7176

17/12/2025 xtgmf]k; 4 gsfdko c]t dkora fa mtok gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ຂປລ. ວັນທີ 17 ເດືອນ 12 ແມ່ນວັນ ຄົບຮອບ 14 ປີແຫ່ງ ການມໍລະນະກຳຂອງສະຫາຍ ກິມ ເຈິງ ອິນ ຜູ້ນຳທີ່ຍິ່ງໃຫຍ່ຂອງ ປະຊາຊົນ ສປປ ເກົາຫລີ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງວິລະກຳອັນ ຍິ່ງໃຫຍ່ໃຫ້ເປັນມູນມໍລະດົກແກ່ ປະເທດເກົາຫລີ ສັງຄົມນິຍົມໄປ ຕະຫລອດຊົ່ວນິລັນດອນ ແລະ ເຕັມ ໄປດ້ວຍອະນາຄົດທີ່ສະຫວ່າງສະ ໄຫວ. ສະຫາຍໄດ້ເຊີດຊູແນວຄິດ ຈຸດເຊ ແລະ ແນວຄິດເຊິນກຸນ ເປັນ ອຸດົມຄະຕິແຫ່ງການນຳພາພາຍໃນ ສປປ ເກົາຫລີ ແລະ ເປັນອຸດົມຄະຕິ ແຫ່ງການນຳພາອັນຍິ່ງໃຫຍ່ແຫ່ງ ສັງກາດໃໝ່ທີ່ເປັນເອກະລາດຢ່າງ ແທ້ຈິງ. ຍ້ອນການນຳພາປີຊາສາມາດ ສະຫລາດສ່ອງໃສຂອງສະຫາຍ ທີ່ ໄດ້ນຳເອົາແນວຄິດທິດສະດີອັນມີ ພະລັງແຮງມະຫາສານມາຈາກ ຊຸມປີທຳອິດແຫ່ງການເຄື່ອນໄຫວ ຊຶ່ງໄດ້ພັດທະນາແນວຄິດປະຕິວັດ ຂອງປະທານ ກິມ ອິນ ຊຸງ ຜູ້ ໃຫ້ກຳເນີດສັງຄົມນິຍົມເກົາຫລີ ກາຍເປັນລະບົບຄົບຊຸດທັງພາກ ທິດສະດີ ແລະ ພາກປະຕິບັດຕົວ ຈິງ. ດ້ວຍການພັດທະນາ ແລະ ເສີມ ຂະຫຍາຍແນວຄິດໃຫ້ບຸລິມະສິດແກ່ ກຳລັງປ້ອງກັນປະເທດ, ແນວຄິດທີ່ ຖືເອົາກິດຈະການຂອງກອງທັບເປັນ ໃຈກາງໄດ້ຮັບການຂັບເຄື່ອນໂດຍ ສະຫາຍ ກິມ ເຈິງ ອິນ ເພື່ອຕອບ ສະໜອງຄວາມຕ້ອງການທີ່ຈຳເປັນ ໃນໄລຍະໃໝ່. ສະຫາຍໄດ້ວາງແນວ ຄິດເຊິນກຸນອອກ ແລະ ໄດ້ເຊີດຊູ ແນວຄິດດັ່ງກ່າວໃຫ້ເປັນອາວຸດອັນ ແຫລມຄົມໃນການພິທັກປົກປ້ອງ ເອກະລາດແຫ່ງຊາດ. ແນວຄິດຈຸດເຊ ແລະ ແນວຄິດ ເຊິນກຸນ ໄດ້ກາຍເປັນອຸດົມຄະຕິແຫ່ງ ການນຳພາໃນສັງກາດແຫ່ງຄວາມ ເປັນເອກະລາດ ແລະ ເປັນລັດທິ ກິມ ອິນ ຊຸງ-ລັດທິ ກິມ ເຈິງ ອິນ ທີ່ເປັນອຳມະຕະ. ຄວາມອຸດົມສົມ ບູນທາງແນວຄິດ ແລະ ທິດສະດີ ແມ່ນມູນມໍລະດົກອັນລ້ຳຄ່າທີ່ສຸດທີ່ ສະຫາຍໄດ້ສ້າງໄວ້ໃຫ້ແກ່ປະຊາຊົນ ສປປ ເກົາຫລີ ແລະ ມວນມະນຸດ ຜູ້ກ້າວໜ້າ. ສະຫາຍ ກິມ ເຈິງ ອິນ ໄດ້ພັດທະນາພັກແຮງງານເກົາຫລີ ໃຫ້ເປັນກຳລັງທີ່ຊະນະເລີດສ້າງ ໃຫ້ ສປປ ເກົາຫລີ ເປັນປະເທດ ສັງຄົມນິຍົມທີ່ມີພະລັງອຳນາດ ແລະ ສ້າງກອງທັບປະຊາຊົນເກົາຫລີ ໃຫ້ ເປັນກຳລັງປ້ອງກັນປະເທດທີ່ເຂັ້ມ ແຂງບໍ່ມີສັດຕູໂຕໃດກ້າມາຮາວີໄດ້. 50 ປີແຫ່ງການນຳພາພັກ ແຮງງານ ສປປ ເກົາຫລີ ຂອງ ສະຫາຍແມ່ນໄລຍະທີ່ສະຫາຍໄດ້ ສ້າງຕົວແບບແຫ່ງການກໍ່ສ້າງພັກ ກຳອຳນາດທີ່ຍຶດໝັ້ນໃນແນວທາງ ສັງຄົມນິຍົມ. ຍ້ອນບຸນຄຸນແຫ່ງ ການນຳພາທີ່ປີຊາສາມາດຂອງ ສະຫາຍ, ພັກແຮງງານເກົາຫລີ ໄດ້ ພັດທະນາໃຫ້ເປັນພັກທີ່ຕິດອາວຸດ ທາງແນວຄິດ ແລະ ອຸດົມການ, ເປັນ ພັກທີ່ມີຄວາມໜັກແໜ້ນທາງດ້ານ ການເມືອງ, ເຂັ້ມແຂງທາງດ້ານ ການຈັດຕັ້ງ, ມີລະບຽບວິໄນເຂັ້ມ ງວດ, ມີຄວາມຮັບຜິດຊອບໃນການ ນຳພາປະເທດຊາດໄປສູ່ຈຸດໝາຍທີ່ ປະຊາຊົນໄດ້ເລືອກເອົາແລ້ວ. ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ຜະເຊີນໜ້າກັບ ສະພາບການທີ່ບໍ່ເພິ່ງປາຖະໜາ ເມື່ອລະບົບສັງຄົມນິຍົມໃນຫລາຍ ປະເທດຖືກລົ້ມສະຫລາຍເຊິ່ງເຮັດ ໃຫ້ພວກຈັກກະພັດ ແລະ ອິດທິ ກຳລັງປໍລະປັກຄຸຍໂວໂອ້ອວດນັ້ນ, ສະຫາຍໄດ້ນຳພາຈັດຕັ້ງປະຕິບັດ ນະໂຍບາຍເຊິນກຸນ ມີຜົນສຳເລັດ ຮອບດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນແວ່ນແຍງອັນໃສແຈ້ງໃຫ້ ປະເທດເພື່ອນມິດໄດ້ຮ່ຳຮຽນນຳ. ກຳລັງປະກອບອາວຸດປະຊາຊົນ ເກົາຫລີ ໄດ້ພັດທະນາຂີດຄວາມ ສາມາດໃນການເປັນເສົາຄ້ຳໃຫ້ ແກ່ປະເທດຊາດ. ພາຍໃຕ້ການ ນຳພາຂອງ ສະຫາຍ ກິມ ເຈິງ ອິນ, ສປປ ເກົາຫລີ ໄດ້ມີຄວາມເຂັ້ມ ແຂງທາງດ້ານປ້ອງກັນປະເທດ, ມີ ຄວາມສາມາດສູງສົ່ງ, ມີຄວາມ ພ້ອມໃນລະດັບສູງຕໍ່ພາລະກິດປົກ ປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ. ສະຫາຍ ກິມ ເຈິງ ອິນ ໄດ້ຫັນ ປ່ຽນທົ່ວສັງຄົມ ສປປ ເກົາຫລີ ເປັນ ຄອບຄົວແຫ່ງວົງຄະນາຍາດທີ່ມີ ຄວາມເປັນເອກະພາບໃນລະດັບ ສູງ, ມີຄວາມສາມັກຄີເປັນປຶກແຜ່ນ. ສະຫາຍ ກິມ ເຈິງ ອິນ ໄດ້ເປັນ ຜູ້ວາງຮາກຖານອັນເຂັ້ມແຂງ ໃຫ້ແກ່ການກໍ່ສ້າງສັງຄົມນິຍົມ, ສະຫາຍໄດ້ອຸທິດເຫື່ອແຮງສະຕິ ປັນຍາເຂົ້າໃນການນຳພາໂດຍ ການໄຂສັງກາດແຫ່ງສະຕິປັນຍາ ແລະ ຫົວຄິດປະດິດສ້າງດ້ວຍການ ພັດທະນາເຕັກໂນໂລຊີ CNC ໃຫ້ ເປັນອຸດສາຫະກຳກໍ່ສ້າງກົນຈັກ, ສະຫາຍໄດ້ນຳພາການປະຕິວັດ ອຸດສາຫະກຳແຫ່ງສະຕະວັດໃໝ່ ແລະ ເຮັດໃຫ້ເສດຖະກິດແຫ່ງຊາດ ກ້າວຂຶ້ນສູ່ທັນສະໄໝ. ພ າ ຍ ໃ ຕ້ການນຳພ າຂອງ ສະຫາຍ, ສປປ ເກົາຫລີ ໄດ້ມີບົດ ບາດສູງເດັ່ນ, ເສດຖະກິດມີການ ເຕີບໂຕຢ່າງສະໝ່ຳສະເໝີ, ການ ຜະລິດອຸດສາຫະກຳໄດ້ຫັນເປັນ ທັນສະໄໝ, ບັນດາໂຮງງານ ແລະ ວິສາຫະກິດ ລວມທັງໂຮງງານກົນ ຈັກຮິເຈິນເລີນອາ, ໂຮງງານປຸງ ແຕ່ງໝາກໄມ້ແດດົງກາງໄດ້ຖືກ ສ້າງຂຶ້ນ ແລະ ມີຄວາມທັນສະໄໝ ໃນລະດັບໂລກ. ປັດຈຸບັນນີ້ ສປປ ເກົາຫລີ ເປັນ ໜຶ່ງໃນບັນດາປະເທດທີ່ຜະລິດ ດາວທຽມ ແລະ ເຄື່ອງຍິງປ່ອຍ ດາວທຽມ. ທົ່ວທຸກຫົນແຫ່ງຂອງ ປະເທດລວມທັງນະຄອນຫລວງ ພຽງຢາງໄດ້ກ້າວໄປຕາມເສັ້ນທາງ ສູ່ທັນສະໄໝ. ສະຫາຍ ກິມ ເຈິງ ອິນ ໄດ້ຍອມອຸທິດຕະຫລອດຊີວິດຂອງ ສະຫາຍໃຫ້ແກ່ພາລະກິດສ້າງສາ ສປປ ເກົາຫລີ ໃຫ້ມີຄວາມເຂັ້ມ ແຂງ ແລະ ພາລະກິດປົກປັກຮັກສາ ສັນຕິພາບ, ຄວາມໝັ້ນຄົງຢູ່ໃນ ພາກພື້ນ ແລະ ສາກົນ ແລະ ການ ບັນລຸພາລະກິດສັງຄົມນິຍົມທີ່ເປັນ ຄວາມມຸ່ງມາດປາຖະໜາຂອງມະ ນຸດກ້າວໜ້າຢູ່ທົ່ວໂລກ. ສະຫາຍ ກິມ ເຈິງ ອິນ ໄດ້ສ້າງພາລະກິດອັນ ຍິ່ງໃຫຍ່ເຂົ້າໃນການພັດທະນາສາຍ ພົວພັນມິດຕະພາບລະຫວ່າງ ສປປ ເກົາຫລີ ແລະ ສປປ ລາວ. ໃນເດືອນ 10 ປີ2011, ສະຫາຍ ກິມ ເຈິງ ອິນ ໄດ້ພົບປະກັບສະຫາຍ ຈູມມະລີ ໄຊຍະສອນ ເລຂາທິການໃຫຍ່ ພັກ ປະຊາຊົນ ປະຕິວັດລາວ, ປະທານ ປະເທດແຫ່ງ ສປປ ລາວ ຢູ່ ສປປ ເກົາຫລີ ໄດ້ຮ່ວມກັນເຮັດໃຫ້ສືບຕໍ່ ພັດທະນາສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງສອງ ປະເທດໃຫ້ເປັນລະດັບສູງໃໝ່ໃຫ້ ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຍຸກສະໄໝໃໝ່. ພາຍຫລັງສະຫາຍ ກິມ ເຈິງ ອິນ ຜູ້ນໍາທີ່ຍິ່ງໃຫຍ່ເຖິງແກ່ມໍລະນະກໍາ ແລ້ວ, ສະຫາຍ ກິມ ເຈິງ ອຸນ ທີ່ ເຄົາລົບຮັກແພງໄດ້ນຳພາການປະ ຕິວັດ ສປປ ເກົາຫລີ ແລະ ສ້າງ ຄຸນງາມຄວາມດີອັນຍິ່ງໃຫຍ່ຢ່າງ ແທ້ຈິງ. ສະຫາຍໄດ້ນຳເອົາແນວ ຄິດຊີ້ນຳຂອງພັກຂອງພວກເຮົາໃຫ້ ກຳນົດເປັນລັດທິ ກິມ ອິນ ເຊິງ- ກິມ ເຈິງ ອິນ ໃຫ້ສອດຄ່ອງກັບ ຄວາມຮຽກຮ້ອງຕ້ອງການອັນໃໝ່ ຂອງການພັດທະນາການປະຕິວັດ ແລະ ປະກາດຖືເອົາການຫັນເປັນ ລັດທິກິມ ອິນ ເຊິງ-ກິມ ເຈິງ ອິນ ໃນ ທົ່ວສັງຄົມເປັນໂຄງການອັນສູງສຸດ ຂອງພັກ. ພາຍໃຕ້ການຊີ້ນຳໆພາອັນ ສະຫລາດສ່ອງໃສຂອງສະຫາຍ ກິມ ເຈິງ ອຸນ ຄວາມສາມາດການ ນຳພາ ແລະ ຄວາມສາມາດການ ສູ້ຊົນຂອງພັກແຮງງານເກົາຫລີ ໄດ້ ຮັບການເພີ່ມທະວີຍິ່ງໆຂຶ້ນ ແລະ ເສັ້ນທາງອັນໃໝ່ແຫ່ງການກໍ່ສ້າງ ສັງຄົມນິຍົມໄດ້ເປີດກວ້າງ. ກຳລັງແຮງຂອງຊາດໄດ້ຮັບ ການເສີມຂະຫຍາຍຢ່າງສູງ ແລະ ສາທາລະນະລັດພວກເຮົາໄດ້ຢືນຢູ່ ແຖວໜ້າຂອງປະເທດທີ່ມີຄວາມ ເຂັ້ມແຂງທາງດ້ານທະຫານທີ່ບໍ່ມີ ໃຜສາມາດຮຸກຮານ ແລະ ພາລະ ບົດບາດຂອງ ສປປ ເກົາຫລີ ນັບ ມື້ນັບສູງເດັ່ນຂຶ້ນກວ່າເກົ່າໃນເວທີ ພາກພື້ນ ແລະ ສາກົນ,ໂດຍສະເພາະ ສາຍພົວພັນມິດຕະພາບ ແລະ ຄວາມ ສາມັກຄີລະຫວ່າງ ສປປ ເກົາຫລີ ແລະ ບັນດາປະເທດສັງຄົມນິຍົມ ໄດ້ຮັບການເພີ່ມທະວີຍິ່ງໆຂຶ້ນກວ່າ ເກົ່າ ແລະ ຢືນຢັນການປົກປັກຮັກສາ ສະພາບແວດລ້ອມແຫ່ງສັນຕິພາບ ແລະ ສະຖຽນລະພາບຢູ່ແຫລມ ເກົາຫລີ ຢ່າງໝັ້ນຄົງ. ປັດຈຸບັນສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງ ສປປ ເກົາຫລີແລະສປປລາວຊຶ່ງໄດ້ມີຄຸນ ງາມຄວາມດີທີ່ເປັນອຳມະຕະຂອງຜູ້ ນຳອະດີດສອງປະເທດ ແມ່ນກຳລັງ ໄດ້ຮັບການພັດທະນາຕໍ່ໄປເປັນສາຍ ພົວພັນທາງດ້ານຍຸດທະສາດ ແລະ ຖານສະຫາຍທີ່ໝັ້ນຄົງພາຍໃຕ້ ຄວາມເອົາໃຈໃສ່ອັນເລິກເຊິ່ງຂອງ ສະຫາຍ ກິມ ເຈິງ ອຸນ ເລຂາທິການ ໃຫຍ່ພັກແຮງງານເກົາຫລີ, ປະທານ ກິດຈະການແຫ່ງລັດ ແຫ່ງ ສປປ ເກົາຫລີ ແລະ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ. ການພົບປະສຸດຍອດລະຫວ່າງ ສະຫາຍ ກິມ ເຈິງ ອຸນ ແລະ ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ຈັດຂຶ້ນໃນ ເດືອນ 10 ທີ່ຜ່ານມາເປັນຂີດ ໝາຍທາງດ້ານປະຫວັດສາດເພື່ອ ສືບຕໍ່ເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນ ເປັນມູນເຊື້ອລະຫວ່າງສອງປະເທດ. ຍ້ອນມີສະຫາຍ ກິມ ເຈິງ ອຸນ ຜູ້ ສືບທອດທີ່ຍິ່ງໃຫຍ່ຂອງພາລະກິດ ການປະຕິວັດ, ມໍລະດົກອັນລ້ຳຄ່າ ທີ່ສຸດຂອງສະຫາຍ ກິມ ເຈິງ ອິນ ຈະ ໄດ້ຮັບການສືບທອດ ແລະ ເພີ່ມພູນ ຄູນສ້າງຕະຫລອດໄປ. ປະຈໍາ ສປປ ລາວ ເຂົ້າພົບເພື່ອສະ ແດງຄວາມເປັນຫ່ວງຕໍ່ສະພາບ ການທີ່ເກີດຂຶ້ນ ຢູ່ບໍລິເວນຊາຍແດນ ກໍາປູເຈຍ-ໄທ ໃນປັດຈຸບັນ. ໃນໂອກາດນີ້, ທ່ານຮອງລັດຖະ ມົນຕີ ນາງ ຟອງສະໝຸດ ອັ່ນລາວັນ ໄດ້ແຈ້ງທັດສະນະ ແລະ ຄວາມ ເປັນຫ່ວງຂອງຝ່າຍລາວຕໍ່ສະພາບ ປະທະກັນທາງກໍາລັງທີ່ກໍາລັງເກີດ ຂຶ້ນຢູ່ລະຫວ່າງກໍາປູເຈຍ ແລະ ໄທ, ໃນຖານະປະເທດບ້ານໃກ້ເຮືອນ ຄຽງທີ່ມີຊາຍແດນຕິດຈອດກັບ ທັງສອງປະເທດ, ສປປ ລາວ ຮຽກ ຮ້ອງໃຫ້ທັງສອງຝ່າຍໃຊ້ຄວາມ ຄະນະນໍາກະຊວງ...ໍ ກະຊວງສາທາລະນະສຸກ...ຸ ມີທ່ານ ພອນປະດິດ ສັງໄຊຍະລາດ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ, ທ່ານ ນາງ ປາທຣີເຊຍ ອົງພີນ ຜູ້ອໍານວຍ ການອົງການສະຫະປະຊາຊາດ (ສປຊ) ເພື່ອພະຍາດເອດຂອງ 3 ປະເທດ ກໍາປູເຈຍ, ມາເລເຊຍ ແລະ ສປປ ລາວ ພ້ອມດ້ວຍພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ. ໂອກາດນີ້, ທ່ານ ພອນປະດິດ ສັງໄຊຍະລາດ ກ່າວວ່າ: ເນື່ອງ ໃນວັນສາກົນຕ້ານເອດທົ່ວໂລກໄດ້ ຖືເອົາວັນທີ 1 ທັນວາ ຂອງທຸກໆ ປີ ເປັນວັນລະນຶກເຖິງປະຊາກອນ ໂລກທີ່ໄດ້ຮັບຜົນກະທົບຈາກການ ຕິດເຊື້ອເຮສໄອວີ (HIV), ເປັນພະ ຍາດເອດ ແລະ ໄດ້ເສຍຊີວິດຍ້ອນ ການຕິດເຊື້ອພະຍາດດັ່ງກ່າວ. ການ ສ້າງຂະບວນການໃນວັນສາກົນ ຕ້ານເອດ ໄດ້ຖືກຈັດຂຶ້ນຢ່າງເປັນ ທາງການໃນຂອບເຂດທົ່ວໂລກ ເລີ່ມແຕ່ປີ 1988 ເປັນຕົ້ນມາ ເພື່ອ ໂຄສະນາ ແລະ ປຸກລະດົມໃຫ້ປະຊາ ຊົນໃນຂອບເຂດທົ່ວໂລກ ມີຄວາມ ສາມັກຄີ, ເປັນເຈົ້າການໃນການ ຮ່ວມແຮງຮ່ວມໃຈກັນ ເພື່ອກັນ ແລະ ຄວບຄຸມເຊື້ອ HIV/ພະຍາດເອດ. ອີງຕາມການລາຍງານຂອງອົງ ການ ສປຊ ຕ້ານເອດ (UNAIDS) ໃນທ້າຍປີ 2023 ມີຜູ້ຕິດເຊື້ອ HIV ທີ່ຍັງມີຊີວິດຢູ່ໃນທົ່ວໂລກປະມານ 39,9 ລ້ານຄົນ ຊຶ່ງເພີ່ມຂຶ້ນຈາກ -uy ;y fdkoxt8y ;a fva opyj '.spj 0v'ltskp dy , g9y ' vy o (ເນື່ອງໃນໂອກາດວັນຄົບຮອບ 14 ປີ ແຫ່ງການມໍລະນະກຳຂອງສະຫາຍ ກິມ ເຈິງ ອິນ ື່ັົີ່ໍິິິ ຜູ້ນຳທີ່ຍິ່ງໃຫຍ່ ຂອງ ປະຊາຊົນ ສປປ ເກົາຫລີ, ວັນທີ 17/12/2011-17/12/2025)ູ້ີ່ິ່່ົົີັີ ອົດທົນອົດກັ້ນໃນການໃຊ້ກໍາລັງ ບົນຈິດໃຈໄມຕີຈິດມິດຕະພາບໃນ ຖານະເປັນປະເທດສະມາຊິກອາ ຊຽນດ້ວຍກັນ, ກັບຄືນປະຕິບັດຕາມ ຂໍ້ຕົກລົງສອງປະເທດທີ່ໄດ້ລົງນາມ ໃນວັນທີ 26 ຕຸລາ 2025 ທີ່ ກົວລາ ລໍາເປີ ແລະ ນໍາໃຊ້ກົນໄກທີ່ມີຢູ່ ເພື່ອ ຊອກຫາຊ່ອງທາງແກ້ໄຂບັນຫາ ໂດຍສັນຕິວິທີ. ການປະທະກັນຕາມ ບໍລິເວນຊາຍແດນອາດຈະຂະຫຍາຍ ເປັນວົງກວ້າງ ຊຶ່ງບໍ່ເປັນຜົນດີໃຫ້ ທັງທຸກຝ່າຍ. 37,7 ລ້ານຄົນໃນປີ 2020, ອັນ ເປັນຜົນເນື່ອງມາຈາກການຄົ້ນພົບ ຜູ້ຕິດເຊື້ອ HIV ກໍລະນີໃໝ່ຍັງສືບຕໍ່ ເພີ່ມຂຶ້ນ ແລະ ຜູ້ທີ່ຕິດເຊື້ອ HIV ຢູ່ ກ່ອນແລ້ວ ກໍມີອາຍຸຍືນຍາວກວ່າ ເກົ່າເຮັດໃຫ້ຈໍານວນຜູ້ຕິດເຊື້ອທີ່ ມີຊີວິດສະສົມແມ່ນເພີ່ມຂຶ້ນໃນແຕ່ ລະປີ. ກະຊວງສາທາລະນະສຸກ ໄດ້ມີ ແຜນຍຸດທະສາດ 2025-2030 ເພື່ອບັນລຸເປົ້າໝາຍ ແລະ ແກ້ໄຂສິ່ງ ທ້າທາຍໃນຫລາຍດ້ານເຊັ່ນ: ການ ປັບປຸງຈຸດບໍລິການ, ການນຳໃຊ້ສື່ ສັງຄົມອອນລາຍທີ່ຫລາກຫລາຍ ໃນການໂຄສະນາ ແລະ ເຜີຍແຜ່ ຂໍ້ມູນຂ່າວສານຂອງວຽກງານຕ້ານ ເອດໃຫ້ທົ່ວເຖິງ, ເລັ່ງໃສ່ການນໍາ ໃຊ້ນະວັດຕະກຳອັນໃໝ່ ໃນການ ປ້ອງກັນໃຫ້ກວ້າງຂວາງທົ່ວເຖິງ ໂດຍການກິນຢາປ້ອງກັນກ່ອນການ ສຳພັດເຊື້ອ HIV, ສົ່ງເສີມການໃຊ້ ຖົງຢາງອະນາໄມ, ການກວດກັ່ນ ຕອງດ້ວຍຕົນເອງ (HIV selftesting), ການຊັກຊວນຄູ່ຂອງ ຜູ້ຕິດເຊື້ອເພື່ອກວດຫາການຕິດ ເຊື້ອ HIV (Index-testing) ເພື່ອໂຄສະນາການຮູ້ສະຖານະ ຂອງການຕິດເຊື້ອໄດ້ໄວຂຶ້ນ ແລະ ເຂົ້າເຖິງການປິ່ນປົວໂດຍໄວ ໂດຍ ສະເພາະຜູ້ທີ່ມີຄວາມສ່ຽງສູງ ເພື່ອ ຄວບຄຸມການແຜ່ເຊື້ອ HIV ແລະ ຫລຸດຜ່ອນການເສຍຊີວິດ. ພ້ອມ ທັງໄດ້ປັບປຸງກົດໝາຍວ່າດ້ວຍການ ປ້ອງກັນ ແລະ ຄວບຄຸມເຊື້ອ HIV/ ພະຍາດເອດຈາກສະບັບປີ 2010 ສໍາເລັດ. ໃນທ້າຍປີ 2024 ເພື່ອ ປັບປຸງໃຫ້ສອດຄ່ອງກັບການຈັດຕັ້ງ ປະຕິບັດກັບສະພາບປັດຈຸບັນ, ໄດ້ ປັບປຸງຄະນະກຳມະການແຫ່ງຊາດ ຕ້ານເອດຄືນໃໝ່, ຂັ້ນແຂວງ, ເມືອງ ເພື່ອຕິດຕາມຄວາມຄືບໜ້າ ແລະ ຄວບຄຸມການແຜ່ລະບາດຂອງເຊື້ອ HIV ໃນພື້ນທີ່ຂອງຕົນໂດຍການ ສ້າງຂະບວນການຢ່າງຕໍ່ເນື່ອງ ເພື່ອ ໂຄສະນາ, ສຶກສາອົບຮົມໃຫ້ຄົນໃນ ສັງຄົມຮັບຮູ້ ແລະ ມີຄວາມເຂົ້າໃຈ ຢ່າງຖືກຕ້ອງກ່ຽວກັບເຊື້ອ HIV/ ພະຍາດເອດ. ການຈັດກິດຈະກໍາໃນຄັ້ງນີ້, ເພື່ອ ສົ່ງເສີມການໂຄສະນາ ແລະ ໃຫ້ ຂໍ້ມູນຄວາມຮູ້ກ່ຽວກັບເຊື້ອ HIV ຢ່າງຕໍ່ເນື່ອງໃນແຕ່ລະປີ. ຢູ່ ສປປ ລາວ ປັດຈຸບັນຍັງມີຈຳນວນສະ ສົມຜູ້ຕິດເຊື້ອ HIV ທີ່ຍັງມີຊີວິດ 21.363 ຄົນ, ຜູ້ຕິດເຊື້ອທີ່ມີໜ້າ ປິ່ນປົວດ້ວຍຢາຕ້ານ 14.314 ຄົນ. ຕົວເລກລາຍງານສະເພາະປີ 2025 ນັບແຕ່ເດືອນມັງກອນເຖິງເດືອນ ກັນຍາ ພົບຜູ້ຕິດເຊື້ອ HIV ຈໍານວນ 1.617 ຄົນ. ໃນນີ້, 53% ແມ່ນກຸ່ມ ໄວໜຸ່ມມີອາຍຸລະຫວ່າງ 15-29 ປີ. ພ້ອມນັ້ນ, ມີສະຖານທີ່ບໍລິການ ກວດເລືອດຊອກຫາການຕິດເຊື້ອ HIV ນັບແຕ່ຂັ້ນສູນກາງ, ແຂວງ, ເມືອງ ແລະ ສຸກສາລາບາງແຫ່ງ ລວມທັງໝົດ 196 ແຫ່ງ ສາມາດ ຂະຫຍາຍຕາໜ່າງປິ່ນປົວຜູ້ຕິດເຊື້ອ HIV ແລະ ເປັນພະຍາດເອດໄດ້ຢູ່ ທຸກໂຮງໝໍແຂວງ ແລະ ບາງເມືອງ. ຂໍ້ມູນ-ພາບ: ໜັງສືພິມປະຊາຊົນ

RkJQdWJsaXNoZXIy MTc3MTYxMQ==