gsfdko{dkora fmtok a xtgmf]k; ( 18/12/2025 ot7vos];'g9Q krk[ wfh s]Po7e ma 'mu ,py '{mu ,-kpdy ]k[ko[h ;']= g]n j vo 3x3 ຂປລ. ການແຂ່ງຂັນກິລາບານ ບ້ວງລໍ້ເລື່ອນ ໃນງານມະຫະກຳ ກິລາຄົນພິການແຫ່ງຊາດ ຄັ້ງທີ IV ແຂ່ງຂັນຢູ່ສູນການແພດຟື້ນ ຟູໜ້າທີ່ການສະເພາະ ລາຍການ 3x3 ທີມຍິງ-ທີມຊາຍ ເຊິ່ງດຳເນີນ ການແຂ່ງຂັນ 2 ວັນ (ວັນທີ 15 ແລະ 16 ທັນວາ 2025) ໂດຍມີ 3 ພາກສ່ວນເຂົ້າຮ່ວມຄື: ນະຄອນ ຫລວງວຽງຈັນເຈົ້າພາບ, ແຂວງ ຈຳປາສັກ ແລະ ແຂວງຊຽງຂວາງ. ວັນທີ 16 ທັນວາ ເປັນຮອບຊີງ c0;'7e,j ;o sk]n Ij k'czop5 fmtlkf s]5 fzj vo7;k,lj P'wrry [a f 0q ;,y f8trk[]k;{wm csj 'mu j 5 9tgxu foe.-h .o;a omu 25 ma o;koU ຂປລ. ແຫລ່ງຂ່າວຈາກ ແຂວງ ບໍລິຄຳໄຊ ໃຫ້ຮູ້ວ່າ: ໂຄງການ ກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ 5 ເຊື່ອມຕໍ່ລະຫວ່າງແຂວງ ບໍລິຄໍາໄຊ-ແຂວງບຶງການ ຂອງໄທ ຈະເປີດນຳໃຊ້ ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ທີ່ ຈະມາເຖິງນີ້, ຊຶ່ງປັດຈຸບັນ ພວມ ກະກຽມການທົດລອງລະບົບການ ບໍລິການດ້ານຕ່າງໆ. ທ່ານ ວັດທະນາ ພັນດານຸວົງ ຮອງຫົວໜ້າໂຄງການກໍ່ສ້າງຂົວ ຂ້າມນໍ້າຂອງ ມິດຕະພາບລາວໄທ ແຫ່ງທີ 5 ບໍລິຄຳໄຊ-ບຶງການ ໄດ້ລາຍງານຄວາມຄືບໜ້າໃນ ໂຄງການດັ່ງກ່າວ ຕໍ່ຄະນະຜູ້ແທນ ກອງປະຊຸມໃຫຍ່ແນວລາວສ້າງ ຊາດ ແຂວງບໍລິຄຳໄຊ ໃນໂອກາດ ທ່ຽວຊົມໂຄງການກໍ່ສ້າງຂົວຂ້າມ ນໍ້າຂອງ ມິດຕະພາບລາວ-ໄທ ແຫ່ງ ທີ 5 ບໍລິຄຳໄຊ-ບຶງການ ໃນວັນທີ 15 ທັນວາ 2025 ນີ້ວ່າ: ໂຄງການ ກໍ່ສ້າງຂົວຂ້າມນໍ້າຂອງ ມິດຕະພາບ ລາວ-ໄທ ແຫ່ງທີ 5 ທີ່ເຊື່ອມຕໍ່ ລະຫວ່າງແຂວງບໍລິຄໍາໄຊ-ແຂວງ ບຶງການ ຂອງໄທ ແມ່ນສໍາເລັດແລ້ວ ຂປລ. ແຫລ່ງຂ່າວຈາກແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ກອງປະຊຸມ ປຶກ ສາຫາລືຮ່າງແຜນຍຸດທະສາດ ຫລຸດຜ່ອນຄວາມສ່ຽງໄພພິບັດ ແຂວງຄຳມ່ວນ ວິໄສທັດ 5 ປີ (2026-2030) ຈັດຂຶ້ນເມື່ອ ມໍ່ໆ ມ າ ນີ້ ທີ່ແ ຂ ວ ງ ຄ ຳ ມ່ວ ນ ໂດຍມີ ທ່ານ ສິນທະສອນ ແສງ ຈັນທະວົງ ຫົວໜ້າພະແນກແຮງ ງານ ແລະ ສະຫວັດດີການສັງຄົມ ແຂວງ ແລະ ທ່ານ ຄຣິສຕຽນ ແມັດ ເຊີ ທີີ່ປືກສາ ສາກົນ ອົງການລຸກ ຊໍາບວກ ປະຈໍາແຂວງຄໍາມ່ວນ, ທ່ານ ພອນສະຫວັນ ໄຊສົມແພງ ຫົວໜ້າພະແນກ ປ້ອງກັນໄພພິບັດ ກົມສັງຄົມສົງເຄາະກະຊວງແຮງ ງານ ແລະ ສະຫວັດດີການສັງຄົມ, ທ່ານ ນາງ ເພັດມະນີ ເຈືອສົງຄາມ ຕາງໜ້າບໍລິສັດ ອີລິກເຊຍ ພ້ອມ ດ້ວຍພະແນກການ, ຄະນະກໍາມະ ການຄຸ້ມຄອງໄພພິບັດຂັັ້ນແຂວງຂັັ້ນເມືອງ ແລະ ພະນັກງານວິຊາ ການທີ່ກ່ຽວຂ້ອງເຂົ້າຮ່ວມ. ໃນກອງປະຊຸມບັນດາຜູ້ທີ່ເຂົ້າ ຮ່ວມໄດ້ພ້ອມກັນຮັບຟັງເອກະສານ ຮ່າງຍຸດທະສາດຫລຸດຜ່ອນຄວາມ ສ່ຽງໄພພິບັດ ແຂວງຄໍາມ່ວນ ວິ ໄສທັດ 5 ປີ (2026-2030), ຍຸດທະສາດການຫລຸດຜ່ອນຄວາມ ສ່ຽງໄພພິບັດ ແຂວງຄໍາມ່ວນ ຮອດ ປີ 2030, ສ້າງຄວາມເຂັ້ມແຂງ ໃຫ້ແກ່ວຽກປ້ອງກັນ ແລະ ການ ຫລຸດຜ່ອນຄວາມສ່ຽງໄພພິບັດ, ພັດທະນາ ແລະ ສ້າງຄວາມເຂັ້ມ ແຂງ ໃຫ້ແກ່ວຽກຄຸ້ມຄອງໄພພິບັດ ແລະ ການປະຕິບັດໃຫ້ການຊ່ວຍ ເຫລືອສຸກເສີນ, ສ້າງຄວາມເຂັ້ມ ແຂງໃຫ້ແກ່ວຽກງານຟື້ນຟູຫລັງ ໄພພິບັດ, ສ້າງຄວາມເຂັ້ມແຂງໃຫ້ ແກ່ການຄຸ້ມຄອງບໍລິຫານວຽກງານ ໄພພິບັດຢ່າງມີປະສິດທິພາບ ແລະ ປະສິດທິຜົນ. ໃນກອງປະຊຸມຄັ້ງນີ້, ບັນດາຜູ້ ເຂົ້າຮ່ວມໄດ້ພ້ອມກັນຄົ້ນຄວ້າປຶກ ສາຫາລື ປະກອບຄຳຄິດເຫັນ ໂດຍ ເລັ່ງໃສ່ຂອບແຜນງານວ່າດ້ວຍການ ຫລຸດຜ່ອນຄວາມສ່ຽງໄພພິບັດ 2026-2030, ຂັ້ນຕອນການດໍາ ເນີນການສ້າງຍຸດທະສາດ ພາຍໃຕ້ ການຊີ້ນໍາຂອງຄະນະກຳມະການ ຮ່າງຍຸດທະສາດແຂວງວ່າດ້ວຍ ການຫລຸດຜ່ອນຄວາມສ່ຽງໄພພິບັດ ທີ່ປະກອບມີພະແນກແຮງງານ ແລະ ສະຫວັດດີການສັງຄົມ, ບັນດາ ພະແນກການທີ່ກ່ຽວຂ້ອງຂອງລັດ, ອົງການຈັດຕັ້ງມະຫາຊົນທີ່ໄດ້ໃຫ້ ຫລຽນຄຳ ທັງທີມຍິງ ແລະ ທີມ ຊາຍ, ສ່ວນທີມຍິງ ນະຄອນຫລວງ ເຈົ້າພາບ ເອົາຊະນະ ແຂວງຊຽງ ຂວາງ ແບບຫວຸດວິດ 4-3 ຄະແນນ, ຢໍ້າໄຊຊະນະເໜືອ ຊຽງຂວາງ ອີກ ຄັ້ງ, ກ່ອນໜ້ານີ້ຮອບຄັດເລືອກ ຊະນະ 7-3 ຄະແນນ. ຂະນະທີ່ທີມຊາຍຮອບຊີງຫລຽນ ຄຳ ນະຄອນຫລວງ ເຈົ້າພາບ ເອົາ ຊະນະ ແຂວງຈຳປາສັກ ແບບຫວຸດ ວິດ 11-9 ຄະແນນ, ກ່ອນໜ້ານີ້ ຮອບຄັດເລືອກ ນະຄອນຫລວງ ເສຍໃຫ້ ຈຳປາສັກ 1-13 ຄະແນນ. ການແຂ່ງຂັນຄັ້ງນີ້ມີ 4 ລາຍການ ຄື: ທີມຍິງ-ທີມຊາຍ 3x3 ແລະ ທີມຍິງ-ທີມຊາຍ 5x5 ມີນັກກິລາ ເຂົ້າຮ່ວມທັງໝົດ 27 ຄົນ, ຍິງ 10 ຄົນ. ສະເພາະວັນທີ 17 ແລະ 18 ທັນວານີ້ ແມ່ນແຂ່ງຂັນລາຍການ 5x5 ທີມຍິງ-ທີມຊາຍ. ຂໍ້ມູນຈາກສູນຂ່າວ ຮ້ອຍສ່ວນຮ້ອຍ ໂດຍມີກຳນົດເປີດ ນຳໃຊ້ຢ່າງເປັນທາງການ ໃນວັນທີ 25 ທັນວາ 2025 ທີ່ຈະມາເຖິງ ນີ້, ປັດຈຸບັນ ພວມກະກຽມການ ທົດລອງລະບົບການບໍລິການຕ່າງໆ ເປັນຕົ້ນ ເຄື່ອງສະແກນ, ລະບົບການ ລົງທະບຽນຍື່ນເອກະສານ ແລະ ອື່ນໆ. ສຳລັບໂຄງການກໍ່ສ້າງຂົວ ຂ້າມນ້ຳຂອງ ມິດຕະພາບລາວ-ໄທ ແຫ່ງທີ 5 (ບໍລິຄໍາໄຊ-ບຶງການ) ມີ ຄວາມຍາວທັງໝົດ 1.350 ແມັດ, ເບື້ອງລາວມີຄວາມຍາວ 535 ແມັດ, ເບື້ອງໄທ 815 ແມັດ, ຄວາມກວ້າງ 17,40 ແມັດ, ມີ2 ຊ່ອງຈະລາຈອນ, ມີດອນກາງທາງ ແລະ ມີທາງຄົນ ຍ່າງສອງເບື້ອງ, ໂຄງສ້າງຂອງຂົວ ໄລຍະເທິງບົກ ເປັນປະເພດຂົວເບຕົງ ອັດແຮງ ແລະ ໂຄງສ້າງຂົວໄລຍະ ກາງນໍ້າ ເປັນປະເພດຂົວແຂວນ ຄຶງ ດ້ວຍສາຍກາບ, ມີຄວາມຄືບໜ້າ ທັງໝົດ 100%. ຂ່າວ-ພາບ: ຄຳຟອງ Ia [Iv'c0;'va f8txn gxa oc0;'ltstra oc,j py ' 3 fu ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີປະກາດ ຮັບຮອງແຂວງອັດຕະປື ເປັນແຂວງ ສະຫະພັນແມ່ຍິງ 3 ດີ ຈັດຂຶ້ນໃນ ວັນທີ 16 ທັນວາ 2025 ໂດຍມີ ທ່ານ ນາງ ບັນທະໄລ ແກ້ວມະນີວົງ ປະທານແນວລາວສ້າງຊາດແຂວງ, ມີທ່ານ ນາງ ຈັນເພັດ ຈັນທະມາດ ປະທານສະຫະພັນແມ່ຍິງແຂວງ, ມີຄະນະບໍລິຫານງານສະຫະພັນແມ່ ຍິງແຂວງ, ເມືອງ, ຄະນະແມ່ຍິງ ຮາກຖານພະແນກການອ້ອມຂ້າງ ແຂວງ ພ້ອມດ້ວຍແຂກຖືກເຊີນ ເຂົ້າຮ່ວມ. ໃນພິທີ ທ່ານ ນາງ ກົງຕາ ໂພສາ ລາດ ຮອງປະທານສະຫະພັນແມ່ຍິງ ແຂວງ ໄດ້ລາຍງານການຈັດຕັ້ງປະ ຕິບັດຂໍ້ແຂ່ງຂັນແມ່ຍິງ 3 ດີ, ໃນ II ໄລຍະແຕ່ປີ 2021-2022 ແລະ ແຕ່ປີ 2023-2024 ຊຶ່ງພາຍຫລັງ ທີ່ໄດ້ຮັບເອກະສານແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂງ ຂັນແມ່ຍິງ 3 ດີ ຂອງຄະນະບໍລິຫານ ງານສູນກາງສະຫະພັນແມ່ຍິງລາວ, ທາງຄະນະນໍາຂອງສະຫະພັນແມ່ ຍິງແຂວງ ໄດ້ເອົາໃຈໃສ່ຈັດຕັ້ງຜັນ ຂະຫຍາຍອອກແຈ້ງການແນະນໍາ ໃຫ້ສະຫະພັນແມ່ຍິງແຕ່ລະຂັ້ນ ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ ແມ່ຍິງ 3 ດີ ທີ່ສູນກາງສະຫະພັນ ແມ່ຍິງວາງອອກ ໂດຍຕິດພັນກັບ ວຽກງານວິຊາສະເພາະ ແລະ ຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ປັດຈຸບັນທົ່ວແຂວງ ອັດຕະປື ມີສະມາຊິກສະຫະພັນແມ່ ຍິງ 32.488 ທ່ານ, ມີ 119 ໜ່ວຍ, ມີ 180 ຮາກຖານ ໃນນັ້ນ, ໜ່ວຍ ອ້ອມຂ້າງແຂວງ ມີ 10 ໜ່ວຍ ແລະ 37 ຮາກຖານ, ຂັ້ນເມືອງ ມີ 102 ໜ່ວຍ, ມີ 64 ຮາກຖານອ້ອມຂ້າງ ເມືອງ ແລະ 86 ຮາກຖານບ້ານ, ແມ່ຍິງເປັນພະນັກງານ-ລັດຖະກອນ 2.208 ທ່ານ ໃນນີ້, ແຕ່ລະທ່ານ ໄດ້ພ້ອມກັນສຸມໃສ່ຈັດຕັ້ງປະຕິບັດຂໍ້ ແຂ່ງຂັນ 3 ດີ ຊຶ່ງດໍາເນີນໄປຕາມ 4 ບາດກ້າວສໍາຄັນ, ການຕິດຕາມ ກວດກາການຈັດຕັ້ງປະຕິບັດເນື້ອ ໃນຂໍ້ແຂ່ງຂັນ 3 ດີ ຄື: ພົນລະເມືອງ ດີ, ພັດທະນາດີ, ສ້າງຄອບຄົວດີ ໃນ 2 ໄລຍະເຫັນວ່າ ການປະຕິບັດ ຖືກຕ້ອງສອດຄ່ອງຕາມບາດກ້າວ, ມາດຖານເງື່ອນໄຂຂອງສູນກາງ ສະຫະພັນແມ່ຍິງລາວວາງອອກ ແລະ ຜ່ານການປະເມີນທົ່ວແຂວງ, ມາຮອດປັດຈຸບັນເຫັນວ່າຈຳນວນ ສະມາຊິກສະຫະພັນແມ່ຍິງ 3 ດີ ກວມເອົາ 2 ສ່ວນ 3 ຂອງຈໍານວນ ຜູ້ເຂົ້າຮ່ວມແຂ່ງຂັນ ກໍຄືສະມາຊິກ ສະຫະພັນແມ່ຍິງ, ຈໍານວນໜ່ວຍ 3 ດີ ແລະ ຮາກຖານ 3 ດີ ກວມເອົາ 2 ສ່ວນ 3, ສາມາດປະເມີນບຸກຄົນ 3 ດີ ປະເພດ I ຈຳນວນ 29.503 ທ່ານ, ບຸກຄົນ 3 ດີ ປະເພດ II ຈຳນວນ 1.190 ທ່ານ ແລະ ຢູ່ໃນ ເງື່ອນໄຂຮັບທຸງໄຊ ແລະ ໄດ້ຮັບໃບ ຢັ້ງຢືນຮັກສານາມມະຍົດທຸງໄຊ 3 ດີ, ພົນລະເມືອງດີ 31.225 ທ່ານ, ພັດທະນາດີ 30.700 ທ່ານ, ສ້າງ ຄອບຄົວດີ 31.100 ທ່ານ, ຮັກສາ ໃບຢັ້ງຢືນນາມມະຍົດທຸງໄຊ 3 ດີ ສະຫະພັນແມ່ຍິງ ເມືອງໄຊເສດຖາ ຄັ້ງທີ II, ເມືອງພູວົງ ຄັ້ງທີ II, ເມືອງ ສາມັກຄີໄຊ ຄັ້ງທີ 1, ເມືອງສະໜາມ ໄຊ ຄັ້ງທີ 1 ແລະ ເມືອງຊານໄຊ ຄັ້ງ ທີ I, ທຽບໃສ່ມາດຖານເງື່ອນໄຂ ທີ່ກຳນົດໃນເອກະສານແນະນໍາ ຂອງສູນກາງສະຫະພັນແມ່ຍິງລາວ ເຮັດໃຫ້ ແຂວງອັດຕະປື ສາມາດ ຮັບຮອງເປັນແຂວງສະຫະພັນແມ່ ຍິງ 3 ດີ. ໃນພິທີບັນດາຜູ້ເຂົ້າຮ່ວມຍັງໄດ້ ພ້ອມກັນເປີດປ້າຍ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນການສະແດງຄວາມ ຍິນດີຊົມເຊີຍຜົນສຳເລັດຂອງການ ປະກາດແຂວງອັດຕະປື ເປັນແຂວງ ສະຫະພັນແມ່ຍິງ 3 ດີ ຢ່າງເປັນ ທາງການ. ໂອກາດດຽວກັນ, ຍັງໄດ້ມີການ ປາຖະກະຖາລະນຶກວັນສາກົນ ເພື່ອ ລຶບລ້າງການໃຊ້ຄວາມຮຸນແຮງຕໍ່ ແມ່ຍິງ ແລະ ເດັກນ້ອຍ ຄົບຮອບ 65 ປີ ຄື: ວັນທີ 25 ພະຈິກ 1960 ຫາ 25 ພະຈິກ 2025 ພາຍໃຕ້ຄໍາ ຂວັນ: ຮ່ວມແຮງຮ່ວມໃຈກັນ ເພື່ອ ຢຸດການໃຊ້ຄວາມຮຸນແຮງຜ່ານ ທາງດີຈິຕອນ ຕໍ່ແມ່ຍິງ ແລະ ເດັກ ຍິງທຸກຄົນ ທັງນີ້ກໍເພື່ອເປັນສ່ວນ ໜຶ່ງທີ່ສໍາຄັນໃນການສົ່ງເສີມປູກ ຈິດສຳນຶກ ແລະ ການປ່ຽນແປງ ທັດສະນະຄະຕິ ໃຫ້ທຸກຄົນໄດ້ເຂົ້າໃຈ ແລະ ເຫັນໄດ້ຄວາມສໍາຄັນຂອງ ການຄຸ້ມຄອງສິດທິແມ່ຍິງໃນຍຸກດີຈິ ຕອນ ແລະ ການປ້ອງກັນບໍ່ໃຫ້ເກີດ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ. ຂ່າວ: ມະນີວອນ ການສະໜັບສະໜູນຊ່ວຍເຫລືອ ທາງດ້ານຂໍ້ມູນ ແລະ ວິຊາການ ໂດຍໄດ້ດໍາເນີນການສຶກສາຄົ້ນຄວ້າ ປະເມີນດ້ວຍການເກັບກຳຂໍ້ມູນ ແລະ ການວິໄຈແຫລ່ງຂໍ້ມູນທີ່ກ່ຽວ ຂ້ອງ, ທາງດ້ານໂຄງສ້າງແລະ ເນື້ອ ໃນຂອງຍຸດທະສາດມີຄວາມເໝາະ ສົມຕາມແບບສະບັບຂອງ ສປປ ລາວ ຊຶ່ງມີເນື້ອໃນທີ່ຊັດເຈນ ສອດ ຄ່ອງກັບນະໂຍບາຍ ແລະ ແຜນ ພັດທະນາເສດຖະກິດ-ສັງຄົມຂອງ ແຂວງ ແລະ ແຜນພັດທະນາຂອງ ບັນດາຂະແໜງການທີ່ກ່ຽວຂ້ອງ, ທັງສາມາດເຊື່ອມໂຍງກັບພາກ ພື້ນ ແລະ ສາກົນ. ຍຸດທະສາດ ສະບັບນີ້ປະກອບດ້ວຍວິໄສທັດ ແລະ ເປົ້າໝາຍ ຮອດປີ 2035, ໃນແຕ່ ລະຈຸດປະສົງ ກໍໄດ້ກຳນົດບັນດາ ໜ້າວຽກຈຸດສຸມທີ່ຈະໄດ້ເອົາໃຈ ໃສ່ປະຕິບັດໃນໄລຍະ 20262030 ທັງນີ້ກໍເພື່ອແນໃສ່ເຮັດໃຫ້ ຍຸດທະສາດການຫລຸດຜ່ອນຄວາມ ສ່ຽງໄພພິບັດແຂວງ ສະບັບນີ້ ໄດ້ຮັບ ການເຊື່ອມໂຍງກັບພາກພື້ນ ແລະ ສາກົນ ໂດຍສະເພາະການຮ່ວມມື ກັບບັນດາອົງການຈັດຕັ້ງສາກົນ ແລະ ຄູ່ຮ່ວມພັດທະນາໃນການຍົກ ສູງພາລະບົດບາດ ແລະ ພັນທະໃນ ການສືບຕໍ່ເພີ່ມທະວີການຮ່ວມມືກັນ ໃນການຈັດຕັ້ງປະຕິບັດວຽກງານ ຄຸ້ມຄອງໄພພິບັດ ແລະ ການຫລຸດ ຜ່ອນຄວາມສ່ຽງໄພພິບັດ ຢູ່ແຂວງ ຄໍາມ່ວນ ໃຫ້ເຊື່ອມສານກັບບັນດາ ນະໂຍບາຍ, ຍຸດທະສາດ ແລະ ສົນທິ ສັນຍາຕ່າງໆຂອງພາກພື້ນ ແລະ ສາກົນ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ມີປະສິດທິຜົນໃນອະນາຄົດ. ຂ່າວ-ພາບ: ແດງສະຫວັດ ແສນພານິດ h
RkJQdWJsaXNoZXIy MTc3MTYxMQ==