18/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K ໂດຍ: ກຽງໄກ ອຸປປິະສິດຸດ c0;'lk]t;a o lqj 'glu ,dkox6 drn f]Q ,]5 dgxa oly o7h k ບົດສະເໜີົີ 8A '|h kI=j kIPogvq kc[[1j k'75 olq ,[a f 0v'xtmko wdlvo rq ,;y sko (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025)ື່ ອັ ນີ ດົ ມິ ຫົ ບີ ,ັ ນັ ນ ຂປລ. ຄຸນສົມບັດສິນທໍາປະຕິວັດ ຂອງປະທານ ໄກສອນ ພົມວິຫານ ແມ່ນນັກຮັກຊາດຜູ້ຍິ່ງໃຫຍ່, ມີນໍ້າ ໃຈເສຍສະລະສູງສົ່ງ, ນັກປະຕິວັດ ສຸດກົກສຸດປາຍ ແລະ ຮັບໃຊ້ປະຊາ ຊົນໝົດຈິດໝົດໃຈ, ມີຄວາມດຸໝັ່ນ ພາກພຽນຊອກຮູ້ຮໍ່າຮຽນຢ່າງບໍ່ຢຸດ ຢັ້ງ, ມີທັດສະນະມະຫາຊົນ, ເປັນຄັນ ທຸງໃນການເຕົ້າໂຮມຄວາມສາມັກ ຄີ ແລະ ມີນໍ້າໃຈສາກົນອັນຜ່ອງໃສ. ປະທານ ໄກສອນ ພົມວິຫານ ໃຫ້ທັດສະນະວ່າ: “ຄຸນສົມບັດແມ່ນ ຄຸນນະທຳປະຈຳຊີວິດຂອງແຕ່ລະ ຄົນ ໃນນີ້ລວມມີແນວຄິດ, ລັກສະ ນະທ່າທີ, ກິລິຍາມາລະຍາດ, ນິດໃສ ໃຈຄໍໃນການເຄື່ອນໄຫວ ແລະ ການ ປະພຶດຕົວຈິງ ຊຶ່ງສະສົມໄດ້ຈາກ ການອົບຮົມສັ່ງສອນຂອງພໍ່ແມ່, ຍາດຕິພີ່ນ້ອງ, ເພື່ອນຝູງ, ພິເສດ ແມ່ນຈາກສັງຄົມທີ່ຜູ້ກ່ຽວດຳລົງ ຊີວິດຢູ່ ແຕ່ບໍ່ມີຄຸມສົມບັດໃດປະ ເສີດກວ່າຄຸນສົມບັດສິນທຳປະຕິ ວັດ ເຊິ່ງເປັນຄຸນສົມບັດທີ່ຊື້ບໍ່ໄດ້, ຫລອກແບບເອົາກໍບໍ່ເປັນ, ຢາກປະ ກອບຄຸນສົມບັດສິນທຳປະຕິວັດໃຫ້ ຕົນເອງ, ຜູ້ນັ້ນຈະຕ້ອງໄດ້ຜ່ານໄລ ຍະຮ່ຳຮຽນ, ຄົ້ນຄວ້າສະແຫວງຫາ, ເລືອກເຟັ້ນ, ທັງຈະຕ້ອງໄດ້ຜ່ານ ການຝຶກຝົນຫລໍ່ຫລອມຕົນເອງຢູ່ ແຕ່ລະໄລຍະແຫ່ງການເຄື່ອນໄຫວ ຊີວິດ, ຮັບເອົາໂລກະທັດທີ່ວິທະຍາ ສາດ, ຈຶ່ງຈະສ້າງໃຫ້ຜູ້ນັ້ນມີອຸດົມ ການອັນສູງສົ່ງ, ນັ້ນກໍຄືແນວຄິດ ຮັກຊາດ, ມີນ້ຳໃຈຕໍ່ສູ້ອັນພິລະອາດ ຫານເພື່ອຄວາມສົມບູນພູນສຸກຂອງ ປະຊາຊົນ, ເພື່ອຄວາມທັດທະນະ ທຳຖາວອນຂອງສັງຄົມ”. ບັນດາແບບຢ່າງຄຸນສົມບັດຂອງ ເພິ່ນ ທີ່ພວກເຮົາຈະໄດ້ພ້ອມກັນສືບ ຕໍ່ດ້ວຍຄວາມຮັບຜິດຊອບສູງດັ່ງນີ້: 1). ຮ່ໍາຮຽນເອົາແບບແຜນວິທີເຮັດ ວຽກຢ່າງມີຫລັກການຂອງປະທານ ໄກສອນ ພົມວິຫານ ເປັນຕົ້ນ ແມ່ນ ແບບແຜນໃນການຊີ້ນໍາ-ນໍາພາຍຶດ ໝັ້ນຫລັກການຂອງພັກ; ການເຮັດ ວຽກມີການວາງແຜນ, ມີແຜນງານ, ໂຄງການລະອຽດ, ມີການຄາດຄະ ເນລ່ວງໜ້າ; ການເຮັດວຽກມີລະ ບົບການແບ່ງງານ, ແບ່ງຄວາມຮັບ ຜິດຊອບ, ມີກົນໄກການປະສານສົມ ທົບກັບພາກສ່ວນຕ່າງໆຢ່າງແໜ້ນ ແຟ້ນ, ມີການສະຫລຸບສ່ອງແສງ, ລາຍງານຢ່າງ ເປັນລະບົບ ແລະ ມີ ການຕິດຕາມກວດກາຢ່າງຮອບ ຄອບ ແລະ ຕໍ່ເນື່ອງ, ເພື່ອແນໃສ່ ສ້າງໃຫ້ພັກມີຄວາມປອດໃສ, ສ້າງ ໃຫ້ລັດມີຄວາມເຂັ້ມແຂງ, ສ້າງ ໄດ້ຄວາມເຊື່ອໝັ້ນຈາກປະຊາຊົນ; 2). ຮ່ໍາຮຽນເອົາແບບແຜນວິທີ ເຮັດວຽກທີ່ຮັບປະກັນລັກສະນະ ວິທະຍາສາດ. ຍ້ອນວ່າວິທະຍາ ສາດໝາຍເຖິງຄວາມຈິງ, ການເຮັດ ວຽກຕ້ອງສະແດງອອກຕາມຄວາມ ຈິງພາວະວິໄສ, ເຮັດວຽກຕ້ອງໄດ້ ອີງໃສ່ມະຕິ, ມີມະຕິແລ້ວກໍຕ້ອງ ໄດ້ຮັບການຈັດຕັ້ງປະຕິບັດຢ່າງ ເອກະພາບ, ທິດສະດີໄປພ້ອມກັບ ພຶດຕິກໍາ, ພຶດຕິກໍາຕ້ອງໄດ້ພິສູດ ເຖິງຄວາມຖືກຕ້ອງທາງດ້ານທິດ ສະດີ, ເວົ້າໄປຄຽງຄູ່ກັບການກະ ທໍາ, ທຸກໆບັນຫາຕ້ອງໄດ້ມີການຄົ້ນ ຄວ້າ, ຄົ້ນຄິດລະອຽດ, ມີຄວາມເປັນ ເອກະພາບໃນທາງປະຕິບັດ ແລະ ນໍາພາເຮັດດ້ວຍຄວາມຕັ້ງໜ້າ; ໃນ ນີ້ການເຮັດວຽກຕ້ອງໄດ້ເຄົາລົບ ຫລັກການ, ຫລັກເກນ, ກົດເກນ ແລະທິດສະດີຂອງນັກມາກຊິດ, ນັກ ວິທະຍາສາດທີ່ກ້າວໜ້າ ເພື່ອໝູນ ໃຊ້ເຂົ້າໃນການພັດທະນາປະເທດ ຊາດໃຫ້ສອດຄ່ອງກັບຍຸກສະໄໝ. ພ້ອມນັ້ນ ຍັງສືບຕໍ່ເປີດກວ້າງການ ຮ່ວມມືສາກົນ ຫລາກຫລາຍຮູບ ແບບ ແລະ ຫລາຍລະດັບບົນພື້ນ ຖານຍຶດໝັ້ນແນວທາງການຕ່າງ ປະເທດສັນຕິພາບ, ເອກະລາດ, ມິດ ຕະພາບ ແລະ ການຮ່ວມມື ດ້ວຍຍຸດ ໂທບາຍ ແລະ ຮູບການເຄື່ອນໄຫວ ທີ່ສອດຄ່ອງກັບແຕ່ລະສະຖານະ ການ, ປະກອບສ່ວນສໍາຄັນເຂົ້າໃນ ການແກ້ໄຂຂໍ້ຂັດແຍ່ງ ແລະ ຫລີກ ລ່ຽງການຜະເຊີນໜ້າ, ປົກປັກ ຮັກສາສັນຕິພາບ, ການຮ່ວມມື ເພື່ອ ພັດທະນາຢູ່ພາກພື້ນ ແລະ ສາກົນ; 3). ຮ່ໍາຮຽນເອົາຄຸນສົມບັດສິນທໍາ ປະຕິວັດ, ຝຶກຝົນຫລໍ່ຫລອມນໍ້າໃຈ ຮັກຊາດ, ນໍ້າໃຈເສຍສະລະອັນ ສູງສົ່ງ, ຈິດໃຈປະຕິວັດສຸດກົກສຸດ ປາຍ, ມານະຈິດປະຕິວັດອັນເດັດ ດ່ຽວໜຽວແໜ້ນ, ຮ່ໍາຮຽນເອົາທັດ ສະນະມະຫາຊົນ, ເຄົາລົບນັບຖືປະ ຊາຊົນ, ຍົກສູງສະຕິຮັກຊາດເອກະ ລາດເປັນເຈົ້າຕົນເອງ, ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ. ໃນເງື່ອນ ໄຂພົບຄວາມຫຍຸ້ງຍາກພະນັກ ງານ, ສະມາຊິກພັກ ຕ້ອງເຫັນພ້ອມ ກັບແນວທາງ,ຕ້ອງຢືນຢູ່ໃນທ່າບຸກ ໃນການປະກອບສ່ວນເປັນກໍາລັງ ແຮງຊ່ວຍພັກ-ລັດ, ກ້າຜະເຊີນໜ້າ ກັບບັນຫາຫຍຸ້ງຍາກບໍ່ທໍ້ຖອຍ, ຫງ່ຽງ ແລະ ຍອມຈໍານົນແບບງ່າຍ ດາຍ; ຖັນແຖວພະນັກງານ, ສະມາ ຊິກພັກ ຕ້ອງມີຄວາມຮັບຜິດຊອບຕໍ່ ພັກ, ລັດ ແລະ ປະຊາຊົນ ຕ້ອງຍຶດ ໝັ້ນຄໍາປະຕິຍານ 5 ຂໍ້ ເພື່ອອຸທິດຕົນ ເພື່ອພັກ, ເພື່ອຊາດ ແລະ ພາລະກິດ ປະຕິວັດ; 4). ຮ່ໍາຮຽນເອົານໍ້າໃຈ ປະຢັດມັດທະຍັດ, ຄວາມດຸໝັ່ນ ໃນ ການອອກແຮງງານ, ຮ່ໍາຮຽນເອົາ ຄວາມດຸໝັ່ນຂະຫຍັນພຽນ, ການ ຊອກຮູ້ຮ່ໍາຮຽນຢ່າງບໍ່ຢຸດຢັ້ງ ດ້ວຍ ການຍຶດໝັ້ນທິດນໍາທີ່ວ່າຮຽນແລ້ວ ຮຽນອີກ, ຮຽນເລື້ອຍໆໄປ, ຮຽນ ນໍາຕໍາລາຮຽນ, ຮຽນນໍາໝູ່ ຄະນະ, ຜູ້ອາວຸໂສ, ນໍາປະຊາຊົນ, ນໍາພຶດ ຕິກໍາຕົວຈິງ, ໝັ່ນຊອກຮູ້ຮ່ໍາຮຽນ ແລະ ສະແຫວງຫາຄວາມຮູ້ບົດ ຮຽນໃໝຢູ່ສະເໝີ, ຮຽນນໍານັກທິດ ສະດີ, ນັກປາດ-ອາຈານ, ຜູ້ຊ່ຽວ ຊານທັງພາຍໃນ ແລະ ຕ່າງປະເທດ. ພະນັກງານ, ສະມາຊິກພັກຕ້ອງໄດ້ ຮຽນຄົ້ນຄວ້າ, ໝູນໃຊ້ຜົນສໍາເລັດ ຂອງວິທະຍາສາດເຕັກໂນໂລຊີ, ນະ ວັດຕະກໍາໃໝ່ເຂົ້າໃນການພັດທະ ນາເສດຖະກິດ-ສັງຄົມ ຂອງຊາດ; 5). ຖືເອົາແບບຢ່າງຄວາມສາມັກ ຄີເປັນບັນຫາໃຈກາງໃນການພັດ ທະນາອົງການ ແລະ ປະເທດຊາດ ດ້ວຍການເພີ່ມທະວີຄວາມສາມັກຄີ ພາຍໃນ ແລະ ຕ່າງປະເທດໃຫ້ແໜ້ນ ແຟ້ນ, ເພື່ອສ້າງໄດ້ກໍາລັງທີ່ເຂັ້ມ ແຂງ ຮັບໃຊ້ແກ່ການປົກປັກຮັກສາ ແລະ ສ້າງສາປະເທດຊາດຂອງ ເຮົາ ໃນປັດຈຸບັນ ແລະ ອະນາຄົດ. ເອົາໃຈໃສ່ຮັກສາຄວາມສາມັກຄີ ພາຍໃນພັກ, ໝູ່ຄະນະ, ສາມັກຄີ ກັບນັກປະຕິວັດ, ທຸກເຜົ່າ, ຊັ້ນຄົນ ແລະ ສາມັກຄີກັບປະເທດໃກ້ຄຽງ, ເພື່ອນມິດຍຸດທະສາດ, ບັນດາປະ ຊາຊາດ ໃຫ້ໜັກແໜ້ນ ແລະ ກວ້າງ ຂວາງ. ເປີດກວ້າງການພົວພັນ ສາມັກຄີກັບຫລາຍພັກການເມືອງ ແລະ ບັນດາອົງການຈັດຕັ້ງສາກົນ ເພື່ອຍາດແຍ່ງເອົາບົດຮຽນ, ການ ສະໜັບສະໜູນຮັບໃຊ້ເຂົ້າໃນການ ປະຕິບັດໜ້າທີ່ການເມືອງອັນມີ ກຽດຂອງຕົນ. ປະທານ ໄກສອນ ພົມວິຫານ, ຍືນຍົງໃນພາລະກິດປະຕິວັດລາວ ຕະຫລອດໄປ! ຂປລ. ແຂວງສາລະວັນ ກໍເປັນ ແຂວງໜຶ່ງທີ່ຕັ້ງຢູ່ທາງພາກໃຕ້ຂອງ ປະເທດເຮົາ, ມີເນື້ອທີ່ທັງທົ່ງພຽງ, ພູ ພຽງ ແລະ ພູດອຍ, ມີດິນປູກຝັງທີ່ດີ ເໝາະສົມໃຫ້ແກ່ການຜະລິດກະສິກຳ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີ ເປັນປຶກແຜ່ນ ແລະ ມີມູນເຊື້ອດຸໝັ່ນໃນ ການຜະລິດກະສິກຳ, ມີອາຊີບເປັນຊາວ ກະສິກອນທີ່ຢຶດຖືເອົາການເຮັດນາ, ເຮັດສວນ ແລະ ລ້ຽງສັດເປັນສ່ວນ ໃຫຍ່, ໂດຍອີງໃສ່ສະພາບຈຸດພິເສດດັ່ງ ກ່າວນັ້ນ ໃນໄລຍະຜ່ານມາອົງຄະນະ ພັກ, ອົງການປົກຄອງແຂວງສາລະ ວັນ ໄດ້ເອົາໃຈໃສ່ຊຸກຍູ້ສົ່ງເສີມປະຊາ ຊົນບັນດາເຜົ່າສຸມໃສ່ການຜະລິດກະ ສິກຳເປັນສິນຄ້າ ໂດຍສະເພາະພືດລົ້ມ ລຸກ ເປັນຕົ້ນແມ່ນ ສາລີ, ມັນຕົ້ນ, ມັນ ດ້າງ, ໝາກຖ່ົວດິນ, ຖົ່ວເຫລືອ, ຖົ່ວ ຂຽວແລະອື່ນໆ,ຕິດພັນກັບການນຳໃຊ້ ວິທະຍາສາດ ແລະ ວິທີ ການທີ່ເປັນມິດ ກັບສິ່ງແວດລ້ອມເຂົ້າໃນການຜະລິດ, ເຮັດໃຫ້ຜົນຜະລິດກະສິກຳເພ່ີມຂຶ້ນ ຢ່າງຕໍ່ເນ່ືອງ, ສາມາດຄ້ຳປະກັນດ້ານ ສະບຽງອາຫານ ພາຍໃນແຂວງໄດ້ ໂດຍພື້ນຖານ ແລະ ຍັງມີສ່ວນເຫລືອ ຂາຍເປັນສິນຄ້າ ສ້າງລາຍຮັບໃຫ້ ຊາວກະສິກອນ, ປັບປຸງຊີວິດການເປັນ ຢູ່ຂອງປະຊາຊົນໃຫ້ນັບມື້ດີຂຶ້ນເປັນ ກ້າວໆ ແລະ ສາມາດສ້າງລາຍຮັບເຂົ້າ ງົບປະມານຂອງແຂວງເພີ່ມຂຶ້ນ. ຜ່ານມາ, ແຂວງສາລະວັນ ມີເນື້ອ ທີ່ການປູກພືດລົ້ມລຸກເປັນສິນຄ້າທັງ ໝົດ ປະມານ 23.616 ເຮັກຕາ, ສາ ມາດເກັບກູ້ຜົນຜະລິດລວມທັງໝົດ 1.066.438 ໂຕນ, ໃນນັ້ນ ສາລີອາ ຫານສັດມີເນື້ອທີ່ປູກ 2.401 ເຮັກຕາ, ຜົນຜະລິດໄດ້ 34.193 ໂຕນ, ສະເລ່ຍ 14.241 ໂຕນຕໍ່ເຮັກຕາ, ມັນຕົ້ນ 18.062 ເຮັກຕາ, ຜົນຜະລິດໄດ້ 980,144 ໂຕນ; ໝາກຖົ່ວດິນ 1.137 ເຮັກຕາ, ຜົນຜະລິດໄດ້ 5.003 ໂຕນ ສະເລ່ຍ 3 ໂຕນຕໍ່ເຮັກຕາ; ມັນ ດ້າງ 993 ເຮັກຕາ, ຜົນຜະລິດໄດ້ 41.185 ໂຕນ ສະເລ່ຍ 22 ໂຕນຕໍ່ ເຮັກຕາ; ໝາກຖົ່ວເຫລືອງ+ຖົ່ວຂຽວ 93 ເຮັກຕາ, ຜົນຜະລິດໄດ້ 417 ໂຕນ ສະເລ່ຍ 2 ໂຕນຕໍ່ເຮັກຕາ; ຢາສູບ 149 ເຮັກຕາ, ຜົນຜະລິດໄດ້ 354 ໂຕນ; ຝ້າຍ 376 ເຮັກຕາ, ຜົນຜະລິດ ໄດ້ 819 ໂຕນ; ອ້ອຍ 108 ເຮັກຕາ ຜົນຜະລິດໄດ້ 2.181 ໂຕນ ສະເລ່ຍ 15 ໂຕນຕໍ່ເຮັກຕາ ແລະ ອື່ນໆ.