7176

glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d xtgmf]k; 6 17/12/2025 glf4tdy f{la '7q , ໂດຍ: ບຸນຈັນ ບຸນປັນຍາຸັຸັ g,n v'sh ;p-kp xtdkf 4 [h ko gxa o[h kora fmtokIv[fh ko me,t-kf8kfoEcI' vu d|b j 'lt4komu j mj v'mj P;mu j l;p'k,0v'g,n v'I5 j o ໂດຍ: ແອ ວິໄລເພັດິ ໄັ ດ ຂປລ. ແຂວງອຸດົມໄຊ ເປັນແຂວງ ທີ່ອ້ອມຮອບໄປດ້ວຍພູຜາປ່າໄມ້ຂຽວ ງາມອຸ່ນທຸ່ມ, ມີແມ່ນ້ຳຫລັກຫລາຍ ສາຍໄຫລ່ຜ່ານ ແລະ ເປັນອີກແຂວງ ໜຶ່ງທີ່ມີແຫລ່ງທີ່ທ່ອງທ່ຽວຫລາຍມີ ເຖິງ 100 ກວ່າແຫ່ງ, ພ້ອມທັງໄດ້ ຮັບການພັດທະນາເພີ່ມຈຳນວນຂຶ້ນ ເລື້ອຍໆ, ໃນຈໍານວນ 100 ກວ່າແຫ່ງ ນັ້ນ ແມ່ນແບ່ງອອກເປັນ 3 ປະເພດຄື: ແຫລ່ງທ່ອງທ່ຽວທາງທໍາມະຊາດ, ວັດ ທະນະທໍາ ແລະ ແຫລ່ງທ່ອງທ່ຽວທາງ ປະຫວັດສາດ ເຊິ່ງສະຖານທີ່ທ່ອງທ່ຽວ ແຕ່ລະແຫ່ງ ແຕ່ລະປະເພດນັ້ນລ້ວນ ແຕ່ມີຄວາມສວຍງາມ, ເອກະລັກອັນ ພົ້ນເດັ່ນ, ມີຊື່ສຽງລະດັບປະເທດ ແລະ ໄດ້ຮັບຄວາມນິຍົມຊົມຊອບຈາກ ນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ ໂດຍສະເພາະແມ່ນແຫລ່ງ ທ່ອງທ່ຽວທາງທຳມະຊາດ ເຊັ່ນ: ນໍ້າ ຕົກຕາດນໍ້າກັດຢໍລະປາ, ນໍ້າຕົກຕາດ ຕະແລ, ຕາດນ້ຳແຮງ, ຖໍ້າຈອມອອງ ແລະ ອື່ນໆ. ໃນມື້ນີ້, ຜູ້ຂຽນຈະພາທ່ານຜູ້ອ່ານ ມາຮູ້ຈັກກັບຕາດນ້ຳແຮງກໍເປັນອີກ ຕາດໜຶ່ງທີ່ມີຄວາມງາມເປັນເລີດ ຈົນມີ ຄວາມພັງເພີຍວ່າ“ເງິນສາມຜືນສາດບໍ່ ທໍ່ຕາດນ້ຳແຮງ”. ນ້ຳຕົກຕາດນ້ຳແຮງ ຕັ້ງຢູ່ບ້ານກະຕາງຢາ ຫ່າງຈາກເທສະ ບານເມືອງຮຸນ ປະມານ 24 ກິໂລແມັດ. ທ່າແຮງຂອງຕາດ ເປັນແຫລ່ງທ່ອງ ທ່ຽວທີ່ສວຍງາມອີກແຫ່ງໜຶ່ງຂອງ ເມືອງຮຸນ ອຸດົມສົນບູນດ້ວຍທຳມະ ຊາດ, ຊີວະນາໆພັນ. ລັກສະນະຂອງ ຕາດໄດ້ປະກອບມີຫລາຍພັກເປັນຊັ້ນ ແລະ ມີລັກສະນະເນີນຂຶ້ນໄປ, ແຕ່ລະ ພັກສາມາດລົງຫລິ້ນອາບນ້ຳໄດ້. ນອກ ຂປລ. ໃນທ້າຍອາທິດຜ່ານມານີ້, ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຫ້ວຍຊາຍ ຈັດພິທິປະກາດ ບ້ານ ຫ້ວຍຊາຍນ້ອຍ, ບ້ານຄົກຫລວງ, ບ້ານຊາຍຈະເລີນ ແລະ ບ້ານຝາຍ (ກຸ່ມບ້ານຫ້ວຍຊາຍນ້ອຍ) ເປັນບ້ານ ພັດທະນາຮອບດ້ານ ໂດຍມີທ່ານ ຄໍາ ແຍງ ຄອນໄຊຍະກິດ ຮອງເລຂາພັກ ແຂວງ, ທ່ານ ແກ່ນຈັນ ທໍາມະແສງ ຫົວໜ້າພະແນກກະສິກໍາ ແລະ ສິ່ງແວດ ລ້ອມແຂວງບໍ່ແກ້ວ, ທ່ານ ບຸນຄົງ ວົງ ຄໍາຈັນ ປະທານຄະນະກໍາມະການປົກ ຄອງ ເມືອງຫ້ວຍຊາຍ ພ້ອມດ້ວຍອໍາ ນາດການປົກຄອງບ້ານ ແລະ ປະຊາ ຊົນເຂົ້າຮ່ວມ. ທ່ານ ນໍ່ຈື່ ກາໃຈລີ ເລຂາຄະນະພັກ ຮາກຖານ ກຸ່ມບ້ານຫ້ວຍຊາຍນ້ອຍ ໄດ້ ລາຍງານວ່າ: ການສ້າງຄອບຄົວ ແລະ ບ້ານພັດທະນາຮອບດ້ານ ຈໍານວນ 4 ບ້ານຄື: ບ້ານຫ້ວຍຊາຍນ້ອຍ, ບ້ານ ຄົກຫລວງ, ບ້ານຊາຍຈະເລີນ ແລະ ບ້ານຝາຍ, ເປັນຄອບຄົວ ແລະ ບ້ານ ພັດທະນາຮອບດ້ານ ໃນນີ້, ລວມ ມີ 1.059 ຄອບຄົວ, ມີພົນລະເມືອງ 7.712 ຄົນ ຍິງ 3.851 ຄົນ, ປະກອບ ມີ 7 ຊົນເຜົ່າຄື: ລາວ, ລື້, ຍວນ, ກຶມມຸ, ເຜົ່າມົ້ງ, ອີວມຽນ ແລະ ຜູ້ນ້ອຍ, ຊຶ່ງມີ ເອກະລັກ ແລະ ຮີດຄອງປະເພນີແຕກ ຕ່າງກັນ, ອາຊີບຕົ້ນຕໍຂອງປະຊາຊົນ ສ່ວນໃຫຍ່ແມ່ນການຜະລິດກະສິກຳ (ປູກຝັງ-ລ້ຽງສັດ) ເຮັດການບໍລິການ ຄ້າຂາຍ, ສະເລ່ຍລາຍຮັບຕໍ່ຫົວຄົນໄດ້ ປະມານ 1.800 ໂດລາສະຫະລັດຕໍ່ຄົນ ຕໍ່ປີ. ຜ່ານການກວດກາ-ປະເມີນຜົນ ແລະ ເກັບກໍາຂໍ້ມູນຕົວຈິງຂອງຄະນະ ຮັບຜິດຊອບ ແລະ ຄະນະກອງເລຂາ 348/ລບ ຂັ້ນເມືອງຫ້ວຍຊາຍ, ກຸ່ມ ບ້ານຫ້ວຍຊາຍນ້ອຍ ຈໍານວນ 4 ບ້ານ ດັ່ງກ່າວ ມີ 1.059 ຄອບຄົວ ໃນນີ້, ມີຄອບຄົວພັດທະນາຮອບດ້ານ 934 ຄອບຄົວ ເທົ່າກັບ 87,72%, ຄອບຄົວ ໄດ້ຕັ້ງເຮືອນຢູ່ຕາມແຜນຜັງບ້ານທີ່ໄດ້ ແກ່ການນໍາໃຊ້ບັນລຸ 97,64% ແລະ ບໍ່ບັນລຸ 2,54%, ໄດ້ປະກອບສ່ວນ ທຶນຮອນ ຫລື ແຮງງານເຂົ້າໃນການ ພັດທະນາບ້ານ ບັນລຸ 99,93%, ໄດ້ ປະກອບສ່ວນໃນການປົກປັກຮັກສາ ພື້ນຖານໂຄງລ່າງ ດ້ານເສດຖະກິດສັງຄົມທີ່ລັດລົງທຶນ ແລະ ນໍາໃຊ້ ໃຫ້ ເກີດປະໂຫຍດສູງສຸດ ບັນລຸ 99,93%, ເປັນຄອບຄົວກະສິກໍາແບບຢ່າງ ດ້ານ ການຜະລິດກະສິກໍາເປັນສິນຄ້າ ທີ່ ສ້າງລາຍໄດ້ໝັ້ນຄົງໃຫ້ແກ່ຄອບຄົວ ບັນລຸ 98,74%, ເປັນຄອບຄົວທີ່ເຮັດ ບໍລິການໃດໜຶ່ງເປັນອາຊີບຕົ້ນຕໍ ທີ່ ສ້າງລາຍຮັບໝັ້ນຄົງໃຫ້ແກ່ຄອບຄົວ ບໍ່ຂັດກັບລະບຽບກົດໝາຍ ບັນລຸ 97,70%, ເປັນຄອບຄົວທີ່ປະຕິບັດ ນະໂຍບາຍການສຶກສາດີ, ເດັກກ່ອນ ໄວຮຽນ (3-5 ປີ) ຕ້ອງໄດ້ເຂົ້າໂຮງ ຮຽນຝາກເດັກ ຫລື ອະນຸບານ, ຄອບ ຄົວທີ່ມີເດັກໃນເກນອາຍຸເຂົ້າຮຽນ ຕ້ອງໄດ້ເຂົ້າຮຽນຊັ້ນປະຖົມ ຕາມກໍາ ນົດ ບັນລຸ 99,88%, ເປັນຄອບຄົວ ສາທາລະນະສຸກແບບຢ່າງຕາມ 10 ເງື່ອນໄຂ ຂອງມາດຕະຖານຄອບຄົວ ແບບຢ່າງ ດ້ານສາທາລະນະສຸກ ບັນລຸ 99,93%, ເປັນຄອບຄົວວັດທະນະທໍາ ບັນລຸ 99,17%. ໂອກາດນີ້, ທ່ານ ຄໍາແຍງ ຄອນ ໄຊຍະກິດ ກໍໄດ້ສະແດງຄວາມຍ້ອງ ຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ, ຄະນະ ພັກຮາກຖານອໍານາດການປົກຄອງ ບ້ານ ຍາດມາໄດ້ໃນໄລຍະຜ່ານມາ ພ້ອມທັງຮຽກຮ້ອງໃຫ້ອົງການຈັດຕັ້ງ ບ້ານ ສືບຕໍ່ສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ແກ່ພໍ່ແມ່ປະຊາຊົນ ເຊື່ອມຊຶມແນວທາງນະໂຍບາຍຂອງ ພັກ, ກົດໝາຍຂອງລັດ, ແຜນພັດທະ ນາເສດຖະກິດ-ສັງຄົມແຕ່ລະໄລຍະ, ເປັນເຈົ້າການເຮັດວຽກງານປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບທົ່ວ ປວງຊົນ, ສະກັັດກັ້ນປະກົດການຫຍໍ້ທໍ້ ຕ່າງໆ, ປົກປັກຮັກສາສະພາບແວດ ລ້ອມຂອງບ້ານ ໃຫ້ສະອາດຈົບງາມ, ປົກປັກຮັກສາຊັບພະຍາກອນທໍາມະ ຊາດໃຫ້ຍືນຍົງ, ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ ປະຊາຊົນ ສ້າງເສດຖະກິດຄອບຄົວ ຂອງຕົນ ໃນການປູກຝັງ-ລ້ຽງສັດໃຫ້ ກາຍເປັນສິນຄ້າ ເພື່ອສ້າງລາຍຮັບ ເຂົ້າຄອບຄົວໃຫ້ມີຢູ່ມີກິນດີຂຶ້ນເທື່ອ ລະກ້າວ ແລະ ພ້ອມກັນສືບຕໍ່ອະນຸລັກ ປົກປັກຮັກສາມູນເຊື້ອວັດທະນະທໍາ ຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດ, ຮັກສາມູນເຊື້ອບ້ານພັດທະ ນາໃຫ້ຍືນຍົງຕະຫລອດໄປ. ກໍານົດໄວ້ ແມ່ນບັນລຸ 98,88% ແລະ ບໍ່ບັນລຸ 1,12%, ດິນທຸກຕອນຂອງ ຄອບຄົວແມ່ນມີສໍາມະໂນຄົວທີ່ດິນ ຫລື ມີໃບຢັ້ງຢືນສິດນໍາໃຊ້ທີ່ດິນ ບັນລຸ 99,13% ແລະ ບໍ່ບັນລຸ 0,87%, ຄອບຄົວມີທີ່ຢູ່ອາໄສ, ເຮືອນແໜ້ນໜາ ຖາວອນ ບັນລຸ 97,64% ແລະ ບໍ່ ບັນລຸ 2,36%, ສິ່ງປຸກສ້າງທີ່ຕິດພັນ ກັບເຮືອນເຊັ່ນ: ເຮືອນຄົວ, ວິດຖ່າຍ, ຄອກສັດ, ພືດສວນຄົວ, ສວນໝາກໄມ້ ໄດ້ຮັບການຈັດສັນໃຫ້ຄວາມສະອາດ ຈົບງາມ, ປອດໄພ ແລະ ສະດວກໃຫ້ ຈາກນີ້ຍັງສາມາດທ່ຽວຊົມວິຖີຊີວິດ, ຊົມການຜະລິດກະສິກຳຂອງຊາວບ້ານ ທີ່ມີຄວາມຜູກພັນກັບຕາດແຫ່ງນີ້ມາ ແຕ່ດົນນານ. ຕາດນ້ຳແຮງເປັນນ້ຳ ຕົກຕາດທີ່ເກີດຂຶ້ນມາໂດຍທຳມະຊາດ ແລະ ໄດ້ຄົ້ນພົບເຫັນໃນສະຕະວັດທີ 3, ໃນສະໄໝກ່ອນແມ່ນທ້າວແຊນມີ ເປັນຜູ້ນຳພາມາຕັ້ງບ້ານປະກອບມີ 15 ຄອບຄົວ, ໄດ້ຕັ້ງຊື່ວ່າບ້ານແຊມມີ ຫລັງຈາກນັ້ນມາໄດ້ຕັ້ງຊື່ວ່າ: ບ້ານນ້ຳ ແຮງເພາະວ່ານ້ຳໄຫລຕົກລົງ ຕາດມີ ຄວາມແຮງ ແລະ ສົ່ງສຽງດັງສະໜັ່ນ ໄປໄກ, ສຽງນໍ້າດັງແຮງ, ຊາວບ້ານ ກໍໄດ້ໃສ່ຊື່ວ່າ: ຕາດນ້ຳແຮງ. ນ້ຳຕົກ ຕາດນ້ຳແຮງປະກອບມີສາມຕາດລຽນ ກັນຂຶ້ນຄື: ຕາດທີ 1: ມີຄວາມສູງປະ ມານ 13 ແມັດ, ຕາດທີ 2: ມີຄວາມສູງ ປະມານ 8 ແມັດ ແລະ ຕາດທີ 3: ສູງ ປະມານ 5 ແມັດ. ນ້ຳຕົກຕາດນ້ຳແຮງມີຄວາມຍາວ ທັງໝົດປະມານ 20 ແມັດ, ແມ່ນ້ຳນີ້ ໄຫລອອກມາຈາກບ້ານນ້ຳຍື່ງໄປສູ່ ບ້ານສີບຸນເຮືອງ ທີ່ອຸດົມໄປດ້ວຍລະ ບົບນິເວດວິທະຍາ ແລະ ຊີວະນາໆພັນ. ອີກສາເຫດໜຶ່ງທີ່ວ່າ ຕາດນ້ຳແຮງ ນັ້ນ ຍ້ອນວ່າແຕ່ກ່ອນນັ້ນ ມີປ່າດົກໜາ ປົກຫຸ້ມ, ອຸດົມສົມບູນດ້ວຍປ່າໄມ້ໃຫຍ່, ເຄືອເຂົາ ແລະ ຢູ່ບໍລິເວນໜ້າຕາດມີ ເຄືອໝາກແຫລະເສັ້ນໜຶ່ງໃຫຍ່ຢ່ອນ ລົງມາໜ້າຕາດເວລານ້ຳຕົກໂຕນຕາດ ຖືກເຄືອເຂົາດັ່ງກ່າວນັ້ນມັນກະເດັນ ອອກທັບໃສ່ນ້ຳໂຕນຕາດກາຍເປັນ ສຽງດັງແຮງອອກໄປໄກຫລາຍກິໂລ ແມັດ, ບາງເທື່ອກໍໄດ້ຍິນສຽງດັງໄປ ຮອດເມືອງຮຸນ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==