d5j ,x6 d\kd3,[h komqj 'ok,u wfh Ia [zq odtmq [9kdwrme,t-kf 17/12/2025 xtgmf]k; 3 0j k; c]t gsfdko j gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ໂດຍ: ກິດຕາ; ພາບ: ເກດສະໜາິ ດ ແຫລ່ງຂໍ້ມູນ: ໜັງສືພິມບໍລິຄຳໄຊ່ໍູ້ັືິໍິ xtmko wdlvo rq ,;y sko z6h oemuj g7q k]q [Ia d wfh Ij ;,da [ xtmko 3Ij 9uj ,y ' z6h pyj '.spj ;k'Ikd4kolkprq ;ra olk,a d7u ry glf ]k;{s;Pfok, (ເນື່ອງໃນໂອກາດວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, 13 ທັນວາ 1920-13 ທັນວາ 2025)ື່ັີົິົີັັ ບົດສະເໜີົີ ໂດຍ: ທ່ານ ຫງວຽນ ມິງ ເຕີມ ເອກອັກ່ິີັ ຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມັູິັູ້ີໍັ ແຫ່ງ ສສ ຫວຽດນາມ ປະຈໍາລາວ່ໍ ໃນເດືອນພຶດສະພາ 1990, ໃນ ພິທີລະນຶກຄົບຮອບ100ປີວັນເກີດ ຂອງ ປະທານ ໂຮ່ຈີ່ມິງ, ເລຂາທິ ການໃຫຍ່ພັກປະຊາຊົນປະຕິວັດ ລາວ ແລະ ປະທານຄະນະລັດຖະ ມົນຕີ ແຫ່ງ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວ, ທ່ານ ໄກສອນ ພົມວິຫານ, ໄດ້ມີຄຳກ່າວ ອັນຊາບຊຶ້ງ ແລະ ເຕັມດ້ວຍຄວາມ ພາກພູມໃຈຢ່າງແທ້ຈິງກ່ຽວກັບ ສາຍພົວພັນ ລາວ-ຫວຽດນາມ ວ່າ: “ຕະຫລອດເວລາກວ່າເຄິ່ງ ສະຕະວັດທີ່ຜ່ານມາ, ຫລາຍຮຸ່ນຄົນ ຂອງລູກຫລານປະຊາຊົນຫວຽດ ນາມ ໄດ້ເດີນທາງມາຊ່ວຍປະຊາ ຊົນລາວໃນການຕໍ່ສູ້ເພື່ອເອກະລາດ ແລະ ອິດສະລະພາບ ແລະ ຮ່ວມກັນ ສ້າງຊີວິດໃໝ່ທີ່ອົບອຸ່ນ ແລະ ມີ ຄວາມສຸກ. ສະຫາຍຈຳນວນຫລາຍ ໄດ້ອຸທິດທັງຊີວິດຂອງຕົນ ເພື່ອຮັບ ໃຊ້ການປະຕິວັດລາວ, ຖືປະເທດ ລາວຄືເປັນປະເທດຊາດທີສອງ ຂອງຕົນ. ເລືອດເນື້ອຂອງນັກຮົບ ຫວຽດນາມ ໄດ້ຫລອມລວມກັບ ເລືອດຂອງພະນັກງານ, ສະມາຊິກ ພັກ, ທະຫານ ແລະ ປະຊາຊົນບັນດາ ເຜົ່າຂອງລາວ ເທິງຜືນແຜ່ນດິນ ລາວ. ປະຊາຊົນລາວກໍໄດ້ເສຍສະ ລະເລືອດເນື້ອຈຳນວນຫລາຍ ເພື່ອ ເພີ່ມພູມຄູນສ້າງສາຍພົວພັນພິເສດ ດັ່ງກ່າວ.” ປະຊາຊົນລາວຮູ້ສຶກ ພາກພູມໃຈຢ່າງຍິ່ງທີ່ທາງດ້ານ ທິດຕາເວັນຕົກຂອງພູຫລວງ ເຈື່ອງ ເຊີນ ອັນຍິ່ງໃຫຍ່ ມີເສັ້ນທາງທີ່ຕັ້ງຊື່ ຕາມ ປະທານ ໂຮ່ຈີ່ມິງ, ເສັ້ນທາງ ທີ່ປະກົດຂຶ້ນ ແລະ ຄົງຕົວຢ່າງອົງ ອາດທ່າມກາງລະເບີດນັບລ້ານ ໂຕນຂອງສັດຕູ ແລະ ຮ່ວມກັບເສັ້ນ ທາງ ດ້ານຕາເວັນອອກຂອງສາຍພູ ຫລວງ, ໄດ້ມີສ່ວນສຳຄັນຍິ່ງຕໍ່ພາ ລະກິດປົດປ່ອຍລາວ ແລະ ພາກໃຕ້ ຂອງຫວຽດນາມ.” ເພື່ອປະຕິບັດຕາມຄວາມຫວັງ ຂອງ ປະທານ ໂຮ່ຈີ່ມິງ ຜູ້ເປັນທີ່ ເຄົາລົບຮັກ ແລະ ເພື່ອໃຫ້ສົມກັບ ການເສຍສະລະເລືອດເນື້ອຂອງ ບັນດາວິລະຊົນ ແລະ ຜູ້ເສຍສະລະ ທີ່ບໍ່ສາມາດນັບເອົາໄດ້ ສົມກັບນໍ້າ ຕາຂອງແມ່ ແລະ ເອື້ອຍນ້ອງແມ່ ຍິງຜູ້ເປັນເມຍ, ສົມກັບຄວາມທຸ້ມ ເທ ແລະ ກຳລັງໃຈຂອງປະຊາຊົນ ແລະ ສະຫາຍທັງສອງປະເທດ, ພວກເຮົາຂໍປະຕິຍານຮ່ວມກັບປະ ຊາຊົນຫວຽດນາມ ວ່າຈະຮັກສາໄວ້ ຄວາມສາມັກຄີພິເສດນີ້ຕະຫລອດ ໄປ, ຈາກຮຸ່ນສູ່ຮຸ່ນຫລັງຕໍ່ໆໄປ. ສາຍພົວພັນນີ້ຈະເປັນມູນມໍລະດົກ ອັນລ້ຳຄ່າຂອງສອງປະຊາຊາດ ລາວ-ຫວຽດນາມ ເຊິ່ງບໍ່ມີສັດຕູໃດ ສາມາດທຳລາຍໄດ້... ພັກ, ລັດ ແລະ ປະຊາຊົນລາວ ຮູ້ສຶກພາກພູມ ໃຈຢ່າງຍິ່ງວ່າ: ຜ່ານບົດທົດສອບ ອັນໂຫດຮ້າຍຕະຫລອດຫລາຍທົດ ສະວັດ, ພະນັກງານ, ສະມາຊິກພັກ, ທະຫານ ແລະ ປະຊາຊົນຂອງທັງ ສອງປະເທດ ຍອມສະລະທຸກສິ່ງ, ເຖິງແມ່ນຊີວິດແລະ ເລືອດຂອງຕົນ, ເພື່ອເອກະລາດຂອງສອງຊາດ. ຄວາມເສຍສະລະ ແລະ ຈິດວິນຍານ ອັນບໍລິສຸດທີ່ຫາຍາກນັ້ນ ໄດ້ກາຍ ເປັນຊັບສົມບັດອັນລ້ຳຄ່າທີ່ປະທານ ໂຮ່ຈີ່ມິງ ໄດ້ສ້າງໄວ້ ແລະ ໄດ້ຮັບ ການເສີມສ້າງຢ່າງຕໍ່ເນື່ອງຈົນເຖິງ ທຸກມື້ນີ້ຍັງຄົງເຕັມໄປດ້ວຍຄວາມ ໝາຍ ແລະ ຄຸນຄ່າ.” ຄວາມຮ່ວມມືດ້ານວັດທະນະ ທຳ, ການສຶກສາ, ວິທະຍາສາດເຕັກນິກມີການພັດທະນາທີ່ກ້າວໜ້າ ແລະ ມີປະສິດທິຜົນຫລາຍຂຶ້ນ, ອັນ ເປັນຮາກຖານສຳຄັນຂອງຄວາມ ຮ່ວມມືລະຫວ່າງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ-ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ. ຄວາມຮ່ວມມືລະຫວ່າງບັນ ດາຄະນະຂອງພັກ, ໜ່ວຍງານ, ກະຊວງ, ອົງການພາຍໃຕ້ການກຳ ກັບຂອງ ສະພາແຫ່ງຊາດ, ແນວ ລາວສ້າງຊາດ, ອົງການຈັດຕັ້ງມະ ຫາຊົນ ແລະ ທ້ອງຖິ່ນ ຍັງຄົງໄດ້ຮັບ ການສົ່ງເສີມຢ່າງຕໍ່ເນື່ອງ ແລະ ມີ ຄວາມເປັນຮູບປະທຳຫລາຍຍິ່ງຂຶ້ນ. ໂດຍສືບທອດພາລະກິດຂອງ ບັນດາຜູ້ນຳຮຸ່ນກ່ອນ, ຕະຫລອດໄລ ຍະຫລາຍປີທີ່ຜ່ານມາ, ເຖິງແມ່ນ ວ່າສະຖານະການໂລກ ແລະ ພາກ ພື້ນຍັງຄົງຜັນຜວນຢ່າງເລິກເຊິ່ງ, ວ່ອງໄວ, ສັບສົນ ແລະ ຄາດຄະເນ ໄດ້ຍາກ, ສົ່ງຜົນກະທົບບໍ່ໜ້ອຍຕໍ່ ຫລາຍປະເທດ ລວມທັງ ລາວ ແລະ ຫວຽດນາມ. ແຕ່ພາຍໃຕ້ການຊີ້ນຳ ຂອງສອງພັກ, ສອງລັດ, ການຈັດ ຕັ້ງປະຕິບັດຕາມມະຕິຂອງມະຫາ ສຳມະນາໃຫຍ່ຂອງແຕ່ລະພັກຍັງ ຄົງບັນລຸຜົນສຳຄັນຢ່າງຕໍ່ເນື່ອງ; ບັນດາສັນຍາ ແລະ ການຕົກລົງ ລະຫວ່າງສອງພັກ, ສອງປະເທດ ໄດ້ຮັບການຈັດຕັ້ງທຸກຂັ້ນ, ທຸກຂະ ແໜງການ ແລະ ທ້ອງຖິ່ນຂອງທັງ ສອງຝ່າຍໃນການຊຸກຍູ້ໃຫ້ເກີດຜົນ ຢ່າງຕັ້ງໜ້າ ແລະ ເປັນຮູບປະທຳ, ປະກອບສ່ວນສົ່ງເສີມການພັດທະ ນາຂອງແຕ່ລະປະເທດ ແລະ ຮັດ ແໜ້ນສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະ ຫວ່າງ ຫວຽດນາມ–ລາວ, ລາວຫວຽດນາມ ໃຫ້ພັດທະນາເຊີງ ເລິກຫລາຍຍິ່ງຂຶ້ນໃນທຸກຂະແໜງ. ສາຍພົວພັນທາງການເມືອງມີ ຄວາມຜູກພັນ ແລະ ເຊື່ອໝັ້ນເຊິ່ງ ກັນ ແລະ ການຫລາຍຂຶ້ນ, ເຮັດໜ້າ ທີ່ເປັນແກນກາງໃນການກຳນົດທິດ ທາງພາບລວມຂອງຄວາມຮ່ວມມື ລະຫວ່າງສອງປະເທດ; ຄວາມ ຮ່ວມມືດ້ານປ້ອງກັນຊາດ, ຄວາມ ໝັ້ນຄົງແລະການຕ່າງປະເທດມີປະ ສິດທິພາບຍິ່ງຂຶ້ນ, ເປັນເສົາຫລັກ ສຳຄັນໃນສາຍພົວພັນຫວຽດນາມລາວ, ຊ່ວຍຮັກສາສະຖຽນລະພາບ ທາງການເມືອງ, ຄວາມໝັ້ນຄົງ ແລະ ການພັດທະນາຂອງແຕ່ລະ ປະເທດຢ່າງໝັ້ນຄົງ. ໃນປີ 2025, ພັກ ແລະ ລັດຖະ ບານລາວຮ່ວມລະນຶກຄົບຮອບ105 ປີ ວັນເກີດຂອງ ປະທານ ໄກສອນ ພົມວິຫານ, ໃນບັນຍາກາດທີ່ທັງ ສອງພັກ, ທັງສອງປະເທດຂອງ ພວກເຮົາກຳລັງແຂ່ງຂັນສ້າງຜົນ ງານ ເພື່ອສະເຫລີມສະຫລອງກອງ ປະຊຸມໃຫຍ່ຂອງແຕ່ລະພັກ. ພວກ ເຮົາຂໍສະແດງຄວາມເຊື່ອໝັ້ນຢ່າງ ສູງວ່າ ທັງສອງປະເທດຈະຮ່ວມກັນ ຜ່ານຜ່າອຸປະສັກ ແລະ ສິ່ງທ້າທາຍ ທັງໝົດ ແລະ ກ້າວເດີນໄປຢ່າງໝັ້ນ ຄົງເທິງເສັ້ນທາງສັງຄົມນິຍົມ; ຮ່ວມ ກັນຮັກສາ ແລະ ເພີ່ມພູມຄູນສ້າງ ສາຍພົວພັນມິດໄມຕີ ແລະ ຄວາມ ສາມັກຄີພິເສດ ລາວ-ຫວຽດນາມ ໃຫ້ເບັ່ງບານອອກຜົນງົດງາມຢູ່ສະ ເໝີ, ຂຽວສົດງົດງາມ ແລະ ຍືນຍົງ ຕະຫລອດໄປ, ສົມກັບການເສຍສະ ລະຂອງບັນພະບຸລຸດ ແລະ ຄວາມ ປາຖະໜາອັນສູງສົ່ງທີ່ ປະທານ ໂຮ່ ຈີ່ມິງ ອັນຍິ່ງໃຫຍ່ ແລະ ປະທານ ໄກສອນ ພົມວິຫານ ຜູ້ເປັນທີ່ເຄົາລົບ ຮັກ ໄດ້ມຸ່ງຫວັງໄວ້ຕະຫລອດຊີວິດ. ໃນໂອກາດທີ່ພິເສດນີ້, ພວກເຮົາ ຂໍລະນຶກ ແລະ ສະແດງຄວາມເຄົາ ລົບຕໍ່ ປະທານ ໄກສອນ ພົມວິຫານ, ຜູ້ສ້າງຕັ້ງພັກປະຊາຊົນປະຕິວັດລາວ, ມິດສະຫາຍຜູ້ຍິ່ງໃຫຍ່, ຜູ້ທີ່ເຕັມ ດ້ວຍຄວາມຈິງໃຈບໍລິສຸດຂອງພັກ, ລັດແລະປະຊາຊົນຫວຽດນາມ.ຊີວິດ ຂອງ ປະທານ ໄກສອນ ພົມວິຫານ ເປັນສັນຍະລັກອັນສະຫງ່າງາມ ຂອງຄວາມຮັກຊາດ, ປັນຍາຍຸດທະ ສາດ ແລະ ຄວາມເສຍສະລະເພື່ອ ປະຊາຊົນ. ເຖິງແມ່ນທ່ານຈາກພວກ ເຮົາໄປແລ້ວ, ແຕ່ແນວຄິດ, ວິໄສທັດ ແລະ ແນວທາງອັນຖືກຕ້ອງຂອງ ປະທານ ໄກສອນ ພົມວິຫານ ຍັງຄົງ ເປັນມໍລະດົກອັນລ້ຳຄ່າ, ເປັນເຂັມ ທິດນຳທາງໃຫ້ແກ່ພາລະກິດການ ສ້າງສາ ແລະ ພັດທະນາປະເທດ ລາວໃນຍຸກສະໄໝໃໝ່. ຂປລ.ບ້ານທົ່ງນາມີກໍແມ່ນບ້ານ ໜຶ່ງຂອງເມືອງປາກກະດິງ ຊຶ່ງມີ ທ່າແຮງຫລາຍດ້ານໃນການທຳ ການຜະລິດກະສິກຳເຊັ່ນວ່າ: ເຂົ້າ ນາ, ມັນຕົ້ນ, ພືດຜັກຕ່າງໆ, ໝາກ ໂມເປັນສິນຄ້າ. ແນວໃດກໍດີ, ສຳລັບ ການປູກໝາກໂມປີນີ້, ແມ່ນໄດ້ຮັບ ຜົນກະທົບຈາກໄພທຳມະຊາດ ໄພ ນ້ຳຖ້ວມ ແລະ ເພຍໄຟ ຊຶ່ງຄາດເດົາ (ແຜນການ 5 ປີຮອດປີ 2025 ໃຫ້ ບັນລຸ 8.750 ໂດລາສະຫະລັດ). ທ່ານ ອາດສະພັງທອງ ສີພັນ ດອນ ເຈົ້າຄອງນະຄອນຫລວງ ວຽງຈັນ ໄດ້ສະຫລຸບຕີລາຄາການ ຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX (2021-2025) ຂອງນະຄອນ ຫລວງວຽງຈັນ ຕໍ່ກອງປະຊຸມສະ ໄໝສາມັນ ເທື່ອທີ 10 ຂອງສະພາ ປະຊາຊົນ ນະຄອນຫລວງວຽງ ຈັນ ຊຸດທີ IV ໃນວັນທີ 15 ທັນວາ 2025 ນີ້ວ່າ: ການເຕີບໂຕເສດຖະ ກິດຂອງ ນວ ເຫັນວ່າບໍ່ບັນລຸຕາມ ແຜນທີ່ວາງໄວ້ ເນື່ອງຈາກໂຄງປະ ກອບເສດຖະກິດ ໄດ້ມີການຫັນ ປ່ຽນເປັນຕົ້ນ ດ້ານກະສິກຳຫລຸດ ລົງຈາກ 14,3% ໃນປີ 2020 ມາ ເປັນ 13% ໃນປີ 2025 (ແຜນ ຮອດປີ 2025 ໃຫ້ກວມເອົາ 14% ຂອງ GDP); ອຸດສາຫະກໍາຫລຸດ ລົງຈາກ 49,5% ໃນປີ 2020 ມາເປັນ 49% ໃນປີ 2025 (ແຜນ ຮອດປີ 2025 ໃຫ້ກວມເອົາ 49% ຂອງ GDP); ຂະນະດຽວກັນການ ບໍລິການໄດ້ເພີ່ມຂຶ້ນຈາກ 36,2% 5 xu zj ko,k glf4tdy f o; 0tspkp8q ;ltg]j p.o]tfa [ 5,34% 8+ xu ໃນປີ 2020 ມາເປັນ 38% ໃນປີ 2025 (ແຜນຮອດປີ 2025 ໃຫ້ ກວມເອົາ 37% ຂອງ GDP). ສັງຮວມແລ້ວ, ໂດຍພື້ນຖານໂຄງ ປະກອບເສດຖະກິດ ໄດ້ມີການຫັນ ປ່ຽນໄປຕາມທິດທີ່ກໍານົດໄວ້. ການ ພັດທະນາຂະແໜງເສດຖະກິດ ໃນ ຂົງເຂດການຜະລິດກຳສິກຳ ມະຕິ ສະພາປະຊາຊົນ ນວ ໄດ້ກຳນົດ 9 ຄາດໝາຍສູ່ຊົນຈັດຕັ້ງປະຕິບັດ ໃນ ຂົງເຂດການຜະລິດກະສິກໍາ, ແຕ່ ຜ່ານການຈັດຕັ້ງປະຕິບັດ ເຫັນວ່າມີ ພຽງ 6 ຄາດໝາຍທີ່ຈະບັນລຸ ແລະ ມີ 3 ຄາດໝາຍ ອາດຈະບໍ່ບັນລຸ. ສໍາລັບ 6 ຄາດໝາຍ ທີ່ຈະບັນລຸ ຕາມສະພາປະຊາຊົນ ນວ ຮັບຮອງ ປະກອບມີ: ປູກພືດຜັກສາມາດຜະ ລິດໄດ້ 595.070 ໂຕນ, ປະຕິບັດ ໄດ້ລື່ນແຜນ 0,3%; ໄມ້ໃຫ້ໝາກຜະ ລິດໄດ້ 481.780 ໂຕນ, ປະຕິບັດ ໄດ້ລື່ນແຜນ 26%; ປູກມັນຕົ້ນ ຜະ ລິດໄດ້ 674.270 ໂຕນ, ປະຕິບັດ ໄດ້ລື່ນແຜນ 37,59%; ສະໜອງ ຊີ້ນສັດປີກໄດ້ 25.174 ໂຕນ ຫລື ຂະຫຍາຍຕົວສະເລ່ຍ 15,6% ຕໍ່ປີ, ປະຕິບັດໄດ້ລື່ນແຜນສະເລ່ຍ 9,6% ຕໍ່ປີ; ການລ້ຽງປາກະຊັງ ທົ່ວນະ ຄອນຫລວງວຽງຈັນມີ 2.186 ກະ ຊັງ, ປ່ອຍປາໄດ້ 7,65 ລ້ານໂຕ, ສາມາດຜະລິດຈຳໜ່າຍໄດ້ 9.640 ໂຕນ, ສະເລ່ຍ 1.925 ໂຕນຕໍ່ປີ, ປະຕິບັດໄດ້ລື່ນແຜນ 2,24 ເທົ່າຕົວ ໂດຍລ້ຽງຢູ່ຕາມນໍ້າຂອງ ແລະ ນໍ້າ ງື່ມ. ສ່ວນການຜະລິດໄຂ່ ປັດຈຸບັນ ມີຟາມລ້ຽງສັດປີກທັງໝົດ 316 ຟາມ. ໃນນີ້, ມີຟາມໄກ່ໄຂ່ 213 ຟາມ, ຟາມເປັດ 39 ຟາມ, ສາມາດ ຜະລິດໄຂ່ໄດ້ທັງໝົດ 22.493 ໂຕນ, ສະເລ່ຍ 4.498 ໂຕນຕໍ່ປີ. ສ່ວນ 3 ຄາດໝາຍທີ່ອາດຈະບໍ່ ບັນລຸ ປະກອບມີ: ການຜະລິດ ເຂົ້າ ສາມາດຜະລິດເຂົ້າລວມໄດ້ 1.455.734 ໂຕນ, ເທົ່າກັບ 91% ຂອງມະຕິສະພາ; ປູກສາລີ ສາມາດ ຜະລິດໄດ້ 24.117 ໂຕນ, ເທົ່າກັບ 87,65% ຂອງມະຕິສະພາ; ປູກ ໝາກມີ້ ສາມາດຜະລິດໄດ້ 7.680 ໂຕນ, ເທົ່າກັບ 64% ຂອງມະຕິ ສະພາປະຊາຊົນ ນວ. ສຳລັບ ການທ່ອງທ່ຽວ ເຫັນວ່າ ສາມາດປະຕິບັດໄດ້ລື່ນແຜນ ຊຶ່ງ ສາມາດດຶງດູດນັກທ່ອງທ່ຽວຈາກ ພາຍໃນ ແລະ ຕ່າງປະເທດ ໄດ້ 5.644.386 ເທື່ອຄົນ, ປະຕິບັດ ໄດ້ລື່ນມະຕິສະພາປະຊາຊົນ 12% ຄາດຄະເນລາຍຮັບຈາກນັກທ່ອງ ທ່ຽວ ປະມານ 1.320,92 ລ້ານ ໂດລາສະຫະລັດ, ປະຕິບັດໄດ້ລື່ນ ມະຕິ ສະພາປະຊາຊົນ ນວ 2,2 ເທົ່າຕົວ. ໄດ້ຍາກດ້ານລາຍຮັບເຂົ້າຄອບຄົວ. ທ່ານ ດວງ ໄຊບຸນມີ ຫົວໜ້າກຸ່ມ ປູກໝາກໂມ ລາຍງານໃນໂອກາດ ທີ່ ທ່ານ ບຸນເພັງ ຈັນທະວົງສຸກ ຮອງຫົວໜ້າພະແນກກະສິກຳ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ໄດ້ ລົງຕິດຕາມຊຸກຍູ້ຊາວສວນ ກຸ່ມປູກ ໝາກໂມຢູ່ບ້ານທົ່ງນາມີ ມໍ່ໆມານີ້ ວ່າ: ກຸ່ມປູກໝາກໂມບ້ານທົ່ງນາ ມີ ມີ 29 ຄອບຄົວ, ມີເນື້ອທີ່ 30 ກວ່າເຮັກຕາ ຊຶ່ງສວນໝາກໂມປີນີ້ ແມ່ນໄດ້ຮັບຜົນກະທົບຫລາຍຈາກ ໄພທຳມະຊາດ ໂດຍສະເພາະແມ່ນ ພາຍຸຝົນຕົກໜັກ ເກີດມີນ້ຳຖ້ວມ ເຮັດໃຫ້ໝາກໂມທີ່ປູກຕາຍຈຳນວນ ໜຶ່ງ ອັນຈຳເປັນຕ້ອງໄດ້ປູກຄືນໃໝ່. ນອກນີ້, ຍັງໄດ້ຮັບຜົນກະທົບຈາກ ລົມພາຍຸ ແລະ ເພ້ຍໄຟ ເຮັດໃຫ້ພືດ ບໍ່ສາມາດຂະຫຍາຍຕົວໄດ້ເຕັມທີ່. ແນວໃດກໍດີ, ເຖິງວ່າໄດ້ຮັບຜົນກະ ທົບຄືດັ່ງກ່າວ, ແຕ່ຊາວສວນກໍຍັງ ໄດ້ສູ້ຊົນບົວລະບັດຮັກສາໄປພ້ອມໆ ກັບການປູກຄືນໃໝ່ຕື່ມ ກໍເຮັດໃຫ້ ໝາກໂມມີການເຕີບໃຫຍ່ຂະຫຍາຍ ຕົວ ໂດຍມາຮອດປັດຈຸບັນ ມີບາງ ສວນກໍໄດ້ເກັບກູ້ຜົນຜະລິດແລ້ວ. ຫົວໜ້າກຸ່ມປູກໝາກໂມຍັງໃຫ້ຮູ້ຕື່ມ ອີກວ່າ: ສວນໝາກໂມ 1 ເຮັກຕາ ໃນປີຜ່ານມາສາມາດຂາຍໄດ້ 100 ກວ່າລ້ານກີບ, ຕົ້ນທຶນແມ່ນກວ່າ 50 ລ້ານກີບ, ແຕ່ສຳລັບປີນີ້ ແມ່ນ ບໍ່ສາມາດປະເມີນຜົນຜະລິດໄດ້ເທື່ອ ຍ້ອນໄດ້ຮັບຜົນກະທົບຈາກໄພທຳ ມະຊາດຫລາຍ. ແນວໃດກໍດີ, ໃນໂອກາດທີ່ໄດ້ລົງ ຢ້ຽມຢາມຊາວສວນຄັ້ງນີ້, ຮອງຫົວ ໜ້າພະແນກກະສິກຳ ແລະ ສິ່ງແວດ ລ້ອມແຂວງບໍລິຄຳໄຊ ກໍໄດ້ສະແດງ ຄວາມຊົມເຊີຍຕໍ່ຊາວສວນທີ່ມີ ຄວາມດຸໝັ່ນຂະຫຍັນພຽນໃນການ ປູກພືດກະສິກຳ ສ້າງເສດຖະກິດ ຄອບຄົວ ແລະ ທັງໄດ້ແນະນຳຊາວ ສວນໃນກໍລະນີພົບຄວາມຫຍຸ້ງຍາກ ອັນໃດ ແມ່ນໃຫ້ສະເໜີຕໍ່ຫ້ອງການ ກະສິກຳ ແລະ ສິ່ງແວດລ້ອມເມືອງ ເພື່ອໃຫ້ວິຊາການຊອກຫາວິທີທາງ ແກ້ໄຂຊ່ວຍ ລວມທັງການເຂົ້າເຖິງ ແຫລ່ງທຶນນຳອີກ.
RkJQdWJsaXNoZXIy MTc3MTYxMQ==