ຜ່ານ ການສົ່ງເສີມປະຊາຊົນບັນດາເຜົ່າປູກ ພືດລົ້ມລຸກເປັນສິນຄ້ານັ້ນ ສາມາດ ສ້າງຄອບຄົວຕົວແບບໃນການຜະລິດ ໄດ້ຫລາຍຄອບຄົວ ເຊັ່ນ: ຕົວແບບໃນ ການປູກພືດຜັກຕ່າງໆ ແລະ ປູກຜັກ ປອດສານພິດ ເຊັ່ນ ການປູກໝາກເຜັດ ຢູ່ເມືອງຄົງເຊໂດນ ຈຳນວນ 3 ບ້ານຄື: ບ້ານຕານປ່ຽວ, ຫ້ວຍເຊົາ ແລະ ບ້ານ ແກ້ງຕະຫວັງມີ 42 ຄອບຄົວ ແລະ ຕົວແບບການປູກຜັກປອດສານພິດມີ 2 ບ້ານຄື: ບ້ານໜອງເກາະຊອງ ແລະ ບຶງກາງ ມີ 24 ຄອບຄົວ; ໃນນັ້ນ ຫລາຍຄອບຄົວສາມາດສ້າງລາຍຮັບ ໄດ້ຈາກການຂາຍພືດຜັກໄດ້ຫລາຍ ຮ້ອຍລ້ານກີບຕໍ່ປີ. ເຖິງແນວໃດກໍດີ, ຜົນສຳເລັດໃນ ການສົ່ງເສີມປະຊາຊົນປູກພືດລົ້ມ ລຸກເປັນສິນຄ້າໄດ້ເປັນຂະບວນກວ້າງ ຂວາງ, ສາມາດສ້າງວຽກເຮັດງານ ທຳ ແລະ ສ້າງລາຍຮັບໃຫ້ແກ່ຊາວ ກະສິກອນໄດ້ຍົກລະດັບຊີວິດການເປັນ ຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ, ເຮັດໃຫ້ ເສດຖະກິດ-ສັງຄົມຂອງແຂວງສາລະ ວັນໄດ້ຮັບການພັດທະນາຂຶ້ນເທ່ືອ ລະກ້າວນັ້ນ, ແຕ່ເມື່ອທຽບໃສ່ລະດັບ ການຂະຫຍາຍຕົວຂອງເສດຖະກິດສັງຄົມ ແລະ ທ່າແຮງຂອງແຂວງແລ້ວ ກໍຍັງເຫັນວ່າການສົ່ງເສີມການປູກ ພືດກະສິກຳ ເວົ້າລວມ,ເວົ້າສະເພາະ ແມ່ນການປູກພືດລົ້ມລຸກເປັນສິນຄ້າ ກໍຍັງມີບາງບັນຫາທີ່ຈະຕ້ອງໄດ້ເອົາ ໃຈໃສ່ແກ້ໄຂໃນຕໍ່ໜ້າ ເປັນຕົ້ນແມ່ນ ການເຂົ້າເຖິງຂໍ້ມູນຂ່າວສານການຕະ ຫລາດ ເພ່ືອຮອງຮັບໃຫ້ການປູກພືດ ລົ້ມລຸກເປັນສິນຄ້າຂອງຊາວກະສິ ກອນຍັງບໍ່ທັນທົ່ວເຖິງ, ການຕອບ ສະໜອງດ້ານທຶນຮອນ ແລະ ເຕັກນິກ ວິຊາການໃຫ້ຊາວກະສິກອນທີ່ປູກພືດ ລົ້ມລຸກເປັນສິນຄ້າຍັງບໍ່ທັນໄດ້ດີ, ຕົ້ນ ທຶນການຜະລິດສູງ ໂດຍສະເພາະແມ່ນ ປຸຍເຄມີ, ຢາປາບສັດຕູພືດ, ເຄື່ອງມື ທຳການຜະລິດມີລາຄາແພງ, ອັດຕາ ດອກເບ້ຍຂອງທະນາຄານຍັງສູງ, ໄລ ຍະເວລາໃຫ້ກູ້ຢືມກໍຍັງຈຳກັດ, ປະຊາ ຊົນຜູ້ທຸກຍາກບໍ່ສາມາດກູ້ຢືມທຶນເຮັດ ການຜະລິດໄດ້ ຍ້ອນບໍ່ມີຫລັກຊັບຄຳ້ ປະກັນ, ການນຳໃຊ້ວິທະຍາສາດເຕັກ ໂນໂລຊີທີ່ທັນສະໄໝ ຍັງບໍ່ທັນເປັນ ຂະບວນກວ້າງຂວາງ, ຊາວກະສິກອນ ຍັງເຮັດແບບທີ່ເຄີຍເຮັດຜ່ານມາ, ພະນັກງານວິຊາການຍັງບໍ່ທັນໄດ້ໃກ້ ຊິດຕິດແທດຊ່ວຍເຫລືອຊາວກະສິກອນ ຢ່າງຈິງຈັງ. ການປະສານສົມທົບລະ ຫ່າງຂະແໜງການທີ່ກ່ຽວຂ້ອງ ທີ່ເຮັດ ບົດບາດສົ່ງເສີມການຜະລິດກະສິກຳ ເປັນສິນຄ້າ ຍັງບໍ່ທັນຄ່ອງຕົວກົມກຽວ ໄປລວງດຽວກັນ, ຫລາຍພາກສ່ວນ ຍັງຄິດວ່າແມ່ນໜ້າທີ່ຂອງຂະແໜງ ກະສິກຳພຽງຝ່າຍດຽວ. ການສົ່ງເສີມ ແລະ ການພັດທະນາການປູກພືດລົ້ມ ລຸກ ຍັງບໍ່ທັນເປັນລະບົບຕ່ອງໂສ້ເຊື່ອມ ຈອດກັນລະຫວ່າງການປູກ, ການປຸງ ແຕ່ງ ແລະ ການຕະຫລາດ, ຂາດກົນ ໄກປະສານງານຕາມຫລັກການຮ່ວມ ມື 4 ປະສານ (ພາກລັດ, ຜູ້ປະກອບ ການ, ຊາວກະສິກອນ ແລະ ທະນາ ຄານ) ຈຶ່ງເຮັດໃຫ້ຂະບວນການຜະລິດ ຍັງບໍ່ທັນຮັບປະກັນທາງດ້ານປະລິ ມານ ແລະ ຄຸນນະພາບ. ການສົ່ງເສີມການປູກພືດລົ້ມລຸກ ເປັນສິນຄ້າຢູ່ແຂວງສາລະວັນ ເປັນ ວຽກງານໜຶ່ງທີ່ສຳຄັນ ໃນການແກ້ ໄຂຄວາມທຸກຍາກຂອງປະຊາຊົນ ທັງ ແມ່ນບາດກ້າວອັນສຳຄັນ ແລະ ຈຳ ເປັນ ຂອງການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຢູ່ປະເທດເຮົາ, ຢາກ ເຮັດໃຫ້ວຽກງານດັ່ງກ່າວ ມີຜົນສຳ ເລັດ ແລະ ມີການຫັນປ່ຽນຂະແໜງ ການທີ່ກ່ຽວຂ້ອງ ນັບທັງອົງການຈັດ ຕັ້ງຂອງລັດ, ພາກສ່ວນທຸລະກິດ, ຜູ້ ປະກອບການ ແລະ ຊາວກະສິກອນ ຕ້ອງມີການພົວພັນປະສານສົມທົບ ເຊິ່ງກັນ ແລະ ກັນ ເພື່ອແນໃສ່ເຮັດໃຫ້ ຊາວກະສິກອນ ຜະລິດສິນຄ້າກະສິກຳ ອອກມາມີຄຸນນະພາບ, ປອດໄພ ແລະ ສາມາດຕອບສະໜອງໄດ້ຕາມຄວາມ ຕ້ອງການຂອງສັງຄົມ. ພາບປະກອບ
RkJQdWJsaXNoZXIy MTc3MTYxMQ==