7176

gsfdko{dkora fmtok a xtgmf]k; ( 17/12/2025 ,v[{Ia [37'dkod= j lh k']t[q [oEdy o{oE.-h .sh dv'Ih vpmtsko-kpcfo 543 ຂປລ. ແຫລ່ງຂ່າວຈາກແຂວງ ອັດຕະປື ໃຫ້ຮູ້ວ່າ: ພິທີມອບ-ຮັບ ໂຄງການກໍ່ສ້າງລະບົບນໍ້າກິນ-ນໍ້າ ໃຊ້ ໃຫ້ກອງຮ້ອຍທະຫານຊາຍແດນ 543 ທະຫານແຂວງອັດຕະປື ໄດ້ ຈັດຂຶ້ນໃນອາທິດຜ່ານມາ ໂດຍມີ ທ່ານ ພັນເອກ ໄຊຍະພອນ ແກ້ວ ບົວພາສິດ ຫົວໜ້າຫ້ອງພະລາທິ ການທະຫານ ແຂວງອັດຕະປື, ມີ ຄະນະພັກ-ຄະນະບັນຊາ 5 ຫ້ອງ ກອງບັນຊາການທະຫານແຂວງ, ພະແນກການທີ່ກ່ຽວຂ້ອງຂອງ ແຂວງ ແລະ ພະນັກງານ-ນັກຮົບ ທົ່ວກອງຮ້ອຍທະຫານຊາຍແດນ 543 ເຂົ້າຮ່ວມ. ທ່ານ ພັນໂທ ທົງໄຊ ສີມະລາ ຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງ ຊັບສິນ ກອງບັນຊາການທະຫານ ແຂວງອັດຕະປື ໄດ້ລາຍງານວ່າ: ການຈັດຕັ້ງປະຕິບັດໂຄງການ ກໍ່ສ້າງລະບົບນໍ້າກິນ-ນໍ້າໃຊ້ ກອງ ຮ້ອຍທະຫານຊາຍແດນ 543 ໄດ້ ເລີ່ມຈັດຕັ້ງປະຕິບັດແຕ່ວັນທີ 25 ພະຈິກ 2024 ແລະ ສໍາເລັດ ໃນ ວັນທີ 10 ທັນວາ 2025 ລວມມູນ ຄ່າການກໍ່ສ້າງ 728 ລ້ານກວ່າ gxu fdkoc0j '0a ody ]kfvdxu dwdj ot7vos];';P'9a o rkikgd, 2025 ,u -u ' 20 s]Po7e ຂປລ. ການແຂ່ງຂັນກິລາດອກ ປິກໄກ່ ໃນງານມະຫະກໍາກິລາຄົນ ພິການແຫ່ງຊາດ ຄັ້ງທີ IV ຫລື “ນະຄອນຫລວງວຽງຈັນ ພາ ຣາເກມ 2025” ທີ່ນະຄອນຫລວງ ວຽງຈັນ ໄດ້ຮັບກຽດເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ ໃນ ວັນທີ 15 ທັນວາ 2025 ທີ່ເດີ່ນກິລາ ໃນຮົ່ມໂອແລມປິກປາເຊຍ. ໂດຍ ເປັນກຽດເຂົ້າຮ່ວມມີ ທ່ານ ນາງ c0;';P'9a o ltg\u ot7vos];' 0-0 xt86 g8t[ko7q ory dko8k 5 7q o 3 7totde,tdko c]t 7totg]0kmy dko ltrkxt-k-q oc0;';P'9a o lts]5 [;Pd'ko ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ສະພາປະຊາຊົນ ແຂວງວຽງຈັນ ຈັດກອງປະຊຸມຄົບ ຄະນະ ຂອງ 3 ຄະນະກໍາມະການ (ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ, ຄະນະ ກຳມະການວັດທະນະທຳ ແລະ ສັງຄົມ, ຄະນະກຳມະການຍຸຕິທໍາ ແລະ ປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ) ແລະ ຄະນະເລຂາທິການ ສະພາປະຊາຊົນ ແຂວງວຽງຈັນ ປະຈຳປີ 2025 ໃນວັນທີ 15 ທັນວາ 2025 ໂດຍການເປັນ ປະທານຂອງ ທ່ານ ບຸນສອນ ເພັດ ລາວັນ ປະທານສະພາປະຊາຊົນ ແຂວງວຽງຈັນ, ມີຄະນະປະຈຳພັກ ແຂວງ, ສະມາຊິກສະພາປະຊາຊົນ ແຂວງ, ພະແນກການຂັ້ນແຂວງ, ເມືອງ ແລະ ພະນັກງານກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ບຸນສອນ ເພັດລາວັນ ໄດ້ ກ່າວວ່າ: ກອງປະຊຸມຄົບຄະນະ 3 ຄະນະກຳມະການ ແລະ ຄະນະ ເລຂາທິການ ສະພາປະຊາຊົນ ແຂວງວຽງຈັນ ປະຈໍາປີ 2025 ຂປລ. ໃນວັນທີ 16 ທັນວາ 2025 ນີ້ ທີ່ເດີ່ນບານເຕະຫຍ້າ ທຽມ ສະຖາປັດວິທະຍາເຂດ ດົງ ໂດກ ນະຄອນຫລວງວຽງຈັນ ໄດ້ ຈັດການແຂ່ງຂັນກິລາບານເຕະຄົນ ພິການຕາຊາຍ 5 ຄົນ ນັດທຳອິດ ລະຫວ່າງ ນະຄອນຫລວງວຽງຈັນ ເຈົ້າພາບ ພົບກັບ ແຂວງວຽງຈັນ ຜ່ານການແຂ່ງຂັນ ໃນເຄິ່ງເວລາ ທຳອິດ ເປັນທາງດ້ານແຂວງ ວຽງຈັນ ມີໂອກາດບຸກຫລາຍກວ່າ ແລະ ຍິງຫລາຍຄັ້ງ ແຕ່ບໍ່ຜ່ານມືຜູ້ ຮັກສາປະຕູ ເຮັດໃຫ້ສະເໝີກັນຢູ່ 0-0 ປະຕູ. ເຂົ້າສູ່ເຄິ່ງເວລາທີ 2 ເປັນຝ່າຍ ນະຄອນຫລວງວຽງຈັນ ເຈົ້າພາບ ທີ່ເປັນຝ່າຍບຸກເຂົ້າໃສ່ ແລະ ມີ ໂອກາດຍິງ2ຄັ້ງແຕ່ບໍ່ເປັນປະຕູເຊັ່ນ ດຽວກັນ ເຮັດໃຫ້ສະເໝີ 0-0 ປະຕູ. ສຳລັບກິລາບານເຕະ ຄົນພິການຕາ 5 ຄົນ ໃນນະຄອນຫລວງວຽງຈັນ ພາຣາເກມ 2025 ມີ 3 ທີມເຂົ້າ ຮ່ວມຄື: ແຂວງວຽງຈັນ, ແຂວງ ຊຽງຂວາງ ແລະ ນະຄອນຫລວງ ວຽງຈັນເຈົ້າພາບ. ໃນຄັ້ງນີ້ ເພື່ອຮັບຟັງການລາຍ ງານ ແລະ ປະກອບຄໍາຄິດ-ຄໍາ ເຫັນໃສ່ບາງເນື້ອໃນຕົ້ນຕໍຄື: ບົດ ສະຫລຸບການເຄື່ອນໄຫວວຽກງານ 5 ປີ (ປີ 2021-2025) ແລະ ທິດທາງແຜນການ 5 ປີ (ປີ 2026-2030), ບົດສະຫລຸບການ ເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການປະ ຈໍາປີ2026 ຂອງຄະນະກຳມະການ ເສດຖະກິດ, ແຜນການ ແລະ ການ ເງິນ; ບົດສະຫລຸບການເຄື່ອນໄຫວ ວຽກງານ 5 ປີ (ປີ 20212025) ແລະ ທິດທາງແຜນການ 5 ປີ (ປີ 2026-2030), ບົດ ສະຫລຸບການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງ ແຜນການປະຈຳປີ 2026 ຂອງ ຄະນະກຳມະການວັດທະນະທໍາສັງຄົມ ແລະ ບັນດາເຜົ່າ; ບົດ ສະຫລຸບການເຄື່ອນໄຫວວຽກງານ 5 ປີ (ປີ 2021-2025) ແລະ ທິດທາງແຜນການ 5 ປີ (ປີ 2026-2030), ບົດສະຫລຸບການ ເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງແຜນການ ປະຈໍາປີ 2026 ຂອງຄະນະ ກຳມະການຍຸຕິທຳ ແລະ ປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ; ບົດສະຫລຸບການ ເ ຄື່ອນ ໄຫວ ວຽກງານ 5 ປີ (ປີ 20212025) ແລະ ທິດທາງແຜນການ 5 ປີ (ປີ 2026-2030), ບົດ ສະຫລຸບການເຄື່ອນໄຫວວຽກງານ ປະຈໍາປີ 2025 ແລະ ທິດທາງ ແຜນການປະຈໍາປີ 2026 ຂອງ ຄະນະເລຂາທິການສະພາປະຊາຊົນ ແຂວງວຽງຈັນ. ໂອກາດນີ້, ທ່ານ ບຸນສອນ ເພັດ ລາວັນ ໄດ້ຮຽກຮ້ອງໃຫ້ບັນດາ ສະມາຊິກ ສະພາປະຊາຊົນ ແຂວງ ວຽງຈັນ ທີ່ເປັນກຳມະການສັງກັດ ຢູ່ໃນແຕ່ລະຄະນະກຳມະການ ກໍຄື ຜູ້ແທນກອງປະຊຸມ ຈົ່ງໄດ້ພ້ອມກັນ ສຸມສະຕິປັນຍາ ແລະ ເພີ່ມທະວີ ຄວາມຮັບຜິດຊອບຂອງຕົນ ໃນການ ປະກອບຄໍາຄິດ-ຄໍາເຫັນຢ່າງພາວະ ວິໄສກົງໄປ-ກົງມາ, ມີລັກສະນະ ສ້າງສັນ, ຊອກໃຫ້ເຫັນດ້ານດີ, ດ້ານ ອ່ອນຂໍ້ຄົງຄ້າງ, ສາເຫດ ແລະ ວິທີ ແກ້ໄຂໃນຕໍ່ໜ້າ ທັງນີ້ກໍເພື່ອເຮັດ ໃຫ້ກອງປະຊຸມມີເນື້ອໃນຄົບຖ້ວນ, ເລິກເຊິ່ງ, ແທດເໝາະກັບສະພາບ ຕົວຈິງ, ສາມາດຮັບຮອງເອົາ ແລະ ນໍາໄປຈັດຕັ້ງປະຕິບັດໃຫ້ໄດ້ຮັບ ໝາກຜົນທີ່ດີ. ຈິນດາ ພົນເຕຊາ ຮອງສະຫະພັນ ກິລາດອກປິກໄກ່ແຫ່ງຊາດລາວ, ທ່ານ ລິມ ເຊັງຊາຍ ຮອງປະທານ ສະຫະພັນກິລາດອກປິກໄກ່ແຫ່ງ ຊາດລາວ, ທ່ານ ກຸ່ຍ ພົນເຕຊາ ຄະນະກຳມະການກິລາດອກປິກໄກ່ ແຫ່ງຊາດລາວ ພ້ອມດ້ວຍນັກກິລາ ແລະ ມວນຊົນເຂົ້າຮ່ວມ. ການແຂ່ງຂັນມີ 4 ລາຍການ ປະກອບມີຄື: ປະເພດດ່ຽວຊາຍ, ປະເພດດ່ຽວຍິງ, ປະເພດຄູ່ຊາຍ ແລະ ປະເພດຄູ່ຍິງ. ມີການຊີງ ຫລຽນຄໍາ, ຫລຽນເງິນ ແລະ ຫລຽນທອງ ທັງໝົດ 20 ຫລຽນ, ໃນນັ້ນ ມີ 6 ພາກສ່ວນເຂົ້າຮ່ວມຄື: ນະຄອນຫລວງວຽງຈັນ, ແຂວງ ສະຫວັນນະເຂດ, ຄຳມ່ວນ, ອຸດົມ ໄຊ, ບໍ່ແກ້ວ ແລະ ຫລວງພະບາງ. ໃນມື້ທໍາອິດຂອງການເປີດການ ແຂ່ງຂັນໃນວັນທີ15ທັນວາ2025, ມີການແຂ່ງຂັນປະເພດດ່ຽວຊາຍ ຜົນປະກົດວ່າ: ນັກກິລາຈາກ ນວ ສາມາດຍາດໄດ້ 1 ຫລຽນຄຳ ໃນລາຍການນີ້, ສ່ວນຫລຽນເງິນ ຕົກເປັນຂອງນັກກິລາ ແຂວງຄຳ ມ່ວນ ແລະ ຫລຽນທອງ ເປັນ ຂອງນັກກິລາ ຈາກ ນວ ເຈົ້າພາບ ເຊັ່ນດຽວກັນ ແລະ ການແຂ່ງຂັນ ແມ່ນຍັງຈະສືບຕໍ່ໄປເຖິງ ວັນທີ 17 ທັນວາ 2025. ກີບ ໂດຍແມ່ນທຶນຈາກງົບປະມານ ຂອງລັດ 100%, ສ່ວນເຈົ້າຂອງ ໂຄງການແມ່ນກອງບັນຊາການ ທະຫານ ແຂວງອັດຕະປື ແລະ ຜູ້ ຮັບ ເໝົາການກໍ່ສ້າງແມ່ນ ບໍລິສັດ ຈະ ເລີນອັດຕະປື ຊຶ່ງໄດ້ນໍາໃຊ້ວິຊາການ ພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ, ວິຊາການກອງຮ້ອຍກໍ່ສ້າງ-ຄຸ້ມ ຄອງຊັບສິນ ແລະ ໄດ້ນໍາໃຊ້ກໍາລັງ ຈາກອ້າຍນ້ອງກອງຮ້ອຍທະຫານ ຊາຍແດນ 543 ເຂົ້າໃນການການ ກໍ່ສ້າງ ໃນນັ້ນ, ໄດ້ຈັດຕັ້ງການ ກໍ່ສ້າງເປັນ 5 ໄລຍະ, ກໍ່ສ້າງເຮືອນ ແທ່ງນໍ້າເບຕົງເສີມເຫລັກ, ກໍ່ສ້າງ ອ່າງກັນຕອງນໍ້າ ແລະ ເຮືອນອ່າງ ກັນຕອງນໍ້າ, ກໍ່ສ້າງອ່າງເກັບນໍ້າ ເບຕົງເສີມເຫລັກ 4 ຫ້ອງ, ຕິດຕັ້ງ ລະບົບປໍ້ານໍ້າ, ແທ່ງນໍ້າ, ຕິດຕັ້ງ ສາຍສົ່ງ ແລະ ລະບົບໄຟຟ້າ ແລະ ຕິດຕັ້ງເຄື່ອງຈັກກອງນໍ້າດື່ມ 6 ຄິວ. ນອກນີ້, ຍັງໄດ້ກໍ່ສ້າງເພີ່ມຕື່ມເຮືອນ ເຄື່ອງຈັກກອງນໍ້າ ພ້ອມດ້ວຍແອ້ມ ຕະໜ່າງເຫລັກທີ່ບໍ່ນອນໃນແຜນງົບ ປະມານ ຂອງໂຄງການ ໃນມູນຄ່າ 12 ລ້ານກວ່າກີບ. ໂອກາດດັ່ງກ່າວ ໃນພິທີກໍ ໄດ້ລົງນາມເຊັນບົດບັນທຶກ ການ ມອບ-ຮັບໂຄງການກໍ່ສ້າງລະບົບ ນ້ຳກິນ-ນ້ຳໃຊ້ ລະຫວ່າງກອງ ບັນການທະຫານແຂວງອັດຕະປື ແລະ ຄະນະພັກ-ຄະນະບັນຊາ ກອງ ຮ້ອຍທະຫານຊາຍເເດນ 543 ເພື່ອ ຄຸ້ມຄອງ ແລະ ນໍາໃຊ້ຢ່າງເປັນ ທາງການ. ຂ່າວ: ຈັນສະໝອນ ໄຊຍະພູມ

RkJQdWJsaXNoZXIy MTc3MTYxMQ==