະຄັ້ງ. ຂ່າວ: ກິດຕາ, ພາບ: ເກດສະໜາ ສັນຊັບພະຍາກອນທີ່ມີປະສິດທິພາບ ແລະ ການວາງແຜນທີ່ອີງໃສ່ຂໍ້ມູນ ເປັນຫລັກ. ອົດສະຕຣາລີ ມີຄວາມ ພູມໃຈທີ່ໄດ້ສະໜັບສະໜູນວຽກງານ ນີ້ ພາຍໃຕ້ກອບການຮ່ວມມືຮອບ ດ້ານລະຫວ່າງລາວ-ອົດສະຕຣາ ລີ ຊຶ່ງສຸມໃສ່ການພັດທະນາແບບ ມີສ່ວນຮ່ວມ, ການປົກຄອງທີ່ດີ ແລະ ການສົ່ງເສີມການສ້າງລະບົບ ແຫ່ງຊາດ. ສຳລັບຢູ່ແຂວງເຊກອງ, ທ່ານ ທູດຍັງໄດ້ໄປຢ້ຽມຢາມສູນຄົ້ນຄວ້າ ຕ້ານພະຍາດມັນຕົ້ນຢູ່ເມືອງທ່າແຕງ ຊຶ່ງໄດ້ຮັບການສະໜັບສະໜູນຈາກ ສູນຄົ້ນຄວ້າກະສິກຳສາກົນຂອງ ອົດສະຕຣາລີ (ACIAR) ໂດຍໄດ້ ພົບປະກັບນັກຄົ້ນຄວ້າ, ກະສິກອນ ແລະ ຕົວແທນຈາກອຸດສາຫະກຳ ມັນຕົ້ນ. ໃນຂະນະດຽວກັນ, ກໍໄດ້ ມອບອຸປະກອນການແພດໃຫ້ແກ່ ໂຮງໝໍແຂວງເຊກອງ ໂດຍຜ່ານ ກອງທຶນຊ່ວຍເຫລືອລ້າຂະໜາດ ນ້ອຍຂອງອົດສະຕຣາລີຕື່ມອີກ. ທິດທາງແຜນການວຽກງານ ແລະ ຍຸດທະສາດໃໝ່ ເພື່ອສືບຕໍ່ເສີມສ້າງ ຄວາມເຂັ້ມແຂງໃຫ້ແກ່ກິດຈະການ ທາງພຸດທະສາສະໜາຢູ່ ສປປ ລາວ ໃນ 5 ປີຕໍ່ໜ້າໃຫ້ມີຄວາມເຂັ້ມແຂງ ໜັກແໜ້ນທາງດ້ານກົງຈັກການ ຈັດຕັ້ງ, ແບບແຜນວິທີການເຮັດ ວຽກໃຫ້ຖືກຕ້ອງສອດຄ່ອງກັບ ຫລັກສິນທໍາຄໍາສອນ, ທຳມະນູນ ສົງລາວ, ມະຕິຄໍາສັ່ງ, ແນວທາງ ນະໂຍບາຍ, ດໍາລັດ, ກົດໝາຍ ແລະ ລັດຖະທຳມະນູນ ແຫ່ງ ສປປ ລາວ ໂດຍສົມທົບກັບບັນດາກະຊວງ, ອພສ ແຂວງ, ອພສ ນະຄອນຫລວງ, ເມືອງ ແລະ ອຳນາດການປົກຄອງ ທີ່ກ່ຽວຂ້ອງ. ກອງປະຊຸມໃຫຍ່ຜູ້ແທນພະສົງ ສະໄໝທີ IX ຂອງສູນກາງ ອພສ ຈັດຂຶ້ນບົນພື້ນຖານຂອງທໍາມະນູນ ສົງລາວ ແລະ ມະຕິຂອງຄະນະ ບໍລິຫານງານສູນກາງ ອພສ ໂດຍ ມີຈຸດປະສົງ ເພື່ອລາຍງານຜົນສໍາ ເລັດ ແລະ ຕີລາຄາການຈັດຕັ້ງ ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ ແທນພະສົງທົ່ວປະເທດສະໄໝທີ VIII ຂອງອົງການພຸດທະສາສະ ໜາສຳພັນ ແຫ່ງ ສປປ ລາວ; ພິຈາລະນາ ແລະ ຮັບຮອງເອົາທິດ ທາງແຜນການ, ວຽກງານຈຸດສຸມ ແລະ ແຜນພັດທະນາ 5 ປີຕໍ່ໜ້າ (2026-2030) ຂອງອົງການ ພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ສະໄໝທີ IX; ຮັບຮອງເອົາ ຄະນະບໍລິຫານງານຊຸດໃໝ່ ຂອງ ສູນກາງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ສະໄໝ ທີ IX ເພື່ອສືບຕໍ່ນໍາພາວຽກງານ ໄລຍະຕໍ່ໄປ ແລະ ຮັບຟັງການປະ ກອບຄໍາຄິດຄໍາເຫັນຈາກພາກສ່ວນ ຄູ່ຮ່ວມງານພາກລັດຂັ້ນສູນກາງ. ເ ນື້ອໃນສໍາຄັນທີ່ຈະນໍາມາ ພິຈາລະນາໃນກອງປະຊຸມຄັ້ງນີ້, ປະກອບມີ: ບົດລາຍງານຜົນສໍາ ເລັດການຈັດຕັ້ງປະຕິບັດມະຕິກອງ ປະຊຸມໃຫຍ່ສະໄໝທີ VIII; ທິດທາງ ແຜນການ ແລະ ແຜນພັດທະນາ ຂອງອົງການພຸດທະສາສະໜາ ສຳພັນ ແຫ່ງ ສປປ ລາວ ສະໄໝ ທີ IX (2026-2030). ພ້ອມ ທັງຮັບຟັງການໂອ້ລົມຈາກກົມ ການເມືອງສູນກາງພັກຕໍ່ວຽກງານ ພຸດທະສາສະໜາ ແລະ ການປະ ກອບຄໍາຄິດຄໍາເຫັນຈາກສູນກາງ ແນວລາວສ້າງຊາດ, ຫ້ອງວ່າການ ສໍານັກງານນາຍົກລັດຖະມົນຕີ, ກະຊວງສຶກສາທິການ ແລະ ກິລາ, ກະຊວງວັດທະນະທໍາ ແລະ ການ ທ່ອງທ່ຽວ. ຄາດຄະເນວ່າຈະມີຜູ້ ເຂົ້າຮ່ວມທັງໝົດ 1.176 ອົງ/ທ່ານ ຊຶ່ງປະກອບມີພະສົງ ແລະ ຜູ້ແທນ ຈາກຂັ້ນສູນກາງຈໍານວນ 1.000 ອົງ/ທ່ານ ແລະ ຈາກຂັ້ນແຂວງຈໍາ ນວນ 176 ອົງ/ທ່ານ. ອົງການພຸດທະສາສະໜາສຳພັນ ແຫ່ງ ສປປ ລາວ ແມ່ນອົງການ ຈັດຕັ້ງສູນກາງທີ່ເປັນຕົວແທນໃຫ້ ແກ່ພະສົງ ແລະ ສາສະນິກະຊົນລາວ ທົ່ວປະເທດ ມີພາລະບົດບາດໃນ ການນໍາພາ, ຈັດຕັ້ງ ແລະ ຄຸ້ມຄອງ ກິດຈະການທາງພຸດທະສາສະ ໜາໃຫ້ສອດຄ່ອງກັບທໍາມະນູນ ສົງລາວ ແລະ ກົດໝາຍຂອງລັດ ລວມທັງການເຕົ້າໂຮມຄວາມສາ ມັກຄີຂອງພຸດທະສາສະນິກກະຊົນ ແລະ ປະຊາຊົນລາວບັນດາເຜົ່າ ແລະ ການພົວພັນສາກົນກ່ຽວກັບ ສາສະໜາຕາມຂອບເຂດຄວາມຮັບ ຜິດຊອບຂອງຕົນ. ຂ່າວ: ທະນູທອງ; ພາບ: ຂັນໄຊ

RkJQdWJsaXNoZXIy MTc3MTYxMQ==