7176

08 xtgmf]k; gsfdko{dkora fmtok a 17/12/2025 ເປັນການສົ່ງເສີມດ້ານວັດທະນະທໍາ ແລະ ທຸລະ ກິດເຊິ່ງກັນ ແລະ ກັນ ເພື່ອສົ່ງເສີມສັນຕິພາບ ແລະ ການ ພັດທະນາຂອງໂລກດ້ວຍແນວຄວາມຄິດ “ກ້າວນ້ອຍໆ ຂອງຜູ້ຍິງ ຄືກ້າວໃຫຍ່ເພື່ອໂລກ”. ທ່ານ ນາງ ອາດີນາ ມະຫາວົງ ກໍເປັນອີກແມ່ຍິງລາວຄົນ ໜຶ່ງທີ່ມີຜົນງານໂດດເດັ່ນໃນການປະກອບສ່ວນຊ່ວຍເຫລືອ ສັງຄົມ, ວັດທະນະທຳ ແລະ ເສດຖະກິດ, ພ້ອມນັ້ນຍັງໄດ້ ເປັນຕົວແທນແມ່ຍິງລາວເຂົ້າຮ່ວມປະກວດ ໃນເວທີ WORLD MADAM 2025 ສາມາດຄວ້າລາງວັນ The World Madam 2025 ແລະ The World Madam ASIA 2025 ໄດ້ຢ່າງສົມກຽດ ໂດຍງານປະກວດດັ່ງກ່າວ ມີຜູ້ເຂົ້າຮ່ວມຫລາຍກວ່າ 40 ມາດາມ ທີ່ເປັນຕົວແທນຈາກ ຫລາຍຂະແໜງທຸລະກິດ ໃນ 20 ປະເທດທົ່ວໂລກ. ເມື່ອມໍ່ໆມານີ້, ທ່ານ ນາງ ອາດີນາ ມະຫາວົງ ໄດ້ໃຫ້ ສໍາພາດກັບສື່ມວນຊົນລາວ ທີ່ໂຮງແຮມອໍາມະລີ ນະ ຄອນຫລວງວຽງຈັນ ວ່າ: ຕົນເອງເຕີບໃຫຍ່ຂຶ້ນມາໃນຄອບ ຄົວນັກທຸລະກິດທີ່ຄຽງຄູ່ກັບການຊ່ວຍເຫລືອສັງຄົມມາ ໂດຍຕະຫລອດ ດັ່ງຄໍາເວົ້າທີ່ວ່າ “ ເງິນດ້າມຮ້ອຍ ໄກ່ນ້ອຍ ດ້າມໂຕ ກໍປັນກັນກິນ” ນີ້ຄືສັງຄົມລາວ ແມ່ນສັງຄົມແຫ່ງ ການແບ່ງປັນ ແລະ ແມ່ຍິງລາວກໍມີຄວາມຮູ້, ຄວາມສາ ມາດໃນການເຊື່ອມໂຍງກັບທົ່ວໂລກໄດ້ຂໍພຽງມີເວທີໃນການ ສະແດງຄວາມສາມາດ. ແນວໃດກໍດີ, ການເຂົ້າຮ່ວມປະກວດ ໃນເທື່ອນີ້ ໃນນາມສະມາຄົມນັກທຸລະກິດຍິງ ໂດຍໄດ້ຮັບການ ສະໜັບສະໜູນຈາກພາກລັດແລະ ເອກະຊົນອັນເຮັດໃຫ້ໄດ້ໄປ ຢືນຢູ່ໃນເວທີທີ່ຊົງກຽດ, ຂ້າພະເຈົ້າຮູ້ສຶກປິຕິຍິນດີ ແລະ ພາກ ພູມໃຈຫລາຍ ທີ່ໄດ້ເປັນໂຕແທນແມ່ຍິງລາວໃນເວທີສາກົນ ເຊິ່ງການແຂ່ງຂັນນັ້ນແມ່ຍິງທີ່ເປັນຕົວແທນຂອງແຕ່ລະ ປະເທດ ກໍລ້ວນແຕ່ໄດ້ສະແດງຄວາມຮູ້ຄວາມສາມາດທັກ ສະຂອງຕົນອອກມາສູ່ສາຍຕາຄະນະກຳມະການ. ສຳລັບຂ້າພະເຈົ້າເອງ ກໍໄດ້ສະແດງຄວາມສາມາດ ທັກສະໃຫ້ຄະນະກຳມະການເຫັນເຊັ່ນ: ດ້ານການສື່ສານ ພາສາ, ການຕອບຄໍາຖາມ, ການນໍາສະເໜີ ຟ້ອນບົດເພງ ຈໍາປາເມືອງລາວ, ເຕັ້ນບາສະຫລົບ ໃນຊຸດຜ້າໄໝລາວ ທີ່ມີການປັກດິ້ງລວດລາຍເອກະລັກຂອງແຂວງຫລວງ ພະບາງ ສິ່ງນີ້ໄດ້ສ່ອງແສງເຖິງສິລະປະ-ວັດທະນະທໍາ ແລະ ຄວາມສາມັກຄີປອງດອງ, ຄວາມອ່ອນນ້ອມ ແຕ່ ເຕັມໄປດ້ວຍພະລັງ ຂອງແມ່ຍິງລາວ ຜ່ານບົດຟ້ອນ ທີ່ໂດດ ເດັ່ນ ໃຫ້ຊາວຕ່າງຊາດໄດ້ເຫັນຄວາມສວຍງາມອ່ອນນ້ອມ ຂອງແມ່ຍິງລາວ ແລະ ວັດທະນະທຳອັນດີງາມຂອງຊາດ ລາວ ຈົນສາມາດເອົາຊະນະໃຈກໍາມະການໄດ້ ແລະ ໄດ້ຮັບ ລາງວັນອັນຊົງກຽດນີ້. ມົງກຸດ World Madam ບໍ່ແມ່ນ ມົງກຸດນາງ ງາມ ແຕ່ເປັນສັນຍະລັກແຫ່ງຄຸນຄ່າຂອງແມ່ ຍິງ ໃນການອຸທິດຕົນເຮັດວຽກເພື່ອຊ່ວຍເຫລືອສັງຄົມ, ການ ເຊື່ອມໂຍງດ້ານວັດທະນະທໍາ ແລະ ທຸລະກິດເຊິ່ງກັນ ແລະ ກັນ, ການຮັກສາສະຖຽນນະພາບທາງດ້ານສັງຄົມ ເພື່ອ ສົ່ງເສີມສັນຕິພາບ ແລະ ການພັດທະນາຂອງໂລກດ້ວຍແນວ ຄວາມຄິດ “ກ້າວນ້ອຍໆຂອງຜູ້ຍິງ ຄືກ້າວໃຫຍ່ເພື່ອໂລກ” . ທ່ານນາງ ອາດີນາ ເວົ້າເສີມວ່າ: ພາຍຫລັງໄດ້ຮັບຕໍາແໜ່ງ ແລ້ວ ກໍຈະສືບຕໍ່ຊ່ວຍເຫລືອສັງຄົມ ໃນຫລາຍໆດ້ານເປັນຕົ້ນ: ການສຶກສາ, ສາທາລະນະສຸກ ແລະ ອື່ນໆ. ນອກນີ້, ຍັງໄດ້ ຕິດຕໍ່ປະສານງານກັບພາກສ່ວນທີ່ກ່ຽວຂ້ອງຢ່າງຕໍ່ເນື່ອງ ເພື່ອນໍາເອົາຜະລິດພັນລາວອອກສູ່ຕະຫລາດພາກພື້ນ ແລະ ສາກົນໃຫ້ຫລາຍຂຶ້ນກວ່າເກົ່າ. ສໍາລັບ World Madam ASIA 2026 ແມ່ນຈະຈັດຂຶ້ນທີ່ປະເທດມາເລເຊຍ. ** ຕໍ່ຈາກໜ້າ 1 ** ທ່ານນາງ ອາດີນາ ຄວ້າລາງວັນ The World Madam 2025 ຄົນທ� າອິດຂອງລາວ

RkJQdWJsaXNoZXIy MTc3MTYxMQ==