7177

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 18/12/2025 glf4tdy f{la '7q , -u ;y f{;a fmtotme u y a ໂດຍ: ມາລິດດາິ dkg2lu |5 d 7v'.9]6 d7h k,kpk;oko ໂດຍ:ແສງສະຫວັນັນ ຂປລ. ກາເຟ ສີໜຸກ ເປັນອີກໜຶ່ງ ຜະລິດຕະພັນທີ່ທີ່ມີຊື່ສຽງຂອງ ລາວ ດ້ວຍຄຸນນະພາບ ແລະ ລົດ ຊາດທີ່ເປັນເອກະລັກສະເພາະ ຄື ກາເຟມີຄວາມເຂັ້ມຂຸ້ນ, ຫອມ, ມີ ລົດຂົມແຕ່ບໍ່ຕິດຄໍ , ມີຫລາກຫລາຍ ເມນູໃຫ້ເລືອກກິນ ຈຶ່ງເຮັດໃຫ້ຄອງ ໃຈລູກຄ້າທັງພາຍໃນ ແລະ ຕ່າງ ປະເທດມາຍາວນານ ຈົນເຮັດໃຫ້ ຊື່ຂອງກາເຟສີໜຸກຊືມຊັບເຂົ້າມາ ໃນການດໍາລົງຊີວິດຂອງປະຊາຊົນ ໂດຍສະເພາະຄົນທີ່ມັກກິນກາເຟ ກໍ່ບໍ່ພາດຄວາມແຊບ ໂດຍກາເຟ ສີໜຸກຈະມີແບບກາເຟສໍາເລັດຮູບ ແລະ ກາເຟພ້ອມກິນ ທ່ານສາມາດ ເລືອກບໍລິໂພກໄດ້ຕາມຄວາມຕ້ອງ ການຂອງລູກຄ້າ. ທ່ານ ສີໜຸກ ສີສົມບັດ ເວົ້າສູ່ ຟັງວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດທຸ ລະກິດນີ້ ຍ້ອນຢາກປະກອບສ່ວນ ສ້າງສາພັດທະນາບ້ານເກີດເມືອງ ນອນ ແລະ ເຫັນທ່າແຮງຂອງເຂດ ພູພຽງບໍລະເວນ ເປັນເຂດທີ່ເໝາະ ແກ່ການປູກກາເຟ, ດ້ວຍປັດໄຈຄວາມສູງ, ອາກາດທີ່ເຢັນ ແລະ ດິນທີ່ອຸດົມສົມບູນ ຈຶ່ງຕັດສິນໃຈ ປູກກາເຟຢູ່ເມືອງທ່າແຕງ ໃນປີ 1996 ໃນເນື້ອທີ່ 25 ເຮັກຕາ ເພື່ອປຸງແຕ່ງກາເຟດິບສົ່ງອອກຈໍາ ໜ່າຍທົ່ວໂລກ. ຈົນຮອດປີ 2002 ຈຶ່ງໄດ້ເປີດຮ້ານຂາຍກາເຟ ແຫ່ງ ທໍາອິດຢູ່ເມືອງປາກເຊ ແລະ ມີການ ພັດທະນາ ກາເຟສີໜຸກ ມາໂດຍ ຕະຫລອດ ເຮັດໃຫ້ຖືກໃຈລູກຄ້າ ຢ່າງຫລວງ ຫລາຍຈົນປັດຈຸບັນ ກາເຟຍີ່ຫໍ່ສີໜຸກ ໄດ້ມີການຂະຫຍາຍ ສາຂາໄປຫລາຍໆທ້ອງຖິ່ນເປັນ ຕົ້ນ: ແຂວງອຸດົມໄຊ, ຫລວງພະ ບາງ, ວັງວຽງ 2 ສາຂາ ແລະ ທ່າ ແຂກ. ສໍາລັບ ນະຄອນຫລວງວຽງ ຈັນມີຢູ່ຫລາຍຈຸດຄື:ຢູ່ແຄມຂອງທ່າ ວັດຈັນ, ໂພນສີນວນຂ້າງກ໋ອກໆ, ທົ່ງກາງ, ຕະຫລາດເຊົ້າ ແລະ ຢູ່ ຫລັກ 9 ຖະໜົນທ່າເດື່ອ. ແນວໃດ ກໍດີ, ກາເຟຂອງພວກເຮົາມີຫລາຍ ຊະນິດ, ມີ 9 ລົດຊາດ ແລະ ຫລັກໆ ແມ່ນເນັ້ນ 3 ລົດຊາດ ເປັນເອກະ ລັກສະເພາະຕົວ ທີ່ມີກິ່ນຫອມຫວນ ທີ່ສຸດ, ດື່ມຂົມບໍ່ຕິດຄໍ ເຊັ່ນ: ລົດຊາດ ກາງ, ອ່ອນ, ເຂັ້ມ; ມີທັງກາເຟຮ້ອນ, ເຢັນ, ປັ່ນ ແລະ ອື່ນໆ. ພ້ອມນັ້ນ, ຈອກກາເຟ ຍັງເນັ້ນການເປັນມິດຕໍ່ ສິ່ງແວດລ້ອມ ເປັນເອກະລັກຂອງຍີ່ ຫໍ່ສີໜຸກ ບໍ່ມີຮ້ານອື່ນຄື. ສໍາລັບການ ຂົ້ວ, ບົດກາເຟໄດ້ນໍາໃຊ້ເຄື່ອງມືທີ່ ທັນສະໄໝ. ນອກຈາກນັ້ນ, ຮ້ານ ກາເຟສີໜຸກ ຍັງມີຜະລິດຕະພັນ ກາເຟວາງຂາຍຄື: ຂາຍເປັນເມັດ, ຝຸ່ນ ມີຖົງນ້ອຍ 200 ກຣາມ ຫາ 500 ກຣາມ, ຖົງໃຫຍ່ 1 ກິໂລ ກຣາມ ສາມາດຊື້ເປັນຂອງຂວັນ ຂອງຕ້ອນຂອງຝາກໄດ້. ທ່ານ ສີໜຸກ ສີສົມບັດ ເວົ້າເສີມ ວ່າ: ໃນຕໍ່ໜ້າຈະສືບຕໍ່ຂະຫຍາຍ ເຟັນຊາຍຢູ່ແຂວງສະຫວັນນະເຂດ ແລະ ຢູ່ພາຍໃນ ນວ ແລະ ແຂວງ ອື່ນໆຕື່ມອີກ. ທຸລະກິດກາເຟສີໜຸກ ຈະບໍ່ສໍາເລັດໄດ້ ຖ້າບໍ່ມີລູກຄ້າທຸກ ໆທ່ານຊ່ວຍໃຫ້ການສະໜັບສະໜູນ ຕະຫລອດໄລຍະຜ່ານມາ. ການ ສະໜັບສະໜູນຂອງລູກຄ້າ ກໍຄື ການສົ່ງເສີມຜະລິດຕະພັນຂອງຄົນ ລາວ ກາເຟລາວໃຫ້ນັບມື້ເຕີບໃຫຍ່ ຂະຫຍາຍຕົວ, ມີຄວາມຍືນຍົງເປັນ ທີ່ຮູ້ຈັກໃນພາກພື້ນ ແລະ ສາກົນ. ຖ້າທ່ານສົນໃຈທຸລະກິດເປີດຮ້ານ ກາເຟສີໜຸກ ຫລື ສົນໃຈຮຽນຮູ້ ກາ ເຟສີໜຸກ ສາມາດສອບຖາມໄດ້ເບີ: 021 315545. 7;k,gxa o,k c]t -n j gvU o 0v'-q ogzq j k]N ຂປລ. ຊົນເຜົ່າລື້ ແມ່ນຊົນເຜົ່າ ໜຶ່ງຂອງວົງຄະນາຍາດແຫ່ງຊາດ ລາວ ເຊິ່ງໄດ້ຕັ້ງຖິ່ນຖານ ແລະ ທຳມາຫາກິນຢູ່ປະເທດລາວ ພ້ອມ ດຽວກັນກັບຊົນເຜົ່າໃນໝວດພາ ສາ ລາວ-ໄຕ. ຊົນເຜົ່ານີ້ໄດ້ອົບພະ ຍົບ ແລະ ເຄື່ອນຍ້າຍມາຈາກພາກ ໃຕ້ ແລະ ພາກຕາເວັນອອກສຽງໃຕ້ ຂອງປະເທດ ຈີນ ບໍລິເນມົນທົນ 12 ພັນນາ ເຂົ້າສູ່ບັນດາແຂວງພາກ ເໜືອ ຂອງລາວເຮົາ ໃນຕອນທ້າຍ ສາຕະວັດທີ XIII ເປັນຕົ້ນມາ ຊົນ ເຜົ່າລື້ເອີ້ນຕົນເອງວ່າ: “ລື້” ຊົນ ເຜົ່າອື່ນເອີ້ນໃຫ້ເຂົາເຈົ້າ ກໍແມ່ນ “ລື້”, ຊື່ທີ່ເຂົາເຈົ້າມັກ ແລະ ຊື່ທີ່ ໃຊ້ທາງການໃນປັດຈຸບັນກໍ ແມ່ນ “ຊົນເຜົ່າລື້”. ສຳລັບການເອີ້ນຊື່ ວ່າ “ລື້, ໄທລື້, ໄຕລື້” ນີ້ຕາມຂໍ້ມູນ ໃນປື້ມພົງສາວະດານລາວໄດ້ຂຽນ ໄວ້ວ່າ: ແມ່ນພວກທີ່ຍັງຕົກຄ້າງຢູ່ ປະເທດຈີນ ຕອນໃຕ້ ຫລື ມົນທົນຢູ ນານ ພາຍຫລັງທີ່ລາວເຮົາໄດ້ເສຍ ອານາຈັກ ແລະ ໄດ້ພາກັນແຍກ ອອກເປັນຫລາຍຈູ້ມ, ຫລາຍພວກ ພ້ອມກັບການປະຊື່ເດີມ ແລະ ເອີ້ນ ກັນດ້ວຍຊື່ໃໝ່ແຕ່ກໍຍັງເອີ້ນຕົນເອງ ວ່າ: “ໄທ້” ເພື່ອສະແດງໃຫ້ຮູ້ວ່າ ເປັນພວກດຽວກັນ. ອີກຢ່າງໜຶ່ງ ຄວາມໝາຍຂອງຄຳວ່າ:“ລື້”ແມ່ນ ມາຈາກສອງຄຳເຫັນຕ່າງກັນຄື: ຄຳເຫັນໜຶ່ງແມ່ນມາຈາກຄຳວ່າ: “ດື້” ແລະ ຄຳເຫັນທີສອງແມ່ນມາ ຈາກຄຳວ່າ: “ລືຊ່າ” ຈາກສອງຄໍາ ເຫັນດັ່ງກ່າວຈະເປັນ “ລື ຫລື ດື້” ກໍຕາມແຕ່ປັດຈຸບັນເຂົາເຈົ້າກໍມັກ ຊື່ລື້ດັ່ງທີ່ໄດ້ກ່າວມາ. ຊົນເຜົ່າລື້ ປະກອບດ້ວຍແຊງດຽວຄື: ເຂີນ ຫລື ຂຶນ. ຊົນເຜົ່າລື້ ມີອາຊີບຕົ້ນຕໍທາງ ການກະເສດເຊັ່ນ: ການເຮັດນາ, ເຮັດໄຮ່ປູກເຂົ້າໜຽວ, ພ້ອມນີ້ຍັງ ເຮັດສວນປູກພືດຜັກ, ລ້ຽງສັດ, ເຮັດວຽກງານຫັດຖະກຳຕ່າງໆ ເພື່ອຮັບໃຊ້ໃນຊີວິດປະຈຳວັນ ແລະ ສາມາດສ້າງລາຍຮັບໃຫ້ແກ່ຄອບ ຄົວນອີກດ້ວຍ. ໂດຍພື້ນຖານແລ້ວ ຊົນເຜົ່າລື້ ມີເສດຖະກິດຂ້ອນຂ້າງ ໝັ້ນຄົງ, ຊີວິດການເປັນຢູ່ແມ່ນລະ ດັບພໍຢູ່ພໍກິນ. ທັງນີ້ກໍຍ້ອນເຂົາເຈົ້າ ເປັນຄົນດຸໝັ່ນໃນການຜະລິດ, ໂດຍ ເອົາການເຮັດນາເປັນຕົ້ນຕໍປະກອບ ກັບການຕັ້ງບ້ານເຮືອນທັງໝັ້ນຄົງ ຖາວອນ. ພິເສດແມ່ຍິງຊົນເຜົ່າລື້ຈະ ມີມູນເຊື້ອໃນການປູກມອນ, ລ້ຽງ ມ້ອນ, ຕ່ຳຫູກທໍໄໝ, ຫຍິບປັກຖັກ ແຊ່ວ ແລະ ຄ້າຂາຍເປັນອາຊີບເສີມ ໃຫ້ແກ່ຄອບຄົວ. ລັກສະນະບ້ານເຮືອນຂອງຊົນ ເຜົ່າລື້ ເຂົາເຈົ້າມັກຕັ້ງບ້ານຢູ່ບ່ອນ ຮາບພຽງ, ຕາມລ່ອງແມ່ນ້ຳທີ່ມີ ເງື່ອນໄຂສະດວກໃນການເຮັດນາ, ຮູບແບບເຮັດເຮືອນເປັນເຮືອນຮ້ານ ສູງ, ແຕ່ກ່ອນແມ່ນນິຍົມຕັ້ງເຮືອນ ໃຫຍ່, ເຮືອນແຝດ (ສອງຫລັງ ຄາຮ່ວມພື້ນດຽວກັນ) ຫລື ຫລັງ ດຽວແລ້ວຕໍ່ຊານ ອອກໄປຫາເລົ້າ ເຂົ້າ. ໃນເຮືອນຈະໄດ້ແຍກເປັນສອງ ສ່ວນຄື: ສ່ວນໜຶ່ງ ແມ່ນສຳລັບຮັບ ແຂກ, ນອນ ແລະ ເກັບມ້ຽນເຄື່ອງ ຂອງທີ່ສຳຄັນ ແລະ ອີກສ່ວນໜຶ່ງ ແມ່ນສຳລັບແຕ່ງກິນ, ນອກຈາກ ນີ້, ເຂົາເຈົ້າກໍຈະປະຫ້ອງໜຶ່ງໄວ້ ເອີ້ນວ່າ: “ເຊຍ” ພາສາລື້ເອີ້ນວ່າ: “ໜ້າວາງ” ເພື່ອເປັນບ່ອນນັ່ງຫລິ້ນ ແລະ ຮັບແຂກຄົນຕ່າງໆ. ຍ້ອນ ວ່າຢູ່ແຕ່ລະເຮືອນຈະມີຮ້ານບູຊາຜີ. ດັ່ງນັ້ນ, ຢູ່ພາຍໃນເຮືອນຂອງເຂົາ ເຈົ້າກໍຈະະມີການຄະລຳໃນການ ເຂົ້າຫ້ອງນອນ ແລະ ມີອີກຢ່າງ ໜຶ່ງແມ່ນຫ້າມບໍ່ໃຫ້ນັ່ງບ່ອນ ຫລື ເບາະນັ່ງຂອງເຈົ້າຂອງເຮືອນ. ສ່ວນຢູ່ໃນບ້ານຈະມີການຄະລຳໃນ ເວລາເຮັດ ຮີດຄອງປະເພນີຂອງ ບ້ານເຊັ່ນ: ຫ້າມບໍ່ໃຫ້ຄົນເຂົ້າບ້ານ ເມື່ອເຫັນເຄື່ອງໝາຍຕາແຫລວ ຫລື ຟົດໄມ້ດິບທີ່ຢູ່ປາກປະຕູໂຂງ ຂອງບ້ານ, ຖ້າລະເມີດ ຈະຖືກປັບ ໄໝ ຫລື ຕ້ອງ ໄດ້ແປງຜີບ້ານ, ຜີ ເຮືອນ ແລະ ອື່ນໆ. ເຖິງແນວໃດກໍດີ,ຊົນເຜົ່າລື້ມີຮີດ ຄອງປະເພນີ, ຄວາມເຊື່ອຖື ແລະ ວັດທະນະທຳ ຄ້າຍຄືຊົນເຜົ່າລາວ. ເຂົາເຈົ້າມີຄວາມເຊື່ອແລະ ນັບຖືພຸດ ທະສາສະໜາທີ່ຂ້ອນຂ້າງເຄັ່ງ ຄັດ ແລະ ແໜ້ນແຟ້ນສັງເກດຈາກ ສະຖານທີ່ທາງສາສະໜາທີ່ໃຫຍ່ ໂຕ, ກວ້າງຂວາງ ແລະ ສະຫງ່າ ງາມ, ຮີດຄອງທາງສາສະໜາແມ່ນ ຈະຕ້ອງສົ່ງລູກຫລານ (ຜູ້ຊາຍ) ທີ່ ມີອາຍຸແຕ່ 10 ປີ ຂຶ້ນໄປ ເຂົ້າບວດ ໃນວັດຊ່ວງໄລຍະເວລາໃດໜຶ່ງ ແລ້ວຈິ່ງສິກອອກມາສ້າງຄອບຄົວ ຫລື ເຮັດວຽກງານອຶ່ນໆ. ນອກ ຈາກການນັບຖືສາສະໜາພຸດແລ້ວ ຍັງເຊື່ອຖືຜີ ເຊັ່ນ: ຜີພໍ່ແມ່, ຜີເຮືອນ, ຜີບ້ານ ແລະ ຜີເມືອງ ເຫລົ່ານີ້ເປັນ ຕົ້ນ. ຄຽງຄູ່ກັບສິ່ງທີ່ກ່າວມາຊົນ ເຜົ່າລື້ ກໍຍັງມີເຄື່ອງນຸ່ງຫົ່ມເອ້ຍ້ອງ ທີ່ເປັນເອກະລັກປະຈຳຊົນເຜົ່າ. ສ່ວນຫລາຍຜູ້ຊາຍຈະນຸ່ງໂສ້ງ, ເສື້ອດຳ, ຜ້າຄຽນຫົວສີດຳ ຫລື ລາຍດຳຂາວ, ແມ່ຍິງຈະນຸ່ງສິ້ນ ແຊງເຄືອດຳຈົກດອກລວດລາຍ ຕາມຄວາມມັກ, ນຸ່ງເສື້ອສີດຳ ຫລື ສີຟ້າແກ່ແຂບປາຍແຂນ, ຄໍ ແລະ ແຂບເສື້ອແລ້ວພັບນອກແລ້ວປ້າຍ ມັດຂ້າງ. ສ່ວນບຸນປະຈຳຂອງຊົນ ເຜົ່າລື້ແມ່ນມີຢູ່ 5 ບຸນເຊັ່ນ: ບຸນເຂົ້າ ພັນສາໃນໄລຍະເວລາຂອງເດືອນ ກໍລະກົດ, ບຸນທານທຳຫລວງບໍ່ ກຳນົດເວລາ, ບຸນເຂົ້າສະຫລາກ, ບຸນຂຶ້ນທາດແມ່ນຈະຈັດຢູ່ເດືອນ 5 ເພັງ ແລະ ບຸນຊ່ວງເຮືອທີ່ເປັນ ບຸນຫລັກ ຫລື ບຸນປະຈຳຊົນເຜົ່າ ລື້. ພາສາຂອງຊົນເຜົ່າລື້ ຈັດເຂົ້າ ໃນໝວດພາສາ ລາວ-ໄຕ ເຂົາເຈົ້າ ມີຕົວໜັງສືຂຽນ, ສ່ວນຫລາຍຈະ ພົບເຫັນໃນໃບລານ, ຕົວອັກສອນ ຫລື ຕົວໜັງສືຂຽນ ຂອງຊົນເຜົ່າ ລື້ ຄ້າຍຄືໂຕທຳ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==